رِسَالَةٌ فِي الدِّمَاءِ الطَّبِيعِيَّةِ لِلنِّسَاءِ
ບົດຄວາມວ່າດ້ວຍເລື່ອງ ເລືອດປະຈຳເດືອນຂອງແມ່ຍິງ
بِقَلَمِ فَضِيلَةِ الشَّيْخِ العَلَّامَةِ
مُحَمَّدِ بْنِ صَالِحٍ العُثَيْمِينِ
غَفَرَ اللَّهُ لَهُ وَلِوَالِدَيْهِ وَلِلمُسْلِمِينَ
ປະພັນໂດຍ: ເຊັຄ ອັລລາມະຮ໌
ມູຮຳມັດ ບິນ ຊໍແລະຫ໌ ອັລອູໄຊມີນ
ຂໍອັລລໍຫ໌ຊົງອະໄພໂທດ ໃຫ້ພໍ່ແມ່ຂອງທ່ານ ແລະ ມຸດສະລິດທຸກໆ ທ່ານ
بِسْمِ اللهِ الرَّحمَنِ الرَّحِيمِ
ບົດຄວາມວ່າດ້ວຍເລື່ອງ ເລືອດປະຈຳເດືອນຂອງແມ່ຍິງ
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປຣາໜີ ຜູ້ຊົງເມດຕາສະເໝີ
ມວນການສັນລະເສິນເປັນສິດແດ່ອັລລໍຫ໌ ພວກເຮົາສັນລະເຊີນຕໍ່ພຣະອົງ ແລະ ຂໍຄວາມຄຸ້ມຄອງຊ່ວຍເຫລືອຈາກພຣະອົງ ພວກເຮົາສະແວງຫາການອະໄພຍະໂທດຈາກພຣະອົງ ແລະ ພວກເຮົາຈະກັບເນື້ອກັບໂຕໄປຫາພຣະອົງ, ພວກເຮົາຂໍຄວາມຄຸ້ມຄອງຈາກພຣະອົງຈາກຄວາມຊົ້ວຂອງພວກເຮົາ ແລະ ການກະທຳທີ່ບໍ່ດີຂອງພວກເຮົາ, ຜູ້ໃດກໍ່ຕາມທີ່ອັລລໍຫ໌ໄດ້ນຳທາງໃຫ້ແກ່ເຂົາ ກໍ່ບໍ່ມີໃຜທີ່ຈະເຮັດໃຫ້ເຂົາຫຼົງທາງໄດ້, ແລະ ໃຜກໍ່ຕາມທີ່ພຣະອົງເຮັດໃຫ້ເຂົາຫຼົງທາງ ກໍ່ບໍ່ມີໃຜໃຫ້ທາງນຳກັບເຂົາໄດ້. ແລະ ຂ້ອຍຂໍປະຕິຍານວ່າບໍ່ມີພຣະເຈົ້າອື່ນໃດທີ່ຄວນແກ່ການເຄົາລົບພັກດີ ນອກຈາກອັລລໍຫ໌ພຣະອົງດຽວ ໂດຍບໍ່ມີພາຄີໃດໆ ກັບພຣະອົງ ແລະ ຂ້ອຍຂໍປະຕິຍານວ່າ ມຸຮຳມັດເປັນບ່າວຂອງພຣະອົງ ແລະ ເປັນສາສະນະທູດຂອງພຣະອົງ, ຂໍການສະດຸດີແຫ່ງອັລລໍຫ໌ ແລະ ຄວາມສັນຕິສຸກປອດໄພຈົງມີແດ່ທ່ານ ແລະ ບັນດາຍາດຕິພີ່ນ້ອງຂອງທ່ານ ຕະຫຼອດຈົນຊໍຮາບະຫ໌ມິດສະຫາຍຂອງທ່ານທຸກຄົນ ລວມເຖິງຜູ້ຈະເລີນຮອຍຕາມພວກເຂົາດ້ວຍກັບຄວາມດີງາມ ຕາບຈົນຮອດວັນແຫ່ງການຕັດສິນ.
ຕໍ່ໄປນີ້: ແທ້ຈິງແລ້ວ, ບັນດາເລືອດທີ່ເກີດຂຶ້ນກັບແມ່ຍິງ ອັນໄດ້ແກ່ ເລືອດປະຈຳເດືອນ, ເລືອດທີ່ຜິດປົກກະຕິ (ອິສຕິຮາເດາະ), ແລະ ເລືອດຫລັງການເກີດລູກ, ລ້ວນແຕ່ເປັນເລື່ອງທີ່ສຳຄັນທີ່ຈຳເປັນຕ້ອງໄດ້ຮັບການຊີ້ແຈງ ແລະ ເຮັດຄວາມເຂົ້າໃຈກ່ຽວກັບຂໍ້ກຳຫນົດຂອງມັນ, ພ້ອມທັງຈຳແນກລະຫວ່າງຄວາມຄິດເຫັນທີ່ຜິດພາດ ແລະ ຄວາມຖືກຕ້ອງຂອງບັນດານັກວິຊາການໃນເລື່ອງດັ່ງກ່າວ. ແລະ ຖືເປັນຫຼັກໃນການຕັດສິນວ່າສິ່ງໃດມີນ້ຳໜັກ ຫຼື ອ່ອນນັ້ນ ຕ້ອງອີງຕາມສິ່ງທີ່ໄດ້ກ່າວໄວ້ໃນອັລກຸຣອານ ແລະ ຊຸນນະຫ໌.
1- ເພາະວ່າທັ້ງສອງນັ້ນ ເປັນແຫຼ່ງທີ່ມາທີ່ເປັນພື້ນຖານຂອງຂໍ້ກຳຫນົດຕ່າງໆ ຂອງອັລລໍຫ໌ ຊຸບຮານະຮຸ ວະຕະອາລາ, ທີ່ພຣະອົງໄດ້ບັນຊາໃຫ້ປວງບ່າວຂອງພຣະອົງເຄົາລົບພັກດີ ແລະ ໄດ້ກຳນົດເປັນໜ້າທີ່ໃຫ້ແກ່ພວກເຂົາ.
2- ແລະ ເພາະວ່າການຢຶດໝັ້ນໃນອັລກິຕາບ ແລະ ອັລຊຸນນະຫ໌ ເປັນທີ່ມາຂອງຄວາມສະງົບແຫ່ງຈິດໃຈ, ຄວາມເປີດກວ້າງຂອງຫົວໃຈ, ຄວາມສະບາຍໃຈ ແລະ ການປົດເປື້ອງພັນທະ.
3- ແລະ ຢ້ອນວ່າສິ່ງອື່ນນອກເໜືອຈາກທັງສອງນັ້ນ ເປັນພຽງສິ່ງທີ່ຕ້ອງນຳຫຼັກຖານມາຢັ້ງຢືນໃຫ້, ບໍ່ແມ່ນສິ່ງທີ່ຖືກນຳມາເປັນຫຼັກຖານ.
ເພາະວ່າ ບໍ່ມີຫຼັກຖານໃດໆ ນອກຈາກໃນດຳລັດຂອງອັລລໍຫ໌ ຕະອາລາ ແລະ ຄຳກ່າວຂອງຣໍຊູລຂອງພຣະອົງ ຊັລລັລລໍຮຸ ອະໄລຮິ ວະສັລລຳ, ແລະເຊັ່ນດຽວກັນ ຄຳກ່າວຂອງບັນດາຜູ້ຮູ້ຈາກຊາວສໍຮາບະຫ໌ ຕາມທັດສະນະທີ່ມີນ້ຳຫນັກ ແລະ ຖືກຕ້ອງກວ່າ, ໂດຍມີເງື່ອນໄຂວ່າຈະຕ້ອງບໍ່ມີສິ່ງໃດຂັດແຍ້ງກັບມັນທັ້ງໃນຄຳພີ ອັລ-ກຸຣອານ ແລະ ສຸນນະຫ໌. ແລະ ຈະຕ້ອງບໍ່ມີຄຳເວົ້າຂອງສໍຮາບະທ່ານອື່ນມາຂັດແຍ້ງ, ຖ້າຫາກມີສິ່ງໃດໃນຄຳພີ ອັລ-ກຸຣອານ ແລະ ແບບຢ່າງຂອງທ່ານນະບີ ທີ່ຂັດກັບຄຳເວົ້ານັ້ນ, ກໍ່ຈຳເປັນຕ້ອງລະຖິ້ມ ແລະ ປະຕິບັດຕາມສິ່ງທີ່ຢູ່ໃນຄຳພີ ອັລ-ກຣຸອານ ແລະ ແບບຢ່າງຂອງທ່ານນະບີ. ແລະ ຖ້າຫາກຄຳເວົ້າຂອງສໍຫາບະຫ໌ທ່ານອື່ນຂັດແຍ້ງ ກໍຈຳເປັນຕ້ອງຊັ່ງນ້ຳໜັກລະຫວ່າງສອງທັດສະນະນັ້ນ ແລະ ໃຫ້ຍຶດຖືເອົາທັດສະນະທີ່ມີນ້ຳໜັກກວ່າ, ຈາກຫຼັກຖານທີ່ອັລລໍຫ໌ໄດ້ກ່າວວ່າ:
﴿...فَإِن تَنَٰزَعۡتُمۡ فِي شَيۡءٖ فَرُدُّوهُ إِلَى ٱللَّهِ وَٱلرَّسُولِ إِن كُنتُمۡ تُؤۡمِنُونَ بِٱللَّهِ وَٱلۡيَوۡمِ ٱلۡأٓخِرِۚ ذَٰلِكَ خَيۡرٞ وَأَحۡسَنُ تَأۡوِيلًا﴾
(ແຕ່ຖ້າພວກເຈົ້າຂັດແຍ້ງກັນໃນສິ່ງໃດ ກໍຈົ່ງນຳສິ່ງນັ້ນກັບຄືນໄປຫາອັລລໍຫ໌ ແລະ ຣໍຊູລ ຫາກພວກເຈົ້າສັດທາຕໍ່ອັລລໍຫ໌ ແລະ ວັນອາຄິເຣາະຫ໌ ນັ້ນແຫລະ ເປັນສິ່ງທີ່ດີຍິ່ງ ແລະ ເປັນການກັບໄປທີ່ສວຍງາມ)
[ສຸເຣາະຫ໌ ອັນນິສາ : 59].
ນີ້ແມ່ນຂໍ້ຄວາມສະບັບຫຍໍ້ໃນການອະທິບາຍສິ່ງທີ່ຈຳເປັນກ່ຽວກັບເລືອດເຫຼົ່ານີ້ ແລະ ຂໍ້ກຳນົດຂອງມັນ, ປະກອບມີຫົວຂໍ້ດັ່ງຕໍ່ໄປນີ້:
- ພາກທີໜຶ່ງ: ວ່າດ້ວຍຄວາມຫມາຍ ແລະ ວິທະຍາປັນຍາຂອງເລືອດປະຈຳເດືອນ.
- ພາກທີ່ສອງ: ເວລາ ແລະ ໄລຍະຂອງເລືອດປະຈຳເດືອນ.
- ພາກທີ່ສາມ: ວ່າດ້ວຍບັນຫາຕ່າງໆ ທີ່ກ່ຽວຂ້ອງກັບເລືອດປະຈຳເດືອນ.
- ພາກທີສີ່: ວ່າດ້ວຍຂໍ້ກຳນົດຕ່າງໆ ກ່ຽວກັບເລືອດປະຈຳເດືອນ.
- ພາກທີຫ້າ: ວ່າດ້ວຍເລື່ອງອິສຕິຮາເດາະຫ໌ (ເລືອດທີ່ຜິດປົກກະຕິຂອງແມ່ຍິງ) ແລະ ຂໍ້ກຳໜົດຕ່າງໆ ຂອງມັນ.
- ພາກທີຫົກ: ວ່າດ້ວຍເລືອດຫລັງການເກີດລູກ ແລະ ຂໍ້ກຳຫນົດຕ່າງໆ ຂອງມັນ.
- ພາກທີ່ເຈັດ: ວ່າດ້ວຍການນຳໃຊ້ສິ່ງທີ່ຢັບຢັ້ງເລືອດປະຈຳເດືອນ ຫຼື ກະຕຸ້ນໃຫ້ປະຈຳເດືອນມາ, ແລະ ສິ່ງທີ່ປ້ອງກັນການຖືພາ ຫຼື ເຮັດໃຫ້ແທ້ງລູກ.
ບົດທີ່ໜຶ່ງ: ຄວາມຫມາຍ ແລະ ວິທະຍາປັນຍາຂອງການມີປະຈຳເດືອນ
ເຮດ ທາງດ້ານພາສາ: ໝາຍເຖິງການໄຫລ, ແລະ ການໄຫລໄປຂອງສິ່ງໃດໜຶ່ງ.
ໃນທາງບົດບັນຍັດສາສະໜາ: ໝາຍເຖິງເລືອດທີ່ເກີດຂຶ້ນກັບເພດຫຍິງຕາມທຳມະຊາດ ໂດຍບໍ່ມີສາເຫດ ໃນຊ່ວງເວລາທີ່ກຳນົດໄວ້. ມັນເປັນເລືອດທຳມະຊາດທີ່ບໍ່ໄດ້ເກີດຈາກພະຍາດ, ບາດແຜ, ການຕົກ, ຫຼື ການເກີດລູກ. ແລະ ເນື່ອງຈາກວ່າມັນເປັນເລືອດທຳມະຊາດ, ມັນຈຶ່ງມີຄວາມແຕກຕ່າງກັນໄປຕາມສະພາບຂອງເພດຫຍິງ, ສະພາບແວດລ້ອມ ແລະ ພູມອາກາດຂອງນາງ; ດັ່ງນັ້ນ, ຜູ້ຍິງຈຶ່ງມີຄວາມແຕກຕ່າງກັນໃນເລື່ອງນີ້ຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນ!.
ຫິກມະຮ໌ໃນເລື່ອງນີ້ກໍຄື: ເມື່ອເດັກທາລົກຕອນທີ່ຢູ່ໃນຄັນມານດາ, ລາວບໍ່ສາມາດໄດ້ຮັບອາຫານແບບດຽວກັບຄົນທີ່ຢູ່ພາຍນອກໄດ້, ແລະ ເຸຖິງແມ້ຜູ້ທີ່ມີຄວາມເມດຕາຕໍ່ລາວຫຼາຍທີສຸດກໍ່ບໍ່ສາມາດສົ່ງອາຫານໃດໆ ໃຫ້ແກ່ລາວໄດ້. ດ້ວຍເຫດນີ້, ອັລລໍຫ໌ ຈຶ່ງໄດ້ຊົງບັນດານສ້າງຂອງເຫລວທີມີລັກສະນະເປັນເລືອດໃນຮ່າງກາຍຂອງແມ່ຍິງ ເພື່ອເປັນອາຫານໃຫ້ແກ່ທາລົກໃນຄັນມານດາ ໂດຍບໍ່ຈຳເປັນຕ້ອງກິນ ແລະ ຍ່ອຍອາຫານ, ໂດຍເລືອດນັ້ນຈະຊຶມຜ່ານທາງສາຍບືເຂົ້າສູ່ຮ່າງກາຍຂອງລາວ ແລະ ໄຫລວຽນໄປຕາມເສັ້ນເລືອດຕ່າງໆ ເພື່ອຫຼໍ່ລ້ຽງຮ່າງກາຍຂອງລາວ. ມະຫາບໍລິສຸດຍິ່ງຄືອັລລໍຫ໌, ຜູ້ຊົງເປັນເລີດແຫ່ງບັນດາການສ້າງ.
ນີ້ຄືວິທະປັນຍາ (الحكمة) ຂອງການມີເລືອດປະຈຳເດືອນ; ດ້ວຍເຫດນີ້ ເມື່ອຜູ້ຍິງຖືພາ ເລືອດປະຈຳເດືອນຂອງນາງກໍຈະຢຸດ ແລະ ຈະບໍ່ມີອີກນອກຈາກກໍລະນີທີ່ເກີດຂຶ້ນໄດ້ຍາກ, ໃນທຳນອງດຽວກັນ ບັນດາແມ່ທີ່ໃຫ້ນົມລູກກໍມີສ່ວນໜ້ອຍທີ່ຈະມີປະຈຳເດືອນ ໂດຍສະເພາະໃນໄລຍະເລີ່ມຕົ້ນຂອງການໃຫ້ນົມລູກ.
ບົດທີສອງ : ເວລາ ແລະ ໄລຍະຂອງເລືອດປະຈຳເດືອນ
ການກ່າວໃນບົດນີ້ມີສອງປະການຄື:
ປະເດັນທີໜຶ່ງ: ກ່ຽວກັບອາຍຸທີ່ເລືອດປະຈຳເດືອນຈະມາ.
ປະເດັນທີ່ສອງ: ໄລຍະເວລາຂອງເລືອດປະຈຳເດືອນ.
ສຳລັບປະເດັນທຳອິດ: ຊ່ວງອາຍຸ ໂດຍສ່ວນຫຼາຍຈະມີເລືອດປະຈຳເດືອນແມ່ນຢູ່ໃນລະຫວ່າງ ສິບສອງປີ ຫາ ຫ້າສິບປີ, ແລະ ບາງທີຜູ້ຍິງອາດຈະມີປະຈຳເດືອນກ່ອນ ຫຼື ຫຼັງຈາກນັ້ນ, ທັງນີ້ກໍ່ຂຶ້ນຢູ່ກັບສະພາບຮ່າງກາຍ, ສະພາບແວດລ້ອມ ແລະ ສະພາບອາກາດທີ່ນາງພັກອາໄສ.
ບັນດານັກວິຊາການ (ຂໍພຣະອົງອັລລໍຫ໌ຊົງເມດຕາພວກທ່ານ) ໄດ້ມີທັດສະນະທີ່ແຕກຕ່າງກັນວ່າ: ອາຍຸຂອງການມີເລືອດປະຈຳເດືອນນັ້ນມີຂອບເຂດກຳນົດທີ່ແນ່ນອນແມ່ນບໍ່?, ໂດຍທີ່ຜູ້ຍິງຈະບໍ່ມີເລືອດປະຈຳເດືອນກ່ອນ ຫຼື ຫຼັງຈາກອາຍຸດັ່ງກ່າວ, ແລະ ເລືອດທີ່ອອກມາກ່ອນ ຫຼື ຫຼັງຈາກນັ້ນ ຖືວ່າເປັນເລືອດເສຍ ບໍ່ແມ່ນເລືອດປະຈຳເດືອນ?
ບັນດານັກວິຊາການມີຄວາມເຫັນທີ່ແຕກຕ່າງກັນໃນເລື່ອງດັງກ່າວ; ທ່ານ ອັດ-ດາຣີມີ ຫຼັງຈາກທີ່ໄດ້ກ່າວເຖິງຄວາມເຫັນທີ່ແຕກຕ່າງກັນເຫຼົ່ານັ້ນແລ້ວ - ໄດ້ກ່າວວ່າ: ທັງໝົດນີ້ໃນທັດສະນະຂອງຂ້າພະເຈົ້າແລ້ວແມ່ນຜິດພາດ! ເພາະວ່າບັນທັດຖານໃນເລື່ອງທັງໝົດນີ້ແມ່ນກັບໄປສູ່ການມີຢູ່ຂອງມັນ, ດັ່ງນັ້ນ ປະລິມານໃດກໍຕາມທີ່ປາກົດຂຶ້ນ ໃນສະພາບໃດ ແລະ ອາຍຸເທົ່າໃດກໍຕາມ ກໍຈຳເປັນຕ້ອງຖືວ່າມັນເປັນເລືອດປະຈຳເດືອນ ແລະ ອັລລໍຫ໌ເປັນຜູ້ຊົງຮູ້ດີທີ່ສຸດ1.
ແລະສິ່ງທີ່ທ່ານ ອັດ-ດາຣີມີ ໄດ້ກ່າວມານີ້ຄືທັດສະນະທີ່ຖືກຕ້ອງ, ຊຶ່ງເປັນທັດສະນະທີ່ຖືກເລືອກໂດຍ ໄຊຄ໌ຄຸລອິສລາມ ອິບນຸ ໄຕມິຍະຫ໌2,
ດັ່ງນັ້ນ, ເມື່ອໃດກໍຕາມທີ່ເພດຍິງມີເລືອດປະຈຳເດືອນ, ນາງກໍຈະຖືກນັບວ່າເປັນຜູ້ຍິງທີ່ມີປະຈຳເດືອນ, ເຖິງແມ່ນວ່ານາງຈະມີອາຍຸຕ່ຳກວ່າເກົ້າປີ ຫຼື ສູງກວ່າຫ້າສິບປີກໍຕາມ. ນັ້ນກໍ່ເພາະວ່າ ບົດບັນຍັດທີ່ກ່ຽວກັບເລືອດປະຈຳເດືອນນັ້ນ, ພຣະອົງອັລລໍຫ໌ ແລະ ທ່ານຣໍຊູລຂອງພຣະອົງ ໄດ້ຜູກພັນມັນໄວ້ກັບການເກີດຂື້ນຂອງມັນ, ແລະ ບໍ່ໄດ້ກຳຫນົດອາຍຸທີ່ແນ່ນອນໄວ້. ດັ່ງນັ້ນ ຈຶ່ງເປັນການຈຳເປັນ (ວາຈິບ) ທີ່ຈະຕ້ອງອ້າງອີງເຖິງການມີ ແລະ ການເກີດຂື້ນຂອງມັນ ເຊິ່ງບົດບັນຍັດໄດ້ຖືກຜູກພັນໄວ້ ແລະ ການກຳຫນົດດ້ວຍອາຍຸທີ່ແນ່ນອນນັ້ນ ຈຳເປັນຕ້ອງມີຫຼັກຖານຈາກຄຳພີ ຫຼື ສຸນນະຫ໌, ເຊິ່ງບໍ່ມີຫຼັກຖານໃດ ໆ ໃນເລື່ອງດັ່ງກ່າວ.
ສ່ວນວ່າປະເດັນທີສອງ ແມ່ນ ໄລຍະເວລາຂອງເລືອດປະຈຳເດືອນ
ກ່າວຄື: ກຳຫນົດໄລຍະເວລາຂອງມັນ.
ບັນດານັກວິຊາການມີຄວາມຄິດເຫັນທີ່ແຕກຕ່າງກັນໃນເລື່ອງນີ້ຢ່າງຫຼວງຫຼາຍ ເຊິ່ງມີປະມານ 6 ຫຼື 7 ທັດສະນະ, ທ່ານ ອິບນຸ ອັລ-ມຸນຊິຣ ເຣາະຫິມະຮຸລລໍຮ໌ ໄດ້ກ່າວວ່າ: ນັກວິຊາການກຸ່ມຫນຶ່ງໄດ້ກ່າວວ່າ: ບໍ່ມີການກຳນົດໄລຍະເວລາທີ່ສັ້ນທີ່ສຸດ ແລະ ຍາວທີ່ສຸດຂອງການມີປະຈຳເດືອນເປັນຈຳນວນມື້3.
ຂ້າພະເຈົ້າຂໍກ່າວວ່າ: ຄຳກ່າວນີ້ກໍ່ເໝືອນກັບຄຳກ່າວຂອງທ່ານ ອັດ-ດາຣີມີ ທີ່ກ່າວມາກ່ອນໜ້ານີ້, ແລະ ເປັນທັດສະນະທີ່ຖືກເລືອກຂອງ ໄຊຄ໌ ອັລ-ອິສລາມ ອິບນຸ ໄຕມິຍະຫ໌, ແລະເປັນທັດສະນະທີ່ຖືກຕ້ອງ; ເພາະມີຫຼັກຖານຢັ້ງຢືນຈາກອັລ-ກິຕາບ, ອັສ-ສຸນນະຫ໌ ແລະ ການພິຈາລະນາ.
ຫຼັກຖານຂໍ້ທີໜຶ່ງຄື: ຄຳກ່າວຂອງອັລລໍຫ໌ ຜູ້ຊົງສູງສົ່ງ:
﴿وَيَسۡـَٔلُونَكَ عَنِ ٱلۡمَحِيضِۖ قُلۡ هُوَ أَذٗى فَٱعۡتَزِلُواْ ٱلنِّسَآءَ فِي ٱلۡمَحِيضِ وَلَا تَقۡرَبُوهُنَّ حَتَّىٰ يَطۡهُرۡنَۖ...﴾
ຄວາມວ່າ: (ແລະ ພວກເຂົາຖາມເຈົ້າກ່ຽວກັບເລືອດປະຈຳເດືອນ, ຈົ່ງກ່າວເຖີດວ່າ ມັນເປັນສິ່ງສົກກະປົກ, ດັ່ງນັ້ນ ພວກເຈົ້າຈົ່ງອອກຫ່າງຈາກບັນດາສະຕີໃນຂະນະທີ່ນາງມີປະຈຳເດືອນ ແລະ ຢ່າເຂົ້າໃກ້ພວກນາງຈົນກວ່າພວກນາງຈະສະອາດ...) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 222]. ດັ່ງນັ້ນ ອັລລໍຫ໌ຈຶ່ງໄດ້ກຳໜົດໃຫ້ຂອບເຂດຂອງການຫ້າມນັ້ນ ຄືການກຳໝົດສະພາບຂອງເລືອດປະຈຳເດືອນ, ແລະ ພຣະອົງບໍ່ໄດ້ກຳໜົດໃຫ້ຂອບເຂດນັ້ນເປັນການຜ່ານໄປຂອງໜຶ່ງວັນກັບໜຶ່ງຄືນ, ຫຼື ສາມວັນ, ຫຼື ສິບຫ້າວັນ, ດັ່ງນັ້ນ ສິ່ງນີ້ຈຶ່ງເປັນການຊີ້ໃຫ້ເຫັນວ່າ ເຫດຜົນຂອງຂໍ້ກຳໜົດດັ່ງກ່າວນັ້ນຂຶ້ນຢູ່ກັບການມີ ຫຼື ບໍ່ມີຂອງເລືອດປະຈຳເດືອນ. ເມື່ອໃດທີ່ເລືອດປະຈຳເດືອນມາ, ຂໍ້ກຳນົດກໍຈະມີຜົນ, ແລະ ເມື່ອໃດທີ່ນາງຫມົດໄລຍະຈາກມັນ, ຂໍ້ກຳນົດຕ່າງໆ ກໍຈະຫມົດໄປ.
ຫຼັກຖານຂໍ້ທີ່ສອງ : ດັ່ງທີ່ມີລາຍງານທີ່ຖືກຕ້ອງໃນປື້ມຊໍຮິຫ໌ມຸສລິມວ່າ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວແກ່ທ່ານນາງອາອີຊະຫ໌ (ໃນຂະນະທີ່ນາງກຳລັງມີປະຈຳເດືອນ ແລະ ຢູ່ໃນສະພາບຄອງອິຫ໌ຣອມເພື່ອທຳອຸມເຣາະຫ໌) ວ່າ:
«افْعَلِي مَا يَفْعَلُ الْحَاجُّ، غَيْرَ أَنْ لَا تَطُوفِي بِالْبَيْتِ حَتَّى تَطْهُرِي». قَالَتْ: فَلَمَّا كَانَ يَوْمُ النَّحْرِ طَهُرَتْ، فَأَفَاضَتْ.
( ເຈົ້າຈົ່ງປະຕິບັດທຸກຢ່າງເໝືອນດັ່ງຜູ້ເຮັດຮັຈຍ໌, ຍົກເວັ້ນການຕໍວາຟຮອບວິຫານກະບະຫ໌ ຈົນກວ່າເຈົ້າຈະສະອາດ). ນາງໄດ້ກ່າວວ່າ: ເມື່ອຮອດວັນນະຫັຣ (ວັນແຫ່ງການເຊື່ອດ) ນາງກໍ່ສະອາດແລ້ວ, ນາງຈຶ່ງໄດ້ໄປຕໍວາຟທົດແທນ. ຫະດິຊ 4.
ແລະ ໃນບັນທຶກຂອງທ່ານອີຫມ່ຳທັ້ງສອງ ແທ້ຈິງທ່ານນະບີ -ຊໍລລັລລໍຮຸ ອະໄລຮິ ວະຊັລລໍາ- ໄດ້ກ່າວຕໍ່ນາງວ່າ:
«انتَظِرِي فَإِذَا طَهُرْتِ فَاخْرُجِي إِلَى التَّنْعِيمِ».
«ຈົ່ງລໍຖ້າເຖິດ, ເມື່ອເຈົ້າສະອາດແລ້ວ ກໍ່ຈົ່ງອອກໄປສູ່ເຂດ ຕັນອີມ»5, ທ່ານນະບີ ສໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກຳນົດໃຫ້ຂອບເຂດຂອງການຫ້າມຄືການຫມົດປະຈຳເດືອນ, ແລະ ບໍ່ໄດ້ກຳນົດໃຫ້ຂອບເຂດນັ້ນເປັນໄລຍະເວລາທີ່ແນ່ນອນ. ດັ່ງນັ້ນ ສິ່ງນີ້ຈຶ່ງຊີ້ໃຫ້ເຫັນວ່າ ຂໍ້ກຳນົດດັ່ງກ່າວແມ່ນຂຶ້ນຢູ່ກັບການມີ ຫຼື ບໍ່ມີຂອງເລືອດປະຈຳເດືອນ.
ຫຼັກຖານປະການທີ່ສາມ: ການກຳນົດ ແລະ ລາຍລະອຽດຕ່າງໆ ເຫຼົ່ານີ້ ທີ່ບັນດານັກວິຊາການນິຕິສາດອິສລາມ (ຟຸກໍຮາຫ໌) ບາງທ່ານໄດ້ກ່າວໄວ້ໃນບັນຫານີ້ນັ້ນ ກໍ່ບໍ່ມີປາກົດຢູ່ໃນຄຳພີຂອງອັລລໍຫ໌ ແລະ ບໍ່ມີໃນຊຸນນະຫ໌ຂອງລໍຊູລຂອງພຣະອົງ ຊັລລັລລໍຮຸ ອະໄລຮິ ວະສັລລຳ, ທັງ ໆ ທີ່ມີຄວາມຈຳເປັນ ແລະ ຍິ່ງໄປກວ່ານັ້ນຄືຄວາມຈຳເປັນຢ່າງຍິ່ງ ຮຽກຮ້ອງໃຫ້ມີການຊີ້ແຈງເລື່ອງນີ້ຢ່າງຊັດເຈນ, ຖ້າຫາກວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ປວງບ່າວຕ້ອງທຳຄວາມເຂົ້າໃຈ ແລະ ໃຊ້ໃນການເຄົາລົບບູຊາຕໍ່ພຣະອົງອັລລໍຫ໌, ແນ່ນອນພຣະອົງອັລລໍຫ໌ ແລະ ສາດສະດາຂອງພຣະອົງ (ຂໍ ຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດທ່ານ) ກໍຈະຊົງຊີ້ແຈງມັນຢ່າງຊັດເຈນໃຫ້ທຸກຄົນໄດ້ຮັບຮູ້; ເນື່ອງຈາກຄວາມສຳຄັນຂອງຂໍ້ບັນຍັດຕ່າງໆ ທີ່ກ່ຽວຂ້ອງກັບເລື່ອງດັ່ງກ່າວ ເຊັ່ນ: ການລະຫມາດ, ການຖືສິນອົດ, ການແຕ່ງງານ, ການຢ່າຮ້າງ, ການສືບທອດມໍລະດົກ ແລະ ຂໍ້ບັນຍັດອື່ນໆ, ດັ່ງທີ່ອັລລໍຫ໌ ແລະ ທ່ານສາສະນະທູດຂອງພຣະອົງໄດ້ຊີ້ແຈ້ງໄວ້ກ່ຽວກັບ ຈຳນວນຄັ້ງ, ເວລາ, ການກົ້ມຣູກົວະ ແລະ ການກົ້ມກາບສຸຢູດໃນການລະຫມາດ, ແລະ ຊະກາດ: ປະເພດສັບສິນ, ເກນກຳຫນົດ, ປະລິມານ ແລະ ຜູ້ມີສິດໄດ້ຮັບ, ແລະ ການຖືສິນອົດ: ໄລຍະເວລາ ແລະ ຊ່ວງເວລາຂອງມັນ, ແລະ ການປະກອບພິທີຮັຈ ແລະ ສິ່ງອື່ນໆ ທີ່ກ່ຽວຂ້ອງ, ຈົນກະທັ້ງມາລະຍາດໃນການກິນ, ການດື່ມ, ການນອນ, ການມີເພດສຳພັນ, ການນັ່ງ, ການເຂົ້າເຮືອນ ແລະ ການອອກຈາກເຮືອນ, ແລະ ມາລະຍາດໃນການຂັບຖ່າຍ ຈົນເຖິງຈຳນວນການເຊັດລ້າງໃນການອິສຕິຈມາຣ໌ ແລະ ອື່ນໆ ຈາກບັນດາເລື່ອງທີ່ລະອຽດອ່ອນຈົນເຖິງເລື່ອງທີ່ໃຫຍ່ຫຼວງ, ຊຶ່ງເປັນສິ່ງທີ່ອັລລໍຮ໌ໄດ້ເຮັດໃຫ້ສາສະຫນາມີຄວາມສົມບູນ ແລະ ໄດ້ເຮັດໃຫ້ຄວາມໂປດປານຂອງພຣະອົງຄົບຖ້ວນສົມບູນແກ່ບັນດາຜູ້ສັດທາ, ດັ່ງທີ່ພຣະອົງໄດ້ຊົງກ່າວໄວ້ວ່າ:
﴿...وَنَزَّلۡنَا عَلَيۡكَ ٱلۡكِتَٰبَ تِبۡيَٰنٗا لِّكُلِّ شَيۡءٖ...﴾
(...ແລະ ເຮົາໄດ້ປະທານຄຳພີແກ່ເຈົ້າ ເພື່ອຊີ້ແຈງແກ່ທຸກສັບພະສິ່ງ...)
[ສຸເຣາະຫ໌ ອັລ-ນະຫ໌ລຸ :89], ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿...مَا كَانَ حَدِيثًا يُفْتَرَى وَلَـكِن تَصْدِيقَ الَّذِي بَيْنَ يَدَيْهِ وَتَفْصِيلَ كُلَّ شَيْءٍ...﴾
(...ບໍ່ແມ່ນຄຳເວົ້າທີ່ຖືກອຸປະໂຫລກຂຶ້ນ, ຫາກແຕ່ເປັນການຍືນຍັນສິ່ງທີ່ຢູ່ເບື້ອງຫນ້າມັນ ແລະ ເປັນການຈຳແນກທຸກສິ່ງ...) [ຊູເຣາະຫ໌ ຍູຊຸຟ : 111].
