PHPWord

 

 

التَّحْذِيرُ مِنْ بِنَاءِ المَسَاجِدِ

عَلَى القُبُورِ

 

 

ການຕັກເຕືອນກ່ຽວກັບການສ້າງມັສຍິດເທິງບັນດາກຸໂບຣ (ຫຼຸມຝັ່ງສົບ)

 

 

لِسَمَاحَةِ الشَّيْخِ العَلَّامَةِ

عَبْدِ العَزِيزِ بْنِ عَبْدِ اللهِ بْنِ بَازٍ

رَحِمَهُ اللهُ

 

ຂຽນໂດຍ ສາດສະດາຈານຜູ້ຊົງຄຸນນະວຸດ

ອັບດຸລອະຊິຊ ບິນ ອັບດຸລລໍຫ໌ ບິນ ບາຊ

 


بِسْمِ اللهِ الرَّحمَنِ الرَّحِيمِ

າລະສານ ທີ່ສິບ: ການຕັກເຕືອນກ່ຽວກັບການສ້າງມັສຍິດເທິງບັນດາກຸໂບຣ (ຫຼຸມຝັ່ງສົບ)

ບິສມິລລາຫ໌, ວັລຮຳດຸລິລລາຫ໌ ແລະ ຂໍອວຍພອນຄວາມສັນຕິສຸກແກ່ທ່ານຣໍ່ຊູລຂອງອັລລໍຫ໌.

ຕໍ່ໄປນີ້: ຂ້າພະເຈົ້າໄດ້ຮັບຊາບເຖິງສິ່ງທີ່ຖືກເຜີຍແຜ່ໃນວາລະສານສະບັບທີສາມຂອງ ຣໍບິເຕາະຫ໌ ອັລ-ອຸລູມ ອັລ-ອິສລາມີຍະຫ໌ ໃນພາກສ່ວນ (ຂ່າວຄາວຊາວມຸສລິມປະຈຳເດືອນ): ວ່າ ຣໍບິເຕາຫ໌ ອັລ-ອຸລູມ ອັລ-ອິສລາມີຍະຫ໌ ໃນລາຊະອານາຈັກຈໍແດນຮາຊິມິ ຕັ້ງໃຈທີ່ຈະສ້າງມັດສະຍິດເທິງຖ້ຳທີ່ຖືກຄົ້ນພົບເມື່ອບໍ່ດົນມານີ້ທີ່ໝູ່ບ້ານ ອັລ-ຣໍຫີບ, ເຊິ່ງເປັນຖ້ຳທີ່ໄດ້ຖືກກ່າວຂານກັນວ່າ: ຊາວຖ້ຳທີ່ຖືກກ່າວເຖິງໃນຄຳພີອັລກຸຣອານອັນຊົງກຽດໄດ້ພັກເຊົາຫຼັບນອນຢູ່ໃນນັ້ນ, ຈົບຄວາມ.

