دَفْنُ المَوتَى فِي المَسَاجِدِ
ການຝັງສົບຄົນຕາຍໃນມັສຍິດ
لِسَمَاحَةِ الشَّيْخِ العَلَّامَةِ
عَبْدِ العَزِيزِ بْنِ عَبْدِ اللهِ بْنِ بَازٍ
رَحِمَهُ اللهُ
ຂຽນໂດຍ ສາດສະດາຈານຜູ້ຊົງຄຸນນະວຸດ
ອັບດຸລອະຊິຊ ບິນ ອັບດຸລລໍຫ໌ ບິນ ບາຊ
بِسْمِ اللهِ الرَّحمَنِ الرَّحِيمِ
ວາລະສານ ທີ່ສິບເອັດ: ການຝັງສົບຄົນຕາຍໃນມັສຍິດ
ບິສມິລລາຫ໌, ແລະ ມວນການສັນລະເສິນທັງຫຼາຍເປັນສິດຂອງອັລລໍຫ໌, ແລະ ຂໍການອວຍພອນຄວາມສັນຕິສຸກຈົ່ງມີແດ່ຣໍຊູລຂອງອັລລໍຫ໌, ຕະຫຼອດຈົນບັນດາວົງວານຕະກູນຂອງທ່ານ ແລະ ບັນດາຜູ້ທີ່ໄດ້ຮັບການຊີ້ແນະຕາມແນວທາງຂອງທ່ານ, ຕໍ່ໄປນີ້:
ຂ້າພະເຈົ້າໄດ້ອ່ານໜັງສືພິມ «ຄໍຣະຕູມ» ສະບັບລົງວັນທີ: 17/4/1415 ຮ.ສ. ຈຶ່ງໄດ້ພົບວ່າມີການເຜີຍແຜ່ຖະແຫຼງການໃນນັ້ນກ່ຽວກັບການຝັງສົບຂອງ ທ່ານ ມຸຮຳມັດ ອັລ-ຫະຊັນ ອັລ-ອິດຣີຊີ ຢູ່ຄຽງຂ້າງບິດາຂອງທ່ານ ໃນມັສຍິດຂອງພວກເຂົາ ທີ່ເມືອງອຸມດຸຣມານ... ຯລຯ.
ແລະ ເນື່ອງຈາກສິ່ງທີ່ອັລລໍຫ໌ໄດ້ກຳນົດເປັນຫນ້າທີ່ໃນການໃຫ້ຄຳຕັກເຕືອນແກ່ຊາວມຸສລິມ, ແລະ ການຊີ້ແຈງໃນການປະຕິເສດສິ່ງທີ່ຊົ່ວຮ້າຍ; ຂ້າພະເຈົ້າຈຶ່ງເຫັນສົມຄວນທີ່ຈະແຈ້ງເຕືອນວ່າ ການຝັງສົບໃນມັສຍິດເປັນສິ່ງທີ່ບໍ່ອະນຸຍາດ, ແທ້ຈິງແລ້ວມັນຄືຫນຶ່ງໃນຊ່ອງທາງທີ່ນຳໄປສູ່ການຕັ້ງພາກີ, ແລະ ເປັນການກະທຳຂອງຊາວຢິວ ແລະ ຄຣິດສະຕຽນທີ່ອັລລໍຫ໌ໄດ້ຕຳໜິພວກເຂົາ, ແລະ ທ່ານລໍຊູລຂອງພະອົງ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ສາບແຊ່ງພວກເຂົາ, ດັ່ງທີ່ມີລາຍງານໃນປື້ມສໍເຮັຍຫ໌ທັງສອງສະບັບ ຈາກທ່ານນາງ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ, ຈາກທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ວ່າ ທ່ານໄດ້ກ່າວວ່າ:
«لَعَنَ اللَّهُ الْيَهُودَ وَالنَّصَارَى، اتَّخَذُوا قُبُورَ أَنْبِيَائِهِمْ مَسَاجِدَ».
