PHPWord

 

 

 

حُكْمُ السِّحْرِ وَالكِهَانَةِ

وَمَا يَتَعَلَّقُ بِهَا

 

 

ຂໍ້ກຳຫນົດກ່ຽວກັບເວດມົນໄສຍະສາດ ແລະ ການເປັນຫມໍດູ ແລະ ສິ່ງທີ່ກ່ຽວຂ້ອງກັບພວກມັນ

 

 

لِسَمَاحَةِ الشَّيْخِ العَلَّامَةِ

عَبْدِ العَزِيزِ بْنِ عَبْدِ اللهِ بْنِ بَازٍ

رَحِمَهُ اللهُ

 

ຂຽນໂດຍ ສາດສະດາຈານຜູ້ຊົງຄຸນນະວຸດ

ອັບດຸລອະຊິຊ ບິນ ອັບດຸລລໍຫ໌ ບິນ ບາຊ

 

 


بِسْمِ اللهِ الرَّحمَنِ الرَّحِيمِ

າລະສານ ທີ່ເກົ້າ: ຂໍ້ກຳຫນົດກ່ຽວກັບເວດມົນໄສຍະສາດ ແລະ ການເປັນຫມໍດູ ແລະ ສິ່ງທີ່ກ່ຽວຂ້ອງກັບພວກມັນ1

ມວນການສັນລະເສິນເປັນສິດພຽງພຣະອົງດຽວ, ແລະ ຂໍອວຍພອນຄວາມສັນຕິສຸກແກ່ທ່ານຜູ້ທີ່ເປັນນະບີສຸດທ້າຍບໍ່ມີຜູ້ໃດຈະມາຕໍ່ຫຼັງຈາກທ່ານ, ຕໍ່ໄປນີ້:

ເນື່ອງຈາກໃນໄລຍະທີ່ຜ່ານມານີ້ ມີພວກຫລອກລວງເປັນຈຳນວນຫລວງຫລາຍ ພວກທີ່ອ້າງຕົນວ່າເປັນຫມໍປົວພະຍາດ ແລະ ປິ່ນປົວດ້ວຍວິທີການທາງໄສຍະສາດ ຫຼື ການເປັນຫມໍດູ, ແລະ ພວກເຂົາໄດ້ແຜ່ລາມໄປໃນບາງປະເທດ, ພ້ອມທັງສວາຍໂອກາດເອົາປຽບຄົນທີ່ໂງ່ເຂົາເບົາປັນຍາ; ຂ້າພະເຈົ້າຈຶ່ງເຫັນວ່າ ເພື່ອເປັນການຕັກເຕືອນໃຫ້ແກ່ອັລລໍຫ໌ ແລະ ປວງບ່າວຂອງພຣະອົງ ຄວນທີ່ຈະຊີ້ແຈງໃຫ້ເຫັນເຖິງໄພອັນຕະລາຍອັນໃຫຍ່ຫລວງທີ່ມີຕໍ່ອິສລາມ ແລະ ຊາວມຸສລິມ; ເພາະໃນນັ້ນມີການຜູກພັນກັບສິ່ງອື່ນນອກເໜືອຈາກອັລລໍຫ໌ ຜູ້ຊົງສູງສົ່ງ, ແລະ ເປັນການຝ່າຝືນຄຳສັ່ງຂອງພຣະອົງ ແລະ ຄຳສັ່ງຂອງສາດສະດາທູດຂອງພຣະອົງ ﷺ.

ດັ່ງນັ້ນ ຂ້າພະເຈົ້າຂໍກ່າວໂດຍຂໍຄວາມຊ່ວຍເຫຼືອຈາກອັລລໍຫ໌ຜູ້ຊົງສູງສົ່ງວ່າ: ການຮັກສາໂລກພະຍາດນັ້ນ ເປັນສິ່ງທີ່ອະນຸຍາດໂດຍເອກະພາບ (ຕາມຄຳເຫັນຂອງນັກວິຊາການ) ແລະມຸດສະລິມສາມາດໄປພົບແພດພະຍາດພາຍໃນ, ແພດຜ່າຕັດ, ແພດລະບົບປະສາດ ຫຼື ແພດສາຂາອື່ນໆ ເພື່ອໃຫ້ເຂົາວິນິດໄຊພະຍາດ ແລະ ຮັກສາດ້ວຍຢາທີ່ອະນຸຍາດຕາມຊາຣີອະຫ໌ ຕາມຄວາມຮູ້ທາງການແພດຂອງເຂົາເພາະວ່າສິ່ງນັ້ນເປັນການເອົາເຫດປັດໃຈຕາມປົກກະຕິ (ການເອົາເຫດ) ແລະ ບໍ່ຂັດແຍ້ງກັບການມອບໝາຍຕົນໃຫ້ແກ່ອັນລໍຫ໌ (ຕະວັກກຸນ)

ແທ້ຈິງແລ້ວ ອັນລໍຫ໌ ຊຸບຮານະຮູ ວະຕະອາລາ ໄດ້ປະທານພະຍາດລົງມາ ແລະ ປະທານຢາຮັກສາມາຄູ່ກັນກັບມັນ ບາງຄົນຮູ້ຈັກມັນ ແລະ ບາງຄົນບໍ່ຮູ້ຈັກ ແຕ່ພຣະອົງບໍ່ໄດ້ກຳນົດໃຫ້ການຮັກສາຂອງບ່າວຂອງພຣະອົງຢູ່ກັບສິ່ງທີ່ພຣະອົງຫ້າມພວກເຂົາໄວ້.

ສະນັ້ນ ບໍ່ອະນຸຍາດໃຫ້ຜູ້ເຈັບໄຂເປັນໄປຫາພວກຫມໍດູຜູ້ທີ່ອ້າງວ່າຮູ້ໃນສິ່ງເລັ້ນລັບ ເພື່ອທີ່ຈະຮູ້ສາເຫດພະຍາດຂອງຕົນ, ເຊັ່ນດຽວກັນ ຫ້າມບໍ່ໃຫ້ເຊື່ອພວກເຂົາໃນສິ່ງທີ່ພວກເຂົາບອກ ເພາະແທ້ຈິງແລ້ວພວກເຂົາເວົ້າໂດຍການຄາດເດົາໃນສິ່ງທີ່ເລັ້ນລັບ, ຫຼື ເອີ້ນຈິນມາເພື່ອຂໍຄວາມຊ່ວຍເຫລືອຈາກພວກເຂົາໃນສິ່ງທີ່ພວກເຂົາຕ້ອງການ, ແລະ ການກະທຳຂອງຄົນພວກນີ້ຖືວ່າເປັນການປະຕິເສດສັດທາ ແລະ ການຫລົງຜິດ ຫາກພວກເຂົາອ້າງວ່າຮູ້ໃນສິ່ງເລັ້ນລັບ.

ແລະ ອິຫມ່ຳມຸສລິມໄດ້ລາຍງານໄວ້ໃນຕຳລາຫະດິຊສໍຮິຫ໌ຂອງທ່ານ, ແທ້ຈິງທ່ານນະບີ ﷺ ກ່າວວ່າ:

«مَنْ أَتَى عَرَّافًا فَسَأَلَهُ عَنْ شَيْءٍ، لَمْ تُقْبَلْ لَهُ صَلَاةٌ أَرْبَعِينَ يَوْمًا».

«ຜູ້ໃດທີ່ໄປຫາໝໍດູ ແລ້ວຖາມລາວກ່ຽວກັບສິ່ງໃດໜຶ່ງ, ການລະຫມາດຂອງລາວຈະບໍ່ຖືກຕອບຮັບເປັນເວລາ 40 ວັນ »

ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍ ອັນຮຸ, ຈາກທ່ານນະບີ ﷺ ກ່າວວ່າ:

«مَنْ أَتَى كَاهِنًا فَصَدَّقَهُ بِمَا يَقُولُ، فَقَدْ كَفَرَ بِمَا أُنْزِلَ عَلَى مُحَمَّدٍ ﷺ».

«ຜູ້ໃດກໍຕາມທີ່ໄປຫາໝໍດູ ແລ້ວເຊື່ອໃນສິ່ງທີ່ເຂົາເວົ້າ, ລາວຜູ້ນັ້ນກໍໄດ້ປະຕິເສດສັດທາຕໍ່ສິ່ງທີ່ໄດ້ຖືກປະທານລົງມາແກ່ທ່ານມຸຮຳມັດ ﷺ ແລ້ວ» ບັນທຶກໂດຍ ອາບູ ດາວູດ ແລະ ຖືກຮວບຮວມໄວ້ໃນກຸ່ມສຸນັນທັ້ງສີ່, ແລະ ທ່ານ ອັລ-ຫາກີມ ໄດ້ຢັ້ງຢືນຄວາມຖືກຕ້ອງທີ່ລາຍງານຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ດ້ວຍສຳນວນຄຳເວົ້າວ່າ:

«مَنْ أَتَى عَرَّافًا أَوْ كَاهِنًا فَصَدَّقَهُ بِمَا يَقُولُ، فَقَدْ كَفَرَ بِمَا أُنْزِلَ عَلَى مُحَمَّدٍ ﷺ».