ດ້ວຍການຄຳນຶງເຖິງພັນທະໃນການໃຫ້ຄຳຕັກເຕືອນເພື່ອອັລລໍຫ໌ ແລະ ເພື່ອບັນດາຜູ້ສັດທາຕໍ່ພຣະອົງ; ຂ້າພະເຈົ້າຈຶ່ງເຫັນສົມຄວນທີ່ຈະໃຫ້ຄຳຕັກເຕືອນໃນວາລະສານສະບັບດຽວກັນນີ້ ແກ່ສະມາຄົມວິທະຍາສາດອິສລາມ ໃນລາຊະອານາຈັກຈໍແດນ; ເຊິ່ງມີເນື້ອໃນຄື: ເປັນການຕັກເຕືອນສະມາຄົມໃຫ້ຍົກເລີກສິ່ງທີ່ໄດ້ຕັ້ງໃຈໄວ້ ກ່ຽວກັບການກໍ່ສ້າງມັສຍິດເທິງຖໍ້າທີ່ກ່າວມານັ້ນ; ທັງນີ້ກໍເພາະວ່າການກໍ່ສ້າງມັສຍິດເທິງກຸໂບຣຂອງບັນດານະບີ ຄົນສໍລິຫ໌ ແລະ ຮ່ອງຮອຍຂອງພວກເຂົາ ເປັນສິ່ງທີ່ບົດບັນຍັດອິສລາມອັນສົມບູນໄດ້ກຳນົດຫ້າມ ແລະ ໄດ້ຕັກເຕືອນໃຫ້ຫ່າງໄກ, ພ້ອມທັງໄດ້ສາບແຊ່ງຜູ້ທີ່ກະທຳມັນ; ເນື່ອງຈາກວ່າມັນເປັນຊ່ອງທາງຫນຶ່ງທີ່ນຳໄປສູ່ການຊິຣິກ, ແລະ ເປັນການເຮັດເກິນຢ່າງຂອບເຂດ ໃນການຍົກຍ່ອງບັນດານະບີ ແລະ ຄົນດີສໍລິຫ໌, ແລະ ຄວາມເປັນຈິງກໍເປັນພະຍານເຖິງຄວາມຖືກຕ້ອງຂອງສິ່ງທີ່ບົດບັນຍັດໄດ້ນຳມາ, ແລະເປັນຫຼັກຖານທີ່ສະແດງວ່າມັນມາຈາກອັລລໍຫ໌ ຜູ້ຊົງຍິ່ງໃຫຍ່, ແລະ ເປັນຂໍ້ພິສູດທີ່ແຈ່ມແຈ້ງ ແລະ ເປັນຫຼັກຖານອັນຕັດສິນໄດ້ ເຖິງຄວາມຈິງຂອງທ່ານສາສະດາທູດຂອງອັລລໍຫ໌ ﷺ ໃນສິ່ງທີ່ທ່ານໄດ້ນຳມາຈາກອັລລໍຫ໌ ແລະ ໄດ້ເຜີຍແຜ່ແກ່ປະຊາຊາດ. ແລະ ທຸກໆຄົນທີ່ໄດ້ພິຈາລະນາໄຕ່ຕອງເຖິງສະພາບການຂອງໂລກອິສລາມ, ແລະ ສິ່ງທີ່ໄດ້ເກີດຂຶ້ນໃນນັ້ນ ອັນໄດ້ແກ່ການຕັ້ງພາຄີ ແລະ ການເຮັດເກີນຂອບເຂດ; ອັນເນື່ອງມາຈາກການກໍ່ສ້າງມັສຍິດເທິງຫລຸ່ມຝັງສົບ, ການໃຫ້ຄວາມເຄົາລົບນັບຖືຢ່າງສູງສົ່ງ, ການປູພົມ ແລະ ການປະດັບປະດາໃຫ້ສວຍງາມ, ແລະ ການຈັດໃຫ້ມີຜູ້ດູແລຮັກສາໄວ້ປະຈຳ, ຜູ້ນັ້ນກໍຈະຮູ້ຢ່າງແນ່ຊັດວ່າ ສິ່ງເຫຼົ່ານີ້ ແມ່ນຫນຶ່ງໃນບັນດາຊ່ອງທາງທີ່ນຳໄປສູ່ການຕັ້ງພາຄີ, ແລະ (ຈະຮູ້ວ່າ) ຫນຶ່ງໃນຄວາມດີງາມຂອງບົດບັນຍັດອິສລາມກໍຄືການຫ້າມປາມຈາກມັນ, ແລະ ການຕັກເຕືອນໃຫ້ຫ່າງໄກຈາກການກໍ່ສ້າງມັນ.

ແລະ ສ່ວນໜຶ່ງຈາກສິ່ງທີ່ຖືກກ່າວເຖິງໃນເລື່ອງນີ້ ແມ່ນສິ່ງທີ່ລາຍງານໂດຍອິ່ມາມທັ້ງສອງຜູ້ຍິ່ງໃຫຍ່ ບຸຄໍຣີ ແລະ ມຸສລິມ, ຂໍອັລລໍຮ໌ຊົງເມດຕາທັງສອງທ່ານ, ຈາກທ່ານນາງ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ: ທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ:

«لَعَنَ اللَّهُ الْيَهُودَ وَالنَّصَارَى، اتَّخَذُوا قُبُورَ أَنْبِيَائِهِمْ مَسَاجِدَ، قالَتْ عَائِشَةُ: يُحَذِّرُ مَا صَنَعُوا، قالَتْ: وَلَوْلَا ذَلِكَ لَأُبْرِزَ قَبْرُهُ، غَيْرَ أَنَّهُ خُشِيَ أَنْ يُتَّخَذَ مَسْجِدًا».

