ສາມຫຼັກການພື້ນຖານ ພ້ອມດ້ວຍຫຼັກຖານຂອງມັນ (ພາສາລາວ)

ສາມຫຼັກການພື້ນຖານ ພ້ອມດ້ວຍຫຼັກຖານຂອງມັນ

  • earth ທາງດ້ານພາສາ
    (ພາສາລາວ)
  • earth ຂຽນໂດຍ:
    الشيخ محمد التميمي

ການແປຄວາມໝາຍອື່ນ ໆ 50

PHPWord

 

 

ثَلَاثَةُ الأُصُولِ وَأَدِلَّتُهَا

 

 

 

ສາມຫຼັກການພື້ນຖານ ພ້ອມດ້ວຍຫຼັກຖານຂອງມັນ

 

 

 

 

لِلشَّيْخِ

مُحَمَّدٍ التَّمِيمِي رَحِمَهُ اللهُ

 

ທ່ານອາຈານ ມຸຫຳມັດ ອັດ-ຕະມີມີ (ຂໍພຣະອົງຊົງເມດຕາທ່ານ)

 


بِسْمِ اللهِ الرَّحمَنِ الرَّحِيمِ

ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປານີ ຜູ້ຊົງເມດຕາສະເໝີ

ຈົ່ງຮູ້ເຖີດວ່າ - ຂໍພຣະອົງອັລລໍຫ໌ຊົງເມດຕາຕໍ່ເຈົ້າ - ເປັນວາຢິບເໜືອພວກເຮົາທີ່ຕ້ອງຮຽນຮູ້ ສີ່ປະການຄື:

ປະການທີ່ໜຶ່ງ: ຄວາມຮູ້, ເຊິ່ງແມ່ນການຮູ້ຈັກອັລລໍຫ໌, ການຮູ້ຈັກນາບີຂອງພຣະອົງ, ແລະການຮູ້ຈັກສາສະໜາອິດສະລາມພ້ອມດ້ວຍຫຼັກຖານ.

ປະການທີ່ສອງ: ການນຳໄປປະຕິບັດ.

ປະການທີ່ສາມ: ການຮຽກຮ້ອງເຊີນຊວນໄປສູ່ເຕົາຮີດ.

ປະການທີ່ສີ່: ການອົດທົນຕໍ່ການທຳຮ້າຍໃນການເຊີນຊວນ.

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳກ່າວຂອງອັລລໍຫ໌: (ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ)

﴿وَٱلۡعَصۡرِ1 إِنَّ ٱلۡإِنسَٰنَ لَفِي خُسۡرٍ2 إِلَّا ٱلَّذِينَ ءَامَنُواْ وَعَمِلُواْ ٱلصَّٰلِحَٰتِ وَتَوَاصَوۡاْ بِٱلۡحَقِّ وَتَوَاصَوۡاْ بِٱلصَّبۡرِ3﴾

1. (ຂໍສະບານດ້ວຍການເວລາ)

2. (ແທ້ຈິງມະນຸດນັ້ນ ຢູ່ໃນສະພາບທີ່ຂາດທຶນ)

3. (ນອກຈາກບັນດາຜູ້ທີ່ສັດທາ ແລະ ກະທຳຄວາມດີທັງຫຼາຍ ແລະ ຕັກເຕືອນເຊິ່ງກັນ ແລະ ກັນ ໃນສິ່ງທີ່ເປັນສັດຈະທຳ ແລະ ຕັກເຕືອນເຊິ່ງກັນ ແລະ ກັນໃຫ້ມີຄວາມອົດທົນ) [ ສຸເຣາະອັລ-ອັສຣ :1-3].

ຄຳກ່າວຂອງທ່ານ ອັຊຊາຟີອີ ຂໍອັລລໍຫ໌ຊົງເມດຕາທ່ານ: ຫາກອັລລໍຫ໌ບໍ່ໄດ້ຊົງປະທານຫຼັກຖານອື່ນໃດລົງມາແກ່ປວງບ່າວຂອງພຣະອົງ ນອກຈາກບົດນີ້, ມັນກໍ່ພຽງພໍແລ້ວສຳລັບພວກເຂົາ.

ແລະ ທ່ານອິມາມ ບຸຄໍຣີ ຣໍ່ຮິມະຮຸລລໍຮ໌ ຕະອາລາ ໄດ້ກ່າວວ່າ: ບົດວ່າດ້ວຍ: ຄວາມຮູ້ກ່ອນຄຳເວົ້າ ແລະ ການກະທຳ; ແລະ ຫຼັກຖານຄື: ດັງທີ່ພຣະອົງຜູ້ຊົງສູງສົ່ງໄດ້ກ່າວໄວ້ວ່າ: ﴾ ດັ່ງນັ້ນຈົ່ງຮູ້ເຖີດວ່າ ບໍ່ມີພະເຈົ້າອື່ນໃດທີ່ຖືກກາບໄຫວ້ໂດຍທ່ຽງແທ້ ນອກຈາກອັລລໍຫ໌ ແລະ ຈົ່ງຂໍອະໄພໂທດຕໍ່ຄວາມຜິດຂອງເຈົ້າ...﴿

[ມຸຫຳມັດ: 9],

ດັ່ງນັ້ນ ພຣະອົງຈຶ່ງເລີ່ມຕົ້ນດ້ວຍຄວາມຮູ້ ກ່ອນຄຳເວົ້າ ແລະ ການກະທຳ.

ຈົ່ງຮູ້ໄວ້ເຖີດວ່າ - ຂໍອົງອັລລໍຮ໌ຊົງໂປດເມດຕາຕໍ່ເຈົ້າ -: ເປັນພາກບັງຄັບສຳຫຼັບມຸສລິມ ແລະ ມຸສລິມະຫ໌ທຸກຄົນ ທີ່ຈະຕ້ອງຮຽນຮູ້ ແລະ ປະຕິບັດຕາມສາມປະເດັນດັ່ງຕໍ່ໄປນີ້:

ປະການທີໜຶ່ງຄື: ພຣະອົງອັລລໍຫ໌ໄດ້ຊົງສ້າງພວກເຮົາ ແລະ ໄດ້ຊົງປະທານປັດໃຈຍັງຊີບໃຫ້ແກ່ພວກເຮົາ, ແລະ ພຣະອົງບໍ່ໄດ້ຊົງປະປ່ອຍພວກເຮົາໄວ້ໂດຍບໍ່ຮູ້ຈຸດໝາຍ; ແຕ່ພຣະອົງໄດ້ຊົງ ສົ່ງສາດສະດາທູດທ່ານໜຶ່ງມາຍັງພວກເຮົາ, ສະນັ້ນ ຜູ້ໃດທີ່ເຊື່ອຟັງເພິ່ນກໍຈະໄດ້ເຂົ້າສວນສະຫວັນ, ແລະ ຜູ້ໃດທີ່ຝ່າຝືນເພິ່ນກໍຈະໄດ້ເຂົ້ານະຮົກ.

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳກ່າວຂອງອັລລໍຫ໌ ຜູ້ຊົງສູງສົ່ງ:

﴿إِنَّآ أَرۡسَلۡنَآ إِلَيۡكُمۡ رَسُولٗا شَٰهِدًا عَلَيۡكُمۡ كَمَآ أَرۡسَلۡنَآ إِلَىٰ فِرۡعَوۡنَ رَسُولٗا15 فَعَصَىٰ فِرۡعَوۡنُ ٱلرَّسُولَ فَأَخَذۡنَٰهُ أَخۡذٗا وَبِيلٗا16﴾

(ເເທ້ຈິງເຮົາໄດ້ສົ່ງຣໍຊູລຜູ້ໜຶ່ງມາສູ່ພວກເຈົ້າ ຜູ້ເປັນພະຍານຕໍ່ພວກເຈົ້າ ດັ່ງທີ່ເຮົາໄດ້ສົ່ງຣໍຊູລຜູ້ໜຶ່ງໄປຍັງຟິຣເອົາ)

(ແຕ່ຟິຣເອົາໄດ້ຝ່າຝືນທໍລະຍົດຕໍ່ຣໍ່ຊູລ, ດັ່ງນັ້ນ ເຮົາຈຶ່ງໄດ້ລົງໂທດລາວຢ່າງໜັກໜ່ວງ )

[ສູເຣາະຫ໌ ອັລ-ມຸຊຊັມມິລ:15-16].

ປະການທີ່ສອງຄື: ພຣະອົງອັລລໍຫ໌ ບໍ່ຊົງມັກທີ່ຈະໃຫ້ຜູ້ໃດມາເປັນພາຄີຮ່ວມກັບພຣະອົງໃນເລື່ອງການເຄົາລົບພັກດີຕໍ່ພຣະອົງ, ບໍ່ວ່າຈະເປັນມະລາອີກະຫ໌ຜູ້ໃກ້ຊິດ ຫຼື ສາສະນະທູດຜູ້ຖືກສົ່ງມາ; ແລະ ຫຼັກຖານກໍຄືຄຳດຳລັດຂອງພຣະອົງທີ່ວ່າ:

﴿وَأَنَّ ٱلۡمَسَٰجِدَ لِلَّهِ فَلَا تَدۡعُواْ مَعَ ٱللَّهِ أَحَدٗا18﴾

(ແລະ ວ່າເເທ້ຈິງບັນດາມັສຍິດນັ້ນເປັນຂອງອັລລໍຫ໌ ດັງນັ້ນ ພວກເຈົ້າຢ່າໄດ້ວິງວອນຂໍຜູ້ໃດຄຽງຄູ່ກັບອັລລໍຫ໌)

[ຊູເຣາະຫ໌ ອັລ-ຈິນ : 18].

ປະການທີ່ສາມຄື: ຜູ້ທີ່ເຊື່ອຟັງຕໍ່ຜູ້ຣໍຊູລ ແລະ ໃຫ້ເອກະພາບຕໍ່ອັລລໍຫ໌, ບໍ່ເປັນທີ່ອະນຸຍາດໃຫ້ລາວຜູກມິດກັບຜູ້ທີ່ເປັນສັດຕູຕໍ່ອັລລໍຫ໌ ແລະ ສາດສະດາຂອງພຣະອົງ, ເຖິງແມ່ນວ່າຈະເປັນຍາດຕິພີ່ນ້ອງທີ່ໃກ້ຊິດທີ່ສຸດກໍ່ຕາມ.

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳກ່າວຂອງອັລລໍຫ໌:

﴿لَّا تَجِدُ قَوۡمٗا يُؤۡمِنُونَ بِٱللَّهِ وَٱلۡيَوۡمِ ٱلۡأٓخِرِ يُوَآدُّونَ مَنۡ حَآدَّ ٱللَّهَ وَرَسُولَهُۥ وَلَوۡ كَانُوٓاْ ءَابَآءَهُمۡ أَوۡ أَبۡنَآءَهُمۡ أَوۡ إِخۡوَٰنَهُمۡ أَوۡ عَشِيرَتَهُمۡۚ أُوْلَٰٓئِكَ كَتَبَ فِي قُلُوبِهِمُ ٱلۡإِيمَٰنَ وَأَيَّدَهُم بِرُوحٖ مِّنۡهُۖ وَيُدۡخِلُهُمۡ جَنَّٰتٖ تَجۡرِي مِن تَحۡتِهَا ٱلۡأَنۡهَٰرُ خَٰلِدِينَ فِيهَاۚ رَضِيَ ٱللَّهُ عَنۡهُمۡ وَرَضُواْ عَنۡهُۚ أُوْلَٰٓئِكَ حِزۡبُ ٱللَّهِۚ أَلَآ إِنَّ حِزۡبَ ٱللَّهِ هُمُ ٱلۡمُفۡلِحُونَ22﴾

(ເຈົ້າຈະບໍ່ພົບກຸ່ມຊົນໃດທີ່ສັດທາຕໍ່ອັລລໍຫ໌ ແລະ ວັນສຸດທ້າຍ ທີ່ຮັກໄຄ່ເປັນມິດກັບຜູ້ທີ່ເປັນສັດຕູຕໍ່ອັລລໍຫ໌ ແລະ ສາດສະດາທູດຂອງພຣະອົງ, ເຖິງແມ່ນວ່າພວກເຂົາຈະເປັນບັນພະບຸລຸດຂອງພວກເຂົາ ຫຼື ລູກ ໆ ຂອງພວກເຂົາ ຫຼື ອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ຍາດຕິພີ່ນ້ອງຂອງພວກເຂົາກໍ່ຕາມ. ຊົນເຫຼົ່ານັ້ນແຫຼະ ທີ່ພຣະອົງໄດ້ຊົງບັນທຶກການສັດທາໄວ້ໃນຫົວໃຈຂອງພວກເຂົາ ແລະ ພຣະອົງໄດ້ຊົງສະໜັບສະໜູນພວກເຂົາດ້ວຍພຣະວິນຍານຈາກພຣະອົງ ແລະ ພຣະອົງຈະຊົງໃຫ້ພວກເຂົາເຂົ້າໄປໃນສວນສະຫວັນທັ້ງຫຼາຍທີ່ມີແມ່ນ້າຫລາຍສາຍໄຫລຜ່ານຢູ່ເບື້ອງລຸ່ມ ໂດຍທີ່ພວກເຂົາຈະພຳນັກຢູ່ໃນນັ້ນຕະຫຼອດການ.