“ຜູ້ໃດກໍຕາມທີ່ໄປຫາໝໍດູ ຫຼື ໝໍເດົາ ແລ້ວເຊື່ອໃນສິ່ງທີ່ລາວເວົ້າ, ເຂົາຜູ້ນັ້ນໄດ້ປະຕິເສດຕໍ່ສິ່ງທີ່ຖືກປະທານລົງມາໃຫ້ແກ່ທ່ານມຸຮຳມັດ ﷺ ແລ້ວ.”

ແລະ ລາຍງານຈາກທ່ານອິມຣອນ ບິນ ຮູໄຊນ໌ ຣໍດິຍັລລໍຮຸ ອັນຮຸ ເລົ່າວ່າ: ທ່ານນະບີ ﷺ ໄດ້ກ່າວວ່າ:

«لَيْسَ مِنَّا مَنْ تَطَيَّرَ أَوْ تُطُيِّرَ لَهُ، أَوْ تَكَهَّنَ أَوْ تُكُهِّنَ لَهُ، أَوْ سَحَرَ أَوْ سُحِرَ لَهُ، وَمَنْ أَتَى كَاهِنًا فَصَدَّقَهُ بِمَا يَقُولُ، فَقَدْ كَفَرَ بِمَا أُنْزِلَ عَلَى مُحَمَّدٍ ﷺ».

« ບໍ່ແມ່ນພວກຂອງເຮົາ ຜູ້ທີ່ເຊື່ອໂຊກລາງ ຫຼື ໃຫ້ຜູ້ອື່ນທຳນາຍໂຊກລາງໃຫ້, ຫຼື ເປັນຫມໍດູທຳນາຍ ຫຼື ໃຫ້ຫມໍດູທຳນາຍໃຫ້, ຫຼື ເຮັດເວດມົນໄສຍະສາດ ຫຼື ໃຫ້ຜູ້ອື່ນເຮັດໃຫ້, ແລະ ຜູ້ໃດທີ່ໄປຫາຫມໍດູ ແລ້ວເຊື່ອໃນສິ່ງທີ່ລາວເວົ້າ, ເຂົາຜູ້ນັ້ນໄດ້ປະຕິເສດສິ່ງທີ່ຖືກປະທານທາຍັງມຸຮຳມັດ ﷺ ແລ້ວ », ບັນທຶກໂດຍ ອັລບັຊຊາຣ໌ ດ້ວຍສາຍລາຍງານທີ່ດີ.

ໃນບັນດາຫະດີຊອັນຊົງກຽດເຫລົ່ານີ້: ມີຂໍ້ຫ້າມກ່ຽວກັບການໄປຫາຜູ້ທຳນາຍດວງສະຕາ, ຫມໍດູ, ຫມໍຜີ ແລະ ພວກທີ່ຄ້າຍຄືກັນ, ຕະຫລອດຈົນການຖາມ ແລະ ການເຊື່ອພວກເຂົາ; ແລະ ໃນນັ້ນກໍມີການຂູ່ເຕືອນຕໍ່ການກະທຳດັ່ງກ່າວ;

ດັ່ງນັ້ນ ຈຶ່ງບໍ່ອະນຸຍາດໃຫ້ຫຼົງເຊື່ອໃນຄວາມສັດຊື່ຂອງພວກເຂົາໃນບາງເລື່ອງ, ແລະ ບໍ່ໃຫ້ຫຼົງເຊື່ອກັບຈຳນວນຜູ້ຄົນທີ່ຫຼວງຫຼາຍທີ່ມາຫາພວກເຂົາ; ເພາະພວກເຂົາແມ່ນບັນດາຜູ້ໂງ່ຈ້າ ທີ່ບໍ່ອະນຸຍາດໃຫ້ຫຼົງເຊື່ອຕາມ; ເພາະວ່າ ທ່ານຣໍຊູລ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ຫ້າມຈາກການໄປຫາພວກເຂົາ, ການສອບຖາມພວກເຂົາ ແລະ ການເຊື່ອຖືພວກເຂົາ; ເນື່ອງຈາກໃນການກະທຳດັ່ງກ່າວນັ້ນມີຄວາມຊົ່ວຮ້າຍອັນໃຫຍ່ຫຼວງ, ອັນຕະລາຍອັນຮ້າຍແຮງ ແລະ ຜົນສະທ້ອນທີ່ຊົ່ວຮ້າຍຕາມມາ, ແລະ ເພາະວ່າພວກເຂົາແມ່ນພວກຂີ້ຕົວະ ໂກຫົກ ແລະ ພວກທີ່ຊົ່ວຊ້າຝ່າຝືນ,

ເຊັ່ນດຽວກັນ, ໃນບັນດາຫະດີຊເຫຼົ່ານີ້ມີຫຼັກຖານຊີ້ເຖິງການປະຕິເສດສັດທາຂອງຫມໍດູ ແລະ ຫມໍຜີ; ເນື່ອງຈາກພວກເຂົາທັງສອງອ້າງວ່າຮູ້ໃນສິ່ງທີ່ເລັ້ນລັບ; ເຊິ່ງນັ້ນເປັນການປະຕິເສດສັດທາ, ແລະ ຍ້ອນວ່າພວກເຂົາຈະບໍ່ສາມາດບັນລຸເປົ້າໝາຍໄດ້ ນອກຈາກຈະຜ່ານການຮັບໃຊ້ຈິນ ແລະ ການເຄົາລົບບູຊາພວກມັນແທນອັລລໍຫ໌; ການກະທຳດັ່ງກ່າວນັ້ນເປັນການປະຕິເສດຕໍ່ອັລລໍຫ໌ ແລະ ເປັນການຕັ້ງພາຄີກັບພຣະອົງ.

ສ່ວນຜູ້ທີ່ເຊື່ອພວກເຂົາໃນການອ້າງເລື່ອງເລັ້ນລັບກໍຈະເປັນເໝືອນດັ່ງພວກເຂົາ, ແລະ ທຸກຄົນທີ່ໄດ້ຮັບເລື່ອງເຫຼົ່ານີ້ຈາກຜູ້ທີ່ປະຕິບັດມັນ; ຣໍຊູລຂອງອັລລໍຫ໌ ﷺ ໄດ້ປະກາດຕັດຂາດຈາກຜູ້ນັ້ນແລ້ວ.

ເຊັ່ນດຽວກັນ, ບໍ່ເປັນທີ່ອະນຸຍາດສຳລັບມຸສລິມ ທີ່ຈະຍອມຈຳນົນຕໍ່ສິ່ງທີ່ພວກເຂົາອ້າງວ່າເປັນການປິ່ນປົວ; ເຊັ່ນ: ການບໍລິຄຳຍັນຄາຖາ ຫຼື ການຫລໍ່ຕະກົ່ວ, ແລະ ບັນດາຄວາມເຊື່ອທີ່ງົມງາຍທີ່ຄ້າຍຄືກັນນີ້ທີ່ພວກເຂົາກະທຳ; ເພາະວ່າສິ່ງນີ້ເປັນສ່ວນຫນຶ່ງຂອງການທຳນາຍທາຍທັກ ແລະ ການຫລອກລວງຜູ້ຄົນ, ແລະ ຜູ້ໃດທີ່ພໍໃຈກັບການກະທຳດັ່ງກ່າວ ກໍເທົ່າກັບວ່າຜູ້ນັ້ນໄດ້ຊ່ວຍເຫລືອພວກເຂົາໃນຄວາມໂມຄະ ແລະ ການປະຕິເສດສັດທາຂອງພວກເຂົາແລ້ວ.

ເຊັ່ນດຽວກັນ ກໍບໍ່ອະນຸຍາດໃຫ້ຊາວມຸສລິມຄົນໃດໄປຫາພວກເຂົາ; ເພື່ອຖາມພວກເຂົາກ່ຽວກັບວ່າ ລູກຊາຍ ຫຼື ຍາດພີ່ນ້ອງຂອງລາວຈະແຕ່ງງານກັບໃຜ, ຫຼື ກ່ຽວກັບສິ່ງທີ່ຈະເກີດຂຶ້ນລະຫວ່າງຄູ່ສາມີພັນລະຍາ ແລະ ຄອບຄົວຂອງພວກເຂົາທັງສອງຝ່າຍ ບໍ່ວ່າຈະເປັນຄວາມຮັກ ແລະ ຄວາມຊື່ສັດ, ຫຼື ຄວາມເປັນສັດຕູກັນ ແລະ ການແຍກທາງ ແລະ ອື່ນໆ ໃນທຳນອງນີ້; ເພາະວ່ານີ້ແມ່ນເລື່ອງເລັ້ນລັບທີ່ບໍ່ມີຜູ້ໃດຮູ້ ເວັ້ນແຕ່ອັລລໍຫ໌ເທົ່ານັ້ນ.

