الدروس المهمة لعامة الأمة (لاو)

فهذه كلمات موجزة في بيان بعض ما يجب أن يعرفه العامة عن دين الإسلام ، سميتها : (الدروس المهمة لعامة الأمة) .

  • earth ທາງດ້ານພາສາ
    (لاو)
  • earth ຂຽນໂດຍ:
    الشيخ عبد العزيز بن عبد الله بن باز

ການແປຄວາມໝາຍອື່ນ ໆ 58

hi هندي- हिन्दी om أورومو- afaan oromoo ne نيبالي- नेपाली hu هنجاري مجري- magyar pl بولندي- polski sr صربي- Српски vi فيتنامي- Tiếng Việt mos موري- Mõõré wo ولوف- Wollof tg طاجيكي- тоҷикӣ dv ديفهي- ދިވެހި bs بوسني- bosanski mfe كريولي- créole mg ملاغاشي- Malagasy as آسامي- অসমীয়া ml مليالم- മലയാളം bn بنغالي- বাংলা ur أردو- اردو fr فرنسي- Français ru روسي- Русский ms ملايو- Melayu ha هوسا- Hausa en إنجليزي- English id إندونيسي- Indonesia zh صيني- 中文 sw سواحيلي- Kiswahili uz أوزبكي- Ўзбек ps بشتو- بشتو fa فارسي- فارسي tl فلبيني تجالوج- Tagalog gu غوجاراتية- ગુજરાતી te تلغو- తెలుగు ar عربي- العربية am أمهري- አማርኛ si سنهالي- සිංහල ka جورجي- ქართული da دنماركي- dansk cs تشيكي- čeština lo لاو- ພາສາລາວ prs دري- فارسی دری az أذري- azərbaycanca lt ليتواني- lietuvių lg لوغندي- Luganda aa عفري- Afaraf es إسباني- español ro روماني- română kmr كردي كرمنجي- Bi zimanê Kurdî yo يوربا- Èdè Yorùbá de ألماني- Deutsch uk أوكراني- українська sv سويدي- svenska st سوتي- Sesotho zh صيني- 中文 sn الشونا- Shona af أفريقاني- Afrikaans fi فنلندي- suomi ki كيكويو- Gĩkũyũ pt برتغالي- português
PHPWord

 

 

 

 

 

الدُّرُوسُ الْمُهِمَّةُ لِعَامَّةِ الْأُمَّةِ

ບົດຮຽນສຳຄັນສຳຫຼັບຜູ້ຄົນທົ່ວໄປ

 

 

 

 

ຜູ້ແຕ່ງ:
ທ່ານອິມາມໃຫຍ່ ຜູ້ຮູ້ດີ ອັບດຸລອາຊິສ ບິນ ອັບດູລລາຮ໌ ບິນ ບາຊ໌ ຂໍໃຫ້ພຣະເຈົ້າໂພດປຽນທ່ານ

 


ບົດຮຽນສຳຄັນສຳຫຼັບຜູ້ຄົນທົ່ວໄປ

ທ່ານອາຈານຜູ້ຊົງຄຸນນະວຸດ ທ່ານເເຊັກອຸລະມາ

ອັບດຸລອະຊີຊ ບິນ ອັບດຸລລໍຫ໌ ບິນ ບາຊ -ຂໍອັລລໍຫ໌ຊົງເມດຕາທ່ານ-

ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປານີ ຜູ້ຊົງເມດຕາສະເໝີ

ຄຳນຳຜູ້ຂຽນ

ມວນການສັນລະເສີນເປັນຂອງອັລລໍຫ໌ ພຣະເຈົ້າແຫ່ງໂລກຈັກວານນີ້, ລາງວັນຕອບແທນທີ່ດີໃນບັ້ນປາຍຊີວິດເປັນຂອງບັນດາຜູ້ຢຳເກຼງ ຂໍຄຳສະດຸດີ ແລະ ຄວາມສັນຕິສຸກແຫ່ງອັລລໍຫ໌ຈົງມີແດ່ບ່າວ ແລະ ສາສະນະທູດຂອງພຣະອົງ ທ່ານນະບີຂອງເຮົາ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ແລະ ບັນດາວົງຕະກູນຂອງທ່ານຕະຫຼອດຈົນບັນດາສາວົກຂອງທ່ານໂດຍກັນທົ່ວໜ້າ.

ຕໍ່ຈາກນີ້:

ເປັນຄຳກ່າວສະຫຼຸບຫຍໍ່ຂອງການອະທິບາຍບາງຢ່າງທີ່ມຸສລິມທົ່ວໄປ ຈຳເປັນຕ້ອງຮັບຮູ້ກ່ຽວກັບສາສະນາອິສລາມ ຂ້າພະເຈົ້າໃຫ້ຊື່ວ່າ: ບົດຮຽນສຳຄັນສຳຫຼັບປະຊາຊົນທົ່ວໄປ

ຂ້າພະເຈົ້າຂໍຕໍ່ເອກອົງອັລລໍຫ໌ຕະອາລາ ຊົງໂປດໃຫ້ບັນດາມຸສລິມທົ່ວໄປໄດ້ຮັບປະໂຫຍດຈາກໜັງສືເລັ່ມນີ້ ແລະ ໂປດຊົງຮັບຜົນງານເລັ່ມນີ້ຈາກຂ້າພະເຈົ້າດ້ວຍທອນ ແທ້ພຣະອົງຊົງເປັນຜູ້ຊົງເມດຕາທີ່ດີເລິດ.

ອັບດຸລອະຊິຊ ບິນ ອັບດຸລລໍຫ໌ ບິນ ບາຊ ບົດຮຽນສຳຄັນສຳຫຼັບປະຊາຊົນທົ່ວໄປ1

ບົດຮຽນທີ່ ໜຶ່ງ : ສຸເຣາະຫ໌ອັລ-ຟາຕີຫະຫ໌ ແລະ ສຸເຣາະຫ໌ສັ້ນໆ

ມຸສະລິມຈຳເປັນຕ້ອງສຶກສາຮຽນຮູ້ຊູເຣາະຫ໌ ອັລຟາຕິຫະຮ໌ ແລະບົດຊູເຣາະສັ້ນໆ ເຊິ່ງເຂົາພໍຈະມີຄວາມສາມາດອ່ານແລະທ່ອງຈຳໄດ້ຢ່າງຖືກຕ້ອງເຊັ່ນ: ຊູເຣາະຫ໌ ອັລ- ຊັລຊະລະຫ໌ ຮອດ ຊູເຣາະຫ໌ ອັລ-ນາສ ແລະຈຳເປັນຕ້ອງມີຄວາມເຂົ້າໃຈຄວາມໝາຍຂອງມັນ.

ບົດຮຽນທີ່ສອງ : ຫຼັກການອິສລາມ

ການອະທິບາຍຄວາມໝາຍຂອງຫຼັກການອິສລາມ

5 ປະການ ແລະ ຂໍ້ທຳອິດເປັນຂໍ້ທີ່ສຳຄັນທີ່ສຸດຄື: "ອັຊ ຊະຮາດະຮ໌" ລາອີລາຮະ ອິລລັລລໍຫ໌ ວະ ອັນນະ ມຸຮຳມັດ ຣໍຊູລລຸລລໍຫ໌ ຄືການປະຕິຍານຕົນວ່າບໍ່ມີພຣະເຈົ້າອື່ນໃດສົມຄວນແກ່ການເຄົາລົບພັກດີນອກຈາກອັລລໍຮ໌ ແລະມູຮຳຫມັດ ຄືສາດສະດາທູດຂອງພຣະອົງ ພ້ອມທັ້ງອະທິບາຍຄວາມຫມາຍ ກົດເກນຫຼືເງື່ອນໄຂຂອງຄຳວ່າ "ລາອິລາຮະ ອິລລັລລໍຮ໌" ຄວາມໝາຍຂອງມັນຄື ບໍ່ມີພຣະເຈົ້າອື່ນໃດ ນັ້ນເປັນການປະຕິເສດສັບພະສິ່ງທັ້ງມວນທີ່ຖືກເຄົາລົບບູຊານອກຈາກອັລລໍຮ໌ "ອິລລັລລໍຮ໌" ນອກຈາກອັລລໍຮ໌ ຄືການຢືນຢັນທີ່ຈະເຄົາລົບພັກດີພຽງສະເພາະຕໍ່ອັລລໍຮ໌ເທົ່ານັ້ນໂດຍບໍ່ມີການຕັ້ງພາຄີໄດ້ໆຕໍ່ພະອົງ. ສຳຫລັບກົດເກນ ຫຼື ເງື່ອນໄຂຂອງ "ລາອິລາຮະ ອິລລັລລໍຮ໌" ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຮ໌ ຄືການປະຕິເສດຄວາມໂງ່ຈ້າເບົາປັນຍາ, ການເຊື່ອຫມັ້ນຈາກໃຈຈິ່ງທີ່ປະຕິເສດການສົງໄສຄ້າງຄ່າໃຈ, ຄວາມບໍລິສຸດໃຈໂດຍປະຕິເສດການຕັ້ງພາຄີທີ່ແອບແຝງ, ການມີສັດຈະທີ່ປະຕິເສດຄວາມແປກປອມ, ມີຄວາມຮັກທີ່ປະຕິເສດການກຽດຊັງ, ປະຕິບັດຕາມຄວາມບັນຊາສັ່ງໃຊ້ເຊິ່ງປະຕິເສດການປະຖິ້ມ, ການຍອມຮັບທີ່ປະຕິເສດການຂົ່ມເຫັງ, ແລະການປະຕິເສດການເຄົາລົບພັກດີສິ່ງອື່ນນອກຈາກອັລລໍຮ໌ ເຊິ່ງຂ້າພະເຈົ້າໄດ້ຮວບຮ່ວມມັນໄວ້ໃນອົງການສອງບົດດັ່ງນີ້:

ອັນຄວາມຮູ້ ເຊື່ອມັ່ນຈາກຈິດໃຈ ແລະ ຄວາມບໍລິສຸດໃຈ ແລະ ຄວາມສັດຈິງຂອງທ່ານ ພ້ອມດ້ວຍຄວາມຮັກ ການຍອມຮັບ ແລະ ການປະຕິບັດຕາມຄຳບັນຊາໃຊ້ ແລະ ອັນທີ່ແປດທີ່ເພິ່ມຂຶ້ນມາຄືການປະຕິເສດພຣະເຈົ້າອື່ນນອກຈາກອັລລໍຫ໌

ພ້ອມທັ້ງໃຫ້ຄຳອະທິບາຍຂອງຄຳປະຕິນຍານວ່າ ມຸຮຳມັດຄືສາດສະດາທູດແຫ່ງອັລລໍຮ໌ ຕາມໂດຍຄວາມຫມາຍຂອງມັນ ຄືການເຊື່ອແລະຍອມຮັບໃນສິ່ງທີ່ທ່ານນຳມາບອກກ່າວ, ເຊື່ອແລະປະຕິບັດຕາມຄຳແນະນຳສັ່ງສອນຂອງທ່ານ, ອອກຫ່າງຈາກຂໍ້ຫ້າມ, ໃຫ້ຄຳຕັກເຕືອນແລະຫ້າມປາມ, ແລະບໍ່ຕ້ອງເຄົາລົບພັກດີຕໍ່ ອັລລໍຮ໌ ຍົກເວັ້ນຕາມຮູບແບບທີ່ພະອົງຊົງບັນຊາໃຊ້ ແລະທີ່ທ່ານສາດສະດາທູດມຸຮຳມັດ ນຳມາບອກກ່າວໄວ້. ຈາກນັ້ນຈຳເປັນຕ້ອງແຈ້ງອະທິບາຍໃຫ້ຜູ້ສຶກສາໄດ້ຮັບຮູ້ເຖິງຫຼັກການອິສລາມຫ້າປະການຂໍ້ອື່ນໆ ເປັນຕົ້ນວ່າ ການລະຫມາດ, ການບໍລິຈາກຊະກຼາດ(ເສຍພາສີ), ການຖືສິ້ນອົດໃນເດືອນຣໍມາດອນ, ການໄປປະກອບພິທີຮັດຢູ່ເທດຊາອຸດີອາຣະເບຍ ສຳລັບຜູ້ທີ່ມີຄວາມສາມາດໃນການເດີນທາງ.

ບົດຮຽນທີ່ສາມ : ຫຼັກການສັດທາ

ຫຼັກການສັດທາປະກອບມີ 6 ປະການຄື: ສັດທາເຊື່ອໃນອັລລໍຮ໌, ສັດທາຕໍ່ບັນດາມາລະອີກາເທວະດາຂອງພຣະອົງ, ສັດທາເຊື່ອໃນບັນດາຄຳພີຂອງພຣະອົງ, ສັດທາຕໍ່ສາດສະດາທູດຂອງພຣະອົງ, ສັດທາເຊື່ອໃນມື້ສິ້ນໂລກ, ແລະສັດທາຕໍ່ກຳນົດພາວະທັ້ງຄວາມດີ ແລະ ຄວາມຊົ່ວວ່າລ້ວນມາຈາກພຣະອົງອັລລໍຮ໌.

ບົດຮຽນທີ່ ສີ່ : ປະເພດຂອງເຕົາຮີດ ແລະ ຊີຣິກ

ຄຳອະທິບາຍກ່ຽວກັບປະເພດຂອງເຕົາຮີດ ເຊິ່ງມີຢູ່ 3 ປະການດັ່ງນີ້:

1. ເຕົາຮີດ ອັລ-ຣຸບູບີຍະຮ໌

2. ເຕົາຮີດ ອັລ-ອຸລູຮີຍະຮ໌

3. ເຕົາຮີດ ອັລ- ອັສມາອ໌ວະອັສຊິຟຼາດ.

1- ເຕົາຮິດ ອັລ-ຣຸບູບີຍະຮ໌ ຄື: ການເຊື່ອສັດທາຫມັ່ນຄົງຕໍ່ພຣະອົງອັລລໍຮ໌ ຕະອາລາ ຜູ້ຊົງສ້າງສັບພະສິ່ງທັ້ງຫລາຍ, ຜູ້ຊົງບໍລິຫານຈັດການທັ້ງຫມົດ, ປາດສະຈາກຫຸ້ນສ່ວນໃດ ໆ ທັ້ງໝົດໃນນີ້.

2- ເຕົາຮີດ ອັລ-ອຸລູຮີຍະຮ໌ ຄື: ການເຊື່ອສັດທາຕໍ່ພຣະອົງອັລລໍຮ໌ ຕະອາລາ ວ່າພຣະອົງຄືພຣະເຈົ້າທີ່ສົມຄວນແກ່ການເຄົາລົບພັກດີຢ່າງແທ້ຈິ່ງໂດຍປະສະຈາກຫຸ້ນສ່ວນໃດ ໆ ເຊິ່ງມັນຄືຄວາມໝາຍຂອງຄຳວ່າ: ລາອີລາຮະ ອີລລັລລໍຮ໌ ໝາຍເຖິງບໍ່ມີພຣະເຈົ້າທີ່ສົມຄວນແກ່ການເຄົາລົບພັກດີຢ່າງແທ້ຈິ່ງນອກຈາກ ອັລລໍຮ໌ອົງດຽວເທົ່ານັ້ນ, ດ້ວຍເຫດນີ້ຮູບແບບຂອງການອີບາດະຮ໌ ຫຼືການເຄົາລົບພັກດີທຸກຊະນິດບໍ່ວ່າຈະເປັນການ ລະຫມາດ, ການຖືສິ້ນອົດ ອື່ນ ໆ ລ້ວນແລ້ວຕ້ອງເຮັດດ້ວຍຄວາມບໍລິສຸດໃຈສະເພາະເພື່ອ ອັລລໍຮ໌ ອົງດຽວເທົ່ານັ້ນ ແລະບໍ່ອະນຸຍາດໃຫ້ປະຕິບັດເພື່ອຜູ້ໃດອື່ນນອນຈາກ ອັລລໍຮ໌.