ເມື່ອການກຳນົດ ແລະ ລາຍລະອຽດເຫຼົ່ານີ້ ບໍ່ໄດ້ຖືກລະບຸໄວ້ໃນຄຳພີອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານນະບີ, ຈຶ່ງເປັນທີ່ຊັດແຈ້ງວ່າ ບໍ່ສາມາດນຳມາເປັນຫຼັກຖານອ້າງອີງໄດ້, ແຕ່ໃຫ້ຍຶດຖືຕາມຄວາມຫມາຍຂອງຄຳວ່າ ເລືອດປະຈຳເດືອນ ເຊິ່ງສາດສະນາບັນຍັດຕ່າງໆ ໄດ້ຜູກພັນຢູ່ກັບມັນ ທັງໃນເວລາທີ່ມີ ແລະ ບໍ່ມີ. ແລະ ຫຼັກຖານນີ້ - ກ່າວຄື: ການທີ່ບໍ່ໄດ້ກ່າວເຖິງບົດບັນຍັດໃນພຣະຄຳພິອັລ-ກຸຣອານ ແລະ ຊຸນນະຮ໌ ເປັນຫຼັກຖານວ່າບົດບັນຍັດນັ້ນບໍ່ຖືກນຳມາພິຈາລະນາ - ຈະເປັນປະໂຫຍດແກ່ທ່ານໃນບັນຫານີ້ ແລະ ບັນຫາອື່ນ ໆ ຈາກບັນດາຄວາມຮູ້ທາງສາສະຫນາ; ເພາະວ່າບົດບັນຍັດທາງສາສະຫນາຕ່າງໆ ຈະບໍ່ຖືກຢືນຢັນ ນອກຈາກຈະມີຫຼັກຖານຈາກບົດບັນຍັດ (ຊາຣີອະຫ໌) ເຊິ່ງມາຈາກຄຳພີຂອງອັລລໍຮ໌, ຫຼື ຊຸນນະຮ໌ຂອງທ່ານສາສະດາທູດຂອງພຣະອົງ (ຂໍຄວາມສັນຕິສຸກ ແລະ ຄວາມເມດຕາຈາກອັລລໍຮ໌ຈົ່ງມີແດ່ທ່ານ), ຫຼື ການເຫັນດີເຫັນພ້ອມນັກວີຊາການອິສລາມ, ຫຼື ການປຽບທຽບລະຫວ່າງບົດບັນຍັດທີ່ຖືກຕ້ອງ. ໄຊຄຄຸລອິສລາມ ອິບນຸ ໄຕມິຍະຫ໌ ໄດ້ກ່າວໄວ້ໃນກົດເກນຫນຶ່ງຂອງເພິ່ນວ່າ: "ແລະ ຈາກສິ່ງດັ່ງກ່າວນັ້ນຄືຄຳວ່າ ເລືອດປະຈຳເດືອນ ເຊິ່ງພຣະອົງອັລລໍຫ໌ໄດ້ຕິດພັນກັບຂໍ້ກຳນົດຕ່າງໆ ໄວ້ຢ່າງຫຼວງຫຼາຍໃນຄຳພີກຸລອານ ແລະ ສຸນນະຫ໌, ໂດຍທີ່ພຣະອົງບໍ່ໄດ້ກຳນົດໄລຍະເວລາທີ່ສັ້ນທີ່ສຸດ ແລະ ຍາວທີ່ສຸດຂອງມັນ, ແລະ ບໍ່ໄດ້ກຳນົດໄລຍະເວລາທີ່ສະອາດລະຫວ່າງສອງຮອບເດືອນ, ເຖິງແມ່ນວ່າປະຊາຊາດອິສລາມຈະປະສົບບັນຫານີ້ຢ່າງແຜ່ຫຼາຍ ແລະ ມີຄວາມຈຳເປັນໃນເລື່ອງນີ້ກໍ່ຕາມ. ແລະ ທາງດ້ານພາສາກໍ່ບໍ່ໄດ້ຈຳແນກຄວາມແຕກຕ່າງລະຫວ່າງໄລຍະເວລາໃດຫນຶ່ງກັບອີກໄລຍະເວລາຫນຶ່ງ. ດັ່ງນັ້ນ, ຜູ້ໃດກໍ່ຕາມທີ່ກຳນົດຂອບເຂດໃນເລື່ອງນີ້, ກໍ່ເທົ່າກັບວ່າຜູ້ນັ້ນໄດ້ຂັດແຍ້ງຕໍ່ຄຳພີກຸລອານ ແລະ ສຸນນະຫ໌"6. ຈົບຄຳເວົ້າຂອງທ່ານ.
ຫຼັກຖານປະການທີ່ສີ່: ການປຽບທຽບທີ່ຖືກຕ້ອງຕາມຫຼັກການ, ກ່າວຄື ອັລລໍຫ໌ ໄດ້ຊົງໃຫ້ເຫດຜົນຂອງການມີເລືອດປະຈຳເດືອນວ່າເປັນສິ່ງທີ່ສ້າງຄວາມລຳບາກ, ສະນັ້ນ, ເມື່ອໃດກໍຕາມທີ່ຍັງມີເລືອດປະຈຳເດືອນຢູ່ ຄວາມລຳບາກນັ້ນກໍຍັງຄົງມີຢູ່, ໂດຍບໍ່ມີຄວາມແຕກຕ່າງກັນລະຫວ່າງມື້ທີສອງກັບມື້ທຳອິດ, ແລະ ລະຫວ່າງມື້ທີສີ່ກັບມື້ທີສາມ. ບໍ່ມີຄວາມແຕກຕ່າງກັນລະຫວ່າງວັນທີສິບຫົກ ແລະ ວັນທີສິບຫ້າ, ແລະ ກໍບໍ່ມີຄວາມແຕກຕ່າງກັນລະຫວ່າງວັນທີສິບແປດ ແລະ ວັນທີສິບເຈັດ, ເລືອດປະຈຳເດືອນກໍ່ຄືເລືອດປະຈຳເດືອນ ແລະ ຄວາມເປັນມົນທິນກໍ່ຄືຄວາມເປັນມົນທິນ, ດັ່ງນັ້ນ ສາເຫດໃນທັງສອງມື້ນັ້ນຈຶ່ງມີສະພາບເທົ່າທຽມກັນ, ແລ້ວການຈຳແນກຂໍ້ຕັດສິນລະຫວ່າງສອງມື້ນັ້ນຈະຖືກຕ້ອງໄດ້ແນວໃດ ໃນເມື່ອສາເຫດຂອງມັນກໍ່ຄືກັນ? ສິ່ງນີ້ບໍ່ແມ່ນການຂັດກັບການປຽບທຽບທີ່ຖືກຕ້ອງບໍ? ແລະ ການປຽບທຽບທີ່ຖືກຕ້ອງບໍ່ແມ່ນການທີ່ທັງສອງມື້ຕ້ອງມີຂໍ້ກຳໜົດທີ່ເທົ່າທຽມກັນບໍ? ເນື່ອງຈາກສາເຫດຂອງທັງສອງກໍເທົ່າທຽມກັນ?
ຫຼັກຖານຂໍ້ທີຫ້າ: ຂໍ້ຂັດແຍ້ງ ແລະ ຄວາມສັບສົນໃນທັດສະນະຂອງບັນດາຜູ້ກຳຫນົດ, ເຊິ່ງສິ່ງນັ້ນຊີ້ໃຫ້ເຫັນວ່າ ໃນປະເດັນດັ່ງກ່າວບໍ່ມີຫຼັກຖານທີ່ຈຳເປັນຕ້ອງກັບໄປຫາ, ຫາກແຕ່ມັນເປັນພຽງບົດບັນຍັດທີ່ມາຈາກການວິນິດໄສ ເຊິ່ງອາດຈະມີທັງຜິດພາດ ແລະ ຖືກຕ້ອງ, ໂດຍບໍ່ມີຝ່າຍໃດທີ່ສົມຄວນປະຕິບັດຕາມຫລາຍກວ່າອີກຝ່າຍຫນຶ່ງ, ແລະ ບ່ອນກັບຄືນ ເມື່ອເກີດມີການຂັດແຍ້ງກໍຄື ອັລກຸຣອານ ແລະ ສຸນນະຫ໌.
ເມື່ອເປັນທີ່ຊັດແຈ້ງແລ້ວເຖິງຄວາມມີນ້ຳຫນັກຂອງທັດສະນະທີ່ກ່າວວ່າ: ບໍ່ມີການກຳນົດໄລຍະເວລາຂັ້ນຕ່ຳ ແລະ ຂັ້ນສູງສຸດຂອງເລືອດປະຈຳເດືອນ. ແລະ ທັດສະນະດັ່ງກ່າວເປັນທັດສະນະທີ່ມີນ້ຳຫນັກກວ່າ, ດັ່ງນັ້ນ ຈົ່ງຮູ້ໄວ້ວ່າ ເລືອດທຸກຊະນິດທີ່ເປັນເລືອດທຳມະຊາດທີ່ຜູ້ຍິງເຫັນ ທີ່ບໍ່ໄດ້ມີສາເຫດມາຈາກບາດແຜ ຫຼື ສິ່ງອື່ນທີ່ຄ້າຍຄືກັນ, ຖືວ່າເປັນເລືອດປະຈຳເດືອນ ໂດຍບໍ່ມີການກຳນົດໄລຍະເວລາ ຫຼື ອາຍຸ. ຍົກເວັ້ນແຕ່ໃນກໍລະນີທີ່ເລືອດນັ້ນໄຫຼອອກມາຢ່າງຕໍ່ເນື່ອງບໍ່ຂາດສາຍ, ຫຼື ຢຸດໄຫຼພຽງໄລຍະສັ້ນໆ ເຊັ່ນ ຫນຶ່ງມື້ ຫຼື ສອງມື້ໃນເດືອນຫນຶ່ງ, ໃນກໍລະນີນີ້ ຈະຖືວ່າເປັນເລືອດທີ່ຜິດປົກກະຕິ (ອິສຕິຮາເດາະ). ແລະ ຈະໄດ້ກ່າວເຖິງການອະທິບາຍກ່ຽວກັບເລືອດຜິດປົກກະຕິ (ອິສຕິຮາເດາະ) ແລະ ຂໍ້ກຳຫນົດຕ່າງ ໆ ຂອງມັນໃນພາຍຫຼັງ, (ຖ້າຫາກອັລລໍຫ໌ ຜູ້ສູງສົ່ງ ຊົງປະສົງ).
ທ່ານ ໄຊຄຄຸລອິສລາມ ອິບນຸ ໄຕມິຍະ ໄດ້ກ່າວວ່າ: ແລະ ຫລັກການພື້ນຖານຂອງທຸກສິ່ງທີ່ອອກມາຈາກມົດລູກແມ່ນເລືອດປະຈຳເດືອນ ຈົນກວ່າຈະມີຫລັກຖານຢືນຢັນວ່າມັນແມ່ນເລືອດ ອິສຕິຮາເດາະ7.
ແລະ ທ່ານກ່າວອີກວ່າ: ເລືອດທີ່ອອກມານັ້ນຖືວ່າເປັນເລືອດປະຈຳເດືອນ ຖ້າຫາກບໍ່ຮູ້ວ່າມັນເປັນເລືອດຈາກເສັ້ນເລືອດ ຫຼື ບາດແຜ8.
ແລະ ຄຳກ່າວນີ້, ນອກຈາກຈະເປັນທັດສະນະທີ່ມີນ້ຳໜັກກວ່າໃນດ້ານຫຼັກຖານແລ້ວ, ມັນຢັງເປັນສິ່ງທີ່ເຂົ້າໃຈ ແລະ ຮັບຮູ້ໄດ້ງ່າຍກວ່າ, ທັງຢັງງ່າຍຕໍ່ການປະຕິບັດ ແລະ ນຳໃຊ້ ຫຼາຍກວ່າສິ່ງທີ່ບັນດາຜູ້ກຳໜົດຂອບເຂດໄດ້ກ່າວໄວ້. ແລະ ສິ່ງໃດທີ່ເປັນເຊັ່ນນີ້ ກໍ່ສົມຄວນທີ່ຈະຖືກຍອມຮັບຫຼາຍກວ່າ ເນື່ອງຈາກມັນສອດຄ່ອງກັບຈິດວິນຍານຂອງສາສະໜາອິດສະລາມ ແລະ ຫຼັກການຂອງມັນ ເຊິ່ງກໍ່ຄືຄວາມສະດວກ ແລະ ຄວາມງ່າຍດາຍ. ອັລລໍຫ໌ ຜູ້ຊົງສູງສົ່ງໄດ້ກ່າວວ່າ:
﴿...وَمَا جَعَلَ عَلَيۡكُمۡ فِي ٱلدِّينِ مِنۡ حَرَجٖ...﴾
(...ແລະພຣະອົງບໍ່ໄດ້ຊົງເຮັດໃຫ້ມີຄວາມຍຸ້ງຍາກໃດໆ ແກ່ພວກເຈົ້າໃນສາສະນາ...) [ສຸເຣາະຫ໌ ອັລ-ຮັຈ : 78], ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ຫຍັງໄດ້ກ່າວໄວ້ວ່າ:
«إِنَّ الدِّينَ يُسْرٌ وَلَنْ يُشَادَّ الدِّينَ أَحَدٌ إِلَّا غَلَبَهُ فَسَدِّدُوا وَقَارِبُوا وَأَبْشِرُوا».
«ແທ້ຈິງ ສາສະໜາແມ່ນຄວາມສະດວກ, ແລະ ບໍ່ມີຜູ້ໃດທີ່ເຄັ່ງຄັດໃນເລື່ອງສາສະໜາ ເວັ້ນເສຍແຕ່ວ່າມັນຈະເອົາຊະນະເຂົາ. ດັ່ງນັ້ນ ຈົ່ງປະຕິບັດໃຫ້ຖືກຕ້ອງ, ຍຶດທາງສາຍກາງ ແລະຈົ່ງມີຄວາມປິຕິຍິນດີ» ບັນທຶກໂດຍອັລບຸກຄໍຣີ9.
ສ່ວນໜຶ່ງຈາກຈະລິຍະທໍາຂອງທ່ານສາດສະດາ ສໍລລັລລໍຮຸ ອະໄລຮິ ວະສັລລຳ
«أَنَّهُ مَا خُيِّرَ بَيْنَ أَمْرَيْنِ إِلَّا اخْتَارَ أَيْسَرَهُمَا مَا لَمْ يَكُنْ إِثْمًا».
«ແທ້ຈີງ ເມື່ອທ່ານນະບີ ຖືກໃຫ້ເລືອກລະຫວ່າງສອງສິ່ງ ທ່ານກໍ່ຈະເລືອກເອົາສີ່ງທີ່ງ່າຍກວ່າຈາກທັ້ງສອງນັ້ນ ຕາບໃດທີ່ມັນບໍ່ແມ່ນບາບ»10.
ການມີປະຈຳເດືອນຂອງແມ່ຍິງຖືພາ:
ໂດຍສ່ວນຫຼາຍແລ້ວ ເມື່ອແມ່ຫຍິງຖືພາ ປະຈຳເດືອນຂອງນາງກໍຈະຂາດໄປ, ທ່ານອີມາມ ອະຫ໌ມັດ ຣໍຫິມະຮຸລລໍຮ໌ ໄດ້ກ່າວວ່າ: «ບັນດາແມ່ຫຍິງຈະຮູ້ວ່າຕົນເອງຖືພາໄດ້ກໍດ້ວຍການຢຸດຂອງປະຈຳເດືອນ»11.
ຫາກແມ່ຍິງຖືພາເຫັນເລືອດອອກກ່ອນການເກີດລູກໃນໄລຍະເວລາສັ້ນໆ ເຊັ່ນ ສອງ ຫຼື ສາມມື້, ແລະ ມີອາການເຈັບທ້ອງຈະເກີດລູກຮ່ວມນຳ, ເລືອດນັ້ນຖືວ່າເປັນເລືອດຫລັງການເກີດລູກ. ແລະ ຖ້າຫາກເລືອດອອກກ່ອນການເກີດລູກເປັນເວລາດົນ ຫຼື ເປັນເວລາສັ້ນໆ ແຕ່ບໍ່ມີອາການເຈັບທ້ອງເກີດລູກຮ່ວມນຳ, ເລືອດນັ້ນບໍ່ແມ່ນເລືອດຫຼັງຈາກເກີດລູກ. ແຕ່ມັນຈະເປັນເລືອດປະຈຳເດືອນ ທີ່ຕ້ອງປະຕິບັດຕາມຂໍ້ກຳນົດຂອງເລືອດປະຈຳເດືອນບໍ, ຫຼື ຈະເປັນເລືອດເສຍ ທີ່ບໍ່ຕ້ອງປະຕິບັດຕາມຂໍ້ກຳນົດຂອງເລືອດປະຈຳເດືອນ?
ໃນເລື່ອງນີ້ມີຄວາມຄິດເຫັນທີ່ແຕກຕ່າງກັນລະຫວ່າງບັນດານັກວິຊາການ, ແລະ ທັດສະນະທີ່ຖືກຕ້ອງກ່າວວ່າ ມັນຄືເລືອດປະຈຳເດືອນ ຫາກມັນເປັນໄປຕາມລັກສະນະປົກກະຕິຂອງການມີປະຈຳເດືອນຂອງນາງ; ເພາະວ່າຫຼັກການພື້ນຖານກ່ຽວກັບເລືອດທີ່ອອກມາຈາກແມ່ຍິງນັ້ນ ຖືວ່າເປັນເລືອດປະຈຳເດືອນ, ຫາກແຕ່ຈະມີເຫດຜົນທີ່ຊັດເຈນມາຫ້າມບໍ່ໃຫ້ຖືວ່າເປັນເຊັ່ນນັ້ນ ແລະ ບໍ່ມີຫຼັກຖານໃນຄຳພີກຸຣອານ ແລະ ຊຸນນະຫ໌ ໃດໆ ທີ່ຫ້າມວ່າແມ່ຍິງທີ່ຖືພາ ຈະມີປະຈຳເດືອນບໍ່ໄດ້ (ໝາຍເຖິງມີເລືອດໄຫຼ)
ນີ້ຄືແນວທາງຂອງ ທ່ານອິຫມ່ຳມາລິກ12 ແລະ ທ່ານອິຫມ່ຳ ອັຊ-ຊາຟີອີ13, ແລະ ເປັນທັດສະນະທີ່ ໄຊຄຄຸລ ອິສລາມ ອິບນຸ ໄຕມີຍະຫ໌ ໄດ້ເລືອກໄວ້; ທ່ານໄດ້ກ່າວໄວ້ໃນໜັງສື ອັລ-ອິກຕິຍາຣອດ (ໜ້າ: 30) ວ່າ: "ທ່ານໄບຮາກີ ໄດ້ລາຍງານມັນເປັນບົດລາຍງານໜຶ່ງຈາກ ທ່ານອິຫມ່ຳອະຫ໌ມັດ, ຍິ່ງໄປກວ່ານັ້ນ ຍັງໄດ້ລາຍງານອີກວ່າ ທ່ານໄດ້ກັບຄືນສູ່ທັດສະນະດັ່ງກ່າວ.
ດ້ວຍເຫດນີ້, ເລືອດປະຈຳເດືອນຂອງແມ່ຍິງຖືພາ ຈຶ່ງມີຂໍ້ກຳນົດຄືກັນກັບເລືອດປະຈຳເດືອນຂອງແມ່ຍິງທີ່ບໍ່ໄດ້ຖືພາ, ຍົກເວັ້ນໃນສອງປະເດັນ:
ປະເດັ່ນທີໜຶ່ງ: ເລື່ອງການຫຍ່າຮ້າງ (ຕໍລາກ), ເປັນສິ່ງຕ້ອງຫ້າມໃນການຕໍລາກຫຍ່າຮ້າງກັບພັນລະຍາທີ່ຢູ່ໃນຊ່ວງອິດດະຫ໌ (ລະຍະລໍຖ້າ) ຂະນະທີ່ນາງມີປະຈຳເດືອນ ສຳລັບກໍລະນີທີ່ບໍ່ໄດ້ຖືພາ, ແຕ່ບໍ່ເປ້ນທີ່ຕ້ອງຫ້າມໃນກໍລະນີທີ່ນາງຖືພາ. ເພາະວ່າການຫຢ່າຮ້າງໃນຂະນະມີປະຈຳເດືອນສຳລັບຜູ້ຍິງທີ່ບໍ່ໄດ້ຖືພານັ້ນ ຂັດກັບດຳລັດຂອງພຣະອົງອັລລໍຮ໌ ທີ່ວ່າ:
﴿...فَطَلِّقُوهُنَّ لِعِدَّتِهِنَّ...﴾
ຄວາມວ່າ: (...ດັ່ງນັ້ນ ຈົ່ງຢ່າຮ້າງພວກນາງຕາມກຳນົດເວລາຂອງພວກນາງ...) [ສູເຣາະຫ໌ ອັດຕໍລາກ :1] ສ່ວນການຫຢ່າຮ້າງຍິງທີ່ຖືພາໃນຂະນະທີ່ມີປະຈຳເດືອນນັ້ນ ບໍ່ໄດ້ຂັດກັບຫຼັກການ; ເພາະວ່າຜູ້ທີ່ຫຢ່າຮ້າງແມ່ຍິງທີ່ຖືພາ ກໍຖືວ່າລາວໄດ້ຫຢ່າຮ້າງນາງຕາມກຳນົດເວລາອິດດະຫ໌ຂອງນາງ, ບໍ່ວ່ານາງຈະມີປະຈຳເດືອນ ຫຼື ຢູ່ໃນສະພາບທີ່ສະອາດກໍຕາມ; ເພາະວ່າກຳນົດເວລາອິດດະຫ໌ຂອງແມ່ຍິງຖືພານັ້ນຂຶ້ນຢູ່ກັບການເກິດລູກ. ດ້ວຍເຫດນີ້, ການຫຢ່າຮ້າງນາງຫຼັງຈາກການຮ່ວມຫຼັບນອນ ຈຶ່ງບໍ່ເປັນທີ່ຕ້ອງຫ້າມສຳລັບເຂົາ, ຊຶ່ງແຕກຕ່າງຈາກຜູ້ຍິງຄົນອື່ນ.
ປະເດັ່ນທີສອງ: ໄລຍະເວລາອິດດະຫ໌ຈະບໍ່ສິ້ນສຸດລົງດ້ວຍກັບເລືອດປະຈຳເດືອນຂອງແມ່ຍິງທີ່ຖືພາ, ເຊິ່ງມັນຕ່າງຈາກເລືອດປະຈຳເດືອນຂອງແມ່ຍິງທີ່ບໍ່ໄດ້ຖືພາ. ເພາະວ່າ ໄລຍະອິດດະຫ໌ຂອງແມ່ຍິງຖືພາ ຈະບໍ່ສິ້ນສຸດລົງ ນອກຈາກການເກີດລູກເທົ່ານັ້ນ, ບໍ່ວ່ານາງຈະມີປະຈຳເດືອນ ຫຼື ບໍ່ກໍຕາມ; ດັ່ງດຳລັດຂອງພຣະອົງທີ່ວ່າ :
﴿...وَأُوْلَاتُ الأَحْمَالِ أَجَلُهُنَّ أَن يَضَعْنَ حَمْلَهُنَّ...﴾
(...ແລະ ບັນດາແມ່ຍິງທີ່ຖືພາ, ກຳນົດເວລາຂອງພວກນາງແມ່ນຈົນກວ່າພວກນາງຈະຄອດລູກອອກມາ...) [ສູເຣາະຫ໌ ອັດຕໍລາກ :4].
ບົດທີສາມ : ວ່າດ້ວຍສະພາບທີ່ຜິດປົກກະຕິຂອງເລືອດປະຈຳເດືອນ
ສະພາວະຜິດປົກກະຕິຂອງເລືອດປະຈຳເດືອນມີຫຼາຍປະເພດດັ່ງນີ້:
ປະເພດທີໜຶ່ງ: ການເພິ່ມຂຶ້ນ ຫຼື ການຫຼຸດລົງ, ເຊັ່ນວ່າ; ໂດຍປົກກະຕິແລ້ວແມ່ຍິງມີປະຈຳເດືອນຫົກມື້, ແຕ່ເລືອດຍັງຄົງໄຫຼຕໍ່ໄປຈົນຮອດເຈັດມື້, ຫຼື ໂດຍປົກກະຕິແລ້ວນາງມີປະຈຳເດືອນເຈັດມື້ ແຕ່ປະຈຳເດືອນຂອງນາງກໍໝົດລົງໃນມື້ທີຫົກ.
ປະເພດທີສອງ: ການມາກ່ອນກຳນົດ ຫຼື ມາຊ້າກວ່າກຳນົດ, ຕົວຢ່າງເຊັ່ນ: ປົກກະຕິຮອບເດືອນຂອງນາງຈະມາໃນທ້າຍເດືອນ ແຕ່ກັບມີປະຈຳເດືອນມາໃນຕົ້ນເດືອນ, ຫຼື ປົກກະຕິຮອບເດືອນຂອງນາງຈະມາໃນຕົ້ນເດືອນ ແຕ່ກັບມີປະຈຳເດືອນມາໃນທ້າຍເດືອນ.
ບັນດານັກວິຊາການຜູ້ຮູ້ມີຄວາມເຫັນທີ່ແຕກຕ່າງກັນໃນຂໍ້ຕັດສິນຂອງສອງກໍລະນີນີ້, ແລະ ທັດສະນະທີ່ຖືກຕ້ອງແມ່ນ: ເມື່ອໃດກໍຕາມທີ່ນາງເຫັນເລືອດ ນາງກໍຄືຜູ້ຍິງທີ່ກຳລັງມີປະຈຳເດືອນ, ແລະເມື່ອໃດກໍຕາມທີ່ນາງຫມົດໄລຍະເລືອດປະຈຳເດືອນ ນາງກໍຄືຜູ້ທີ່ສະອາດແລ້ວ, ບໍ່ວ່າປະຈຳເດືອນຂອງນາງຈະມາຫຼາຍກວ່າ ຫຼື ໜ້ອຍກວ່າປົກກະຕິ, ຈະມາກ່ອນ ຫຼື ຊ້າກວ່າກຳນົດກໍຕາມ. ແລະຫຼັກຖານໃນເລື່ອງດັ່ງກ່າວໄດ້ຖືກກ່າວມາກ່ອນແລ້ວໃນບົດກ່ອນໜ້ານີ້, ໂດຍທີ່ຜູ້ວາງບົດບັນຍັດໄດ້ຜູກພັນຂໍ້ກຳນົດຂອງການມີປະຈຳເດືອນໄວ້ກັບການມີຢູ່ຂອງມັນ.
ນີ້ຄືທັດສະນະຂອງອີມາມ ອັຊຊາຟີອີ14, ແລະເປັນທັດສະນະທີ່ ໄຊຄຄຸລອິສລາມ ອິບນຸໄຕມິຍະຫ໌15 ໄດ້ເລືອກໄວ້, ເຊິ່ງເຈົ້າຂອງປື້ມ ອັລ-ມຸຄນີ; ກໍ່ໄດ້ໃຫ້ການສະໜັບສະໜູນ ແລະ ຢືນຢັນທັດສະນະດັ່ງກ່າວ ໂດຍກ່າວວ່າ: ຫາກວ່າຮີດຄອງປະເພນີເປັນສິ່ງທີ່ຖືກນຳມາພິຈາລະນາຕາມທີ່ໄດ້ກ່າວໄວ້ໃນມັຊຮັບນັ້ນແລ້ວ, ແນ່ນອນວ່າ ທ່ານນະບີ ສັລລັລລໍຮຸ ອະໄລຮິ ວະສັລລຳ ກໍ່ຈະຊີ້ແຈງມັນແກ່ປະຊາຊາດຂອງທ່ານ ແລະ ທ່ານຈະບໍ່ມີທາງທີ່ຈະຊັກຊ້າໃນການຊີ້ແຈງມັນຢ່າງເດັດຂາດ; ຍ້ອນບໍ່ເປັນທີ່ອະນຸຍາດໃຫ້ຊັກຊ້າໃນການຊີ້ແຈງເກີນເວລາທີ່ກຳນົດໄວ້, ແລະ ບັນດາພັນລະຍາຂອງທ່ານ ພ້ອມກັບສະຕີຄົນອື່ນ ໆ ກໍລ້ວນມີຄວາມຕ້ອງການຄຳຊີ້ແຈງໃນເລື່ອງດັງກ່າວນີ້ຕະຫຼອດເວລາ, ສະນັ້ນ ທ່ານຈຶ່ງບໍ່ມີທາງທີ່ຈະລະເລີຍການຊີ້ແຈງໃນເລື່ອງດັ່ງກ່າວໄດ້. ແລະ ບໍ່ມີການກ່າວເຖິງຮອບປະຈຳເດືອນ ແລະ ການອະທິບາຍກ່ຽວກັບມັນ ທີ່ມາຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ, ຍົກເວັ້ນໃນກໍລະນີຂອງຜູ້ຍິງທີ່ມີເລືອດອອກຜິດປົກກະຕິ (ອິສຕິຮາເດາະຫ໌) ເທົ່ານັ້ນ16.
ປະເພດທີ່ສາມ: ນ້ຳສີເຫຼືອງ ຫຼື ນ້ຳສີຂຸ່ນ, ໂດຍຈະເຫັນເປັນສີເຫຼືອງຄືກັບນ້ຳເຫຼືອງຈາກບາດແຜ ຫຼື ເປັນສີຂຸ່ນໆ ລະຫວ່າງສີເຫຼືອງກັບສີດຳ. ຖ້າຫາກສິ່ງດັງກ່າວນີ້ເກີດຂຶ້ນໃນຊ່ວງເວລາຂອງການມີປະຈຳເດືອນ ຫຼື ຕິດພັນຕໍ່ເນື່ອງກັນກ່ອນທີ່ຈະສະອາດໝົດຈາກເລືອດ, ກໍຖືວ່າເປັນເລືອດປະຈຳເດືອນ ແລະ ຕ້ອງປະຕິບັດຕາມຂໍ້ກຳນົດຂອງເລືອດປະຈຳເດືອນ. ແລະ ຖ້າຫາກມັນເກີດຂຶ້ນຫຼັງຈາກທີ່ສະອາດແລ້ວ ກໍບໍ່ຖືວ່າເປັນເລືອດປະຈຳເດືອນ; ເນື່ອງຈາກຄຳກ່າວຂອງທ່ານຍິງ ອຸມມຸ ອະຕີຍະຫ໌ -ຣໍດີຍັລລໍຮຸ ອັນຮາ- ວ່າ: "ພວກເຮົາ (ບັນດາສະຕຣີ) ບໍ່ນັບວ່າ ນ້ຳສີເຫຼືອງ ແລະ ສີຂຸ່ນ ຫຼັງຈາກຄວາມສະອາດ (ຫຼັງສິ້ນສຸດປະຈຳເດືອນ) ເປັນສິ່ງໃດ (ບໍ່ຖືວ່າເປັນປະຈຳເດືອນ)".
ອະທິບາຍເພີ່ມເຕີມ: ໝາຍເຖິງ ເມື່ອແມ່ຍິງເຫັນນ້ຳສີເຫຼືອງ ຫຼື ຂຸນຫຼັງຈາກທີ່ໄດ້ເຫັນສັນຍານຄວາມສະອາດ (ເຊັ່ນ ເຫັນຂອງເຫຼວໃສ ຫຼື ແຫ້ງສະນິດ) ແລ້ວ ກໍ່ບໍ່ຖືວ່າເປັນເລືອດປະຈຳເດືອນອີກຕໍ່ໄປ ແຕ່ຖືວ່າເປັນອາການປົກກະຕິ ບໍ່ຕ້ອງງົດລະໝາດ ຫຼື ຖືສິນອົດເພາະສິ່ງນັ້ນ. ບັນທຶກໂດຍ ອາບູດາວູດ ດ້ວຍສາຍລາຍງານທີ່ຖືກຕ້ອງ ແລະ ເຊື່ອຖືໄດ້17, ແລະ ອັລ-ບຸກຄໍຣີ ກໍໄດ້ບັນທຶກເຊັ່ນກັນ ໂດຍບໍ່ມີຄຳເວົ້າຂອງນາງທີ່ວ່າ: (ຫຼັງຈາກສະອາດຈາກປະຈຳເດືອນ), ແຕ່ເພິ່ນໄດ້ຕັ້ງຫົວຂໍ້ບົດໄວ້ວ່າ: ບົດ ສິ່ງຄັດຫຼັ່ງສີເຫຼືອງ ແລະ ສີຂຸ່ນໃນຊ່ວງເວລາອື່ນທີ່ບໍ່ແມ່ນການມີປະຈຳເດືອນ18.
ທ່ານໄດ້ກ່າວເສິມໃນຄຳອະທິບາຍຂອງທ່ານຟັດຫຸລ ບາຣີ ວ່າ: «ເພິ່ນໄດ້ຊີ້ແຈງເຖິງການລວມຄວາມໝາຍລະຫວ່າງຫະດິຊຂອງທ່ານນາງອາອີຊະຫ໌ ທີ່ໄດ້ກ່າວມາກ່ອນໜ້ານີ້ ໃນຄຳເວົ້າຂອງນາງທີ່ວ່າ: ຈົນກວ່າພວກເຈົ້າຈະເຫັນນໍ້າຂາວ. ແລະ ຫະດີຊຂອງທ່ານຍິງ ອຸມມຸ ອະຕີຍະຫ໌ ທີ່ໄດ້ກ່າວໄວ້ໃນບົດນີ້ ໄດ້ຊີ້ແຈງວ່າສິ່ງດັ່ງກ່າວ, - ກ່າວຄື: ຫະດີຊຂອງທ່ານຍິງອາອີຊະຫ໌ - ແມ່ນໝາຍເຖິງສະເພາະກໍລະນີທີ່ນາງເຫັນສິ່ງທີ່ມີສີເຫຼືອງ ແລະ ສີຂຸ່ນ ໃນຊ່ວງເວລາຂອງການມີປະຈຳເດືອນ, ສ່ວນໃນເວລາອື່ນນອກເໜືອຈາກນີ້ ກໍ່ໃຫ້ຖືຕາມສິ່ງທີ່ທ່ານຍິງ ອຸມມຸ ອະຕີຍະຫ໌ ໄດ້ກ່າວໄວ້ »19.
ແລະ ຫະດີສຂອງທ່ານນາງອາອີຊະຫ໌ ເຣາະດີຍັລລໍຮຸ ອັນຮາ ທີ່ທ່ານອີ່ຫມ່ຳບຸຄຄໍຣີໄດ້ກ່າວອ້າງອີງເຖິງນັ້ນ20, ໝາຍເຖິງວ່າ: ບັນດາຜູ້ຍິງຈະສົ່ງ "ຜ້ານ້ອຍໆ" ມາຫາທ່ານຍິງອາອີຊະຫ໌ (ສິ່ງທີ່ແມ່ຍິງໃຊ້ສອດໄວ້ເພື່ອເບິ່ງວ່າຫຍັງມີຮ່ອງຮອຍຂອງປະຈຳເດືອນເຫຼືອຢູ່ບໍ່?) ເຊີ່ງພາຍໃນນັ້ນມີ "ສຳລິ" ທີ່ມີ ສີເຫຼືອງຕິດຂ້າງຢູ່ ; ແລ້ວນາງກໍ່ກ່າວວ່າ: “ພວກເຈົ້າຈົ່ງຢ່າຟ້າວ (ຖືວ່າຢຸດມີປະຈຳເດືອນ) ຈົນກວ່າຈະເຫັນນໍ້າຂາວສະອາດ”21.
(ເຊີ່ງເປັນສັນຍານວ່າຄວາມສະອາດໄດ້ເກີດຂຶ້ນແລ້ວ)
ນ້ຳຂາວສະອາດ ແມ່ນທາດແຫຼວສີຂາວທີ່ມົດລູກຂັບອອກມາ ເມື່ອເລືອດປະຈຳເດືອນຢຸດ.
ປະເພດທີ່ສີ່: ການມາບໍ່ຕໍ່ເນື່ອງຂອງເລືອດປະຈຳເດືອນ, ເຊັ່ນ: ມື້ໜຶ່ງມີເລືອດ ແລະ ອີກມື້ໜຶ່ງສະອາດ (ບໍ່ມີເລືອດ), ເຊິ່ງຈະແບ່ງອອກເປັນສອງກໍລະນີຄື:
ກໍລະນີທີໜຶ່ງ: ການທີ່ຜູ້ຍິງມີເລືອດອອກຢ່າງຕໍ່ເນື່ອງຕະຫຼອດ ບໍ່ຂາດຕອນ, ດັງນັ້ນເລືອດດັງກ່າວນີ້ແມ່ນເລືອດອິສຕິຮາເດາະຫ໌ (ອາການເລືອດໄຫຼຜິດປົກກະຕິ) ແລະ ຜູ້ທີ່ເຫັນເລືອດນີ້ຈະມີສະຖານະເປັນ ຜູ້ມີອາການອິສຕິຮາເດາະຫ໌.”