ດັງນັ້ນ ຈຶ່ງເປັນຫນ້າທີ່ບັງຄັບແກ່ບັນດາຜູ້ປົກຄອງ, ເຈົ້າຫນ້າທີ່ກວດກາຄວາມຮຽບຮ້ອຍທາງສິນລະທຳ ແລະ ຜູ້ອື່ນ ໆ ທີ່ມີຄວາມສາມາດ ແລະ ສິດອຳນາດ ທີ່ຈະຕ້ອງ: ປະນາມການໄປຫາບັນດາຫມໍດູ, ຜູ້ທຳນາຍດວງສະຕາ ແລະ ພວກທີ່ຄ້າຍຄືກັນ, ຫ້າມປາມຜູ້ທີ່ປະຕິບັດສິ່ງດັ່ງກ່າວຢູ່ຕາມຕະຫຼາດ ແລະ ສະຖານທີ່ອື່ນ ໆ, ແລະ ປະນາມພວກເຂົາຢ່າງເຂັ້ມງວດທີ່ສຸດ, ພ້ອມທັງປະນາມຜູ້ທີ່ໄປຫາພວກເຂົາ.

ແລະ ເວດມົນໄສຍະສາດກໍເຊັ່ນດຽວກັນ: ເພາະມັນເປັນສິ່ງຫນຶ່ງໃນບັນດາສິ່ງທີ່ຕ້ອງຫ້າມທີ່ເປັນການປະຕິເສດສັດທາ; ດັ່ງທີ່ພຣະອົງອັລລໍຫ໌ ໄດ້ກ່າວໄວ້ໃນເລື່ອງຂອງມະລາອິກະຫ໌ທັງສອງວ່າ:

﴿...وَمَا يُعَلِّمَانِ مِنۡ أَحَدٍ حَتَّىٰ يَقُولَآ إِنَّمَا نَحۡنُ فِتۡنَةٞ فَلَا تَكۡفُرۡۖ فَيَتَعَلَّمُونَ مِنۡهُمَا مَا يُفَرِّقُونَ بِهِۦ بَيۡنَ ٱلۡمَرۡءِ وَزَوۡجِهِۦۚ وَمَا هُم بِضَآرِّينَ بِهِۦ مِنۡ أَحَدٍ إِلَّا بِإِذۡنِ ٱللَّهِۚ وَيَتَعَلَّمُونَ مَا يَضُرُّهُمۡ وَلَا يَنفَعُهُمۡۚ وَلَقَدۡ عَلِمُواْ لَمَنِ ٱشۡتَرَىٰهُ مَا لَهُۥ فِي ٱلۡأٓخِرَةِ مِنۡ خَلَٰقٖۚ وَلَبِئۡسَ مَا شَرَوۡاْ بِهِۦٓ أَنفُسَهُمۡۚ لَوۡ كَانُواْ يَعۡلَمُونَ﴾

(...ແລະ ທັ້ງສອງຈະບໍ່ສອນຜູ້ໃດຈົນກວ່າຈະກ່າວວ່າ ແທ້ຈິງພວກເຮົາເປັນພຽງບົດທົດສອບເທົ່ານັ້ນ, ສະນັ້ນ ເຈົ້າຢ່າໄດ້ປະຕິເສດສັດທາ. ດັ່ງນັ້ນ ພວກເຂົາຈຶ່ງຮຽນຮູ້ຈາກທັ້ງສອງ ໃນສິ່ງທີ່ພວກເຂົາຈະໃຊ້ແຍກລະຫວ່າງຊາຍ ແລະ ພັນລະຍາຂອງລາວ ແລະ ພວກເຂົາບໍ່ສາມາດໃຫ້ໂທດດ້ວຍກັບມັນແກ່ຜູ້ໃດໄດ້ ເວັ້ນແຕ່ດ້ວຍການອະນຸມັດຂອງອັລລໍຫ໌ ແລະ ພວກເຂົາຮຽນຮູ້ສິ່ງທີ່ໃຫ້ໂທດແກ່ພວກເຂົາ ແລະ ບໍ່ໃຫ້ປະໂຫຍດແກ່ພວກເຂົາ. ແລະ ໂດຍແນ່ນອນ ພວກເຂົາຮູ້ດີວ່າ ຜູ້ໃດທີ່ຊື້ມັນ (ວິຊາໄສຍະສາດ) ຜູ້ນັ້ນຈະບໍ່ມີສ່ວນໄດ້ໃດໆ ໃນໂລກໜ້າ ແລະ ເປັນການຊົ່ວຊ້າຍິ່ງນັກ ສິ່ງທີ່ພວກເຂົາໄດ້ຂາຍຕົວຂອງພວກເຂົາເອງແລກກັບມັນ, ຫາກວ່າພວກເຂົາໄດ້ຮູ້)

[ອັລ-ບະກໍເຣາະຫ໌ : 102].

ດັ່ງນັ້ນ ອາຍາຕອັນຊົງກຽດເຫຼົ່ານີ້ ຈຶ່ງຊີ້ໃຫ້ເຫັນວ່າ ເວດມົນໄສຍະສາດນັ້ນເປັນການປະຕິເສດສັດທາ ແລະ ບັນດາຫມໍຜີທັງຫຼາຍ ເຮັດໃຫ້ເກີດການແຕກແຍກລະຫວ່າງສາມີ ແລະ ພັນລະຍາ. ເຊັ່ນດຽວກັນນີ້ ຍັງຊີ້ໃຫ້ເຫັນວ່າ ເວດມົນໄສຍະສາດນັ້ນບໍ່ມີອິດທິພົນໃນຕົວຂອງມັນເອງ ບໍ່ວ່າຈະໃນດ້ານທີ່ເປັນປະໂຫຍດ ຫຼື ເປັນໂທດ, ຫາກແຕ່ມັນຈະມີອິດທິພົນດ້ວຍການອະນຸມັດຂອງອັລລໍຫ໌ ຕາມການກຳນົດແຫ່ງຈັກກະວານຂອງພຣະອົງ; ເພາະວ່າອັລລໍຫ໌ ຜູ້ຊົງມະຫາບໍລິສຸດ ແລະ ສູງສົ່ງ ຄືຜູ້ທີ່ຊົງສ້າງຄວາມດີ ແລະ ຄວາມຊົ່ວ.

ດັ່ງທີ່ໂອງການອັນມີກຽດໄດ້ຊີ້ໃຫ້ເຫັນວ່າ: ບັນດາຜູ້ທີ່ຮຽນຮູ້ເວດມົນໄສຍະສາດນັ້ນ ພຽງແຕ່ໄດ້ຮຽນຮູ້ສິ່ງທີ່ເປັນໂທດແກ່ພວກເຂົາ ແລະ ບໍ່ເປັນປະໂຫຍດແກ່ພວກເຂົາ, ແລະ ພວກເຂົາຈະບໍ່ໄດ້ຮັບສ່ວນໃດໆ ນະທີ່ອັລລໍຫ໌, (ໝາຍເຖິງ: ໂຊກລາບ ແລະ ສ່ວນແບ່ງ), ແລະ ນີ້ຄືຄຳຕັກເຕືອນອັນຍິ່ງໃຫຍ່ທີ່ຊີ້ໃຫ້ເຫັນເຖິງຄວາມຮ້າຍແຮງຂອງການຂາດທຶນຂອງພວກເຂົາທັງໃນໂລກນີ້ ແລະ ໂລກຫນ້າ, ແລະ ວ່າພວກເຂົາໄດ້ຂາຍຕົວຂອງພວກເຂົາເອງດ້ວຍລາຄາທີ່ຕໍ່າຕ້ອຍທີ່ສຸດ, ດ້ວຍເຫດນີ້ ອັລລໍຫ໌ ຜູ້ຊົງສູງສົ່ງ ຈຶ່ງໄດ້ຕຳໜິພວກເຂົາໃນເລື່ອງນັ້ນ ດ້ວຍຄຳດຳຣັດຂອງພຣະອົງທີ່ວ່າ:

﴿...وَلَبِئۡسَ مَا شَرَوۡاْ بِهِۦٓ أَنفُسَهُمۡۚ لَوۡ كَانُواْ يَعۡلَمُونَ﴾

(...ແລະ ສິ່ງທີ່ພວກເຂົາໄດ້ຂາຍຈິດໃຈຂອງພວກເຂົາເອງໄປນັ້ນ ຊ່າງຊົ່ວຊ້າຍິ່ງນັກ ຖ້າຫາກພວກເຂົາໄດ້ຮູ້) [ອັລ-ບະກໍເຣາະຫ໌: 102], ແລະ ການຊື້ໃນທີ່ນີ້ ແມ່ນໃນຄວາມໝາຍຂອງການຂາຍ.