3- ສ່ວນເຕົາຮີດ ອັລ-ອັສມາອ໌ວະອັສຊິຟຼາດ ຄື : ການເຊື່ອສັດທາຕໍ່ຫຼັກຖານຢືນຢັນທີ່ປະກົດໃນພຣະມະຫາຄຳພີອັລກຸຣອານ ຫຼື ຮະດິຊກ່ຽວກັບພຣະນາມ ແລະ ຄຸນລັກສະນະຂອງພຣະອົງ ດ້ວຍການຍຶດຫມັ່ນຄົງເພື່ອອັລລໍຮ໌ອົງດຽວ ໃນລັກສະນະທີ່ເໝາະສົມກັບພຣະອົງທີ່ສຸດໂດຍປາສະຈາກການ ຕະຣີຟ, ຕະດີລ, ຕັກຢີຟ, ຫຼື ຕຳຊິລ ໃດໆ

(ຕະຣີຟ ຄື ການປ່ຽນແປງດັດແປງຄວາມຫມາຍຂອງບົດນັ້ນ ລະເລຍທີ່ຈະພະຍາຍາມເຮັດຄວາມເຂົ້າໃຈ ຫຼື ເຂົ້າໃຈຄວາມໝາຍທີ່ແທ້ຈິ່ງ, ຕະດີດຮ໌ ຄື: ການບໍ່ສົນໃຈທີ່ຈະເຂົ້າໃຈຕົວບົດ ຄວາມຫມາຍການປະຕິເສດໃນມີລັກສະນະຂອງອັລລໍຮ໌ , ຕັກຢີຟ ຄື: ການສັດທາວ່າລັກສະນະ ແລະ ສະຖານະພາບຂອງອັລລໍຮ໌ ເປັນແບບນັ້ນແບບນີ້ ຫຼື ຕັ້ງຄຳຖາມຊັກຊວນກ່ຽວກັບສະຖານະພາບດັ່ງກ່າວຂອງພຣະອົງອັລລໍຮ໌ ແລະ ສ່ວນ ຕຳຊີລ ຄື: ການເຊື່ອວ່າຄຸນລັກສະນະຂອງອັລລໍຮ໌ ນັ້ນປຽບດັ່ງສິ່ງທີ່ຖືກສ້າງຂອງພຣະອົງ - ຜູ້ແປ) ຕາມພຣະບັນຊາຂອງພຣະອົງທີ່ວ່າ :

﴿قُلۡ هُوَ ٱللَّهُ أَحَدٌ 1 ٱللَّهُ ٱلصَّمَدُ 2 لَمۡ يَلِدۡ وَلَمۡ يُولَدۡ 3 وَلَمۡ يَكُن لَّهُۥ كُفُوًا أَحَدُۢ4﴾

“ຈົ່ງກ່າວເຖິດ ມຸຮຳມັດ ພຣະອົງ ຄືອັລລໍຫ໌ຜູ້ຊົງເອກະໜຶ່ງດຽວ (1),ອັລລໍຫ໌ນັ້ນຊົງເປັນທີ່ພຶ່ງ(2), ອັລລໍຮ໌ບໍ່ໄດ້ເກີດ ແລະ ບໍ່ໄດ້ຖືກເກີດ(3), ແລະບໍ່ມີຜູ້ໃດຄືກັນກັບພຣະອົງ(4)”. (ສູເຣາະຫ໌ອັລ-ອິກລາສ :1-4) ແລະ ດຳລັດຂອງພຣະອົງທີ່ວ່າ :

﴿...لَيۡسَ كَمِثۡلِهِۦ شَيۡءٞۖ وَهُوَ ٱلسَّمِيعُ ٱلۡبَصِيرُ﴾

ຄວາມວ່າ : “ບໍ່ມີສິ່ງໃດສະເຫມີເຫມືອນພຣະອົງ ແລະ ພຣະອົງເປັນຜູ້ຊົງໄດ້ຍິນ ຜູ້ຊົງເຫັນ” (ສູເຣາະຫ໌ອັລ-ຊູຣໍ ອາຍະຫ໌ 11) ນັກປາດອິສລາມບາງທ່ານໄດ້ແບ່ງເຕົາຮີດປະເພດນີ້ອອກເປັນສອງຊະນິດ ໂດຍໄດ້ຮ່ວມເຕົາຮີດອັລ-ອັສມາອວະອັສຊີຟຼາດ ໂດຍບໍ່ມີຄວາມຂັດແຍງໃດ ໆ ໃນເລື່ອງດັ່ງກ່າວນີ້ເພາະຈຸດປະສົງສອງປະເພດນີ້ເປັນທີ່ເຂົ້າໃຈຢ່າງແຈ່ມແຈ້ງປາສະຈາກຂໍ້ສົງໄສແລະບໍ່ຈະແຈ້ງໃດໆທັ້ງຫມົດ.

ສຳຫລັບປະເພດຂອງຊິຣິກ ການຕັ້ງພາຄີຕໍ່ອັລລໍຮ໌ມີຢູ່ 3 ປະເພດເຊັ່ນດຽວກັນຄື :

1. ຊິຣິກ ອັກບັຣ ການຕັ້ງພາຄີໃຫຍ່ (ການສ້າງຕັ້ງພັນທະມິດທີ່ຍິ່ງໃຫຍ່)

2. ຊິຣິກ ອັສກຼອດ - ການຕັ້ງພາຄີຍ່ອຍ

3. ຊິຣິກ ເຄາະຟີ - ການຕັ້ງພາຄີແບບເຊື້ອງໄວ້.

ຊິຣິກ-ອັກບັຣ ຄື: ການຕັ້ງພາຄີທີ່ໃຫ້ການງານເປັນການກຸສົນ,ສູນເສຍບໍ່ມີຜົນປະໂຫຍດ ແລະຈຳເປັນຕ້ອງຕົກຢູ່ໃນນາລົກຊົ່ວນິລັນດອນ ສຳຫລັບຜູ້ທີ່ເສຍຊີວິດໃນສະພາບແບບນີ້ ດັ່ງຄຳທີ່ພຣະອົງໄດ້ກ່າວໄວ້ວ່າ:

﴿...وَلَوۡ أَشۡرَكُواْ لَحَبِطَ عَنۡهُم مَّا كَانُواْ يَعۡمَلُونَ88﴾

ຄວາມໝາຍວ່າ : “ແລະ ຖ້າຫາກພວກເຂົາໄດ້ຕັ້ງພາຄີຂື້ນ ແນ່ນອນສິ່ງທີ່ພວກເຂົາໄດ້ກະທຳກັນ ກໍ່ຈະສູນເສຍໄປຈາກພວກເຂົາ” (ອັລ- ອັນອາມ : 88) ພຣະອົງຍັງໄດ້ກ່າວເພິ່ມຕື່ມໄວ້ອີກວ່າ:

﴿مَا كَانَ لِلۡمُشۡرِكِينَ أَن يَعۡمُرُواْ مَسَٰجِدَ ٱللَّهِ شَٰهِدِينَ عَلَىٰٓ أَنفُسِهِم بِٱلۡكُفۡرِۚ أُوْلَٰٓئِكَ حَبِطَتۡ أَعۡمَٰلُهُمۡ وَفِي ٱلنَّارِ هُمۡ خَٰلِدُونَ17﴾

ຄວາມໝາຍວ່າ : “ບໍ່ບັງຄວນແກ່ບັນດາມຸຊຣີກີນທີ່ຈະບູລະນະ ບັນດາມັສຍິດຂອງອັລລໍຫ໌ໃນຖານະທີ່ພວກເຂົາ ໄດ້ຍືນຍັນແກ່ຕົວຂອງພວກເຂົາເອງແລັວເຊິ່ງການປະຕິເສດສັດທາ ຊົນເຫລົ່ານີ້ແຫລະ ທີ່ບັນດາການງານຂອງພວກເຂົາຈະໄຮ້ຜົນ ແລະ ໃນນະລົກນັ້ນ ພວກເຂົາຈະຢູ່ຕະລອດການ”. (ອັລ-ເຕົາບະຮ໌ : 17), ຜູ້ໃດຕາຍໃນສະພາບເຊັ່ນນີ້ ເຂົາຜູ້ນັ້ນຈະບໍ່ໄດ້ຮັບການອະໄພໂທດ ເຂົາຈະບໍ່ໄດ້ເຂົ້າສະຫວັນ ດັ່ງຄຳພຣະອົງໄດ້ກ່າວໄວ້ວ່າ :

﴿إِنَّ ٱللَّهَ لَا يَغۡفِرُ أَن يُشۡرَكَ بِهِۦ وَيَغۡفِرُ مَا دُونَ ذَٰلِكَ لِمَن يَشَآءُ...﴾

ຄວາມໝາຍວ່າ: “ແທ້ຈິ່ງ ອັລລໍຮ໌ ບໍ່ຊົງໃຫ້ອະໄພໃຫ້ກັບຜູ້ທີ່ຕັ້ງພາຄີຕໍ່ພຣະອົງ ແລະ ພຣະອົງຈະໃຫ້ອະໄພແກ່ຜູ້ທີ່ພຣະອົງພໍໃຈ” [ສູເຣາະຫ໌ ນິຊາ: 48] ພຣະອົງຍັງໄດ້ກ່າວເພິ່ມຕື່ມໄວ້ອີກວ່າ:

﴿…إِنَّهُۥ مَن يُشۡرِكۡ بِٱللَّهِ فَقَدۡ حَرَّمَ ٱللَّهُ عَلَيۡهِ ٱلۡجَنَّةَ وَمَأۡوَىٰهُ ٱلنَّارُۖ وَمَا لِلظَّٰلِمِينَ مِنۡ أَنصَارٖ72﴾

ຄວາມວ່າ: “ແທ້ຈິງຜູ້ໃດໃຫ້ມີການພາຄີຂຶ້ນແກ່ອັລລໍຫ໌ ແນ່ນອນ ອັລລໍຫ໌ຈະຊົງໃຫ້ສະຫວັນເປັນທີ່ຕ້ອງຫ້າມແກ່ເຂົາ ແລະ ທີ່ພຳນັກຂອງເຂົານັ້ນ ຄືນະລົກ ແລະ ສຳຫຼັບບັນດາຜູ້ອະທຳນັ້ນຍ່ອມບໍ່ມີຜູ້ຊ່ວຍເຫຼືອໃດໆ”. (ອັລ- ມາອິດະຮ໌ : 72).

ສ່ວນຫນຶ່ງຂອງຊິຣິກ ອັກບັຣ ຄື ການຂໍຄວາມຊ່ວຍເຫລືອຈາກຄົນຕາຍ, ຮູບປັ້ນ, ການສາບານ, ການຂ້າສັດເພື່ອຖະວາຍຕໍ່ສິ່ງເຫຼົ່ານັ້ນເປັນຕົ້ນ.

ສ່ວນຊິຣິກ ອັສກໍຣ (ຊິຣິກນ້ອຍ) ຫຼື ການຕັ້ງພາຄີຍ່ອຍ ເຊິ່ງມີຫຼັກຖານປະກົດຢືນຢັນຈາກຕົວຍົດຄຳພີອັລກຸຣອານແລະຊຸນນະ(ແບບຢ່າງ) ເຊິ່ງໄດ້ມີຊື່ວ່າ “ຊິຣິກ” ເຊັ່ນດຽວກັນ ແຕ່ມັນບໍ່ແມ່ນຊະນິດຂອງ ຊິຣິກອັກບັຣ ເຊັ່ນ : ການໂອ້ອວດໃນການເຮັດຢ່າງໃດຢ່າງຫນື່ງ, ການສາບານດ້ວຍນາມອື່ນນອກຈາກອັລລໍຮ໌, ຄຳກ່າວທີ່ວ່າ“ຫາກອັລລໍຮ໌ປາດຖະນາ ແລະ ຄົນນັ້ນຄົນນີ້ຕ້ອງການ” ເປັນຕົ້ນ ດັ່ງຄຳກ່າວຂອງທ່ານນາບີມຸຮຳມັດ ໄດ້ກ່າວວ່າ:

"أَخْوَفُ مَا أَخَافُ عَلَيْكُمُ الشِّرْكُ الْأَصْغَرُ". فَسُئِلَ عَنْهُ، فَقَالَ: "الرِّيَاءُ" 

“ສິ່ງທີ່ຂ້ອຍຢ້ານທີ່ສຸດສຳຫລັບພວກເຈົ້າຄື ຊິຣິກ -ອັສກໍຣ (ການຕັ້ງພາຄີນ້ອຍ)”2 ລາຍງານໂດຍທ່ານອິມາມອະຫ໌ມັດ, ອັດ-ເຕາະບະຣໍນີ, ອັລ-ໄບຮາກີ ຈາກມະຫ໌ມູດ ອັລ-ລະບີດ, ອັລ-ອັນສໍຣີໂດຍສາຍສືບທີ່ດີ ແລະລາຍງານໂດຍອັດ-ເຕາະບະຣໍນີໂດຍສາຍສືບທີ່ດີເຊັ່ນກັນ ຈາກມະຫ໌ມູດ ບິນ ລະບີດ ຈາກຣໍຟີ ບິນ ເຄາະດີຈ ຈາກທ່ານນາບີມຸຮຳມັດ.

ທ່ານນະບີມຸຮຳມັດ ໄດ້ກ່າວວ່າ:

"مَنْ حَلَفَ بِشَيْءٍ دُونَ اللَّهِ فَقَدْ أَشْرَكَ"

“ຜູ້ໃດໄດ້ສາບານຕໍ່ສິ່ງຫນຶ່ງສິ່ງໃດ ດ້ວຍນາມອື່ນນອກຈາກອັລລໍຮ໌ ເຂົາຜູ້ນັ້ນໄດ້ເຮັດການ ຊິຣິກ ແລ້ວ”3 ລາຍງານໂດຍອິມາມອະຫ໌ມັດ ດ້ວຍສາຍລາຍງານທີ່ມີຄວາມຫນ້າເຊື່ອຖືສູງ, ຈາກທ່ານອຸມັຣ ບິນ ອັລ-ຄັອດຕັອບ ເຣາະດີຍັລລໍຮູອັນຮູ ແລະ ລາຍງານໂດຍ ອາບູ ດາວູດ, ອັດ-ຕິຣມີຊີ ດ້ວຍສາຍລາຍ

ງານທີ່ມີຄວາມຫນ້າເຊື່ອຖືສູງຈາກບົດລາຍງານ ຮະດິດອິບນຸ ອຸມັຣ ເຣາະດີຍັລລໍຮຸອັນຮູ ມາຈາກທ່ານນະບີມຸຮຳມັດ ໄດ້ກ່າວວ່າ:

"مَن حَلَفَ بِغَيْرِ اللهِ فَقَدْ كَفَرَ أَوْ أَشْرَكَ" 

“ຜູ້ໃດກໍຕາມທີ່ໄດ້ສາບານດ້ວຍນາມອື່ນນອກຈາກອັລລໍຮ໌ ເຂົາຜູ້ນັ້ນໄດ້ຕົກເປັນຜູ້ປະຕິເສດສັດທາແລ້ວ ຫຼື ໄດ້ຕັ້ງພາຄີຕໍ່ພຣະອົງອັລລໍຮ໌ແລ້ວ”4 ແລະຄຳກ່າວຂອງທ່ານນະບີມຸຮຳມັດ ອີກວ່າ:

"لا تَقُولُوا: ما شَاءَ اللهُ وَشَاءَ فُلانٌ، وَلَكِنْ قُولُوا: ما شَاءَ اللهُ ثُمَّ شَاءَ فُلانٌ"

“ພວກເຈົ້າຈົ່ງຢ່າກ່າວຊື່ອັລລໍຮ໌ຄູ່ກັບຊື່ຜູ້ອື່ນວ່າ : ນີ້ຄືສິ່ງທີ່ອັລລໍຮ໌ ແລະ ຄົນ ໆ ນັ້ນຕ້ອງການໃຫ້ເກີດ, ແຕ່ຈົ່ງເວົ້າວ່າ: ນີ້ຄືສິ່ງທີ່ອັລລໍຮ໌ປະສົງໃຫ້ເກີດ ແລ້ວຄົນຄົນນັ້ນກໍ່ຕ້ອງການໃຫ້ເກີດເຊັ່ນດຽວກັນ”5 ບັນທຶກໂດຍ ອາບູດາວູດ ດ້ວຍສາຍລາຍງານທີ່ຫນ້ານັບຖື ແລະ ເຊື່ອຖືໄດ້ ຈາກທ່ານຮຸໄຊຟະ ບິນ ອັລ ຍະມານ ເຣາະດີຍັລລໍຮຸອັນຮູ.