«ອັລລໍຫ໌ ໄດ້ຊົງສາບແຊ່ງພວກຍະຮູດ (ຍິວ) ແລະ ນາຊໍຣໍ (ຄຣິສຕຽນ) ທີ່ພວກເຂົາໄດ້ຍຶດເອົາບັນດາຫຼຸມສົບຂອງບັນດານະບີຂອງພວກເຂົາເປັນມັສຍິດ» ແລະ ລາຍງານທີ່ຖືກຕ້ອງຈາກມຸສລິມ ຈາກທ່ານຈຸນດຸບ ບິນ ອັບດິລລາຫ໌ ຈາກທ່ານນະບີ ﷺ ໄດ້ກ່າວວ່າ:
«أَلَا وَإِنَّ مَنْ كَانَ قَبْلَكُمْ كَانُوا يَتَّخِذُونَ قُبُورَ أَنْبِيَائِهِمْ وَصَالِحِيهِمْ مَسَاجِدَ، أَلَا فَلَا تَتَّخِذُوا الْقُبُورَ مَسَاجِدَ؛ فَإِنِّي أَنْهَاكُمْ عَنْ ذَلِكَ».
«ຈົ່ງຊາບເຖີດວ່າ ແທ້ຈິງ ບັນດາຊົນຊາດກ່ອນພວກເຈົ້າ ພວກເຂົາໄດ້ຍຶດຖືເອົາບັນດາກຸໂບຣຂອງບັນດານະບີ ແລະ ບັນດາຄົນດີຂອງພວກເຂົາເປັນບ່ອນເຮັດມັສຍິດ, ຈົ່ງຮູ້ໄວ້ເຖິດ ພວກເຈົ້າຢ່າໄດ້ຍຶດຖືເອົາບັນດາກຸໂບຣເປັນບັນດາມັສຍິດ; ເພາະແທ້ ຂ້ອຍໄດ້ຫ້າມພວກເຈົ້າຈາກສິ່ງນັ້ນ». ແລະ ຫະດິຊອື່ນ ໆ ທີ່ມີຄວາມໝາຍທຳນອງນີ້ຢັງມີອີກຫຼາຍ.
ສະນັ້ນ, ໜ້າທີ່ທີ່ຈຳເປັນຂອງຊາວມຸສລິມໃນທຸກໆ ສະຖານທີ່ - ບໍ່ວ່າຈະເປັນຜູ້ປົກຄອງປະເທດ ຫຼື ປະຊາຊົນ - ຄື: ຕ້ອງຢຳເກງຕໍ່ອັລລໍຫ໌, ແລະ ລະມັດລະວັງໃນສິ່ງທີ່ພຣະອົງຊົງຫ້າມ, ແລະ ໃຫ້ຝັງຜູ້ຕາຍຂອງພວກເຂົາຢູ່ນອກມັສຍິດ, ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ ແລະບັນດາສໍຫາບະຂອງທ່ານ ຣໍດິຍັລລໍຮຸອັນຮຸມ ເຄີຍຝັງຜູ້ຕາຍຢູ່ນອກມັສຍິດ, ແລະເຊັ່ນດຽວກັນກັບຜູ້ທີ່ຈະເລີນຮອຍຕາມພວກເພີ່ນດ້ວຍຄຸນງາມຄວາມດີ.
ສ່ວນການມີຢູ່ຂອງກຸໂບຣຂອງທ່ານນະບີ ﷺ ແລະ ສອງສໍຫາບະຫ໌ຂອງທ່ານຄື ອະບູ ບັກກຣ໌ ແລະ ອຸມັຣ ຣໍດິຍັລລໍຫຸ ອັນຮຸມາ ໃນມັສຍິດຂອງທ່ານ ﷺ ນັ້ນ; ບໍ່ສາມາດນຳມາເປັນຫຼັກຖານອ້າງອີງໄດ້ໃນການຝັງໄມຍິດໃນບັນດາມັສຍິດ; ເພາະວ່າທ່ານ ﷺ ໄດ້ຖືກຝັງໃນເຮືອນຂອງທ່ານ – ໃນເຮືອນຂອງນາງ ອາອີຊະຫ໌ ຣໍດິຍັລລໍຫຸ ອັນຮາ –, ຫຼັງຈາກນັ້ນ ສອງສໍຫາບະຫ໌ຂອງເພິ່ນກໍໄດ້ຖືກຝັງຮ່ວມກັບເພິ່ນ, ເມື່ອ ອັລ-ວະລີດ ບິນ ອັບດິລ ມະລິກ ໄດ້ຂະຫຍາຍມັສຍິດ ເພິ່ນກໍໄດ້ນຳເອົາຫ້ອງດັ່ງກ່າວລວມເຂົ້າໄປໃນມັສຍິດ ໃນຊ່ວງຕົ້ນຂອງສະຕະວັດທີໜຶ່ງແຫ່ງຮິຈເຣາະຫ໌ສັກກະຣາດ, ແລະ ບັນດາຜູ້ມີຄວາມຮູ້ກໍໄດ້ຕຳໜິການກະທຳດັ່ງກ່າວຂອງເພິ່ນ, ແຕ່ເພິ່ນເຫັນວ່າສິ່ງນັ້ນບໍ່ໄດ້ເປັນອຸປະສັກຕໍ່ການຂະຫຍາຍ, ແລະ ແທ້ຈິງເລື່ອງດັ່ງກ່າວແມ່ນມີຄວາມຊັດເຈນ ບໍ່ມີຄວາມຄຸມເຄືອ.