ແລະ ແທ້ຈິງຄວາມເສຍຫາຍໄດ້ເກີດຂຶ້ນຢ່າງໃຫຍ່ຫລວງ, ແລະ ບັນຫາກໍຮຸນແຮງຂຶ້ນຢ່າງຍິ່ງ ຍ້ອນພວກທີ່ສ້າງເລື່ອງເທັດເຫຼົ່ານີ້ ຜູ້ທີ່ໄດ້ສືບທອດຄວາມຮູ້ດັ່ງກ່າວມາຈາກພວກມຸຊຣີກີນ (ຜູ້ຕັ້ງພາຄີ), ແລະ ໄດ້ໃຊ້ມັນເພື່ອປົກປິດຫຼອກລວງຜູ້ຄົນທີ່ມີຄວາມຄິດອ່ອນແອ, ດັ່ງນັ້ນເຮົາຈຶ່ງຂໍກ່າວວ່າ "ອິນນາລິລລາຮິ ວະອີນນາ ອິໄລຮິ ຣໍຈິອູນ" ແທ້ຈິງເຮົາເປັນກຳມະສິດຂອງອັລລໍຫ໌ ແລະ ແທ້ຈິງເຮົານັ້ນຕ້ອງກັບໄປສູ່ພຣະອົງ, ແລະ ອັລລໍຫ໌ນັ້ນເປັນຜູ້ທີ່ພຽງພໍແລ້ວສຳລັບພວກເຮົາ ແລະ ເປັນຜູ້ຊົງຄຸ້ມຄອງທີ່ດີເລີດທີ່ສຸດ.

ເຮົາຂໍຈາກອັລລໍຫ໌ ໃຫ້ຊົງປະທານຄວາມປອດໄພ ແລະ ຄວາມສະຫງົບສຸກ ໃຫ້ພົ້ນຈາກຄວາມຊົ່ວຮ້າຍຂອງບັນດາຜູ້ໃຊ້ໄສຍະສາດ, ບັນດາຫມໍດູ ແລະ ບັນດາຜູ້ຫລອກລວງທັງປວງ, ແລະ ເຮົາວອນຂໍຕໍ່ພຣະອົງ ໃຫ້ຊົງຄຸ້ມຄອງຊາວມຸສລິມໃຫ້ພົ້ນຈາກຄວາມຊົ່ວຮ້າຍຂອງພວກເຂົາ, ແລະ ຂໍຊົງປະທານຄວາມສຳເລັດແກ່ບັນດາຜູ້ປົກຄອງຂອງຊາວມຸສລິມ ໃນການລະແວດລະວັງຕໍ່ພວກເຂົາ, ແລະ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງອັລລໍຫ໌ຕໍ່ພວກເຂົາ; ເພື່ອທີ່ບັນດາບ່າວຈະໄດ້ຮັບຄວາມສະຫງົບສຸກຈາກຄວາມເສຍຫາຍ ແລະ ການກະທຳອັນຊົ່ວຊ້າຂອງພວກເຂົາ.. ແທ້ຈິງພຣະອົງຊົງເປັນຜູ້ໂອບອ້ອມອາລີ, ຜູ້ຊົງເມດຕາຍິ່ງ.

ແລະ ແທ້ຈິງແລ້ວ ພຣະອົງຜູ້ຊົງສູງສົ່ງ ໄດ້ກຳຫນົດບົດບັນຍັດໄວ້ແກ່ປວງຂ້າຂອງພຣະອົງ ເຖິງວິທີການປ້ອງກັນຕົນເອງຈາກຄວາມຊົ່ວຮ້າຍຂອງໄສຍະສາດກ່ອນທີ່ມັນຈະເກີດຂຶ້ນ, ແລະ ພຣະອົງໄດ້ຊີ້ແຈ້ງເຖິງວິທີການປິ່ນປົວມັນພາຍຫຼັງທີ່ມັນໄດ້ເກີດຂຶ້ນແລ້ວ; ທັງນີ້ກໍເພື່ອເປັນຄວາມເມດຕາປານີຈາກພຣະອົງ, ເປັນການປະທານຄວາມດີງາມແກ່ພວກເຂົາ, ແລະ ເພື່ອເຮັດໃຫ້ຄວາມໂປດປານຂອງພຣະອົງທີ່ມີຕໍ່ພວກເຂົານັ້ນສົມບູນ.

ຕໍ່ໄປນີ້ ເປັນການຊີ້ແຈງກ່ຽວກັບສິ່ງຕ່າງໆ ທີ່ໃຊ້ປ້ອງກັນອັນຕະລາຍຈາກເວດມົນໄສຍະສາດກ່ອນທີ່ມັນຈະເກີດຂຶ້ນ ແລະ ສິ່ງທີ່ໃຊ້ປິ່ນປົວພາຍຫຼັງທີ່ມັນເກີດຂຶ້ນແລ້ວ, ຈາກບັນດາສິ່ງທີ່ອະນຸຍາດຕາມບົດບັນຍັດສາສະຫນາ, ເຊິ່ງມີລາຍລະອຽດດັ່ງນີ້:

ປະການທີ່ໜຶ່ງ: ສິ່ງທີ່ຈະປ້ອງກັນໄພອັນຕະລາຍຈາກໄສຍະສາດກ່ອນທີ່ມັນຈະເກີດຂຶ້ນ; ແລະ ສິ່ງທີ່ສຳຄັນ ແລະ ເປັນປະໂຫຍດທີ່ສຸດນັ້ນຄື: ການປ້ອງກັນຕົນດ້ວຍບັນດາອັຊກາຣ, ດຸອາ ແລະ ບົດຂໍຄວາມຄຸ້ມຄອງຕ່າງໆ ທີ່ຖືກຕ້ອງຕາມຫຼັກສາສະໜາ. ແລະໃນນັ້ນກໍຄືການອ່ານ: ອາຍະຫ໌ກຸຣຊີ -ເຊິ່ງເປັນອາຍະຫ໌ທີ່ຍິ່ງໃຫຍ່ທີ່ສຸດໃນພຣະມະຫາຄຳພີອັລກຸຣອານ- ຫຼັງທຸກໆ ລະຫມາດຟັຣດູ ພາຍຫຼັງການໃຫ້ສະລາມ, ເຊິ່ງເປັນຄຳດຳຣັດຂອງພະອົງ ຊຸບຫານະຮູ ວະຕະອາລາ ທີ່ວ່າ:

﴿ٱللَّهُ لَآ إِلَٰهَ إِلَّا هُوَ ٱلۡحَيُّ ٱلۡقَيُّومُۚ لَا تَأۡخُذُهُۥ سِنَةٞ وَلَا نَوۡمٞۚ لَّهُۥ مَا فِي ٱلسَّمَٰوَٰتِ وَمَا فِي ٱلۡأَرۡضِۗ مَن ذَا ٱلَّذِي يَشۡفَعُ عِندَهُۥٓ إِلَّا بِإِذۡنِهِۦۚ يَعۡلَمُ مَا بَيۡنَ أَيۡدِيهِمۡ وَمَا خَلۡفَهُمۡۖ وَلَا يُحِيطُونَ بِشَيۡءٖ مِّنۡ عِلۡمِهِۦٓ إِلَّا بِمَا شَآءَۚ وَسِعَ كُرۡسِيُّهُ ٱلسَّمَٰوَٰتِ وَٱلۡأَرۡضَۖ وَلَا يَـُٔودُهُۥ حِفۡظُهُمَاۚ وَهُوَ ٱلۡعَلِيُّ ٱلۡعَظِيمُ255﴾

(ອັລລໍຫ໌ ຄືຜູ້ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ຜູ້ຊົງເປັນ, ຜູ້ຊົງບໍລິຫານ ຄວາມເງົານອນ ແລະ ການນອນ ບໍ່ສາມາດຄວບງຳພຣະອົງ, ທຸກສິ່ງໃນຊັ້ນຟ້າ ແລະ ແຜ່ນດິນເປັນຂອງພຣະອົງ ບໍ່ມີໃຜສາມາດຂໍໃຫ້ການຊ່ວຍເຫຼືອໄດ້ ນອກເໜືອຈາກພຣະອົງຈະຊົງອະນຸຍາດ ພຣະອົງຢູ່ທັ້ງເບື້ອງຫນ້າ ແລະ ເບື້ອງຫລັງ ບໍ່ມີຜູ້ໃດຮອບຮູ້ຍົກເວັ້ນພຣະອົງຈະຊົງປະສົງ ບັນລັງຂອງພຣະອົງຊົງກວ້າງຄວບຄຸມທັ້ງຟ້າ ແລະ ແຜ່ນດິນ ແລະ ບໍ່ເຮັດໃຫ້ພຣະອົງເມື່ອຍໃນການດູແລຮັກສາ ພຣະອົງແມ່ນຜູ້ຊົງສູງສົງ ແລະ ຍິ່ງໃຫຍ່ທີ່ສຸດ). (ອັລ-ບະກໍເຣາະຫ໌ : 255) ແລະ ໃຫ້ອ່ານມັນໃນເວລານອນເຊັ່ນກັນ, ດັ່ງທີ່ໄດ້ຖືກຢືນຢັນຈາກ ທ່ານຣໍຊູລ ຂອງອັລລໍຫ໌ ﷺ ວ່າເພິ່ນໄດ້ກ່າວວ່າ:

«مَنْ قَرَأَ آيَةَ الْكُرْسِيِّ فِي لَيْلَةٍ، لَمْ يَزَلْ عَلَيْهِ مِنَ اللَّهِ حَافِظٌ، وَلَا يَقْرَبُهُ شَيْطَانٌ حَتَّى يُصْبِحَ».