ຊິຣິກ ຊະນິດນີ້ ບໍ່ເຮັດໃຫ້ຕົກສາສະໜາ ແລະບໍ່ເຮັດໃຫ້ຕ້ອງຕົກນາລົກຊົ່ວນິລັນດອນ ແຕ່ວ່າມັນເປັນການສະແດງເຖິງການຂັດແຍ້ງຫຼືການປະຕິເສດຕໍ່ຄວາມສົມບູນແບບຂອງຫຼັກການເຕົາຮີດທີ່ຖືກຕ້ອງ.

ສ່ວນປະເພດທີ່ ສາມ ຄື ຊິຣິກ ຄໍຟີ ຫຼື ການຕັ້ງພາຄີແບບເຊື່ອງໄວ້ໃນຈິດໃຈ ຫຼັກຖານຈາກຄຳກ່າວຂອງທ່ານນະບີ- ຊັລລັລລໍຮຸ ອະໄລຮິ ວະສັລລຳ- ວ່າ:

"أَلَا أُخْبِرُكُمْ بِمَا هُوَ أَخْوَفُ عَلَيْكُمْ عِندِي مِنَ الْمَسِيحِ الدَّجَّالِ؟" قَالُوا: بَلَى يَا رَسُولَ الله، قَالَ: "الشِّرْكُ الخَفِيُّ، يَقُومُ الرَّجُلُ فَيُصَلِّي، فَيُزَيِّنُ صَلَاتَهُ لِمَا يَرَى مِنْ نَظَرِ الرَّجُلِ إِلَيْهِ."

“ຂ້ອຍຈະບອກພວກທ່ານເຖິງສິ່ງໜຶ່ງທີ່ຂ້ອຍຢ້ານຍິ່ງກວ່າ ອັດ-ດັນຍາລ ອີກ ເອົາບໍ່? ພວກເຂົາເຫຼົ່ານັ້ນກ່າວຕອບວ່າໄດ້ ທ່ານຣໍຊູລລຸລລໍຮ໌ ທ່ານຈຶ່ງກ່າວຕໍ່ໄປວ່າມັນຄືຊິຣິກ ຄໍຟີ ເຊັ່ນ: ແບບຢ່າງທີ່ຊາຍຄົນໜຶ່ງທີ່ຢືນຂຶ້ນລະຫມາດຢ່າງງົດງາມ ເພື່ອໃຫ້ຜູ້ຄົນສົນໃຈແນມເບິ່ງມາທາງເຂົາ”6 ລາຍງານໂດຍ ອິມາມ ອະຫ໌ມັດໃນຕຳລາບັນທຶກຫາດິຊ ຈາກທ່ານ ອາບູ ສະອີດ ອັລ-ຄຸດຣີ ເຣາະດີຍັລລໍຮຸອັນຮູ .

ແລະ ອານຸຍາດໃຫ້ແບ່ງຊິຣິກ ຫຼື ການຕັ້ງພາຄີຕໍ່ອັລລໍຮ໌ ອອກເປັນສອງປະເພດເທົ່ານັ້ນ ຄື:

ຊິຣິກໃຫຍ່ ແລະ ຊິຣິກຍ່ອຍ (ນ້ອຍ) ສ່ວນຊິຣິກຄໍຟີ ນັ້ນມັນຄວບຄຸມຊິຣິກທັ້ງຊິຣິກໃຫຍ່ແລະນ້ອຍ. ໃນບ້າງເທື່ອຊິຣິກໃຫຍ່ ກໍເກີດຂຶ້ນແບບລີ້ລັບໄດ້ ເຊັ່ນ: ການຕັ້ງພາຄີຂອງບັນດາພວກຫນ້າຊື່ໃຈຄົດ, ຜູ້ຂີ່ຕົວະ, ເປັນຕົ້ນ ເພາະພວກເຂົາເຫຼົ່ານັ້ນໄດ້ພະຍາຍາມປິດບັງຫຼັກຄວາມເຊື່ອຖືທີ່ຫຼົງຜິດຂອງພວກເຂົາໂດຍໄດ້ສະແດງໃຫ້ເຫັນວ່າພວກເຂົາຍອມຮັບ ແລະ ປະຕິບັດຕາມອິສລາມຢ່າງໂອ້ອວດ ແລະ ຢ້ານວ່າອັນຕະລາຍຈະເກີດຂຶ້ນແກ່ພວກເຂົາ.

ແລະບາງເທື່ອ ຊິຣິກເຄາະຟີ ກໍ່ເກີດຂຶ້ນໄດ້ກັບ ຊິຣິກ ອັສຂັອດ ຫຼື ຊິຣິກຍ່ອຍ (ນ້ອຍ) ເຊິ່ງເກີດຂຶ້ນໃນກໍລະນີສະແດງຄວາມໂອ້ອວດເຊັ່ນ: ທີ່ມີປະກົດໃນຮາດິຊ ຫລັກຄວາມເຊື່ອທີ່ລາຍງານໂດຍທ່ານມະຫ໌ມູດ ບິນ ລະບີດ ອັລ-ອັນຊໍຣີ ທີ່ໄດ້ນຳກ່າວໄວ້ຂ້າງເທິງ ແລະ ເປັນຮາດິຊຂອງ ອາບູ ສະອີດ ອັລ-ຄຸດຣີ. ແທ້ຈິ່ງອັລລໍຮ໌ເປັນຜູ້ຊົງປະທານຄວາມສຳເລັດ.

ບົດຮຽນ ທີ່ ຫ້າ: ອັລ-ອິຫ໌ຊານ

ຄວາມໝາຍຂອງອີຫ໌ຊານ ຄື: “ການເຮັດຄວາມເຄົາລົບພັກດີຕໍ່ອັລລໍຮ໌ ປຽບຄືທ່ານໄດ້ເຫັນພຣະອົງ ແລະ ຫາກວ່າທ່ານບໍ່ເຫັນພຣະອົງ ແທ້ຈິງພຣະອົງກໍ່ເຫັນທ່ານ”.

ບົດຮຽນທີ່ຫົກ: ເງື່ອນໄຂຂອງການລະຫມາດ

ສຳຫລັບເງື່ອນໄຂຂອງການລະຫມາດມີ 9 ປະການດັ່ງນີ້:

1. ອັລ-ອິສລາມ (ເປັນຄົນທີ່ນັບຖືສາສະຫນາອິສລາມ).

2. ອັລ-ອັກ (ການມີສະຕິປັນຍາ).

3. ອັດ-ຕັມຍີດ (ເດັກນ້ອຍ ແລະ ຢູ່ໃນໄວທີ່ສາມາດແຍກແຍະໄດ້ແລ້ວ)

4. ຣ໊ອຟອຸລຫະດັດ (ການເຮັດຄວາມສະອາດ).

5. ອະຊາລະອັລນະຍາຊະ (ການຊຳລະລ້າງສິ່ງສົກກະປົກ).

6. ຊິດຣຸລ (ການປົກປິດອະໄວຍະວະທີ່ສະຫງວນຕາມທີ່ສາສະຫນາກຳຫນົດ).

7. ດຸຄູລ ອັລວັກຕຸ (ເຂົ້າເວລາທີ່ກຳໜົດ).

8. ອິສຕິກບາລ ອັລກິບລະຮ໌ (ການຫັ່ນຫນ້າສູ່ທິດຕະເວັນຕົກ).

9. ການນຽດ (ຕັ້ງເຈດຕະນາ).

ບົດຮຽນທີ່ເຈັດ: ຫຼັກການລະຫມາດ

ຫຼັກການຂອງການປະຕິບັດລະຫມາດມີ 14 ປະການດັ່ງນີ້:

1 . ການຢືນ ຫາກມີຄວາມສາມາດ.

2 . ການກ່າວ ອັລລໍຮ໌ ຮູອັກບັຣ.

3 . ການອ່ານອັລຟາຕີຫະຮ໌.

4 . ການໂຄ້ງຕົວ.

5 . ອິຕິດາລ (ການຢືນຕົວຕົງຫລັງຈາກໂຄ້ງຕົວ)

6 . ການກົມກາບ.

7 . ການເງີຍໜ້າຂຶ້ນຈາກການກົມກາບ.

8 . ການລຸກຂື້ນນັ່ງລະຫວ່າງກົມກາບ.

9. ການສະຫງົບນີ້ງໄລຍະຫນື່ງ ໃນທຸກໆທ່າ.

10. ຮຽງຕາມລຳດັບ.

11. ການກ່າວ ອັດຕະຮີຢາ ເທື່ອສຸດທ້າຍ.

12. ການນັ່ງກ່າວ ອັດຕະຮີຢາ ເທື່ອສຸດທ້າຍ.

13 .ການກ່າວສັນລະເຊີນຕໍ່ທ່ານນາບີ ຊໍລັລລໍຮ໌ຮຸ ອະໄລຮິ ວະສັລລັມ.

14 . ການໃຫ້ສະລາມທັ້ງສອງເທື່ອ.

ບົດຮຽນທີ່ແປດ : ຂໍ້ບັງຄັບຂອງການລະຫມາດ

ຂໍ້ບັງຄັບທີ່ຕ້ອງເຮັດໃນລະຫມາດມີ 8 ປະການດັ່ງນີ້:

1 . ການກ່າວ ອັລລໍຮ໌ຮູອັກບັຣ.

2. ການກ່າວຄຳວ່າ: “ສາມີອັລລໍຮູ ລິມັນຮາມິດະ” ບໍ່ວ່າຈະລະຫມາດຕາມ ຫຼື ຄົນດຽວ.

3. ການກ່າວຄຳວ່າ “ຣ໊ອບບະນາ ວະລາກັລຮັມ”

4. ການກ່າວຄຳວ່າ “ສຸບຫານະ ຣ໊ອບບີຢັລ ອະຊິມ” ໃນຂະນະໂຄ້ງຕົວ.

5. ການກ່າວຄຳວ່າ “ສຸບຫານະ ຣ໊ອບບີຢັລ ອະລາ” ໃນຂະນະກົມກາບ.

6. ການກ່າວຄຳວ່າ “ຣ໊ອບບີກ ຟິຣລີ” ໃນຂະນະນັ່ງລະຫວ່າງສອງກົມກາບ.

7. ການກ່າວອ່ານ ອັດຕະຮີຢາ ເທື່ອທຳອິດ.

8. ການນັ່ງເພື່ອອ່ານອັດຕະຮີຢາ ເທື່ອສຸດທ້າຍ.

ບົດຮຽນທີ່ເກົ້າ : ການອ່ານ ອັດຕະຮີຢາ

ການກ່າວອ່ານອັດຕະຮີຢາຄື ການກ່າວອ່ານຂໍ້ປະໂຫຍກດັ່ງນີ້:

ຄຳອ່ານ: ອັດຕະຮີຢາຕຸ ລິລລາຮິ , ວັສ ສໍລາວາຕຸ ວັສ ຕອຍຢີບາຕຸ, ອັສ ສະລາມຸ ອະໄລກາ ໄອຢູຮັລ ນະບີຍຸ ວະເຣາະມາຕຸລລໍຮິ ວະບະເຣາະກາຕຸ, ອັສສະລາມມຸ ອະໄລນາ ວະອະລາ ອິບາດີລລາຮິ ຊໍລີຮີນ ອັຊຮະດຸອັລລາ ອິລາຮະ ອິລລັລລໍຮ໌ , ວະອັຊຮະດຸ ອັນນະ ມຸຮຳມະດັນ ອັບດຸຮູ ວະເຣາະຊູລຸຮ໌.

ຄຳແປ: “ຄວາມເຄົາລົບ, ຄວາມພັກດີ ແລະຄຸນນະທຳສິລະທັມທັ້ງຫລາຍ ເປັນສິດຂອງອັລລໍຮ໌ (ຫຼືຄວາມພັກດີ ຄືການເຮັດຄວາມດີທາງຄຳເວົ້າ ທາງກິລິຍາມາລະຍາດ ແລະທາງຊັບສິນທັ້ງຫລາຍເປັນສິດທິຂອງອັລລໍຮ໌ທັ້ງຫມົດ) ຂໍຄວາມສັນຕິສຸກ ຄວາມເມດຕາແຫ່ງອັລລໍຮ໌ ແລະຄວາມຈະເລີນແຫ່ງພຣະອົງຈົງມີແດ່ທ່ານ ໂອ້ທ່ານນາບີ ຂໍຄວາມສັນຕິສຸກຈົ່ງມີແກ່ພວກເຮົາ ແລະແກ່ບັນດາບ່າວຜູ້ທີ່ມີຄຸນນະທຳແຫ່ງອັລລໍຮ໌, ຂ້ອຍຂໍປະຕິຍານຕົນວ່າບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຮ໌ ແລະ ມຸຮຳມັດນັ້ນ ເປັນບ່າວແລະສາດສະດາທູດຂອງພຣະອົງ”.

ຫລັງຈາກນັ້ນກ່າວສັນລະເສີນທ່ານນະບີ ຊໍລລັລລໍຮ໌ຮຸ ອະໄລຮິ ວະສັລລັມ ດັ່ງນີ້: ຄຳອ່ານ: ອັລລໍຮ໌ຮຸມມາ ສໍລລີ ອະລາ ມຸຮຳມັດ ວະອາລາ ອາລີ ມຸຮຳມັດ ກະມາສໍລໄລຕະ ອະລາ ອິບຣໍຮີມ ວະ ອະລາ ອາລີ ອິບຣໍຮີມ ອິນນະກະ ຮະມິດ ດຸມ ມະຈີດ, ວະບາຣິກ ອະລາ ມຸຮຳມັດ ວະອະລາ ອາລີ ມຸຮຳມັດ ກະມາ ບາຣ໊ອກຕະ ອະລາ ອິບຣໍຮີມ ວະອະລາ ອາລີ ອິບຣໍຮີບ ອິນນະກະ ຮະມີດຸນ ມະຢີດ.

ຄຳແປ: ໂອ້ ອັລລໍຮ໌ ໄດ້ໂປຼດເມດຕາ (ຫຼື ສັນລະເສີນຍົກຍ້ອງ) ມຸຮຳມັດ ແລະ ບໍລິວານຕະກູນຂອງມຸຮຳມັດ ຄືດັ່ງທີ່ໃຫ້ການສັນລະເສີນແກ່ ອິບຣໍຮີມ ແລະ ຄອບຄົວຂອງອິບຣໍຮີມ,

ໂອ້ ອັລລໍຮ໌ ຂໍພຣະອົງໄດ້ໃຫ້ເພິ່ມຄວາມຈະເລີນໃຫ້ແກ່ມຸຮຳມັດ ແລະ ບໍລິວານຕະກູນຂອງມຸຮຳມັດ ຄືດັ່ງທີ່ໃຫ້ຄວາມຈະເລີນໃຫ້ແກ່ອິບຣໍຮີມ ແລະ ຄອບຄົວຂອງອິບຣໍຮີມ ແທ້ຈິງພຣະອົງເປັນພຣະເຈົ້າທີ່ຄູ່ຄວນການສັນລະເສີນໃຫ້ກຽດ.

ຕໍ່ຈາກນັ້ນ ໃຫ້ຂໍຄວາມຄຸ້ມຄອງຈາກອັລລໍຮ໌ ໃນລະຫວ່າງອັດຕະຮີຢາ ຕອນສຸດທ້າຍ, ຂໍໃຫ້ຫຼຸດພົ້ນຈາກການທໍລະມານໃນນາລົກ, ການທໍລະມານໃນລຸມຝັງສົບ, ການທີ່ທົດສອບ ຫຼື ສິ່ງບໍ່ດີມີການໃຊ້ຊີວິດ ແລະ ການຕາຍ ແລະ ໃຫ້ຫຼຸດພົ້ນຈາກການທົດສອບ ຫຼື ສິ່ງບໍ່ດີຂອງດັດຢານ ແລ້ວໃຫ້ເລືອກອ່ານດູອາທີ່ດີຕາມທີ່ປາດຖະນາໂດຍສະເພາະດູອາທີ່ມີແບບສະບັບຈາກທ່ານນາບີ ຊໍລລັລລໍຮ໌ຮຸອະໄລຮິວະສັລລັມ ເຊັ່ນ:

ຄຳອ່ານ: ອັລລໍຮ໌ຮຸມມາ ອະອິນນີ ອະຣາ ຊິກຣິກະ ວະຊຸກຣິກະ ວະ ຫຸສນິ ອິບາດະຕິກ, ອັລລໍຮ໌ຮຸມະ ອິນນີ ຊໍລັມຕຸ ນັຊຊີ ຊຸລມັນ ກະຊີຣໍ ວະ ລາຍັກຟິຣຸຊ ຊູນູບະ ອິລລາ ອັນຕະ ຟັກຟິຣລີ ມັກຟິເຣາະຕັນ ມິນ ອິນດິກ, ວັຣຫັມນີ ອິນນະກະ ອັນຕັລ ກໍຟູຣຸຣ ເຣາະຮີມ.

