إِقََامَةُ البَرَاهِينِ عَلَى
حُكْمِ مَنِ اسْتَغَاثَ بِغَيرِ اللهِ
ການສະແດງຫຼັກຖານຢ່າງຊັດເຈນ ກ່ຽວກັບຂໍ້ຕັດສິນຂອງຜູ້ທີ່ຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນນອກຈາກອັນລໍອຮ໌
لِسَمَاحَةِ الشَّيْخِ العَلَّامَةِ
عَبْدِ العَزِيزِ بْنِ عَبْدِ اللهِ بْنِ بَازٍ
رَحِمَهُ اللهُ
ຂຽນໂດຍ ສາດສະດາຈານຜູ້ຊົງຄຸນນະວຸດ
ອັບດຸລອະຊິຊ ບິນ ອັບດຸລລໍຫ໌ ບິນ ບາຊ
بِسْمِ اللهِ الرَّحمَنِ الرَّحِيمِ
ສານສະບັບ ທີ່ສອງ: ວ່າດ້ວຍຫຸກົ່ມຂອງການວິງວອນຂໍຄວາມຊ່ວຍເຫຼືອຕໍ່ທ່ານນະບີ ﷺ
ມວນການສັນລະເສິນເປັນສິດຂອງອັລລໍຫ໌, ແລະ ຂໍສໍລະວາດ ແລະ ສະລາມຈົ່ງປະສົບແດ່ຣໍຊູລຂອງພຣະອົງ, ຕະຫຼອດຈົນວົງວານ, ບັນດາຊໍຮາບະຫ໌ ແລະ ບັນດາຜູ້ທີ່ຈະເລີນຮ່ອຍຕາມແນວທາງຂອງທ່ານ.
ສ່ວນຕໍ່ໄປນີ້: ໜັງສືພິມ ອັນ-ມຸຈຕະມະອ໌ ຂອງຄູເວດ ໄດ້ລົງພິມບົດກອນຫຼາຍບົດໃນສະບັບທີ 15, ລົງວັນທີ 19/4/1390 ຮຈ. ພາຍໃຕ້ຫົວຂໍ້: (ໃນການລະນຶກເຖິງວັນເກີດອັນຊົງກຽດຂອງນະບີ), ເຊິ່ງບົດກອນເຫຼົ່ານີ້ມີເນື້ອໃນກ່ຽວກັບການຂໍຄວາມຊ່ວຍເຫຼືອ ແລະ ການຂໍໄຊຊະນະຈາກທ່ານນະບີ ﷺ; ເພື່ອໃຫ້ເພິ່ນຊ່ວຍເຫຼືອ, ປະທານໄຊຊະນະ ແລະ ປົດປ່ອຍປະຊາຊາດ (ອຸມມະຫ໌) ອອກຈາກຄວາມແຕກແຍກ ແລະ ຄວາມຂັດແຍ້ງທີ່ກຳລັງປະເຊີນຢູ່, ລົງນາມໂດຍຜູ້ທີ່ໃສ່ນາມຕົນເອງວ່າ: (ອາມີນະຫ໌), ແລະ ຕໍ່ໄປນີ້ແມ່ນເນື້ອໃນບາງສ່ວນຂອງບົດກອນທີ່ໄດ້ກ່າວເຖິງ:
(ໂອ້ ທ່ານຣໍຊູລຂອງອັລລໍຫ໌, ໂປດຊ່ວຍໂລກທີ່ກຳລັງກໍ່ສົງຄາມ ແລະ ຖືກເຜົາຜານຈາກແປວໄຟຂອງມັນດ້ວຍເຖີດ).
(ໂອ້ ທ່ານສາສະນະທູດຂອງອັລລໍຫ໌ເອີຍ ໂປດຊ່ວຍເຫຼືອປະຊາຊາດ... ທີ່ຫຼົງທາງໃນຄວາມມືດມົນແຫ່ງຄວາມສົງໄສມາເປັນເວລາຍາວນານ).