«ໃຜທີ່ອ່ານອາຍະຫ໌ ກຸຣຊີ ໃນຕອນກາງຄືນ, ຈະມີຜູ້ປົກປ້ອງຈາກອັລລໍຫ໌ຄຸ້ມຄອງລາວ, ແລະ ໄຊຕອນຈະບໍ່ເຂົ້າໃກ້ລາວຈົນຮອດຕອນເຊົ້າ».

ແລະ ຈາກນັ້ນຄືການອ່ານ:

﴿قُلۡ هُوَ ٱللَّهُ أَحَدٌ1﴾

"ກຸລ ຮຸວັລລໍຮຸ ອະຮັດ"

(ຈົ່ງກ່າວເຖິດ ມຸຮຳມັດ ພຣະອົງ ຄືອັລລໍຫ໌ຜູ້ຊົງເອກະໜຶ່ງດຽວ (1)

﴿قُلۡ أَعُوذُ بِرَبِّ ٱلۡفَلَقِ1﴾

"ກຸລ ອະອູຊຸ ບິຣອບບິລ ຟະລັກ"

(ຈົ່ງກ່າວເຖິດມຸຮຳມັດ ຂ້ານ້ອຍຂໍຄວາມຄຸ້ມຄອງຕໍ່ພຣະເຈົ້າແຫ່ງຮຸ່ງອາລຸນ),

﴿قُلۡ أَعُوذُ بِرَبِّ ٱلنَّاسِ1﴾

"ກຸລ ອະອູຊຸ ບິຣອບ ບິນ ນາສ"

(ຈົ່ງກ່າວເຖີດມຸຮຳມັດ ຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະເຈົ້າແຫ່ງມະນຸດຊາດ). [ອັນ-ນາສ: 1], ຫຼັງທຸກໆ ລະຫມາດທີ່ຖືກກຳນົດ ແລະ ໃຫ້ອ່ານສາມສຸເຣາະຫ໌ນີ້ສາມເທື່ອໃນຕອນເຊົ້າຫຼັງລະຫມາດຟະຈັຣ, ແລະ ໃນຕອນຄ່ຳຫຼັງລະຫມາດມັກຣິບ.

ແລະ ສ່ວນໜຶ່ງໃນນັ້ນກໍຄື: ການອ່ານສອງອາຍະຫ໌ສຸດທ້າຍຈາກຊູເຣາະຫ໌ ອັລ-ບະກໍເຣາະຫ໌ ໃນຕອນຕົ້ນຂອງຄ່ຳຄືນ, ຄືດຳລັດຂອງພຣະອົງທີ່ວ່າ:

﴿ءَامَنَ ٱلرَّسُولُ بِمَآ أُنزِلَ إِلَيۡهِ مِن رَّبِّهِۦ وَٱلۡمُؤۡمِنُونَۚ كُلٌّ ءَامَنَ بِٱللَّهِ وَمَلَٰٓئِكَتِهِۦ وَكُتُبِهِۦ وَرُسُلِهِۦ لَا نُفَرِّقُ بَيۡنَ أَحَدٖ مِّن رُّسُلِهِۦۚ وَقَالُواْ سَمِعۡنَا وَأَطَعۡنَاۖ غُفۡرَانَكَ رَبَّنَا وَإِلَيۡكَ ٱلۡمَصِيرُ285﴾

(ຣໍຊູລນັ້ນ (ນະບີມຸຮຳມັດ) ໄດ້ສັດທາຕໍ່ສິ່ງທີ່ໄດ້ຖືກປະທານລົງແກ່ລາວ ຈາກພຣະເຈົ້າຂອງລາວ ແລະ ມຸນິນທັ້ງຫຼາຍກໍ່ສັດທາດ້ວຍ ທຸກຄົນສັດທາຕໍ່ອັລລໍຫ໌ ແລະ ມະລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພິຂອງພຣະອົງ ແລະບັນດາຣໍຊູລຂອງພຣະອົງ (ພວກເຂົາກ່າວວ່າ) ເຮົາຈະບໍ່ແຍກລະຫວ່າງທ່ານໜຶ່ງທ່ານໃດຈາກບັນດາຣໍຊູລຂອງພຣະອົງ ແລະ ພວກເຂົາໄດ້ກ່າວວ່າ ເຮົາໄດ້ຍິນແລ້ວ ໄດ້ປະຕິບັດຕາມແລ້ວ ການຂໍອະໄພໂທດຈາກພຣະອົງເທົ່ານັ້ນທີ່ພວກເຮົາປາດຖະນາ ໂອ້ພຣະເຈົ້າຂອງພວກເຮົາ! ແລະຍັງພຣະອົງນັ້ນ ຄືການກັບໄປ) ຈົນຈົບສູເຣາະຫ໌.

ດັ່ງທີ່ມີລາຍງານທີ່ຊໍເຮັຍຫ໌ຈາກທ່ານນະບີ ﷺ ວ່າທ່ານໄດ້ກ່າວວ່າ:

«مَنْ قَرَأَ الآيَتَيْنِ مِنْ آخِرِ سُورَةِ البَقَرَةِ فِي لَيْلَةٍ كَفَتَاهُ».

«ໃຜທີ່ອ່ານສອງອາຍະຫ໌ສຸດທ້າຍຂອງສຸເຣາະຫ໌ ອັລ-ບະກໍເຣາະຫ໌ ໃນຍາມຄໍ່າຄືນ, ມັນທັງສອງກໍຈະພຽງພໍແກ່ລາວ». ແລະ ຄວາມໝາຍຂອງມັນ - ແລະອັລລໍຫ໌ຊົງຮູ້ດີຍິ່ງ - ຄື ມັນທັງສອງຈະພຽງພໍໃຫ້ລາວພົ້ນຈາກທຸກຄວາມຊົ່ວຮ້າຍ. ເຊັ່ນດຽວກັບການໝັ່ນກ່າວຂໍຄວາມຄຸ້ມຄອງດ້ວຍປະໂຫຍກທີ່ວ່າ «ອະອູຊຸ ບິກະລິມາ ຕິລລາຮິ ອັດຕາມມາຕ ມິນຊັຣຣິ ມາຄໍລັກ» ທັງໃນຍາມກາງຄືນ ແລະ ກາງເວັນ, ແລະເມື່ອລົງພັກຢູ່ສະຖານທີ່ໃດກໍ່ຕາມ ບໍ່ວ່າຈະເປັນໃນອາຄານ, ທະເລຊາຍ, ທາງອາກາດ ຫຼື ທາງທະເລ, ດັ່ງຄຳກ່າວຂອງທ່ານນະບີ ﷺ ທີ່ວ່າ:

«مَن نَزَلَ مَنْزِلًا فَقالَ: أَعُوذُ بِكَلِمَاتِ اللهِ التَّامَّاتِ مِن شَرِّ ما خَلَقَ، لَمْ يَضُرَّهُ شَيءٌ حتَّى يَرْتَحِلَ مِن مَنْزِلِهِ ذَلِكَ».

«ຜູ້ໃດທີ່ຢຸດພັກຢູ່ສະຖານທີ່ແຫ່ງໜຶ່ງ ແລ້ວກ່າວວ່າ: “ຂ້ອຍຂໍຄວາມຄຸ້ມຄອງຈາກອັລລໍຫ໌ໃຫ້ຮອດພົ້ນຈາກຄວາມຊົ່ວຮ້າຍທັ້ງໝົດທີ່ຖືກສ້າງຂຶ້ນ” (ຄຳອ່ານ: ອະອູຊຸ ບິກະລິມາ ຕິລລາຮິ ອັດຕາມມາຕ ມິນຊັຣຣິ ມາຄໍລັກ), ຈະບໍ່ມີສິ່ງໃດມາທຳຮ້າຍລາວໄດ້ ຈົນກວ່າລາວຈະອອກເດີນທາງຈາກສະຖານທີ່ນັ້ນ»

ແລະ ຫນຶ່ງໃນນັ້ນກໍຄື: ໃຫ້ກ່າວໃນຕອນເຊົ້າ ແລະ ຕອນແລງ ສາມຄັ້ງວ່າ:

«بِسْمِ اللهِ الَّذِي لَا يَضُرُّ مَعَ اسْمِهِ شَيءٌ فِي الأَرْضِ وَلَا فِي السَّمَاءِ، وَهُوَ السَّمِيعُ العَلِيمُ».