ຄຳແປ: ໂອ້ອັລລໍຮ໌ ຂໍພຣະອົງໄດ້ໂປຼດຊ່ວຍໃຫ້ ຂ້າພະເຈົາໄດ້ມີການລະນຶກຄິດເຖິງພຣະອົງ ຂອບໃຈຕໍ່ພຣະອົງ ແລະ ຄວາມງົດງາມໃນການພັກດີຕໍ່ພຣະອົງ ໂອ້ ອັລລໍຮ໌ ແທ້ຈິງແລ້ວ ຂ້ອຍ (ບ່າວ) ໄດ້ເຮັດຄວາມບໍ່ເປັນທັມ ໃຫ້ແກ່ຕົວເອງຢ່າງຫລວງຫລາຍ ແລະ ບໍ່ມີໃຜສາມາດໃຫ້ອະໄພໄດ້ນອກຈາກພຣະອົງອັລລໍຮ໌ ດັ່ງນັ້ນຂໍໄດ້ໂປດອະໄພໃຫ້ແກ່ບ່າວໂດຍການໃຫ້ອະໄພໂທດຈາກພຣະອົງ ແລະ ໄດ້ໂປດເມດຕາຕໍ່ບ່າວດ້ວຍ ແນ່ນອນວ່າພຣະອົງເປັນຜູ້ໃຫ້ອະໄພທີ່ສຸດ ຜູ້ທີ່ມີຄວາມເມດຕາທີ່ສຸດ .

ສຳຫລັບໃນອັດຕະຮີຢາຕອນທຳອິດນັ້ນ ຫລັງຈາກກ່າວຄຳ ປະຕິຍານຕົນ ຫຼື ຄຳກ່າວ ຊະຮາດະຫ໌ ນັ້ນແລ້ວໃຫ້ລຸກຂື້ນຢື່ນເພື່ອລະຫມາດ ຣ໊ອກອະທີ່ສາມຕໍ່ ໃນເວລາ ລະຫມາດຊຸຫ໌ຣີ, ລະຫມາດອັສຣີ, ລະຫມາດມັກກະຣິບ, ແລະ ລະຫມາດອີຊາ

ແລະ ຫາກທ່ານຈະກ່າວສັນລະເສີນໃຫ້ແກ່ທ່ານນາບີ ຊໍລລັລລໍຮ໌ຮຸ ອະໄລຮິ ວະສັລລັມ ຫລັງອັດຕະຮີຢາທຳອິດກໍ່ເປັນການດີກວ່າ ເນື່ອງຈາກມີຫຼັກຖານຢືນຢັນຈາກຮະດີດທົ່ວໄປກ່ຽວກັບເລື່ອງນີ້ ຈາກນັ້ນທ່ານກໍລຸກຂື້ນຢື່ນລະຫມາດຣ໊ອກອະຫ໌ທີ່ສາມຕໍ່ໄປ.

ບົດຮຽນທີສິບ : ແບບຢ່າງຂອງການລະຫມາດ (ຊຸນນະຂອງການລະຫມາດ).

ແບບຢ່າງຂອງການລະຫມາດມີດັ່ງນີ້:

1. ການກ່າວດູອາ ອັລ-ອິຟຕິຕະຫ໌. (ເປິດການລະຫມາດ)

2. ວາງມືຂວາທັບມືຊາຍຢູ່ເທິງກາງເອິກໃນຂະນະຢູ່ທ່າຢືນ ກ່ອນ ແລະ ຫລັງໂຄ້ງຕົວ.

3. ຍົກມືທັ້ງສອງ ໂດຍແບຝ່າມື ແລະ ໃຫ້ນິ້ວມືຕິດກັນ ຍົກໃຫ້ສູງລະດັບບ່າໄຫຼ່ ຫຼື ໃບຫູທັງສອງເບື້ອງໃນຂະນະຕັກບີຣ ເທື່ອທຳອິດ ຂະນະຕັກບີຣຈະໂຄ້ງຕົວ ແລະ ຕອນເງີຍຫນ້າຂື້ນຈາກການໂຄ້ງຕົວ ແລະ ໃນຕອນຕັກບີຣເພື່ອຢືນຂື້ນຈາກອັດຕະຮີຢາເທື່ອທຳອິດເພື່ອລະຫມາດຕໍ່ໄນຣ໊ອກອັດທີ່ສາມ.

4. ກ່າວດູອາໃຫ້ຫລາຍກວ່າຫນື່ງເທື່ອໃນລະຫວ່າງໂຄ້ງຕົວ (ມືຈັບຫົວເຄົ່າ) ແລະ ຕອນກົມກາບ.

5. ກ່າວດູອາອື່ນນອກຈາກຄຳວ່າ “ຣ໊ອບບະນາ ລະກັລ ຮັມດຸ” ຫລັງຈາກທີ່ຢືນຂື້ນຈາກການໂຄ້ງຕົວ ແລະການຂໍດູອາອະໄພໂທດຫລາຍກວ່າຫນື່ງເທື່ອໃນຂະນະນຫ່ງລະຫວ່າງກົມກາບ (ສຸຍູດ) ທັ້ງສອງ.

6. ເຮັດໃຫ້ຫົວ(ສີສະ)ສະເຫມີກັບຫລັງໃນຕອນໂຄ້ງຕົວ.

7. ການເຮັດໃຫ້ຕົ້ນແຂນທັ້ງສອງອອກຫ່າງຈາກສີຂ້າງ ແລະ ແລະໃຫ້ໜ້າທ້ອງຫ່າງອອກຈາກຂາອ່ອນແລະແຍກຂາອ່ອນໃຫ້ຫ່າງຈາກໜ້າແຂ່ງໃນຕອນກົມກາບ.

8. ຍົກແຂນທັງສອງໃຫ້ເໜືອລະດັບພື້ນໃນຂະນະຕອນກົມກາບ.

9. ນັ່ງເທິງຕີນຊ້າຍ ແລະໃຫ້ຕີນຂວາຕັ້ງຢັນພື້ນໃນຂະນະຕອນທີ່ນັ່ງ ອັດຕະຮີຢາທຳອິດ ແລະໃນຂະນະນັ່ງລະຫວ່າງສອງທີ່ກົມກາບ.

10. ນັ່ງພັບຂາທັງສອງເບື້ອງໄປໃນທາງດຽວກັນ (ພັບພຽບ) ໃນອັດຕະຮີຢາ ສຸດທ້າຍຂອງການລະຫມາດທີ່ມີສີ່ ແລະສາມຣ໊ອກອະ ຄືນັ່ງກົ້ນຕິດພື້ນໂດຍໃກ້ຕີນເບື້ອງຊ້າຍຢູ່ລຸ່ມຕີນຂວາ ປາຍຕີນເບື້ອງຂວາຢັນພື້ນໄວ້.

11. ຊີ້ດ້ວຍນິ້ວຊີ້ລະຫວ່າງອັດຕະຮີຢາທຳອິດ ແລະ ອັດຕະຮີຢາເທື່ອທີ່ສອງ ຕັ້ງແຕ່ເລີ່ມນັ່ງຈົນຈົບ ແລະໃຫ້ກະດິກນິ້ວຊີ້ໃນລະຫວ່າງການກ່າວຂໍດູອາ.

12. ກ່າວສໍລະວາດ ແກ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ແລະ ຄອບຄົວຂອງທ່ານ ແລະ ແກ່ນະບີອິບຣໍຮີມ ແລະ ຄອບຄົວຂອງທ່ານ ລະຫວ່າງອັດຕະຮີຢາທຳອິດ .

13. ການຂໍດູອາຫລັງອັດຕະຮີຢາ ສຸດທ້າຍ.

14. ການອ່ານອອກສຽງດັງໃນລະຫມາດ ສຸບຮີ ລະຫມາດຮ່ວມຫລາຍຄົນ, ລະຫມາດອີດ, ລະຫມາດຂໍຝົນ, ແລະໃນສອງຣ໊ອກອະທຳອິດຂອງລະຫມາດມັກກະຣິບ ແລະ ອີຊາ.

15. ການອ່ານສຽງເບົາ (ຄ່ອຍ) ໃນລະຫມາດຊຸຫ໌ຣີ, ລະຫມາດອັສຣີ, ສອງຣ໊ອກອະທີ່ສາມຂອງມັກກະຣີບ ແລະ ສອງຣ໊ອກອະສຸດທ້າຍຂອງລະຫມາດອີຊາ.

16. ອ່ານຊູເຣາະອື່ນນອກເຫນືອຈາກອັລຟາຕະຫະຮ໌, ພ້ອມໆກັບເອົາໃຈໃສ່ແບບຢ່າງອື່ນ ໆ ນອກຈາກທີ່ເຮົາໄດ້ກ່າວໄວ້ໃນການລະຫມາດ ເຊັ່ນ: ສ່ວນທີ່ເກີນໄປຈາກຄຳກ່າວວ່າ: ຣ໊ອບບະນາ ວະລະກັລຫັມດຸ ສຳຫລັບຜູ້ທີ່ເປັນອິມາມ (ຜູ້ນຳລະຫມາດ) ຫຼື ຄົນຕາມ (ມະມູມ) ຫຼືຜູ້ທີ່ລະຫມາດຄົນດຽວ ເມື່ອເງີຍຫນ້າຂື້ນຈາກການໂຄ້ງຕົວ ເພາະມັນເປັນແບບຢ່າງ ແລະ ເຊັ່ນດຽວກັນ ການວາງຝ່າມືໄວ້ເທິງຫົວເຂົ່າໂດຍກາງນິ້ວມືອອກໃນຂະນະຕອນໂຄ້ງຕົວ (ຣຸກົວະ).

ບົດຮຽນທີ່ ສິບເອັດ: ສິ່ງທີ່ເຮັດໃຫ້ລະຫມາດເສຍ

ການກະທຳທີ່ສົ່ງຜົນໃຫ້ການລະຫມາດເສຍມີ 8 ປະການ ດັ່ງນີ້:

1. ຕັ້ງໃຈເວົ້າ ໂດຍທີ່ເຂົາຮູ້ດີ ສ່ວນຜູ້ທີ່ລົງລືມຫຼືບໍ່ຮູ້ ການລະຫມາດຂອງເຂົາຖືວ່າໃຊ້ໄດ້.

2. ການຫົວ (ຫົວອອກສຽງດັງ).

3. ການກິນ.

4. ການດື່ມ.

5. ການເປີດເອົາເຣາະຫ໌ (ອະໄວຍະວະທີ່ຕ້ອງປົກປິດ ແລະສະຫງວນ).

6. ການຫັ່ນອອກຈາກທິດຂອງກິບລະຈົນເກີນໄປ.

7. ການຫລິ້ນ ຫຼື ເຄື່ອນໄຫວຫລາຍໆຕິດຕໍ່ກັນ.

8. ການເສຍນ້ຳລະຫມາດ.

ບົດຮຽນທີ່ ສິບສອງ : ເງື່ອນໄຂຂອງການອາບນ້ຳລະຫມາດ

ການອາບນ້ຳລະຫມາດ ມີເງື່ອນໄຂຢູ່ 10 ປະການ ຄື:

1. ຕ້ອງເປັນຜູ້ນັບຖືສາສະຫນາອິສລາມ.

2. ຕ້ອງມີສະຕິປັນຍາຄົບຖວ້ນ.

3. ມຸໄມຢິຊ ຄືເດັກນ້ອຍທີ່ພົ້ນໄວ້ເດັກນ້ອຍ ແລະ ສາມາດຈຳແນກແຍກຄວາມແຕກຕ່າງໄດ້.

4. ການນຽດ ຫຼືຕັ້ງເຈດຕະນາ.

5. ຕ້ອງນຶກຄິດ ຫຼື ຕັ້ງໃຈ ເຮັດແບບຕໍ່ເນື່ອງໂດຍບໍ່ມີເຈດຕະນາວ່າຈະຫຍຸດເຮັດຈົນກວ່າຈະເສຍນ້ຳລະຫມາດ.

6. ຕ້ອງບໍ່ມີສິ່ງທີ່ເຮັດໃຫ້ເສຍນ້ຳລະຫມາດ ເຊັ່ນ: ໂດຍແມ່ນກຳລັງໄປເບົາ (ຍ່ຽວ) ຄືບໍ່ອະນຸຍາດໃຫ້ອາບນ້ຳລະຫມາດໃນເວລາທີ່ກຳລັງຍ່ຽວເປັນຕົ້ນ.

7. ຕ້ອງມີການລ້າງຮ່າງກາຍໃຫ້ສະອາດຈາກການຖ່າຍຫນັກ, ຖ່າຍເບົາ ກ່ອນທີ່ຈະອາບນ້ຳລະຫມາດ.

8. ຕ້ອງໃຊ້ນ້ຳທີ່ສະອາດ ແລະ ໄດ້ຮັບການອະນຸຍາດໃຫ້ໃຊ້.

9. ກຳຈັດສິ່ງກີດກັ້ນບໍ່ໃຫ້ນ້ຳລະຫມາດເຂົ້າເຖິງຜິວຫນັງ.

10. ການເຂົ້າເວລາລະຫມາດ.

ບົດຮຽນທີ່ ສິບສາມ : ຂໍ້ບັງຄັບຂອງການອາບນ້ຳລະຫມາດ

ສຳຫລັບເງື່ອນໄຂຂໍ້ບັງຄັບຂອງການອາບນ້ຳລະຫມາດມີ 6 ປະການດັ່ງນີ້:

1. ລ້າງໜ້າ ພ້ອມກັບການປ້ວນປາກ ແລະ ສູດນ້ຳເຂົ້າຫູດັງ,

2. ລ້າງມືທັ້ງສອງຮອດຂໍ້ສອກທັ້ງສອງເບື້ອງ,

3. ລູບນ້ຳທົ່ວເສັ້ນຜົມພ້ອມໃບຫູທັ້ງສອງ,

4.ລ້າງຕີນໃຫ້ຮອດຕາຕຸ່ມທັ້ງສອງ,

5. ປະຕິບັດຕາມລຳດັບຂັ້ນຕອນ,

6. ປະຕິບັດຕາມຂັ້ນຕອນຢ່າງຕໍ່ເນື່ອງ.

ແລະ ມີສຸນນະຫ໌ໃຫ້ລ້າງໃບໜ້າ ມື ແລະ ຕີນສາມຄັ້ງ ໃນສ່ວນຂອງການປ້ວນປວກ ແລະ ສູດນ້ຳເຂົ້າຫູດັງກໍ່ໃຫ້ເຮັດສາມຄັ້ງເຊັ່ນດຽວກັນ ແຕ່ວ່າກົດເກນ ແລະ ຂໍ້ບັງຄັບທາງສາສະໜາບັນຍັດໃຫ້ເຮັດເທື່ອດຽວເທົ່ານັ້ນ ສ່ວນການເຊັດຜົມນັ້ນບໍ່ມີສຸນນະຫ໌ໃຫ້ເຊັດຫຼາຍເທື່ອ ດັງທີ່ມີປະກົດຢູ່ໃນຫະດິຊຊໍຮິຫ໌.

ບົດຮຽນທີ່ ສິບສີ່ : ສິ່ງທີ່ເຮັດໃຫ້ເສຍນ້ຳລະຫມາດ

ສຳຫລັບສິ່ງທີ່ເຮັດໃຫ້ເສຍນ້ຳລະຫມາດນັ້ນມີ 6 ປະການດັ່ງນີ້:

1. ມີສິ່ງທີ່ອອກມາຈາກທາງຮູທະວານທັ້ງສອງ.

2. ມີນະຍິດ ສິ່ງສົກກະປົກອອກຈາກຮ່າງກາຍ.