ອັລລໍຮ໌ຊົງພໍໃຈໃນພວກເຂົາ ແລະ ພວກເຂົາກໍ່ພໍໃຈໃນພຣະອົງດ້ວຍ. ຊົນເຫຼົ່ານັ້ນຄືພັກພວກຂອງອັລລໍຫ໌. ພຶງຊາບເຖີດວ່າ ແທ້ຈິງພັກພວກຂອງອັລລໍຫ໌ນັ້ນ ພວກເຂົາຄືຜູ້ທີ່ໄດ້ຮັບໄຊຊະນະ) [ສູເຣາະຫ໌ ອັລ-ມຸຈາດາລະຫ໌ : 22].

ຈົ່ງຊາບໄວ້ເຖີດວ່າ - ຂໍອັລລໍຫ໌ຊົງນຳພາທ່ານສູ່ການເຊື່ອຟັງພຣະອົງ - ແທ້ຈິງແລ້ວ ແນວທາງອັນ-ຮະນີຟີຍະຫ໌ - ສາສະໜາຂອງອິບຣໍຫີມ -

ຄືການທີ່ທ່ານຈະຕ້ອງເຄົາລົບພັກດີຕໍ່ອັລລໍຫ໌ພຽງອົງດຽວ ໂດຍຖະວາຍການເຄົາລົບຢ່າງບໍລິສຸດແດ່ພຣະອົງ, ແລະ ດ້ວຍຫຼັກການດັ່ງກ່າວນີ້ ອັລລໍຫ໌ໄດ້ຊົງມີພຣະບັນຊາຕໍ່ມວນມະນຸດທັງປວງ ແລະ ໄດ້ຊົງສ້າງພວກເຂົາມາເພື່ອການນີ້; ດັ່ງທີ່ພຣະອົງຜູ້ຊົງສູງສົ່ງໄດ້ກ່າວໄວ້ວ່າ:

﴿وَمَا خَلَقۡتُ ٱلۡجِنَّ وَٱلۡإِنسَ إِلَّا لِيَعۡبُدُونِ56﴾

(ແລະ ຂ້າບໍ່ໄດ້ສ້າງຈິນ ແລະ ມະນຸດ ມາເພື່ອຈຸດປະສົງອື່ນໃດ ເວັ້ນແຕ່ການກາບໄຫວ້ເຄົາລົບພັກດີຕໍ່ຂ້າ) [ຊູເຣາະຫ໌ ອັຊສາຣິຍາຕ : 56], ແລະ ຄວາມໝາຍຂອງຄຳວ່າ "ຍະອຼບຸດູນິ" ຄື: ການທີ່ພວກເຂົາໃຫ້ເອກະພາບຕໍ່ຂ້າ.

ແລະ ສິ່ງທີ່ຍິ່ງໃຫຍ່ທີ່ສຸດທີ່ອັລລໍຫ໌ໄດ້ສັ່ງຄື: ເຕົາຮີດ, ແລະ ມັນຄືການມອບການເຄົາລົບພັກດີບູຊາຕໍ່ພຣະອົງອັລລໍຫ໌ພຽງອົງດຽວ.

ແລະ ສິ່ງທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະອົງຊົງຫ້າມຄື: ການຕັ້ງພາຄີ, ເຊິ່ງຄືການຂໍພອນຈາກສິ່ງອື່ນຮ່ວມກັບພຣະອົງ.

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳກ່າວຂອງອັລລໍຫ໌ຜູ້ຊົງສູງສົ່ງ:

﴿وَٱعۡبُدُواْ ٱللَّهَ وَلَا تُشۡرِكُواْ بِهِۦ شَيۡـٔٗا...﴾

(ແລະ ຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ແລະ ຢ່າໄດ້ນຳສິ່ງໃດຂຶ້ນມາເປັນພາຄິຮ່ວມກັບພຣະອົງ...) [ສູເຣາະຫ໌ ນິຊາ: 36].

ສະນັ້ນ ຖ້າຫາກທ່ານຖືກຖາມວ່າ: ຫຼັກການພື້ນຖານສາມປະການທີ່ມະນຸດຈຳເປັນຕ້ອງຮູ້ມີຫຍັງແດ່?

ທ່ານຈົ່ງກ່າວວ່າ: ການຮູ້ຈັກຂອງບ່າວຕໍ່ພຣະເຈົ້າຂອງຕົນ, ສາດສະໜາຂອງຕົນ, ແລະ ນະບີຂອງຕົນ; ທ່ານມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ.

[ຫລັກການທີໜຶ່ງ]

ຫາກມີຄົນຖາມທ່ານວ່າ: ໃຜຄືພຣະເຈົ້າຂອງທ່ານ?

ຈົ່ງກ່າວເຖີດວ່າ: ພຣະເຈົ້າຂອງຂ້ອຍຄື ອັລລໍຫ໌ ຜູ້ຊົງປະທານຄວາມໂປດປານແກ່ຂ້ອຍ ແລະ ສັບພະສິ່ງທັ້ງປວງ, ພຣະອົງຄືພຣະເຈົ້າທີ່ຂ້ອຍບູຊາ ແລະ ຂ້ອຍບໍ່ບູຊາຜູ້ໃດນອກຈາກພຣະອົງ.

ແລະ ຫຼັກຖານກໍຄື ດັງທີ່ມີພຣະດຳລັດວ່າ:

﴿ٱلۡحَمۡدُ لِلَّهِ رَبِّ ٱلۡعَٰلَمِينَ2﴾

2. (ການສັນລະເສິນທັ້ງໝົດທັ້ງມວນ ເປັນສິດທິຂອງອັລລໍຫ໌ ພຣະເຈົ້າແຫ່ງຈັກກະວານໂລກ) [ສຸເຣາະຫ໌ ອັລ-ຟາຕີຮະຫ໌ : 2]. ແລະ ທຸກສັບພະສິ່ງທີ່ຢູ່ນອກຈາກອັລລໍຮ໌ນັ້ນຄືສິ່ງຖືກສ້າງ, ແລະ ຂ້ອຍກໍເປັນຜູ້ໜຶ່ງໃນສິ່ງຖືກສ້າງນັ້ນດ້ວຍ.

ແລະ ຫາກມີຄົນກ່າວຖາມເຈົ້າວ່າ: ເຈົ້າຮູ້ຈັກພຣະຜູ້ອະພິບານຂອງເຈົ້າ ດ້ວຍສິ່ງໃດ?

ຈົ່ງກ່າວວ່າ: ດ້ວຍບັນດາສັນຍານຂອງພຣະອົງ ແລະ ບັນດາສິ່ງທີ່ພຣະອົງຊົງສ້າງ.

ແລະຈາກບັນດາສັນຍານຂອງພຣະອົງຄື: ການຄືນ, ແລະກາງເວັນ, ແລະດວງຕາເວັນ, ແລະດວງເດືອນ.

ແລະ ສ່ວນຫນຶ່ງຈາກການສ້າງຂອງພຣະອົງຄື: ຊັ້ນຟ້າທັ້ງເຈັດ ແລະ ສິ່ງທີ່ຢູ່ໃນນັ້ນ, ແລະແຜ່ນດິນທັ້ງເຈັດ ແລະ ສິ່ງທີ່ຢູ່ໃນນັ້ນ, ແລະ ສິ່ງທີ່ຢູ່ລະຫວ່າງທັ້ງສອງ.

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿وَمِنۡ ءَايَٰتِهِ ٱلَّيۡلُ وَٱلنَّهَارُ وَٱلشَّمۡسُ وَٱلۡقَمَرُۚ لَا تَسۡجُدُواْ لِلشَّمۡسِ وَلَا لِلۡقَمَرِ وَٱسۡجُدُواْۤ لِلَّهِۤ ٱلَّذِي خَلَقَهُنَّ إِن كُنتُمۡ إِيَّاهُ تَعۡبُدُونَ37﴾

(ແລະ ສ່ວນໜຶ່ງຈາກສັນຍານທັງຫຼາຍຂອງພຣະອົງ ຄື ກາງຄືນ ແລະ ກາງເວັນ ແລະ ດວງຕາເວັນ ແລະ ດວງເດືອນ, ພວກເຈົ້າຈົ່ງຢ່າສຸຢູດຕໍ່ດວງຕາເວັນ ແລະ ຢ່າສຸຢູດຕໍ່ດວງເດືອນ ແລະ ຈົ່ງສຸຢູດຕໍ່ອັລລໍຫ໌ ຜູ້ຊົງສ້າງພວກມັນ ຫາກພວກເຈົ້າເຄົາລົບພັກດີຕໍ່ພຣະອົງແຕ່ພຽງຜູ້ດຽວ)

[ສູເຣາະຫ໌ ຟຸສຊີລັດ : 37].

ແລະ ຄຳກ່າວຂອງພຣະອົງອັລລໍຫ໌:

﴿إِنَّ رَبَّكُمُ ٱللَّهُ ٱلَّذِي خَلَقَ ٱلسَّمَٰوَٰتِ وَٱلۡأَرۡضَ فِي سِتَّةِ أَيَّامٖ ثُمَّ ٱسۡتَوَىٰ عَلَى ٱلۡعَرۡشِۖ يُغۡشِي ٱلَّيۡلَ ٱلنَّهَارَ يَطۡلُبُهُۥ حَثِيثٗا وَٱلشَّمۡسَ وَٱلۡقَمَرَ وَٱلنُّجُومَ مُسَخَّرَٰتِۭ بِأَمۡرِهِۦٓۗ أَلَا لَهُ ٱلۡخَلۡقُ وَٱلۡأَمۡرُۗ تَبَارَكَ ٱللَّهُ رَبُّ ٱلۡعَٰلَمِينَ54﴾

(ແທ້ຈິງພຣະເຈົ້າຂອງພວກເຈົ້ານັ້ນ ຄື ອັລລໍຫ໌ ຜູ້ຊົງສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນ ພາຍໃນຫົກມື້ ແລະ ສະຖິດຢູ່ເທິງບັນລັງ ພຣະອົງຊົງໃຫ້ກາງຄືນຄອງຄຸມກາງເວັນໃນສະພາບທີ່ກາງຄືນໄລ່ຕາມກາງເວັນຢ່າງວ່ອງໄວ ແລະ ພຣະອົງໄດ້ສ້າງດວງອາທິດ ແລະ ດວງຈັນ ແລະ ບັນດາດວງດາວຂຶ້ນຖືກກຳໜົດໃຫ້ເຮັດໜ້າທີ່ບໍລິການ ຕາມພຣະບັນຊາຂອງພຣະອົງ ຈົ່ງຮັບຮູ້ວ່າ ການສ້າງ ແລະ ກິດຈະການທັ່ງຫຼາຍເປັນສິດທິຂອງພຣະອົງເທົ່ານັ້ນ ມະຫາບໍລິສຸດແດ່ອັລລໍຫ໌ ຜູ້ເປັນພຣະເຈົ້າແຫ່ງສາກົນລະໂລກ) [ສູເຣາະຫ໌ ອັລ-ອະຣໍຟ : 54].

ແລະ ພຣະເຈົ້າເປັນຜູ້ທີ່ຖືກເຄົາລົບສັກກະລະ; ແລະຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳດຳລັດຂອງພຣະອັລລໍຫ໌:

﴿يَٰٓأَيُّهَا ٱلنَّاسُ ٱعۡبُدُواْ رَبَّكُمُ ٱلَّذِي خَلَقَكُمۡ وَٱلَّذِينَ مِن قَبۡلِكُمۡ لَعَلَّكُمۡ تَتَّقُونَ21 ٱلَّذِي جَعَلَ لَكُمُ ٱلۡأَرۡضَ فِرَٰشٗا وَٱلسَّمَآءَ بِنَآءٗ وَأَنزَلَ مِنَ ٱلسَّمَآءِ مَآءٗ فَأَخۡرَجَ بِهِۦ مِنَ ٱلثَّمَرَٰتِ رِزۡقٗا لَّكُمۡۖ فَلَا تَجۡعَلُواْ لِلَّهِ أَندَادٗا وَأَنتُمۡ تَعۡلَمُونَ22﴾

(ມະນຸດເອີຍ ຈົ່ງເຄົາລົບອີບາດະຫ໌ ພຣະຜູ້ເປັນເຈົ້າຂອງພວກເຈົ້າ ຜູ້ຊົງສ້າງພວກເຈົ້າ ແລະ ບັນດາຜູ້ທີ່ມາກ່ອນພວກເຈົ້າເຖິດ ເພື່ອວ່າພວກເຈົ້າຈະຍຳເກຼງ (ຢ້ານຕໍ່ອັລລໍຫ໌) 21)

(ຄືຜູ້ຊົງໃຫ້ແຜ່ນດິນເປັນບ່ອນນອນ ແລະ ຟາກຟ້າເປັນອາຄານແກ່ພວກເຈົ້າ ແລະ ຊົງໃຫ້ນ້ຳຫລັ່ງລົງມາຈາກຟາກຟ້າ ແລະ ໄດ້ຊົງໃຫ້ບັນດາໝາກໄມ້ເງີຍອອກມາ ເນື່ອງດ້ວຍນໍ້ານັ້ນ ທັ້ງນີ້ເພື່ອເປັນປັດໃຈຍັງຊີບແກ່ພວກເຈົ້າ ດັງນັ້ນພວກເຈົ້າຈົງຢ່າໃຫ້ມີຜູ້ເທົ່າທຽມໃດໆຂື້ນຕໍ່ອັລລໍຫ໌ ໂດຍທີ່ພວກເຈົ້າກໍຮູ້ຢູ່ 22) [ອັລ-ບະກໍເຣາະຫ໌ 22-21].