«ບິສມິລລາ ຮິລລະຊີ ລາຢະດູຣ ຣຸມະອັສ ມິຮີໄຊອິນ ຟິລອັຣດິ ວະລາຟິສ ສະມາອິ ວະຮຸວັສ ສະມີອຸລ ອະລີມ»

(ດ້ວຍພຣະນາມຂອງອັລລໍຫ໌ ຜູ້ເຊິ່ງບໍ່ມີສິ່ງໃດໆໃນໂລກນີ້ບໍ່ວ່າຈະເປັນໃນແຜ່ນດິນ ແລະ ຊັ້ນຟ້າທີ່ສາມາດໃຫ້ໂທດກັບພຣະອົງໄດ້ ແລະ ພຣະອົງຄືຜູ້ຊົງໄດ້ຍິນ ຊົງຮອບຮູ້).

ເພາະມີການສົ່ງເສີມໃນເລື່ອງດັ່ງກ່າວທີ່ຊໍເຮັຍຫ໌ຈາກທ່ານຣໍຊູລ ຂອງອັລລໍຫ໌ ﷺ, ແລະວ່າສິ່ງດັ່ງກ່າວນັ້ນເປັນສາເຫດທີ່ຈະເຮັດໃຫ້ປອດໄພຈາກທຸກຄວາມຊົ່ວຮ້າຍ.

ປະການທີ່ສອງ: ສິ່ງທີ່ໃຊ້ປິ່ນປົວໄສຍະສາດຫຼັງຈາກທີ່ມັນເກີດຂຶ້ນແລ້ວ, ກໍ່ມີຫຼາຍປະການເຊັ່ນດຽວກັນຄື:

ຂໍ້ທີ່ 1: ໃຫ້ການວິງວອນຕໍ່ອັລລໍຫ໌ໃຫ້ຫລາຍໆ, ແລະ ຂໍຕໍ່ພຣະອົງ ໃຫ້ປັດເປົ່າສິ່ງທີ່ຊົ່ວຮ້າຍ ແລະ ກຳຈັດຄວາມທຸກຍາກລຳບາກ.

ຂໍ້ທີ່ 2: ການອຸທິດຄວາມພະຍາຍາມໃນການຊອກບ່ອນທີ່ຕັ້ງຂອງໄສຍະສາດ ບໍ່ວ່າຈະຢູ່ໃນດິນ, ພູເຂົາ ຫຼື ສະຖານທີ່ອື່ນໆ; ເມື່ອຮູ້ ແລະ ໄດ້ນຳມັນອອກມາທຳລາຍແລ້ວ, ໄສຍະສາດນັ້ນກໍຈະສິ້ນລິດໄປ, ແລະ ນີ້ຄືການປິ່ນປົວໄສຍະສາດທີ່ເກີດປະໂຫຍດທີ່ສຸດ.

ຂໍ້ທີ 3: ການຣຸກຍະຫ໌ດ້ວຍດູອາຕ່າງໆ ແລະ ວິຣດ໌ຕ່າງໆ ຕາມບົດບັນຍັດສາສະຫນາ, ເຊິ່ງມີຢູ່ຫຼາຍ; ໃນນັ້ນກໍ່ຄື:

ດັ່ງທີ່ໄດ້ມີການຢືນຢັນຈາກຄຳກ່າວຂອງ ທ່ານຣໍຊູລ ຂອງອັລລໍຫ໌ ﷺ ວ່າ:

«اللَّهُمَّ رَبَّ النَّاسِ، أَذْهِبِ الْبَأْسَ، وَاشْفِ أَنْتَ الشَّافِي، لَا شِفَاءَ إِلَّا شِفَاؤُكَ، شِفَاءً لَا يُغَادِرُ سَقَمًا».

ຄຳອ່ານ : ອັລລໍຮຸມມະ ຣອບບັນນາສ ອັຊຮິບິລ ບະສະ, ວັຊຟິ ອັນຕະຊາຟີ, ລາຊີຟາອະ ອິລລາ ຊິຟາອຸກະ ຊີຟາອັນ ລາ ຍຸກໍດິຣຸ ສະກໍມັນ.

ຄຳແປ «ໂອ້ອັລລໍຫ໌ ພຣະຜູ້ເປັນເຈົ້າແຫ່ງມວນມະນຸດ, ຂໍຊົງໂປດປັດເປົ່າຄວາມທຸກທໍລະມານອອກໄປດ້ວຍເຖີດ, ແລະ ຂໍຊົງໂປດຮັກສາໃຫ້ຫາຍດີ, ເພາະແທ້ຈິງພຣະອົງຄືຜູ້ຊົງຮັກສາ, ບໍ່ມີການຮັກສາໃດໆ ນອກຈາກການຮັກສາຂອງພຣະອົງ, ການຮັກສາທີ່ບໍ່ຫຼົງເຫຼືອພະຍາດໃດໆ ໄວ້ເລີຍ» ໃຫ້ກ່າວສາມຄັ້ງ.

ດັງເຊັ່ນ: ບົດຣຸກຍະຫ໌ທີ່ທ່ານຈິບຣີລໄດ້ປັດເປົ່າໃຫ້ແກ່ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ, ເຊິ່ງເປັນຄຳກ່າວຂອງທ່ານວ່າ:

«بِسْمِ اللَّهِ أَرْقِيكَ، مِنْ كُلِّ شَيْءٍ يُؤْذِيكَ، وَمِنْ شَرِّ كُلِّ نَفْسٍ أَوْ عَيْنِ حَاسِدٍ، اللَّهُ يَشْفِيكَ، بِسْمِ اللَّهِ أَرْقِيكَ».

ຄຳອ່ານ:​ ບິສມິລລາຮິ ອັຣກີກ, ມິນກຸລລິ ໄຊອິນ ຍຸຊີກ,​ ວະມິນ ຊັຣຣິ ກຸລລິ ນັຟຊິນ ເອົາໄອນິ ຮາສິດິນ, ອັລລໍຮຸ ຍັຊຟີກະ ບິສມິລລາຮິ ອັຣກີກ.

« ດ້ວຍພະນາມຂອງອັລລໍຫ໌ ຂ້ອຍຂໍປັດເປົ່າເຈົ້າ, ຈາກທຸກສິ່ງທີ່ເປັນອັນຕະລາຍຕໍ່ເຈົ້າ, ແລະ ຈາກຄວາມຊົ່ວຮ້າຍຂອງທຸກຊີວິດ ຫຼື ສາຍຕາຂອງຜູ້ອິດສາ, ຂໍໃຫ້ອັລລໍຫ໌ຊົງຮັກສາເຈົ້າ, ດ້ວຍພະນາມຂອງອັລລໍຫ໌ ຂ້ອຍຂໍປັດເປົ່າເຈົ້າ.» ແລະ ໃຫ້ກ່າວຊ້ຳເຊັ່ນນັ້ນ ສາມຄັ້ງ.

ໜຶ່ງໃນວິທີການປິ່ນປົວນັ້ນກໍ່ຄື - ແລະນີ້ຄືການປິ່ນປົວທີ່ມີປະໂຫຍດສຳລັບຜູ້ຊາຍທີ່ບໍ່ສາມາດຮ່ວມຫຼັບນອນກັບພັນລະຍາຂອງຕົນໄດ້ -: ຄືໃຫ້ເອົາໃບພຸດຊາຂຽວເຈັດໃບ ມາຕຳດ້ວຍຫີນ ຫຼື ສິ່ງທີ່ຄ້າຍຄືກັນ, ແລ້ວເອົາໃສ່ໃນພາຊະນະ, ຈາກນັ້ນຖອກນ້ຳລົງໄປໃຫ້ພຽງພໍສຳລັບການອາບ ແລ້ວໃຫ້ອ່ານໃສ່ນ້ຳນັ້ນວ່າ:

ອາຍະຫ໌ ກຸຣຊີ, ແລະ

﴿قُلۡ يَٰٓأَيُّهَا ٱلۡكَٰفِرُونَ1﴾

"ກຸລຍາ ໄອຍຸ ຮັລ ກາຟິຣູນ"

(ຈົ່ງກ່າວເຖີດ ໂອ້ ບັນດາຜູ້ປະຕິເສດເອີຍ)1

[ອັລ-ກາຟິຣູນ: 1], ແລະ

﴿قُلۡ هُوَ ٱللَّهُ أَحَدٌ1﴾

"ກຸລ ຮຸວັລລໍຮຸ ອະຮັດ" [ອັລ-ອິກລາສ:1], ແລະ

﴿قُلۡ أَعُوذُ بِرَبِّ ٱلۡفَلَقِ1﴾

"ກຸລ ອະອູຊຸ ບິຣອບບິລ ຟະລັກ" [ອັລ-ຟາລັກ: 1], ແລະ

﴿قُلۡ أَعُوذُ بِرَبِّ ٱلنَّاسِ1﴾

"ກຸລ ອະອູຊຸ ບິຣອບ ບິນ ນາສ" [ອັນ-ນາສ: 1]