3. ຂາດສະຕິໂດຍການນອນ ຫຼື ສິ່ງອື່ນໆນອກຈາກນັ້ນ.

4. ສຳພັດອະໄວຍະວະເພດດ້ວຍມືບໍ່ວ່າຈະເປັນທະວານເບົາຫຼືຮູທະວານໜັກໂດຍບໍ່ມີສິ່ງປິດກັ້ນ.

5. ກິນຊີ້ນອູດ.

6. ການຕົກຈາກສາສະຫນາ ຫຼື ມຸຣຕັດ ຂໍໃຫ້ພຣະອົງອັລລໍຮ໌ປົກປ້ອງຄຸ້ມຄອງບັນດາມຸສລິມ ໂດຍທົ່ວໜ້າກັນຈາກສິ່ງນັ້ນນຳ.

ຂໍ້ສັງເກດທີ່ສຳຄັນ: ສຳຫລັບການອາບນ້ຳໃຫ້ຄົນທີ່ຕາຍ (ສົບ) ນັ້ນ ທີ່ຕາມແບບຢ່າງຖືກຕ້ອງນັ້ນ ຖືວ່າບໍ່ເຮັດໃຫ້ເສຍນ້ຳລະຫມາດເຊິ່ງເປັນຄວາມເຫັນຂອງບັນດານັກວິຊາການຜູ້ຮູ້ສ່ວນໃຫຍ່ ເນື່ອງຈາກບໍ່ມີຫຼັກຖານຢືນຢັນເຖິງການເສຍນ້ຳລະຫມາດ ນອກຈາກມືຂອງເຂົາໄປຖືກ ຫຼື ສຳພັດອະໄວຍະວະຂອງສົບໂດຍຕຣົງ (ບໍ່ມີຜ້າກັ້ນ) ເຂົາຈຳເປັນຕ້ອງນ້ຳລະຫມາດໃຫມ່.

ທີ່ຈຳເປັນກໍຄືລາວບໍ່ຄວນສຳພັດ ຫຼື ແຕະຕ້ອງອະໄວຍະວະຂອງຜູ້ຕາຍນອກຈາກມີຜ້າກັນ ໃນທຳນອງດຽວກັນກັບການແຕະຕ້ອງ ຫຼື ສຳພັດເພດຫຍິງ ຊຶ່ງບໍ່ເຮັດໃຫ້ເສຍນ້ຳລະຫມາດ ບໍ່ວ່າການກະທຳແບບນັ້ນຈະເຮັດດ້ວຍອາລົມຄິດຮອດ ຫຼື ບໍ່ ຕາມທັດສະນະທີ່ຖືກຕ້ອງທີ່ສຸດລະຫວ່າງສອງທັດສະນະຕາບໃດທີ່ບໍ່ມີການຫຼັງນ້ຳອະສຸຈິອອກຈາກອະໄວຍະວະເພດ ເນື່ອງຈາກທ່ານນະບີ ຊໍລລັລລໍຮ ຮຸອະໄລຮິ ວະສັລລັມ ເຄີຍຈູຍບັນດາເມຍຂອງທ່ານບາງຄົນ ແລ້ວໄປລະຫມາດໂດຍບໍ່ໄດ້ອາບນ່ຳລະກມາດໃຫມ່ອີກຮອບ.

ສ່ວນດຳລັດຂອງພຣະອົງອັລລໍຮ໌ວ່າໃນຊູເຣາະຫ໌ ອັນ-ນິສາ ໂອງການທີ່ 43, ແລະ ຊູເຣາະຫ໌ ອັລ-ມາອິດະ ໂອງການທີ່ 6, ທີ່ວ່າ:

﴿...أَوۡ لَٰمَسۡتُمُ ٱلنِّسَآءَ...﴾

ຄວາມວ່າ : "ຫຼືພວກເຈົ້າໄດ້ສຳຜັດກັບຜູ້ຍິງ" (ຊູເຣາະຫ໌ ອັນ-ນິສາ ໂອງການທີ່ 43) (ຊູເຣາະຫ໌ ອັລ-ມາອິດະ ໂອງການທີ່ 6) ຄວາມຫມາຍດັ່ງກ່າວຄື ການແຕ່ງານ ຕາມທັດສະນະຄວາມຄິດເຫັນທີ່ຖືກຕ້ອງທີ່ສຸດຂອງນັກວິຊາການອິສລາມ ເຊັ່ນທ່ານ ອິບນຸ ອັບບາສ ເຣາະດິຍັລລໍຮຸອັນຮຸມາ ແລະ ບັນດາຄະນະນັກວິຊາການທັງລຸ້ນກ່ອນແລະລຸ້ນຕໍ່ມາ ຂໍຄວາມສັນຕິສຸກຈົ່ງມີແກ່ທ່ານທັ້ງຫລາຍເຫຼົ່ານັ້ນ. ແທ້ຈິງ ອັລລໍຮ໌ເປັນຜູ້ສ້າງ ແລະ ໃຫ້ຄວາມສຳເລັດ.

ບົດຮຽນທີ່ ສິບຫ້າ : ການມີຄຸນລັກສະນະນິໄສຕາມທີ່ເປັນບົດຄວາມສັ່ງສອນສຳຫລັບມຸສລິມທຸກຄົນ

ການມີຄຸນລັກສະນະນິໄສ ທີ່ງົດງາມ ຕາມບົດຄຳສັ່ງສອນສຳຫລັບມຸສລິມທຸກຄົນ ເຊັ່ນ: ການມີສັດຈະທັມ, ມີຄວາມຊື່ສັດບໍລິສຸດ, ການສະຫງວນ ແລະປົກປ້ອງອາໄວຍະວະເພດ, ການມີຄວາມລະອາອາຍ, ການເປັນຄົນກະກ້າຫານ, ການມີໃຈເມດຕາປານີ, ເມດຕາກະລຸນາ, ຮັກສາຄຳໝັ້ນສັນຍາ, ການຮັກສາຕົນໃຫ້ມີຄວາມບໍລິສຸດຈາກບັນດາຂໍ້ຫ້າມຕ່າງໆຂອງອັລລໍຮ໌, ມີການຕອນຮັບທີ່ດີ, ຊ່ວຍເຫຼືອເກື້ອກູນຄົນທຸກຍາກຕາມສະພາບຂອງຕົນ, ແລະປະຕິບັດຄຸນສົມມບັດແບບອື່ນ ໆ ທີ່ປະກົດເປັນບົດຄຳສັ່ງໃນຄຳພີ ແລະ ແບບຢ່າງຂອງທ່ານນະບີ.

ບົດຮຽນທີ່ ສິບຫົກ : ການມີມາລະຍາດແບບອິສລາມ

ສ່ວນໜຶ່ງຂອງການມີມາລະຍາດທີ່ດີງາມໃນອິສລາມມີດັ່ງນີ້ :

1. ການກ່າວໃຫ້ສະລາມ.

2. ການເຮັດໜ້າຍິ້ມແຍ້ມແຈ່ມໃສ່.

3. ການກິນ ແລະ ດື່ມດ້ວຍການໃຊ້ມືຂວາ.

4. ການກ່າວ ບິສມິລລາຮ໌ ຕອນເລິ່ມຕົ້ນ.

5. ການກ່າວ ອັລຮັມດູລິລລາຮ໌ ຕອນເຮັດສຳເລັດແລ້ວ.

6. ການກ່າວ ອັລຮັມດູລິລລາຮ໌ ຕອນຈາມ.

7. ການກ່າວວ່າ “ຍັຣຮັມມຸກັລລໍຮ໌” ເມື່ອຫາກໄດ້ຍິນຄົນຈາມກ່າວ “ອັລຮັມດູລິລລາຮ”.

8. ການໄປຢ້ຽມຍາມຜູ້ເຈັບປ່ວຍ.

9. ການລະຫມາດຢະນາຊະຫ໌ (ການລະມາດຄົນຕາຍ) ແລະ ຮ່ວມຕິດຕາມເອົາສົບໄປຝັງ.

10. ບົດຄຳສັ່ງທີ່ກ່ຽວຂ້ອງກັບມາລະຍາດການເຂົ້າມັສຍິດ.

11. ການອອກຈາກເຮືອນ.

12. ໃນຂະນະເດີນທາງ.

13. ຄວາມສຳພັນຕໍ່ພໍ່ແມ່.

14. ຄວາມສຳພັນຕໍ່ຍາດພີ່ນ້ອງ.

15. ກັບເພື່ອນບ້ານ.

16. ກັບຜູ້ໃຫຍ່ແລະເດັກນ້ອຍ.

17. ການສະແດງຄວາມຍິນດີເມື່ອເດັກນ້ອຍເກີດໃໝ່.

18. ການອວຍພອນງານແຕ່ງງານ.

19. ການປອບໃຈ ແລະ ສະແດງຄວາມເສຍໃຈຕໍ່ເຫດການຮ້າຍແຮງທີ່ເກີດຂຶ້ນກັບຜູ້ອື່ນ.

20. ແລະ ມາລະຍາດອື່ນ ໆ ຈາກນັ້ນເປັນຕົ້ນບໍ່ວ່າການນຸ່ງຫົ່ມການຖອດເສື້ອຜ້າແລະການໃສ່ເກີບ.

ບົດຮຽນທີ່ ສິບເຈັດ : ຂໍຕັກເຕືອນໃຫ້ອອກຫ່າງຈາກການຕັ້ງພາຄີ ຫຼື ຊິຣິກ ແລະ ການຝ່າຝືນຕ່າງ ໆ

ມຸສລິມ ຈຳເປັນຕ້ອງລະມັດລະວັງ ຕັກເຕືອນເຊິ່ງກັນແລະກັນໃຫ້ຫ່າງອອກຈາກການຕັ້ງພາຄີຕໍ່ພຣະອົງອັລລໍຮ໌ ຫຼືປະຕິບັດການຝ່າຝຶນຕໍ່ຄຳສັ່ງ ແລະຂໍ້ບັງຄັບຂອງພຣະອົງເປັນຕົ້ນເຊັ່ນ: ປະພຶດຜິດທີ່ເປັນເຫດແຫ່ງການເສຍຫາຍທັ້ງເຈັດ (ອັສ-ສັບອຸ ອັລ-ມູບິກອດ) ຄືການຕັ້ງພາຄີຕໍ່ອັລລໍຮ໌, ການເຮັດໄສຍະສາດສາດ, ການຂ້າເພື່ອນມະນຸດໂດຍບໍ່ສົມຄວນຂ້າ, ການກິນດອກເບ້ຍ, ການຍຶດເອົາສົມບັດຂອງເດັກກຳພ້າ, ການນີ້ອອກຈາກສົງຄາມ ແລະ ການກ່າວຫາຍິງຜູ້ສັດທາທີ່ຍັງເປັນຜູ້ບໍລິສຸດວ່າຜິດປະເວນີ.

ແລະເຊັ່ນດຽວກັນກັບການອັກກະຕັນຍູຕໍ່ພໍ່ແມ່ (ບິດາມານດາ), ການຕັດຂາດຍາດພີ່ນ້ອງ, ການເປັນພະຍານເທັດ, ການສ້າງຄວາມເດືອດຮ້ອນໃຫ້ພີ່ນ້ອງເຮືອນໃກ້ຄຽງ, ສ້າງຄວາມອະທຳໃຫ້ເກີດຂຶ້ນຕໍ່ເລືອດເນື້ອ, ຊັບສິນຊື່ສຽງແລະກຽດຕິຍົດຂອງເພື່ອນມະນຸດ ,ດື່ມສຸລາເມົາຢາ ,ຫຼິ້ນການພະນັນ ,ເວົ້າຈາສຽດສີນິນທາປ້າຍຮ້າຍຜູ້ອື່ນ ແລະກົດຂໍ້ຫ້າມອື່ນທີ່ພຣະອົງອັລລໍຮ໌ ແລະ ທ່ານນະບີ ຊໍລັັລໍຮຮຸ ອະໄລຮິ ວະສັລລັມ ໄດ້ມີຄຳສັ່ງຫ້າມໄວ້.

ບົດຮຽນທີ່ ສິບແປດ : ການກະກຽມສົບ (ໄມຍິດ) ແລະ ການລະຫມາດຈະນາຊະຫ໌ (ລະຫມາດຄົນຕາຍ)

ມີລາຍລະອຽດສຳຫລັບເລື່ອງກະກຽມໄມຍິດ (ສົບ) ດັ່ງນີ້ :

ປະການທຳອິດນັ້ນຄື: ການສອນໃຫ້ເຂົາກ່າວວ່າ : ລາອິລາຮະ ອິລລັລລໍຮ໌ - ບໍ່ມີພະເຈົ້າອື່ນໃດສົມຄວນແກ່ການເຄົາລົບພັກດີນອກຈາກອັລລໍຮ໌ ດັ່ງທີ່ທ່ານນາບີ ຊໍລັລລໍຮຸ ອະໄລຮິ ວະສັລລັມ ໄດ້ເຄີຍກ່າວວ່າ

"لَقِّنُوا مَوْتَاكُمْ: لَا إِلَهَ إِلَّا اللَّهُ." 

“ພວກເຈົ້າຈົ່ງສອນຕັສກີນແກ່ຜູ້ທີ່ໃກ້ຈະສິ້ນລົມຫາຍໃຈຈາກພວກເຈົ້າໄປວ່າ ລາອິລາຮະ ອິລລັລລໍຮ໌ ”7 ລາຍງານໂດຍອິມາມມຸສລິມ, ສ່ວນຄວາມຫມາຍຂອງຄຳວ່າ " ເມົາຕາ” ໃນຮະດີດນີ້ຫມາຍເຖິງ “ຜູ້ໃກ້ຈະສິ້ນລົມຫາຍໃຈ” ນັ້ນຄືບັນດາຜູ້ທີ່ມີສັນຍານໃຫ້ເຫັນເຖິງການຕາຍໄດ້ມາສູ່ພວກເຂົາແລ້ວ.

ປະການທີ່ສອງ: ເມື່ອແນ່ໃຈວ່າຄວາມຕາຍໄດ້ມາຮອດລາວແລ້ວ ຄືສິ້ນຊີບລົງຢ່າງແນ່ໃຈ ໃຫ້ລີດເປືອກຕາທັ້ງສອງຂອງລາວ ຈົນປິດສະນິດ ແລະ ຈັດເຄຣົາຂອງລາວ ຕາມທີ່ປະກົດຫຼັກຖານໃນສຸນນະຫ໌.

ປະການທີ່ສາມ: ຈັດການອາບນ້ຳໃຫ້ໄມຍິດ ຫຼື ສົບທີ່ເປັນມຸສລິມ ນອກຈາກວ່າລາວ ເສຍຊີວິດໃນສະພາບຂອງຊະຮີດ ເຊັ່ນ ການຕາຍໃນສະນາມຮົບ

ເຊິ່ງບໍ່ຈຳເປັນຕ້ອງອາບນ້ຳ ຫຼື ລະຫມາດໃຫ້ແກ່ລາວ ແຕ່ວ່າໃຫ້ນຳໄປຝັງພ້ອມເສື້ອຜ້າທີ່ລາວສວມໃສ່ຢູ່ ໂດຍບໍ່ຕ້ອງປ່ຽນ ເພາະທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ບໍ່ໄດ້ອາບນ້ຳ ແລະ ລະຫມາດໃຫ້ໄມຍິດໃດທີ່ຕາຍໃນສະນາມຮົມອຸຫຸດ.

ປະການທີ່ສີ່ : ລັກສະນະຂອງການອາບນ້ຳໃຫ້ຜູ້ຕາຍ (ສົບ).