ກໍລະນີທີສອງ: ຄືການທີ່ເລືອດບໍ່ໄດ້ໄຫຼອອກມາຢ່າງຕໍ່ເນື່ອງ, ແຕ່ຈະໄຫຼອອກມາເປັນບາງຄັ້ງບາງຄາວ, ແລະ ແມ່ຍິງມີໄລຍະເວລາທີ່ສະອາດຢ່າງສົມບູນແລ້ວ. ບັນດານັກວິຊາການ ເຣາະຫິມະຮຸ ມຸລລໍຫ໌ ມີທັດສະນະທີ່ແຕກຕ່າງກັນກ່ຽວກັບໄລຍະເວລາທີ່ສະອາດນີ້: ວ່າໄລຍະດັ່ງກ່າວຈະຖືກຖືວ່າເປັນໄລຍະທີ່ສະອາດ ຫຼື ຈະຢູ່ພາຍໃຕ້ຂໍ້ກຳນົດຂອງການມີປະຈຳເດືອນ?
ທັດສະນະຂອງມັດຊັບຊາຟີອີ ຕາມທັດສະນະທີ່ຖືກຕ້ອງທີ່ສຸດລະຫວ່າງສອງທັດສະນະຂອງທ່ານນັ້ນແມ່ນ ຖືວ່າຕົກຢູ່ໃນຂໍ້ກຳນົດຂອງເລືອດປະຈຳເດືອນ, ສະນັ້ນຈຶ່ງຖືເປັນເລືອດປະຈຳເດືອນ22, ຊຶ່ງເປັນທັດສະນະຂອງ ໄຊຄຄຸລອິສລາມ ອິບນຸໄຕມິຍະ ແລະ ເຈົ້າຂອງຫນັງສື ອັລ-ຟາອິກ23, ແລະ ເປັນທັດສະນະຂອງມັຊຮັບ ອະບີ ຮະນີຟະຫ໌24. ທັງນີ້ກໍເພາະວ່າຈະບໍ່ເຫັນນ້ຳຂາວ (ທີ່ເປັນສັນຍານຄວາມສະອາດ) ໃນຊ່ວງເວລານັ້ນ; ແລະເພາະວ່າ ຫາກຖືວ່າຊ່ວງເວລາດັ່ງກ່າວເປັນຊ່ວງເວລາທີ່ສະອາດແລ້ວ, ສິ່ງທີ່ມາກ່ອນຫນ້ານັ້ນກໍຈະເປັນໄລຍະປະຈຳເດືອນ ແລະ ສິ່ງທີ່ຕາມມາຫຼັງຈາກນັ້ນກໍເປັນໄລຍະປະຈຳເດືອນເຊັ່ນກັນ, ຊຶ່ງບໍ່ມີໃຜມີທັດສະນະເຊັ່ນນີ້, ຖ້າບໍ່ເຊັ່ນນັ້ນ ໄລຍະເວລາອິດດະຫ໌ທີ່ນັບດ້ວຍ ກຸຣູອ໌ (ຮອບເດືອນ) ກໍຈະສິ້ນສຸດລົງພາຍໃນຫ້າວັນ. ອີກກະນັ້ນ, ຖ້າຫາກຖືກກຳນົດໃຫ້ເປັນສິ່ງທີ່ໃຊ້ຊຳລະລ້າງ ກໍຈະກໍ່ໃຫ້ເກີດຄວາມຫຍຸ້ງຍາກລຳບາກໃນການອາບນ້ຳຍົກຮາດັຊ ແລະ ອື່ນໆ ທຸກໆ ສອງມື້, ເຊິ່ງສາສະໜານີ້ໄດ້ຍົກເວັ້ນຄວາມຫຍຸ້ງຍາກລຳບາກດັ່ງກ່າວ, ແລະ ການສັນລະເສີນທັງຫມົດເປັນຂອງອັລລໍຫ໌.
ແລະ ທັດສະນະທີ່ເປັນທີ່ຮູ້ຈັກກັນດີຂອງມັຊຮັບ ຮັນບະລີ ແມ່ນຖືວ່າ ເລືອດທີ່ອອກມາເປັນເລືອດປະຈຳເດືອນ ແລະ ໄລຍະທີ່ບໍ່ມີເລືອດອອກແມ່ນໄລຍະທີ່ສະອາດ, ເວັ້ນເສຍແຕ່ວ່າໄລຍະເວລາລວມຂອງທັງສອງຈະເກີນກວ່າໄລຍະເວລາສູງສຸດຂອງການມີປະຈຳເດືອນ, ດັ່ງນັ້ນ ເລືອດທີ່ອອກເກີນກຳນົດນັ້ນຈະຖືວ່າເປັນເລືອດທີ່ຜິດປົກກະຕິ (ອິສຕິຮາເດາະຫ໌)25.
ແລະ ທ່ານໄດ້ກ່າວໄວ້ໃນຫນັງສື ອັລ-ມຸຄນີ ວ່າ: «ມີທັດສະນະທີ່ຖືກຕ້ອງວ່າ: ການທີ່ເລືອດຢຸດໄຫລໃນໄລຍະເວລາທີ່ນ້ອຍກວ່າຫນຶ່ງມື້ນັ້ນ ບໍ່ຖືວ່າເປັນການສະອາດ (ຕໍຮູຣ) ຢ່າງສົມບູນ, ໂດຍອີງຕາມລາຍງານທີ່ພວກເຮົາໄດ້ກ່າວໄວ້ໃນເລື່ອງຂອງເລືອດນິຟາສ (ເລືອດຫລັງການຄອດລູກ) ວ່າຈະບໍ່ນັບເອົາ (ການຢຸດຂອງເລືອດ) ທີ່ນ້ອຍກວ່າຫນຶ່ງມື້. ເຊິ່ງນີ້ເປັນທັດສະນະທີ່ຖືກຕ້ອງທີ່ສຸດ -ອິນຊາອັລລໍຮ໌- ເພາະວ່າເລືອດນັ້ນມີການໄຫລ ແລະ ຢຸດສະລັບກັນໄປ, ແລະ ໃນການທີ່ຈະບັງຄັບໃຫ້ຕ້ອງອາບນ້ຳຍົກຫະດັດທຸກຄັ້ງທີ່ເລືອດຢຸດເປັນໄລຍະໆ ນັ້ນ ມັນເປັນຄວາມຍາກລຳບາກທີ່ຖືກຍົກອອກໄປ; ດັ່ງຄຳດຳລັດຂອງພຣະອົງທີ່ວ່າ:
﴿...وَمَا جَعَلَ عَلَيۡكُمۡ فِي ٱلدِّينِ مِنۡ حَرَجٖ...﴾
(...ແລະພຣະອົງບໍ່ໄດ້ຊົງເຮັດໃຫ້ມີຄວາມຍຸ້ງຍາກໃດ ໆ ແກ່ພວກເຈົ້າໃນສາສະນາ...) [ ສຸເຣາະຫ໌ ອັລ-ຮັຈ : 78]. ທ່ານກ່າວວ່າ: ດັ່ງນັ້ນ, ການຢຸດໄຫຼຂອງເລືອດທີ່ນ້ອຍກວ່າໜຶ່ງມື້ຈະບໍ່ຖືກນັບວ່າເປັນການສະອາດ ເວັ້ນແຕ່ວ່ານາງຈະເຫັນສິ່ງທີ່ບົ່ງບອກເຖິງມັນ ເຊັ່ນ ການຢຸດໄຫຼນັ້ນເປັນຊ່ວງທ້າຍຂອງຮອບປະຈຳເດືອນຂອງນາງ ຫຼື ເຫັນນ້ຳຕົກຂາວ »26
ດັ່ງນັ້ນ ຄຳເວົ້າຂອງເຈົ້າຂອງຫນັງສື ອັລ-ມຸຄນີນີ້ ຈຶ່ງເປັນທາງສາຍກາງລະຫວ່າງສອງທັດສະນະ, ແລະ ອັລລໍຫ໌ ຊົງຮູ້ດີຍິ່ງ.
ປະເພດທີຫ້າ: ການທີ່ເລືອດແຫ້ງລົງຈົນເຫັນພຽງແຕ່ຄວາມຊຸ່ມຊື່ນ, ຖ້າຫາກມັນເກີດຂຶ້ນໃນຊ່ວງທີ່ມີເລືອດປະຈຳເດືອນ ຫຼື ຕໍ່ເນື່ອງກັນກ່ອນທີ່ຈະສະອາດ (ຫມົດປະຈຳເດືອນ) ກໍຖືວ່າເປັນເລືອດປະຈຳເດືອນ, ແລະ ຖ້າຫາກເກີດຂຶ້ນຫລັງຈາກສະອາດແລ້ວ ກໍບໍ່ຖືວ່າເປັນເລືອດປະຈຳເດືອນ. ເພາະຢ່າງຫຼາຍທີ່ສຸດສະຖານະຂອງມັນກໍຖືກນັບເປັນນໍ້າສີເຫຼືອງ ແລະ ນໍ້າສີຂຸ່ນ, ແລະນີ້ຄືຂໍ້ຕັດສິນຂອງມັນ.
ບົດທີ່ສີ່ : ວ່າດ້ວຍຂໍ້ກຳຫນົດຂອງເລືອດປະຈຳເດືອນ
ຂໍ້ກຳຫນົດຕ່າງໆ ທີ່ກ່ຽວຂ້ອງກັບເລືອດປະຈຳເດືອນນັ້ນມີຫລາຍກວ່າ 20 ຂໍ້, ໃນທີ່ນີ້ຈະຂໍຍົກມາສະເພາະຂໍ້ທີ່ມີຄວາມຈຳເປັນຫລາຍທີ່ສຸດ, ມີດັ່ງນີ້:
ຂໍ້ກຳໜົດທີ່ໜຶ່ງ: ການລະມາດ; ການລະມາດເປັນສິ່ງຕ້ອງຫ້າມສຳລັບຜູ້ຍິງທີ່ມີປະຈຳເດືອນ, ບໍ່ວ່າຈະເປັນລະມາດຟັດດູ ຫຼື ຊຸນນະຮ໌, ແລະ ການລະມາດຂອງນາງກໍບໍ່ຖືກຕ້ອງ (ໃຊ້ບໍ່ໄດ້).
ເຊັ່ນດຽວກັນ, ການລະມາດກໍບໍ່ເປັນສິ່ງຈຳເປັນ (ວາຈິບ) ສໍາລັບນາງ ຍົກເວັ້ນແຕ່ວ່ານາງຈະທັນເວລາຂອງການລະມາດນັ້ນປະມານໜຶ່ງຣໍກະອັດທີ່ສົມບູນ, ດັ່ງນັ້ນ ການລະມາດຈຶ່ງເປັນສິ່ງຈຳເປັນ (ວາຈິບ) ສໍາລັບນາງ ບໍ່ວ່ານາງຈະທັນໃນຊ່ວງຕົ້ນເວລາ ຫຼື ໃນຊ່ວງທ້າຍເວລາກໍຕາມ.
ຕົວຢ່າງຂອງກໍລະນີນີ້ຄື: ແມ່ຍິງຄົນຫນຶ່ງມີປະຈຳເດືອນ ຫຼັງຈາກຕາເວັນຕົກດິນ ໃນຊ່ວງເວລາປະມານຫນຶ່ງຣໍກະອັດ, ສະນັ້ນ ຈຳເປັນ (ວາຈິບ) ທີ່ນາງຈະຕ້ອງຊົດໃຊ້ການລະຫມາດມັກຣິບ ເມື່ອນາງຫມົດໄລຍະປະຈຳເດືອນແລ້ວ, ເພາະວ່ານາງໄດ້ທັນເວລາຂອງມັນປະມານຫນຶ່ງຣໍກະອັດ ກ່ອນທີ່ນາງຈະມີປະຈຳເດືອນ.
ຕົວຢ່າງກໍລະນີດັ່ງກ່າວຄື: ແມ່ຍິງທີ່ຫມົດໄລຍະເລືອດປະຈຳເດືອນກ່ອນຕາເວັນຂຶ້ນ ໂດຍມີເວລາເຫຼືອພໍທີ່ຈະລະຫມາດໄດ້ຫນຶ່ງຣໍກະອັດ, ດັ່ງນັ້ນ ຈຳເປັນ (ວາຈິບ) ທີ່ນາງຈະຕ້ອງຊົດໃຊ້ລະຫມາດຟາຈັຣ ຫຼັງຈາກທີ່ນາງໄດ້ອາບນ້ຳຊຳລະຮ່າງກາຍແລ້ວ; ເພາະວ່ານາງໄດ້ທັນເວລາສ່ວນຫນຶ່ງຂອງການລະຫມາດ ທີ່ພຽງພໍສຳລັບຫນຶ່ງຣໍກະອັດ.
ແຕ່ຖ້າຫາກວ່າແມ່ຍິງມີປະຈຳເດືອນໃນຊ່ວງເວລາພຽງສ່ວນນ້ອຍຫນຶ່ງຈົນບໍ່ພໍສຳລັບການລະຫມາດຫນຶ່ງຣໍກະອັດທີ່ສົມບູນ, ເຊັ່ນ; ມີປະຈຳເດືອນໃນຕົວຢ່າງທຳອິດ ຫຼັງຈາກຕາເວັນຕົກດິນພຽງຊົ່ວຂະນະຫນຶ່ງ ຫຼື ຫມົດປະຈຳເດືອນ (ສະອາດ) ໃນຕົວຢ່າງກໍລະນີທີສອງ ກ່ອນຕາເວັນຂຶ້ນພຽງຊົ່ວຂະນະຫນຶ່ງ, ແທ້ຈິງແລ້ວການລະໝາດນັ້ນບໍ່ເປັນວາຢິບຕໍ່ນາງ; ເນື່ອງຈາກຄຳສອນຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ທີ່ກ່າວວ່າ:
«مَنْ أَدْرَكَ رَكْعَةً مِنَ الصَّلَاةِ فَقَدْ أَدْرَكَ الصَّلَاةَ».
«ຜູ້ໃດທີ່ທັນໜຶ່ງຣໍກະອັດຂອງການລະຫມາດ, ຜູ້ນັ້ນກໍໄດ້ທັນການລະຫມາດແລ້ວ» ລາຍງານໂດຍທ່ານບຸກຄໍຣີ ແລະ ທ່ານມຸສລິມ27, ແທ້ຈິງແລ້ວ ຄວາມໝາຍຂອງຂໍ້ຄວາມນີ້ກໍ່ຄື ຜູ້ທີ່ທັນການລະຫມາດໜ້ອຍກວ່າໜຶ່ງຣໍກະອັດ, ຈະບໍ່ຖືວ່າເປັນຜູ້ທັນເວລາລະຫມາດນັ້ນ (ບໍ່ຖືວ່າທັນລະຫມາດ).
ແລະ ຫາກວ່ານາງທັນເວລາລະຫມາດອັສຣີໜຶ່ງຣ໊ອກອັດ, ນາງຈຳເປັນຕ້ອງລະຫມາດຊຸຫ໌ຣີພ້ອມກັບລະຫມາດອັສຣີບໍ່? ຫຼື ຫາກນາງທັນເວລາລະຫມາດອີຊາໜຶ່ງຣ໊ອກອັດ, ນາງຈຳເປັນຕ້ອງລະຫມາດມັກກະຣິບພ້ອມກັບລະຫມາດອີຊາບໍ່?
ໃນປະເດັນນີ້ ບັນດານັກວິຊາການມີຄວາມເຫັນທີ່ແຕກຕ່າງກັນ, ແລະ ທັດສະນະທີ່ຖືກຕ້ອງແມ່ນ ບໍ່ໄດ້ບັງຄັບໃຫ້ນາງຕ້ອງລະຫມາດ ນອກຈາກການລະຫມາດທີ່ນາງທັນເວລາຂອງມັນເທົ່ານັ້ນ, ເຊິ່ງໄດ້ແກ່ ລະຫມາດອັສຣີ ແລະ ລະຫມາດອີຊາ; ດັ່ງຄຳກ່າວຂອງທ່ານນະບີ ຊໍລລັລລໍຮ໌ຮຸ ອະໄລຮິ ວະສັລລັມ ທີ່ກ່າວວ່າ:
«مَنْ أَدْرَكَ رَكْعَةً مِنَ الْعَصْرِ قَبْلَ أَنْ تَغْرُبَ الشَّمْسُ فَقَدْ أَدْرَكَ الْعَصْرَ».
«ໃຜທີ່ທັນລະໝາດອັສຣິໜຶ່ງຣໍກະອັດ ກ່ອນທີ່ຕາເວັນຈະຕົກດິນ, ກໍຖືວ່າຜູ້ນັ້ນໄດ້ທັນລະໝາດອັສຣິ» ມຸດຕະຟັກກຸລ ອາໄລ28, ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ບໍ່ໄດ້ກ່າວວ່າ: “ຖືວ່າຜູ້ນັ້ນໄດ້ທັນລະຫມາດຊຸຫ໌ຣີ ແລະ ລະຫມາດອັສຣີ.”
ແລະ ບໍ່ໄດ້ກ່າວເຖິງການເປັນວາຈິບຂອງການລະຫມາດຊຸຫ໌ຣິຕໍ່ລາວ, ແລະ ຫຼັກການເດີມຄືການພົ້ນຈາກພັນທະ, ແລະ ນີ້ຄືແນວທາງຂອງ ທ່ານອະບີ ຫານີຟະຫ໌ ແລະ ທ່ານມາລິກ ເຊິ່ງໄດ້ລາຍງານຈາກທັງສອງທ່ານໄວ້ໃນຫນັງສື ຊັຣຫ໌ ອັລ-ມຸຫັຊຊັບ29.
ສຳລັບການລຳລຶກ, ການກ່າວຕັກບີຣ, ການກ່າວຕັສບີຫ໌, ການກ່າວຕະຫ໌ມີດ, ການກ່າວ ບິສມິລລາຮ໌ ກ່ອນກິນອາຫານ ແລະ ອື່ນໆ, ການອ່ານຫນັງຫະດີສ ແລະ ຟິກຮ໌, ການຂໍດຸອາ ແລະ ການກ່າວອາມີນ, ແລະ ການຮັບຟັງອັລກູຣອານ, ສິ່ງດັ່ງກ່າວທັງໝົດນີ້ບໍ່ເປັນທີ່ຕ້ອງຫ້າມສຳລັບນາງ, ເພາະໄດ້ມີການຢັ້ງຢືນໃນໜັງສຶບັນທຶກສໍຮິຫ໌ທ່ານທັງສອງ ແລະ ສະບັບອື່ນໆ,
«أَنَّ النَّبِيَّ صَلَّى اللهُ عَلَيْهِ وَسَلَّمَ كَانَ يَتَّكِئُ فِي حِجْرِ عَائِشَةَ رَضِيَ اللهُ عَنْهَا وَهِيَ حَائِضٌ فَيَقْرَأُ الْقُرْآنَ».
"ແທ້ຈິງ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ເຄີຍເອນໂຕຢູ່ເທິງຕັກຂອງທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໃນຂະນະທີ່ນາງກຳລັງມີປະຈຳເດືອນ, ແລ້ວທ່ານກໍ່ໄດ້ອ່ານອັລກຣຸອານ"30.
ແລະ ໃນບັນທຶກຂອງທ່ານອີຫມ່ຳທັ້ງສອງຄືກັນ ລາຍງານຈາກ ທ່ານນາງ ອຸມມຸ ອະຕີຍະຫ໌ ຣໍດີຍັລລໍຮຸ ອັນຮາ ວ່ານາງໄດ້ຍິນ ທ່ານນະບີ -ຊໍລລັລລໍຮຸ ອະໄລຮິ ວະຊັລລໍາ- ກ່າວວ່າ:
«يَخْرُجُ الْعَوَاتِقُ وَذَوَاتُ الْخُدُورِ وَالْحُيَّضُ -يَعْنِي: إِلَى صَلَاةِ الْعِيدَيْنِ- وَلْيَشْهَدْنَ الْخَيْرَ، وَدَعْوَةَ الْمُؤْمِنِينَ، وَيَعْتَزِلُ الْحُيَّضُ الْمُصَلَّى».
ຄວາມໝາຍວ່າ: (ໃຫ້ບັນດາສາວຫນຸ່ມ, ຜູ້ຍິງບໍລິສຸດ ແລະ ຜູ້ຍິງທີ່ມີປະຈຳເດືອນ ອອກໄປ -ເຊິ່ງໝາຍເຖິງ: ການໄປລະຫມາດໃນສອງວັນອີດ- ເພື່ອເປັນສັກຂີພິຍານໃນສິ່ງທີ່ດີງາມ ແລະ ການຂໍດຸອາຂອງບັນດາຜູ້ສັດທາ, ສ່ວນຜູ້ຍິງທີ່ມີປະຈຳເດືອນນັ້ນ ໃຫ້ຢູ່ຫ່າງຈາກສະຖານທີ່ລະຫມາດ)31.
ສຳລັບແມ່ຍິງທີ່ຢູ່ໃນຊ່ວງມີປະຈຳເດືອນ ການອ່ານອັລກຸຣອານໂດຍການເບິ່ງດ້ວຍຕາ ຫຼື ການໄຕ່ຕອງໃນໃຈ ໂດຍບໍ່ອອກສຽງນັ້ນ ຖືວ່າເປັນທີ່ອະນຸຍາດ. ເຊັ່ນ: ການວາງຄຳພີອັລກຸຣອານ ຫຼື ແຜ່ນຂຽນໄວ້ ແລ້ວເບິ່ງອາຍະຕ່າງໆ ແລະ ອ່ານໃນໃຈ. ອິມາມ ອັນນະວະວີ ໄດ້ກ່າວໄວ້ໃນ ອະທິບາຍ ຊັຣຫ໌ ອັຣມຸຫັດຊັບ ວ່າ: "ເປັນທີ່ອະນຸຍາດໂດຍບໍ່ມີຂໍ້ຂັດແຍ້ງ"32.
ສ່ວນວ່າ ຖ້າຫາກເປັນການອ່ານອອກສຽງດ້ວຍລີ້ນ, ນັກວິຊາການສ່ວນໃຫຍ່ລົງຄວາມເຫັນວ່າມັນເປັນສິ່ງທີ່ຕ້ອງຫ້າມ ແລະ ບໍ່ອະນຸຍາດ, ແລະ ອັລ-ບຸຄໍຣີ33 ແລະ ອິບນຸ ຈະລິຣ ອັຕ-ຕໍບໍຣີ34 ແລະ ອິບນຸ ອັລ-ມຸນຊິຣ35 ໄດ້ກ່າວວ່າ: ມັນເປັນທີ່ອະນຸຍາດ.
ແລະ ໄດ້ຖືກລາຍງານຈາກທ່ານມາລິກ ແລະ ຈາກທ່ານຊາຟີອີ ໃນທັດສະນະເກົ່າ36, ເຊິ່ງເພິ່ນໄດ້ກ່າວໄວ້ຈາກທັງສອງທ່ານໃນໜັງສື ຟັຕຮຸລບາຣີ37.
ທ່ານບຸກຄໍຣີ ໄດ້ກ່າວເຖິງຄຳເວົ້າຂອງ ທ່ານ ອິບຣໍຮີມ ອັນ-ນັຄອີ ວ່າ: "ບໍ່ເປັນຫຍັງທີ່ຈະອ່ານອາຍະຫ໌"38.
ທ່ານເຊກຄຸລອິສລາມ ອິບນຸ ໄຕມິຍະຫ໌ ໄດ້ກ່າວໄວ້ໃນຫນັງສືອັລ-ຟະຕາວາ ຂອງ ອິບນິ ກໍຊິມ ວ່າ: ບໍ່ມີຫຼັກຖານຈາກສຸນນະຫ໌ໃດໆ ເລີຍ ໃນການຫ້າມສິ່ງດັ່ງກ່າວຈາກອັລ-ກຣຸອານ, ເພາະວ່າຄຳກ່າວຂອງເພິ່ນທີ່ວ່າ:
«لَا تَقْرَأُ الحَائِضُ وَلَا الجُنُبُ شَيْئًا مِنَ الْقُرْآنِ».
ຄວາມໝາຍວ່າ: (ແມ່ຍິງທີ່ຢູ່ໃນສະພາບມີປະຈຳເດືອນ ແລະ ຜູ້ທີ່ຢູ່ໃນສະພາບຫະດັສໃຫຍ່ ຈະບໍ່ອ່ານສິ່ງໃດຈາກອັລກຣຸອານ)39 ເປັນຫະດິຊທີ່ອ່ອນແອ ຕາມຄວາມເຫັນທີ່ເປັນມະຕິເອກະສັນຂອງບັນດາຜູ້ມີຄວາມຮູ້ ດ້ານຫະດິຊ40.
ບັນດາແມ່ຍິງໃນສະໄໝຂອງ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ກໍເຄີຍມີປະຈຳເດືອນ, ສະນັ້ນ ຖ້າຫາກວ່າການອ່ານກຸຣອານເປັນສິ່ງທີ່ຕ້ອງຫ້າມສຳລັບພວກນາງເໝືອນດັ່ງການລະຫມາດແລ້ວ, ແນ່ນອນວ່າເລື່ອງນີ້ກໍຈະເປັນສິ່ງທີ່ ທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ ຈະຕ້ອງໄດ້ຊີ້ແຈງແກ່ປະຊາຊາດຂອງເພິ່ນ, ແລະ ບັນດາແມ່ຂອງຜູ້ສັດທາກໍຈະໄດ້ຮຽນຮູ້ມັນ ແລະ ມັນກໍຈະເປັນສິ່ງທີ່ພວກນາງຈະໄດ້ຖ່າຍທອດໃຫ້ແກ່ຜູ້ຄົນ ລຸ່ນສູ່ລຸ່ນ. «ເມື່ອບໍ່ມີຜູ້ໃດລາຍງານຂໍ້ຫ້າມໃນເລື່ອງນີ້ຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ, ມັນຈຶ່ງບໍ່ອະນຸຍາດໃຫ້ຖືກຕັດສິນວ່າເປັນສິ່ງທີ່ຕ້ອງຫ້າມ (ຫາຣອມ) ທັງໆ ທີ່ຮູ້ກັນຢູ່ແລ້ວວ່າເພິ່ນບໍ່ໄດ້ຫ້າມມັນ. ແລະ ເມື່ອເພິ່ນບໍ່ໄດ້ຫ້າມມັນ ທັງໆ ທີ່ການມີປະຈຳເດືອນເປັນເລື່ອງທີ່ເກີດຂຶ້ນຫຼາຍໃນສະໄໝຂອງເພິ່ນ, ກໍເປັນທີ່ຮູ້ກັນວ່າສິ່ງນັ້ນບໍ່ແມ່ນສິ່ງທີ່ຖືກຫ້າມ»41
ແລະ ສິ່ງທີ່ສົມຄວນຈະກ່າວ ຫຼັງຈາກທີ່ພວກເຮົາໄດ້ຮັບຮູ້ເຖິງຄວາມຂັດແຍ້ງຂອງບັນດານັກວິຊາການແລ້ວກໍຄື: ສິ່ງທີ່ດີທີ່ສຸດສຳລັບແມ່ຍິງທີ່ມີປະຈຳເດືອນຄືບໍ່ຄວນອ່ານກຸຣອານອອກສຽງ ຍົກເວັ້ນໃນເວລາທີ່ມີຄວາມຈຳເປັນຕໍ່ສິ່ງນັ້ນ, ຕົວຢ່າງເຊັ່ນ ນາງເປັນຄູສອນ ແລະ ຈຳເປັນຕ້ອງສອນການອ່ານໃຫ້ແກ່ນັກຮຽນຍິງ, ຫຼື ໃນກໍລະນີສອບເສັງ ທີ່ນັກຮຽນຍິງຈຳເປັນຕ້ອງອ່ານເພື່ອການສອບເສັງຂອງນາງ ຫຼື ກໍລະນີອື່ນໆ ທີ່ຄ້າຍຄືກັນ.
ຂໍ້ກຳໜົດທີສອງ: ການຖືສິນອົດ: ຫ້າມຜູ້ຍິງທີ່ມີປະຈຳເດືອນຖືສິນອົດ, ທັງທີ່ເປັນຟັຣດູ ແລະ ສຸນນະຫ໌, ແລະ ຖືວ່າໃຊ້ບໍ່ໄດ້. ແຕ່ທະວ່າຈຳເປັນທີ່ນາງຈະຕ້ອງຊົດໃຊ້ການຖືສິນອົດທີ່ເປັນຟັຣດູ; ຕາມຫະດິຊຂອງ ທ່ານຍິງອາອີຊະຫ໌ ຂໍອັລລໍຫ໌ຊົງພໍພຣະໄທນາງ:
"كَانَ يُصِيبُنَا ذَلِكَ -تَعْنِي: الْحَيْضَ- فَنُؤْمَرُ بِقَضَاءِ الصَّوْمِ وَلَا نُؤْمَرُ بِقَضَاءِ الصَّلَاةِ".
"ພວກເຮົາເຄີຍປະສົບກັບສິ່ງນັ້ນ (ໝາຍເຖິງ: ເລືອດປະຈຳເດືອນ), ພວກເຮົາຈຶ່ງຖືກສັ່ງໃຫ້ຖືບວດຊົດໃຊ້ ແລະ ບໍ່ໄດ້ຖືກສັ່ງໃຫ້ຊົດໃຊ້ການລະມາດ". ບັນທຶກໂດຍ: ມຸດຕະຟາກຸລອະໄລ.42
ແລະ ຫາກນາງມີເລືອດປະຈຳເດືອນ ໃນຂະນະທີ່ກຳລັງຖືສີອອດຢູ່, ການຖືສີອອດຂອງນາງກໍ່ຈະເສຍໄປ, ເຖິງແມ່ນວ່າຈະເກີດຂຶ້ນກ່ອນຕາເວັນຕົກດິນພຽງຊົ່ວພິບຕາກໍ່ຕາມ, ແລະ ຈຳເປັນ (ວາຈິບ) ທີ່ນາງຈະຕ້ອງຖືສີອອດຊົດໃຊ້ມື້ນັ້ນຄືນ ຖ້າຫາກວ່າການຖືສີອອດນັ້ນເປັນການຖືສີອົດ ຟັຣດູ. ສ່ວນຫາກນາງ ຮູ້ສຶກວ່າເລືອດປະຈຳເດືອນເຄື່ອນຕົວອອກມາກ່ອນຕາເວັນຕົກດິນ ແຕ່ມັນຍັງບໍ່ໄຫຼອອກມາຈົນກວ່າຫຼັງຕາເວັນຕົກດິນ, ການຖືບວດຂອງນາງແມ່ນສົມບູນ ແລະ ບໍ່ຖືວ່າເປັນໂມຄະ ຕາມທັດສະນະທີ່ຖືກຕ້ອງ; ເພາະວ່າເລືອດທີ່ຍັງຢູ່ໃນຮ່າງກາຍນັ້ນ ຍັງບໍ່ມີຂໍ້ກຳນົດຕັດສິນເທື່ອ.
ແລະ ເນື່ອງຈາກວ່າ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ເມື່ອເພິ່ນຖືກຖາມກ່ຽວກັບຜູ້ຍິງທີ່ເຫັນໃນຄວາມຝັນຂອງນາງຄືກັນກັບທີ່ຜູ້ຊາຍເຫັນວ່າ: ນາງຈະຕ້ອງອາບນໍ້າຍົກຫະດັຊ ຫຼື ບໍ່?
قال: «نَعَمْ إِذَا هِيَ رَأَتِ الْمَاءَ».
ທ່ານກ່າວວ່າ: "ແມ່ນແລ້ວ, ເມື່ອນາງເຫັນນ້ຳ"43 ດັ່ງນັ້ນ ຂໍ້ກຳນົດຈຶ່ງຕິດພັນກັບການເຫັນນ້ຳອະສຸຈິ ບໍ່ແມ່ນການເຄື່ອນທີ່ຂອງມັນ, ໃນທຳນອງດຽວກັນ ຂໍ້ກຳນົດຕ່າງໆ ຂອງເລືອດປະຈຳເດືອນກໍບໍ່ມີຜົນບັງຄັບໃຊ້ ນອກຈາກຈະເຫັນມັນອອກມາພາຍນອກ ບໍ່ແມ່ນການເຄື່ອນທີ່ຂອງມັນ.
ແລະ ຫາກວ່າຮຸ່ງເຊົ້າໄດ້ເຂົ້າມາ ໃນຂະນະທີ່ນາງຍັງມີປະຈຳເດືອນ, ການຖືສິນອົດຂອງນາງໃນມື້ນັ້ນຈະບໍ່ຖືກຕອບຮັບ, ແມ້ວ່ານາງຈະສະອາດ (ຫມົດໄລຍະປະຈຳເດືອນ) ພາຍຫຼັງຈາກຮຸ່ງເຊົ້າເຂົ້າພຽງຊົ່ວຄາວ.
ແລະ ຫາກນາງຫມົດປະຈຳເດືອນກ່ອນຮຸ່ງເຊົ້າມືດ ແລ້ວນາງໄດ້ຖືສິນອົດ, ການຖືສິນອົດຂອງນາງກໍ່ຖືວ່າສົມບູນ, ເຖິງແມ່ນວ່ານາງຈະບໍ່ໄດ້ອາບນ້ຳຊຳລະຮ່າງກາຍຈົນກວ່າຈະຫຼັງຈາກຮຸ່ງເຊົ້າແລ້ວກໍ່ຕາມ; ເຊັ່ນດຽວກັບຜູ້ທີ່ຢູ່ໃນສະພາບຈຸນຸບ (ສະພາບທີ່ຈຳເປັນຕ້ອງອາບນ້ຳຍົກຫະດັຊ) ຫາກລາວຕັ້ງໃຈຖືສິນອົດໃນຂະນະທີ່ລາວຍັງຢູ່ໃນສະພາບດັ່ງກ່າວ ແລະ ບໍ່ໄດ້ອາບນ້ຳຊຳລະຮ່າງກາຍຈົນກວ່າຈະຫຼັງຈາກຮຸ່ງເຊົ້າ, ການຖືສິນອົດຂອງລາວກໍ່ຖືວ່າສົມບູນເຊັ່ນກັນ. ຈາກຫະດິຊຂອງທ່ານນາງ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ:
"كَانَ النَّبِيُّ صَلَّى اللَّهُ عَلَيْهِ وَسَلَّمَ يُصْبِحُ جُنُبًا مِنْ جِمَاعٍ غَيْرِ احْتِلَامٍ ثُمَّ يَصُومُ فِي رَمَضَانَ".
ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ຕື່ນຂຶ້ນມາໃນຕອນເຊົ້າໃນສະພາບທີ່ເປັນຈຸນຸບຈາກການມີເພດສຳພັນ ບໍ່ແມ່ນຈາກການຝັນປຽກ, ແລ້ວທ່ານກໍ່ໄດ້ຖືສິນອົດໃນເດືອນຣໍມາດອນ. ມຸດຟັກກຸລ ອາໄລ44.
ຂໍ້ກຳຫນົດທີສາມ: ການຕໍວາຟທີ່ໄບຕຸລລໍຫ໌: ຫ້າມບໍ່ໃຫ້ນາງເຮັດການຕໍວາຟ, ທັງທີ່ເປັນຟັຣດູ ແລະ ຊຸນນັຕ, ແລະ ຖືວ່າໃຊ້ບໍ່ໄດ້. ສ່ວນການປະຕິບັດອື່ນໆ ທີ່ເຫລືອ ເຊັ່ນ ການເດີນລະຫວ່າງເນີນພູ ອັລ-ຊໍຟາ ແລະ ອັລ-ມັຣວະ, ການຢຸດພັກທີ່ທົ່ງອະຣໍຟະ, ການພັກຄ້າງຄືນທີ່ ມຸຊດາລິຟະຫ໌ ແລະ ທົ່ງມີນາ, ການຂວ່າງກ້ອນຫີນ ແລະ ພິທີກຳອື່ນໆ ຂອງການປະກອບພິທີຮັຈຫ໌ ແລະ ອຸມເຣາະຫ໌, ສິ່ງເຫລົ່ານີ້ບໍ່ແມ່ນຂໍ້ຫ້າມສຳລັບນາງ, ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວແກ່ທ່ານນາງອາອີຊະຫ໌ ຕອນທີ່ນາງມີປະຈຳເດືອນວ່າ:
«افْعَلِي مَا يَفْعَلُ الْحَاجُّ غَيْرَ أَلَّا تَطُوفِي بِالْبَيْتِ حَتَّى تَطْهُرِي».