ແລະ ຈາກສິ່ງດັ່ງກ່າວ ຈຶ່ງເປັນທີ່ປະຈັກແຈ້ງແກ່ຊາວມຸສລິມທຸກຄົນວ່າ: ແທ້ຈິງທ່ານນະບີ ﷺ ແລະ ສໍຫາບະຫ໌ທັງສອງຂອງເພິ່ນ ຣໍດິຍັລລໍຮຸ ອັນຮຸມາ ບໍ່ໄດ້ຖືກຝັງຢູ່ໃນມັສຍິດ, ແລະ ການທີ່ຫຼຸມຝັງສົບຂອງພວກເພິ່ນຖືກລວມເຂົ້າໄປໃນມັສຍິດເນື່ອງຈາກການຂະຫຍາຍນັ້ນ ບໍ່ແມ່ນຫຼັກຖານອ້າງອີງໃນການອະນຸຍາດໃຫ້ຝັງສົບໃນມັສຍິດ; ເພາະວ່າພວກເພິ່ນບໍ່ໄດ້ຢູ່ໃນມັສຍິດ, ແຕ່ຫາກຢູ່ໃນເຮືອນຂອງທ່ານ ﷺ, ແລະ ເພາະວ່າການກະທຳຂອງທ່ານວະລີດ ບໍ່ສາມາດເປັນຫຼັກຖານອ້າງອີງໃຫ້ແກ່ຜູ້ໃດໄດ້ໃນເລື່ອງນີ້, ແຕ່ແທ້ຈິງແລ້ວ ຫຼັກຖານອ້າງອີງນັ້ນແມ່ນຢູ່ໃນຄຳພີ (ກຸຣອານ) ແລະ ຊຸນນະຫ໌, ແລະ ໃນມະຕິທີ່ເປັນເອກະພາບຂອງຊາວສະລັຟແຫ່ງອຸມມະຫ໌, ຣໍດິຍັລລໍຮຸ ອັນຮຸມ, ແລະ ຂໍພຣະອົງໄດ້ໂຜດໃຫ້ພວກເຮົາເປັນຜູ້ຕາມພວກເຂົາດ້ວຍຄວາມດີງາມ.
ເພື່ອເປັນການໃຫ້ຄຳຕັກເຕືອນ ແລະ ເພື່ອໃຫ້ພົ້ນຈາກຄວາມຮັບຜິດຊອບ, ຈຶ່ງໄດ້ຮຽບຮຽງຂຶ້ນໃນວັນທີ: 14/5/1415 ຮ.ສ.
ອັລລໍຫ໌ເປັນຜູ້ປະທານຄວາມສຳເລັດ. ແລະ ຂໍຄວາມຈຳເລິນ ແລະ ຄວາມສັນຕິສຸກ ຈົ່ງປະສົບແກ່ທ່ານນະບີຂອງເຮົາ ມຸຮຳມັດ, ຕະຫຼອດຮອດວົງວານ ແລະ ສະຫາຍຂອງທ່ານ, ແລະ ບັນດາຜູ້ທີ່ດຳເນີນຕາມພວກເຂົາທັ້ງຫຼາຍດ້ວຍຄວາມດີງາມ.
***
lo397v4.0 - 12/04/2026