ການອາບນ້ຳໄມຍິດ ຈະຕ້ອງມີການປົກປິດເອົາເຣາະ “ຮ່າງກາຍ” ຂອງຜູ້ຕາຍ ແລ້ວໃຫ້ຍົກຫົວຂອງເຂົາເລັກນ້ອຍເພື່ອລີດທ້ອງຂອງລາວຄອຍໆ ດ້ວຍຄວາມອ່ອນໂຍນ ຜູ້ທີ່ເຮັດການອາບນ້ຳໄມຍິດຄວນໃຊ້ຜ້າພັນມື ຫຼື ໃສ່ຖົງມືຢາງເພື່ອເປັນການປ້ອງກັນເຊື້ອພະຍາດ ແລ້ວຈຶ່ງອາບນ້ຳລະຫມາດໃຫ້ລາວ ລ້າງຫົວ ແລະ ຫນວດເຄົາຂອງເຂົາດ້ວຍນ້ຳລ່າ ແລະ ນ້ຳທີ່ປະສົມໃບພຸດຊາ ຫຼື ໃບອີ່ຫຍັງກໍ່ໄດ້ທີ່ຄາຍຄືກັນເຊິ່ງກໍ່ສາມາດໃຊ້ໄດ້ ຈາກນັ້ນໃຫ້ລ້າງລຳຕົວດ້ານຂວາຕາມດ້ວຍດ້ານຊ້າຍເຮັດແບບນີ້ ສອງ ຫຼື ສາມເທື່ອ ໃຊ້ມືລີດທ້ອງລາວທຸກເທື່ອ ຫາກມີສິ່ງປະກົດຂອງເສຍອອກມາທາງຮູທະວານກໍ່ໃຫ້ເຮັດຄວາມສະອາດລ້າງໃຫ້ສະອາດ ແລະ ປິດດ້ວຍສຳລີ ຫຼື ແມ່ນຫຍັງກໍ່ຕາມທີ່ໃຊ້ແທນໄດ້ ຫາກບໍ່ສາມາດປົກປິດໄດ້ກໍ່ໃຊ້ຜົງດິນ ຫຼື ອຸປະກອນການແພດທີ່ທັນສະໃຫມ່ເຊັ່ນຜ້າກ໊ອດ ເປັນຕົ້ນ.

ຈາກນັ້ນໃຫ້ເຮັດການອາບນ້ຳລະຫມາດແກ່ເຂົາໃຫມ່ອີກເທື່ອ ແລະ ຫາກບໍ່ສະອາດດ້ວຍການລ້າງສາມເທື່ອກໍ່ໃຫ້ລ້າງຈົນສະອາດຄົບຫ້າເທື່ອ ຫຼື ເຈັດເທື່ອກໍ່ໄດ້ ແລ້ວເຊັດຕົວໄມຍິດດ້ວຍຜ້າ ແລ້ວຈື່ງສີດ ຫຼື ໃສ່ນ້ຳຫອມທີ່ຮັກແຮ້ ຂາຫນີບ ແລະ ຢູ່ຫນ້າຜາກ ແຕ່ການສີດນ້ຳຫອມທັ້ງຕົວແມ່ນຈະເປັນການດີກວ່າ ແລ້ວຈື່ງຮົມຜ້າທີ່ຈະໃຫ້ພັນສົບ ດ້ວຍໄມ້ຫອມ ໃນກໍລະນີທີ່ຫນວດ ແລະເລັບມືຍາວກໍໃຫ້ຕັດຖິ້ມ ແລະຫາກປະໄວ້ກໍບໍ່ໄດ້ເປັນສິ່ງທີ່ຕ້ອງຫ້າມ ບໍ່ຕ້ອງມີຜົມໃຫ້ໄມຍິດ ບໍ່ຕ້ອງໂກນຂົນຂີ້ແຮ້ ຫຼື ຂົນຈຸດລັບ ແລະ ບໍ່ຕ້ອງຕັດປາຍຫຸ້ມອະໄວຍະວະເພດ ເພາະບໍ່ມີຫລັກຖານໃຫ້ເຮັດແບບນັ້ນ ສຳຫລັບໄມຍິດຜູ້ຫຍິງໃຫ້ມັດຜົມຮ່ວມກັນສາມຈຸດ ແລ້ວປ່ອຍໄວ້ທາງຫລັງ.

ຂັ້ນຕອນທີ່ 5 ການຫໍ່ສົບ.

ທີ່ປະເສີດທີ່ສຸດຖ້າຫາກຜູ້ຕາຍ ໄມຍິດ ເປັນຜູ້ຊາຍໃຫ້ຫໍ່ດ້ວຍຜ້າກະຝັ່ນ ຫຼື ຜ້າຫໍ່ສົບສີຂາວສາມຜື່ນ ເປັນການດີກວ່າໂດຍບໍ່ຕ້ອງໃສ່ເສື້ອຜ້າ ຫຼື ໂພກສະຣະບັນ ດັ່ງທີ່ທ່ານນາບີ ຊໍລັລລໍຮຸ ອະໄລຮິ ວະສັລລັມ ໄດ້ເຄີຍປະຕິບັດມາ ໂດຍໃຫ້ຫໍ່ຜ້າສາມຜື່ນນັ້ນທີ່ລະຊັ້ນ,

ສຳຫລັບຜູ້ຫຍິງໃຫ້ເຮັດກະຝັ່ນດ້ວຍຜ້າຫ້າຜື່ນ ຄືເສື້ອຜ້າຄຸ້ມຫົວ ຜ້ານຸ່ງ ຜ້າຫໍ່ອີກສອງຜື່ນ ສຳຫລັບເດັກນ້ອຍຜູ້ຊາຍໃຫ້ເຮັດກະຝັ່ນດ້ວຍຜ້າຫໍ່ຫນື່ງຜື່ນ ຫຼື ສາມຜື່ນ ແລະ ເດັກນ້ອຍຜູ້ຫຍິງ ກໍ່ເຮັດກະຝັ່ນດ້ວຍເສື້ອຜ້າ ແລະ ຜ້າຫໍ່ສົບສອງຜື່ນ.

ບົດບັງຄັບທີ່ເປັນວາຍິບ ຫຼື ຈຳເປັນສຳຫລັບຜູ້ຕາຍທຸກ ໆ ຄົນເຊິ່ງຖືວ່າໃຊ້ໄດ້ແລ້ວກໍ່ຄືໃຊ້ສະເພາະຜ້າຫໍ່ພຽງຜື່ນດຽວເທົ່ານັ້ນປົກປິດໃຫ້ທົ່ວຮ່າງກາຍ ແຕ່ວ່າຫາກໄມຍິດທີ່ເສຍຊີວິດໃນຂະນະທີ່ຄອງອິຣອມຊ່ວງໄປເຮັດຮັຈ ກໍຈະຕ້ອງອາບນ້ຳໃຫ້ເຂົາດ້ວຍນ້ຳລ້າໆ ນ້ຳໃບພຸດຊາ ແລະ ຫໍ່ສົບເຂົາ ດ້ວຍຜ້ານຸ່ງ ແລະ ຜ້າຄຸມຂອງເຂົາ ຫຼືໃຊ້ຢ່າງອື່ນກໍໄດ້ແຕ່ຕ້ອງປົກປິດຫົວ ແລະ ໃບໜ້າຂອງໄມຍິດ ບໍ່ຕ້ອງໃຊ້ນ້ຳຫອມໃດໆ ເພາະເຂົາຈະຖືກຄືນຟື້ນຊີບໃນວັນກິຍາມະໃນສະພາບທີ່ກ່າວຕັລບິຍະຮ໌ ດັ່ງມີຫຼັກຖານຢືນຢັນຈາກຮະດິຊທີ່ຖືກຕ້ອງຂອງທ່ານນະບີ ໃນເລື່ອງດັ່ງກ່າວນີ້ ແຕ່ຫາກຄົນທີ່ໄມຍິດທີ່ຄອງອິຫ໌ຣອມນັ້ນເປັນຜູ້ຫຍິງ ກໍ່ໃຫ້ຫໍ່ສົບນາງຄືກັນກັບສົບຜູ້ຫຍິງທົ່ວ ໆ ໄປ ແຕ່ວ່າບໍ່ໃຫ້ໃຊ້ເຄື່ອງນຳຫອມໃດ ໆ ກັບນາງ ບໍ່ຕ້ອງປິດໃບໜ້າຂອງນາງດ້ວຍຜ້າຄຸມຫນ້າ ແລະ ບໍ່ຕ້ອງໃສ່ຖົງມືໃຫ້ນາງ ແຕ່ໃຫ້ປົກປິດໃບໜ້າ ແລະ ມືຂອງນາງດ້ວຍຜ້າທີ່ໃຊ້ຫໍ່ສົບນາງເທົ່ານັ້ນພໍ ດັ່ງທີ່ອະທິບາຍຂ້າງຕົ້ນມາ.

ຂັ້ນຕອນທີ 6: ຜູ້ທີ່ມີສິດຫຼາຍທີ່ສຸດໃນການອາບນ້ຳໃຫ້ໄມຍິດຊາຍ ລະຫມາດຢານະຊະຫ໌ໃຫ້ ແລະ ເຮັດການຝັງເຂົາຫລາຍກວ່າຜູ້ອື່ນຄື

ອັນດັບໜຶ່ງເລີຍແມ່ນຜູ້ທີ່ໄດ້ຮັບມອບໝາຍສັ່ງເສຍ "ວະສີຍະຫ໌", ຈາກນັ້ນກໍ່ແມ່ນພໍ່, ພໍ່ຕູ ລຸງ ອາບ່າວ ອ້າຍນ້ອງຄີງ ຕໍ່ມາກໍ່ພີ່ນ້ອງໃກ້ຊິດກັບເຂົາ ຕາມລຳດັບຄວາມໃກ້ຊິດຕໍ່ໄປເລື່ອຍໆ ຈາກບັນດາຍາດຕິພີ່ນ້ອງຊາຍ.

ສຳຫລັບຜູ້ທີ່ມີສິດຫຼາຍກວ່າໃນການອາບນ້ຳໃຫ້ໄມຍິດຜູ້ຫຍິງ ຄື ຜູ້ທີ່ໄດ້ຮັບມອບສັ່ງໄວ້ ຫຼື ວາສີຍະຫ໌ໄວ້ ຈາກນັ້ນກໍ່ເປັນແມ່, ຍ່າ,ແມ່ເຖົ້າ ຈາກນັ້ນກໍ່ເປັນຍາດພີ່ນ້ອງທີ່ໃກ້ຊິດກັບນາງຫລາຍທີ່ສຸດຕາມລຳດັບຄວາມໃກ້ຊິດຕໍ່ໄປເລື່ອຍ ໆ ໃນບັນດາພັກພວກຍາດທີ່ເປັນຜູ້ຫຍິງ, ໃນກໍລະນີຜົວເມຍ ໃຫ້ຜົວອາບນ້ຳສົບໃຫ້ເມຍ ແລະ ເມຍກໍ່ອາບນ້ຳໃຫ້ຜົວໄດ້ ເພາະທ່ານອາບູບັກ ອັສ-ສິດດີກ ເຣາະດີຍັລລໍຮຸອັນຮຸ ນັ້ນເມຍຂອງທ່ານກໍ່ອາບນ້ຳໃຫ້ ແລະ ທ່ານອາລີ ເຣາະດີຍັລລໍຮຸອັນຮຸ ກໍ່ໄດ້ອາບນ້ຳສົບໃຫ້ເມຍຂອງທ່ານ ຄືທ່ານຟາຕິມະຮ໌ ເຣາະດີຍັລລໍຮຸອັນຮາ.

ຂັ້ນຕອນທີ່ 7 : ລັກສະນະ ແລະ ວິທີການລະມາດຍະນະຊະຫ໌ແກ່ຜູ້ຕາຍ.

ການກ່າວຕັກບີຣມີສີ່ເທື່ອ ຕັກບິຣທຳອິດໂດຍໃຫ້ອ່ານຊູເຣາະ ອັລ- ຟາຕິຮະຫ໌ ຫາກຈະອ່ານຊູເຣາະສັ້ນ ໆ ຫຼື ອ່າຍອາຍະຫ໌ສອງອາຍະຫ໌ຕາມໄປນຳກໍ່ດີ ດັ່ງຫຼັກຖານຢືນຢັນຈາກຮະດິຊທີ່ຖືກຕ້ອງໃນເລື່ອງດັ່ງກ່າວ ເຊິ່ງລາຍງານໂດຍ ທ່ານ ອິບນຸອັບບາສ ເຣາະດີຍັລລໍຮຸ ອັນຮຸ, ແລ້ວໃຫ້ຕັກບິຣ ເທື່ອທີ່ສອງຕາມດ້ວຍການກ່າວສັນລະເສີນເສາະລະວາດແກ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ເຊັ່ນດຽວກັບທີ່ໃຊ້ອ່ານໃຫ້ອັດຕະຮີຢາ ຈາກນັ້ນກໍ່ຕັກບິຣເທື່ອທີ່ສາມແລ້ວກ່າວດຸອາວ່າ: ຄຳແປ : “ໂອ້ ອັລລໍຮ໌ ຂໍພຣະອົງໄດ້ຊົງອະໄພໂທດຕໍ່ຜູ້ມີຊີວິດຂອງເຮົາ ຕໍ່ຜູ້ທີ່ຕາຍຂອງເຮົາ ຜູ້ທີ່ຢູ່ ນະຈຸດນີ້ ແລະຜູ້ທີ່ບໍ່ໄດ້ຢູ່ນະຈຸດນີ້ ເດັກ ໆ ຂອງເຮົາ ແລະຜູ້ໃຫຍ່ຂອງເຮົາ ບັນດາຊາຍຂອງເຮົາ ແລະບັນດາຍິງຂອງເຮົາ ໂອ້ ອັລລໍຮ໌ຜູ້ໃດທີ່ພຣະອົງໃຫ້ເຂົາມີ ຊີວິດຢູ່ໃນກຸ່ມພວກເຮົາ ຂໍໃຫ້ພຣະອົງຊົງໄດ້ໃຫ້ເຂົາມີຊີວິດຢູ່ໃນອິສລາມ ແລະ ຜູ້ໃດທີ່ພຣະອົງຊົງໃຫ້ເຂົາຕາຍໄປຈາກພວກເຮົາ ກໍຂໍໃຫ້ເຮັດໃຫ້ເຂົາຕາຍຢູ່ໃນອີມານ ໂອ້ ອັລລໍຮ໌ ຂໍພຣະອົງຊົງອະໄພໂທດແກ່ເຂົາ ແລະຊົງເມດຕາເຂົາ ແລະເຮັດໃຫ້ທາງເຂົ້າຂອງເຂົາກວ້າງ ແລະຊົງໂປດຊຳລະລ້າງເຂົາໂດຍນ້ຳ ຫິມະ ແລະ ລູກຫມາກເຫັບ ແລະ ຊຳລະລ້າງຄວາມຜິດຂອງເຂົາ ເຊັ່ນດຽວກັບທີ່ຜ້າຂາວ ທີ່ຊຳລະລ້າງໃຫ້ສະອາດຈາກສິ່ງເປິເປື້ອນ ໄດ້ປ່ຽນໃຫ້ແກ່ເຂົາເຊິ່ງທີ່ອາໄສທີ່ດີກວ່າບ້ານຂອງເຂົາ ແລະຄອບຄົວທີ່ດີກວ່າຄອບຄົວເຂົາ ແລະເຮັດໃຫ້ເຂົາໄດ້ເຂົ້າສວນສະຫວັນ ແລະປົກປ້ອງເຂົາຈາກການທົດສອບໃນລຸ່ມຝັງສົບ ແລະການລົງໂທດແຫ່ງໄຟນາລົກ ແລະເຮັດໃຫ້ລຸ່ມຝັງສົບຂອງເຂົາກວ້າງຂຶ້ນ ແລະຊົງເຮັດໃຫ້ເຂົາໄດ້ແສງສະຫວ່າງໃນນັ້ນ ໂອ້ ອັລລໍຮ໌ ຂໍພຣະອົງຊົງຢ່າໄດ້ເຮັດໃຫ້ຜົນລາງວັນຂອງເຂົາເປັນທີ່ຫ່ວງຫ້າມແກ່ເຮົາ (ຄືໄດ້ໂປດປະທານບຸນແກ່ເຮົາທີ່ໄດ້ລະຫມາດສົບໃຫ້ແກ່ເຂົາ) ແລະ ຊົງໂປດຢ່າໃຫ້ເຮົາຫລົງຜິດຫລັງຈາກເຂົາ” ຈາກນັ້ນກໍໃຫ້ຕັກບິຣເທື່ຶອທີ່ສີ່ ແລ້ວຈຶ່ງໃຫ້ສະລາມທາງຂວາເທື່ອດຽວ ເປັນອັນສິ້ນສຸດການລະຫມາດຢະນາຊະຫ໌.