ແລະ ບັນດາອາຍະຫ໌ກ່ຽວກັບໄສຍະສາດທີ່ຢູ່ໃນສູເຣາະຫ໌ ອັລ-ອະຣໍຟ, ເຊິ່ງເປັນຄຳຕຣັັດຂອງພຣະອົງຜູ້ຊົງມະຫາບໍລິສຸດທີ່ວ່າ:

﴿وَأَوۡحَيۡنَآ إِلَىٰ مُوسَىٰٓ أَنۡ أَلۡقِ عَصَاكَۖ فَإِذَا هِيَ تَلۡقَفُ مَا يَأۡفِكُونَ117 فَوَقَعَ ٱلۡحَقُّ وَبَطَلَ مَا كَانُواْ يَعۡمَلُونَ118 فَغُلِبُواْ هُنَالِكَ وَٱنقَلَبُواْ صَٰغِرِينَ119﴾

(ແລະເຮົາໄດ້ວະຮີຍ໌ແກ່ມູຊາວ່າ ຈົ່ງໂຍນໄມ້ຂອງເຈົ້າລົງ, ແລ້ວທັນໃດນັ້ນມັນກໍກືນກິນສິ່ງທີ່ພວກເຂົາອຸປະໂຫລກຂຶ້ນມາ.)

(ດັ່ງນັ້ນ ຄວາມຈິງຈຶ່ງໄດ້ປະກົດຂື້ນ ແລະ ສິ່ງທີ່ພວກເຂົາໄດ້ກະທຳກັນນັ້ນກໍໄດ້ກາຍເປັນໂມຄະໄປ)

(ດັ່ງນັ້ນ ພວກເຂົາຈຶ່ງປະລາໄຊໃນທີ່ນັ້ນ ແລະ ໄດ້ຫັນກັບໄປຢ່າງຜູ້ທີ່ຕໍ່າຕ້ອຍ) [ອັນອະຣໍຟ: 117-119],

ແລະ ບັນດາອາຍະຫ໌ໃນສູເຣາະຫ໌ ຍູນຸສ, ທີ່ພຣະອົງຜູ້ຊົງມະຫາບໍລິສຸດກ່າວວ່າ:

﴿وَقَالَ فِرۡعَوۡنُ ٱئۡتُونِي بِكُلِّ سَٰحِرٍ عَلِيمٖ79 فَلَمَّا جَآءَ ٱلسَّحَرَةُ قَالَ لَهُم مُّوسَىٰٓ أَلۡقُواْ مَآ أَنتُم مُّلۡقُونَ80 فَلَمَّآ أَلۡقَوۡاْ قَالَ مُوسَىٰ مَا جِئۡتُم بِهِ ٱلسِّحۡرُۖ إِنَّ ٱللَّهَ سَيُبۡطِلُهُۥٓ إِنَّ ٱللَّهَ لَا يُصۡلِحُ عَمَلَ ٱلۡمُفۡسِدِينَ81 وَيُحِقُّ ٱللَّهُ ٱلۡحَقَّ بِكَلِمَٰتِهِۦ وَلَوۡ كَرِهَ ٱلۡمُجۡرِمُونَ82﴾

(ແລະ ຟິຣເອົາໄດ້ກ່າວວ່າ ຈົ່ງນຳເອົານັກໄສຍະສາດຜູ້ຊ່ຽວຊານທຸກຄົນມາໃຫ້ຂ້ອຍ)

(ຄັ້ນເມື່ອບັນດານັກມາຍາກົນໄດ້ມາເຖິງ ມູຊາໄດ້ກ່າວແກ່ພວກເຂົາວ່າ ພວກທ່ານຈົ່ງໂຍນສິ່ງທີ່ພວກທ່ານຈະໂຍນລົງມາເຖີດ)

(ຄັນເມື່ອພວກເຂົາໄດ້ໂຍນລົງ, ມູຊາຈຶ່ງກ່າວວ່າ: ສິ່ງທີ່ພວກທ່ານນຳມານັ້ນຄືມາຍາກົນ, ແທ້ຈິງອັລລໍຫ໌ຈະຊົງທຳລາຍມັນ, ແທ້ຈິງອັລລໍຫ໌ນັ້ນຈະບໍ່ຊົງສົ່ງເສີມການງານຂອງບັນດາຜູ້ບ່ອນທຳລາຍ)

(ແລະ ອັລລໍຫ໌ຊົງຢືນຢັນສັດຈະທຳດ້ວຍພຣະດຳລັດຂອງພຣະອົງ ເຖິງວ່າບັນດາຜູ້ກະທຳຜິດຈະບໍ່ພໍໃຈກໍຕາມ )

[ຢູນຸສ: 79-82]

ແລະ ບັນດາໂອງການທີ່ຢູ່ໃນຊູເຣາະຫ໌ ຕໍຮາ:

﴿قَالُواْ يَٰمُوسَىٰٓ إِمَّآ أَن تُلۡقِيَ وَإِمَّآ أَن نَّكُونَ أَوَّلَ مَنۡ أَلۡقَىٰ65 قَالَ بَلۡ أَلۡقُواْۖ فَإِذَا حِبَالُهُمۡ وَعِصِيُّهُمۡ يُخَيَّلُ إِلَيۡهِ مِن سِحۡرِهِمۡ أَنَّهَا تَسۡعَىٰ66 فَأَوۡجَسَ فِي نَفۡسِهِۦ خِيفَةٗ مُّوسَىٰ67 قُلۡنَا لَا تَخَفۡ إِنَّكَ أَنتَ ٱلۡأَعۡلَىٰ68 وَأَلۡقِ مَا فِي يَمِينِكَ تَلۡقَفۡ مَا صَنَعُوٓاْۖ إِنَّمَا صَنَعُواْ كَيۡدُ سَٰحِرٖۖ وَلَا يُفۡلِحُ ٱلسَّاحِرُ حَيۡثُ أَتَىٰ69﴾

(ພວກເຂົາກ່າວວ່າ: ໂອ້ມູຊາເອີຍ! ທ່ານຈະໂຍນກ່ອນ ຫຼື ຈະໃຫ້ພວກເຮົາເປັນຜູ້ໂຍນກ່ອນ)

(ລາວໄດ້ກ່າວວ່າ: ພວກທ່ານຈົ່ງໂຍນລົງມາເຖີດ. ແລ້ວທັນໃດນັ້ນ ເຊືອກ ແລະ ໄມ້ຄ້ອນຂອງພວກເຂົາກໍປະກົດແກ່ສາຍຕາຂອງລາວ ຍ້ອນມາຍາກົນຂອງພວກເຂົາ ວ່າພວກມັນກຳລັງເລືອຄານຢູ່.)

(ດັ່ງນັ້ນ ນະບີມູຊາຈຶ່ງເກີດຄວາມຢ້ານກົວຂຶ້ນໃນໃຈ).

(ເຮົາກ່າວວ່າ ຢ່າໄດ້ຢ້ານກົວ ແທ້ຈິງເຈົ້ານັ້ນຄືຜູ້ທີ່ເໜືອກວ່າ)

(ແລະ ເຈົ້າຈົ່ງໂຍນສິ່ງທີ່ຢູ່ໃນມືຂວາຂອງເຈົ້າ ແລ້ວມັນຈະກືນກິນສິ່ງທີ່ພວກເຂົາທຳຂຶ້ນ, ແທ້ຈິງສິ່ງທີ່ພວກເຂົາທຳນັ້ນເປັນພຽງເລ່ກົນຂອງນັກມາຍາກົນ ແລະ ນັກມາຍາກົນຍ່ອມບໍ່ປະສົບຜົນສຳເລັດ ບໍ່ວ່າເຂົາຈະມາຈາກແຫ່ງໃດກໍຕາມ)

[ຕໍຮາ: 65-69].

ຫຼັງຈາກໄດ້ອ່ານສິ່ງທີ່ກ່າວໄວ້ໃສ່ນ້ຳແລ້ວ, ໃຫ້ດື່ມຈາກນ້ຳນັ້ນສາມຈິບ ແລະ ອາບດ້ວຍນ້ຳທີ່ເຫຼືອ, ແລ້ວພະຍາດກໍຈະຫາຍໄປ ດ້ວຍພຣະປະສົງຂອງອົງອັລລໍຫ໌. ແລະ ຖ້າຫາກຈຳເປັນຕ້ອງໃຊ້ມັນສອງຄັ້ງ ຫຼື ຫຼາຍກວ່ານັ້ນ ກໍສາມາດເຮັດໄດ້ ຈົນກວ່າພະຍາດຈະຫາຍໄປ.