(ໂອ້ ສາສະນະທູດຂອງອັລລໍຫ໌, ຈົ່ງຊ່ວຍກູ້ປະຊາຊາດ... ທີ່ໃນຄວາມສັບສົນຂອງຄວາມໂສກເສົ້າ ວິໄສທັດຂອງພວກເຂົາໄດ້ສູນຫາຍໄປ).
ແລະ ກ່າວຕໍ່ອີກວ່າ:
(ຂໍໂປດເລັ່ງໄຊຊະນະ ດັ່ງທີ່ພຣະອົງໄດ້ຊົງເລັ່ງມັນ... ໃນວັນບະດັຣ ເມື່ອທ່ານໄດ້ວິງວອນຕໍ່ອັລລໍຫ໌).
(ຄວາມຕ່ຳຕ້ອຍຈຶ່ງໄດ້ຫັນປ່ຽນເປັນໄຊຊະນະອັນສະຫງ່າງາມ... ແທ້ຈິງ ອັລລໍຫ໌ຊົງມີກອງທັບທີ່ສາຍຕາບໍ່ສາມາດເຫັນໄດ້).
ໃນລັກສະນະນີ້ ນັກຂຽນຍິງຜູ້ນີ້ໄດ້ມຸ້ງການຮຽກຮ້ອງ ແລະ ການຂໍຄວາມຊ່ວຍເຫຼືອຂອງນາງໄປຍັງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ໂດຍຂໍຈາກທ່ານໃຫ້ເລັ່ງນຳເອົາໄຊຊະນະມາຊ່ວຍເຫຼືອປະຊາຊາດ, ໂດຍທີ່ນາງລືມ - ຫຼື ບໍ່ຮູ້ - ວ່າໄຊຊະນະນັ້ນຢູ່ໃນອຳນາດຂອງອັລລໍຫ໌ພຽງອົງດຽວ, ບໍ່ແມ່ນຢູ່ໃນກຳມືຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ແລະ ບໍ່ແມ່ນຂອງບັນດາສິ່ງທີ່ຖືກສ້າງອື່ນໆ ເລີຍ, ດັ່ງທີ່ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຕຣັດໄວ້ໃນຄຳພີອັນຊັດເຈນຂອງພຣະອົງວ່າ:
﴿...وَمَا النَّصْرُ إِلَّا مِنْ عِنْدِ اللَّهِ الْعَزِيزِ الْحَكِيمِ﴾
(...ແລະບໍ່ມີການຊ່ວຍເຫຼືອໃດໆ ນອກຈາກທີ່ມາຈາກອັລລໍຫ໌ ຜູ້ຊົງເດສານຸພາບ ຜູ້ຊົງປຣີຊາຍານ) [ສູເຣາະຫ໌ ອະລາອີມຣອນ: 126], ແລະ ອັລລໍຫ໌ຜູ້ຊົງກຽງໄກ ໄດ້ຕຣັດອີກວ່າ:
﴿إِنْ يَنْصُرْكُمُ اللَّهُ فَلَا غَالِبَ لَكُمْ وَإِنْ يَخْذُلْكُمْ فَمَنْ ذَا الَّذِي يَنْصُرُكُمْ مِنْ بَعْدِهِ...﴾
(ຫາກອັລລໍຫ໌ຊົງຊ່ວຍເຫລືອພວກເຈົ້າ ກໍ່ບໍ່ມີຜູ້ໃດຈະຊະນະພວກເຈົ້າໄດ້ ແລະ ຫາກພຣະອົງຊົງທອດຖິ້ມພວກເຈົ້າ ແລ້ວໃຜເລົ່າທີ່ຈະຊ່ວຍເຫລືອພວກເຈົ້າໄດ້ ນອກເໜືອຈາກພຣະອົງ..) [ສູເຣາະຫ໌ ອະລາອີມຣອນ: 160].