ແລະເປັນການສົ່ງເສີມໃຫ້ຍົກມືຂຶ້ນທຸກຄັ້ງຂະນະຕັກບິຣ, ກໍລະນີໄມຍິດຜູ້ຫຍິງໃຫ້ກ່າວ ອັລລໍຮຸມມັນຟິຣ ລະຮາ... ຈົນຈົບ ແລະ ຫາກໄມຍິດສອງຄົນໃຫ້ກ່າວ ອັລລໍຮຸມມັກຟິຣ ລະຮູມາ .....ຈົນຈົບ, ຫາກຫຼາຍກວ່ານັ້ນໃຫ້ກ່າວ ອັລລໍຮຸມມັກຟິຣ ລະຮຸມ .... ຈົນຈົບ, (ຄືປ່ຽນຄຳສັບພະນາມຕາມເພດ ແລະຈຳນວນມັຍຍິດ - ຜູ້ແປ) ແລະ ຫາກເປັນໄມຍິດເດັກນ້ອຍ ເຮົາຈຳເປັນຕ້ອງປ່ຽນດູອາອະໄພໂທດໃຫ້ແກ່ເຂົາດັ່ງນີ້: ຄຳແປ : ໂອ້ ອັລລໍຮ໌ ຂໍພຣະອົງໄດ້ໂປດໃຫ້ເຂົາເປັນລາງວັນລ່ວງໜ້າ ເປັນສົມບັດສຳລັບພໍ່ແມ່ຂອງເຂົາ ແລະໄດ້ໂປດໃຫ້ເຂົາເປັນຜູ້ໃຫ້ການຊ່ວຍເຫຼືອທີ່ໄດ້ຮັບການຕອບສະໜອງ ໂອ້ ອັລລໍຮ໌ ໄດ້ໂປດໃຫ້ຕາຊັງຂອງເຂົາທັ້ງສອງຫນັກ ແລະປະທານລາງວັນອັນຍິ່ງໃຫຍ່ໃຫ້ແກ່ເຂົາທັ້ງສອງ ແລະໄດ້ໂປດໃຫ້ເຂົາໄດ້ຢູ່ພ້ອມກັບບັນດາກັນລະຍາມິດກຸ່ມຊົນທີ່ສັດທາກ່ອນໜ້ານີ້ ແລະໄດ້ໂປດເຮັດໃຫ້ເຂົາຢູ່ພາຍໃຕ້ການອະນຸເຄາະຂອງທ່ານນາບີອິບຣໍຮີມ ອະລັຍຮິສລາມ ແລະຂໍໃຫ້ປົກປ້ອງເຂົາດ້ວຍຄວາມເມດຕາຂອງພຣະອົງຈາກການລົງໂທດແຫ່ງນາລົກ.

ແບບຢ່າງສຸນນະຫ໌ໃຫ້ອີມາມ (ຜູ້ນຳລະຫມາດ) ຢືນຊື່ຕົງກັບຫົວຂອງໄມຍິດຊາຍ “ແລະ ຢືນຢູ່ລະວ່າງກາງສຳຫລັບໄມຍິດຜູ້ຫຍິງ”, ໃນກໍລະນີທີ່ມີໄມຍິດຫຼາຍຄົນໃຫ້ວາງໄມຍິດຊາຍ ຖັດຈາກອີມາມ ແລະ ວາງໄມຍິດຫຍິງ ຖັດຈາກໄມຍິດຊາຍ ຮັນໄປທາງດ້ານກິບລັດ ແລະຫາກມີໄມຍິດທີ່ເປັນເດັກນ້ອຍຊາຍຢູ່ນຳໃຫ້ວາງເຂົາກ່ອນ, ຫລັງຈາກນັ້ນຈື່ງເປັນໄມຍິດຫຍິງ ແລ້ວຖັດໄປກໍເປັນໄມຍິດທີ່ເປັນເດັກນ້ອຍຜູ້ຫຍິງ, ໃຫ້ວາງຫົວໄມຍິດເດັກນ້ອຍຊາຍສະເໝີກັບຫົວມັຍຍິດຊາຍ ແລະ ວາງໄມຍິດຫຍິງໃຫ້ກົງກາງລຳຕົວຂອງມັຍຍິດຫຍິງ ສະເຫມີກັບຫົວໄມຍິດຊາຍ ໃນທຳນອງດຽວກັນໃຫ້ວາງຫົວມັຍຍິດເດັກນ້ອຍຫຍິງສະເຫມີຫົວມັຍຍິດຫຍິງ ແລະ ຢູ່ກົງກາງລຳຕົວຂອງມັຍຍິດເປັນເດັກນ້ອຍຜູ້ຫຍິງຊື່ເທົ່າກັບຫົວຂອງມັຍຍິດຊາຍ ໃຫ້ຜູ້ຕາມ (ມະມູມ) ຢືນທາງຫລັງອີມາມ ນອກຈາກວ່າມະມູມຄົນໃດທີ່ບໍ່ສາມາດຫາບ່ອນຢືນທາງຫລັງອີມາມໄດ້ ກໍ່ໃຫ້ຢືນທາງຂ້າງຂອງອີມາມໄດ້.

ຂັ້ນຕອນທີ່ 8 : ລັກສະນະຂອງການຝັງສົບຄົນຕາຍ

ຄຳສັ່ງຂອງສາສະໜາໄດ້ກຳນົດໃຫ້ຂຸດຫລຸ່ມເລິກເຄິ່ງຕົວຂອງຜູ້ຊາຍ ໃຫ້ເຮັດຊ່ອງລະຫັດ ຫຼື ແຊະດິນເປັນຊ່ອງເພື່ອເກັບມັຍຍິດນັ້ນຢູ່ທາງດ້ານກິບລະ ຕ້ອງວາງສົບລົງໃນຊ່ອງລະຫັດໂດຍໃຫ້ສົບນອນເທິ່ງສີຂ້າງ ດ້ານຂວາ ແລ້ວຈື່ງເປີດຫຼືແກະມັດຜ້າອອກໂດຍບໍ່ຕ້ອງດື່ງອອກມາແຕ່ໃຫ້ປ່ອຍຖິ້ມໄວ້ແບບນັ້ນ ບໍ່ຕ້ອງເປີດຫນ້າ ບໍ່ວ່າຈະເປັນຊາຍຫຼືຫຍິງ ແລ້ວຈຶ່ງວາງກ້ອນອິດປິດຊ່ອງໄວ້ແລະປິດຊອກຫລືບຫຼືຊ່ອງນ້ອຍໆໃຫ້ດີເພື່ອກັນດິນເຂົ້າໄປໃນຊ່ອງໃນນັ້ນ ແລ້ວຈື່ງປົກຄຸ້ມດ້ວຍດິນເປັນອັນສຳເລັດການຝັງ ແລະສົ່ງເສີມໃຫ້ກ່າວດູອາໃນຂະນະວາງສົບລົງຫລຸ່ມວ່າ: ຄຳອ່ານ : ບິສມິລລາຮ໌ ວະອະລາ ມິລລະຕິ ເຣາະສູລິລລາຮ.

ຄຳແປ : ດ້ວຍພຣະນາມແຫ່ງອັລລໍຮ໌ ແລະ ຕາມແບບສະບັບທ່ານສາດສະດາທູດຂອງອັລລໍຮ໌ ແລະໃຫ້ຖົມຫລຸ່ມເປັນເນີນສູງຂື້ນປະມານຫນື່ງຄືບ ແລ້ວວາງກ້ອນຫິນເທິ່ງກູໂບຣ ຫາກສາມາດເຮັດໄດ້ກໍ່ເຮັດ ແລ້ວຈື່ງສີດດ້ວຍນ້ຳ.

ອິສລາມໄດ້ກຳຫນົດໃຫ້ຜູ້ມາຮ່ວມຝັງຢື່ນໄວ້ອາລັຍທີ່ປາກຫລຸ່ມເພື່ອຂໍດູອາໃຫ້ແກ່ຜູ້ຕາຍເນື່ອງຈາກທ່ານນາບີ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ ເຄີຍຢືນທີ່ປາກຫລຸ່ມເມື່ອທ່ານທຳການຮຽບຮ້ອຍຈາກການຝັງ ໂດຍທ່ານໄດ້ກ່າວໄວ້ວ່າ:

"اسْتَغْفِرُوا لِأَخِيكُمْ، وَاسْأَلُوا لَهُ التَّثْبِيتَ، فَإِنَّهُ الْآنَ يُسْأَلُ"

“ຈົ່ງຂໍອະໄພຍະໂທດ ຈາກອັລລໍຫ໌ ໃຫ້ແກ່ພີ່ນ້ອງຂອງພວກທ່ານ ແລະ ຈົ່ງຂໍຄວາມມັ່ນຄົ

ໃຫ້ແກ່ລາວ ເພາະແທ້ຈິງໃນຂະນະນີ້ ລາວກຳລັງຖືກສອບຖາມຢູ່”8.

ຂັ້ນຕອນທີ່ 9 : ສາສະນາບັນຍັດທີ່ກຳນົດໃຫ້ຜູ້ທີ່ຍັງບໍ່ທັນໄດ້ເຮັດການລະຫມາດຢັນນະຊະຫ໌

ເນື່ອງຈາກເຂົາມາບໍ່ທັນໃຫ້ເຂົາໄດ້ລະຫມາດແກ່ຜູ້ຕາຍຫລັງສິ້ນສຸດການຝັງທີ່ຫລຸ່ມສົບເຂົາໄດ້ ເພາະທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ ເຄີຍປະຕິບັດເຊັ່ນດຽວກັນ ສຳຫລັບຊ່ວງໄລຍະເວລາຂອງການລະຫມາດດັ່ງກ່າວຕ້ອງຢູ່ພາຍໃນໄລຍະເວລາຫນື່ງເດືອນ ຫຼື ນ້ອຍກວ່ານັ້ນ ແຕ່ຫາກວ່າເວລາລ່ວງເລີຍຫຼາຍກວ່ານັ້ນບໍ່ຈຳເປັນຕ້ອງລະຫມາດທີ່ຫລຸ່ມຝັງສົບເພາະບໍ່ມີຫຼັກຖານຢືນຢັນວ່າທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ ໄດ້ປະຕິບັດແບບນັ້ນ.

ຂັ້ນຕອນທີ່ 10 : ບໍ່ອະນຸຍາດໃຫ້ຄອບຄົວຂອງຜູ້ຕາຍຈັດລ້ຽງອາຫານ;

ດັ່ງຄຳກ່າວຂອງທ່ານ ຈະຣີຣ ອັບດຸລເລາະ ອັລ-ບະຢະລີ ເສາະຫາບະຫ໌ຜູ້ຊົງກຽດທ່ານຫນື່ງ ເຣາະດີຍັລລໍຮຸ ອັນຮູ ທີ່ວ່າ

"كُنَّا نَعُدُّ الاِجْتِمَاعَ إِلَى أَهْلِ الْمَيِّتِ، وَصَنْعَةَ الطَّعَامِ بَعْدَ الدَّفْنِ مِنَ النِّيَاحَةِ"

“ເຮົາຖືວ່າ ການຮ່ວມຕົວກັນທີ່ເຮືອນຂອງຄອບຄົວຜູ້ຕາຍ ແລະ ຈັດກຽມເຮັດອາຫານຫຼັງຈາກຝັງສົບຮຽບຮ້ອຍແລ້ວ ນັ້ນ ເປັນສ່ວນໜຶ່ງຂອງນິຍາຮະຫ໌ (ການສະແດງຄວາມອາໄລທີ່ບໍ່ອານຸຍາດໃຫ້ເຮັດ)”9 ລາຍງານໂດຍ ທ່ານອິມາມອະຫ໌ມັດ ດ້ວຍສາຍສຶບທີ່ເຊື່ອຖື ສ່ວນການເຮັດອາຫານໃຫ້ຄອບຄົວຜູ້ຕາຍ ຫຼື ບັນດາແຂກທີ່ມາຮ່ວມງານສົບຂອງພວກເຂົາຖືວ່າເຮັດໄດ້ ສາສະໜາອະນຸຍາດໃຫ້ເຮັດອາຫານໃຫ້ຍາດຕິພີ່ນ້ອງແລະເພື່ອນບ້ານເຮືອນຄຽງຂອງຜູ້ຕາຍໄດ້ ເພາະທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ ເມື່ອຮູ້ເຖິງການຕາຍຂອງທ່ານ ຢະຟັຣ ບິນອາບີຕໍລິບ ເຣາະດີຍັລລໍຮຸ ອັນຮູ ທີ່ຢູ່ປະເທດຊີເລຍ ທ່ານໄດ້ສັ່ງໃຫ້ຄອບຄົວຂອງທ່ານເຮັດອາຫານລ້ຽງໃຫ້ຄອບຄົວທ່ານຢະຟັຣ ທ່ານນະບີຊໍລັລລໍຮຸ ອະລັຍຮິ ວະສັລລັມ ໄດ້ກ່າວໄວ້ວ່າ:

"إِنَّهُ أَتَاهُمْ مَا يَشْغَلُهُمْ"

“ແທ້ຈິງແລ້ວ ໄດ້ມີສິ່ງທີ່ເຮັດໃຫ້ພວກເຂົາຕ້ອງກັງວົນ”10

ບໍ່ໄດ້ຖືວ່າເປັນຄວາມຜິດໃນກໍລະນີທີ່ຄອບຄົວຂອງຜູ້ຕາຍຈະໄດ້ເຊີນຊວນໃຫ້ເພື່ອນບ້ານແລະຄົນອື່ນ ໆ ມາຮ່ວມຮັບປະທານອາຫານທີ່ຖືກກະກຽມ ແລະ ຖືກມອບໃຫ້ເຂົາ ແລະຊ່ວງເວລາຂອງການເຮັດດັ່ງກ່າວນີ້ບໍ່ໄດ້ຖືກຈຳກັດໄວ້ຢ່າງແນ່ນອນ ເທົ່າທີ່ຮູ້ມາຈາກຄຳສັ່ງທາງຊະຣີອະຫ໌.

ຂັ້ນຕອນທີ 11 : ບໍ່ອະນຸຍາດ ຫ້າມບໍ່ໃຫ້ແມ່ຫຍິງໄວ້ທຸກເປັນເວລາຫຼາຍກວ່າສາມມື້

ນອກຈາກນາງຈຳເປັນຕ້ອງໄວ້ທຸກເພື່ອສາມີຂອງນາງເທົ່ານັ້ນ ຫຼື ນອກຈາກວ່ານາງຖືພາຈົນກວ່າຈະເກີດລູກ ຈາກຫຼັກຖານຢື່ນຍັນເລື່ອງດັງກ່າວໃນຮະດິຊ ຊໍຮິຫ໌, ສ່ວນຜູ້ຊາຍບໍ່ເປັນທີ່ອະນຸຍາດໃຫ້ໄວ້ທຸກ ບໍ່ວ່າຈະເປັນຍາດຕິພີ່ນ້ອງ ຫຼື ຄົນອື່ນໆ.

ສ່ວນຜູ້ຊາຍບໍ່ຈຳເປັນທີ່ອະນຸຍາດໃຫ້ໄວ້ທຸກບໍ່ວ່າຈະເປັນຍາດພີ່ນ້ອງ ຫຼື ຄົນອື່ນ.