«ອັລລໍຫ໌ ໄດ້ຊົງສາບແຊ່ງພວກຍະຮູດ (ຍິວ) ແລະ ນາຊໍຣໍ (ຄຣິສຕຽນ) ທີ່ພວກເຂົາໄດ້ຍຶດເອົາບັນດາຫຼຸມສົບຂອງບັນດານະບີຂອງພວກເຂົາເປັນມັສຍິດ, ທ່ານນາງ ອາອີຊະຫ໌ ໄດ້ກ່າວວ່າ: ເພິ່ນກ່າວເຕືອນເຖິງສິ່ງທີ່ພວກເຂົາໄດ້ກະທຳ, ທ່ານນາງໄດ້ກ່າວວ່າ: ແລະ ຫາກບໍ່ແມ່ນຍ້ອນສິ່ງນັ້ນແລ້ວ ກຸໂບຣຂອງເພິ່ນກໍຄົງຈະຖືກເປີດເຜີຍ, ພຽງແຕ່ວ່າມີຄວາມຢ້ານກົວວ່າມັນຈະຖືກຍຶດເອົາເປັນມັສຍິດ». ແລະ ໃນບັນທຶກຂອງທ່ານອີຫມ່ຳທັ້ງສອງຄືກັນ ວ່າ ທ່ານຍິງອຸມມຸສະລາມະຫ໌ ແລະ ທ່ານຍິງອຸມມຸຫະບີບະຫ໌ ຣໍດີຍັລລໍຮຸ ອັນຮຸມາ ໄດ້ກ່າວແກ່ທ່ານນະບີ ﷺ ເຖິງໂບດຄຣິສຕຽນແຫ່ງໜຶ່ງທີ່ພວກນາງທັງສອງໄດ້ເຫັນຢູ່ດິນແດນຫະບະຊະຫ໌, ແລະ ບັນດາຮູບພາບທີ່ຢູ່ໃນນັ້ນ, ແລ້ວທ່ານ ﷺ ຈຶ່ງກ່າວວ່າ:

«أُولَئِكَ إِذَا مَاتَ فِيهِمُ الرَّجُلُ الصَّالِحُ؛ بَنَوْا عَلَى قَبْرِهِ مَسْجِدًا، وَصَوَّرُوا فِيهِ تِلْكَ الصُّوَرَ، أُولَئِكَ شِرَارُ الْخَلْقِ عِنْدَ اللَّهِ».

«ຊົນເຫລົ່ານັ້ນ ເມື່ອຊາຍຜູ້ຊອບທຳໃນໝູ່ພວກເຂົາໄດ້ເສຍຊີວິດລົງ, ພວກເຂົາກໍ່ສ້າງມັດສະຍິດເທິງຫຼຸມຝັງສົບຂອງລາວ ແລະ ໄດ້ສ້າງບັນດາຮູບພາບເຫລົ່ານັ້ນໄວ້ໃນນັ້ນ, ຊົນເຫລົ່ານັ້ນຄື ມະນຸດທີ່ຊົ່ວຊ້າຍິ່ງ ນະ ທີ່ອັລລໍຫ໌».

ແລະໃນສໍຮິຫ໌ມຸສລິມ ລາຍງານຈາກທ່ານ ຈຸນດຸບ ບິນ ອັບດຸລລໍຫ໌ ຣໍດີຍັລລໍຮຸ ອັນຮຸ ເລົ່າວ່າ: ຂ້ອຍໄດ້ຍິນທ່ານຣໍສູລຸລລໍຫ໌ ﷺ ໄດ້ກ່າວກ່ອນທີ່ເພິ່ນຈະເສຍຊີວິດຫ້າວັນ ວ່າ:

«إِنِّي أَبْرَأُ إِلَى اللَّهِ أَنْ يَكُونَ لِي مِنْكُمْ خَلِيلٌ، فَإِنَّ اللَّهَ قَدِ اتَّخَذَنِي خَلِيلًا، كَمَا اتَّخَذَ إِبْرَاهِيمَ خَلِيلًا، وَلَوْ كُنْتُ مُتَّخِذًا مِنْ أُمَّتِي خَلِيلًا، لَاتَّخَذْتُ أَبَا بَكْرٍ خَلِيلًا، أَلَا وَإِنَّ مَنْ كَانَ قَبْلَكُمْ كَانُوا يَتَّخِذُونَ قُبُورَ أَنْبِيَائِهِمْ وَصَالِحِيهِمْ مَسَاجِدَ، أَلَا فَلَا تَتَّخِذُوا الْقُبُورَ مَسَاجِدَ، فَإِنِّي أَنْهَاكُمْ عَنْ ذَلِكَ».