ການກະທຳໃນການວອນຂໍ ແລະ ການຂໍຄວາມຊ່ວຍເຫລືອນີ້ ແມ່ນການອຸທິດການອິບາດະຫ໌ປະເພດຫນຶ່ງໃຫ້ກັບສິ່ງອື່ນນອກເໜືອຈາກພຣະເຈົ້າອັລລໍຫ໌; ເປັນທີ່ຢືນຢັນຢ່າງຈະແຈ້ງຕາມຫຼັກຖານ ແລະ ມະຕິເອກະພາບແລ້ວວ່າ: ສິ່ງດັ່ງກ່າວບໍ່ເປັນທີ່ອະນຸຍາດ, ແລະ ແທ້ຈິງ ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຊົງສ້າງສັບພະສິ່ງທັງຫຼາຍ ເພື່ອໃຫ້ພວກເຂົາເຄົາລົບພັກດີຕໍ່ພຣະອົງ, ແລະ ໄດ້ສົ່ງບັນດາຣໍຊູລ ແລະ ປະທານບັນດາຄຳພີລົງມາ ເພື່ອອະທິບາຍຊີ້ແຈ້ງ ແລະ ເຊີນຊວນໄປສູ່ການເຄົາລົບພັກດີນັ້ນ, ດັ່ງທີ່ພຣະອົງຜູ້ຊົງສູງສົງໄດ້ຕຣັດໄວ້:
﴿وَمَا خَلَقْتُ الْجِنَّ وَالْإِنْسَ إِلَّا لِيَعْبُدُونِ56﴾
(ແລະ ຂ້າບໍ່ໄດ້ສ້າງຈິນ (ຜີ) ແລະ ມະນຸດ ມາເພື່ອຈຸດປະສົງອື່ນໃດ ເວັ້ນແຕ່ການກາບໄຫວ້ເຄົາລົບພັກດີຕໍ່ຂ້າ) [ອັຊ-ຊາຣີຍາຕ : 56], ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿وَلَقَدْ بَعَثْنَا فِي كُلِّ أُمَّةٍ رَسُولًا أَنِ اعْبُدُوا اللَّهَ وَاجْتَنِبُوا الطَّاغُوتَ...﴾
(ແລະ ໂດຍແນ່ນອນ ເຮົາໄດ້ແຕ່ຕັ້ງຣໍຊູລມາຍັງແຕ່ລະປະຊາຊາດ (ໂດຍຣໍຊູລຈະກ່າວແກ່ປະຊາຊາດນັ້ນໆ ວ່າ) ພວກທ່ານຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ແລະ ຈົງຫຼີກຫນີ ອອກຫ່າງຈາກພວກຕໍກຼູດຮູບປັ້ນຈະເວັດ...) [ອັນ-ນະຫ໌ລຸ: 36] ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿وَمَا أَرْسَلْنَا مِنْ قَبْلِكَ مِنْ رَسُولٍ إِلَّا نُوحِي إِلَيْهِ أَنَّهُ لَا إِلَهَ إِلَّا أَنَا فَاعْبُدُونِ25﴾