ຄວາມໝາຍວ່າ: (ເຈົ້າຈົ່ງປະຕິບັດໃນສິ່ງທີ່ຜູ້ປະກອບພິທີຮັຈຍ໌ກະທຳ, ຍົກເວັ້ນການຕໍວາຟຮອບໄບຕຸລລໍຮ໌ ຈົນກວ່າເຈົ້າຈະສະອາດ)45.
ດ້ວຍເຫດນີ້, ຫາກແມ່ຍິງໄດ້ປະຕິບັດການຕໍວາຟໃນສະພາບທີ່ສະອາດ ແລ້ວມີເລືອດປະຈຳເດືອນອອກມາທັນທີຫຼັງຈາກການຕໍວາຟ ຫຼື ໃນລະຫວ່າງການສະອີ, ກໍບໍ່ມີບັນຫາຫຍັງໃນເລື່ອງນັ້ນ.
ຂໍ້ກຳໜົດທີສີ່: ການຍົກເວັ້ນຕໍວາຟວະດາອຼ (ຕະວາຟອຳລາ) ໃຫ້ແກ່ນາງ: ຫາກຜູ້ຍິງໄດ້ປະກອບພິທີກຳຂອງຮັຈຍ໌ ແລະ ອຸມເຣາະຮ໌ ສົມບູນແລ້ວ, ຕໍ່ມານາງມີເລືອດປະຈຳເດືອນກ່ອນທີ່ຈະເດີນທາງກັບປະເທດຂອງນາງ ແລະ ຍັງຄົງມີເລືອດປະຈຳເດືອນຕໍ່ເນື່ອງຈົນເຖິງເວລາເດີນທາງກັບ, ດັ່ງນັ້ນ ນາງສາມາດເດີນທາງອອກໄປໄດ້ໂດຍບໍ່ຕ້ອງເຮັດຕໍວາຟອຳລາ. ລາຍງານຈາກອິບນຸ ອັບບາສ ຣໍດິຍັລລໍຮຸ ອັນຮຸມາ ເລົ່າວ່າ:
"أُمِرَ النَّاسُ أَنْ يَكُونَ آخِرُ عَهْدِهِمْ بِالْبَيْتِ، إِلَّا أَنَّهُ خُفِّفَ عَنِ الْمَرْأَةِ الْحَائِضِ".
ໄດ້ຖືກສັ່ງໃຊ້ແກ່ຜູ້ສັດທາໃຫ້ເຮັດການອຳລາ "ວະດາອຼ ບ້ານຂອງອັລລໍຫ໌ເປັນສິ່ງສຸດທ້າຍກ່ອນອອກເດິນທາງ, ເວັ້ນແຕ່ວ່າໄດ້ມີການຜ່ອນຜັນໃຫ້ແກ່ແມ່ຍິງທີ່ມີປະຈຳເດືອນ.
[ມຸຕຕະຟາ ກຸລອາໄລ: 46]46
ແລະ ບໍ່ເປັນທີ່ສົ່ງເສີມສຳຫຼັບແມ່ຍິງທີ່ມີປະຈຳເດືອນໃນເວລາອຳລາ ທີ່ຈະມາທີ່ປະຕູມັສຍິດອັລ-ຫະຣອມ ແລະ ວິງວອນຂໍດຸອາ; ເພາະວ່າສິ່ງດັ່ງກ່າວບໍ່ມີແບບຢ່າງມາຈາກທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ, ແລະ ການປະກອບອິບາດະຫ໌ທັງຫຼາຍແມ່ນຕັ້ງຢູ່ເທິງພື້ນຖານຂອງສິ່ງທີ່ມີລາຍງານຫຼັກຖານຮອງຮັບ. ກົງກັນຂ້າມ, ສິ່ງທີ່ຖືກລາຍງານຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ນັ້ນຊີ້ໃຫ້ເຫັນໃນທາງກົງກັນຂ້າມ, ດັ່ງທີ່ປາກົດໃນເລື່ອງລາວຂອງທ່ານຍິງຊໍຟີຍະຮ໌ ເມື່ອນາງມີປະຈຳເດືອນຫຼັງຈາກການເຮັດຕໍວາຟ ອິຟາເດາະຮ໌, ເຊິ່ງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວກັບນາງວ່າ:
«فَلْتَنْفِرْ إِذَنْ».
(ດັ່ງນັ້ນ ຈົ່ງອອກເດີນທາງເຖີດ) ມຸດຕະຟາກຸລອະໄລ.47
ແລະ ທ່ານບໍ່ໄດ້ສັ່ງໃຫ້ໄປທີ່ປະຕູມັສຍິດ, ເພາະຖ້າຫາກວ່າສິ່ງດັ່ງກ່າວເປັນສິ່ງທີ່ຖືກບັນຍັດໄວ້ໃນສາສະໜາແລ້ວ ທ່ານກໍຄົງຈະຊີ້ແຈງມັນ. ສ່ວນການຕໍວາຟຂອງຮັຈ ແລະ ອຸມເຣາະຫ໌ນັ້ນ ຈະບໍ່ຖືກຍົກເວັ້ນໃຫ້ແກ່ນາງ, ແຕ່ນາງຈະຕ້ອງທຳການຕໍວາຟ ເມື່ອນາງສະອາດແລ້ວ.
ຂໍ້ກຳຫນົດທີ່ 5: ການຢູ່ໃນມັສຍິດ: ຫ້າມບໍ່ໃຫ້ແມ່ຍິງທີ່ມີປະຈຳເດືອນເຂົ້າໄປພັກຢູ່ໃນມັສຍິດ, ແມ້ກະທັ້ງສະຖານທີ່ລະຫມາດອີດກໍ່ຫ້າມບໍ່ໃຫ້ນາງເຂົ້າໄປບໍລິເວນນັ້ນ. ຈາກຫະດິຊ: ລາຍງານຈາກອຸມມຸອະຕີຍະຫ໌ ຣໍດິຍັລລໍຮຸ ອັນຮາ ນາງໄດ້ເລົ່າວ່າ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ:
«يَخْرُجُ الْعَوَاتِقُ وَذَوَاتُ الْخُدُورِ وَالْحُيَّضُ».
«ໃຫ້ບັນດາຍິງສາວທີ່ຢັງບໍ່ໄດ້ແຕ່ງງານ, ແລະ ແມ່ຍິງທີ່ຢູ່ແຕ່ໃນເຮືອນ ແລະ ຜູ້ຍິງທີ່ມີປະຈຳເດືອນ ອອກມາຮ່ວມດ້ວຍ (ໃນວັນອີດ)» ແລະ ໃນນັ້ນ:
«يَعْتَزِلُ الْحُيَّضُ الْمُصَلَّى».
«ບັນດາແມ່ຍິງທີ່ມີປະຈຳເດືອນ ໃຫ້ຫຼີກຫ່າງຈາກສະຖານທີ່ລະຫມາດ» ບັນທຶກໂດຍ: ມຸດຕະຟາກຸລອະໄລ48.
ຂໍ້ກຳໜົດທີ ຫົກ: ການມີເພດສຳພັນ; ເປັນສິ່ງທີ່ຕ້ອງຫ້າມສຳລັບສາມີຂອງນາງທີ່ຈະມີເພດສຳພັນກັບນາງ, ແລະ ເປັນທີ່ຕ້ອງຫ້າມສຳລັບນາງທີ່ຈະຍິນຍອມໃຫ້ເຂົາກະທຳເຊັ່ນນັ້ນ; ເນື່ອງຈາກຄຳຕຣັດຂອງອັລລໍຮ໌ທີ່ກ່າວວ່າ:
﴿وَيَسۡـَٔلُونَكَ عَنِ ٱلۡمَحِيضِۖ قُلۡ هُوَ أَذٗى فَٱعۡتَزِلُواْ ٱلنِّسَآءَ فِي ٱلۡمَحِيضِ وَلَا تَقۡرَبُوهُنَّ حَتَّىٰ يَطۡهُرۡنَۖ...﴾
ຄວາມວ່າ: ( ແລະ ພວກເຂົາຖາມເຈົ້າກ່ຽວກັບການມີປະຈຳເດືອນ ຈົ່ງກ່າວເຖີດວ່າ ມັນຄືສິ່ງທີ່ເປັນມົນທິນ ດັ່ງນັ້ນ ພວກເຈົ້າຈົ່ງອອກຫ່າງຈາກນາງໃນຂະນະທີ່ມີປະຈຳເດືອນ ແລະ ຢ່າເຂົ້າໃກ້ພວກນາງຈົນກວ່າພວກນາງຈະສະອາດບໍລິສຸດ...) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 222]. ຄວາມຫມາຍຂອງຄຳວ່າ "ມະຮີດ" (المَحِيضِ) ແມ່ນ ໄລຍະເວລາຂອງການມີປະຈຳເດືອນ ແລະ ສະຖານທີ່ຂອງມັນ, ເຊິ່ງກໍຄື ອະໄວຍະວະເພດ. ແລະ ດັ່ງທີທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ:
«اصْنَعُوا كُلَّ شَيْءٍ إِلَّا النِّكَاحَ».
«ຈົ່ງເຮັດທຸກຢ່າງໄດ້ ເວັ້ນແຕ່ການຮ່ວມຫຼັບນອນ» ໝາຍເຖິງ: ການມີເພດສຳພັນ. ບັນທຶກໂດຍມຸສລິມ49; ແລະ ເນື່ອງຈາກວ່າບັນດາມຸສລິມ ມີມະຕິເປັນເອກະສັນກັນວ່າຫ້າມມີເພດສຳພັນກັບແມ່ຍິງທີ່ກຳລັງມີປະຈຳເດືອນທາງອະໄວຍະວະເພດຂອງນາງ.
ດັ່ງນັ້ນ, ບໍ່ເປັນທີ່ອະນຸຍາດສຳລັບຜູ້ທີ່ສັດທາຕໍ່ອັລລໍຫ໌ ແລະ ມື້ວັນສິ້ນໂລກ ທີ່ຈະກະທຳໃນສິ່ງອັນຊົ່ວຮ້າຍນີ້ ເຊິ່ງຄຳພີຂອງພຣະເຈົ້າຊົງສູ່ງສຸດ, ແບບຢ່າງຂອງສາດສະນະທູດຂອງພຣະອົງ (ຊລ) ແລະ ມະຕິເອກະສັນຂອງຊາວມຸສລິມ ໄດ້ຊີ້ຂາດວ່າເປັນສິ່ງຕ້ອງຫ້າມ; ຜູ້ນັ້ນກໍຈະກາຍເປັນຜູ້ທີ່ຝ່າຝືນຕໍ່ອັລລໍຫ໌ ແລະ ສາດສະນະທູດຂອງພຣະອົງ, ແລະ ປະຕິບັດຕາມແນວທາງອື່ນທີ່ບໍ່ແມ່ນແນວທາງຂອງບັນດາຜູ້ສັດທາ. ທ່ານ ອັນ-ນະວະວີ ໄດ້ກ່າວໄວ້ໃນຫນັງສື ອັລ-ມັຈມູອຼ ຊັຣຫ໌ ອັລ-ມຸຫັສຊັບ (ເຫຼັ້ມທີ 2, ຫນ້າທີ 374) ວ່າ: ທ່ານ ອິມາມ ອັຊ-ຊາຟິອີ ຂໍພຣະອົງອັລລໍຮ໌ຊົງເມດຕາທ່ານ ໄດ້ກ່າວວ່າ: “ຜູ້ໃດກໍຕາມທີ່ໄດ້ກະທຳສິ່ງນັ້ນ ແນ່ນອນເຂົາຜູ້ນັ້ນໄດ້ເຮັດບາບໃຫຍ່ແລ້ວ”.
ບັນດາອຸລະມາອຼຂອງພວກເຮົາ ແລະ ທ່ານອື່ນໆ ໄດ້ກ່າວວ່າ: “ຜູ້ໃດກໍຕາມທີ່ຖືວ່າການມີເພດສຳພັນກັບແມ່ຍິງທີ່ມີປະຈຳເດືອນເປັນທີ່ອະນຸມັດ ຈະຖືກຕັດສິນວ່າເປັນຜູ້ປະຕິເສດສັດທາ”. ຈົບຄຳກ່າວຂອງ ທ່ານ ອັນ-ນະວະວີ.
ແລະ ໄດ້ຖືກອະນຸຍາດໃຫ້ແກ່ລາວ - ແລະ ການສັນລະເສີນທັງຫມົດເປັນຂອງພຣະອົງອັລລໍຮ໌ - ໃນສິ່ງທີ່ສາມາດບັນເທົາອາລົມຄວາມຢາກຂອງລາວໄດ້ ໂດຍບໍ່ແມ່ນການຮ່ວມສັງວາດ, ເຊັ່ນ: ການຈູບ, ການກອດ ແລະ ການສຳພັດຮ່າງກາຍໂດຍກົງໃນສ່ວນອື່ນໆ ທີ່ບໍ່ແມ່ນອະໄວຍະວະເພດ, ແຕ່ສິ່ງທີ່ດີກວ່າແມ່ນບໍ່ຄວນມີການສຳພັດຮ່າງກາຍໂດຍກົງໃນບໍລິເວນລະຫວ່າງສະບື ແລະ ຫົວເຂົ່າ ນອກຈາກມີຜ້າກັນ. ດັງຄຳເວົ້າຂອງທ່ານນາງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ວ່າ:
"كَانَ النَّبِيُّ صَلَّى اللَّهُ عَلَيْهِ وَسَلَّمَ يَأْمُرُنِي فَأَتَّزِرُ فَيُبَاشِرُنِي وَأَنَا حَائِضٌ".
"ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ຈະສັ່ງໃຫ້ຂ້ອຍເອົາຜ້າມາພັນຮອບແອວ ແລ້ວທ່ານກໍຈະສຳພັດຮ່າງກາຍຂອງຂ້ອຍ ໃນຊ່ວງທີ່ຂ້ອຍກຳລັງມີປະຈຳເດືອນ". ມຸດຕະຟາກຸລອະໄລ50.
ເພາະວ່າ ຫາກນາງຖືກຢ່າຮ້າງໃນຂະນະທີ່ມີເລືອດປະຈຳເດືອນ, ນາງຈະບໍ່ເລີ່ມນັບໄລຍະເວລາອິດດະຫ໌ ເນື່ອງຈາກວ່າຮອບປະຈຳເດືອນທີ່ນາງຖືກຢ່າຮ້າງນັ້ນຈະບໍ່ຖືກນັບລວມໃນໄລຍະເວລາອິດດະຫ໌, ແລະ ຫາກນາງຖືກຢ່າຮ້າງໃນສະພາບທີ່ສະອາດຫຼັງຈາກການມີເພດສຳພັນ, ກໍຈະບໍ່ຮູ້ແນ່ຊັດເຖິງໄລຍະເວລາອິດດະຫ໌ທີ່ນາງຈະເລີ່ມນັບ, ເພາະບໍ່ຮູ້ວ່ານາງໄດ້ຖືພາຈາກການມີເພດສຳພັນຄັ້ງນີ້ ຫຼື ບໍ່, ເຊິ່ງຖ້າຖືພາ ນາງກໍຈະຕ້ອງຢູ່ໃນໄລຍະອິດດະຫ໌ຈົນກວ່າລູກຈະເກີດ, ຫຼື ຖ້າບໍ່ຖືພາ ນາງກໍຈະຕ້ອງຢູ່ໃນໄລຍະອິດດະຫ໌ໂດຍການນັບຮອບປະຈຳເດືອນ. ດັ່ງນັ້ນ, ເມື່ອບໍ່ມີຄວາມແນ່ນອນໃນປະເພດຂອງອີດດະຫ໌, ການອັດຕໍລາກຈຶ່ງເປັນທີ່ຕ້ອງຫ້າມສຳລັບລາວ ຈົນກວ່າເລື່ອງດັ່ງກ່າວຈະແຈ່ມແຈ້ງ.
ຂໍ້ກຳນົດທີເຈັດ: ການຢ່າຮ້າງ; ຫ້າມບໍ່ໃຫ້ສາມີຢ່າຮ້າງກັບພັນລະຍາຂອງຕົນໃນຂະນະທີ່ນາງກຳລັງມີປະຈຳເດືອນ; ເນືອງຈາກຄຳດຳລັດຂອງອັລລໍຮ໌ທີ່ກ່າວວ່າ:
﴿يَاأَيُّهَا النَّبِيُّ إِذَا طَلَّقْتُمُ النِّسَاء فَطَلِّقُوهُنَّ لِعِدَّتِهِنَّ...﴾
ຄວາມວ່າ: (ໂອ້ ທ່ານນະບີເອີຍ ເມື່ອພວກເຈົ້າຕໍລາກ (ເລີກ) ບັນດາພັນລະຍາ ກໍຈົ່ງຢ່າຮ້າງພວກນາງຕາມກຳນົດອິດດະຫ໌ຂອງພວກນາງ...) [ສູເຣາະຫ໌ ອັດຕໍລາກ :1] ກ່າວຄື: ໃນສະພາບທີ່ພວກນາງສາມາດເລີ່ມຕົ້ນໄລຍະອິດດະຫ໌ຂອງພວກນາງໄດ້ຢ່າງຖືກຕ້ອງຕາມກຳຫນົດເມື່ອຖືກຢ່າຮ້າງ, ເຊິ່ງຈະເປັນໄປໄດ້ກໍ່ຕໍ່ເມື່ອລາວຢ່າຮ້າງນາງໃນຂະນະທີ່ນາງຖືພາ ຫຼື ຢູ່ໃນສະພາບທີ່ສະອາດໂດຍທີ່ຍັງບໍ່ທັນໄດ້ຮ່ວມຫຼັບນອນນຳກັນ;
ດັ່ງນັ້ນ, ການຢ່າຮ້າງແມ່ຍິງໃນຂະນະທີ່ນາງກຳລັງມີປະຈຳເດືອນຈຶ່ງເປັນສິ່ງທີ່ຕ້ອງຫ້າມ ຕາມໂອງການທີ່ໄດ້ກ່າວມາກ່ອນໜ້ານີ້; ແລະ ອີງຕາມສິ່ງທີ່ຖືກຢັ້ງຢືນໃນບັນທຶກຫະດີສທີ່ຖືກຕ້ອງໄດ້ທັງສອງສະບັບ ແລະ ສະບັບອື່ນໆ ຈາກຫະດີສຂອງ ອິບນຸ ອຸມັຣ ທີ່ເລົ່າວ່າ: ລາວໄດ້ຢ່າຮ້າງພັນລະຍາຂອງລາວໃນຂະນະທີ່ນາງກຳລັງມີປະຈຳເດືອນ, ດັ່ງນັ້ນ ທ່ານອຸມັຣ ຈຶ່ງໄດ້ແຈ້ງເລື່ອງດັ່ງກ່າວໃຫ້ທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະຊັລລຳ ຮັບຊາບ, ທ່ານສາດສະດາ ຊໍລລັລລໍຮຸ ອະລັຍຮິ ວະຊັລລຳ ຈຶ່ງໂກດ ແລະ ໄດ້ກ່າວວ່າ:
«مُرْهُ فَلْيُرَاجِعْهَا ثُمَّ لِيُمْسِكْهَا حَتَّى تَطْهُرَ، ثُمَّ تَحِيضَ، ثُمَّ تَطْهُرَ، ثُمَّ إِنْ شَاءَ أَمْسَكَ بَعْدُ، وَإِنْ شَاءَ طَلَّقَ قَبْلَ أَنْ يَمَسَّ، فَتِلْكَ الْعِدَّةُ الَّتِي أَمَرَ اللَّهُ أَنْ تُطَلَّقَ لَهَا النِّسَاءُ».
«ຈົ່ງສັ່ງລາວໃຫ້ຮັບນາງກັບຄືນມາ, ຈາກນັ້ນໃຫ້ລາວຢູ່ກັບນາງຈົນກວ່ານາງຈະສະອາດ (ຈາກປະຈຳເດືອນ), ຈາກນັ້ນນາງກໍ່ມີປະຈຳເດືອນ, ແລ້ວນາງກໍ່ສະອາດອີກຄັ້ງ. ຫລັງຈາກນັ້ນ, ຖ້າລາວຕ້ອງການກໍ່ໃຫ້ຢູ່ກັບນາງຕໍ່ໄປ, ແລະ ຖ້າລາວຕ້ອງການກໍ່ໃຫ້ຢ່າຮ້າງນາງ ກ່ອນທີ່ຈະມີເພດສຳພັນກັບນາງ, ເພາະນີ້ຄືໄລຍະເວລາອິດດະຫ໌ທີ່ອົງອັລລໍຫ໌ໄດ້ຊົງບັນຊາໃຫ້ມີການຢ່າຮ້າງບັນດາແມ່ຍິງຕາມກຳຫນົດດັ່ງກ່າວ»51.
ດັ່ງນັ້ນ ຫາກຜູ້ຊາຍຄົນໜຶ່ງຢ່າຮ້າງພັນລະຍາຂອງຕົນ ໃນຂະນະທີ່ນາງກຳລັງມີປະຈຳເດືອນ, ກໍ່ຖືວ່າລາວໄດ້ກະທຳບາບ, ແລະ ລາວຈຳເປັນຕ້ອງກັບໂຕຕໍ່ພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ, ແລະ ຕ້ອງຮັບເອົານາງກັບຄືນມາເປັນພັນລະຍາຂອງຕົນ ເພື່ອທີ່ຈະຢ່າຮ້າງນາງຢ່າງຖືກຕ້ອງຕາມຫຼັກການສາສະໜາ ໃຫ້ສອດຄ່ອງກັບຄຳສັ່ງຂອງອົງອັລລໍຫ໌ ແລະ ທ່ານສາສະດາຂອງພະອົງ, ໂດຍລາວຈະຕ້ອງປະນາງໄວ້ຫຼັງຈາກທີ່ໄດ້ຮັບນາງກັບຄືນມາແລ້ວ ຈົນກວ່ານາງຈະສະອາດຈາກການມີປະຈຳເດືອນໃນຮອບທີ່ລາວໄດ້ຢ່າຮ້າງນາງ, ຈາກນັ້ນກໍ່ປະໃຫ້ນາງມີປະຈຳເດືອນອີກຄັ້ງໜຶ່ງ, ຫຼັງຈາກນັ້ນ ເມື່ອນາງສະອາດແລ້ວ ຖ້າລາວຕ້ອງການກໍ່ໃຫ້ນາງຢູ່ຕໍ່ ຫຼື ຖ້າຕ້ອງການກໍ່ຢ່າຮ້າງນາງໄດ້ ກ່ອນທີ່ຈະມີເພດສຳພັນກັບນາງ.
ມີຂໍ້ຍົກເວັ້ນຈາກການຫ້າມຢ່າຮ້າງໃນຂະນະມີປະຈຳເດືອນ ສາມກໍລະນີດັ່ງນີ້:
ຫນຶ່ງ: ຫາກການຢ່າຮ້າງເກີດຂຶ້ນກ່ອນທີ່ຈະໄດ້ຢູ່ກັນຕາມລຳພັງກັບນາງ ຫຼື ໄດ້ສຳຜັດຕົວນາງ, ກໍ່ບໍ່ເປັນຫຍັງທີ່ຈະຢ່າຮ້າງນາງໃນຂະນະທີ່ນາງກຳລັງມີປະຈຳເດືອນ; ເພາະວ່າບໍ່ມີອິດດະຫ໌ສຳລັບນາງ, ການຢ່າຮ້າງຈຶ່ງບໍ່ຂັດຕໍ່ບົດບັນຍັດ ຕາມຄຳດຳລັດຂອງພະອົງທີ່ວ່າ:
﴿...فَطَلِّقُوهُنَّ لِعِدَّتِهِنَّ...﴾
ຄວາມວ່າ: (...ດັ່ງນັ້ນ ຈົ່ງຢ່າຮ້າງພວກນາງຕາມກຳນົດເວລາຂອງພວກນາງ...) [ສູເຣາະຫ໌ ອັດຕໍລາກ :1]
ສອງ: ເມື່ອມີເລືອດປະຈຳເດືອນໃນຂະນະຖືພາ, ແລະ ສາເຫດຂອງມັນໄດ້ອະທິບາຍຜ່ານມາແລ້ວ.
ສາມ: ຖ້າຫາກວ່າການຢ່າຮ້າງນັ້ນມີຄ່າຕອບແທນ (ເຊັ່ນ ການຂໍ), ກໍ່ເປັນທີ່ອະນຸຍາດໃຫ້ຢ່າຮ້າງກັບນາງໄດ້ ໃນຊ່ວງທີ່ນາງກຳລັງມີປະຈຳເດືອນ.
ເຊັ່ນວ່າ: ເມື່ອເກີດຄວາມຂັດແຍ້ງ ແລະ ການໃຊ້ຊີວິດຄູ່ທີ່ບໍ່ລົງລອຍກັນລະຫວ່າງສາມີ ແລະ ພັນລະຍາ, ຜູ້ເປັນສາມີຈຶ່ງຮັບເອົາສິ່ງຕອບແທນເພື່ອທີ່ຈະຢ່າຮ້າງນາງ, ກໍລະນີນີ້ຖືວ່າເປັນທີ່ອະນຸຍາດ ເຖິງແມ່ນວ່ານາງຈະຢູ່ໃນຊ່ວງມີປະຈຳເດືອນກໍ່ຕາມ. ລາຍງານຈາກ ອິບນິ ອັບບາສ ຣໍດິຍັລລໍຮຸ ອັນຮຸມາ ກ່າວວ່າ: ພັນລະຍາຂອງທ່ານ ຊາບິດ ບິນ ກໍສ ບິນ ຊຳມາສ ໄດ້ມາຫາທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ແລະ ໄດ້ກ່າວວ່າ: "ໂອ້ ທ່ານຣໍຊູລຸລລໍຫ໌, ຂ້ານ້ອຍບໍ່ໄດ້ຕຳໜິລາວໃນເລື່ອງຂອງຄຸນສົມບັດ ແລະ ສາດສະໜາ, ແຕ່ຂ້ານ້ອຍລັງກຽດການເນລະຄຸນໃນອິດສະລາມ." ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ຈຶ່ງໄດ້ກ່າວວ່າ:
«أَتَرُدِّينَ عَلَيْهِ حَدِيقَتَهُ؟»
“ເຈົ້າຈະສົ່ງຄືນສວນຂອງລາວ ໃຫ້ລາວບໍ່?” ນາງໄດ້ກ່າວວ່າ: ໂດຍ. ທ່ານຣໍຊຸລ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ຈຶ່ງໄດ້ກ່າວວ່າ:
«اقْبَلِ الْحَدِيقَةَ وَطَلِّقْهَا تَطْلِيقَةً»
"ຈົ່ງຮັບເອົາສວນນັ້ນຄືນມາ ແລະ ຢ່າຮ້າງນາງໜຶ່ງຄັ້ງ".
[ບັນທຶກໂດຍອັລ-ບຸກຄໍຣີ]52.
ແລະ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ບໍ່ໄດ້ຖາມວ່າ: ນາງກຳລັງມີປະຈຳເດືອນ ຫຼື ວ່າສະອາດ? ແລະ ເນື່ອງຈາກວ່າການຢ່າຮ້າງນີ້ເປັນການໄຖ່ຖອນຕົວຂອງນາງເອງ ຈຶ່ງເປັນທີ່ອະນຸຍາດເມື່ອມີຄວາມຈຳເປັນ ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ.
ເພິ່ນໄດ້ກ່າວໄວ້ໃນຫນັງສື ອັນ-ມຸຄນີ ເຖິງເຫດຜົນທີ່ອະນຸຍາດໃຫ້ເຮັດຄຸລລະອຼ ໃນຂະນະທີ່ມີປະຈຳເດືອນ (ໜ້າ: 52, ເຫຼັ້ມທີ 7, ພມ) ວ່າ: ເພາະວ່າການຫ້າມຢ່າຮ້າງໃນຂະນະມີປະຈຳເດືອນນັ້ນ ແມ່ນເນື່ອງຈາກຄວາມເສຍຫາຍທີ່ຈະເກີດກັບນາງ ຈາກການທີ່ໄລຍະອິດດະຫ໌ຍາວນານຂຶ້ນ, ສ່ວນການຄຸລລະອຼ (ການຂໍຢ່າຮ້າງຂອງຝ່າຍຍິງ) ແມ່ນເພື່ອຂະຈັດຄວາມເສຍຫາຍທີ່ເກີດກັບນາງ ຈາກການຢູ່ຮ່ວມກັນທີ່ບໍ່ດີ ແລະ ການທີ່ຕ້ອງຢູ່ກັບຄົນທີ່ນາງກຽດຊັງ, ເຊິ່ງຄວາມເສຍຫາຍນີ້ຮ້າຍແຮງກວ່າຄວາມເສຍຫາຍຈາກການທີ່ໄລຍະອິດດະຫ໌ຍາວນານ. ດັ່ງນັ້ນ ຈຶ່ງອະນຸຍາດໃຫ້ປັດເປົ່າຄວາມເສຍຫາຍທີ່ໃຫຍ່ກວ່າ ດ້ວຍການຍອມຮັບຄວາມເສຍຫາຍທີ່ນ້ອຍກວ່າ; ດ້ວຍເຫດນີ້ເອງ, ທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະຊັລລຳ ຈຶ່ງບໍ່ໄດ້ຊັກຖາມຜູ້ຍິງທີ່ຂໍຄຸລລະອຼ ກ່ຽວກັບສະພາບຂອງນາງ.
ສຳລັບການເຮັດສັນຍາແຕ່ງງານກັບແມ່ຍິງໃນຂະນະທີ່ນາງມີປະຈຳເດືອນນັ້ນ ບໍ່ມີບັນຫາຫຍັງ; ເພາະວ່າຫຼັກການເດີມແມ່ນອະນຸຍາດ, ແລະ ບໍ່ມີຫຼັກຖານໃດໆ ທີ່ຫ້າມໃນເລື່ອງນີ້. ແຕ່ວ່າການທີ່ສາມີຈະເຂົ້າໄປຢູ່ຮ່ວມກັບນາງໃນຂະນະທີ່ນາງຍັງມີປະຈຳເດືອນນັ້ນ ຕ້ອງໄດ້ຮັບການພິຈາລະນາ, ຖ້າຫາກໝັ້ນໃຈໄດ້ວ່າລາວຈະບໍ່ມີເພດສຳພັນກັບນາງ ກໍບໍ່ເປັນຫຍັງ. ແຕ່ຖ້າບໍ່ເຊັ່ນນັ້ນ ກໍບໍ່ຄວນເຂົ້າໄປຢູ່ຮ່ວມກັບນາງຈົນກວ່ານາງຈະບໍລິສຸດ ເພື່ອປ້ອງກັນບໍ່ໃຫ້ເກີດການກະທຳໃນສິ່ງທີ່ຖືກຫ້າມ.
ຂໍ້ກຳນົດທີແປດ: ການນັບໄລຍະເວລາອິດດະຫ໌ຂອງການຢ່າຮ້າງດ້ວຍກັບການມີປະຈຳເດືອນ: ເມື່ອຜູ້ຊາຍໄດ້ຢ່າຮ້າງກັບພັນລະຍາຂອງລາວ ຫຼັງຈາກທີ່ໄດ້ມີເພດສຳພັນ ຫຼື ຢູ່ສອງຕໍ່ສອງກັບນາງແລ້ວ, ນາງຈຳເປັນຕ້ອງຢູ່ໃນໄລຍະເວລາອິດດະຫ໌ໃຫ້ຄົບສາມປະຈຳເດືອນເຕັມ, ຖ້ານາງເປັນຜູ້ຍິງທີ່ມີປະຈຳເດືອນ ແລະ ບໍ່ໄດ້ຖືພາ; ເນື່ອງຈາກຄຳດຳລັດຂອງພຣະອົງ ຜູ້ຊົງສູງສົ່ງທີ່ວ່າ:
﴿وَٱلۡمُطَلَّقَٰتُ يَتَرَبَّصۡنَ بِأَنفُسِهِنَّ ثَلَٰثَةَ قُرُوٓءٖۚ...﴾
(ແລະ ບັນດາແມ່ຍິງທີ່ຖືກຢ່າຮ້າງ ພວກນາງຈົ່ງລໍຄອຍດ້ວຍຕົວຂອງພວກນາງເອງ ສາມກຸຣູອ໌... ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 228]. ໝາຍເຖິງ: ສາມຮອບປະຈຳເດືອນ. ຫາກນາງຖືພາ, ກຳນົດເວລາອິດດະຫ໌ຂອງນາງແມ່ນຈົນກວ່າຈະເກີດລູກ, ບໍ່ວ່າໄລຍະເວລານັ້ນຈະຍາວນານ ຫຼື ສັ້ນກໍ່ຕາມ, ຈາກຫຼັກຖານຄຳດຳລັດຂອງພຣະອົງທີ່ວ່າ:
﴿...وَأُوْلَاتُ الأَحْمَالِ أَجَلُهُنَّ أَن يَضَعْنَ حَمْلَهُنَّ...﴾
(...ແລະ ບັນດາແມ່ຍິງທີ່ຖືພາ ກຳນົດຂອງພວກນາງຄືການຄອດລູກຂອງພວກນາງ...) [ສູເຣາະຫ໌ ອັດຕໍລາກ :4] ສ່ວນຜູ້ຍິງທີ່ບໍ່ມີປະຈຳເດືອນ ເຊັ່ນ: ເດັກຍິງທີ່ຍັງບໍ່ທັນມີປະຈຳເດືອນ, ແມ່ຍິງໄວຫມົດປະຈຳເດືອນເນື່ອງຈາກອາຍຸສູງ, ຫຼື ຜູ້ທີ່ຜ່ານການຜ່າຕັດເອົາມົດລູກອອກ ຫຼື ດ້ວຍສາເຫດອື່ນໆ ທີ່ບໍ່ຫວັງວ່າຈະມີປະຈຳເດືອນກັບມາອີກ, ໄລຍະອິດດະຫ໌ຂອງນາງແມ່ນສາມເດືອນ; ຈາກຄຳດຳລັດຂອງພະອົງຕາອາລາທີ່ວ່າ:
﴿وَاللَّائِي يَئِسْنَ مِنَ الْمَحِيضِ مِن نِّسَائِكُمْ إِنِ ارْتَبْتُمْ فَعِدَّتُهُنَّ ثَلَاثَةُ أَشْهُرٍ وَاللَّائِي لَمْ يَحِضْنَ...﴾
ຄວາມວ່າ : ( ແລະ ບັນດາແມ່ຍິງໃນໝູ່ພວກເຈົ້າທີ່ຫມົດປະຈຳເດືອນແລ້ວ ຫາກພວກເຈົ້າສົງໄສ ແລ້ວກຳນົດເວລາຂອງພວກນາງແມ່ນສາມເດືອນ ແລະ ບັນດາແມ່ຍິງທີ່ຍັງບໍ່ທັນມີປະຈຳເດືອນ...) [ສູເຣາະຫ໌ ອັດຕໍລາກ :4]، ແລະ ຫາກວ່ານາງເປັນຜູ້ຍິງທີ່ມີປະຈຳເດືອນ ແຕ່ປະຈຳເດືອນຂອງນາງໄດ້ຢຸດໄປດ້ວຍສາເຫດທີ່ຮູ້ຈັກ ເຊັ່ນ: ການເຈັບປ່ວຍ ແລະ ການໃຫ້ນົມລູກ, ນາງກໍຍັງຄົງຕ້ອງຢູ່ໃນໄລຍະອິດດະຫ໌ ເຖິງແມ່ນວ່າໄລຍະເວລານັ້ນຈະຍາວນານກໍຕາມ ຈົນກວ່າປະຈຳເດືອນຂອງນາງຈະກັບມາ, ຫຼັງຈາກນັ້ນນາງກໍເລີ່ມນັບໄລຍະອິດດະຫ໌ຂອງນາງດ້ວຍຮອບເດືອນນັ້ນ. ຖ້າຫາກສາເຫດນັ້ນໄດ້ຫມົດໄປ, ເຊັ່ນ: ຫາຍຈາກການເຈັບປ່ວຍ ຫຼື ຫມົດໄລຍະການໃຫ້ນົມລູກ, ແຕ່ເລືອດປະຈຳເດືອນກໍຍັງຄົງບໍ່ກັບມາ, ນາງຈະຕ້ອງນັບໄລຍະເວລາລໍຄອຍເປັນເວລາຫນຶ່ງປີເຕັມ ນັບຈາກມື້ທີ່ສາເຫດນັ້ນໄດ້ຫມົດໄປ. ນີ້ຄືຄຳກ່າວທີ່ຖືກຕ້ອງ, ທີ່ສອດຄ່ອງກັບບັນດາຫຼັກການຂອງສາສະໜາບັນຍັດ, ຫາກສາເຫດນັ້ນໄດ້ຫມົດໄປ ແລະ ເລືອດປະຈຳເດືອນບໍ່ກັບຄືນມາ, ນາງກໍຈະຢູ່ໃນສະຖານະເໝືອນກັບຜູ້ທີ່ປະຈຳເດືອນຂາດຫາຍໄປໂດຍບໍ່ມີສາເຫດທີ່ແນ່ນອນ, ແລະ ເມື່ອປະຈຳເດືອນຂອງນາງຂາດຫາຍໄປໂດຍບໍ່ມີສາເຫດທີ່ແນ່ນອນ, ນາງຈະຕ້ອງຢູ່ໃນໄລຍະອິດດະຫ໌ເປັນເວລາໜຶ່ງປີເຕັມ: ເກົ້າເດືອນເພື່ອເປັນການກັນໄວ້ສຳລັບການຖືພາ ເພາະເປັນໄລຍະເວລາສ່ວນໃຫຍ່ຂອງການຖືພາ, ແລະ ອີກສາມເດືອນສຳລັບໄລຍະອິດດະຫ໌.