ດັງນັ້ນ, ບັນດາບົດລຳລຶກ, ບົດຂໍຄວາມຄຸ້ມຄອງ ແລະ ວິທີການເຫຼົ່ານີ້ ແມ່ນສາເຫດທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງ ໃນການປ້ອງກັນຄວາມຊົ່ວຮ້າຍຂອງໄສຍະສາດ ແລະ ຄວາມຊົ່ວຮ້າຍອື່ນໆ, ແລະ ມັນກໍຍັງເປັນອາວຸດທີ່ຍິ່ງໃຫຍ່ທີ່ສຸດ ເພື່ອກຳຈັດໄສຍະສາດ ຫລັງຈາກທີ່ມັນເກີດຂຶ້ນແລ້ວ; ສຳລັບຜູ້ທີ່ປະຕິບັດມັນເປັນປະຈຳ ດ້ວຍຄວາມຈິງໃຈແລະການສັດທາ, ດ້ວຍຄວາມເຊື່ອໝັ້ນຕໍ່ອັລລໍຫ໌ ແລະ ການເພິ່ງພາພຣະອົງ, ພ້ອມກັບຈິດໃຈທີ່ເບີກບານຕໍ່ສິ່ງທີ່ມັນໄດ້ຊີ້ບອກ.

ນີ້ແມ່ນສິ່ງທີ່ຂ້າພະເຈົ້າສາມາດອະທິບາຍໄດ້ຕາມຄວາມສະດວກ ຈາກບັນດາເລື່ອງລາວທີ່ໃຊ້ປ້ອງກັນ ແລະ ປິ່ນປົວໄສຍະສາດ, ອັລລໍຫ໌ເປັນຜູ້ປະທານຄວາມສຳເລັດ.

ໃນທີ່ນີ້ຈຶ່ງມີປະເດັນທີ່ສຳຄັນ, ນັ້ນກໍຄື ການປິ່ນປົວເວດມົນໄສຍະສາດດ້ວຍການກະທຳຂອງພວກຫມໍຜີ ເຊິ່ງເຮັດໂດຍການເຂົ້າຫາພວກຈິນ ດ້ວຍການເຊື່ອດສັດ ຫຼື ການຖວາຍບູຊາອື່ນໆ; ສິ່ງນີ້ຈຶ່ງບໍ່ອະນຸຍາດ; ເພາະວ່າມັນເປັນການກະທຳຂອງໄຊຕອນ; ຍິ່ງໄປກວ່ານັ້ນ ມັນຄືຊິຣິກໃຫຍ່; ເຊັ່ນດຽວກັນ ບໍ່ອະນຸຍາດໃຫ້ປິ່ນປົວດ້ວຍການໄປຖາມບັນດາຫມໍດູ, ຜູ້ທຳນາຍດວງສະຕາ ແລະ ພວກຫລອກລວງ, ແລະ ນຳໃຊ້ສິ່ງທີ່ພວກເຂົາເວົ້າ; ເພາະວ່າພວກເຂົາເປັນຜູ້ທີ່ບໍ່ມີສັດທາ, ເປັນພວກຂີ້ຕົວະທີ່ຊົ່ວຊ້າ, ອ້າງວ່າຮູ້ໃນສິ່ງທີ່ເລິກລັບ ແລະ ສ້າງຄວາມສັບສົນໃຫ້ແກ່ຜູ້ຄົນ, ແລະ ທ່ານຣໍຊູລ ﷺ ໄດ້ຕັກເຕືອນບໍ່ໃຫ້ໄປຫາພວກເຂົາ, ຖາມພວກເຂົາ ແລະ ເຊື່ອພວກເຂົາ ດັ່ງທີ່ໄດ້ອະທິບາຍມາກ່ອນແລ້ວໃນຕອນຕົ້ນຂອງບົດຄວາມນີ້, ສະນັ້ນຈຶ່ງຈຳເປັນຕ້ອງລະມັດລະວັງຈາກສິ່ງນັ້ນ, ແລະ ມີລາຍງານທີ່ຊໍເຮັຍຫ໌ຈາກ ທ່ານຣໍຊູລ ຂອງອັລລໍຫ໌ ﷺ ວ່າເພິ່ນໄດ້ຖືກຖາມກ່ຽວກັບ ອັນ-ນຸຊະເຣາະຫ໌ ແລ້ວເພິ່ນຈຶ່ງໄດ້ກ່າວວ່າ:

«هِيَ مِنْ عَمَلِ الشَّيْطَانِ».

« ມັນແມ່ນມາຈາກຝີມືຂອງໄຊຕອນ », ລາຍງານໂດຍ ທ່ານອິມາມອະຫ໌ມັດ ແລະ ອະບູ ດາວູດ ດ້ວຍສາຍລາຍງານທີ່ເຊື່ອຖື.

ແລະ ອັນນຸຊະເຣາະຫ໌ ແມ່ນການຖອນໄສຍະສາດອອກຈາກຜູ້ທີ່ຖືກກະທຳ. ແລະ ຈຸດປະສົງຂອງທ່ານ ﷺ ໃນຄຳກ່າວນີ້ ແມ່ນ: ອັນນຸຊະເຣາະຫ໌ທີ່ຊາວຈາຮີລີຍະຫ໌ໄດ້ປະຕິບັດກັນ, ເຊິ່ງມັນຄື: ການຂໍຮ້ອງຕໍ່ຜູ້ໃຊ້ໄສຍະສາດເພື່ອໃຫ້ຖອນໄສຍະສາດ, ຫລື ການຖອນມັນດ້ວຍໄສຍະສາດເຊັ່ນດຽວກັນຈາກຜູ້ໃຊ້ໄສຍະສາດຄົນອື່ນ.

ສ່ວນການແກ້ໄຂດ້ວຍການຣຸກຍະຫ໌, ບັນດາບົດຂໍຄວາມຄຸ້ມຄອງຕາມຫຼັກການສາສະໜາ ແລະ ບັນດາຢາທີ່ອະນຸຍາດນັ້ນ, ກໍ່ຖືວ່າເປັນທີ່ອະນຸຍາດ ດັ່ງທີ່ໄດ້ກ່າວມາແລ້ວ, ແລະ ທ່ານ ອັລ-ອະລາມະຫ໌ ອິບນຸ ອັລ-ກອຍຢິມ, ແລະ ທ່ານ ໄຊຄ໌ ອັບດຸລຣໍຫ໌ມານ ບິນ ຫະຊັນ ໃນໜັງສື ຟັຕຫຸລ ມະຈີດ -ຂໍອັລລໍຫ໌ຊົງເມດຕາເພິ່ນທັງສອງ- ໄດ້ລະບຸໄວ້ໃນເລື່ອງດັ່ງກ່າວ, ແລະ ໄດ້ມີການລະບຸໃນເລື່ອງດັ່ງກ່າວເຊັ່ນດຽວກັນ ຈາກບັນດາຜູ້ຮູ້ທ່ານອື່ນໆ ນອກຈາກທັງສອງທ່ານ.

ແລະ ອັລລໍຫ໌ຄືຜູ້ທີ່ຖືກວອນຂໍ ໃຫ້ຊົງປະທານຄວາມສຳເລັດແກ່ບັນດາມຸສລິມ ເພື່ອໃຫ້ໄດ້ຮັບຄວາມປອດໄພຈາກທຸກຄວາມຊົ່ວຮ້າຍ, ແລະ ໃຫ້ຊົງປົກປັກຮັກສາສາສະໜາຂອງພວກເຂົາ, ຊົງປະທານໃຫ້ພວກເຂົາມີຄວາມເຂົ້າໃຈຢ່າງຖ່ອງແທ້ໃນສາສະໜາ, ແລະ ໃຫ້ໄດ້ຮັບຄວາມປອດໄພຈາກທຸກສິ່ງທີ່ຂັດກັບບົດບັນຍັດຂອງພຣະອົງ.

ຂໍອັລລໍຫ໌ ຊົງປະທານຄວາມສັນຕິຈຳເລີນແດ່ບ່າວຂອງພຣະອົງ ແລະ ຣໍຊູລຂອງພຣະອົງ ທ່ານມຸຮຳມັດ, ຄອບຄົວຂອງທ່ານ ແລະ ບັນດາມິດສະຫາຍຂອງທ່ານ.

 

***

 

lo397v4.0 - 12/04/2026


ຈັດພິມຄໍາສັ່ງສອນນີ້ ໃນຈຸນລະສານເລກທີ 17 ໂດຍ ຄະນະກໍາມະການສູງສຸດດ້ານການຄົ້ນຄວ້າວິຊາການ, ການອອກຟັດຕະວາ, ການເຜີຍແຜ່ ແລະ ການຊີ້ແນະ, ເມື່ອປີ 1402 ຮ.ສ.