(ແລະ ເຮົາບໍ່ໄດ້ສົ່ງຣໍຊູລຄົນໃດມາກ່ອນຫນ້າເຈົ້າ ຍົກເວັ້ນແຕ່ເຮົາໄດ້ວະຫ໌ຮີໃຫ້ເແກ່ເຂົາວ່າ ແທ້ຈິງ ບໍ່ມີພຣະເຈົ້າອື່ນໃດທີ່ແທ້ຈິງນອກຈາກຂ້າ ດັງນັ້ນພວກເຈົ້າຈົ່ງເຄົາລົບພັກດີຕໍ່ຂ້າ) [ອັລ-ອຳບີຢາ: 25] ແລະ ອັລລໍຫ໌ຜູ້ຊົງກຽງໄກ ໄດ້ຕຣັດວ່າ:
﴿الر كِتَابٌ أُحْكِمَتْ آيَاتُهُ ثُمَّ فُصِّلَتْ مِنْ لَدُنْ حَكِيمٍ خَبِيرٍ1 أَلَّا تَعْبُدُوا إِلَّا اللَّهَ إِنَّنِي لَكُمْ مِنْهُ نَذِيرٌ وَبَشِيرٌ2﴾
(ອະລີຟ ລາມ ຣໍ (ນີ້ຄື) ຄຳພີທີ່ໂອງການທັ້ງຫລາຍຂອງມັນຖືກວາງໄວ້ຢ່າງຮັດກຸມຊັດແຈ້ງ ແລະ ຖືກຈັດຈຳແນກແຍກ (ຂໍ້ບັນຊາຕ່າງ ໆ) ຢ່າງຊັດແຈ້ງ ຈາກພຣະຜູ້ຊົງສະຫຼາດຫຼັກແຫລມ ແລະ ຜູ້ຊົງຮອບຮູ້ຊ່ຽວຊານ)
ເພື່ອພວກເຈົ້າຈະບໍ່ໄປເຄົາລົບພັກດີຕໍ່ຜູ້ອື່ນນອກຈາກອັລລໍຫ໌ ແທ້ຈິງຂ້ອຍໄດ້ຮັບການແຕ່ງຕັ້ງຈາກພຣະອົງ ມາຍັງພວກທ່ານເພື່ອເປັນຜູ້ຕັກເຕືອນ ແລະ ຜູ້ແຈ້ງຂ່າວດີ)
[ຮູດ: 1-2].
ໃນບັນດາອາຍາຕທີ່ຊັດເຈນເຫຼົ່ານີ້ ພຣະອົງອັລລໍຫ໌ໄດ້ຊົງຊີ້ແຈ້ງວ່າ ພຣະອົງບໍ່ໄດ້ຊົງສ້າງຈິນ ແລະ ມະນຸດຂຶ້ນມາ ເວັ້ນເສຍແຕ່ເພື່ອໃຫ້ພວກເຂົາເຄົາລົບພັກດີຕໍ່ພຣະອົງພຽງຜູ້ດຽວ ທີ່ບໍ່ມີສິ່ງໃດທຽບຄຽງໄດ້, ແລະ ໄດ້ຊົງຊີ້ແຈ້ງວ່າ ພຣະອົງໄດ້ຊົງສົ່ງບັນດາຣໍຊູລມາເພື່ອສັ່ງໃຊ້ ໃນການອິບາດະຫ໌ນີ້ ແລະ ຫ້າມປາມຈາກສິ່ງທີ່ກົງກັນຂ້າມ, ພ້ອມດຽວກັນນີ້ ພຣະອົງກໍ່ໄດ້ຊົງເຮັດໃຫ້ບັນດາອາຍາຕໃນຄຳພີຂອງພຣະອົງຊົງຄວາມຊັດເຈນ ແລະ ລະອຽດ ເພື່ອວ່າຈະບໍ່ມີການເຄົາລົບສັກກາລະສິ່ງອື່ນໃດນອກຈາກພຣະອົງ.