ສ່ວນການຢ່າຮ້າງຫາກເກີດຂຶ້ນຫຼັງຈາກການເຮັດສັນຍາແຕ່ງດອງ ແລະ ກ່ອນການຮ່ວມສັງວາດ, ກໍບໍ່ມີອິດດະຫ໌ແຕ່ຢ່າງໃດ, ບໍ່ວ່າຈະດ້ວຍການນັບຮອບປະຈຳເດືອນ ຫຼື ດ້ວຍຮູບແບບອື່ນໆ ກໍຕາມ; ດັ່ງດຳລັດຂອງພຣະອົງທີ່ວ່າ:
﴿يَاأَيُّهَا الَّذِينَ آمَنُوا إِذَا نَكَحْتُمُ الْمُؤْمِنَاتِ ثُمَّ طَلَّقْتُمُوهُنَّ مِن قَبْلِ أَن تَمَسُّوهُنَّ فَمَا لَكُمْ عَلَيْهِنَّ مِنْ عِدَّةٍ تَعْتَدُّونَهَا...﴾
ຄວາມວ່າ: (ໂອ້ ບັນດາຜູ້ສັດທາເອີ໋ຍ ເມື່ອພວກເຈົ້າໄດ້ແຕ່ງງານກັບບັນດາຜູ້ສັດທາຍິງ ຈາກນັ້ນພວກເຈົ້າກໍໄດ້ຢ່າຮ້າງພວກນາງ ກ່ອນທີ່ພວກເຈົ້າຈະໄດ້ສຳຜັດພວກນາງ ສະນັ້ນ ບໍ່ມີອິດດະຫ໌ໃດໆ ເໜືອພວກນາງສຳລັບພວກເຈົ້າທີ່ຈະນັບມັນ...) [ຊູເຣາະຫ໌ ອັລອະຫ໌ຊາບ : 49].
ຂໍ້ກຳໜົດທີເກົ້າ: ການຢັ້ງຢືນຄວາມບໍລິສຸດຂອງມົດລູກ, ກ່າວຄື: ການຢັ້ງຢືນວ່າມົດລູກນັ້ນວ່າງເປົ່າຈາກການຖືພາ, ເຊິ່ງເປັນສິ່ງທີ່ຈຳເປັນໃນທຸກໆ ກໍລະນີທີ່ຕ້ອງການຢັ້ງຢືນຄວາມບໍລິສຸດຂອງມົດລູກ, ແລະ ມີປະເດັນຕ່າງໆ ດັ່ງນີ້:
ຫນຶ່ງໃນນັ້ນກໍຄື: ເມື່ອບຸກຄົນໃດຫນຶ່ງເສຍຊີວິດລົງ ແລະ ໄດ້ປະແມ່ຍິງໄວ້ ໂດຍທີ່ລູກໃນທ້ອງຂອງນາງເປັນຜູ້ສືບທອດມໍລະດົກຂອງລາວ, ແລະ ນາງກໍມີສາມີຢູ່ແລ້ວ, ດັ່ງນັ້ນ ບໍ່ອະນຸຍາດໃຫ້ສາມີຂອງນາງຮ່ວມຫຼັບນອນກັບນາງຈົນກວ່ານາງຈະມີປະຈຳເດືອນ ຫຼື ຈົນກວ່າຈະເປັນທີ່ແນ່ຊັດວ່ານາງຖືພາ. ຖ້າຫາກເປັນທີ່ແນ່ຊັດແລ້ວວ່ານາງຖືພາ, ກໍຈະຖືກຕັດສິນໃຫ້ລາວໄດ້ຮັບມໍລະດົກ ເນື່ອງຈາກຖືວ່າລາວມີຕົວຕົນຢູ່ແລ້ວໃນເວລາທີ່ຜູ້ໃຫ້ມໍລະດົກເສຍຊີວິດ. ແລະ ຖ້າຫາກນາງມີປະຈຳເດືອນ, ກໍຈະຖືກຕັດສິນວ່າລາວບໍ່ໄດ້ຮັບມໍລະດົກ ເນື່ອງຈາກຖືວ່າການມີປະຈຳເດືອນເປັນການຢືນຢັນເຖິງການວ່າງເປົ່າຂອງມົດລູກ.
ຂໍ້ກຳໜົດທີ່ສິບ: ການບັງຄັບໃຫ້ອາບນ້ຳ (ກຸສູລ): ວາຈິບສຳລັບແມ່ຍິງທີ່ຫມົດໄລຍະປະຈຳເດືອນແລ້ວ ທີ່ຈະຕ້ອງອາບນ້ຳຊຳລະລ້າງທົ່ວທັ່ງຮ່າງກາຍ. ຈາກຄຳກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລສຳ ແກ່ນາງຟາຕີມະຫ໌ ບິນຕິ ອະບີ ຫຸໄບຊ໌ ວ່າ:
«فَإِذَا أَقْبَلَتِ الْحَيْضَةُ فَدَعِي الصَّلَاةَ، وَإِذَا أَدْبَرَتْ فَاغْتَسِلِي وَصَلِّي».
«ເມື່ອເລືອດປະຈຳເດືອນມາ ກໍ່ຈົ່ງຫຍຸດຈາກການລະຫມາດ, ແລະ ເມື່ອມັນຫມົດໄປແລ້ວ ກໍ່ຈົ່ງອາບນ້ຳຊຳລະຮ່າງກາຍ ແລະ ຈົ່ງລະຫມາດເຖີດ».53 ບັນທຶກໂດຍອັລ-ບຸກຄໍຣີ.
ສິ່ງທີ່ຈຳເປັນຂັ້ນຕ່ຳສຸດໃນການອາບນ້ຳຊຳລະຮ່າງກາຍ ຄືການເຮັດໃຫ້ນ້ຳປຽກຊຸ່ມທົ່ວທຸກສ່ວນຂອງຮ່າງກາຍ ຈົນຮອດກ້ອງເສັ້ນຜົມ, ແລະ ສິ່ງທີ່ປະເສີດທີ່ສຸດແມ່ນ ການປະຕິບັດຕາມຮູບແບບທີ່ໄດ້ກ່າວໄວ້ໃນບົດຮະດິຊ. ຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ, ເມື່ອທ່ານນາງ ອັສມາອ໌ ບິນຕຸ ຊະກັລ ໄດ້ຖາມທ່ານກ່ຽວກັບການອາບນ້ຳ (ກຸສູລ) ຈາກເລືອດປະຈຳເດືອນ, ທ່ານ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ຈຶ່ງໄດ້ກ່າວວ່າ:
«تَأْخُذُ إِحْدَاكُنَّ مَاءَهَا وَسِدْرَتَهَا فَتَطَهَّرُ فَتُحْسِنُ الطُّهُورَ، ثُمَّ تَصُبُّ عَلَى رَأْسِهَا فَتَدْلُكُهُ دَلْكًا شَدِيدًا، حَتَّى تَبْلُغَ شُؤُونَ رَأْسِهَا، ثُمَّ تَصُبُّ عَلَيْهَا الْمَاءَ، ثُمَّ تَأْخُذُ فِرْصَةً مُمَسَّكَةً -أَيْ: قِطْعَةَ قُمَاشٍ فِيهَا مِسْكٌ- فَتَطَهَّرُ بِهَا».
"ໃຫ້ແມ່ຍິງຄົນໜຶ່ງໃນໝູ່ພວກເຈົ້າເອົານ້ຳ ແລະ ເອົາໃບກະທັນມາ(ເພື່ອສະຜົມ)ເຮັດຄວາມສະອາດຢ່າງດີທີ່ສຸດ, ຈາກນັ້ນໃຫ້ຖອກນ້ຳລົງໃສ່ຫົວ ແລ້ວຂະຫຍີ້ໃຫ້ແຮງໆຈົນຮອດໂຄນຜົມ, ຈາກນັ້ນຈຶ່ງຖອກນ້ຳລ້າງທົ່ວຮ່າງກາຍ, ແລ້ວເອົາຜ້າສຳລີ ຫຼື ຜ້າສິ້ນໜຶ່ງທີ່ໃສ່ນ້ຳຫອມ ຊຳລະບໍລິເວນນັ້ນ (ບໍລິເວນທີ່ມີເລືອດປະຈຳເດືອນ). ທ່ານນາງອັສມາຈຶ່ງຖາມວ່າ: ຈະຊຳລະລ້າງມັນແນວໃດ? ທ່ານຈຶ່ງຕອບວ່າ:
«سُبْحَانَ اللَّهِ!»
«ຊູບຮານັລລໍຫ໌!» ທ່ານຍິງອາອີຊະຫ໌ ຈຶ່ງໄດ້ກ່າວແກ່ນາງວ່າ: "ເຈົ້າຈົ່ງເຊັດບໍລິເວນຮອຍເລືອດຊ້ຳໆ".
[ບັນທຶກໂດຍມຸສລິມ]54.
ບໍ່ຈຳເປັນຕ້ອງແກ້ຜົມທີ່ມັດໄວ້, ຍົກເວັ້ນແຕ່ວ່າມັນຈະຖືກມັດໄວ້ແຫນ້ນ ຈົນເປັນການກີດກັ້ນບໍ່ໃຫ້ນ້ຳເຂົ້າເຖິງໂຄນຜົມ. ຈາກຫະດິຊໃນປື້ມຊໍຮິຫ໌ມຸສລິມ ລາຍງານຈາກທ່ານນາງ ອຸມມຸ ສະລາມະຫ໌ ເຣາະດີຍັລລໍຮຸອັນຮາ, ນາງໄດ້ຖາມທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ວ່າ: "ແທ້ຈິງຂ້ອຍເປັນຜູ້ຍິງທີ່ຖັກເປຍຜົມແໜ້ນ, ຂ້ອຍຈຳເປັນຕ້ອງແກ້ມັນອອກບໍ່ ເພື່ອອາບນ້ຳຍົກຫະດັສໃຫຍ່ (ຈະນາບະຫ໌)?" ແລະໃນອີກລາຍງານໜຶ່ງກ່າວວ່າ: "ເພື່ອອາບນ້ຳຍົກຫະດັສຈາກປະຈຳເດືອນ ແລະ ຈະນາບະຫ໌?" ທ່ານຈຶ່ງກ່າວວ່າ:
«لَا، إِنَّمَا يَكْفِيكِ أَنْ تَحْثِيَ عَلَى رَأْسِكِ ثَلَاثَ حَثَيَاتٍ ثُمَّ تُفِيضِينَ عَلَيْكِ الْمَاءَ فَتَطْهُرِينَ».
«ບໍ່, ພຽງແຕ່ເຈົ້າລາດນ້ຳໃສ່ຫົວຂອງເຈົ້າສາມຄັ້ງ, ຈາກນັ້ນກໍ່ລາດນ້ຳໃຫ້ທົ່ວຮ່າງກາຍ ແລ້ວເຈົ້າກໍ່ຈະສະອາດ»55.
ຖ້າຫາກຜູ້ຍິງຫມົດໄລຍະເລືອດປະຈຳເດືອນໃນຊ່ວງເວລາລະຫມາດ, ຈຳເປັນຈະຕ້ອງຟ້າວອາບນ້ຳຊຳລະຮ່າງກາຍ ເພື່ອໃຫ້ທັນການລະມາດໃນເວລານັ້ນ. ໃນກໍລະນີທີ່ນາງກຳລັງເດີນທາງ ແລະ ບໍ່ມີນ້ຳ, ຫຼື ມີນ້ຳ ແຕ່ຢ້ານວ່າຈະເກີດອັນຕະລາຍຈາກການໃຊ້ນ້ຳນັ້ນ, ຫຼື ນາງເຈັບປ່ວຍ ເຊິ່ງການໃຊ້ນ້ຳຈະເປັນອັນຕະລາຍຕໍ່ນາງ, ໃຫ້ນາງເຮັດຕະຢັມມຸມ ແທນການອາບນ້ຳຊຳລະຮ່າງກາຍ ຈົນກວ່າອຸປະສັກນັ້ນຈະຫມົດໄປ ແລ້ວຈຶ່ງອາບນ້ຳຊຳລະຮ່າງກາຍ.
ແລະ ມີແມ່ຍິງບາງຄົນທີ່ສະອາດຈາກປະຈຳເດືອນໃນຊ່ວງເວລາລະຫມາດ, ແລະ ພວກນາງໄດ້ເລື່ອນການອາບນ້ຳຊຳລະຮ່າງກາຍອອກໄປໃນເວລາອື່ນ ໂດຍໃຫ້ເຫດຜົນວ່າ: ບໍ່ສາມາດຊຳລະລ້າງຮ່າງກາຍໃຫ້ສະອາດສົມບູນໄດ້ໃນເວລານັ້ນ, ແຕ່ທະວ່າສິ່ງນີ້ບໍ່ແມ່ນຂໍ້ອ້າງ ແລະ ບໍ່ແມ່ນຂໍ້ແກ້ຕົວ; ເພາະວ່ານາງສາມາດເຮັດການອາບນ້ຳຊຳລະຮ່າງກາຍພຽງຂັ້ນຕ່ຳທີ່ເປັນວາຈິບ, ເພື່ອທີ່ຈະປະຕິບັດການລະມາດໃຫ້ທັນເວລາ, ຫຼັງຈາກນັ້ນ ເມື່ອມີເວລາພຽງພໍ ຈຶ່ງຄ່ອຍເຮັດການຊຳລະຮ່າງກາຍໃຫ້ສົມບູນຄົບຖ້ວນ.
ພາກທີຫ້າ: ວ່າດ້ວຍເລື່ອງອິສຕິຮາເດາະຫ໌ (ເລືອດທີ່ຜິດປົກກະຕິຂອງແມ່ຍິງ) ແລະ ຂໍ້ກຳໜົດຕ່າງໆ ຂອງມັນ.
ຄຳວ່າ "ອັລອິສຕິຮາເດາະຕຸ" ໝາຍເຖິງ ການມີເລືອດໄຫຼອອກມາຢ່າງຕໍ່ເນື່ອງຂອງແມ່ຍິງ ໂດຍທີ່ເລືອດບໍ່ຢຸດໄຫຼເລີຍ ຫຼື ຢຸດໄຫຼໃນໄລຍະເວລາອັນສັ້ນໆ ເຊັ່ນ: ມື້ໜຶ່ງ ຫຼື ສອງມື້ຕໍ່ເດືອນ.
ສ່ວນຫຼັກຖານຂອງກໍລະນີທຳອິດທີ່ເລືອດບໍ່ຢຸດໄຫຼຕະຫຼອດນັ້ນ ແມ່ນສິ່ງທີ່ຖືກຢືນຢັນໃນ ຊໍຮິຫ໌ອັລບຸກຄໍຣີ ລາຍງານຈາກ ທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ: ນາງຟາຕີມະຫ໌ ບິນຕຸ ອະບີ ຫຸໄບຊ໌ ໄດ້ກ່າວຕໍ່ທ່ານຣໍສູລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ວ່າ:
"يَا رَسُولَ اللَّهِ إِنِّي لَا أَطْهُرُ".
"ໂອ້ ທ່ານສາສະນະທູດຂອງອັລລໍຫ໌, ແທ້ຈິງຂ້ານ້ອຍບໍ່ສະອາດ. ແລະ ໃນອີກລາຍງານໜຶ່ງ:
"أَسْتَحَاضُ فَلَا أَطْهُرُ".
ຂ້ານ້ອຍມີເລືອດໄຫຼອອກບໍ່ເຊົາ ຈຶ່ງບໍ່ສະອາດ"56.
ແລະ ຫຼັກຖານຂອງກໍລະນີທີສອງທີ່ເລືອດບໍ່ຢຸດໄຫຼ ເວັ້ນເສຍແຕ່ພຽງເລັກນ້ອຍນັ້ນ ແມ່ນຫະດິຊຂອງນາງ ຮຳນະຫ໌ ບິນຕິ ຈະຫ໌ຊິນ, ເມື່ອນາງໄດ້ມາຫາທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ແລະ ໄດ້ກ່າວວ່າ:
"يَا رَسُولَ اللَّهِ إِنِّي أَسْتَحَاضُ حَيْضَةً كَثِيرَةً شَدِيدَةً".
"ໂອ້, ທ່ານຣໍ່ຊູລຂອງອັລລໍຮ໌, ແທ້ຈິງຂ້ານ້ອຍມີເລືອດອອກມາຢ່າງຫລວງຫລາຍ ແລະ ຮຸນແຮງ. ບັນທຶກໂດຍ ອະຫ໌ມັດ, ແລະ ອະບູ ດາວູດ ແລະ ອັດ-ຕິຣມີຊີ57
ແລະ ທ່ານໄດ້ຕັດສິນວ່າມັນຊໍຮິຫ໌ ແລະ ໄດ້ອ້າງອີງການຕັດສິນວ່າຊໍຮິຫ໌ຈາກທ່ານອິມາມອະຫ໌ມັດ ແລະ ການຕັດສິນວ່າເປັນຫະດີດທີ່ດີ (ຫະຊັນ) ຈາກທ່ານອັລບຸກຄໍຣີ58.
ກໍລະນີຕ່າງໆ ຂອງອິສຕິຮາເດາະຫ໌:
ກໍລະນີທັງສາມຂອງແມ່ຍິງທີ່ມີເລືອດຜິດປົກກະຕິມີດັ່ງນີ້:
ກໍລະນີທີໜຶ່ງ: ຄື ແມ່ຍິງທີ່ມີຮອບວຽນປະຈຳເດືອນທີ່ແນ່ນອນກ່ອນທີ່ຈະມີເລືອດອິສຕິຮາເດາະ, ໃຫ້ນາງກັບໄປອີງໃສ່ໄລຍະເວລາຂອງຮອບວຽນປະຈຳເດືອນທີ່ແນ່ນອນຂອງນາງທີ່ເຄີຍເປັນມາກ່ອນ. ໃນຊ່ວງເວລານັ້ນໃຫ້ນາງຢຸດພັກ ແລະ ປະຕິບັດຕາມຂໍ້ກຳນົດຂອງການມີປະຈຳເດືອນ. ສ່ວນເລືອດທີ່ອອກນອກເໜືອຈາກນັ້ນ ຖືວ່າເປັນເລືອດອິສຕິຮາເດາະ, ແລະ ໃຫ້ນາງປະຕິບັດຕາມຂໍ້ກຳນົດສຳລັບຜູ້ຍິງທີ່ມີເລືອດອິສຕິຮາເດາະ.
ຕົວຢ່າງກໍຄື ແມ່ຍິງຄົນຫນຶ່ງທີ່ປົກກະຕິແລ້ວມີເລືອດປະຈຳເດືອນຫົກມມື້ໃນຊ່ວງຕົ້ນຂອງທຸກ ໆ ເດືອນ, ຕໍ່ມານາງກໍ່ມີເລືອດ ອິສຕິຮາເດາະ ເຊິ່ງເຮັດໃຫ້ເລືອດໄຫຼອອກມາຢ່າງຕໍ່ເນື່ອງ, ດັ່ງນັ້ນ ໄລຍະເວລາປະຈຳເດືອນຂອງນາງກໍຄືຫົກວັນໃນຊ່ວງຕົ້ນຂອງທຸກໆ ເດືອນ, ສ່ວນທີ່ນອກເໜືອຈາກນັ້ນແມ່ນເລືອດ ອິສຕິຮາເດາະ. ຈາກຫະດິຊ ທີ່ລາຍງານຈາກ ທ່ານນາງ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ວ່າ: ທ່ານນາງ ຟາຕິມະຮ໌ ບິນຕິ ອາບີ ຫຸໄບຊ໌ ໄດ້ກ່າວຖາມວ່າ: ໂອ້ ທ່ານລໍຊູລຂອງອັລລໍຮ໌, ແທ້ຈິງຂ້ານ້ອຍເປັນຜູ້ຍິງທີ່ມີເລືອດອິສຕິຮາເດາະຫ໌ (ເລືອດເສຍ) ໄຫຼອອກມາຕະຫຼອດເວລາຈົນບໍ່ສະອາດຈັກເທື່ອ, ຂ້ານ້ອຍຄວນຈະປະລະການລະຫມາດບໍ່? ທ່ານໄດ້ກ່າວວ່າ:
«لَا، إِنَّ ذَلِكَ عِرْقٌ، وَلَكِنْ دَعِي الصَّلَاةَ قَدْرَ الْأَيَّامِ الَّتِي كُنْتِ تَحِيضِينَ فِيهَا ثُمَّ اغْتَسِلِي وَصَلِّي».
"ບໍ່, ນັ້ນເປັນພຽງເລືອດເສັ້ນຈາກເລືອດ, ແຕ່ເຈົ້າຈົ່ງລະເວັ້ນການລະຫມາດຕາມຈຳນວນວັນທີ່ເຈົ້າເຄີຍເປັນປະຈຳເດືອນ, ຫຼັງຈາກນັ້ນຈົ່ງອາບນ້ຳ ແລະ ລະຫມາດເຖີດ. ບັນທຶກໂດຍອັລ-ບຸກຄໍຣີ59.
ແລະ ລາຍງານທີ່ຖືກຕ້ອງຈາກມຸສລິມ: ແທ້ຈິງທ່ານນະບີ ﷺ ໄດ້ກ່າວແກ່ທ່ານນາງ ອຸມມູ ຫະບີບະຫ໌ ບິນຕິ ຈະຫ໌ຊິນ ວ່າ:
«امْكُثِي قَدْرَ مَا كَانَتْ تَحْبِسُكِ حَيْضَتُكِ ثُمَّ اغْتَسِلِي وَصَلِّي».
"ຈົ່ງງົດຕາມກຳນົດເວລາທີ່ປະຈຳເດືອນຂອງເຈົ້າເຄີຍມາ, ຈາກນັ້ນຈົ່ງອາບນ້ຳຊຳລະຮ່າງກາຍ ແລະ ລະຫມາດເຖີດ"60.
ດ້ວຍເຫດນີ້, ຜູ້ຍິງທີ່ມີເລືອດອອກຜິດປົກກະຕິທີ່ຮູ້ກຳນົດເວລາປະຈຳເດືອນຂອງຕົນເອງ, ໃຫ້ນາງຢຸດພັກຕາມກຳຫນົດເວລາປະຈຳເດືອນຂອງນາງ, ຈາກນັ້ນໃຫ້ນາງອາບນ້ຳຊຳລະຮ່າງກາຍ ແລະ ປະຕິບັດການລະມາດ, ໂດຍບໍ່ຕ້ອງສົນໃຈກັບເລືອດທີ່ໄຫລອອກມາໃນເວລາເກີນຈາກນັ້ນ.
ກໍລະນີທີສອງ: ຄືການທີ່ນາງບໍ່ມີຮອບປະຈຳເດືອນທີ່ແນ່ນອນມາກ່ອນ ທີ່ຈະມີເລືອດຜິດປົກກະຕິ (ອິສຕິຮາເດາະ), ໂດຍທີ່ເລືອດຜິດປົກກະຕິນັ້ນໄຫຼອອກມາຢ່າງຕໍ່ເນື່ອງຕັ້ງແຕ່ຄັ້ງທຳອິດທີ່ນາງເລີ່ມມີເລືອດ. ໃນກໍລະນີນີ້ ໃຫ້ອີງໃສ່ການຈຳແນກລັກສະນະຂອງເລືອດ, ດັ່ງນັ້ນ ເລືອດປະຈຳເດືອນຂອງນາງ ຄືເລືອດທີ່ສາມາດຈຳແນກໄດ້ດ້ວຍສີທີ່ດຳເຂັ້ມ, ມີຄວາມຂຸ້ນ ຫຼື ມີກິ່ນ, ເຊິ່ງຈະຖືກນຳໃຊ້ກັບຂໍ້ກຳຫນົດຂອງເລືອດປະຈຳເດືອນ. ສ່ວນເລືອດທີ່ນອກເໜືອຈາກນີ້ ຖືເປັນເລືອດຜິດປົກກະຕິ (ອິສຕິຮາເດາະ) ເຊິ່ງຈະຖືກນຳໃຊ້ກັບຂໍ້ກຳນົດຂອງເລືອດຜິດປົກກະຕິ.
ຕົວຢ່າງເຊັ່ນ: ຜູ້ຍິງຄົນໜຶ່ງທີ່ເລີ່ມມີເລືອດອອກມາ ແລະ ມັນໄຫລອອກມາຢ່າງຕໍ່ເນື່ອງ, ແຕ່ນາງສັງເກດເຫັນວ່າ ເປັນເວລາສິບມື້ແລ້ວເລືອດເປັນສີດຳ ແລະ ສ່ວນທີ່ເຫລືອຂອງເດືອນເປັນສີແດງ, ຫຼື ເປັນເວລາສິບມື້ແລ້ວເລືອດມີລັກສະນະເຂັ້ມຂຸ້ນ ແລະ ສ່ວນທີ່ເຫລືອຂອງເດືອນມີລັກສະນະສີໃສ, ຫຼື ເປັນເວລາສິບມື້ເລືອດມີກິ່ນຂອງເລືອດປະຈຳເດືອນ ແລະ ສ່ວນທີ່ເຫລືອຂອງເດືອນບໍ່ມີກິ່ນ, ສະນັ້ນ, ເລືອດປະຈຳເດືອນຂອງນາງກໍຄື ເລືອດສີດຳໃນຕົວຢ່າງທີໜຶ່ງ, ເລືອດທີ່ເຂັ້ມຂຸ້ນໃນຕົວຢ່າງທີສອງ, ແລະ ເລືອດທີ່ມີກິ່ນໃນຕົວຢ່າງທີສາມ, ສ່ວນສິ່ງທີ່ນອກເໜືອຈາກນີ້ ຖືວ່າເປັນເລືອດ ອິສຕິຮາເດາະ (ເລືອດຜິດປົກກະຕິ). ຈາກຄຳກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລສຳ ແກ່ ຟາຕີມະຫ໌ ບິນຕິ ອະບີ ຫຸໄບຊ໌ ວ່າ:
«إِذَا كَانَ دَمُ الْحَيْضَةِ فَإِنَّهُ أَسْوَدُ يُعْرَفُ، فَإِذَا كَانَ ذَلِكَ فَأَمْسِكِي عَنِ الصَّلَاةِ فَإِذَا كَانَ الْآخَرُ فَتَوَضَّئِي وَصَلِّي؛ فَإِنَّمَا هُوَ عِرْقٌ».
«ຖ້າຫາກເປັນເລືອດປະຈຳເດືອນ, ແທ້ຈິງແລ້ວມັນຈະເປັນສີດຳທີ່ເປັນທີ່ຮູ້ຈັກ, ຖ້າຫາກເປັນເຊັ່ນນັ້ນ ກໍ່ຈົ່ງງົດເວັ້ນຈາກການລະຫມາດ. ແຕ່ຖ້າຫາກເປັນເລືອດຊະນິດອື່ນ ກໍ່ຈົ່ງອາບນ້ຳລະຫມາດ ແລະ ລະຫມາດເຖີດ; ເພາະມັນເປັນພຽງເລືອດທີ່ອອກຈາກເສັ້ນເລືອດເທົ່ານັ້ນ». [ບັນທຶກໂດຍ ອະບູດາວູດ ແລະ ນະຊາອີ, ແລະ ຢັ້ງຢືນຄວາມຖືກຕ້ອງໂດຍ ທ່ານ ອິບນຸ ຮີບບານ ແລະ ທ່ານຮາກິມ]61.
ເຖິງວ່າສາຍລາຍງານ ແລະ ເນື້ອໃນຂອງຫະດີຊບົດນີ້ຈະມີຂໍ້ສັງເກດຢູ່ກໍ່ຕາມ, ແຕ່ບັນດານັກວິຊາການ -ຂໍອັລລໍຮ໌ຊົງເມດຕາພວກເຂົາ- ກໍ່ໄດ້ຍຶດຖືປະຕິບັດຕາມ, ເຊິ່ງເປັນສິ່ງທີ່ດີກວ່າການກັບໄປອີງຕາມນິໄສໂດຍທົ່ວໄປຂອງແມ່ຍິງສ່ວນຫຼາຍ.
ກໍລະນີທີ່ສາມ: ກໍລະນີທີ່ບໍ່ມີຮອບປະຈຳເດືອນທີ່ແນ່ນອນ ແລະ ບໍ່ສາມາດຈຳແນກລັກສະນະຂອງເລືອດໄດ້, ໂດຍທີ່ເລືອດຜິດປົກກະຕິ (ອິສຕິຮາເດາະ) ໄຫລຢ່າງຕໍ່ເນື່ອງນັບຕັ້ງແຕ່ເລີ່ມເຫັນເລືອດຄັ້ງທຳອິດ, ແລະ ເລືອດນັ້ນມີລັກສະນະດຽວ ຫຼື ມີລັກສະນະທີ່ບໍ່ສະຫມ່ຳສະເຫມີຈົນບໍ່ສາມາດເປັນເລືອດປະຈຳເດືອນໄດ້, ສະນັ້ນ ໃຫ້ນາງປະຕິບັດຕາມຮີດຄອງຂອງຜູ້ຍິງສ່ວນໃຫຍ່ ໂດຍກຳນົດໃຫ້ເລືອດປະຈຳເດືອນຂອງນາງເປັນເວລາ ຫົກ ຫຼື ເຈັດມື້ໃນແຕ່ລະເດືອນ, ເຊິ່ງເລີ່ມນັບຈາກມື້ທຳອິດທີ່ນາງເຫັນເລືອດ, ສ່ວນທີ່ນອກເໜືອຈາກນັ້ນແມ່ນເລືອດທີ່ຜິດປົກກະຕິ.
ຕົວຢ່າງເຊັ່ນ: ນາງເລີ່ມມີເລືອດອອກໃນວັນທີຫ້າຂອງເດືອນ ແລະ ມີເລືອດອອກຢ່າງຕໍ່ເນື່ອງໂດຍບໍ່ມີລັກສະນະທີ່ຈຳແນກໄດ້ວ່າເປັນເລືອດປະຈຳເດືອນ, ບໍ່ວ່າຈະເປັນສີ ຫຼື ລັກສະນະອື່ນໆ, ດັ່ງນັ້ນ ການມີປະຈຳເດືອນຂອງນາງໃນແຕ່ລະເດືອນຈະຖືກນັບເປັນເວລາ ຫົກ ຫຼື ເຈັດມຶ້ ໂດຍເລີ່ມຈາກວັນທີຫ້າຂອງທຸກໆ ເດືອນ. ຈາກຫະດິຊ: ລາຍງານຈາກ ທ່ານນາງ ຮຳນະຫ໌ ບິນຕິ ຈະຫ໌ຊິນ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ: ໂອ້ ທ່ານຣໍສູລຸລລໍຫ໌, ຂ້າພະເຈົ້າມີເລືອດເສຍໄຫຼອອກມາຢ່າງຫຼວງຫຼາຍ ແລະ ຮຸນແຮງ, ທ່ານມີຄວາມເຫັນແນວໃດໃນເລື່ອງນີ້? ເຊິ່ງມັນໄດ້ກີດກັນຂ້ອຍຈາກການລະຫມາດ ແລະ ການຖືສິນອົດ, ດັ່ງນັ້ນ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ຈຶ່ງໄດ້ກ່າວວ່າ:
«أَنْعَتُ لَكِ (أَصِفُ لَكِ اسْتِعْـمَال) الْكُرْسُفَ (وهُـوَ القُطْنُ) تَضَعِينَهُ عَلَى الْفَرْجِ، فَإِنَّهُ يُذْهِبُ الدَّمَ».
«ຂ້ອຍຈະອະທິບາຍໃຫ້ເຈົ້າກ່ຽວກັບ ອັລກຸລຊຸຟ (ເຊິ່ງກໍ່ຄືສຳລີ), ໂດຍໃຫ້ເຈົ້າເອົາມັນວາງໄວ້ເທິງອະໄວຍະວະເພດ, ເພາະແທ້ຈິງແລ້ວມັນຈະຊ່ວຍຊັບເລືອດ», ນາງໄດ້ກ່າວວ່າ: ມັນມີຫຼາຍໄປກວ່ານັ້ນ. ແລະໃນເລື່ອງດັ່ງກ່າວ ທ່ານກ່າວວ່າ:
«إِنَّمَا هَذَا رَكْضَةٌ مِنْ رَكَضَاتِ الشَّيْطَانِ، فَتَحَيَّضِي سِتَّةَ أَيَّامٍ أَوْ سَبْعَةً فِي عِلْمِ اللَّهِ تَعَالَى، ثُمَّ اغْتَسِلِي حَتَّى إِذَا رَأَيْتِ أَنَّكِ قَدْ طَهُرْتِ وَاسْتَنْقَيْتِ فَصَلِّي أَرْبَعًا وَعِشْرِينَ أَوْ ثَلَاثًا وَعِشْرِينَ لَيْلَةً وَأَيَّامَهَا وَصُومِي».
"ແທ້ຈິງແລ້ວ ນີ້ເປັນພຽງການກະທົບທະທັງຈາກໄຊຕອນ, ດັ່ງນັ້ນເຈົ້າຈົ່ງຖືວ່າຕົນເອງມີປະຈຳເດືອນເປັນເວລາຫົກ ຫຼື ເຈັດວັນ ຕາມຄວາມຮອບຮູ້ຂອງອົງອັລລໍຫ໌ ຜູ້ຊົງສູງສົ່ງ, ຈາກນັ້ນຈົ່ງອາບນ້ຳຍົກຫະດັຊ, ເມື່ອເຈົ້າເຫັນວ່າຕົນເອງສະອາດບໍລິສຸດແລ້ວ ກໍ່ຈົ່ງລະໝາດຕະຫຼອດຊາວສີ່ ຫຼື ຊາວສາມ ທັງກາງເວັນ ແລະ ກາງຄືນຂອງມັນ, ແລະ ຈົ່ງຖືສິນອົດ. [ບັນທຶກໂດຍ ອະຫ໌ມັດ, ອາບູ ດາວູດ ແລະ ອັດ-ຕັຣມີຊີ ແລະ ທ່ານໄດ້ຕັດສິນວ່າມັນຊໍຮິຫ໌62,
ແລະ ມີລາຍງານຈາກທ່ານອະຫ໌ມັດວ່າ ທ່ານກໍ່ໄດ້ຕັດສິນວ່າມັນຊໍຮິຫ໌ເຊັ່ນກັນ, ແລະ ຈາກທ່ານອັລບຸກຄໍຣີວ່າ ທ່ານໄດ້ຕັດສິນວ່າມັນເປັນຫະດີຊ ຫະສັນ]63.