ທ່ານ ອິບນຸ ກະສີຣ ຂໍອັລລໍຫ໌ເມດຕາຕໍ່ທ່ານ ໄດ້ກ່າວວ່າ: "ພຣະຜູ້ຊົງສ້າງສິ່ງເຫຼົ່ານີ້ ຄືຜູ້ທີ່ຄູ່ຄວນໄດ້ຮັບການນະມັດສະການ".

ແລະ ປະເພດຕ່າງໆ ຂອງການອິບາດະຫ໌ທີ່ອັລລໍຫ໌ໄດ້ຊົງບັນຊາໄວ້ນັ້ນ: - ເຊັ່ນ: ຫຼັກການອິດສະລາມ, ຫຼັກອີມານ ແລະ ຫຼັກອິຫ໌ຊານ; ແລະ ສ່ວນຫນຶ່ງຈາກການອິບາດະຫ໌ນັ້ນກໍຄື: ການຂໍວິງວອນ, ຄວາມຢ້ານກົວ, ຄວາມຫວັງ, ການມອບຫມາຍ, ຄວາມປາດຖະຫນາ, ຄວາມຢຳເກງ, ຄວາມນອບນ້ອມ, ຄວາມເກງຂາມ, ການກັບເນື້ອກັບຕົວ, ການຂໍຄວາມຊ່ວຍເຫຼືອ, ການຂໍຄວາມຄຸ້ມຄອງ, ການຂໍຄວາມຊ່ວຍເຫລືອ, ການເຊືອດສັດ, ການບົນບານ, ແລະ ອື່ນໆ ຈາກປະເພດຕ່າງໆ ຂອງການອິບາດະຫ໌ທີ່ອັລລໍຫ໌ໄດ້ຊົງບັນຊາໄວ້ - ທັງຫມົດນີ້ແມ່ນເພື່ອອັລລໍຫ໌ເທົ່ານັ້ນ; ແລະ ຫຼັກຖານກໍຄື ພຣະດຳລັດຂອງອັລລໍຫ໌ທີ່ວ່າ:

﴿وَأَنَّ ٱلۡمَسَٰجِدَ لِلَّهِ فَلَا تَدۡعُواْ مَعَ ٱللَّهِ أَحَدٗا18﴾

(ແລະ ວ່າເເທ້ຈິງບັນດາມັສຍິດນັ້ນເປັນຂອງອັລລໍຫ໌ ດັງນັ້ນ ພວກເຈົ້າຢ່າໄດ້ວິງວອນຂໍຜູ້ໃດຄຽງຄູ່ກັບອັລລໍຫ໌)

[ຊູເຣາະຫ໌ ອັລ-ຈິນ : 18].

ສະນັ້ນ ຜູ້ໃດທີ່ອຸທິດສິ່ງໜຶ່ງສິ່ງໃດໃຫ້ແກ່ສິ່ງອື່ນນອກຈາກອັລລໍຫ໌; ເຂົາຜູ້ນັ້ນຄືຜູ້ຕັ້ງພາຄີ ແລະ ຜູ້ປະຕິເສດສັດທາ; ແລະ ຫຼັກຖານກໍຄືດັ່ງທີ່ອັລລໍຫ໌ໄດ້ກ່າວວ່າ:

﴿وَمَن يَدۡعُ مَعَ ٱللَّهِ إِلَٰهًا ءَاخَرَ لَا بُرۡهَٰنَ لَهُۥ بِهِۦ فَإِنَّمَا حِسَابُهُۥ عِندَ رَبِّهِۦٓۚ إِنَّهُۥ لَا يُفۡلِحُ ٱلۡكَٰفِرُونَ117﴾

ຄວາມວ່າ: (ແລະ ຜູ້ໃດທີ່ວິງວອນຂໍຕໍ່ພະເຈົ້າອື່ນໃດຮ່ວມກັບອັລລໍຫ໌ ໂດຍທີ່ບໍ່ມີຫຼັກຖານໃດໆ ມາຢັ້ງຢືນສຳລັບເຂົາໃນເລື່ອງນັ້ນ, ແທ້ຈິງການຊຳລະບັນຊີຂອງເຂົາແມ່ນຢູ່ທີ່ພະຜູ້ເປັນເຈົ້າຂອງພວກເຂົາ ແທ້ຈິງບັນດາຜູ້ປະຕິເສດສັດທານັ້ນຈະບໍ່ໄດ້ຮັບໄຊຊະນະ ) [ຊູເຣາະ ອັລ-ມູມີນູນ :117].

ແລະ ໃນຫະດິຊ:

"الدُّعَاءُ مُخُّ العِبَادَةِ".

«ການດຸອາ ແມ່ນ ແກ່ນແທ້ຂອງການອີບາດະຫ໌»

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿وَقَالَ رَبُّكُمُ ٱدۡعُونِيٓ أَسۡتَجِبۡ لَكُمۡۚ إِنَّ ٱلَّذِينَ يَسۡتَكۡبِرُونَ عَنۡ عِبَادَتِي سَيَدۡخُلُونَ جَهَنَّمَ دَاخِرِينَ60﴾

(ແລະ ພຣະເຈົ້າຂອງພວກເຈົ້າຕຣັດວ່າ ຈົ່ງວິງວອນຂໍຕໍ່ຂ້າ ຂ້າກໍ່ຈະຕອບຮັບແກ່ພວກເຈົ້າ ສ່ວນບັນດາຜູ້ໂອຫັງຕໍ່ການເຄົາລົບພັກດີແກ່ຂ້ານັ້ນ ຈະເຂົ້າໄປຢູ່ໃນນະລົກຢ່າງຕ່ຳຕ້ອຍ )

[ສູເຣາະຫ໌ ອັລ-ກໍຟິຣ: 60].

ແລະ ຫຼັກຖານໃນເລື່ອງຄວາມຍຳເກຣງຢ້ານກົວກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿...فَلَا تَخَافُوهُمۡ وَخَافُونِ إِن كُنتُم مُّؤۡمِنِينَ﴾

(...ດັ່ງນັ້ນ ພວກເຈົ້າຢ່າໄດ້ຢ້ານກົວພວກເຂົາ ແຕ່ຈົ່ງຢ້ານກົວຂ້າເຖິດ ຫາກພວກເຈົ້າເປັນຜູ້ສັດທາ) [ສູເຣາະຫ໌ ອະລາອີມຣອນ: 175]

ແລະ ຫຼັກຖານຂອງຄວາມຫວັງກໍ່ຄື: ຄຳກ່າວຂອງອັລລໍຫ໌:

﴿...فَمَن كَانَ يَرۡجُواْ لِقَآءَ رَبِّهِۦ فَلۡيَعۡمَلۡ عَمَلٗا صَٰلِحٗا وَلَا يُشۡرِكۡ بِعِبَادَةِ رَبِّهِۦٓ أَحَدَۢا﴾

(...ດັ່ງນັ້ນ ຜູ້ໃດທີ່ຫວັງຈະພົບພຣະເຈົ້າຂອງເຂົາ ກໍ່ຈົ່ງປະຕິບັດການງານທີ່ດີງາມ ແລະ ຢ່າຕັ້ງຜູ້ໃດມາເປັນພາຄີໃນການເຄົາລົບພັກດີຕໍ່ພຣະເຈົ້າຂອງເຂົາ) [ສູເຣາະຫ໌ ອັລກະຟີ :110].

ແລະຫຼັກຖານຂອງການຕາວັກກຸລ ກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿...وَعَلَى ٱللَّهِ فَتَوَكَّلُوٓاْ إِن كُنتُم مُّؤۡمِنِينَ﴾

(...ແລະ ແດ່ອັລລໍຫ໌ພວກເຈົ້າຈົ່ງມອບໝາຍເຖິດ ຫາກພວກທ່ານເປັນຜູ້ສັດທາ) [ຊູເຣາະຫ໌ ອັລ-ມາອິດະຫ໌ : 23]. ແລະ ດຳລັດຂອງພຣະອົງທີ່ວ່າ :

﴿...وَمَن يَتَوَكَّلۡ عَلَى ٱللَّهِ فَهُوَ حَسۡبُهُ...﴾

(...ແລະຜູ້ໃດມອບໝາຍຕໍ່ອັລລໍຫ໌ ພຣະອົງກໍ່ຈະຊົງພໍພຽງສຳຫຼັບເຂົາ...) [ສູເຣາະຫ໌ ອັດຕໍລາກ :3]

ແລະ ຫຼັກຖານຂອງຄວາມຫວັງ, ຄວາມຢ້ານກົວ ແລະ ການນອບນ້ອມຄື: ຄຳດຳລັດຂອງອັລລໍຫ໌:

﴿...إِنَّهُمۡ كَانُواْ يُسَٰرِعُونَ فِي ٱلۡخَيۡرَٰتِ وَيَدۡعُونَنَا رَغَبٗا وَرَهَبٗاۖ وَكَانُواْ لَنَا خَٰشِعِينَ﴾

(ແທ້ຈິງພວກເຂົາເຄີຍຮີບຮ້ອນໃນການເຮັດຄວາມດີທັງຫລາຍ ແລະ ພວກເຂົາໄດ້ວິງວອນຕໍ່ເຮົາດ້ວຍຄວາມຫວັງ ແລະ ຄວາມຢ້ານກົວ ແລະ ພວກເຂົາເຄີຍເປັນຜູ້ນອບນ້ອມຖ່ອມຕົນຕໍ່ເຮົາ) [ສູເຣາະຫ໌ ອັລ-ອຳບິຍາ : 90]

ແລະ ຫຼັກຖານຂອງຄວາມຢຳເກຼງກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿...فَلَا تَخۡشَوۡهُمۡ وَٱخۡشَوۡنِ...﴾

(...ດັງນັ້ນ ພວກເຈົ້າຢ່າໄດ້ຢ້ານຕໍ່ພວກເຂົາ ແລະຈົ່ງຍຳເກຣງຢ້ານຂ້າເຖີດ...) [ສູເຣາະຫ໌ ອັລ-ມາອີດະຫ໌ : 3 ]

ແລະ ຫຼັກຖານຂອງການກັບເນື້ອກັບຕົວກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿وَأَنِيبُوٓاْ إِلَىٰ رَبِّكُمۡ وَأَسۡلِمُواْ لَهُ...﴾

(ແລະ ພວກເຈົ້າຈົ່ງຫວນກັບໄປຫາພຣະເຈົ້າຂອງພວກເຈົ້າ ແລະ ຈົ່ງຍອມຈຳນົນຕໍ່ພຣະອົງເຖິດ....)

[ສູເຣາະຫ໌ ອັຊ-ຊຸມັຣ : 54]

ແລະ ຫຼັກຖານຂອງການຂໍຄວາມຊ່ວຍເຫຼືອກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿إِيَّاكَ نَعۡبُدُ وَإِيَّاكَ نَسۡتَعِينُ5﴾

(ພຽງພຣະອົງເທົ່ານັ້ນທີ່ເຮົາສັກກາລະພັກດີ, ແລະ ພຽງພຣະອົງເທົ່ານັ້ນທີ່ເຮົາຂໍຄວາມຊ່ວຍເຫລືອ) [ສຸເຣາະຫ໌ ອັລ-ຟາຕີຮະຫ໌ : 5], ແລະ ໃນຫະດິຊ:

"إِذَا اسْتَعَنْتَ فَاسْتَعِنْ بِاللَّهِ".

"ຫາກເຈົ້າຂໍຄວາມຊ່ວຍເຫຼືອ, ກໍ່ເຈົ້າຈົ່ງຂໍຄວາມຊ່ວຍເຫຼືອຈາກອັລລໍຫ໌".

ແລະ ຫຼັກຖານຂອງການຂໍຄວາມຄຸ້ມຄອງກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿قُلۡ أَعُوذُ بِرَبِّ ٱلۡفَلَقِ1﴾

ຄວາມໝາຍ: (ຈົ່ງກ່າວເຖິດມຸຮຳມັດ ຂ້ານ້ອຍຂໍຄວາມຄຸ້ມຄອງຕໍ່ພຣະເຈົ້າແຫ່ງຮຸ່ງອາລຸນ) [ ສຸເຣາະຫ໌ ອັລ-ຟະລັກ :1] ແລະ

﴿قُلۡ أَعُوذُ بِرَبِّ ٱلنَّاسِ1﴾

ຄວາມໝາຍ : (ຈົ່ງກ່າວເຖີດມຸຮຳມັດ ຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະເຈົ້າແຫ່ງມະນຸດຊາດ). [ສຸເຣາະຫ໌ ອັນ-ນາສ : 1]

ແລະ ຫຼັກຖານຂອງການວິງວອນຂໍຄວາມຊ່ວຍເຫຼືອກໍ່ຄື ຄຳດຳລັດຂອງອັລລໍຫ໌:

﴿إِذۡ تَسۡتَغِيثُونَ رَبَّكُمۡ فَٱسۡتَجَابَ لَكُمۡ...﴾

(ຈົງລຳລຶກໃນຂະນະທີ່ພວກເຈົ້າຂໍຄວາມຊ່ວຍເຫລືອຍາມຄັບຂັນຕໍ່ພຣະເຈົ້າຂອງເຈົ້າ ແລະພຣະອົງທ່ານກໍ່ໄດ້ຕອບສະຫນອງແກ່ພວກເຈົ້າ....) [ຊູເຣາະຫ໌ ອັນຟາລ: 9].