ແລະ ເປັນທີ່ຮູ້ກັນດີວ່າ ການອີບາດະຫ໌ນັ້ນໝາຍເຖິງ: ການໃຫ້ເອກະພາບຕໍ່ອັລລໍຫ໌ ແລະ ການເຊື່ອຟັງພຣະອົງ, ໂດຍການປະຕິບັດຕາມບັນດາພຣະບັນຊາຂອງພຣະອົງ ແລະ ລະຖິ້ມບັນດາຂໍ້ຫ້າມຂອງພຣະອົງ, ແລະ ອັລລໍຫ໌ກໍໄດ້ຊົງບັນຊາ ແລະ ໄດ້ຊົງແຈ້ງກ່ຽວກັບເລື່ອງດັ່ງກ່າວໄວ້ໃນຫລາຍໆ ອາຍະຫ໌, ເຊິ່ງຫນຶ່ງໃນນັ້ນກໍຄື ພຣະດຳລັດຂອງພຣະອົງທີ່ວ່າ:
﴿وَمَا أُمِرُوا إِلَّا لِيَعْبُدُوا اللَّهَ مُخْلِصِينَ لَهُ الدِّينَ حُنَفَاءَ...﴾
(ເເລະ ພວກເຂົາບໍ່ໄດ້ຖືກບັນຊາໃຫ້ກະທຳອື່ນໃດ ນອກຈາກເພື່ອເຄົາລົບພັກດີຕໍ່ອັລລໍຫ໌ ເປັນຜູ້ມີເຈດຕະນາບໍລິສຸດໃນການພັກດີຕໍ່ພຣະອົງ ເປັນຜູ້ຢູ່ໃນເເນວທາງທີ່ທ່ຽງກົງ...) [ອັລ-ໄບຍິນະ: 5] ແລະ ດຳລັດຂອງພຣະອົງທີ່ວ່າ :
﴿وَقَضَى رَبُّكَ أَلَّا تَعْبُدُوا إِلَّا إِيَّاهُ...﴾
(ເເລະ ພຣະເຈົ້າຂອງເຈົ້າບັນຊາວ່າ ພວກເຈົ້າຢ່າເຄົາລົບພັກດີຜູ້ໃດນອກຈາກພຣະອົງເທົ່ານັ້ນ...) [ອັລ-ອິສຣໍ: 23] ແລະ ໃນໂອງການຂອງອັລລໍຫ໌ໄດ້ກ່າວວ່າ:
﴿إِنَّآ أَنزَلۡنَآ إِلَيۡكَ ٱلۡكِتَٰبَ بِٱلۡحَقِّ فَٱعۡبُدِ ٱللَّهَ مُخۡلِصٗا لَّهُ ٱلدِّينَ2 أَلَا لِلَّهِ ٱلدِّينُ ٱلۡخَالِصُۚ وَٱلَّذِينَ ٱتَّخَذُواْ مِن دُونِهِۦٓ أَوۡلِيَآءَ مَا نَعۡبُدُهُمۡ إِلَّا لِيُقَرِّبُونَآ إِلَى ٱللَّهِ زُلۡفَىٰٓ إِنَّ ٱللَّهَ يَحۡكُمُ بَيۡنَهُمۡ فِي مَا هُمۡ فِيهِ يَخۡتَلِفُونَۗ إِنَّ ٱللَّهَ لَا يَهۡدِي مَنۡ هُوَ كَٰذِبٞ كَفَّارٞ3﴾
(ແທ້ຈິງ ເຮົາໄດ້ປະທານຄຳພີລົງມາແກ່ເຈົ້າດ້ວຍຄວາມຈິງ, ດັ່ງນັ້ນ ເຈົ້າຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ໂດຍເປັນຜູ້ຖະວາຍການເຄົາລົບຢ່າງບໍລິສຸດແດ່ພຣະອົງ (ພຽງອົງດຽວເທົ່ານັ້ນ)
ຈົ່ງຮູ້ໄວ້ເຖີດວ່າ ສຳຫຼັບອັລລໍຫ໌ແລ້ວ (ບໍ່ມີພາຄີໃດ ໆ ອີກນອກຈາກ) ການເຄົາລົບພັກດີທີ່ຜ່ອງແຜ້ວບໍລິສຸດ ແລະ ບັນດາຜູ້ທີ່ຍຶດຖືສິ່ງອື່ນຈາກອັລລໍຫ໌ໃຫ້ເປັນວະລີຍ໌ (ຜູ້ຄຸ້ມຄອງ) ເພື່ອເຄົາລົບພັກດີ (ພວກເຂົາຈະກ່າວວ່າ) ເຮົາບໍ່ໄດ້ເຄົາລົບພັກດີພວກເຂົາເຫລົ່ານັ້ນ ເວັ້ນເເຕ່ເພື່ອເຂົາເຫລົ່ານັ້ນຈະເຮັດໃຫ້ເຮົາໃກ້ຊິດຕໍ່ອັລລໍຫ໌ ເເທ້ຈິງອັລລໍຫ໌ ຈະຊົງຈະຕັດສິນພວກເຂົາໃນສິ່ງທີ່ພວກເຂົາຂັດເເຍ້ງກັນໃນເລື່ອງນັ້ນ ເເທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງເເກ່ຜູ້ກ່າວເທັດ (ຄົນຂີ້ຕົວະ) ຜູ້ບໍ່ສຳນຶກບຸນຄຸນປະຕິເສດ) [ອັຊ-ຊຸມັຣ : 2-3].