ຂັ້ນຕອນທີ່ 12 : ສາສະຫນາໄດ້ສົ່ງເສີມໃຫ້ຜູ້ຊາຍໄດ້ໄປຍຽມຍາມກຸໂບຣສະຖານທີ່ຝັງສົບ ເປັນບ້າງຄັ້ງບ້າງຄາວ ເພື່ອຂໍດູອາໃຫ້ແກ່ຜູ້ຕາຍ ແລະ ຂໍດູອາແຫ່ງຄວາມເມດຕາຕໍ່ພວກເຂົາ ເພື່ອລຳນຶກເຖິງຄວາມຕາຍ ແລະສິ່ງທີ່ຈະເກີດຂື້ນແກ່ເຂົາຫລັງຈາກຄວາມຕາຍ

ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ :

"زُورُوا الْقُبُورَ، فَإِنَّهَا تُذَكِّرُكُمُ الْآخِرَةَ"

“ພວກທ່ານຈົ່ງໄປຍຽມຍາມກຸໂບຣ ເພາະແທ້ຈິງ ມັນເຮັດໃຫ້ພວກທ່ານລຳນຶກເຖິງອາຄິເຣາະຫ໌”11 ບັນທຶກໂດຍທ່ານມຸສລິມໃນຊໍຮິຫ໌ຂອງທ່ານ. ທ່ານນະບີ ຊໍລລັລລໍຮູ ອະລັຍຮິ ວະສັລລັມ ໄດ້ເຄີຍສອນໃຫ້ບັນດາເສາະຫາບະຫ໌ຂອງທ່ານກ່າວ ຖ້າໄປຍ້ຽມຍາມກຸໂບຣ ວ່າ :

"السَّلَامُ عَلَيْكُمْ أَهْلَ الدِّيَارِ مِنَ الْمُؤْمِنِينَ وَالْمُسْلِمِينَ، وَإِنَّا إِنْ شَاءَ اللَّهُ بِكُمْ لَاحِقُونَ، نَسْأَلُ اللَّهَ لَنَا وَلَكُمُ الْعَافِيَةَ، يَرْحَمُ اللَّهُ الْمُتَقَدِّمِينَ مِنَّا وَالْمُسْتَأْخِرِينَ" 

ຄຳອ່ານ : “ອັສສະລາມຸ ອະລັຍກຸມ ອະຫ໌ລັດ ດິ ຍາຣ ມິນັລ ມຸມິນີນ ວັລ ມຸສລິມີນ, ວະອິນນາ ອິນຊາອັລລໍຮ໌ ບິກຸມ ລ່າຫິກູນ, ນັສອະລຸລລໍ ຮະລະນາ ວະລະກຸມຸລ ອາຟີຢະຮ໌ ຍັຣຮະມຸລລໍຮຸ ມຸສຕັກດິນີນະ ມິນນາ ວັລມຸສຕະ ຄິຣີນ”.

ຄຳແປ: “ຂໍຄວາມສັນຕິສຸກຈົ່ງມີແດ່ພວກທ່ານເລົ່າສາວສູສານທັ້ງຫຼາຍ ຈາກບັນດາມຸມິນຜູ້ສັດທາ ແລະມຸສະລິມຜູ້ມອບຕົນ ແລະຫາກອັລລໍຮ໌ປະສົງພວກເຮົາກໍ່ຈະເປັນຜູ້ຕິດຕາມພວກທ່ານ ເຮົາຂໍຈາກອັລລໍຮ໌ໄດ້ໂປດປະທານຄວາມປອດໄພແກ່ພວກເຮົາ ແລະ ພວກທ່ານ ຂໍພຣະອົງໄດ້ຊົງເມດຕາບັນດາຜູ້ (ເສຍຊິວິດ) ກ່ອນຫນ້າ ແລະ ຫລັງພວກເຮົາ”.12 ສຳຫຼັບແມ່ຍິງບໍ່ມີຫຼັກຖານຈາກບົດບັນຍັດໃຫ້ຢຽມກຸໂບຣ ເພາະທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ສາບເເຊ່ງບັນດາແມ່ຍິງທີ່ໄດ້ໄປຢຽມຍາມກຸໂບຣ ແລະ ເພາະຢ້ານວ່າຈະເກິດຟິຕນະຫ໌ ແກ່ນາງ ແລະ ການທີ່ນາງມີຄວາມອົດທົນນ້ອຍ, ໃນທຳນອງດຽວກັນ ຈຶ່ງບໍ່ເປັນທີ່ອະນຸມັດສຳຫຼັບນາງທີ່ຈະຕິດຕາມໄປຝັງສົບ ເນື່ອງຈາກທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ຫ້າມພວກນາງ ກ່ຽວກັບເລື່ອງນີ້ໄວ້. ສ່ວນການລະຫມາດ ຢັນນາຊະຫ໌ທີ່ມັສຍິດ ຫຼື ວ່າທີ່ມຸຊໍລລາຫ໌ ນັ້ນເປັນບົດບັນຍັດສຳຫຼັບຜູ້ຊາຍ ຜູ້ຍິງມຸສລິມທັ້ງໝົດ.

ນີ້ຄືທ້າຍຂອງສິ່ງທີ່ຂ້າພະເຈົ້າສາມາດຮວບຮ່ວມໄວ້ໄດ້. ຂໍພຣະອົງອັລລໍຮ໌ ໄດ້ໂປດປະທານຄວາມສັນຕິສຸກແດ່ທ່ານນະບີຂອງເຮົາ ນະບີມຸຮຳມັດ, ຄອບຄົວຂອງທ່ານ , ແລະ ບັນດາສາວວົກໂດຍທົ່ວຫນ້າກັນ

 

***

الفهرس

 

ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປານີ ຜູ້ຊົງເມດຕາສະເໝີ 2

ຄຳນຳຜູ້ຂຽນ 2

ບົດຮຽນທີ່ ໜຶ່ງ : ສຸເຣາະຫ໌ອັລ-ຟາຕີຫະຫ໌ ແລະ ສຸເຣາະຫ໌ສັ້ນໆ 3

ບົດຮຽນທີ່ສອງ : ຫຼັກການອິສລາມ 3

ບົດຮຽນທີ່ສາມ : ຫຼັກການສັດທາ 5

ບົດຮຽນທີ່ ສີ່ : ປະເພດຂອງເຕົາຮີດ ແລະ ຊີຣິກ 5

ບົດຮຽນ ທີ່ ຫ້າ: ອັລ-ອິຫ໌ຊານ 13

ບົດຮຽນທີ່ຫົກ: ເງື່ອນໄຂຂອງການລະຫມາດ 13

ບົດຮຽນທີ່ເຈັດ: ຫຼັກການລະຫມາດ 14

ບົດຮຽນທີ່ແປດ : ຂໍ້ບັງຄັບຂອງການລະຫມາດ 15

ບົດຮຽນທີ່ເກົ້າ : ການອ່ານ ອັດຕະຮີຢາ 15

ບົດຮຽນທີສິບ : ແບບຢ່າງຂອງການລະຫມາດ (ຊຸນນະຂອງການລະຫມາດ). 18

ບົດຮຽນທີ່ ສິບເອັດ: ສິ່ງທີ່ເຮັດໃຫ້ລະຫມາດເສຍ 20

ບົດຮຽນທີ່ ສິບສອງ : ເງື່ອນໄຂຂອງການອາບນ້ຳລະຫມາດ 21

ບົດຮຽນທີ່ ສິບສາມ : ຂໍ້ບັງຄັບຂອງການອາບນ້ຳລະຫມາດ 22

ບົດຮຽນທີ່ ສິບສີ່ : ສິ່ງທີ່ເຮັດໃຫ້ເສຍນ້ຳລະຫມາດ 22

ບົດຮຽນທີ່ ສິບຫ້າ : ການມີຄຸນລັກສະນະນິໄສຕາມທີ່ເປັນບົດຄວາມສັ່ງສອນສຳຫລັບມຸສລິມທຸກຄົນ 24

ບົດຮຽນທີ່ ສິບຫົກ : ການມີມາລະຍາດແບບອິສລາມ 25

ບົດຮຽນທີ່ ສິບເຈັດ : ຂໍຕັກເຕືອນໃຫ້ອອກຫ່າງຈາກການຕັ້ງພາຄີ ຫຼື ຊິຣິກ ແລະ ການຝ່າຝືນຕ່າງ ໆ 26

ບົດຮຽນທີ່ ສິບແປດ : ການກະກຽມສົບ (ໄມຍິດ) ແລະ ການລະຫມາດຈະນາຊະຫ໌ (ລະຫມາດຄົນຕາຍ) 27

ປະການທີ່ສອງ: ເມື່ອແນ່ໃຈວ່າຄວາມຕາຍໄດ້ມາຮອດລາວແລ້ວ ຄືສິ້ນຊີບລົງຢ່າງແນ່ໃຈ ໃຫ້ລີດເປືອກຕາທັ້ງສອງຂອງລາວ ຈົນປິດສະນິດ ແລະ ຈັດເຄຣົາຂອງລາວ ຕາມທີ່ປະກົດຫຼັກຖານໃນສຸນນະຫ໌. 28

ປະການທີ່ສາມ: ຈັດການອາບນ້ຳໃຫ້ໄມຍິດ ຫຼື ສົບທີ່ເປັນມຸສລິມ ນອກຈາກວ່າລາວ ເສຍຊີວິດໃນສະພາບຂອງຊະຮີດ ເຊັ່ນ ການຕາຍໃນສະນາມຮົບ ເຊິ່ງບໍ່ຈຳເປັນຕ້ອງອາບນ້ຳ ຫຼື ລະຫມາດໃຫ້ແກ່ລາວ ແຕ່ວ່າໃຫ້ນຳໄປຝັງພ້ອມເສື້ອຜ້າທີ່ລາວສວມໃສ່ຢູ່ ໂດຍບໍ່ຕ້ອງປ່ຽນ ເພາະທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ບໍ່ໄດ້ອາບນ້ຳ ແລະ ລະຫມາດໃຫ້ໄມຍິດໃດທີ່ຕາຍໃນສະນາມຮົມອຸຫຸດ. 28

ປະການທີ່ສີ່ : ລັກສະນະຂອງການອາບນ້ຳໃຫ້ຜູ້ຕາຍ (ສົບ). 28

ການອາບນ້ຳໄມຍິດ ຈະຕ້ອງມີການປົກປິດເອົາເຣາະ “ຮ່າງກາຍ” ຂອງຜູ້ຕາຍ ແລ້ວໃຫ້ຍົກຫົວຂອງເຂົາເລັກນ້ອຍເພື່ອລີດທ້ອງຂອງລາວຄອຍໆ ດ້ວຍຄວາມອ່ອນໂຍນ ຜູ້ທີ່ເຮັດການອາບນ້ຳໄມຍິດຄວນໃຊ້ຜ້າພັນມື ຫຼື ໃສ່ຖົງມືຢາງເພື່ອເປັນການປ້ອງກັນເຊື້ອພະຍາດ ແລ້ວຈຶ່ງອາບນ້ຳລະຫມາດໃຫ້ລາວ ລ້າງຫົວ ແລະ ຫນວດເຄົາຂອງເຂົາດ້ວຍນ້ຳລ່າ ແລະ ນ້ຳທີ່ປະສົມໃບພຸດຊາ ຫຼື ໃບອີ່ຫຍັງກໍ່ໄດ້ທີ່ຄາຍຄືກັນເຊິ່ງກໍ່ສາມາດໃຊ້ໄດ້ ຈາກນັ້ນໃຫ້ລ້າງລຳຕົວດ້ານຂວາຕາມດ້ວຍດ້ານຊ້າຍເຮັດແບບນີ້ ສອງ ຫຼື ສາມເທື່ອ ໃຊ້ມືລີດທ້ອງລາວທຸກເທື່ອ ຫາກມີສິ່ງປະກົດຂອງເສຍອອກມາທາງຮູທະວານກໍ່ໃຫ້ເຮັດຄວາມສະອາດລ້າງໃຫ້ສະອາດ ແລະ ປິດດ້ວຍສຳລີ ຫຼື ແມ່ນຫຍັງກໍ່ຕາມທີ່ໃຊ້ແທນໄດ້ ຫາກບໍ່ສາມາດປົກປິດໄດ້ກໍ່ໃຊ້ຜົງດິນ ຫຼື ອຸປະກອນການແພດທີ່ທັນສະໃຫມ່ເຊັ່ນຜ້າກ໊ອດ ເປັນຕົ້ນ. 28

ຂັ້ນຕອນທີ່ 5 ການຫໍ່ສົບ. 30

ຂັ້ນຕອນທີ 6: ຜູ້ທີ່ມີສິດຫຼາຍທີ່ສຸດໃນການອາບນ້ຳໃຫ້ໄມຍິດຊາຍ ລະຫມາດຢານະຊະຫ໌ໃຫ້ ແລະ ເຮັດການຝັງເຂົາຫລາຍກວ່າຜູ້ອື່ນຄື 31

ຂັ້ນຕອນທີ່ 7 : ລັກສະນະ ແລະ ວິທີການລະມາດຍະນະຊະຫ໌ແກ່ຜູ້ຕາຍ. 32

ຂັ້ນຕອນທີ່ 8 : ລັກສະນະຂອງການຝັງສົບຄົນຕາຍ 35

ຂັ້ນຕອນທີ່ 9 : ສາສະນາບັນຍັດທີ່ກຳນົດໃຫ້ຜູ້ທີ່ຍັງບໍ່ທັນໄດ້ເຮັດການລະຫມາດຢັນນະຊະຫ໌ 36

ຂັ້ນຕອນທີ່ 10 : ບໍ່ອະນຸຍາດໃຫ້ຄອບຄົວຂອງຜູ້ຕາຍຈັດລ້ຽງອາຫານ; 37

ຂັ້ນຕອນທີ 11 : ບໍ່ອະນຸຍາດ ຫ້າມບໍ່ໃຫ້ແມ່ຫຍິງໄວ້ທຸກເປັນເວລາຫຼາຍກວ່າສາມມື້ 38

ຂັ້ນຕອນທີ່ 12 : ສາສະຫນາໄດ້ສົ່ງເສີມໃຫ້ຜູ້ຊາຍໄດ້ໄປຍຽມຍາມກຸໂບຣສະຖານທີ່ຝັງສົບ ເປັນບ້າງຄັ້ງບ້າງຄາວ ເພື່ອຂໍດູອາໃຫ້ແກ່ຜູ້ຕາຍ ແລະ ຂໍດູອາແຫ່ງຄວາມເມດຕາຕໍ່ພວກເຂົາ ເພື່ອລຳນຶກເຖິງຄວາມຕາຍ ແລະສິ່ງທີ່ຈະເກີດຂື້ນແກ່ເຂົາຫລັງຈາກຄວາມຕາຍ; 38

 

***


ບັນທຶກໂດຍທ່ານອິມາມອະຫ໌ມັດ (5/ 428), ອັດ-ເຕາະບະຣໍນີ ໃນໜັງສືກະບີຣ (4/ 338), ແລະ ທ່ານໄບຮາກີໜັງສືຊຸອັບ (14/ 355), ກ່າວໃນໜັງສື ມັວມັຈ ອັຊຊະວາອິດ (1/ 121), ລາຍງານຂອງອະຫ໌ມັດ ແລະ ຜູ້ລາຍງານຮະດິຊນີ້ ແລະ ຜູ້ລາຍງານຮະດິຊຊໍຮິຫ໌.

ບັນທຶກໂດຍທ່ານອີມ່າມອະຫ໌ມັດ (1/ 47)

ບັນທຶກໂດຍທ່ານອາບຸດາວູດ ເລກທີ (3251) ແລະ ທີ່ຕິຣມີຊີ ເລກທີ (1535).

ບັນທຶກໂດຍທ່ານອາບຸດາວູດ ເລກທີ (4980) ແລະ ທ່ານອະຫ໌ມັດ (5/ 384).

ບັນທຶກໂດຍທ່ານອິບນຸມາຈະຫ໌ ເລກທີ (4204) ແລະ ທ່ານອິມ່າມອະມັດ (3/ 30).

ບັນທຶກໂດຍທ່ານມຸສລິມ ເລກທີ (916-917).

ບັນທຶກໂດຍອາບຸດາວູດ ເລກທີ່ (3221) ແລະ ທ່ານຮາກິມ (3/ 399).

ບັນທຶກໂດຍ ທ່ານອິບນຸມາຈະຫ໌ ເລກທີ(1612) , ແລະ ທ່ານອິມ່າມອະມັດ 2/ 204). .

ບັນທຶກໂດຍມຸສລິມ ບົດອັລຈະນາອິຊ (976), ອັນນະສາອີ ບົດອັລຈະນາອິຊ (2034), ອະບູດາວູດ ບົດອັລຈະນາອິຊ (3234), ອິບນຸມາຈະຫ໌ ສິ່ງທີ່ມາໃນ ອັລຈະນາອິຊ (1569), ອະຫ໌ມັດ (2/441).

ບັນທຶກໂດຍ ທ່ານອິບນຸມາຈະຫ໌ ເລກທີ່ (1569) , ກວດກາໂດຍທ່ານອັລ-ອັລບານີ.

ບັນທຶກໂດຍທ່ານມຸສລິມ ເລກທີ (975).

ໜັງສືຟັດຕະວາມະກໍລາຕ ມຸດນູອະຫ໌ (3/ 288- 298) .