ແລະ ຫຼັກຖານຂອງການເຊືອດກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿قُلۡ إِنَّ صَلَاتِي وَنُسُكِي وَمَحۡيَايَ وَمَمَاتِي لِلَّهِ رَبِّ ٱلۡعَٰلَمِينَ162 لَا شَرِيكَ لَهُ...﴾

(ຈົ່ງກ່າວເຖີດວ່າ: ແທ້ຈິງ ການລະຫມາດຂອງຂ້ານ້ອຍ, ການເຊື່ອດສັດຂອງຂ້ານ້ອຍ, ການມີຊີວິດຂອງຂ້ານ້ອຍ, ແລະ ການຕາຍຂອງຂ້ານ້ອຍນັ້ນ ແມ່ນເປັນໄປເພື່ອອັລລໍຫ໌ ພຣະເຈົ້າແຫ່ງຈັກກະວານໂລກ)

ບໍ່ມີສິ່ງໃດເປັນພາຄີກັບພຣະອົງ...) [ສູເຣາະຫ໌ ອັນ-ອາມ : 162-163], ແລະ ຈາກສຸນນະຫ໌:

"لَعَنَ اللَّهُ مَنْ ذَبَحَ لِغَيْرِ اللَّهِ".

"ອັລລໍຫ໌ຊົງສາບແຊ່ງຜູ້ໃດທີ່ເຊືອດສັດເພື່ອສິ່ງອື່ນນອກຈາກອັລລໍຫ໌".

ແລະ ຫຼັກຖານຂອງການບົນບານກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿يُوفُونَ بِٱلنَّذۡرِ وَيَخَافُونَ يَوۡمٗا كَانَ شَرُّهُۥ مُسۡتَطِيرٗا7﴾

(ພວກເຂົາປະຕິບັດຕາມຄຳບົນບານ ແລະ ພວກເຂົາຍຳເກຣງມື້ຫນຶ່ງ ເຊິ່ງຄວາມຊົ່ວຮ້າຍຂອງມັນຈະແຜ່ລາມໄປທົ່ວ)

[ສຸເຣາະຫ໌ ອັລ-ອິນສານ : 7].

[ຫຼັກການທີ່ສອງ]

ການຮູ້ຈັກສາສະໜາອິສລາມພ້ອມດ້ວຍຫຼັກຖານ, ຄື: ການຍອມຈຳນົນຕໍ່ອັລລໍຫ໌ພຽງໜຶ່ງດຽວ, ການນໍາຕົວເອງໄປສູ່ການເຊື່ອຟັງພັກດີ ແລະ ປະຕິບັດຕາມຄໍາສັ່ງຂອງພຣະອົງ, ແລະ ການອອກຫາງຈາກການຕັ້ງພາຄີ (ຊິຣິກ) ແລະ ຜູ້ທີ່ຕັ້ງພາຄີ.

ເຊິ່ງປະກອບດ້ວຍສາມລຳດັບຂັ້ນ: ອັລ-ອິສລາມ, ອັລ-ອີມານ, ແລະ ອັລ-ອິຫ໌ຊານ.

ແລະ ແຕ່ລະ ລະດັບກໍມີຫຼັກການຂອງມັນ.

ຫຼັກການອິສລາມມີຫ້າປະການຄື: ການປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌, ການດຳລົງໄວ້ເຊິ່ງການລະຫມາດ, ການຈ່າຍຊະກາດ, ການຖືສິນອົດໃນເດືອນຣໍມະດອນ, ແລະ ການປະກອບພິທິຮັຈຫ໌ ນະ ບ້ານອັນສັກສິດຂອງອັລລໍຫ໌.

ຫຼັກຖານຂອງຄຳປະຕິຍານກໍ່ຄື: ຄຳດຳລັດຂອງອັລລໍຫ໌:

﴿شَهِدَ ٱللَّهُ أَنَّهُۥ لَآ إِلَٰهَ إِلَّا هُوَ وَٱلۡمَلَٰٓئِكَةُ وَأُوْلُواْ ٱلۡعِلۡمِ قَآئِمَۢا بِٱلۡقِسۡطِۚ لَآ إِلَٰهَ إِلَّا هُوَ ٱلۡعَزِيزُ ٱلۡحَكِيمُ18﴾

(ອັລລໍຫ໌ຊົງຢືນຍັນວ່າ ແທ້ຈິງບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກພຣະອົງເທົ່ານັ້ນ ແລະ ເທວະທູດ ມາລາອີກະຮ໌ ແລະ ບັນດາຜູ້ມີຄວາມຮູ້ໃນຖານະດຳລົງໄວເຊິ່ງຄວາມຍຸດຕິທຳນັ້ນ ກໍ່ຢືນຍັ້ນວ່າບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກອັລລໍຫ໌ຜູ້ຊົງເດສານຸພາບ ຜູ້ປຣີຊາຍານ)

[ຊູເຣາະຫ໌ ອັລ-ອາລາອິມຣອນ :18].

ແລະ ມີຄວາມໝາຍກໍ່ຄື: ບໍ່ມີການເຄົາລົບພັກດີທີ່ແທ້ຈິງນອກຈາກອັລລໍຫ໌.

"ລາອິລາຮະ" ຄືການປະຕິເສດທຸກສັບພະສິ່ງທີ່ຖືກເຄົາລົບສັກກາລະອື່ນຈາກອັລລໍຫ໌.

“ອິລລັລລໍຫ໌” ຄືການຢັ້ງຢືນການເຄົາລົບພັກດີໃຫ້ແດ່ອັລລໍຫ໌ພຽງພຣະອົງດຽວ.

ບໍ່ມີຜູ້ໃດເປັນພາຄີຫຸ້ນສ່ວນກັບພຣະອົງໃນການເຄົາລົບພັກດີກາບໄຫວ້, ເຊັ່ນດຽວກັບທີ່ບໍ່ມີຜູ້ໃດເປັນພາຄິຮ່ວມກັບພຣະອົງໃນອຳນາດການປົກຄອງຂອງພຣະອົງເລີຍ.

ແລະ ອັດທະທິບາຍຄວາມໝາຍທີ່ຊີ້ແຈງເຖິງເລື່ອງດັ່ງກ່າວນັ້ນ ແມ່ນດຳລັດຂອງພຣະອົງທີ່ວ່າ:

﴿وَإِذۡ قَالَ إِبۡرَٰهِيمُ لِأَبِيهِ وَقَوۡمِهِۦٓ إِنَّنِي بَرَآءٞ مِّمَّا تَعۡبُدُونَ26 إِلَّا ٱلَّذِي فَطَرَنِي..﴾

(ແລະເມື່ອ ອີບຣໍຮີມ ໄດ້ກ່າວແກ່ບິດາຂອງລາວ ແລະ ປະຊາຊົນຂອງລາວວ່າ: ແທ້ຈິງຂ້ອຍຂໍປີກຕົວອອກຫ່າງຈາກສິ່ງທີ່ພວກເຈົ້າເຄົາລົບບູຊາ )

(ເວັ້ນແຕ່ພຣະຜູ້ສ້າງຂ້ອຍ...) [ຊູເຣາະຫ໌ ອັລຊຸຄຣຸຟ : 26-27], ແລະ ຄຳດຳລັດຂອງພຣະອົງທີ່ວ່າ:

﴿قُلۡ يَٰٓأَهۡلَ ٱلۡكِتَٰبِ تَعَالَوۡاْ إِلَىٰ كَلِمَةٖ سَوَآءِۭ بَيۡنَنَا وَبَيۡنَكُمۡ أَلَّا نَعۡبُدَ إِلَّا ٱللَّهَ وَلَا نُشۡرِكَ بِهِۦ شَيۡـٔٗا وَلَا يَتَّخِذَ بَعۡضُنَا بَعۡضًا أَرۡبَابٗا مِّن دُونِ ٱللَّهِۚ فَإِن تَوَلَّوۡاْ فَقُولُواْ ٱشۡهَدُواْ بِأَنَّا مُسۡلِمُونَ64﴾

(ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ: ໂອ້ຊາວຄຳພີ (ຊາວຄຣິດສະຕຽນ ແລະ ຢິວ) ຈົ່ງມາສູ່ຄຳສອນທີ່ເທົ່າທຽມກັນລະຫວ່າງເຮົາ ແລະ ທ່ານ, ວ່າເຮົາຈະບໍ່ກາບໄຫວ້ບູຊາສິ່ງໃດນອກຈາກອັລລໍຫ໌ ແລະ ເຮົາຈະບໍ່ເຄົາລົບບູຊາສິ່ງອື່ນທຽບຄຽງພຣະອົງ ແລະ ເຮົາຈະບໍ່ແຕ່ງຕັ້ງໃຜເປັນຜູ້ສັກສິດອື່ນນອກຈາກອັລລໍຫ໌. ຖ້າຫາກພວກເຂົາຍັງບໍ່ສົນໃຈກໍ່ຈົ່ງກ່າວວ່າ: “ເປັນພະຍານໃຫ້ເຮົານຳວ່າເຮົານັ້ນເປັນມຸສລິມ”). [ສູເຣາະຫ໌ ອະລາອີມຣອນ : 64].

ແລະ ຫຼັກຖານຂອງການປະຕິຍານຕົນວ່າ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌ ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿لَقَدۡ جَآءَكُمۡ رَسُولٞ مِّنۡ أَنفُسِكُمۡ عَزِيزٌ عَلَيۡهِ مَا عَنِتُّمۡ حَرِيصٌ عَلَيۡكُم بِٱلۡمُؤۡمِنِينَ رَءُوفٞ رَّحِيمٞ128﴾

(ແທ້ຈິງ ໄດ້ມີຣໍຊູລທ່ານຫນື່ງຈາກພວກທ່ານເອງ ໄດ້ມາຫາພວກທ່ານແລ້ວ, ເປັນທີ່ລຳບາກໃຈແກ່ເຂົາໃນສິ່ງທີ່ພວກທ່ານໄດ້ຮັບຄວາມທຸກຍາກ ເປັນຜູ້ຫ່ວງໃຍໃນພວກທ່ານ ເປັນຜູ້ເມດຕາ ຜູ້ກະລຸໜາສົງສານ ຕໍ່ບັນດາຜູ້ສັດທາ)

[ອັດ ເຕົາບັດ:128].

ຄວາມໝາຍຂອງການປະຕິຍານຕົນວ່າ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌ ຄື: ການປະຕິບັດຕາມໃນສິ່ງທີ່ທ່ານສັ່ງໃຊ້, ເຊື່ອໃນສິ່ງທີ່ທ່ານນຳມາບອກ, ອອກຫ່າງຈາກສິ່ງທີ່ທ່ານສັ່ງຫ້າມ, ແລະ ບໍ່ມີການອີບາດະຫ໌ເຄົາລົບສັກກາລະຕໍ່ອັລລໍຫ໌ ນອກຈາກສິ່ງທີ່ທ່ານບັນຍັດໄວ້ເທົ່ານັ້ນ.

ແລະຫຼັກຖານຢັ້ງຢືນໃນເລື່ອງການລະຫມາດ, ການຈ່າຍຊະກາດ ແລະ ການອະທິບາຍຫຼັກເຕົົາຮີດນັ້ນ ຄືຄຳກ່າວຂອງອັລລໍຫ໌ທີ່ວ່າ:

﴿وَمَآ أُمِرُوٓاْ إِلَّا لِيَعۡبُدُواْ ٱللَّهَ مُخۡلِصِينَ لَهُ ٱلدِّينَ حُنَفَآءَ وَيُقِيمُواْ ٱلصَّلَوٰةَ وَيُؤۡتُواْ ٱلزَّكَوٰةَۚ وَذَٰلِكَ دِينُ ٱلۡقَيِّمَةِ5﴾

(ເເລະ ພວກເຂົາບໍ່ໄດ້ຖືກບັນຊາໃຫ້ກະທຳອື່ນໃດ ນອກຈາກເພື່ອເຄົາລົບພັກດີຕໍ່ອັລລໍຫ໌ ເປັນຜູ້ມີເຈດຕະນາບໍລິສຸດໃນການພັກດີຕໍ່ພຣະອົງ ເປັນຜູ້ຢູ່ໃນເເນວທາງທີ່ທ່ຽງກົງ ເເລະດຳລົງການລະຫມາດ ແລະ ຈ່າຍຊະກາດ ເເລະ ນັ້ນຄື່ສາສະໜາອັນທ່ຽງທຳ) [ສູເຣາະຫ໌ ອັລອຳບິຍາ : 5].