ໂອງການຕ່າງ ໆ ໃນຄວາມໝາຍເຊັ່ນນີ້ມີຢູ່ຫຼວງຫລາຍ, ແລະ ທັງໝົດນັ້ນລ້ວນແລ້ວແຕ່ບົ່ງຊີ້ເຖິງຄວາມຈຳເປັນທີ່ຕ້ອງມອບການເຄົາລົບພັກດີຕໍ່ອັລລໍຫ໌ພຽງອົງດຽວເທົ່ານັ້ນ, ແລະ ໃຫ້ລະຖິ້ມການເຄົາລົບສິ່ງອື່ນນອກເໜືອຈາກພຣະອົງ ຈາກບັນດານະບີ ແລະ ຜູ້ອື່ນໆ.
ເປັນທີ່ແນ່ນອນວ່າ ການດຸອາ ແມ່ນການອີບາດະຫ໌ປະເພດໜຶ່ງທີ່ສຳຄັນ ແລະ ຄອບຄຸມທີ່ສຸດ, ຈຶ່ງຈຳເປັນຕ້ອງອຸທິດການດຸອານັ້ນໃຫ້ແດ່ອັລລໍຫ໌ພຽງອົງດຽວ, ດັ່ງທີ່ອັລລໍຫ໌ ໄດ້ກ່າວວ່າ:
﴿فَادْعُوا اللَّهَ مُخْلِصِينَ لَهُ الدِّينَ وَلَوْ كَرِهَ الْكَافِرُونَ14﴾
(ດັ່ງນັ້ນພວກເຈົ້າຈົງວິງວອນຕໍ່ອັລລໍຫ໌ ໂດຍເປັນຜູ້ຖະວາຍການເຄົາລົບພັກດີຢ່າງບໍລີສຸດໃຈແດ່ພຣະອົງເທົ່ານັ້ນ ເຖິງແມ້ວ່າພວກປະຕິເສດສັດທາຈະກຽດຊັງກໍຕາມ) [ກໍຟິຣ : 14], ແລະ ພຣະຜູ້ຊົງເດສານຸພາບໄດ້ກ່າວວ່າ:
﴿وَأَنَّ الْمَسَاجِدَ لِلَّهِ فَلَا تَدْعُوا مَعَ اللَّهِ أَحَدًا18﴾
(ແລະ ເເທ້ຈິງບັນດາມັສຍິດນັ້ນເປັນຂອງອັລລໍຫ໌ ດັງນັ້ນ ພວກເຈົ້າຢ່າໄດ້ວິງວອນຂໍຜູ້ໃດຄຽງຄູ່ກັບອັລລໍຫ໌)
[ອັລຈິນ : 18] ແລະ ຄຳຊີ້ແນະນີ້ ທີ່ໃຫ້ວິງວອນຂໍຕໍ່ອັລລໍຫ໌ພຽງພຣະອົງດຽວນັ້ນ ຄອບຄຸມສັບພະສິ່ງທີ່ຖືກສ້າງທັງໝົດ ນັບຕັ້ງແຕ່ບັນດາສາດສະດາທູດ ແລະ ຜູ້ອື່ນໆ; ແລະ ຄຳດຳລັດຂອງພຣະອົງທີ່ວ່າ:
﴿وَلَا تَدْعُ مِنْ دُونِ اللَّهِ مَا لَا يَنْفَعُكَ وَلَا يَضُرُّكَ فَإِن فَعَلۡتَ فَإِنَّكَ إِذٗا مِّنَ ٱلظَّٰلِمِينَ106﴾