«ແທ້ຈິງຂ້າພະເຈົ້າຂໍປີກຕົວຕໍ່ອັລລໍຫ໌ ຈາກການທີ່ຈະມີຄໍລີລຈາກໝູ່ພວກເຈົ້າ, ເພາະແທ້ຈິງອັລລໍຫ໌ ໄດ້ຍຶດຖືເອົາຂ້າພະເຈົ້າເປັນຄໍລີລ ເໝືອນດັ່ງທີ່ພຣະອົງໄດ້ຍຶດຖືເອົາອີບຣໍຮີມເປັນຄໍລີລ, ແລະຫາກວ່າຂ້າພະເຈົ້າຈະຍຶດຖືເອົາຜູ້ໃດຈາກປະຊາຊາດຂອງຂ້າພະເຈົ້າເປັນຄໍລີລແລ້ວ, ຂ້າພະເຈົ້າກໍຈະຍຶດຖືເອົາ ອະບູ ບັກຣ໌ ເປັນຄໍລີລ. ພຶງຊາບເຖີດ ແລະ ແທ້ຈິງ ບັນດາຊົນຊາດກ່ອນພວກເຈົ້າ ພວກເຂົາໄດ້ຍຶດຖືເອົາບັນດາກຸໂບຣຂອງບັນດານະບີ ແລະ ຄົນດີຂອງພວກເຂົາ ເປັນບ່ອນເຮັດມັສຍິດ, ພຶງຊາບເຖີດ ພວກເຈົ້າຢ່າໄດ້ຍຶດຖືເອົາບັນດາກຸໂບຣເປັນບັນດາມັສຍິດ, ເພາະແທ້ຈິງຂ້າພະເຈົ້າຂໍຫ້າມພວກເຈົ້າຈາກສິ່ງນັ້ນ». ແລະ ມີຫະດິຊຫຼວງຫຼາຍໃນບົດນີ້.

ບັນດາອິມ່າມຈາກນັກວິຊາການຊາວມຸສລິມທັງສີ່ສຳນັກຄິດ (ມັຊຮັບ) ແລະ ນອກເໜືອຈາກພວກເຂົາ ໄດ້ລະບຸໄວ້ຢ່າງຊັດເຈນເຖິງຂໍ້ຫ້າມໃນການຍຶດຖືເອົາກຸໂບຣເປັນມັສຍິດ, ແລະ ໄດ້ກ່າວເຕືອນຕໍ່ເລື່ອງດັ່ງກ່າວ; ເພື່ອເປັນການປະຕິບັດຕາມສຸນນະຫ໌ຂອງ ທ່ານນະບີ ﷺ, ແລະ ເພື່ອເປັນການຕັກເຕືອນແກ່ປະຊາຊາດ ແລະ ຫ້າມປາມບໍ່ໃຫ້ຕົກໄປສູ່ສິ່ງທີ່ຜູ້ຄົນໃນຍຸກກ່ອນໜ້າໄດ້ຕົກໄປແລ້ວ ຄືບັນດາຜູ້ທີ່ເຮັດເກີນຂອບເຂດໃນໝູ່ຊາວຢິວ ແລະ ຄຣິດສະຕຽນ, ຕະຫຼອດຈົນຜູ້ທີ່ຄ້າຍຄືພວກເຂົາ ຈາກບັນດາຜູ້ຫຼົງຜິດຂອງປະຊາຊາດນີ້.

ສະນັ້ນ ຈຶ່ງເປັນໜ້າທີ່ ທີ່ຈຳເປັນຂອງສະມາຄົມວິທະຍາສາດອິສລາມແຫ່ງປະເທດຈໍແດນ ແລະ ບັນດາມຸສລິມທົ່ວໄປຄື: ການຍຶດຖືເອົາສຸນນະຫ໌, ການດຳເນິນຕາມແນວທາງຂອງບັນດາອະອິມະຫ໌ (ຜູ້ນຳທາງສາສະໜາ), ແລະ ການລະມັດລະວັງຕໍ່ສິ່ງທີ່ອັລລໍຫ໌ ແລະ ຣໍ່ຊູລຂອງພຣະອົງໄດ້ຊົງຕັກເຕືອນຫ້າມປາມໄວ້; ເພາະໃນການປະຕິບັດດັ່ງກ່າວນັ້ນ ເປັນຄວາມດີງາມ, ຄວາມສັນຕິສຸກ ແລະ ເປັນຫົນທາງແຫ່ງຄວາມປອດໄພສຳລັບປວງບ່າວຂອງພຣະອົງ ທັງໃນດຸນຍາ ແລະ ອາຄິເຣາະຫ໌. ແລະ ບາງຄົນໄດ້ອ້າງອີງໃນປະເດັນນີ້ ດ້ວຍຄຳຕຣັດຂອງພຣະອົງ ຈັລລະ ຈະລາລຸຮ໌ ໃນເລື່ອງລາວຂອງຊາວອັລກະຟີວ່າ:

﴿...قَالَ ٱلَّذِينَ غَلَبُواْ عَلَىٰٓ أَمۡرِهِمۡ لَنَتَّخِذَنَّ عَلَيۡهِم مَّسۡجِدٗا﴾

(...ບັນດາຜູ້ທີ່ມີອຳນາດເໜືອໃນເລື່ອງຂອງພວກເຂົາໄດ້ກ່າວວ່າ ເຮົາຈະສ້າງມັສຍິດຂຶ້ນຄອບພວກເຂົາຢ່າງແນ່ນອນ) [ອັລ-ກະຫ໌ຟີ: 21].

ຄຳຕອບໃນເລື່ອງດັ່ງກ່າວກໍຄື: ແທ້ຈິງ ອັລລໍຫ໌ ຊຸບຫານະຮູ ວະຕະອາລາ ໄດ້ຊົງກ່າວເຖິງບັນດາຜູ້ນຳ ແລະ ຜູ້ມີອຳນາດໃນສະໄໝນັ້ນ ວ່າພວກເຂົາໄດ້ກ່າວຖ້ອຍຄຳນີ້, ແລະ ການກ່າວເຖິງນັ້ນບໍ່ແມ່ນໃນລັກສະນະຂອງການເຫັນດີ ຫຼື ການຮັບຮອງພວກເຂົາ, ແຕ່ຫາກເປັນການກ່າວໃນລັກສະນະຕຳໜິ, ກ່າວໂທດ ແລະ ເພື່ອໃຫ້ເຫັນເຖິງຄວາມໜ້າລັງກຽດໃນການກະທຳຂອງພວກເຂົາ. ແລະ ສິ່ງທີ່ຊີ້ບອກເຖິງສິ່ງນັ້ນກໍຄື ການທີ່ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ, ຜູ້ທີ່ອາຍະຫ໌ນີ້ໄດ້ຖືກປະທານລົງມາໃຫ້ແກ່ເພິ່ນ ແລະ ເພິ່ນຄືຜູ້ທີ່ຮູ້ດີທີ່ສຸດໃນການອະທິບາຍຄວາມໝາຍຂອງມັນ, ໄດ້ຫ້າມປະຊາຊາດຂອງເພິ່ນຈາກການຍຶດຖືເອົາບັນດາກຸໂບຣເປັນບັນດາມັສຍິດ, ແລະ ໄດ້ຕັກເຕືອນພວກເຂົາຈາກສິ່ງນັ້ນ, ແລະ ໄດ້ສາບແຊ່ງ ແລະ ຕຳໜິຕິຕຽນຜູ້ທີ່ກະທຳມັນ.