ແລະ ຫຼັກຖານຂອງການຖືສິນອົດກໍ່ຄື: ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿يَٰٓأَيُّهَا ٱلَّذِينَ ءَامَنُواْ كُتِبَ عَلَيۡكُمُ ٱلصِّيَامُ كَمَا كُتِبَ عَلَى ٱلَّذِينَ مِن قَبۡلِكُمۡ لَعَلَّكُمۡ تَتَّقُونَ183﴾

(ໂອ້ບັນຜູ້ທີ່ສັດທາທັ້ງຫລາຍ ການຖືສິນອົດໄດ້ຖືກກຳຫນົດໄວ້ແກ່ພວກເຈົ້າແລ້ວ ດັ່ງເຊັ່ນ ທີ່ໄດ້ຖືກກຳຫນົດໄວ້ ກ່ອນຫນ້າພວກເຈົ້າ ເພື່ອຫວັງວ່າພວກເຈົ້າຈະມີຄວາມຍຳເກຣງ ຍ້ານກົວ ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 183].

ແລະ ຫຼັກຖານຂອງການເຮັດຮັຈຄື: ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿...وَلِلَّهِ عَلَى ٱلنَّاسِ حِجُّ ٱلۡبَيۡتِ مَنِ ٱسۡتَطَاعَ إِلَيۡهِ سَبِيلٗاۚ وَمَن كَفَرَ فَإِنَّ ٱللَّهَ غَنِيٌّ عَنِ ٱلۡعَٰلَمِينَ﴾

(ແລະ ສິດທິຂອງອັລລໍຫ໌ທີ່ມີແກ່ມະນຸດນັ້ນ ຄືການມຸ່ງສູ່ບ້ານຫຼັງນັ້ນ (ໝາຍເຖິງກະບະຫ໌ ໄບຕຸລລໍຫ໌ເພື່ອປະກອບພິທີຫັຈ ແລະ ອຸມເຣາະຫ໌) ອັນໄດ້ແກ່ ຜູ້ທີ່ມີຄວາມສາມາດຫາທາງໄປຍັງບ້ານຫຼັງນັ້ນໄດ້ ແລະ ຜູ້ໃດປະຕິເສດ (ບໍ່ໄປປະກອບພິທີຫັຈ) ແທ້ຈິງ ອັລລໍຫ໌ບໍ່ຊົງເພິ່ງພາປະຊາຊາດທັ້ງຫຼາຍ) [ສຸເຣາະຫ໌ ອະລາອິມຣອນ : 97].

ລຳດັບຂັ້ນທີ່ສອງ: ອັລ-ອີມານ; ເຊິ່ງມັນຄື: ຄວາມເຊື່ອສັດທາທີ່ແບ່ງອອກເປັນ ເຈັດສິບກວ່າຂະແໜ່ງ, ສິ່ງທີ່ປະເສີດທີ່ສຸດຂອງມັນຄືການກ່າວ: ລາອີລາຮະ ອິລລັລລໍຫ໌, ແລະ ສິ່ງທີ່ຕ່ຳທີ່ສຸດຂອງມັນຄືການຂະຈັດອັນຕະລາຍອອກຈາກຖະໜົນຫົນທາງ, ແລະ ຄວາມລະອາຍໃຈນັ້ນ ເປັນສ່ວນໜຶ່ງຂອງຄວາມສັດທາ.

ແລະ ຫຼັກການຂອງມັນມີ 6 ປະການຄື: ສັດທາເຊື່ອໃນອັລລໍຮ໌, ສັດທາຕໍ່ບັນດາມາລະອີກະຫ໌ເທວະທູດຂອງພຣະອົງ, ສັດທາຕໍ່ບັນດາຄຳພີຂອງພຣະອົງ, ສັດທາຕໍ່ສາດສະດາທູດຂອງພຣະອົງ, ສັດທາຕໍ່ມື້ວັນສິ້ນໂລກ, ແລະ ສັດທາຕໍ່ກຳຫນົດພາວະທັ້ງຄວາມດີ ແລະ ຄວາມຊົ່ວ.

ແລະ ຫຼັກຖານສຳລັບຫຼັກການທັງຫົກປະການນີ້ກໍ່ຄື: ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿لَّيۡسَ ٱلۡبِرَّ أَن تُوَلُّواْ وُجُوهَكُمۡ قِبَلَ ٱلۡمَشۡرِقِ وَٱلۡمَغۡرِبِ وَلَٰكِنَّ ٱلۡبِرَّ مَنۡ ءَامَنَ بِٱللَّهِ وَٱلۡيَوۡمِ ٱلۡأٓخِرِ وَٱلۡمَلَٰٓئِكَةِ وَٱلۡكِتَٰبِ وَٱلنَّبِيِّـۧنَ...﴾

(ບໍ່ໄດ້ແມ່ນຄຸນນະທັມ ການທີ່ພວກເຈົ້າຫັນຫນ້າຂອງພວກເຈົ້າໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ ແຕ່ທະວ່າຄຸນນະທຳນັ້ນຄືຜູ້ທີ່ສັດທາຕໍ່ອັລລໍຫ໌ ແລະ ວັນສິ້ນໂລກ, ແລະ ສັດທາຕໍ່ບັນດາມາລາອີກະຮ໌, ບັນດາຄຳພີ, ແລະ ບັນດານະບີທັ້ງຫລາຍ...) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:177].

ແລະ ຫຼັກຖານເລື່ອງກໍດັຣ ກໍ່ຄື: ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿إِنَّا كُلَّ شَيۡءٍ خَلَقۡنَٰهُ بِقَدَرٖ49﴾

(ແທ້ຈິງທຸກໆ ສິ່ງນັ້ນເຮົາສ້າງມັນຕາມສັດສວນ)

[ສູເຣາະຫ໌ ອັລ-ກໍມັຣ : 49].

ລະດັບທີສາມ: ອັລ-ອິຫ໌ຊານ - ເຊິ່ງເປັນຫຼັກການດຽວ - "ຄືການເຄົາລົບພັກດີຕໍ່ອັລລໍຫ໌ ປຽບດັງທ່ານໄດ້ເຫັນພຣະອົງ, ຫາກວ່າທ່ານບໍ່ສາມາດເຫັນພຣະອົງໄດ້ ແທ້ຈິງແລ້ວພຣະອົງກໍ່ຊົງເຫັນທ່ານ.

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿إِنَّ ٱللَّهَ مَعَ ٱلَّذِينَ ٱتَّقَواْ وَّٱلَّذِينَ هُم مُّحۡسِنُونَ128﴾

(ແທ້ຈິງອັລລໍຫ໌ ຊົງຢູ່ຮ່ວມກັບບັນດາຜູ້ຍຳເກຣງຍ້ານກົວ ແລະ ບັນດາຜູ້ເຮັດຄຸນງາມຄວາມດີ)

[ສຸເຣາະຫ໌ ອັນ ນະຫ໌ລຸ :128]

ແລະ ຄຳຕຣັດຂອງພຣະອົງອັລລໍຫ໌:

﴿وَتَوَكَّلۡ عَلَى ٱلۡعَزِيزِ ٱلرَّحِيمِ217 ٱلَّذِي يَرَىٰكَ حِينَ تَقُومُ218 وَتَقَلُّبَكَ فِي ٱلسَّٰجِدِينَ219﴾

(ແລະ ເຈົ້າຈົ່ງມອບໝາຍຕໍ່ຜູ້ຊົງເດຊານຸພາບ ຜູ້ຊົງເມດຕາສະເໝີ)

(ຜູ້ທີ່ຊົງເບິ່ງເຫັນເຈົ້າ ໃນຂະນະທີ່ເຈົ້າຢືນຢູ່)

(ແລະ ການເຄື່ອນໄຫວຂອງເຈົ້າ ໃນທ່າມກາງບັນດາຜູ້ທີ່ກົ້ມກາບສຸຈຸດ) [ສູເຣາະຫ໌ ຊຸອະຣໍ : 217-219].

ແລະ ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿وَمَا تَكُونُ فِي شَأۡنٖ وَمَا تَتۡلُواْ مِنۡهُ مِن قُرۡءَانٖ وَلَا تَعۡمَلُونَ مِنۡ عَمَلٍ إِلَّا كُنَّا عَلَيۡكُمۡ شُهُودًا إِذۡ تُفِيضُونَ فِيهِ...﴾

(ແລະ ບໍ່ວ່າເຈົ້າຈະຢູ່ໃນພາລະກິດໃດກໍ່ຕາມ ແລະ ບໍ່ວ່າເຈົ້າຈະອ່ານອັລກຸຣອານບົດໃດກໍ່ຕາມ ແລະ ບໍ່ວ່າພວກເຈົ້າຈະກະທຳການງານໃດກໍ່ຕາມ ເຮົາກໍ່ເປັນພະຍານເຫນືອພວກເຈົ້າ ໃນຂະນະທີ່ພວກເຈົ້າກຳລັງປະຕິບັດມັນຢູ່...)

[ສູເຣາະຫ໌ ຍຸນຸສ : 61]. ອັລອາຢະຫ໌.

ຫຼັກຖານຈາກຊຸນນະຫ໌ຄື: ຫະດິຊທ່ານຈິບຣີລທີ່ໂດ່ງດັງ, ຈາກທ່ານອຸມັຣ ຣໍດິຍັລລໍຮຸ ອັນຮຸ ໄດ້ເລົ່າວ່າ:

"بَيْنَمَا نَحْنُ عِنْدَ رَسُولِ اللَّهِ ﷺ ذَاتَ يَوْمٍ، إِذْ طَلَعَ عَلَيْنَا رَجُلٌ، شَدِيدُ بَيَاضِ الثِّيَابِ، شَدِيدُ سَوَادِ الشَّعَرِ، لَا يُرَى عَلَيْهِ أَثَرُ السَّفَرِ، وَلَا يَعْرِفُهُ مِنَّا أَحَدٌ، حَتَّى جَلَسَ إِلَى النَّبِيِّ ﷺ فَأَسْنَدَ رُكْبَتَيْهِ إِلَى رُكْبَتَيْهِ، وَوَضَعَ كَفَّيْهِ عَلَى فَخِذَيْهِ، وَقَالَ: يَا مُحَمَّدُ !

ໃນຂະນະທີ່ພວກເຮົານັ່ງຢູ່ກັບທ່ານຣໍສູລຸລລໍຮ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໃນມື້ໜຶ່ງ, ທັນໃດນັ້ນກໍມີຊາຍຄົນໜຶ່ງປະກົດຕົວຕໍ່ໜ້າພວກເຮົາ, ລາວນຸ່ງເຄື່ອງສີຂາວສະອາດ, ຜົມດຳສະໜິດ, ບໍ່ເຫັນຮ່ອງຮອຍຂອງການເດີນທາງ, ແລະບໍ່ມີໃຜໃນພວກເຮົາຮູ້ຈັກລາວ, ຈົນລາວໄດ້ມານັ່ງຕໍ່ໜ້າທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ແລ້ວເອົາຫົວເຂົ່າຂອງລາວຕິດກັບຫົວເຂົ່າຂອງທ່ານ, ແລະ ວາງມືທັງສອງເບື້ອງຂອງລາວເທິງຂາຂອງທ່ານ, ແລະກ່າວວ່າ: ໂອ້ ມຸຮຳມັດ

أَخْبِرْنِي عَنِ الإِسْلَامِ؟

ຈົ່ງບອກໃຫ້ຂ້ອຍຮູ້ກ່ຽວກັບອັລ-ອິສລາມ?

فَقَالَ رَسُولُ اللَّهِ ﷺ: الإِسْلَامُ: أَنْ تَشْهَدَ أَلَّا إِلَهَ إِلَّا اللَّهُ وَأَنَّ مُحَمَّدًا رَسُولُ اللَّهِ، وَتُقِيمَ الصَّلَاةَ، وَتُؤْتِيَ الزَّكَاةَ، وَتَصُومَ رَمَضَانَ، وَتَحُجَّ البَيْتَ إِنِ اسْتَطَعْتَ إِلَيْهِ سَبِيلًا، قَالَ: صَدَقْتَ - فَعَجِبْنَا لَهُ، يَسْأَلُهُ وَيُصَدِّقُهُ –.

ທ່ານຣໍຊູລລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: ອິສລາມຄື: ການປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌, ດຳລົງໄວ້ເຊິ່ງການລະຫມາດ, ຈ່າຍສະກາດ, ຖືສິນອົດໃນເດືອນຣໍມະດອນ, ແລະ ປະກອບພິທີຮັຈຫ໌ ຫາກມີຄວາມສາມາດ, ລາວໄດ້ກ່າວວ່າ: ທ່ານກ່າວຈິງແທ້ແລ້ວ - ພວກຂ້າພະເຈົ້າຕ່າງກໍປະຫລາດໃຈໃນຕົວລາວ, ທີ່ລາວຖາມເພິ່ນ ແລ້ວກໍຢືນຢັນວ່າເພິ່ນກ່າວຈິງ –.

قَالَ: فَأَخْبِرْنِي عَنِ الْإِيمَانِ؟

ລາວຈຶ່ງຖາມວ່າ: ຈົ່ງບອກໃຫ້ຂ້ອຍຮູ້ກ່ຽວກັບອັລ-ອີມ່ານ?