ແລະ ຄຳກ່າວຂອງທ່ານນະບີ ຊໍລັລລໍຮຸ ອະໄລຮິ ວະສັລລຳ ທີ່ວ່າ: «ຫົກ ຫຼື ເຈັດມື້» ບໍ່ແມ່ນການໃຫ້ເລືອກ, ແຕ່ຫາກເປັນການໃຊ້ການພິຈາລະນາ, ໂດຍໃຫ້ນາງພິຈາລະນາເຖິງສິ່ງທີ່ໃກ້ຄຽງກັບສະພາບຂອງນາງທີ່ສຸດ ຈາກຜູ້ທີ່ມີຮູບຮ່າງລັກສະນະ, ອາຍຸ ແລະ ຍາດຕິພີ່ນ້ອງທີ່ໃກ້ຄຽງກັບນາງ, ແລະ ພິຈາລະນາເຖິງເລືອດຂອງນາງວ່າອັນໃດໃກ້ຄຽງກັບເລືອດປະຈຳເດືອນຫຼາຍກວ່າ, ແລະ ການພິຈາລະນາອື່ນໆ ໃນທຳນອງດຽວກັນນີ້. ສະນັ້ນ, ຖ້າຫາກວ່າໃກ້ຄຽງທີ່ຈະເປັນຫົກ ກໍໃຫ້ຖືວ່າເປັນຫົກ, ແລະ ຖ້າຫາກວ່າໃກ້ຄຽງທີ່ຈະເປັນເຈັດ ກໍໃຫ້ຖືວ່າເປັນເຈັດ.
ສະພາບຂອງຜູ້ຍິງທີ່ຄ້າຍຄືກັບຜູ້ເປັນມຸສຕະຮາເດາະຫ໌:
ບາງຄັ້ງແມ່ຍິງອາດມີສາເຫດທີ່ພາໃຫ້ມີເລືອດອອກຈາກອະໄວຍະວະເພດຂອງນາງ ເຊັ່ນ: ການຜ່າຕັດໃນມົດລູກ ຫຼື ໃນສ່ວນທີ່ຢູ່ຖັດລົງມາ, ແລະ ເລືອດນີ້ແບ່ງອອກເປັນສອງປະເພດຄື:
ປະເພດທີໜຶ່ງ: ຄືເປັນທີ່ຮູ້ກັນວ່ານາງບໍ່ສາມາດມີປະຈຳເດືອນໄດ້ອີກພາຍຫຼັງທີ່ມີການຜ່າຕັດ ເຊັ່ນ ການຜ່າຕັດເອົາມົດລູກອອກທັງໝົດ ຫຼື ອັດມັນໄວ້ ເຊິ່ງເຮັດໃຫ້ບໍ່ມີເລືອດໄຫຼອອກມາໄດ້. ສະນັ້ນ ຜູ້ຍິງຄົນນີ້ຈຶ່ງບໍ່ຖືກນັບເຂົ້າໃນຂໍ້ກຳນົດຂອງຜູ້ຍິງທີ່ມີເລືອດເສຍ (ມຸສຕະຮາເດາະ), ແຕ່ຂໍ້ກຳນົດຂອງນາງແມ່ນຄືກັບແມ່ຍິງທີ່ເຫັນມີນ້ຳສີເຫຼືອງ ຫຼື ສີຂຸ່ນ ຫຼື ຄວາມຊຸ່ມ ພາຍຫຼັງທີ່ສະອາດແລ້ວ. ສະນັ້ນ ນາງບໍ່ຕ້ອງປະ ບໍ່ຖິ້ມ ການລະຫມາດ ແລະ ການຖືສິນອົດ, ແລະ ບໍ່ຫ້າມການມີເພດສຳພັນກັບນາງ, ແລະ ບໍ່ຈຳເປັນຕ້ອງອາບນ້ຳຊຳລະຮ່າງກາຍ (ກຸສູລ) ຈາກເລືອດດັ່ງກ່າວ.
ແຕ່ສິ່ງທີ່ຈຳເປັນສຳລັບນາງກ່ອນການລະຫມາດກໍຄືການລ້າງເລືອດອອກ, ແລະ ໃຫ້ເອົາຜ້າມາອັດບໍລິເວນອະໄວຍະວະເພດໄວ້ ເພື່ອປ້ອງກັນບໍ່ໃຫ້ເລືອດໄຫຼອອກມາ, ຫຼັງຈາກນັ້ນກໍໃຫ້ອາບນ້ຳລະມາດເພື່ອກຽມລະຫມາດ. ແລະ ນາງຈະບໍ່ອາບນ້ຳລະມາດຈົນກວ່າຈະເຂົ້າເວລາລະຫມາດ, ຖ້າຫາກການລະຫມາດນັ້ນມີເວລາກຳນົດໄວ້ ເຊັ່ນ ການລະມາດທັງຫ້າເວລາ. ແຕ່ຖ້າບໍ່ແມ່ນ ກໍໃຫ້ອາບນ້ຳລະມາດເມື່ອຕ້ອງການຈະລະຫມາດ ເຊັ່ນ ການລະມາດຊຸນນັດທົ່ວໄປ.
ປະເພດທີສອງ: ກໍລະນີທີ່ບໍ່ຮູ້ວ່າການມີປະຈຳເດືອນຂອງນາງຈະຢຸດລົງຫຼັງຈາກການຜ່າຕັດ, ແຕ່ຍັງມີຄວາມເປັນໄປໄດ້ທີ່ນາງຈະມີປະຈຳເດືອນຢູ່, ສະນັ້ນ ຂໍ້ກຳນົດຂອງນາງກໍເໝືອນກັບຜູ້ຍິງທີ່ມີເລືອດອອກຜິດປົກກະຕິ, ແລະ ຫຼັກຖານຢືນຢັນໃນເລື່ອງນີ້ກໍຄືຄຳກ່າວຂອງທ່ານນະບີ ຊໍລລັລລໍຮ ຮຸອະໄລຮິ ວະສັລລັມ ຕໍ່ນາງ ຟາຕີມະ ບິນຕິ ອະບີ ຮຸໄບຊ໌ ທີ່ວ່າ:
«إِنَّمَا ذَلِكَ عِرْقٌ وَلَيْسَ بِالْحَيْضَةِ، فَإِذَا أَقْبَلَتِ الْحَيْضَةُ فَاتْرُكِي الصَّلَاةَ».
"ນັ້ນເປັນພຽງເລືອດຈາກເສັ້ນເລືອດ ແລະ ບໍ່ແມ່ນເລືອດປະຈຳເດືອນ, ດັ່ງນັ້ນ ເມື່ອເລືອດປະຈຳເດືອນມາ ກໍ່ຈົ່ງລະເວັ້ນການລະຫມາດ"64.
ແລະ ຄຳເວົ້າຂອງທ່ານເຕິມວ່າ :
«فَإِذَا أَقْبَلَتِ الْحَيْضَةُ»
«ເມື່ອເລືອດປະຈຳເດືອນມາ» ຊີ້ໃຫ້ເຫັນວ່າ: ຂໍ້ກຳນົດຂອງຜູ້ຍິງທີ່ມີເລືອດອອກຜິດປົກກະຕິ (ອິສຕິຮາເດາະຫ໌) ນັ້ນ ແມ່ນສຳລັບຜູ້ທີ່ມີຮອບເດືອນທີ່ສາມາດຈຳແນກໄດ້ຢ່າງຊັດເຈນ.
ສ່ວນຜູ້ທີ່ບໍ່ສາມາດຈຳແນກຮອບເດືອນຂອງຕົນໄດ້, ເລືອດຂອງນາງກໍ່ຄືເປັນພຽງເລືອດຈາກເສັ້ນເລືອດໃນທຸກໆ ກໍລະນີ.
ຂໍ້ກຳນົດຕ່າງໆ ກ່ຽວກັບເລືອດອິສຕິຮາເດາະຫ໌ ມີດັ່ງນີ້:
ຈາກທີ່ໄດ້ກ່າວມາກ່ອນຫນ້ານີ້ ພວກເຮົາກໍໄດ້ຮູ້ແລ້ວວ່າ ເລືອດທີ່ຈະເປັນເລືອດປະຈຳເດືອນນັ້ນຖືກນັບເມື່ອໃດ ແລະ ຈະເປັນເລືອດທີ່ຜິດປົກກະຕິ (ອິສຕິຮາເດາະ) ເມື່ອໃດ. ດັ່ງນັ້ນ, ເມື່ອໃດທີ່ເປັນເລືອດປະຈຳເດືອນ, ມັນກໍຈະຕົກຢູ່ພາຍໃຕ້ຂໍ້ກຳຫນົດຂອງເລືອດປະຈຳເດືອນ, ແລະ ເມື່ອໃດທີ່ເປັນເລືອດທີ່ຜິດປົກກະຕິ (ອິສຕິຮາເດາະ), ມັນກໍຈະຕົກຢູ່ພາຍໃຕ້ຂໍ້ກຳຫນົດຂອງເລືອດທີ່ຜິດປົກກະຕິ (ອິສຕິຮາເດາະ).
ແລະ ຂໍ້ກຳຫນົດທີ່ສຳຄັນກ່ຽວກັບເລືອດປະຈຳເດືອນກໍໄດ້ກ່າວຜ່ານມາແລ້ວ.
ສ່ວນຂໍ້ກຳນົດຂອງສະພາວະອິສຕິຮາເດາະຫ໌ ແມ່ນຄືກັນກັບຂໍ້ກຳນົດຂອງສະພາວະທີ່ສະອາດ, ດັ່ງນັ້ນຈຶ່ງບໍ່ມີຄວາມແຕກຕ່າງລະຫວ່າງແມ່ຍິງທີ່ເປັນອິສຕິຮາເດາະຫ໌ ແລະ ບັນດາແມ່ຍິງທີ່ຢູ່ໃນສະພາວະທີ່ສະອາດ, ຍົກເວັ້ນໃນກໍລະນີດັ່ງຕໍ່ໄປນີ້:
ຂໍ້ທີຫນຶ່ງ: ວາຈິບ ທີ່ນາງຈະຕ້ອງອາບນ້ຳລະມາດສຳລັບທຸກໆ ການລະມາດ, ຈາກຄຳກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລສຳ ແກ່ ຟາຕີມະຫ໌ ບິນຕິ ອະບີ ຫຸໄບຊ໌ ວ່າ:
«ثُمَّ تَوَضَّئِي لِكُلِّ صَلَاةٍ».
«ແລ້ວຈົ່ງອາບນ້ຳລະຫມາດສຳລັບການລະຫມາດທຸກຄັ້ງ» ບັນທຶກໂດຍ ອັລ-ບຸກຄໍຣີ ໃນບົດການລ້າງເລືອດ, ຄວາມໝາຍກໍຄື ນາງຈະບໍ່ເຮັດການອາບນ້ຳລະຫມາດສຳລັບການລະຫມາດທີ່ມີເວລາກຳນົດ ເວັ້ນເສຍແຕ່ຫຼັງຈາກທີ່ເຂົ້າເວລາຂອງມັນແລ້ວ. ສຳລັບການລະຫມາດທີ່ບໍ່ໄດ້ກຳນົດເວລາ, ນາງກໍ່ຈະຕ້ອງອາບນ້ຳລະຫມາດ ເມື່ອຕັ້ງໃຈທີ່ຈະປະຕິບັດມັນ.
ປະການທີສອງ: ຫາກນາງຕ້ອງການທີ່ຈະອາບນ້ຳລະຫມາດ, ໃຫ້ນາງລ້າງຄາບເລືອດອອກ, ແລະ ໃຊ້ສຳລີອັດໄວ້ທີ່ອະໄວຍະວະເພດ ແລ້ວໃຊ້ຜ້າພັນທັບໄວ້ ເພື່ອປ້ອງກັນບໍ່ໃຫ້ເລືອດໄຫລອອກມາ; ດັ່ງທີ່ທ່ານນະບີ ສັລລັລລໍຮຸ ອາໄລຮິ ວະສັລລັມ ໄດ້ກ່າວແກ່ນາງຫຳນະຫ໌ວ່າ:
«أَنْعَتُ لَكِ الْكُرْسُفَ فَإِنَّهُ يُذْهِبُ الدَّمَ». قَالَتْ: فَإِنَّهُ أَكْثَرُ مِنْ ذَلِكَ. قَالَ: «فَاتَّخِذِي ثَوْبًا». قَالَتْ: هُوَ أَكْثَرُ مِنْ ذَلِكَ. قَالَ: «فَتَلَجَّمِي».
"ຂ້ອຍຂໍແນະນຳໃຫ້ເຈົ້າໃຊ້ສຳລີ ເພາະມັນຊ່ວຍຊັບເລືອດໄດ້." ນາງກ່າວວ່າ: ເລືອດມັນອອກຫຼາຍກວ່ານັ້ນ. ທ່ານຈຶ່ງກ່າວວ່າ: "ຖ້າຢ່າງນັ້ນກໍ່ໃຫ້ໃຊ້ຜ້າ." ນາງກ່າວວ່າ: ມັນຍັງອອກຫຼາຍກວ່ານັ້ນອີກ. ທ່ານຈຶ່ງກ່າວວ່າ: "ຖ້າຢ່າງນັ້ນກໍ່ໃຫ້ເຈົ້າເອົາຜ້າມັດໄວ້ໃຫ້ແໜ້ນ. ອັລ-ຫະດິຊ, ແລະ ສິ່ງທີ່ອອກມາຫຼັງຈາກນັ້ນກໍບໍ່ເປັນອັນຕະລາຍແກ່ນາງ, ເນື່ອງຈາກທ່ານນະບີ ຊໍລລັລລໍຮູ ອະລັຍຮິ ວະຊັລລຳ ໄດ້ກ່າວແກ່ນາງຟາຕີມະຫ໌ ບິນຕິ ອະບີ ຫຸບັຍຊ໌ ວ່າ:
«اجْتَنِبِي الصَّلَاةَ أَيَّامَ حَيْضِكِ، ثُمَّ اغْتَسِلِي وَتَوَضَّئِي لِكُلِّ صَلَاةٍ، ثُمَّ صَلِّي، وَإِنْ قَطَرَ الدَّمُ عَلَى الْحَصِيرِ».
«ຈົ່ງລະເວັ້ນຈາກການລະຫມາດໃນຊ່ວງທີ່ມີປະຈຳເດືອນ, ພໍເມື່ອຫມົດແລ້ວ ກໍ່ຈົ່ງອາບນ້ຳຊຳລະຮ່າງກາຍ ແລະ ອາບນ້ຳລະຫມາດສຳລັບທຸກໆ ການລະຫມາດ, ແລ້ວຈຶ່ງລະຫມາດ, ເຖິງແມ່ນວ່າຈະມີເລືອດໄຫຼຢົດລົງໃສ່ເສື່ອກໍ່ຕາມ»65 ບັນທຶກໂດຍ ອະຫມັດ ແລະ ທ່ານອິບນຸມາຈະຫ໌.
ປະການທີສາມ: ການມີເພດສຳພັນ, ບັນດານັກວິຊາການມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບການອະນຸຍາດໃນກໍລະນີທີ່ບໍ່ມີຄວາມຢ້ານກົວຕໍ່ຄວາມລຳບາກໃນການລະເວັ້ນຈາກມັນ, ແລະ ທັດສະນະທີ່ຖືກຕ້ອງຄື ອະນຸຍາດໂດຍບໍ່ມີເງື່ອນໄຂ; ເພາະວ່າມີແມ່ຍິງຈຳນວນຫຼາຍທີ່ປະສົບບັນຫາເລືອດອອກຜິດປົກກະຕິ (ອິສຕິຮາເດາະຫ໌) ເປັນເວລາສິບມື້ ຫຼື ຫຼາຍກວ່ານັ້ນ ໃນສະໄໝຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ,
ແລະ ພຣະອົງອັລລໍຫ໌ ແລະ ສາສະນາທຸດຂອງພຣະອົງ ກໍບໍ່ໄດ້ຫ້າມການມີເພດສຳພັນກັບພວກນາງ, ຫາກແຕ່ໃນຄຳດຳລັດຂອງອັລລໍຫ໌:
﴿...فَاعْتَزِلُواْ النِّسَاء فِي الْمَحِيضِ...﴾
ຄວາມວ່າ : (...ດັ່ງນັ້ນ ຈົ່ງຫຼີກຫ່າງຈາກແມ່ຍິງ ໃນເວລາທີ່ມີປະຈຳເດືອນ...) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 222] ເປັນຫຼັກຖານທີ່ຊີ້ບອກຊັດວ່າ ບໍ່ຈຳເປັນຕ້ອງແຍກຕົວອອກຈາກພວກນາງໃນເລື່ອງອື່ນໆ; ແລະ ເນື່ອງຈາກວ່າການລະຫມາດເປັນທີ່ອະນຸຍາດສຳລັບນາງ, ດັ່ງນັ້ນການມີເພດສຳພັນຈຶ່ງເປັນເລື່ອງທີ່ເບົາກວ່າ, ແລະ ການປຽບທຽບການມີເພດສຳພັນກັບນາງໃສ່ກັບການມີເພດສຳພັນກັບຍິງທີ່ມີປະຈຳເດືອນນັ້ນແມ່ນບໍ່ຖືກຕ້ອງ; ເພາະວ່າທັງສອງກໍລະນີບໍ່ເທົ່າທຽມກັນ ແມ້ແຕ່ໃນທັດສະນະຂອງຜູ້ທີ່ກ່າວວ່າເປັນສິ່ງຕ້ອງຫ້າມກໍຕາມ, ແລະ ການປຽບທຽບນັ້ນຈະບໍ່ຖືກຕ້ອງ ຫາກມີຄວາມແຕກຕ່າງກັນ.
ພາກທີ່ຫົກ: ເລື່ອງກ່ຽວກັບເລືອດນິຟາສ ແລະ ບົດບັນຍັດຂອງມັນ
ເລືອດຫລັງການເກີດລູກ (ນິຟາສ): ແມ່ນເລືອດທີ່ມົດລູກຂັບອອກມາເນື່ອງຈາກການເກີດລູກ, ອາດຈະອອກມາພ້ອມກັບການເກີດລູກ, ຫຼື ຫຼັງຈາກນັ້ນ, ຫຼື ກ່ອນໜ້າສອງ ຫຼື ສາມມື້ ພ້ອມກັບອາການເຈັບທ້ອງຄອດລູກ.
ທ່ານ ໄຊຄຸລ ອິສລາມ ອິບນິ ໄຕມິຍະຫ໌ ໄດ້ກ່າວວ່າ: «ສິ່ງທີ່ນາງເຫັນໃນເວລາທີ່ເລີ່ມເຈັບທ້ອງຄອດລູກ ນັ້ນຄືເລືອດນິຟາສ». ແລະ ບໍ່ໄດ້ກຳນົດໄລຍະເວລາໄວ້ວ່າສອງ ຫຼື ສາມມື້, ແລະ ຄວາມໝາຍຂອງມັນຄື: ການເຈັບທ້ອງທີ່ຈະມີການຄອດລູກຕາມມາ, ຖ້າບໍ່ດັ່ງນັ້ນ ກໍ່ບໍ່ແມ່ນເລືອດນິຟາສ. ແລະ ບັນດາອຸລະມາອຼມີຄວາມເຫັນທີ່ແຕກຕ່າງກັນວ່າ: ມັນມີກຳນົດໄລຍະເວລາຂັ້ນຕໍ່າສຸດ ແລະ ສູງສຸດ ຫຼື ບໍ່? ທ່ານໄຊຄ໌ ຕະກີຍຸດດີນ ໄດ້ກ່າວໃນບົດວິໄຈຂອງເພິ່ນກ່ຽວກັບຄຳສັບຕ່າງໆ ທີ່ກົດບັນຫຍັດໄດ້ຜູກພັນຂໍ້ຕັດສິນໄວ້ (ຫນ້າ: 37) ວ່າ: “ເລືອດຫລັງການເກີດລູກນັ້ນ ບໍ່ມີການກຳນົດໄລຍະເວລາຂັ້ນຕ່ຳສຸດ ແລະ ຂັ້ນສູງສຸດຂອງມັນ, ສະນັ້ນ ຖ້າສົມມຸດວ່າແມ່ຍິງຄົນຫນຶ່ງມີເລືອດອອກເກີນກວ່າສີ່ສິບ, ຫົກສິບ ຫຼື ເຈັດສິບວັນ ແລ້ວມັນກໍ່ຢຸດ, ເລືອດນັ້ນກໍ່ຍັງຖືວ່າເປັນເລືອດຫລັງການເກີດລູກ, ແຕ່ຖ້າຫາກວ່າມັນຍັງຄົງໄຫລຕໍ່ເນື່ອງ ມັນກໍ່ຈະກາຍເປັນເລືອດທີ່ຜິດປົກກະຕິ (ດຳມຸນ ຟະສາດ), ແລະໃນກໍລະນີນັ້ນ ຂອບເຂດກຳນົດແມ່ນສີ່ສິບວັນ ເພາະມັນເປັນໄລຍະເວລາສູງສຸດໂດຍສ່ວນໃຫຍ່ ດັ່ງທີ່ໄດ້ມີລາຍງານຕ່າງໆລະບຸໄວ້”.
ຈົບຄຳເວົ້າ.
ຕາມນີ້ແລ້ວ, ຫາກເລືອດຂອງນາງໄຫຼເກີນ 40 ວັນ, ແລະ ໂດຍປົກກະຕິແລ້ວເລືອດຂອງນາງຈະຢຸດຫຼັງຈາກນັ້ນ, ຫຼື ມີສັນຍານບົ່ງບອກວ່າເລືອດໃກ້ຈະຢຸດໄຫຼ, ນາງຈະຕ້ອງລໍຖ້າຈົນກວ່າເລືອດຈະຢຸດ. ຖ້າບໍ່ດັ່ງນັ້ນ, ນາງຈະຕ້ອງອາບນ້ຳຊຳລະຮ່າງກາຍເມື່ອຄົບ 40 ວັນ; ເພາະນັ້ນຄືກໍລະນີສ່ວນໃຫຍ່. ຍົກເວັ້ນແຕ່ມັນຈະກົງກັບຊ່ວງເວລາຂອງການມີປະຈຳເດືອນຂອງນາງ, ນາງກໍຈະຕ້ອງຢຸດ (ການລະຫມາດ) ຈົນກວ່າໄລຍະເວລາຂອງການມີປະຈຳເດືອນຈະສິ້ນສຸດລົງ.
ຫາກເລືອດຢຸດໄຫຼຫຼັງຈາກນັ້ນ, ມັນກໍຈະຖືກນັບເປັນຮອບວຽນປົກກະຕິຂອງນາງ, ແລະນາງຈະຕ້ອງປະຕິບັດຕາມນັ້ນໃນອະນາຄົດ. ແລະຫາກເລືອດຍັງຄົງໄຫຼຕໍ່ໄປ, ນາງກໍຈະຖືກຖືວ່າເປັນ ຜູ້ຍິງທີ່ມີເລືອດເສຍ (ອິສຕິຮາເດາະ), ແລະນາງຈະຕ້ອງກັບໄປປະຕິບັດຕາມຂໍ້ກຳນົດຕ່າງໆຂອງຜູ້ຍິງທີ່ມີເລືອດເສຍ (ອິສຕິຮາເດາະ) ທີ່ໄດ້ກ່າວມາຂ້າງເທິງ. ແລະ ຫາກວ່າເລືອດ (ຫຼັງເກີດລູກ) ຂອງນາງຢຸດໄຫຼ, ນາງກໍຖືວ່າສະອາດແລ້ວ ເຖິງແມ່ນວ່າຈະກ່ອນ 40 ວັນກໍຕາມ. ສະນັ້ນ, ນາງຕ້ອງອາບນ້ຳຊຳລະຮ່າງກາຍ, ລະຫມາດ, ຖືສິນອົດ ແລະ ສາມີຂອງນາງກໍສາມາດຮ່ວມຫຼັບນອນກັບນາງໄດ້.
ຍົກເວັ້ນແຕ່ວ່າການຢຸດໄຫຼຂອງເລືອດນັ້ນຈະນ້ອຍກວ່າຫນຶ່ງມື້, ກໍບໍ່ຖືວ່າເປັນການສະອາດຕາມບົດບັນຍັດ. ດັ່ງທີ່ກ່າວໄວ້ໃນຫນັງສື ອັນ-ມຸຄນີ66.
ການມີເລືອດນິຟາສຈະບໍ່ຖືກຢືນຢັນ ນອກຈາກວ່ານາງຈະຄອດສິ່ງທີ່ປາກົດໃຫ້ເຫັນເປັນຮູບຮ່າງຂອງມະນຸດ. ດັ່ງນັ້ນ ຖ້າຫາກນາງຫຼຸລູກ (ເເທ້ງ) ທີ່ຍັງບໍ່ປາກົດໃຫ້ເຫັນເປັນຮູບຮ່າງຂອງມະນຸດ, ເລືອດຂອງນາງກໍບໍ່ແມ່ນເລືອດນິຟາສ, ແຕ່ມັນເປັນເລືອດເສຍ, ດັ່ງນັ້ນ ຂໍ້ກຳນົດຂອງນາງກໍຈະເປັນຂໍ້ກຳນົດຂອງຜູ້ຍິງທີ່ເປັນອິສຕິຮາເດາະຫ໌. ໄລຍະເວລາທີ່ໜ້ອຍທີ່ສຸດທີ່ຮູບຮ່າງຂອງມະນຸດຈະປາກົດໃຫ້ເຫັນແມ່ນແປດສິບມື້ ນັບຈາກການເລີ່ມຕົ້ນຂອງການຖືພາ, ແລະ ສ່ວນຫຼາຍແມ່ນເກົ້າສິບມື້.
ອັລ-ມັຈດຸ ອິບນຸໄຕມິຍະຫ໌ ກ່າວວ່າ: ຫາກນາງເຫັນເລືອດອອກໃນຂະນະທີ່ເຈັບທ້ອງກ່ອນການເກີດລູກ, ນາງບໍ່ຕ້ອງສົນໃຈເລືອດນັ້ນ, ແລະ ຫຼັງຈາກການເກີດລູກແລ້ວ ໃຫ້ນາງງົດການລະຫມາດ ແລະ ການຖືສິນອົດ.
ຈາກນັ້ນ, ຫາກປາກົດວ່າຫຼັງຈາກການເກີດລູກແລ້ວສະຖານະການຂັດກັບສິ່ງທີ່ປາກົດໃນເບື້ອງຕົ້ນ, ໃຫ້ນາງກັບໄປຊົດໃຊ້ຄືນ. ແລະ ຫາກສະຖານະການຍັງບໍ່ຊັດເຈນ, ກໍ່ໃຫ້ຍຶດຖືຕາມສະຖານະການທີ່ປາກົດໃນເບື້ອງຕົ້ນຕໍ່ໄປ ແລະ ບໍ່ຈຳເປັນຕ້ອງຊົດໃຊ້ຄືນ.
ໄດ້ມີການອ້າງອີງຄຳເວົ້ານີ້ຂອງເພິ່ນໃນຫນັງສື ຊາເຣາະຫ໌ ອັລ-ອິກນາອຼ67.
ບັນດາຂໍ້ກຳນົດກ່ຽວກັບເລືອດຫລັງການເກີດລູກ:
ຂໍ້ກຳນົດຂອງເລືອດຫລັງການເກີດລູກ ແມ່ນຄືກັນກັບຂໍ້ກຳນົດຂອງເລືອດປະຈຳເດືອນທຸກປະການ, ຍົກເວັ້ນໃນກໍລະນີດັ່ງຕໍ່ໄປນີ້:
ຂໍ້ທີ່ 1: ການນັບໄລຍະເວລາອິດດະຫ໌ ຈະເລີ່ມຈາກການຢ່າຮ້າງ ບໍ່ແມ່ນຈາກການມີເລືອດນິຟາສ; ເພາະວ່າ ຖ້າການຢ່າຮ້າງເກີດຂຶ້ນກ່ອນການເກີດລູກ, ໄລຍະເວລາອິດດະຫ໌ກໍຈະສິ້ນສຸດລົງດ້ວຍການເກີດລູກ, ບໍ່ແມ່ນດ້ວຍເລືອດນິຟາສ.
ແລະ ຖ້າການຢ່າຮ້າງເກີດຂຶ້ນຫຼັງຈາກການເກີດລູກ, ນາງຈະຕ້ອງລໍຖ້າການກັບມາຂອງປະຈຳເດືອນ ດັ່ງທີ່ໄດ້ກ່າວມາກ່ອນແລ້ວ.
ຂໍ້ທີ 2: ລະຍະເວລາຂອງການສາບານ (ອິລາອ໌) ໃຫ້ນັບລວມເອົາລະຍະເວລາຂອງເລືອດປະຈຳເດືອນ ແລະ ບໍ່ໃຫ້ນັບລວມເອົາລະຍະເວລາຂອງເລືອດຫລັງການເກີດລູກ.
ອັລ-ອິລາອ໌ (الِإيلاءُ): ແມ່ນການທີ່ຜູ້ຊາຍສາບານວ່າຈະລະເວັ້ນການມີເພດສຳພັນກັບພັນລະຍາຂອງລາວຕະຫຼອດໄປ ຫຼື ເປັນໄລຍະເວລາທີ່ຫຼາຍກວ່າສີ່ເດືອນ, ຖ້າຫາກລາວໄດ້ສາບານ ແລະ ພັນລະຍາໄດ້ຮຽກຮ້ອງໃຫ້ມີເພດສຳພັນ, ຈະມີການກຳນົດໄລຍະເວລາໃຫ້ລາວສີ່ເດືອນນັບຈາກມື້ທີ່ລາວໄດ້ສາບານ, ເມື່ອຄົບກຳນົດແລ້ວ ລາວຈະຖືກບັງຄັບໃຫ້ມີເພດສຳພັນ ຫຼື ໃຫ້ຢ່າຮ້າງ ຕາມການຮຽກຮ້ອງຂອງຜູ້ເປັນພັນລະຍາ, ໃນໄລຍະເວລານີ້ ຖ້າຫາກແມ່ຍິງມີເລືອດຫຼັງຄອດລູກ (ນິຟາສ) ມັນຈະບໍ່ຖືກນັບເຂົ້າໃນໄລຍະເວລາຂອງສາມີ, ແລະ ຈະຖືກເພີ່ມໃສ່ໄລຍະເວລາສີ່ເດືອນນັ້ນຕາມໄລຍະເວລາຂອງມັນ, ເຊິ່ງແຕກຕ່າງຈາກການມີປະຈຳເດືອນ (ເຮດ) ເພາະໄລຍະເວລາຂອງມັນຈະຖືກນັບເຂົ້າໃນໄລຍະເວລາຂອງສາມີ.
ຂໍ້ທີ່ 3: ການບັນລຸສາສະນາພາວະແມ່ນເກີດຂຶ້ນຈາກການມີເລືອດປະຈຳເດືອນ, ບໍ່ແມ່ນຈາກເລືອດຫລັງການເກີດລູກ; ເພາະວ່າຜູ້ຍິງບໍ່ສາມາດຖືພາໄດ້ຈົນກວ່າຈະມີປະຈຳເດືອນ, ດັ່ງນັ້ນ ການບັນລຸສາສະນາສະພາວະຈຶ່ງແມ່ນການມີປະຈຳເດືອນທີ່ເກີດຂຶ້ນກ່ອນການຖືພານັ້ນເອງ.
ຂໍ້ທີ່ 4: ເລືອດປະຈຳເດືອນ ຖ້າຫາກມັນຢຸດໄຫຼ ແລ້ວກັບມາໄຫຼອີກໃນຊ່ວງເວລາປົກກະຕິຂອງຮອບເດືອນ, ມັນກໍ່ຖືວ່າເປັນເລືອດປະຈຳເດືອນຢ່າງແນ່ນອນ, ຕົວຢ່າງເຊັ່ນ: ຖ້າຫາກຮອບເດືອນປົກກະຕິຂອງນາງແມ່ນແປດມື້, ໂດຍນາງຈະມີປະຈຳເດືອນເປັນເວລາສີ່ມື້, ຫຼັງຈາກນັ້ນກໍ່ຢຸດໄປສອງມື້, ແລ້ວກັບມາໄຫຼອີກໃນມື້ທີເຈັດ ແລະ ມື້ທີແປດ, ດັ່ງນັ້ນ ເລືອດທີ່ກັບມາໄຫຼນີ້ຖືວ່າເປັນເລືອດປະຈຳເດືອນຢ່າງແນ່ນອນ ເຊິ່ງຈະມີຂໍ້ກຳນົດຕ່າງໆ ຄືກັນກັບເລືອດປະຈຳເດືອນ. ສ່ວນເລືອດຫຼັງການເກີດລູກ (ນິຟາສ), ຫາກມັນຢຸດໄຫຼກ່ອນຄົບກຳຫນົດສີ່ສິບວັນ ແລ້ວກັບມາໄຫຼອີກພາຍໃນສີ່ສິບວັນນັ້ນ, ຖືວ່າເປັນເລືອດທີ່ຫນ້າສົງໄສ. ສະນັ້ນ, ຈຳເປັນ (ວາຈິບ) ສໍາລັບນາງທີ່ຈະຕ້ອງລະຫມາດ ແລະ ຖືສິນອົດທີ່ເປັນຟັຣດູຕາມເວລາທີ່ກຳຫນົດໄວ້, ແລະ ສິ່ງທີ່ຕ້ອງຫ້າມສຳລັບນາງກໍຄືສິ່ງທີ່ຕ້ອງຫ້າມສຳລັບຜູ້ຍິງທີ່ມີປະຈຳເດືອນ, ຍົກເວັ້ນສິ່ງທີ່ເປັນວາຈິບ (ສິ່ງທີ່ຈຳເປັນຕ້ອງປະຕິບັດ).
ແລະ ຫຼັງຈາກທີ່ນາງສະອາດແລ້ວ, ນາງຈະຕ້ອງຊົດໃຊ້ (ກໍດໍ) ສິ່ງທີ່ນາງໄດ້ປະຕິບັດໄປໃນຊ່ວງທີ່ມີເລືອດທີ່ຫນ້າສົງໄສນັ້ນ, ໃນສິ່ງທີ່ຜູ້ຍິງມີປະຈຳເດືອນຈຳເປັນຕ້ອງຊົດໃຊ້.
ນີ້ຄືທັດສະນະທີ່ເປັນທີ່ຮູ້ຈັກກັນດີໃນຫມູ່ນັກວິຊາການຟິກຮ໌ ສັງກັດມັດຊັບຮັມບາລີ68.
ແລະ ສິ່ງທີ່ຖືກຕ້ອງແມ່ນ: ຫາກເລືອດກັບມາໄຫລອີກຄັ້ງໃນຊ່ວງເວລາທີ່ອາດຈະເປັນໄລຍະຂອງເລືອດຫລັງການເກີດລູກ, ກໍໃຫ້ຖືວ່າເປັນເລືອດຫລັງການເກີດລູກ. ຖ້າບໍ່ດັ່ງນັ້ນ, ກໍໃຫ້ຖືວ່າເປັນເລືອດປະຈຳເດືອນ, ຍົກເວັ້ນແຕ່ມັນຈະໄຫລຕໍ່ເນື່ອງ, ກໍຈະກາຍເປັນເລືອດທີ່ຜິດປົກກະຕິ (ອິສຕິຮາເດາະ).