ຫາກວ່າສິ່ງນັ້ນເປັນທີ່ອະນຸຍາດແລ້ວ, ສາດສະດາທູດຂອງອັລລໍຫ໌ ﷺ ກໍຄົງຈະບໍ່ໄດ້ເຂັ້ມງວດໃນເລື່ອງນັ້ນຢ່າງໃຫຍ່ຫລວງ, ໂດຍໄດ້ເນັ້ນຫນັກຈົນເຖິງຂັ້ນສາບແຊ່ງຜູ້ທີ່ກະທຳມັນ ແລະ ໄດ້ແຈ້ງໃຫ້ຊາບວ່າ ເຂົາຜູ້ນັ້ນແມ່ນສ່ວນໜຶ່ງຈາກບັນດາສິ່ງທີ່ຖືກສ້າງທີ່ຊົ່ວຊ້າທີ່ສຸດໃນທັດສະນະຂອງອົງອັລລໍຮ໌, ແລະ ໃນເລື່ອງນີ້ກໍມີຄວາມພຽງພໍ ແລະ ເປັນການໂນ້ມນ້າວໃຈແລ້ວສຳລັບຜູ້ທີ່ສະແຫວງຫາສັດຈະທຳ. ເຖິງແມ່ນວ່າພວກເຮົາຈະສົມມຸດວ່າການສ້າງມັສຍິດເທິງຫລຸມຝັງສົບເປັນທີ່ອະນຸຍາດແກ່ປະຊາຊາດກ່ອນຫນ້າພວກເຮົາກໍ່ຕາມ, ກໍ່ບໍ່ເປັນທີ່ອະນຸຍາດແກ່ພວກເຮົາທີ່ຈະເອົາແບບຢ່າງພວກເຂົາໃນເລື່ອງດັ່ງກ່າວ; ເພາະວ່າບົດບັນຍັດຂອງພວກເຮົາໄດ້ຍົກເລີກບັນດາບົດບັນຍັດກ່ອນຫນ້ານັ້ນ, ແລະ ສາດສະດາທູດຂອງພວກເຮົາ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຄືສາດສະດາທູດທ່ານສຸດທ້າຍ, ທັ້ງບົດບັນຍັດຂອງເພິ່ນກໍ່ສົມບູນ ແລະ ຄອບຄຸມທົ່ວໄປ, ແລະ ທ່ານໄດ້ຫ້າມພວກເຮົາຈາກການສ້າງມັສຍິດເທິງຫລຸມຝັງສົບ; ດ້ວຍເຫດນີ້ ຈຶ່ງບໍ່ອະນຸຍາດແກ່ພວກເຮົາທີ່ຈະຝ່າຝືນຄຳສັ່ງຂອງທ່ານ, ແລະ ເປັນຫນ້າທີ່ບັງຄັບເຫນືອພວກເຮົາທີ່ຈະຕ້ອງປະຕິບັດຕາມທ່ານ, ຍຶດຫມັ້ນໃນສິ່ງທີ່ທ່ານໄດ້ນຳມາ, ແລະ ລະຖິ້ມສິ່ງທີ່ຂັດກັບສິ່ງດັ່ງກ່າວ ຈາກບັນດາບົດບັນຍັດໃນຍຸກກ່ອນ ແລະ ຮີດຄອງປະເພນີທີ່ຖືກມອງວ່າເປັນສິ່ງທີ່ດີໃນທັດສະນະຂອງຜູ້ທີ່ປະຕິບັດມັນ; ເພາະວ່າບໍ່ມີບົດບັນຍັດໃດທີ່ສົມບູນຍິ່ງໄປກວ່າບົດບັນຍັດຂອງອັລລໍຫ໌, ແລະບໍ່ມີທາງນຳໃດທີ່ດີເລີດໄປກວ່າທາງນຳຂອງສາດສະດາທູດຂອງອັລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ.

ຂໍຕໍ່ອັລລໍຫ໌ ໄດ້ຊົງໂປດປະທານຄວາມສຳເລັດແກ່ພວກເຮົາ ແລະ ບັນດາຊາວມຸສລິມທັງໝົດ ເພື່ອໃຫ້ດຳລົງໝັ້ນໃນສາສະໜາຂອງພຣະອົງ, ແລະ ຍຶດໝັ້ນຕໍ່ບົດບັນຍັດຂອງຣໍຊູລຂອງພຣະອົງ, ທ່ານມຸຮຳມັດ ຊັລລັລລໍຫຸ ອະລັຍຮິ ວະສັລລັມ; ທັງໃນຄຳເວົ້າ ແລະ ການກະທຳ, ທັງໃນສິ່ງທີ່ເປີດເຜີຍ ແລະ ສິ່ງທີ່ປິດບັງ, ແລະ ໃນທຸກໆ ກິດຈະການ ຈົນກວ່າພວກເຮົາຈະໄດ້ພົບກັບອັລລໍຫ໌ ຜູ້ຊົງຍິ່ງໃຫຍ່ສູງສົ່ງ, ແທ້ຈິງ ພຣະອົງເປັນຜູ້ຊົງໄດ້ຍິນ ຜູ້ຊົງຢູ່ໃກ້ຊິດ.

ຂໍອັລລໍຫ໌ ຊົງປະທານຄວາມສັນຕິຈຳເລີນແດ່ບ່າວຂອງພຣະອົງ ແລະ ຣໍຊູລຂອງພຣະອົງ ທ່ານມຸຮຳມັດ, ແດ່ຄອບຄົວຂອງທ່ານ, ບັນດາມິດສະຫາຍຂອງທ່ານ, ລວມເຖິງບັນດາຜູ້ທີ່ດຳເນີນຕາມແນວທາງຂອງທ່ານ ຕາບຈົນຮອດວັນແຫ່ງການຕັດສິນ.

 

***

 

lo397v4.0 - 12/04/2026