قَالَ: أَنْ تُؤْمِنَ بِاللَّهِ، وَمَلَائِكَتِهِ، وَكُتُبِهِ، وَرُسُلِهِ، وَاليَوْمِ الْآخِرِ، وَتُؤْمِنَ بِالقَدَرِ خَيْرِهِ وَشَرِّهِ، قَالَ: صَدَقْتَ.

ທ່ານກ່າວວ່າ: «ການທີ່ທ່ານສັດທາຕໍ່ອັລລໍຫ໌, ບັນດາມະລາອີກະຫ໌ຂອງພຣະອົງ, ບັນດາຄຳພີຂອງພຣະອົງ, ບັນດາສາສະໜະທູດຂອງພຣະອົງ, ວັນປໍລະໂລກ, ແລະ ການທີ່ທ່ານສັດທາຕໍ່ການກຳໜົດທັງຄວາມດີ ແລະ ຄວາມຊົ່ວ.» ລາວກ່າວວ່າ: «ທ່ານເວົ້າຈິງເເທ້ແລ້ວ.»

قَالَ: فَأَخْبِرْنِي عَنِ الْإِحْسَانِ؟

ແລ້ວກ່າວຕໍ່ວ່າ: ຈົ່ງບອກໃຫ້ຂ້ອຍຮູ້ກ່ຽວກັບອັລ-ອິຫ໌ຊານ?

قَالَ: أَنْ تَعْبُدَ اللَّهَ كَأَنَّكَ تَرَاهُ، فَإِنْ لَمْ تَكُنْ تَرَاهُ فَإِنَّهُ يَرَاكَ.

ທ່ານກ່າວວ່າ: ຄືການເຄົາລົບພັກດີຕໍ່ອັລລໍຫ໌ ປຽບດັ່ງວ່າທ່ານເຫັນພຣະອົງ, ແຕ່ຖ້າຫາກທ່ານບໍ່ເຫັນພຣະອົງ ກໍ່ໃຫ້ຮູ້ວ່າແທ້ຈິງພຣະອົງຊົງເຫັນທ່ານ.

قَالَ: فَأَخْبِرْنِي عَنِ السَّاعَةِ؟

ລາວຈຶ່ງຖາມອີກວ່າ: ຈົ່ງບອກຂ້ອຍກ່ຽວກັບວັນກິຍາມະຫ໌?

قَالَ: مَا المَسْؤُولُ عَنْهَا بِأَعْلَمَ مِنَ السَّائِلِ.

ທ່ານກ່າວຕອບວ່າ: ຜູ້ທີ່ຖືກຖາມ ກໍບໍ່ໄດ້ມີຄວາມຮູ້ຍິ່ງໄປກວ່າຜູ້ທີ່ຖາມດອກ.

قَالَ: فَأَخْبِرْنِي عَنْ أَمَارَاتِهَا؟

ລາວຈຶ່ງກ່າວວ່າ: ສະນັ້ນ ຈົ່ງບອກໃຫ້ຂ້ອຍຮູ້ກ່ຽວກັບສັນຍານຂອງມັນ?

قَالَ: أَنْ تَلِدَ الأَمَةُ رَبَّتَهَا، وَأَنْ تَرَى الحُفَاةَ العُرَاةَ العَالَةَ رِعَاءَ الشَّاءِ، يَتَطَاوَلُونَ فِي البُنْيَانِ.

ທ່ານໄດ້ກ່າວວ່າ: ຄືການທີ່ທາດຍິງຈະໃຫ້ກຳເນີດລູກມາເປັນເຈົ້ານາຍຂອງນາງ, ແລະ ເຈົ້າຈະໄດ້ເຫັນບັນດາຄົນຍ່າງຕີນເປົ່າ, ເປືອຍກາຍ, ຍາກຈົນ ທີ່ເປັນຄົນລ້ຽງແກະ, ແຂ່ງຂັນກັນໃນການສ້າງອາຄານຕຶກສູງ.

قَالَ: ثُمَّ انْطَلَقَ فَلَبِثْتُ مَلِيًّا، ثُمَّ قَالَ لِي: يَا عُمَرُ! أَتَدْرِي مَنِ السَّائِلُ؟ قُلْتُ: اللَّهُ وَرَسُولُهُ أَعْلَمُ، قَالَ: فَإِنَّهُ جِبْرِيلُ، أَتَاكُمْ يُعَلِّمُكُمْ دِينَكُمْ".

ຈາກນັ້ນລາວກໍ່ຈາກໄປ ແລະຂ້ອຍ (ໝາຍເຖິ່ງອຸມັຣ) ກໍ່ຫາຍໜ້າໄປຫຼາຍມື້ ຕໍ່ມາທ່ານນະບີ ໄດ້ຖາມຂ້ອຍວ່າ “ໂອ້ອຸມັຣ ເຈົ້າຮູ້ບໍ່ວ່າ ຜູ້ຖາມຕອນນັ້ນແມ່ນໃຜ?” ຂ້ອຍຕອບວ່າ “ອັລລໍຫ໌ ແລະ ຣໍສູລຂອງພຣະອົງເທົ່ານັ້ນທີ່ຮູ້” ທ່ານນະບີຈຶງຕອບວ່າ “ແທ້ຈິງລາວຄື ຈິບຣີລ (ເທວະທູດຂອງອັລລໍຫ໌) ລາວມາຫາພວກທ່ານ ເພື່ອສອນພວກທ່ານ ກ່ຽວກັບເລື່ອງສາສະໜາຂອງພວກທ່ານ”

[ຫຼັກການທີສາມ]

ການຮູ້ຈັກນະບີຂອງພວກທ່ານ ທ່ານມຸຮຳມັດ (ຂໍອັລລໍຫ໌ປະທານຄວາມເມດຕາ ແລະ ສັນຕິສຸກແດ່ທ່ານ), ທ່ານຄື ມຸຮຳມັດ ບິນ ອັບດຸລລໍຮ໌ ບິນ ອັບດຸລມູດຕໍລິບ ບິນ ຮາຊິມ, ແລະ ຮາຊິມແມ່ນສ່ວນໜຶ່ງຂອງເຜົ່າກູຣອຍສ, ແລະ ເຜົ່າກູຣອຍສ໌ແມ່ນສ່ວນໜຶ່ງຈາກບັນດາເຜົ່າອາຣັບ, ແລະ ບັນດາເຜົ່າອາຣັບແມ່ນມາຈາກວົງວານຂອງ ອິສມາອີລ ບິນ ອິບຣໍຮີມ, ອະໄລຮິສສະລາມ ແລະ ນະບີຂອງເຮົາເປັນນະບີທີ່ປະເສີດເລີດເລີທີ່ສຸດ.

ທ່ານມີອາຍຸ 63 ປີ, ໂດຍໄດ້ໃຊ້ຊີວິດ 40 ປີກ່ອນໜ້າທີ່ຈະໄດ້ຮັບການແຕ່ງຕັ້ງເປັນສາດສະດາ, ແລະອີກ 23 ປີ ທີ່ເຫຼືອຢູ່ໃນຖານະເປັນສາດສະດາທູດ.

ທ່ານໄດ້ຖືກແຕ່ງຕັ້ງເປັນນະບີດ້ວຍສຸເຣາະຫ໌ ອິກຣໍ, ແລະ ຖືກສົ່ງມາເປັນຣໍຊູລດ້ວຍສຸເຣາະຫ໌ ອັລ-ມຸດດັສຊິຣ, ແລະ ເມືອງຂອງທ່ານແມ່ນນະຄອນມັກກະຫ໌.

ອັລລໍຫ໌ໄດ້ສົ່ງທ່ານມາເພື່ອຕັກເຕືອນຈາກການຕັ້ງພາຄີ, ແລະ ຮຽກຮ້ອງໄປສູ່ການໃຫ້ເອກະພາບຕໍ່ພຣະອົງ; ແລະ ຫຼັກຖານຄືດຳລັດຂອງພຣະອົງທີ່ວ່າ:

﴿يَٰٓأَيُّهَا ٱلۡمُدَّثِّرُ1 قُمۡ فَأَنذِرۡ2 وَرَبَّكَ فَكَبِّرۡ3 وَثِيَابَكَ فَطَهِّرۡ4 وَٱلرُّجۡزَ فَٱهۡجُرۡ5 وَلَا تَمۡنُن تَسۡتَكۡثِرُ6 وَلِرَبِّكَ فَٱصۡبِرۡ7﴾

ຄວາມວ່າ (ໂອ້ ຜູ້ທີ່ຄຸມກາຍຢູ່ເອີ໋ຍ)

(ຈົ່ງລຸກຂຶ້ນ ແລ້ວກ່າວປະກາດຕັກເຕືອນ)

(ແລະ ແດ່ພຣະຜູ້ອະພິບານຂອງເຈົ້າ ກໍຈົ່ງໃຫ້ຄວາມກຽງໄກເຖິດ)

(ແລະ ເສື້ອຜ້າຂອງເຈົ້າ ຈົ່ງເຮັດຄວາມສະອາດ)

(ແລະສິ່ງໂສໂຄກນັ້ນ ກໍ່ຈົ່ງຫຼີກຫນີອອກຫ່າງ)

(ແລະ ຢ່າເຮັດຄຸນເພື່ອຫວັງການຕອບແທນອັນມາກໝາຍ)

(ແລະ ເພື່ອພຣະຜູ້ອະພິບານຂອງເຈົ້າເທົ່ານັ້ນ ຈົ່ງອົດທົນ) [ສູເຣາະຫ໌ ມຸດັຊຊີຣ : 1-7].

ອັດທະທິບາຍຄວາມໝາຍ

﴿قُمۡ فَأَنذِرۡ﴾

(ຈົ່ງລຸກຂຶ້ນ ແລ້ວກ່າວປະກາດຕັກເຕືອນ): ຕັກເຕືອນບໍ່ໃຫ້ຕັ້ງພາຄີ (ຊີຣິກ), ແລະ ເຊີນຊວນສູ່ຫລັກເອກະພາບ (ເຕົາຮີດ).

﴿وَرَبَّكَ فَكَبِّرۡ﴾

(ແລະ ແດ່ພຣະຜູ້ອະພິບານຂອງເຈົ້າ ກໍຈົ່ງໃຫ້ຄວາມກຽງໄກເຖິດ)

ຄື: ຕ້ອງໃຫ້ຄວາມຍິ່ງໃຫຍ່ແກ່ພຣະອົງ ດ້ວຍການໃຫ້ເອກະພາບ.

﴿وَثِيَابَكَ فَطَهِّرۡ﴾

(ແລະ ເສື້ອຜ້າຂອງເຈົ້າ ຈົ່ງເຮັດຄວາມສະອາດ)

ຄື: ຈົ່ງຊຳລະລ້າງການງານຂອງເຈົ້າ ຈາກການຕັ້ງພາຄີ (ຊິຣິກ).

﴿وَٱلرُّجۡزَ فَٱهۡجُرۡ﴾

(ແລະສິ່ງໂສໂຄກນັ້ນ ກໍ່ຈົ່ງຫຼີກຫນີອອກຫ່າງ)

ອັລຣຸຈຊຸ: ບັນດາຮູບປັ້ນ, ອັລ-ວະຫ໌ຈຸຣ: ຄືການຖິ້ມມັນ,

ຄື ການລະຖິ້ມຮູບເຄົາລົບເຫຼົ່ານັ້ນ ພ້ອມທັ້ງປະກາດບໍ່ກ່ຽວຂ້ອງຈາກພວກມັນ ແລະ ຈາກຜູ້ທີ່ບູຊາມັນນຳ.

ທ່ານໄດ້ໃຊ້ເວລາ 10 ປີໃນການຮຽກຮ້ອງສູ່ການໃຫ້ເອກະພາບຕໍ່ອັລລໍຮ໌, ຫຼັງຈາກ 10 ປີ, ທ່ານໄດ້ຖືກນຳຂຶ້ນສູ່ຟາກຟ້າ ແລະ ການລະຫມາດ 5 ເວລາກໍໄດ້ຖືກບັນຍັດຂຶ້ນ.

ທ່ານໄດ້ລະຫມາດຢູ່ເມືອງມັກກະຫ໌ເປັນເວລາ 3 ປີ, ຫຼັງຈາກນັ້ນຈຶ່ງໄດ້ຮັບບັນຊາໃຫ້ອົບພະຍົບໄປຍັງເມືອງມາດີນະຫ໌.

ອັລ-ຫິຈເຣາະຫ໌: ຄືການຍົກຍ້າຍຈາກດິນແດນແຫ່ງຊີຮິກ ໄປຍັງດິນແດນແຫ່ງອິດສະລາມ.

ການອົບພະຍົບນັ້ນມີຜົນຜູກມັດບັງຄັບສຳຫຼັບປະຊາຊາດນີ້ ຈາກເມືອງແຫ່ງຊິຣິກ (ການຕັ້ງພາຄີ) ໄປຍັງເມືອງແຫ່ງອິສລາມ, ແລະ ມັນຈະຍັງຄົງຢູ່ຈົນກວ່າວັນກິຍາມະຫ໌ຈະບັງເກີດຂຶ້ນ.