ແລະ ນີ້ກໍໃກ້ຄຽງກັບສິ່ງທີ່ໄດ້ຖືກອ້າງອີງໄວ້ໃນຕຳລາ ອັລມຸຄນີ69
ຈາກທ່ານອີຫມ່ຳມາລິກ ຂໍອັລລໍຫ໌ເມດຕາຕໍ່ທ່ານ ທີ່ກ່າວວ່າ: ແລະ ທ່ານມາລິກໄດ້ກ່າວວ່າ: "ຖ້ານາງເຫັນເລືອດຫຼັງຈາກສອງ ຫຼື ສາມມື້ -ໝາຍເຖິງ: ຈາກການຢຸດໄຫຼຂອງມັນ- ມັນກໍຄື ເລືອດຫລັງການເກີດລູກ, ແລະ ຖ້າບໍ່ດັ່ງນັ້ນ ມັນກໍຄື ເລືອດປະຈຳເດືອນ. ເຊິ່ງເປັນທັດສະນະທີ່ຖືກຄັດເລືອກຂອງ ທ່ານເຊຄອິດສະລາມ ອິບນຸໄຕມິຍະຫ໌
ໃນເລື່ອງຂອງເລືອດນັ້ນ ຕາມຄວາມເປັນຈິງແລ້ວບໍ່ມີສິ່ງໃດທີ່ໜ້າສົງໄສ, ແຕ່ທະວ່າຄວາມສົງໄສນັ້ນເປັນເລື່ອງທຽບຖານ ຊຶ່ງມະນຸດຈະມີຄວາມເຫັນແຕກຕ່າງກັນໄປຕາມຄວາມຮູ້ ແລະ ຄວາມເຂົ້າໃຈຂອງພວກເຂົາ, ແລະໃນຄຳພີອັລກຸຣອານ ແລະ ແບບຢ່າງຂອງທ່ານສາດສະດານັ້ນ ມີການຊີ້ແຈງໃນທຸກໆ ຢ່າງ. ອັລລໍຮ໌ ຜູ້ຊົງສູງສົ່ງ ບໍ່ໄດ້ຊົງກຳນົດເປັນຂໍ້ບັງຄັບໃຫ້ຜູ້ໃດຕ້ອງຖືສິນອົດສອງຄັ້ງ ຫຼື ເດີນວຽນສອງຄັ້ງ, ເວັ້ນເສຍແຕ່ວ່າໃນຄັ້ງທຳອິດນັ້ນມີຂໍ້ບົກພ່ອງທີ່ບໍ່ສາມາດແກ້ໄຂໄດ້ ນອກຈາກດ້ວຍການຊົດໃຊ້ເທົ່ານັ້ນ, ສ່ວນກໍລະນີທີ່ບ່າວໄດ້ປະຕິບັດສິ່ງທີ່ຖືກບັນຍັດຕາມຄວາມສາມາດທີ່ຕົນຈະເຮັດໄດ້ແລ້ວນັ້ນ, ລາວກໍ່ພົ້ນຈາກພັນທະ. ດັ່ງທີ່ພຣະອົງຜູ້ຊົງສູງສົ່ງໄດ້ຊົງກ່າວໄວ້ວ່າ:
﴿لَا يُكَلِّفُ ٱللَّهُ نَفۡسًا إِلَّا وُسۡعَهَاۚ...﴾
(ອັລລໍຫ໌ຈະບໍ່ຊົງບັງຄັບຊີວິດໜຶ່ງຊີວິດໃດ ນອກຈາກຕາມຄວາມສາມາດຂອງຊີວິດນັ້ນເທົ່ານັ້ນ...) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 286]. ແລະ ພຣະອົງຕຣັດວ່າ
﴿فَٱتَّقُواْ ٱللَّهَ مَا ٱسۡتَطَعۡتُمۡ...﴾
(ດັງນັ້ນ ຈົ່ງຍຳເກຣງອັລລໍຫ໌ເຖິດ ເທົ່າທີ່ພວກເຈົ້າມີຄວາມສາມາດ....) [ຊູເຣາະຫ໌ ອັດຕະກໍບຸນ : 16].
ຄວາມແຕກຕ່າງທີ 5 ລະຫວ່າງເລືອດປະຈຳເດືອນ ແລະ ເລືອດຫຼັງການເກີດລູກ: ໃນກໍລະນີຂອງເລືອດປະຈຳເດືອນ, ຫາກນາງຫມົດໄລຍະກ່ອນເວລາປົກກະຕິ, ອະນຸຍາດໃຫ້ສາມີຂອງນາງມີເພດສຳພັນກັບນາງໄດ້ໂດຍບໍ່ເປັນທີ່ໜ້າລັງກຽດ. ສ່ວນໃນກໍລະນີຂອງເລືອດຫຼັງການເກີດລູກ, ຫາກນາງຫມົດໄລຍະກ່ອນຄົບສີ່ສິບວັນ, ຖືເປັນທີ່ໜ້າລັງກຽດທີ່ສາມີຂອງນາງຈະມີເພດສຳພັນກັບນາງ ຕາມທັດສະນະທີ່ຮູ້ຈັກກັນດີໃນມັຊຮັບ.
ແລະ ທັດສະນະທີ່ຖືກຕ້ອງກໍຄື ບໍ່ເປັນທີ່ໜ້າລັງກຽດທີ່ລາວຈະມີເພດສຳພັນກັບນາງ. ແລະ ນີ້ແມ່ນຄຳກ່າວຂອງນັກວິຊາການສ່ວນໃຫຍ່; ເພາະວ່າຄວາມໜ້າລັງກຽດແມ່ນຄຳຕັດສິນທາງກົດໝາຍທີ່ຕ້ອງການຫຼັກຖານທາງກົດໝາຍ, ແລະ ໃນປະເດັນນີ້ ມີພຽງສິ່ງທີ່ທ່ານອິມາມອະຫ໌ມັດໄດ້ກ່າວໄວ້ ຈາກທ່ານອຸສມານ ບິນ ອະບີ ອັລ-ອາສ ວ່ານາງໄດ້ມາຫາເພິ່ນກ່ອນຄົບສີ່ສິບວັນ, ເພິ່ນຈຶ່ງກ່າວວ່າ: ເຈົ້າຢ່າເຂົ້າໃກ້ຂ້ອຍ70.
ແລະ ການກະທຳນີ້ບໍ່ໄດ້ບົ່ງບອກເຖິງຄວາມຫນ້າລັງກຽດ (ມັກຣູຫ໌); ເພາະວ່າການກະທຳດັ່ງກ່າວອາດຈະເປັນໄປເພື່ອຄວາມລະມັດລະວັງ ຍ້ອນຢ້ານວ່ານາງຍັງບໍ່ແນ່ໃຈໃນຄວາມສະອາດຂອງຕົນເອງ, ຫຼື ຢ້ານວ່າເລືອດອາດຈະໄຫຼອອກມາອີກຍ້ອນການມີເພດສຳພັນ, ຫຼື ຍ້ອນເຫດຜົນອື່ນ ໆ. ແລະ ພຣະອົງອັລລໍຮ໌ຊົງຮູ້ດີທີ່ສຸດ.
ພາກທີ່ເຈັດ: ວ່າດ້ວຍການນຳໃຊ້ສິ່ງທີ່ປ້ອງກັນການມີປະຈຳເດືອນ ຫຼື ເລັ່ງໃຫ້ມັນມາ, ແລະ ສິ່ງທີ່ປ້ອງກັນການຖືພາ ຫລື ເຮັດໃຫ້ແທ້ງລູກ.
ການໃຊ້ສິ່ງທີ່ປ້ອງກັນການມີປະຈຳເດືອນຂອງແມ່ຍິງ ເປັນທີ່ອະນຸຍາດ ດ້ວຍສອງເງື່ອນໄຂຕໍ່ໄປນີ້:
ປະການທຳອິດ: ບໍ່ມີຄວາມຢ້ານກົວວ່າຈະເກີດຄວາມເສຍຫາຍແກ່ນາງ, ຫາກມີຄວາມຢ້ານກົວຕໍ່ຄວາມເສຍຫາຍດັ່ງກ່າວ ກໍ່ຫ້າມບໍ່ອະນຸຍາດ; ເນື່ອງຈາກດຳລັດຂອງພະອົງອັລລໍຫ໌ ທີ່ກ່າວວ່າ:
﴿...وَلَا تُلۡقُواْ بِأَيۡدِيكُمۡ إِلَى ٱلتَّهۡلُكَةِ...﴾
(...ແລະ ພວກເຈົ້າຢ່າໄດ້ຖິ້ມຕົວຂອງພວກເຈົ້າເອງລົງສູ່ຄວາມພິນາດ...) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:195].
﴿...وَلَا تَقۡتُلُوٓاْ أَنفُسَكُمۡۚ إِنَّ ٱللَّهَ كَانَ بِكُمۡ رَحِيمٗا﴾
(...ແລະພວກເຈົ້າຢ່າໄດ້ຂ້າໂຕຂອງພວກເຈົ້າເອງ ແທ້ຈິງ ອັລລໍຫ໌ ເປັນຜູ້ຊົງເມດຕາປານີຕໍ່ພວກເຈົ້າສະເໝີ) [ສູເຣາະຫ໌ ອັນນິຊາ : 29].
ປະການທີ່ສອງ: ຕ້ອງໄດ້ຮັບອະນຸຍາດຈາກສາມີ ຖ້າຫາກວ່າການກະທຳນັ້ນມີສ່ວນກ່ຽວຂ້ອງກັບສິດທິຂອງລາວ. ຕົວຢ່າງເຊັ່ນ: ຜູ້ຍິງທີ່ຢູ່ໃນຊ່ວງເວລາອິດດະຮ໌ ເຊິ່ງສາມີຍັງມີໜ້າທີ່ຮັບຜິດຊອບຄ່າລ້ຽງດູຂອງນາງຢູ່, ຫາກນາງໃຊ້ສິ່ງທີ່ຢັບຢັ້ງການມີປະຈຳເດືອນ ເພື່ອເຮັດໃຫ້ໄລຍະເວລາດັ່ງກ່າວຍາວອອກໄປ ແລະ ເຮັດໃຫ້ຄ່າລ້ຽງດູທີ່ສາມີຕ້ອງຈ່າຍນັ້ນເພີ່ມຂຶ້ນ, ໃນກໍລະນີເຊັ່ນນີ້ ບໍ່ອະນຸຍາດໃຫ້ນາງກະທຳໄດ້ ເວັ້ນເສຍແຕ່ຈະໄດ້ຮັບອະນຸຍາດຈາກສາມີຂອງນາງເສຍກ່ອນ. ໃນທຳນອງດຽວກັນ, ຖ້າຫາກໄດ້ຮັບການຢັ້ງຢືນວ່າການກັນປະຈຳເດືອນເປັນການປ້ອງກັນການຖືພາ ກໍ່ຈຳເປັນຕ້ອງໄດ້ຮັບອະນຸຍາດຈາກສາມີ. ແລະ ໃນກໍລະນີທີ່ເປັນທີ່ອະນຸຍາດ ສິ່ງທີ່ດີກວ່ານັ້ນກໍຄືການບໍ່ນຳໃຊ້ມັນ ເວັ້ນເສຍແຕ່ມີຄວາມຈຳເປັນ; ເນື່ອງຈາກວ່າການປ່ອຍໃຫ້ເປັນໄປຕາມທຳມະຊາດ ຍ່ອມໃກ້ຄຽງກັບການມີສຸຂະພາບທີ່ສົມດຸນ ແລະ ຄວາມປອດໄພ.
ສ່ວນວ່າການນຳໃຊ້ສິ່ງທີ່ເຮັດໃຫ້ມີເລືອດປະຈຳເດືອນ ກໍ່ເປັນທີ່ອະນຸຍາດດ້ວຍກັບສອງເງື່ອນໄຂເຊັ່ນດຽວກັນ:
ປະການທຳອິດ: ບໍ່ໃຫ້ໃຊ້ເລ່ກົນເພື່ອລະຖິ້ມສິ່ງທີ່ເປັນວາຢິບ, ເຊັ່ນການນຳໃຊ້ມັນໃນຊ່ວງໃກ້ເດືອນຣໍມະດອນ ເພື່ອທີ່ຈະໄດ້ແກ້ສິນອົດ ຫຼື ເພື່ອລະຖິ້ມການລະຫມາດ ແລະ ທຳນອງດຽວກັນນັ້ນ.
ປະການທີ່ສອງ: ການກະທຳດັ່ງກ່າວຕ້ອງໄດ້ຮັບອະນຸຍາດຈາກສາມີ; ເພາະການມີປະຈຳເດືອນຈະເປັນການຂັດຂວາງສິດທິຂອງສາມີໃນການມີຄວາມສຸກສົມບູນໃນການຢູ່ຮ່ວມກັນ, ດັ່ງນັ້ນ ຈຶ່ງບໍ່ອະນຸຍາດໃຫ້ນຳໃຊ້ສິ່ງທີ່ຈະມາຂັດຂວາງສິດທິຂອງເຂົາ ເວັ້ນແຕ່ຈະໄດ້ຮັບຄວາມຍິນຍອມຈາກເຂົາກ່ອນ. ສ່ວນໃນກໍລະນີທີ່ນາງເປັນຜູ້ຍິງທີ່ຖືກຢ່າຮ້າງ, ການກະທຳດັ່ງກ່າວກໍຖືເປັນການເລັ່ງລັດໃນການຍົກເລີກສິດທິຂອງສາມີໃນການຂໍຄືນດີ ຖ້າຫາກເຂົາຍັງມີສິດທິດັ່ງກ່າວຢູ່.
ສວນການໃຊ້ສິ່ງທີ່ປ້ອງກັນການຕັ້ງຄັນ ແບ່ງອອກເປັນສອງປະເພດຄື:
ປະການທຳອິດ: ຫ້າມບໍ່ອະນຸຍາດໃຫ້ປ້ອງກັນການມີລູກຢ່າງຕໍ່ເນື່ອງ; ເພາະມັນເປັນການຢຸດການຖືພາ ແລະ ເຮັດໃຫ້ເຊື້ອສາຍຫຼຸດລົງ, ເຊິ່ງມັນຂັດກັບຈຸດປະສົງຂອງສາສະນະບັນຍັດ ໃນການເພີ່ມຈຳນວນປະຊາຊາດອິດສະລາມ; ແລະ ເພາະບໍ່ມີສິ່ງໃດຮັບປະກັນໄດ້ວ່າລູກໆ ຂອງນາງທີ່ມີຢູ່ນັ້ນຈະບໍ່ເສຍຊີວິດໄປ, ແລ້ວນາງກໍຈະກາຍເປັນແມ່ໝ້າຍທີ່ບໍ່ມີລູກ.
ປະການທີສອງ: ການຄຸມກຳເນີດແບບຊົ່ວຄາວ, ເຊັ່ນວ່າ ແມ່ຍິງທີ່ຖືພາບ່ອຍ ແລະ ການຖືພາກໍເຮັດໃຫ້ນາງອ່ອນເພຍ, ດັ່ງນັ້ນນາງຈຶ່ງຕ້ອງການວາງແຜນການຖືພາຂອງນາງໃຫ້ມີທຸກໆ ສອງປີຕໍ່ຄັ້ງ ຫຼື ປະມານນັ້ນ, ກໍລະນີນີ້ແມ່ນເປັນທີ່ອະນຸຍາດ, ໂດຍມີເງື່ອນໄຂວ່າສາມີຂອງນາງຕ້ອງອະນຸຍາດ ແລະ ຈະຕ້ອງບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ນາງ. ຫຼັກຖານໃນເລື່ອງນີ້ກໍຄື ບັນດາສໍຮາບະຮ໌ເຄີຍປະຕິບັດການຫຼັ່ງນອກກັບພັນລະຍາຂອງພວກເຂົາ ໃນສະໄໝຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ເພື່ອບໍ່ໃຫ້ພັນລະຍາຂອງພວກເຂົາຖືພາ, ແລະພວກເຂົາກໍບໍ່ໄດ້ຖືກຫ້າມຈາກການກະທຳດັ່ງກ່າວ.
ແລະການຫຼັ່ງນອກນັ້ນໝາຍເຖິງ ການທີ່ຜູ້ຊາຍມີເພດສຳພັນກັບພັນລະຍາຂອງລາວ ແລະ ຖອນອະໄວຍະວະເພດອອກເມື່ອໃກ້ຈະຫຼັ່ງນ້ຳອະສຸຈິ ເພື່ອຫຼັ່ງນ້ຳອະສຸຈິອອກທາງນອກຊ່ອງຄອດ.71
ສ່ວນວ່າການໃຊ້ສິ່ງທີ່ເຮັດໃຫ້ແທ້ງລູກນັ້ນ ແມ່ນມີສອງປະເພດຄື:
ປະການທຳອິດ: ການເອົາລູກອອກໂດຍມີເຈດຕະນາເພື່ອທຳລາຍຊີວິດ, ຫາກການກະທຳດັ່ງກ່າວເກີດຂຶ້ນຫຼັງຈາກທີ່ວິນຍານໄດ້ຖືກເປົ່າເຂົ້າໄປແລ້ວ ຖືເປັນສິ່ງທີ່ຕ້ອງຫ້າມຢ່າງບໍ່ຕ້ອງສົງໄສ; ເພາະມັນຄືການຂ້າຊີວິດທີ່ຖືກປົກປ້ອງໂດຍບໍ່ຊອບທຳ, ແລະ ການຂ້າຊີວິດທີ່ຖືກປົກປ້ອງນັ້ນເປັນສິ່ງທີ່ຕ້ອງຫ້າມຕາມຫຼັກການໃນຄຳພີອັລກຸຣອານ, ແບບຢ່າງຂອງທ່່ານສາດສະດາ ແລະ ມະຕິເອກະສັນຂອງຊາວມຸສລິມ. ສ່ວນກໍລະນີທີ່ເກີດຂຶ້ນກ່ອນການເປົ່າວິນຍານ, ບັນດານັກວິຊາການມີຄວາມເຫັນທີ່ແຕກຕ່າງກັນໃນການອະນຸຍາດ, ໂດຍມີບາງສ່ວນທີ່ອະນຸຍາດ ແລະ ບາງສ່ວນທີ່ຫ້າມ.
ແລະ ບາງທ່ານກ່າວວ່າ: ອະນຸຍາດຕາບໃດທີ່ຍັງບໍ່ທັນເປັນກ້ອນເລືອດ, ຄື: ຕາບໃດທີ່ອາຍຸຄັນຍັງບໍ່ຜ່ານພົ້ນ 40 ມື້. ແລະ ບາງທ່ານກ່າວວ່າ: ອະນຸຍາດຕາບໃດທີ່ຍັງບໍ່ປາກົດໃຫ້ເຫັນເປັນຮູບຮ່າງຂອງມະນຸດ.
ແລະ ເພື່ອເປັນການລະມັດລະວັງທີ່ສຸດ ຄືການຫ້າມບໍ່ໃຫ້ເອົາລູກອອກ, ເວັ້ນເສຍແຕ່ໃນກໍລະນີທີ່ມີຄວາມຈຳເປັນ ເຊັ່ນ ຜູ້ເປັນແມ່ເຈັບປ່ວຍຈົນບໍ່ສາມາດທົນຕໍ່ການຖືພາໄດ້ ຫຼື ກໍລະນີອື່ນໆ ທີ່ຄ້າຍຄືກັນ, ໃນສະຖານະການເຊັ່ນນັ້ນຈຶ່ງອະນຸຍາດໃຫ້ເອົາລູກອອກໄດ້, ເວັ້ນເສຍແຕ່ວ່າເວລາໄດ້ຜ່ານໄປຈົນເຖິງຂັ້ນທີ່ສາມາດເຫັນເປັນຮູບຮ່າງຂອງມະນຸດໄດ້ຢ່າງຊັດເຈນແລ້ວ, ເຊິ່ງໃນກໍລະນີນັ້ນແມ່ນເປັນທີ່ຕ້ອງຫ້າມ. ແລະ ອົງອັລລໍຫ໌ຊົງຮູ້ດີທີ່ສຸດ.
ປະການທີ່ສອງ: ບໍ່ໃຫ້ມີເຈດຕະນາເອົາລູກອອກເພື່ອທຳລາຍຊີວິດ, ໂດຍທີ່ການພະຍາຍາມເອົາລູກອອກເມື່ອການຖືພາຄົບກຳນົດ ແລະ ໃກ້ຈະເກີດນັ້ນເປັນສິ່ງທີ່ອະນຸຍາດ, ໂດຍມີເງື່ອນໄຂວ່າຈະຕ້ອງບໍ່ເປັນອັນຕະລາຍຕໍ່ແມ່ ແລະ ລູກ, ແລະ ບໍ່ຈຳເປັນຕ້ອງຜ່າຕັດ. ແຕ່ຖ້າຫາກຈຳເປັນຕ້ອງຜ່າຕັດ, ກໍຈະມີຢູ່ 4 ກໍລະນີຄື:
1: ໃນກໍລະນີທີ່ແມ່ ແລະ ລູກໃນທ້ອງຍັງມີຊີວິດຢູ່, ຫ້າມບໍ່ອະນຸຍາດໃຫ້ທຳການຜ່າຕັດ ເວັ້ນເສຍແຕ່ໃນກໍລະນີຈຳເປັນທີ່ສຸດ, ເຊັ່ນ: ການຄອດລູກເປັນໄປດ້ວຍຄວາມຍາກລຳບາກ ຈຶ່ງຈຳເປັນຕ້ອງໄດ້ຜ່າຕັດ. ທັງນີ້ກໍເພາະວ່າຮ່າງກາຍເປັນສິ່ງທີ່ອັລລໍຫ໌ໄດ້ມອບໝາຍໃຫ້ບ່າວຂອງພຣະອົງດູແລຮັກສາ, ດັ່ງນັ້ນ ຈະກະທຳການໃດໆ ຕໍ່ຮ່າງກາຍທີ່ອາດກໍ່ໃຫ້ເກີດອັນຕະລາຍບໍ່ໄດ້ ເວັ້ນເສຍແຕ່ເພື່ອຜົນປະໂຫຍດທີ່ໃຫຍ່ຫຼວງກວ່າ; ແລະ ເພາະວ່າບາງຄັ້ງອາດຈະຄິດວ່າການຜ່າຕັດນັ້ນບໍ່ມີອັນຕະລາຍ ແຕ່ໃນຄວາມເປັນຈິງແລ້ວອາດເກີດອັນຕະລາຍຂຶ້ນໄດ້.
2: ໃນກໍລະນີທີ່ແມ່ ແລະ ລູກໃນທ້ອງເສຍຊີວິດທັງສອງ, ບໍ່ອະນຸຍາດໃຫ້ທຳການຜ່າຕັດເພື່ອເອົາອອກ ເພາະບໍ່ມີປະໂຫຍດ.
3: ກໍລະນີທີ່ແມ່ມີຊີວິດຢູ່ ແລະ ລູກໃນທ້ອງຕາຍ, ອະນຸຍາດໃຫ້ທຳການຜ່າຕັດເພື່ອເອົາລູກອອກໄດ້, ນອກຈາກວ່າຈະມີຄວາມກັງວົນວ່າຈະເປັນອັນຕະລາຍຕໍ່ຜູ້ເປັນແມ່; ເພາະສິ່ງທີ່ປາກົດຊັດເຈນນັ້ນ - ແລະ ອັລລໍຮ໌ຊົງຮູ້ດີທີ່ສຸດ -
ຄືເມື່ອລູກໃນທ້ອງຕາຍແລ້ວ ມັນຍາກລຳບາກທີ່ຈະອອກມາເອງໄດ້ໂດຍບໍ່ຜ່າຕັດ. ສະນັ້ນ ການທີ່ລູກຍັງຄົງຢູ່ໃນທ້ອງຂອງນາງຕໍ່ໄປ ຈະກີດຂວາງການຖືພາໃນອະນາຄົດຂອງນາງ ແລະ ສ້າງຄວາມລຳບາກໃຫ້ແກ່ນາງ, ແລະ ບາງທີອາດເຮັດໃຫ້ນາງຕ້ອງຢູ່ໃນສະຖານະແມ່ໝ້າຍຕໍ່ໄປ ຖ້ານາງກຳລັງຢູ່ໃນຊ່ວງອິດດະຫ໌ຈາກສາມີຄົນກ່ອນ.
4: ກໍລະນີທີ່ແມ່ເສຍຊີວິດ ແລະ ລູກໃນທ້ອງຍັງມີຊີວິດຢູ່, ຖ້າຫາກວ່າບໍ່ມີຄວາມຫວັງວ່າລູກຈະລອດຊີວິດ ກໍບໍ່ອະນຸຍາດໃຫ້ທຳການຜ່າຕັດ.
ແລະ ຖ້າຫາກວ່າທາລົກນັ້ນຍັງມີໂອກາດລອດຊີວິດ, ຖ້າວ່າບາງສ່ວນຂອງລາວໄດ້ອອກມາແລ້ວ ກໍ່ໃຫ້ຜ່າທ້ອງຂອງຜູ້ເປັນແມ່ ເພື່ອເອົາສ່ວນທີ່ເຫຼືອອອກມາ. ແລະ ຖ້າຫາກວ່າບໍ່ມີສ່ວນໃດອອກມາເລີຍ ບັນດານັກວິຊາການຂອງພວກເຮົາ (ຂໍອັລລໍຫ໌ຊົງເມດຕາພວກທ່ານ) ໄດ້ກ່າວວ່າ: ບໍ່ອະນຸຍາດໃຫ້ຜ່າທ້ອງຂອງຜູ້ເປັນແມ່ເພື່ອເອົາທາລົກອອກມາ; ເພາະການກະທຳດັ່ງກ່າວເປັນການທຳລາຍສົບ. ແຕ່ທັດສະນະທີ່ຖືກຕ້ອງແມ່ນ ໃຫ້ຜ່າທ້ອງໄດ້ ຖ້າຫາກບໍ່ສາມາດເອົາເດັກອອກມາໄດ້ດ້ວຍວິທີອື່ນ. ແລະນີ້ແມ່ນທັດສະນະທີ່ຖືກເລືອກຂອງ ອິບນຸ ຮຸໄບເຣາະຫ໌, ທ່ານໄດ້ກ່າວໃນຫນັງສື ອັລ-ອິນຊັອຟ72 ວ່າ: ແລະມັນສົມຄວນກວ່າ.
ຂ້າພະເຈົ້າໄດ້ກ່າວວ່າ: ໂດຍສະເພາະຢ່າງຍິ່ງໃນສະໄໝຂອງພວກເຮົາ, ການຜ່າຕັດນັ້ນບໍ່ແມ່ນການທໍາລາຍຮ່າງກາຍ; ເພາະເປັນການຜ່າທ້ອງແລ້ວກໍ່ຫຍິບຄືນ, ອີກທັງກຽດສັກສີຂອງຜູ້ທີ່ຍັງມີຊີວິດກໍ່ຍິ່ງໃຫຍ່ກວ່າກຽດສັກສີຂອງຜູ້ທີ່ຕາຍໄປແລ້ວ; ແລະເພາະວ່າການຊ່ວຍຊີວິດທີ່ຖືກປົກປ້ອງໃຫ້ພົ້ນຈາກຄວາມຕາຍນັ້ນເປັນສິ່ງທີ່ບັງຄັບ, ແລະ ເດັກໃນທ້ອງກໍ່ແມ່ນຊີວິດທີ່ຖືກປົກປ້ອງ, ດັ່ງນັ້ນການຊ່ວຍຊີວິດລາວຈຶ່ງເປັນສິ່ງທີ່ບັງຄັບ. ອັລລໍຫ໌ເປັນຜູ້ຊົງຮອບຮູ້ຍິ່ງ.
ຂໍ້ຕັກເຕືອນ: ໃນບັນດາກໍລະນີທີ່ອະນຸຍາດໃຫ້ຍຸຕິການຖືພາໄດ້ ດັ່ງທີ່ກ່າວມາຂ້າງເທິງນັ້ນ, ຈຳເປັນຕ້ອງໄດ້ຮັບການອະນຸຍາດຈາກຜູ້ທີ່ມີສິດໃນການຖືພານັ້ນ ເຊັ່ນ: ສາມີ.
ມາຮອດນີ້ກໍສິ້ນສຸດສິ່ງທີ່ພວກເຮົາຕ້ອງການອະທິບາຍໃນປະເດັນທີ່ສຳຄັນນີ້, ເຊິ່ງພວກເຮົາໄດ້ກ່າວເຖິງໂດຍຫຍໍ້ສະເພາະຫຼັກການພື້ນຖານ ແລະ ຫຼັກເກນຂອງບັນຫາຕ່າງໆ. ເພາະຖ້າຈະລົງເລິກໃນລາຍລະອຽດປີກຍ່ອຍ ແລະ ບັນຫາຕ່າງໆ ທີ່ເກີດຂຶ້ນກັບແມ່ຍິງນັ້ນ ມັນກໍເປັນເລື່ອງທີ່ກວ້າງຂວາງດັ່ງທະເລທີ່ໄຮ້ຊາຍຝັ່ງ. ແຕ່ວ່າຜູ້ທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ສາມາດເຊື່ອມໂຍງບັນຫາຍ່ອຍກັບຄືນສູ່ຫຼັກການພື້ນຖານ ແລະ ລາຍລະອຽດໄປສູ່ຫຼັກການລວມ ແລະ ຂໍ້ກຳນົດຂອງມັນ ແລະ ປຽບທຽບສິ່ງຕ່າງໆ ກັບສິ່ງທີ່ຄ້າຍຄືກັນ.
ແລະ ມຸຟຕີ (ຜູ້ຊີ້ຂາດບັນຫາສາສະໜາ) ຕ້ອງຮູ້ວ່າ ຕົນເອງເປັນສື່ກາງລະຫວ່າງອັລລໍຫ໌ ແລະ ປວງບ່າວຂອງພຣະອົງ ໃນການເຜີຍແຜ່ສິ່ງທີ່ບັນດາສາສະດາທູດຂອງພຣະອົງໄດ້ນໍາມາ ແລະ ອະທິບາຍມັນໃຫ້ແກ່ປວງບ່າວ, ແລະ ລາວຕ້ອງຮັບຜິດຊອບຕໍ່ສິ່ງທີ່ມີຢູ່ໃນຄຳພີອັລກຸຣອານ ແລະ ແບບຢ່າງຂອງສາສະນະທູດ (ອັລ-ຊຸນນະຫ໌), ເພາະທັງສອງນັ້ນຄື ສອງແຫຼ່ງທີ່ມາຫຼັກ ທີ່ບ່າວໄດ້ຖືກບັນຊາໃຫ້ເຮັດຄວາມເຂົ້າໃຈ ແລະ ປະຕິບັດຕາມ. ທຸກສິ່ງທີ່ຂັດກັບພຣະຄຳພີ (ອັລກຸຣອານ) ແລະ ແບບຢ່າງ (ອັລ-ຊຸນນະ) ຍ່ອມເປັນສິ່ງທີ່ຜິດພາດ, ຈຳເປັນຕ້ອງຖືກປະຕິເສດ ແລະ ບໍ່ອະນຸຍາດໃຫ້ປະຕິບັດຕາມ, ເຖິງແມ່ນວ່າຜູ້ທີ່ກ່າວມັນອາດຈະໄດ້ຮັບການອະໄພ ເພາະເປັນຜູ້ທີ່ພາກພຽນໃນການສະແຫວງຫາຄຳຕອບ (ມຸຈຕະຮິດ) ແລະ ຈະໄດ້ຮັບຜົນບຸນຕອບແທນໃນຄວາມພະຍາຍາມຂອງລາວ, ແຕ່ສຳລັບຜູ້ອື່ນທີ່ຮູ້ເຖິງຄວາມຜິດພາດນັ້ນ, ບໍ່ອະນຸຍາດໃຫ້ລາວຍອມຮັບມັນ.
ຈຳເປັນສຳລັບຜູ້ຊີ້ຂາດບັນຫາສາສະໜາ (ມຸຟຕີ) ທີ່ຈະຕ້ອງມີເຈດຕະນາອັນບໍລິສຸດໃຈຕໍ່ອັລລໍຫ໌, ຂໍຄວາມຊ່ວຍເຫຼືອຈາກພຣະອົງໃນທຸກໆ ເຫດການທີ່ປະສົບ, ແລະ ວິງວອນຂໍຕໍ່ພຣະອົງໃຫ້ຊົງປະທານຄວາມໜັກແໜ້ນ ແລະ ການຊົງນຳພາໄປສູ່ສິ່ງທີ່ຖືກຕ້ອງ.
ແລະ ລາວຈຳເປັນຕ້ອງຍຶດຖືເອົາສິ່ງທີ່ໄດ້ກ່າວໄວ້ໃນ ພຣະຄຳພິອັລ-ກຸຣອານ ແລະ ຊຸນນະຮ໌ຂອງທ່ານນະບີ ເປັນຫຼັກໃນການພິຈາລະນາ, ໂດຍການພິຈາລະນາ ແລະ ຄົ້ນຄວ້າໃນເລື່ອງດັ່ງກ່າວ ຫຼື ຈາກຄຳເວົ້າຂອງບັນດານັກວິຊາການ ເພື່ອຊ່ວຍໃນການເຮັດຄວາມເຂົ້າໃຈທັງສອງແຫຼ່ງທີ່ມານັ້ນ.
ແລະ ຫຼາຍໆຄັ້ງທີ່ເກີດມີບັນຫາໃດໜຶ່ງຂຶ້ນ, ມະນຸດກໍຈະຄົ້ນຄວ້າກ່ຽວກັບມັນຈາກຄຳເວົ້າຂອງບັນດາຜູ້ຮູ້ເທົ່າທີ່ລາວສາມາດເຮັດໄດ້, ແຕ່ກໍບໍ່ພົບສິ່ງທີ່ເຮັດໃຫ້ລາວໝັ້ນໃຈໃນຄຳຕັດສິນນັ້ນ, ແລະ ບາງທີກໍບໍ່ພົບວ່າມີການກ່າວເຖິງສິ່ງນັ້ນເລີຍ, ເມື່ອໄດ້ກັບໄປຫາອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານນະບີ, ຂໍ້ຕັດສິນຂອງທັງສອງກໍຈະເປັນທີ່ປະຈັກແຈ້ງ ແລະ ເຂົ້າໃຈງ່າຍ, ທັງນີ້ກໍຂຶ້ນຢູ່ກັບຄວາມບໍລິສຸດໃຈ, ຄວາມຮູ້ ແລະ ຄວາມເຂົ້າໃຈ.
ຜູ້ຊົງຄຸນນະວຸດທີ່ອອກຄຳຕັດສິນບັນຫາສາສະໜາ (ມຸຟຕີ) ຈຳເປັນຕ້ອງໄຕ່ຕອງຢ່າງຮອບຄອບໃນການອອກຄຳຕັດສິນ ເມື່ອປະສົບບັນຫາທີ່ສັບສົນ, ແລະ ບໍ່ໃຫ້ຮີບຮ້ອນ. ເພາະມີຄຳຕັດສິນຈຳນວນຫຼວງຫຼາຍທີ່ລາວໄດ້ຮີບຮ້ອນຕັດສິນໄປ, ຫຼັງຈາກນັ້ນບໍ່ດົນ ເມື່ອໄດ້ກັບມາພິຈາລະນາໃໝ່ ກໍປາກົດແຈ້ງແກ່ລາວວ່າ ຕົນເອງໄດ້ຕັດສິນຜິດພາດໄປ. ແລ້ວລາວກໍຈະຮູ້ສຶກເສຍໃຈກັບສິ່ງນັ້ນ, ແລະ ບາງທີລາວກໍອາດຈະບໍ່ສາມາດແກ້ໄຂສິ່ງທີ່ຕົນໄດ້ອອກຄຳຕັດສິນ (ຟັດວາ) ໄປແລ້ວນັ້ນໄດ້ເລີຍ!.
ສຳລັບຜູ້ໃຫ້ຄໍາຕັດສິນ, ຫາກຜູ້ຄົນຮັບຮູ້ວ່າລາວເປັນຄົນທີ່ມີຄວາມຮອບຄອບ ແລະ ໄຕ່ຕອງຢ່າງລະອຽດ, ພວກເຂົາກໍ່ຈະໄວ້ວາງໃຈ ແລະ ຍຶດຖືຄໍາເວົ້າຂອງລາວ. ແຕ່ຫາກພວກເຂົາເຫັນວ່າລາວເປັນຄົນຟ້າວຟັ່ງ, ແລະ ຄົນທີ່ຟ້າວຟັ່ງນັ້ນມັກຈະຜິດພາດ, ພວກເຂົາກໍ່ຈະບໍ່ມີຄວາມເຊື່ອຫມັ້ນໃນຄໍາຕັດສິນຂອງລາວ.