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿إِنَّ ٱلَّذِينَ تَوَفَّىٰهُمُ ٱلۡمَلَٰٓئِكَةُ ظَالِمِيٓ أَنفُسِهِمۡ قَالُواْ فِيمَ كُنتُمۡۖ قَالُواْ كُنَّا مُسۡتَضۡعَفِينَ فِي ٱلۡأَرۡضِۚ قَالُوٓاْ أَلَمۡ تَكُنۡ أَرۡضُ ٱللَّهِ وَٰسِعَةٗ فَتُهَاجِرُواْ فِيهَاۚ فَأُوْلَٰٓئِكَ مَأۡوَىٰهُمۡ جَهَنَّمُۖ وَسَآءَتۡ مَصِيرًا97 إِلَّا ٱلۡمُسۡتَضۡعَفِينَ مِنَ ٱلرِّجَالِ وَٱلنِّسَآءِ وَٱلۡوِلۡدَٰنِ لَا يَسۡتَطِيعُونَ حِيلَةٗ وَلَا يَهۡتَدُونَ سَبِيلٗا98﴾

(ແທ້ຈິງ ບັນດາຜູ້ທີ່ມະລາອິກະຫ໌ໄດ້ເອົາຊີວິດຂອງພວກເຂົາໄປ ໃນຂະນະທີ່ພວກເຂົາເປັນຜູ້ອະທຳຕໍ່ຕົວເອງ, (ມະລາອິກະຫ໌) ໄດ້ກ່າວວ່າ: ພວກເຈົ້າຢູ່ໃນສະພາບໃດ? ພວກເຂົາຕອບວ່າ: ພວກເຮົາເປັນຜູ້ທີ່ອ່ອນແອ (ຖືກກົດຂີ່) ໃນແຜ່ນດິນ. (ມະລາອິກະຫ໌) ໄດ້ກ່າວວ່າ: ແຜ່ນດິນຂອງອັລລໍຫ໌ບໍ່ກວ້າງຂວາງດອກລື? ເພື່ອທີ່ພວກເຈົ້າຈະໄດ້ອົບພະຍົບໄປໃນມັນ. ດັ່ງນັ້ນ ຊົນເຫຼົ່ານັ້ນ ທີ່ພຳນັກຂອງພວກເຂົາຄືນະລົກຈະຮັນນຳ, ແລະມັນເປັນທີ່ກັບອັນຊົ່ວຊ້າຍິ່ງ).

(ຍົກເວັ້ນບັນດາຜູ້ທີ່ຖືກກົດຂີ່ຂົ່ມເຫັງ ຈາກບັນດາຜູ້ຊາຍ, ບັນດາຜູ້ຍິງ ແລະ ບັນດາເດັກນ້ອຍ ທີ່ບໍ່ມີຄວາມສາມາດໃນການຫາວິທີການໃດໆ ແລະ ບໍ່ພົບເສັ້ນທາງໃດໆ).

[ສູເຣາະຫ໌ ອັນ-ນິຊາ: 97-98].

ແລະ ຄຳດຳລັດຂອງພຣະອົງອັລລໍຫ໌ຕະອາລາທີ່ວ່າ:

﴿يَٰعِبَادِيَ ٱلَّذِينَ ءَامَنُوٓاْ إِنَّ أَرۡضِي وَٰسِعَةٞ فَإِيَّٰيَ فَٱعۡبُدُونِ56﴾

(ໂອ້ ບັນດາບ່າວຂອງຂ້າເອີ່ຍ ທີ່ເປັນຜູ້ສັດທາທັງຫຼາຍ ແທ້ຈິງແຜ່ນດິນຂອງຂ້ານັ້ນກວ້າງຂວາງ ດັ່ງນັ້ນຈົ່ງເຄົາລົບພັກດີຕໍ່ຂ້າແຕ່ພຽງຜູ້ດຽວ) [ສູເຣາະຫ໌ ອັນກະບູດ: 97-98].

ຄຳກ່າວຂອງທ່ານ ອັລບະຄໍວີ ຂໍອັລລໍຫ໌ເມດຕາທ່ານ: ສາເຫດຂອງການປະທານໂອງການນີ້ລົງມາ: ແມ່ນກ່ຽວກັບບັນດາມຸສລິມທີ່ຢູ່ມັກກະຫ໌ ທີ່ບໍ່ໄດ້ອົບພະຍົບ, ໂດຍທີ່ອັລລໍຫ໌ໄດ້ຊົງເອີ້ນພວກເຂົາດ້ວຍນາມແຫ່ງການສັດທາ.

ແລະ ຫຼັກຖານຈາກຊຸນນະຫ໌ກ່ຽວກັບການຫິຈເຣາະຫ໌ ຄືຄຳກ່າວຂອງທ່ານວ່າ:

"لَا تَنْقَطِعُ الهِجْرَةُ حَتَّى تَنْقَطِعَ التَّوْبَةُ، وَلَا تَنْقَطِعُ التَّوْبَةُ حَتَّى تَطْلُعَ الشَّمْسُ مِنْ مَغْرِبِهَا".

«ການອົບພະຍົບຈະບໍ່ສິ້ນສຸດລົງ ຈົນກວ່າການເຕົາບະຫ໌ຈະສິ້ນສຸດລົງ, ແລະ ການເຕົາບະຫ໌ຈະບໍ່ສິ້ນສຸດລົງ ຈົນກວ່າດວງຕາເວັນຈະຂຶ້ນຈາກທາງທິດຕາເວັນຕົກຂອງມັນ. »

ເມື່ອທ່ານໄດ້ຕັ້ງຖິ່ນຖານຢູ່ເມືອງມາດີນະຫ໌, ທ່ານກໍ່ໄດ້ຖືກສັ່ງໃຫ້ປະຕິບັດຕາມຂໍ້ບັງຄັບທີ່ຍັງເຫຼືອຂອງສາສະໜາອິສລາມ - ເຊັ່ນ: ການຈ່າຍຊະກາດ, ການຖືສິນອົດ, ການເຮັດຫັຈ, ການອະຊານ, ການຈິຮາດ, ການສັ່ງໃຊ້ໃຫ້ເຮັດຄວາມດີ ແລະ ການຫ້າມປາມຈາກການເຮັດຄວາມຊົ່ວ - ແລະໄດ້ໃຊ້ເວລາໃນການປະຕິບັດຕາມນີ້ເປັນເວລາສິບປີ.

ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ເສຍຊີວິດໄປແລ້ວ, ແລະ ສາສະໜາຂອງທ່ານຍັງຄົງຢູ່, ເຊິ່ງບໍ່ມີຄວາມດີໃດໆ ເວັ້ນເສຍແຕ່ທ່ານໄດ້ຊີ້ນຳອຸມະຫ໌ໄປສູ່ມັນ, ແລະ ບໍ່ມີຄວາມຊົ່ວໃດໆ ເວັ້ນເສຍແຕ່ທ່ານໄດ້ຕັກເຕືອນພວກເຂົາໃຫ້ລະວັງຈາກມັນ

ແລະ ຄວາມດີທີ່ໄດ້ຊີ້ແນະໄວ້ຄື: ຫຼັກເຕົາຮີດ, ແລະ ບັນດາສິ່ງທັງຫມົດທີ່ອັລລໍຫ໌ຊົງຮັກ ແລະ ຊົງພໍພຣະໄທ.

ແລະ ຄວາມຊົ່ວຮ້າຍທີ່ພຣະອົງໄດ້ຕັກເຕືອນໃຫ້ອອກຫ່າງນັ້ນຄື: ການຕັ້ງພາຄີ ຫຼື ຊິຣິກ, ແລະ ທຸກສິ່ງທີ່ພຣະອົງອັລລໍຮ໌ຊົງກຽດຊັງ ແລະ ບໍ່ພໍພຣະໄທ.

ພຣະອົງອັລລໍຫ໌ໄດ້ສົ່ງທ່ານມາໃຫ້ແກ່ມວນມະນຸດທັງປວງ, ແລະ ໄດ້ຊົງບັນຍັດໃຫ້ ຈິນ ແລະ ມະນຸດ ທັງໝົດຈົ່ງເຊື່ອຟັງຕໍ່ທ່ານ; ແລະ ຫຼັກຖານກໍຄືຄຳດຳລັດຂອງພຣະອົງທີ່ວ່າ:

﴿قُلۡ يَٰٓأَيُّهَا ٱلنَّاسُ إِنِّي رَسُولُ ٱللَّهِ إِلَيۡكُمۡ جَمِيعًا...﴾

(ຈົງກ່າວເຖີດ "ມູຮຳມັດ" ໂອ້ມະນຸດທັ້ງຫລາຍ ແທ້ຈິງຂ້ອຍເປັນຣໍຊູລຂອງອັລລໍຫ໌ ມາຍັງພວກທ່ານ ທັ້ງມວນ...) [ຊູເຣາະຫ໌ ອັລ-ອະຣໍຟ : 158].

ແລະ ອັລລໍຫ໌ໄດ້ຊົງໃຫ້ສາດສະໜາສົມບູນແລ້ວໂດຍຜ່ານທ່ານ; ຫຼັກຖານກໍຄືຄຳດຳລັດຂອງພຣະອົງອັລລໍຫ໌ທີ່ວ່າ:

﴿...ٱلۡيَوۡمَ أَكۡمَلۡتُ لَكُمۡ دِينَكُمۡ وَأَتۡمَمۡتُ عَلَيۡكُمۡ نِعۡمَتِي وَرَضِيتُ لَكُمُ ٱلۡإِسۡلَٰمَ دِينٗا...﴾

(...ມື້ນີ້ເຮົາໄດ້ເຮັດໃຫ້ສາສະຫນາຂອງພວກທ່ານສົມບູນແລ້ວ ແລະ ເຮົາໄດ້ໃຫ້ຄວາມໂປດປານຂອງເຮົາສົມບູນ ເຮົາເລືອກໃຫ້ອິສລາມເປັນສາສະຫນາຂອງພວກທ່ານ...)

[ຊູເຣາະຫ໌ ອັລມາອີດະຮ໌ : 3].

ແລະ ຫຼັກຖານກ່ຽວກັບການຕາຍຂອງທ່ານຄື ຄຳດຳລັດຂອງພຣະອົງອັລລໍຫ໌ທີ່ວ່າ:

﴿إِنَّكَ مَيِّتٞ وَإِنَّهُم مَّيِّتُونَ30 ثُمَّ إِنَّكُمۡ يَوۡمَ ٱلۡقِيَٰمَةِ عِندَ رَبِّكُمۡ تَخۡتَصِمُونَ31﴾

{ແທ້ຈິງເຈົ້າຕ້ອງຕາຍ ແລະ ແທ້ຈິງພວກເຂົາກໍຕ້ອງຕາຍ}

( ແລ້ວ ແທ້ຈິງພວກເຈົ້າ ໃນວັນກິຍາມະຫ໌ ນະ ທີ່ພຣະຜູ້ອະພິບານຂອງພວກເຈົ້າ ຈະໂຕ້ຖຽງກັນ)

[ສູເຣາະຫ໌ ອັຊຊຸມັຣ: 30-31].

ແລະ ມວນມະນຸດທັ້ງຫຼາຍ ເມື່ອພວກເຂົາຕາຍໄປ ພວກເຂົາຈະຖືກໃຫ້ຟື້ນຄືນຊີບຂຶ້ນມາ; ແລະຫຼັກຖານຄື ຄຳດຳລັດຂອງພຣະອົງອັລລໍຫ໌ທີ່ວ່າ:

﴿مِنۡهَا خَلَقۡنَٰكُمۡ وَفِيهَا نُعِيدُكُمۡ وَمِنۡهَا نُخۡرِجُكُمۡ تَارَةً أُخۡرَىٰ55﴾

(ຈາກມັນ "ແຜ່ນດິນ" ເຮົາໄດ້ສ້າງພວກເຈົ້າ, ແລະ ໃນມັນເຮົາຈະໃຫ້ພວກເຈົ້າກັບຄືນໄປ, ແລະ ຈາກມັນເຮົາຈະນຳພວກເຈົ້າອອກມາອີກເທື່ອໜຶ່ງ) [ສູເຣາະຫ໌ ຕໍຮາ: 55], ແລະ ຄຳດຳລັດຂອງພຣະອົງອັລລໍຫ໌ທີ່ວ່າ:

﴿وَٱللَّهُ أَنۢبَتَكُم مِّنَ ٱلۡأَرۡضِ نَبَاتٗا17 ثُمَّ يُعِيدُكُمۡ فِيهَا وَيُخۡرِجُكُمۡ إِخۡرَاجٗا18﴾

(ແລະ ອັລລໍຫ໌ ຊົງໃຫ້ພວກເຈົ້າງອກຂຶ້ນມາຈາກແຜ່ນດິນຢ່າງພືດພັນ)

(ແລ້ວ ພຣະອົງຈະນຳພວກເຈົ້າກັບຄືນໄປໃນມັນ ແລະ ຈະນຳພວກເຈົ້າອອກມາອີກຄັ້ງໜຶ່ງ) [ຊູເຣາະຫ໌ ນູຫ໌: 17-18].