ດັ່ງນັ້ນ ດ້ວຍຄວາມຟ້າວຟັ່ງ ແລະ ຄວາມຜິດພາດຂອງລາວ, ລາວຈຶ່ງເຮັດໃຫ້ຕົນເອງ ແລະ ຜູ້ອື່ນພາດໂອກາດທີ່ຈະໄດ້ຮັບປະໂຫຍດຈາກຄວາມຮູ້ ແລະ ຄວາມຖືກຕ້ອງທີ່ລາວມີຢູ່.
ເຮົາຂໍຈາກອັລລໍຫ໌ ຜູ້ຊົງສູງສົ່ງ ໃຫ້ພຣະອົງໄດ້ໂປດຊົງຊີ້ນຳພວກເຮົາ ແລະ ບັນດາອ້າຍນ້ອງມຸສລິມຂອງພວກເຮົາ ສູ່ແນວທາງຂອງພຣະອົງທີ່ທ່ຽງຕົງ, ຊົງຄຸ້ມຄອງພວກເຮົາດ້ວຍການເອົາໃຈໃສ່ຂອງພຣະອົງ, ແລະ ຊົງປົກປ້ອງດູແລພວກເຮົາຈາກຄວາມຜິດພາດບໍ່ໄດ້ຕັ້ງໃຈ , ແທ້ຈິງພຣະອົງຊົງເປັນຜູ້ໂອບອ້ອມອາລີ, ຜູ້ຊົງເມດຕາຍິ່ງ; ຂໍສໍລະວາດ ແລະ ສະລາມຈາກອັລລໍຫ໌ຈົ່ງປະສົບແດ່ທ່ານນະບີຂອງເຮົາ ມຸຮຳມັດ, ພ້ອມດ້ວຍວົງວານ ແລະ ບັນດາສາວົກຂອງທ່ານທັງໝົດ. ແລະ ມວນການສັນລະເສີນເປັນຂອງອັລລໍຫ໌ ຜູ້ເຊິ່ງດ້ວຍຄວາມໂປດປານຂອງພຣະອົງ ການງານອັນດີງາມທັງຫຼາຍຈຶ່ງສົມບູນ.
ສິ້ນສຸດ ນາມປາກກາດ້ວຍບ່າວຄົນຈົນຜູ້ໜຶ່ງ ນະ ທີ່ອັລລໍຫ໌
ມຸຮຳມັດ ອັສ ຊໍແລະຫ໌ ອັລອຸໄຊມິນ
ໃນຢາມສາຍຂອງວັນສຸກ
14 ຊະອ໌ບານ ປີ 1392 ຮ.ສ.
***
الفهرس
ບົດທີ່ໜຶ່ງ: ຄວາມຫມາຍ ແລະ ວິທະຍາປັນຍາຂອງການມີປະຈຳເດືອນ 5
ບົດທີສອງ : ເວລາ ແລະ ໄລຍະຂອງເລືອດປະຈຳເດືອນ 6
ບົດທີສາມ : ວ່າດ້ວຍສະພາບທີ່ຜິດປົກກະຕິຂອງເລືອດປະຈຳເດືອນ 19
ບົດທີ່ສີ່ : ວ່າດ້ວຍຂໍ້ກຳຫນົດຂອງເລືອດປະຈຳເດືອນ 26
ພາກທີຫ້າ: ວ່າດ້ວຍເລື່ອງອິສຕິຮາເດາະຫ໌ (ເລືອດທີ່ຜິດປົກກະຕິຂອງແມ່ຍິງ) ແລະ ຂໍ້ກຳໜົດຕ່າງໆ ຂອງມັນ. 52
ກໍລະນີຕ່າງໆ ຂອງອິສຕິຮາເດາະຫ໌: 53
ສະພາບຂອງຜູ້ຍິງທີ່ຄ້າຍຄືກັບຜູ້ເປັນມຸສຕະຮາເດາະຫ໌: 60
ຂໍ້ກຳນົດຕ່າງໆ ກ່ຽວກັບເລືອດອິສຕິຮາເດາະຫ໌ ມີດັ່ງນີ້: 62
ພາກທີ່ຫົກ: ເລື່ອງກ່ຽວກັບເລືອດນິຟາສ ແລະ ບົດບັນຍັດຂອງມັນ 65
ບັນດາຂໍ້ກຳນົດກ່ຽວກັບເລືອດຫລັງການເກີດລູກ: 68
ພາກທີ່ເຈັດ: ວ່າດ້ວຍການນຳໃຊ້ສິ່ງທີ່ປ້ອງກັນການມີປະຈຳເດືອນ ຫຼື ເລັ່ງໃຫ້ມັນມາ, ແລະ ສິ່ງທີ່ປ້ອງກັນການຖືພາ ຫລື ເຮັດໃຫ້ແທ້ງລູກ. 73
***
lo130v3.0 - 10/08/2026
ບັນທຶກໂດຍ ອັລບຸກຄໍຣີ: ເລື່ອງ ການມີປະຈຳເດືອນ, ຫົວຂໍ້: ແມ່ຍິງທີ່ມີປະຈຳເດືອນປະກອບພິທີກຳທັງໝົດໄດ້ຍົກເວັ້ນການຕໍວາຟຮອບບ້ານຂອງພຣະອົງ, ເລກທີ່ (305), ແລະ ມຸສລິມ: ເລື່ອງ ການປະກອບພິທີຫັຈ, ຫົວຂໍ້: ການອະທິບາຍຮູບແບບຕ່າງ ໆ ຂອງການຄອງອິຫ໌ຣອມ, ເລກທີ່ (1211).
ບັນທຶກໂດຍອັລບຸກຄໍຣີ: ໜັງສື ອັລ-ອຸມເຣາະຫ໌, ຫົວຂໍ້ ຜົນຕອບແທນຂອງອຸມເຣາະຫ໌ຕາມຄວາມລຳບາກ, ເລກທີ່ (1662), ແລະ ທ່ານມຸສລິມ: ໜັງສື ອັລຫັຈ, ຫົວຂໍ້ ການຊີ້ແຈງຮູບແບບຕ່າງ ໆ ຂອງການຄອງອິຫ໌ຣອມ, ເລກທີ່ (1211).
ບົດບັນທຶກວ່າດ້ວຍບັນດາຊື່ທີ່ຕິດພັນກັບຂໍ້ກຳນົດຂອງຜູ້ວາງບົດບັນຍັດ (ໜ້າ : 35)
ແຫຼ່ງທີ່ມາອັນເດີມ (ຫນ້າ : 36).
ແຫຼ່ງທີ່ມາອັນເກົ່າ (ໜ້າ:38).
ບັນທຶກໂດຍ ອັລບຸກຄໍຣີ: ຫນັງສື ອັລ-ອີມານ, ເລື່ອງ ອັດດີນ ຢຸສຣ໌, ເລກທີ່ (39), ຈາກຫະດີດຂອງ ທ່ານ ອະບີ ຮຸໄຣເຣາະຫ໌ ຂໍພຣະອົງອັລລໍຫ໌ຊົງພໍພຣະໄທຕໍ່ເພິ່ນ.
ບັນທຶກໂດຍທ່ານບຸກຄໍຣີ: ໜັງສືອັລມະນາກຸບ, ບົດວ່າດ້ວຍ ຄຸນນະລັກສະນະ ຂອງນະບີ ສໍລລັລລໍຮຸ ອະໄລຮິ ວະສັລລັມ, ເລກທີ (3560), ແລະ ທ່ານມຸສລິມ: ໜັງສືອັລຟະດໍອິລ, ບົດວ່າດ້ວຍ ການອອກຫ່າງຈາກບາບທັ້ງຫຼາຍຂອງທ່ານນະບີ ສໍລລັລລໍຮຸ ອະໄລຮິ ວະສັລລັມ, ເລກທີ (77/2327).
ໜັງສືອັລ-ຟັດຕະວາ (238/19-239).
ອັລ-ເອົາວ໌ຊັຕ (356/2).
ເບຶ່ງໃນ ອັລ-ມຸຄນີ (405/1).
ອັລມຸດາວະນະຫ໌ (1/ 155), ອັນນາວາດິຣ ວັຊຊິຍາດາຕ (1/ 136).
ຂໍ້ເຫັນຕ່າງຂອງນັກນິຕິສາດອິສລາມ ຂອງອັລມະຣູຊີ (ຫນ້າ: 193), ອັລເອົາສັຕ (2/ 239).
ອັນ-ອຸມມຸ (82/1).
ໜັງສື ອັລ-ຟະຕາວາ (238/19-239).
ອັລ-ມຸຄນີ (396/1).
ບັນທຶກໂດຍທ່ານອາບຸດາວູດ: ໜັງສື ອັດ-ຕໍຫາເຣາະຫ໌, ບົດວ່າດ້ວຍ “ຖ້າຜູ້ຍິງເຫັນນ້ຳຂຸ່ນ ຫຼື ນ້ຳສີເຫຼືອງຫຼັງຈາກທີ່ໄດ້ສະອາດ (ຫຼັງສິ້ນສຸດປະຈໍາເດືອນ)”, ເລກທີ (307).
ບັນທຶກໂດຍ ອັລບຸກຄໍຣີ: ໜັງສືກ່ຽວກັບເລືອດປະຈຳເດືອນ, ບົດວ່າດ້ວຍນ້ຳສີເຫຼືອງ ແລະ ສີຂຸ່ນໃນເວລາອື່ນທີ່ບໍ່ແມ່ນຊ່ວງມີປະຈຳເດືອນ, ເລກທີ (326).
ຟັຕຫຸລ ອັລ-ບາຣີ (1/ 426).
ບັນທຶກໂດຍອິຫມ່ຳ ອັລ-ບຸຄໍຣີ (1/ 71).
ບັນທຶກໂດຍ ທ່ານອີຫມ່ຳອັລ-ບຸກຄໍຣີ: ຫນັງສື ອັລໄຮດ, ບົດ ການເລີ່ມຕົ້ນ ແລະ ການສິ້ນສຸດຂອງປະຈຳເດືອນ, ກ່ອນຫະດີສ ເລກທີ່ (320).
ຫນັງສື ອັລ-ອຸມມຸ (1/ 83-84)
ລາຍງານຈາກບັນດາຊໍຮາບີຍະຫ໌ ໃນ ອິນຊອຟ.
ອັລ-ອັສລ໌ (19/2-20)
ອັລ-ມຸຄນີ (226/1).
ອັລ-ມຸຄນີ (257/1).
ບັນທຶກໂດຍທ່ານບຸກຄໍຣີ: ຫນັງສື ມະວາກີຕຸສສໍ່ລາຕ, ບົດວ່າດ້ວຍ ຜູ້ທີ່ມາທັນລະຫມາດຄົບໜຶ່ງຣໍກະອັດ, ເລກທີ່ (580). ແລະ ທ່ານມຸສລິມ: ໃນຫນັງສື ອັລ-ມະຊາຈິດ ວະ ມະວາດຽະອັສສໍ່ລາຕ, ບົດວ່າດ້ວຍ ຜູ້ທີ່ມາທັນລະຫມາດຄົບໜຶ່ງຣໍກະອັດ ກໍ່ເທົ່າກັບທັນລະຫມາດທັ້ງໝົດ, ເລກທີ່ (607), ຈາກຫະດີສຂອງ ທ່ານອະບີ ຮຸຣອຍເຣາະຫ໌ ຣໍດີຍັລລໍ ຮຸອັນຮຸ.
ບັນທຶກໂດຍທ່ານບຸກຄໍຣີ: ຫນັງສື ມະວາກີດຕຸລ ສໍລາຕ, ບົດວ່າດ້ວຍ ຄົນທີ່ມາທັນລະຫມາດຟະຈັຣ ຣໍກະອັດ , ເລກທີ່ (579). ແລະ ທ່ານມຸສລິມ: ຫນັງສື ອັລມະຊາຈິດ ວະມະວາດຽະ ອັຊສໍລາຕ, ວ່າດ້ວຍ ໃຜທີ່ທັນລະຫມາດພຽງຣໍກະອັດດຽວກໍ່ເທົ່າກັບທັນລະຫມາດ , ເລກທີ່ (608), ຈາກຫະດີສຂອງ ທ່ານ ອະບີ ຫຸຣອຍເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ.
ໜັງສື ອັລ-ມັຈມູອຼ ຊາເຣາະຫ໌ ອັລ-ມຸຫັຊຊັບ (3/ 70).
ບັນທຶກໂດຍທ່ານບຸກຄໍຣີ: ຫນັງສືອັລເຮດ, ບົດວ່າດ້ວຍການອ່ານກຸຣອານຂອງຜູ້ຊາຍເທິງຕັກພັນລະຍາທີ່ກຳລັງມີປະຈຳເດືອນ, ເລກທີ່ (297). ແລະ ທ່ານມຸສລິມ: ຫນັງສືອັລເຮດ, ບົດວ່າດ້ວຍການເອນໂຕນອນຂອງຜູ້ຊາຍເທິງຕັກພັນລະຍາທີ່ກຳລັງມີປະຈຳເດືອນ ແລະ ການອ່ານກຸຣອານ, ເລກທີ່ (301), ຈາກຫະດີສຂອງ ທ່ານຍິງອາອີຊະຫ໌ ຂໍອັລລໍຮ໌ຊົງພໍພຣະໄທນາງ.
ບັນທຶກໂດຍ ອັລບຸກຄໍຣີ: ຫນັງສື ອັລ-ເຮດ, ບົດວ່າດ້ວຍ ການທີ່ແມ່ຍິງມີປະຈຳເດຶອນເຂົ້າຮ່ວມໃນວັນອີດທັ້ງສອງ ແລະ ການເຊິນຊວນຂອງຊາວມຸສລິມໃຫ້ມາຮ່ວມງານວັນອິດ - ໂດຍທີ່ພວກນາງ ແຍກໂຕອອກຈາກສະຖານທີ່ລະຫມາດ, ເລກທີ່ (324). ແລະ ທ່ານມຸສລິມ: ຫນັງສື ຊໍລາຕິ ອັລ-ອີໄດນ໌, ບົດວ່າດ້ວຍ ການອະນຸຍາດໃຫ້ແມ່ຍິງອອກໄປຍັງບ່ອນລະຫມາດໃນວັນອີດທັ້ງສອງ ແລະ ການເຂົ້າຮ່ວມຟັງຄຸດບະຫ໌ ໂດຍໃຫ້ພວກນາງ ແຍກຈາກບັນດາຜູ້ຊາຍ, ເລກທີ່ (890).
ໜັງສືອັນມັຈມູອຼ (2/ 357).
ເບິ່ງ ສໍຮິຫ໌ ອັລບຸຄໍຣີ: ກິຕາບ ອັລເຮດ, ບົດວ່າດ້ວຍ ແມ່ຍິງທີ່ມີປະຈຳເດືອນປະຕິບັດພິທີກຳທັງໝົດຍົກເວັ້ນການຕໍວາຟຮອບໄບຕຸລລໍຫ໌, ແລະ ຟັຕຮຸລບາຣີ (1/ 407-408).
ຟັຕຮຸລ ບາຣີ (1/ 408).
ອັລ-ເອົາສັຕ (2/ 223).
ອັລ-ມັຈມູອຼ (2/ 356).
ຟັຕຮຸລ ອັລ-ບາຣີ (1/ 408).
ບັນທຶກໂດຍທ່ານບຸກຄໍຣີ: ຫນັງສື ອັລເຮດ, ບົດ ແມ່ຍິງທີ່ມີປະຈຳເດືອນປະຕິບັດພິທີກຳທັງຫມົດ ຍົກເວັ້ນການຢາງຕໍວາຟ, ກ່ອນຫະດີດ ເລກທີ່ (305).
ບັນທຶກໂດຍ ອັດ-ຕິຣມີຊີ: ພາກວ່າດ້ວຍຄວາມສະອາດ, ບົດທີ່ວ່າດ້ວຍ ຜູ້ທີ່ຢູ່ໃນສະພາບຫະດັສໃຫຍ່ ແລະ ແມ່ຍິງທີ່ມີປະຈຳເດືອນ ພວກເຂົາທັງສອງຈະບໍ່ອ່ານຄຳພີອັນກຸລອານ, ເລກທີ (131).
ເບິ່ງທີ່: ອັລ-ອິລັລ ຂອງ ອັດ-ຕິຣມີຊີ (ໜ້າ: 69/ ການຈັດລຽງຂອງເພິ່ນ), ແລະ ອັສ-ສຸນັນ ອັລ-ກຸບຣໍ ຂອງ ອັລ-ໄບຮະກີ (1/ 309), ແລະ ອັລ-ອະຫ໌ກາມ ອັຊ-ຊັຣອີຍະຫ໌ ຂອງ ອິບນິ ອັບດິລຫັກ (1/ 504), ແລະ ນັສບຸ ອັຣ-ຣໍຢະຫ໌ ຂອງ ອັຊ-ໄຊລະອີ (1/ 195).
ໜັງສືຟັຕວາ (26/ 191).
ບັນທຶກໂດຍ ທ່ານບຸກຄໍຣີ: ຫນັງສືອັລເຮດ, ວ່າດ້ວຍບໍ່ຈຳເປັນຕ້ອງທົດລະຫມາດເມື່ອເປັນປະຈຳເດືອນ; ເລກທີ່ (321). ແລະ ທ່ານມຸສລິມ: ຫນັງສືອັລເຮດ, ວ່າດ້ວຍຈຳເປັນຕ້ອງຊົດໃຊ້ການຖືສິນອົດສຳຫຼັບແມ່ຍິງເປັນປະຈຳເດືອນ ແຕ່ ບໍ່ຕ້ອງຊົດສຳຫຼັບການລະຫມາດ , ເລກທີ່ (335). ແລະ ສຳນວນເປັນຂອງມຸສລິມ.
ບັນທຶກໂດຍທ່ານບຸກຄໍຣີ: ຫນັງສືອັລ-ອິລມຸ, ບົດວ່າດ້ວຍ ຄວາມລະອາຍໃນການສຶກສາຫາຄວາມຮູ້, ເລກທີ່ (130). ແລະ ທ່ານມຸສລິມ: ຫນັງສືອັລ-ເຮດ, ບົດວ່າດ້ວຍ ສິ່ງທີ່ຈຳເປັນສຳຫຼັບແມ່ຍິງໃນການອາບນ້ຳ..., ເລກທີ່ (313).
ບັນທຶກໂດຍອັລບຸກຄໍຣີ: ຫນັງສືອັສ-ສໍອິມ, ບົດວ່າດ້ວຍ ການອາບນ້ຳຂອງຜູ້ຖືສິນອົດ, ເລກທີ່ (1931). ແລະທ່ານມຸສລິມ: ຫນັງສືອັສ-ສິຍາມ, ບົດວ່າດ້ວຍ ການຖືສິນອົດຂອງຜູ້ນັ້ນຈະຖືກຕອບຮັບບໍ່ ຂະນະທີ່ລາວຕື່ນມາແລ້ວຕົນຢູ່ສະພາບທີ່ມີຈຸນຸບ , ເລກທີ່ (1109).
ບັນທຶກໂດຍທ່ານບຸກຄໍຣີ ໃນຫນັງສືອັລເຮດ, ເລກທີ່ (305). ແລະ ທ່ານມຸສລິມ ໃນຫນັງສືອັລຫັຈຍ໌, ເລກທີ່ (1211).
ບັນທຶກໂດຍອັລບຸກຄໍຣີ: ໜັງສື ອັລ-ຮັຈຍ໌, ບົດວ່າດ້ວຍ ຕໍວາຟ ອັລ-ວະດາອ໌, ເລກທີ (1755). ແລະ ທ່ານມຸສລິມ: ໜັງສື ອັລ-ຮັຈຍ໌, ບົດວ່າດ້ວຍ ຂໍບັງຄັບຂອງການຕໍວາຟ ອັລວະດາອຼ ແລະ ການຍົກເວັ້ນຈາກແມ່ຍິງທີ່ມີປະຈຳເດືອນ, ເລກທີ (1328).
ບັນທຶກໂດຍອັລບຸກຄໍຣີ: ໜັງສືອັລ-ຫັຈ, ບົດວ່າດ້ວຍ ຫາກແມ່ຍິງມີປະຈຳເດືອນຫຼັງຈາກໄດ້ເຮັດການອິຟາເດາະແລ້ວ, ເລກທີ (1757). ແລະ ທ່ານມຸສລິມ: ໜັງສືອັລ-ຫັຈ, ບົດວ່າດ້ວຍ ຂໍບັງຄັບຂອງການຕໍວາຟ ອັລວະດາອ໌ ໝາຍເລກ (1211)
ບັນທຶກຈາກອັລ-ບຸຄໍຣີ: ຫນັງສື ອັລ-ເຮດ, ບົດວ່າດ້ວຍ ການທີ່ແມ່ຍິງມີປະຈຳເດືອນເຂົ້າຮ່ວມໃນວັນອີດທັ້ງສອງ ແລະ ການເຊີນຊວນຂອງມຸສລິມໃຫ້ຮ່ວມງານ ໂດຍທີ່ພວກນາງແຍກໂຕອອກຈາກສະຖານທີ່ລະຫມາດ, ເລກທີ (324), ມຸສລິມ: ຫນັງສື ສໍລາຕ ອັລ-ອີດໄດນ໌, ບົດວ່າດ້ວຍ ການກ່າວເຖິງ ເລື່ອງອະນຸຍາດໃຫ້ແມ່ຍິງອອກໄປຢັງສະຖານທີ່ລະຫມາດວັນອີດທັ້ງສອງ ແລະ ເຂົ້າຮ່ວມຟັງຄຸດບະຫ໌ ໂດຍໃຫ້ນາງແຍກຈາກຜູ້ຊາຍ, ເລກທີ (890).
ບັນທຶກໂດຍທ່ານມຸສລິມ: ໜັງສື ເລືອດປະຈຳເດືອນ, ບົດວ່າດ້ວຍ ການອະນຸຍາດໃຫ້ແມ່ຍິງມີປະຈຳເດືອນລ້າງສະຜົມໃຫ້ຜົວ, ເລກທີ່ (302).
ບັນທຶກໂດຍທ່ານອັລບຸກຄໍຣີ: ບົດວ່າດ້ວຍເລືອດປະຈຳເດືອນ, ບົດວ່າດ້ວຍ ການສຳຜັດກັບຍິງທີ່ມີປະຈຳເດືອນ, ເລກທີ (301). ແລະ ທ່ານມຸສລິມ: ບົດວ່າດ້ວຍເລືອດປະຈຳເດືອນ, ບົດວ່າດ້ວຍ ການສຳຜັດກັບຍິງທີ່ມີປະຈຳເດືອນເໜືອຜ້າສະໂລ່ງ, ເລກທີ (293).
ບັນທຶກໂດຍອັລບຸກຄໍຣີ: ບົດວ່າດ້ວຍການຢ່າຮ້າງ, ເລກທີ່ (5251). ແລະ ທ່ານມຸສລິມ: ບົດວ່າດ້ວຍການຢ່າຮ້າງ, ຫົວຂໍ້: ການຫ້າມຢ່າຮ້າງຍິງທີ່ມີປະຈຳເດືອນໂດຍບໍ່ໄດ້ຮັບຄວາມຍິນຍອມຈາກນາງ, ແລະ ຫາກຝ່າຝືນການຢ່າຮ້າງກໍຖືວ່າມີຜົນ ແລະ ຕ້ອງຖືກສັ່ງໃຫ້ກັບໄປຄືນດີກັບນາງ, ເລກທີ (1471), ຈາກຫະດີສຂອງ ທ່ານອິບນຸ ອຸມັຣ (ຂໍອັລລໍຮฺຊົງພໍພຣະໄທແກ່ເພິ່ນທັງສອງ).
ບັນທຶກໂດຍ ອັລບຸກຄໍຣີ: ບົດ ອັດ-ຕໍລາກ, ຫົວຂໍ້ ການຄຸລອຼ ແລະ ຮູບແບບການຢ່າຮ້າງ, ເລກທີ (5273), ຈາກຫະດີຊຂອງ ທ່ານອິບນຸ ອັບບາສ ຣໍດີຍັລລໍຮຸ ອັນຮຸມາ.
ບັນທຶກໂດຍທ່ານບຸກຄໍຣີ: ຫນັງສືອັລເຮດ, ບົດວ່າດ້ວຍ ການເລິ່ມຕົ້ນ ແລະ ການສິ້ນສຸດຂອງປະຈຳເດືອນ, ເລກທີ່ (320), ແລະ ທ່ານມຸສລິມ: ຫນັງສືອັລເຮດ, ບົດວ່າດ້ວຍ ຍິງທີ່ມີເລືອດອອກເລື້ອລັງ ການອາບນ້ຳຂອງນາງ ແລະ ການລະຫມາດຂອງນາງ , ເລກທີ່ (333), ຈາກລາຍງານຂອງທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ.
ບັນທຶກໂດຍ ອັລບຸກຄໍຣີ: ໜັງສື ອັລ-ເຮດ, ບົດທີ່ວ່າ ວິທີອາບນ້ຳຂອງຜູ້ມີເລືອດປະຈຳເດືອນ, ເລກທີ່ (315), ແລະ ມຸສລິມ: ກິຕາບ ອັລ-ເຮດ, ບົດທີ່ວ່າ ການສົ່ງເສິມໃຫ້ແມ່ຍິງທີ່ອາບນ້ຳຫຼັງໝົດປະຈຳເດືອນ ໃຊ້ຜ້າທີ່ມີກິ່ນນ້ຳຫອມມິສກ໌ ເຊັດບໍລິເວນທີ່ມີເລືອດອອກ, ເລກທີ່ (332),ຈາກລາຍງານຂອງທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ.
ບັນທຶກໂດຍທ່ານມຸສລິມ: ກິຕາບ ອັລ-ເຮດ, ບົດວ່າ ຫຸກ່ມຜົມເປຍຂອງຜູ້ຍິງທີ່ອາບນ້ຳກຸສູລ, ເລກທີ (330), ຈາກຫະດີສຂອງທ່ານນາງ ອຸມມຸ ສະລາມະຫ໌ (ຂໍອັລລໍຮ໌ຊົງພໍພຣະໄທນາງ).
ບັນທຶກໂດຍ ອັລບຸກຄໍຣີ: ກິຕາບ ອັລວຸດູອ໌, ບົດ ການລ້າງເລືອດ, ເລກທີ່ (228), ແລະ ມຸສລິມ: ກິຕາບ ອັລໄຮດ໌, ບົດ ອັລມຸສຕະຮາເດາະຫ໌ ແລະ ການອາບນ້ຳ ແລະ ການລະຫມາດຂອງນາງ, ເລກທີ່ (333), ຈາກລາຍງານຂອງທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ.
ບັນທຶກໂດຍທ່ານອິມ່າມອະມັດ (6/ 349), ແລະ ທ່ານອາບຸດາວູດ ໃນກິຕາບ ອັດ-ຕໍຫາເຣາະຫ໌, ເລກທີ (287), ແລະ ທີ່ຕິຣມີຊີ ໃນບົດ ອັດ-ຕໍຮາເຣາະຫ໌, ເລກທີ (128), ຈາກຮະດິສຂອງ ທ່ານນາງ ຮຳນະຫ໌ ບິນຕິ ຈະຫ໌ຊິນ ຂໍອັລລໍຮ໌ຊົງພໍພຣະໄທຕໍ່ນາງ.
ສຸນັນ ອັດ-ຕິຣມີຊິ: ພາກວ່າດ້ວຍການສຳລະລ້າງ, ບົດກ່ຽວກັບແມ່ຍິງທີ່ເປັນອິສຕິຮາເດາະຫ໌ ທີ່ລວມສອງລະຫມາດດ້ວຍການອາບນ້ຳຄັ້ງດຽວ, ຕາມຫຼັງຫະດີຊເລກທີ (128).
ບັນທຶກໂດຍ ອັລບຸກຄໍຣີ: ບົດວ່າດ້ວຍການມີປະຈຳເດືອນ, ຫົວຂໍ້ ການມີປະຈຳເດືອນ, ແລະ ສິ່ງທີ່ແມ່ຍິງຖືກເຊື່ອໃນເລື່ອງການມີປະຈຳເດືອນ ແລະ ການຖືພາ, ໃນສິ່ງທີ່ເປັນໄປໄດ້ຈາກການມີປະຈຳເດືອນ, ເລກທີ່ (325), ຈາກຫະດີສຂອງ ທ່ານຍິງອາອີຊະຫ໌ ຂໍອັລລໍຮ໌ຊົງພໍພຣະໄທຕໍ່ນາງ.
ບັນທຶກໂດຍທ່ານມຸສລິມ: ກິຕາບ ອັລເຮດ, ບົດວ່າດ້ວຍ ອັລມຸສຕະຮາດໍະຫ໌ ການອາບນ້ຳ ແລະ ການລະໝາດຂອງນາງ, ເລກທີ (334), ຈາກຫະດີດຂອງທ່ານນາງອາອີຊະຫ໌ ຂໍອັລລໍຮ໌ຊົງພໍພຣະໄທຕໍ່ນາງ.
ບັນທຶກໂດຍ ອະບູ ດາວູດ: ປື້ມວ່າດ້ວຍຄວາມສະອາດ, ບົດວ່າດ້ວຍ ຜູ້ທີ່ກ່າວວ່າ ເມື່ອມີປະຈຳເດືອນໃຫ້ງົດການລະຫມາດ, ເລກທີ (286), ແລະ ອັນ-ນາຊາອີ: ປື້ມວ່າດ້ວຍຄວາມສະອາດ, ບົດວ່າດ້ວຍ ຜູ້ຍິງທີ່ມີເລືອດຜິດປົກກະຕິທີ່ຮູ້ຈຳນວນມື້ຂອງຮອບເດືອນຂອງຕົນ ກ່ອນທີ່ເລືອດຈະໄຫຼຕໍ່ເນື່ອງ, ເລກທີ (211), ແລະ ອິບນຸ ມາຈະຫ໌: ປື້ມວ່າດ້ວຍຄວາມສະອາດ ແລະ ແບບສະບັບຕ່າງໆ ຂອງມັນ, ບົດວ່າດ້ວຍ ຜູ້ຍິງທີ່ມີເລືອດຜິດປົກກະຕິທີ່ຮູ້ຈຳນວນມື້ຂອງຮອບເດືອນຂອງຕົນ ກ່ອນທີ່ເລືອດຈະໄຫຼຕໍ່ເນື່ອງ, ເລກທີ (620), ແລະ ອິບນຸ ຮິບບານ ໃນປື້ມສໍຮິຫ໌ຂອງທ່ານ (1348), ແລະ ອັນ-ຮາກິມ ໃນປື້ມ ມຸສຕັດຣັອກ ຂອງທ່ານ (618), ຈາກຫະດີດຂອງທ່ານນາງ ອາອີຊະຫ໌ ຂໍອັລລໍຫ໌ຊົງພໍພຣະໄທແດ່ນາງ.
ບັນທຶກໂດຍທ່ານອະຫ໌ມັດ (6/ 439), ທ່ານອາບຸດາວູດ: ໜັງສື ອັດ-ຕໍຮາເຣາະຫ໌, ບົດ ຜູ້ທີ່ກ່າວວ່າ ເມື່ອເລືອດປະຈຳເດືອນມາ ໃຫ້ລະເວັ້ນການລະມາດ, ເລກທີ (287), ແລະ ທ່ານອັດ-ຕິຣມີຊີ:ເລື່ອງກ່ຽວກັບ ອັດ-ຕໍຮາເຣາະຫ໌, ບົດ ກ່ຽວກັບຜູ້ຍິງທີ່ມີເລືອດຜິດປົກກະຕິ (ອິສຕິຮາເດາະຫ໌) ທີ່ນາງໄດ້ລວມສອງການລະຫມາດດ້ວຍການອາບນ້ຳຊຳລະຮ່າງກາຍຄັ້ງດຽວ, ເລກທີ (128), ຈາກຮະດິຊຂອງ ທ່ານນາງ ຮຳນະຫ໌ ບິນຕິ ຈະຫ໌ຊ໌ (ຂໍອັນລໍຮ໌ຊົງພໍພຣະໄທນາງ).
ສຸນັນ ອັດ-ຕິຣມີຊິ: ປື້ມວ່າດ້ວຍການຊຳລະລ້າງ, ບົດວ່າດ້ວຍແມ່ຍິງທີ່ມີເລືອດເສຍສາມາດລວມສອງເວລາລະຫມາດດ້ວຍການອາບນ້ຳຍົກຫະດັດຄັ້ງດຽວ, ຫຼັງຈາກຫະດີດເລກທີ (128).
ບັນທຶກໂດຍອັລບຸກຄໍຣີ: ປື້ມວ່າດ້ວຍການເຮັດນ້ຳລະຫມາດ, ບົດວ່າດ້ວຍການລ້າງເລືອດ, ເລກທີ່ (228), ແລະ ມຸສລິມ: ປື້ມວ່າດ້ວຍເລືອດປະຈຳເດືອນ, ບົດວ່າດ້ວຍຜູ້ຍິງທີ່ມີເລືອດອິສຕິຮາເດາະຫ໌ ແລະ ການອາບນ້ຳ ແລະ ການລະຫມາດຂອງນາງ, ເລກທີ່ (333), ຈາກລາຍງານຂອງທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ.
ບັນທຶກໂດຍທ່ານອະຫ໌ມັດ (6/ 204), ແລະ ທ່ານອິບນຸມາຈະຫ໌, ໃນໜັງສື ອັດ-ເຕາະຫາເຣາະ ວະ ຊຸນານິຮາ, ບົດທີ່ວ່າດ້ວຍແມ່ຍິງທີ່ມີເລືອດເສຍ (ອັລ-ມຸສຕະຮາເດາະ) ທີ່ໄດ້ນັບມື້ປະຈຳເດືອນຂອງນາງ ກ່ອນທີ່ເລືອດຈະໄຫຼຕໍ່ເນື່ອງ, ເລກທີ (624), ຈາກຮະດິຊຂອງທ່ານນາງອາອີຊະຫ໌ ຂໍອັລລໍຮ໌ຊົງພໍພຣະໄທຕໍ່ນາງ.
ອັລ-ມຸຄນີ (252/1-253).
ກັຊຊາຟ ອັລກິນາອຼ (219/1)
ອັລມຸຄນີ (253/1).
ອັລ-ມຸຄນີ (253/1).
ອັນ-ມຸຄນີ (2/ 252), ແລະ ລາຍງານຂອງ ທ່ານອຸສມານ ບິນ ອະບີ ອັນ-ອາສ ບັນທຶກໂດຍ ທ່ານອັບດຸລຣໍຊຊາກ ໃນໜັງສື ອັນ-ມຸຊັນນັຟ (1202), ທ່ານອິບນຸ ອະບີ ໄຊບະຫ໌ ໃນໜັງສື ອັນ-ມຸຊັນນັຟ (17450), ທ່ານອັດ-ດາຣິມີ ໃນໜັງສື ອັດ-ສຸນັນ (990), ແລະ ທ່ານອິບນຸ ອັນ-ຈາຣູດ ໃນໜັງສື ອັນ-ມຸນຕະກໍ (118).
ບັນທຶກໂດຍອັລບຸກຄໍຣີ: ປື້ມ ນິກາຫ໌, ບົດ ການອະຊັລ, ເລກທີ່ (5209), ແລະ ທ່ານມຸສລິມ: ປື້ມ ນິກາຫ໌, ບົດ ຫຸກົ່ມ ການອະຊັລ, ເລກທີ (1440), ຈາກຫະດີດຂອງ ຍາບິຣ (ຂໍອັລລໍຫ໌ຊົງພໍພຣະໄທຕໍ່ເພິ່ນ).
ອັນອິນຊາຟ (556/2).
ອະຫ໌ກາມ ອັລ-ມຸຕະໄຫຍິເຣາະຫ໌ ໃນບົດ ອັລ-ເຮດ, ຂອງອັດ-ດາຣິມີ (ຫນ້າ :17).