ແລະ ຫຼັງຈາກການຟື້ນຄືນຊີບ ຈະຖືກຄິດບັນຊີຕອບແທ່ນ ແລະ ຈະໄດ້ຮັບລາງວັນຕາມການກະທຳຂອງພວກເຂົາ; ແລະ ຫຼັກຖານຄືຄຳຕຣັດຂອງອັລລໍຫ໌ ທີ່ວ່າ:

﴿...لِيَجۡزِيَ ٱلَّذِينَ أَسَٰٓـُٔواْ بِمَا عَمِلُواْ وَيَجۡزِيَ ٱلَّذِينَ أَحۡسَنُواْ بِٱلۡحُسۡنَى﴾

(ເພື່ອທີ່ພຣະອົງຈະຕອບແທນແກ່ບັນດາຜູ້ທີ່ກະທຳຄວາມຊົ່ວຕາມທີ່ພວກເຂົາໄດ້ກະທຳໄວ້ ແລະ ຈະຕອບແທນແກ່ບັນດາຜູ້ທີ່ກະທຳຄວາມດີດ້ວຍຄວາມດີງາມ)

[ຊູເຣາະຫ໌ ອັນນັຈມີ : 31]

ແລະ ຜູ້ທີ່ປະຕິເສດການຟື້ນຄືນຊີບ ກໍ່ໄດ້ຕົກສາສະໜາແລ້ວ; ຫຼັກຖານທີ່ກ່າວອ້າງກໍ່ຄື: ດັງຄຳດຳລັດຂອງພຣະອົງອັລລໍຫ໌ທີ່ວ່າ:

﴿زَعَمَ ٱلَّذِينَ كَفَرُوٓاْ أَن لَّن يُبۡعَثُواْۚ قُلۡ بَلَىٰ وَرَبِّي لَتُبۡعَثُنَّ ثُمَّ لَتُنَبَّؤُنَّ بِمَا عَمِلۡتُمۡۚ وَذَٰلِكَ عَلَى ٱللَّهِ يَسِيرٞ7﴾

(ບັນດາຜູ້ປະຕິເສດສັດທາກ່າວອ້າງວ່າ ພວກເຂົາຈະບໍ່ຖືກໃຫ້ຟື້ນຄືນຊີບຂຶ້ນມາອີກ ຈົ່ງກ່າວເຖິດ (ມຸຮຳມັດ) ຫາເປັນເຊັ່ນນັ້ນດອກ ຂໍສາບານຕໍ່ພຣະເຈົ້າຂອງຂ້ອຍ ພວກທ່ານຈະຖືກໃຫ້ຟື້ນຄືນຊີບຂຶ້ນມາອີກຢ່າງແນ່ນອນ ແລ້ວພວກທ່ານຈະໄດ້ຮັບການຈະແຈ້ງຕາມທີ່ພວກທ່ານໄດ້ປະກອບກຳໄວ້ ແລະ ນັ່ນເປັນການງ່າຍດາຍສຳຫຼັບອັລລໍຫ໌)

[ຊູເຣາະຫ໌ ອັດຕະຄາບຸນ : 7].

ແລະ ພຣະອົງອັລລໍຫ໌ຊົງໄດ້ສົ່ງບັນດາຣໍຊູລທັງໝົດມາໃນຖານະຜູ້ແຈ້ງຂ່າວດີ ແລະ ໃນຖານະຜູ້ຕັກເຕືອນ; ແລະ ຫຼັກຖານກໍຄືຄຳຕຣັດຂອງພຣະອົງທີ່ວ່າ:

﴿رُّسُلٗا مُّبَشِّرِينَ وَمُنذِرِينَ لِئَلَّا يَكُونَ لِلنَّاسِ عَلَى ٱللَّهِ حُجَّةُۢ بَعۡدَ ٱلرُّسُلِۚ...﴾

(ຄືບັນດາຣໍຊູລໃນຖານະຜູ້ແຈ້ງຂ່າວດີ ແລະ ໃນຖານະຜູ້ຕັກເຕືອນ ເພື່ອວ່າມະນຸດຈະບໍ່ໄດ້ມີຂໍ້ອ້າງໃດ ໆ ທີ່ຈະແກ້ຕົວກັບອັລລໍຫ໌ໄດ້ອີກ ຫລັງຈາກບັນດາຣໍຊູລເຫຼົ່ານັ້ນ...)

[ຊູເຣາະຫ໌ ອັນນິສາ : 165].

ແລະ ທ່ານທຳອິດຂອງພວກເຂົາ ຄື ທ່ານນາບີ ນູຮ໌.

ແລະ ທ່ານສຸດທ້າຍຂອງພວກເຂົາແມ່ນ ທ່ານນະບີມຸຮຳມັດ (ຊລ), ແລະ ທ່ານເປັນນະບີຄົນສຸດທ້າຍ; ຈະ​ບໍ່​ມີ​ສາດ​ສະ​ດາຄົນໃດມາອີກ ຫຼັງ​​ຈາກ​ເພິ່ນ; ແລະຫຼັກຖານກໍຄືຄຳດຳຣັດຂອງພຣະອົງ ທີ່ວ່າ:

﴿مَّا كَانَ مُحَمَّدٌ أَبَآ أَحَدٖ مِّن رِّجَالِكُمۡ وَلَٰكِن رَّسُولَ ٱللَّهِ وَخَاتَمَ ٱلنَّبِيِّـۧنَ...﴾

(ມູຮຳມັດ ບໍ່ໄດ້ເປັນພໍ່ຂອງຜູ້ໃດຈາກບັນດາບຸລຸດຂອງພວກເຈົ້າ ແຕ່ເປັນຣໍຊູລຂອງອັລລໍຫ໌ ແລະ ເປັນນະບີຄົນສຸດທ້າຍ) [ຊູເຣາະຫ໌ ອັລ-ອະຫ໌ຊາບ ອາຍະຫ໌: 40].

ແລະ ຫຼັກຖານທີ່ວ່າທ່ານທຳອິດຂອງພວກເຂົາຄື ທ່ານ ນະບີ ນູຮ໌ ກໍ່ຄື: ຄຳຕຣັດຂອງອັລລໍຫ໌:

﴿إِنَّآ أَوۡحَيۡنَآ إِلَيۡكَ كَمَآ أَوۡحَيۡنَآ إِلَىٰ نُوحٖ وَٱلنَّبِيِّـۧنَ مِنۢ بَعۡدِهِ...﴾

(ແທ້ຈິງ ເຮົາໄດ້ມີໂອງການ (ວະຮ໌ຍູ) ແກ່ເຈົ້າ ເຊັ່ນດຽວກັບເຮົາໄດ້ມີໂອງການ (ວະຮ໌ຍູ) ຕໍ່ນູຮ໌ ແລະ ບັນດານາບີ ຫລັງຈາກພວກເຂົາ...) [ສູເຣາະຫ໌ ນິຊາ: 163].

ແລະ ທຸກໆ ປະຊາຊາດ ອັລລໍຫ໌ໄດ້ສົ່ງສາດສະດາທູດໄປຍັງພວກເຂົາ - ນັບຕັ້ງແຕ່ນະບີນູຫ໌ຈົນເຖິງນະບີມຸຮັມມັດ - ເພື່ອສັ່ງໃຊ້ໃຫ້ພວກເຂົາເຄົາລົບພັກດີຕໍ່ອັລລໍຫ໌ພຽງອົງດຽວ, ແລະ ຫ້າມພວກເຂົາຈາກການເຄົາລົບພັກດີຕໍ່ພວກຕໍກຼູດ; ແລະ ຫຼັກຖານກໍຄືຄຳດຳລັດຂອງພຣະອົງທີ່ວ່າ:

﴿وَلَقَدۡ بَعَثۡنَا فِي كُلِّ أُمَّةٖ رَّسُولًا أَنِ ٱعۡبُدُواْ ٱللَّهَ وَٱجۡتَنِبُواْ ٱلطَّٰغُوتَ...﴾

(ແລະ ໂດຍແນ່ນອນ ເຮົາໄດ້ແຕ່ຕັ້ງຣໍຊູລໄປຍັງແຕ່ລະປະຊາຊາດ (ໂດຍຣໍຊູລຈະກ່າວແກ່ປະຊາຊາດນັ້ນ ໆ ວ່າ) ພວກທ່ານຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ແລະ ຈົງຫຼີກຫນີ ອອກຫ່າງຈາກພວກຕໍກຼູດຈະເວັດຮູບປັ້ນ...) [ສຸເຣາະຫ໌ ອັນນະຫ໌ລຸ : 36].

ພຣະອົງອັລລໍຫ໌ໄດ້ບັນຍັດໃຫ້ກັບປວງບ່າວທັງຫຼາຍຄື: ການປະຕິເສດຕໍ່ຕໍກູດ, ແລະ ໃຫ້ການສັດທາຕໍ່ອັລລໍຫ໌ເທົ່ານັ້ນ.

ຄຳກ່າວຂອງທ່ານ ອິບນຸ ອັລ-ກອຍຢິມ ຂໍອັລລໍຫ໌ຊົງເມດຕາທ່ານ: "ຄວາມໝາຍຂອງ “ອັຕ-ຕໍກູຕ” ແມ່ນ: ສິ່ງທີ່ບ່າວໄດ້ລະເມີດຂອບເຂດຂອງຕົນຜ່ານມັນ - ຈາກສິ່ງທີ່ຖືກເຄົາລົບກາບໄຫວ້, ຫຼື ຜູ້ທີ່ຖືກປະຕິບັດຕາມ, ຫຼື ຜູ້ທີ່ຖືກເຊື່ອຟັງ.

ບັນດາຕໍວາກີດ ນັ້ນມີຢູ່ຢ່າງຫຼວງຫຼາຍ, ແລະ ຫົວໜ້າຂອງພວກມັນມີຫ້າຈຳພວກຄື: ອິບລີສ - ຂໍພຣະອົງອັລລໍຮ໌ສາບແຊ່ງມັນ, ຜູ້ທີ່ຖືກເຄົາລົບບູຊາໂດຍທີ່ເຂົາເອງກໍພໍໃຈ, ຜູ້ທີ່ເຊີນຊວນຜູ້ຄົນໃຫ້ມາເຄົາລົບບູຊາຕົນເອງ, ຜູ້ທີ່ອ້າງຕົນວ່າຮູ້ສິ່ງໃດໜຶ່ງຈາກຄວາມຮູ້ໃນສິ່ງທີ່ຊ້ອນເລັ້ນ, ແລະ ຜູ້ທີ່ຕັດສິນດ້ວຍສິ່ງອື່ນທີ່ບໍ່ແມ່ນສິ່ງທີ່ອັລລໍຮ໌ໄດ້ປະທານລົງມາ.

ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳດຳລັດຂອງພຣະອົງອັລລໍຫ໌ທີ່ວ່າ:

﴿لَآ إِكۡرَاهَ فِي ٱلدِّينِۖ قَد تَّبَيَّنَ ٱلرُّشۡدُ مِنَ ٱلۡغَيِّۚ فَمَن يَكۡفُرۡ بِٱلطَّٰغُوتِ وَيُؤۡمِنۢ بِٱللَّهِ فَقَدِ ٱسۡتَمۡسَكَ بِٱلۡعُرۡوَةِ ٱلۡوُثۡقَىٰ لَا ٱنفِصَامَ لَهَاۗ وَٱللَّهُ سَمِيعٌ عَلِيمٌ256﴾

(ບໍ່ມີການບັງຄັບໃນສາສະໜາ, ແນ່ນອນ ແນວທາງທີ່ຖືກຕ້ອງນັ້ນໄດ້ເປັນທີ່ປະຈັກແຈ້ງແລ້ວຈາກແນວທາງທີ່ຫລົງຜິດ. ດັ່ງນັ້ນ ຜູ້ໃດປະຕິເສດສັດທາຕໍ່ອັດ-ຕໍກູຕ ແລະ ສັດທາຕໍ່ອັລລໍຫ໌, ແນ່ນອນເຂົາກໍໄດ້ຍຶດໝັ້ນເຊືອກອັນໝັ້ນຄົງໄວ້ແລ້ວ ເຊິ່ງມັນຈະບໍ່ມີວັນຂາດ. ແລະ ອັລລໍຫ໌ເປັນຜູ້ຊົງໄດ້ຍິນ ຜູ້ຊົງຮອບຮູ້ ). [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 256]. ແລະ ນີ້ຄືຄວາມໝາຍຂອງ «ລາອິລາຮະ ອິລລັລລໍຫ໌», ແລະໃນຫະດີສກ່າວວ່າ:

"رَأْسُ الأَمْرِ: الإِسْلَامُ، وَعَمُودُهُ: الصَّلَاةُ، وَذِرْوَةُ سَنَامِهِ: الجِهَادُ فِي سَبِيلِ اللَّهِ".

ຫົວໃຈຫຼັກຂອງການງານຄື: ອິສລາມ, ແລະ ເສົາຄໍ້າຂອງມັນຄື: ການລະຫມາດ, ແລະ ຍອດສູງສຸດຂອງມັນຄື: ການຈິຮາດໃນຫົນທາງຂອງອັລລໍຫ໌.

ອັລລໍຫ໌ເປັນຜູ້ຊົງຮອບຮູ້ຍິ່ງ.

الفهرس

 

[ຫຼັກການທີ່ສອງ] 14

[ຫຼັກການທີສາມ] 23

 

***

 

lo36v2.0 - 27/06/2026