(ແລະ ເຈົ້າຢ່າໄດ້ວິງວອນສິ່ງອື່ນໃດນອກເໜືອຈາກອັລລໍຫ໌, ສິ່ງທີ່ບໍ່ໃຫ້ຄຸນປະໂຫຍດແກ່ເຈົ້າ ແລະ ບໍ່ໃຫ້ໂທດແກ່ເຈົ້າ, ຫາກເຈົ້າກະທຳ (ເຊັ່ນນັ້ນ) ແນ່ນອນເມື່ອນັ້ນເຈົ້າກໍ່ຈະຢູ່ໃນກຸ່ມຂອງບັນດາຜູ້ອະທຳ) [ຢູນຸສ : 106], ແລະ ນີ້ຄືຄຳຕຣັດທີ່ກ່າວຕໍ່ທ່ານນະບີ ﷺ, ແລະເປັນທີ່ຊາບກັນດີວ່າ ອັລລໍຫ໌ ຜູ້ຊົງສູງສົງ ໄດ້ປົກປ້ອງທ່ານຈາກການຕັ້ງພາຄີ, ແທ້ຈິງແລ້ວຈຸດປະສົງຂອງສິ່ງນັ້ນກໍເພື່ອຕັກເຕືອນຜູ້ອື່ນໆ, ຫຼັງຈາກນັ້ນ ພຣະອົງຜູ້ຊົງຍິ່ງໃຫຍ່ໄດ້ຕຣັດວ່າ:
﴿وَلَا تَدۡعُ مِن دُونِ ٱللَّهِ مَا لَا يَنفَعُكَ وَلَا يَضُرُّكَ فَإِنْ فَعَلْتَ فَإِنَّكَ إِذًا مِنَ الظَّالِمِينَ106﴾
(ແລະ ເຈົ້າຢ່າໄດ້ວິງວອນຂໍສິ່ງອື່ນນອກເໜືອຈາກອັລລໍຫ໌, ສິ່ງທີ່ບໍ່ໃຫ້ຄຸນປະໂຫຍດແກ່ເຈົ້າ ແລະ ບໍ່ໃຫ້ໂທດແກ່ເຈົ້າ, ຫາກເຈົ້າໄດ້ກະທຳເຊັ່ນນັ້ນ, ແນ່ນອນເຈົ້າກໍ່ຈະຢູ່ໃນກຸ່ມຜູ້ອະທຳ) [ຢູນຸສ : 106], ແລະ ນີ້ແມ່ນຄຳຊີ້ແນະຕໍ່ທ່ານນະບີ ﷺ, ເຊິ່ງຈຸດປະສົງຂອງມັນຄື: ເພື່ອຕັກເຕືອນຜູ້ອື່ນທີ່ນອກເໜືອຈາກທ່ານ; ເພາະເປັນທີ່ຮູ້ກັນດີວ່າ ພຣະອົງອັລລໍຮ໌ ຜູ້ຊົງສູງສົງ ໄດ້ຊົງປົກປ້ອງຣໍຊູລຂອງພຣະອົງຈາກການຕັ້ງພາຄີ, ຫຼັງຈາກນັ້ນ ພຣະອົງອັລລໍຮ໌ ຜູ້ຊົງສູງສົງ ກໍ່ໄດ້ຊົງເນັ້ນຢ້ຳຢ່າງເຂັ້ມງວດໃນການຫ້າມປາມ ແລະ ການຕັກເຕືອນ; ໂດຍໄດ້ຕຣັດວ່າ:
﴿...فَإِنْ فَعَلْتَ فَإِنَّكَ إِذًا مِنَ الظَّالِمِينَ﴾
(...ຫາກເຈົ້າກະທຳເຊັ່ນນັ້ນ ແນ່ນອນເຈົ້າກໍ່ຈະເປັນຜູ້ໜຶ່ງໃນໝູ່ຜູ້ອະທຳ) ແລະ ການອະທຳ ເມື່ອກ່າວເຖິງໂດຍລວມແລ້ວ ຄື: ຊິຣິກ-ອັກບັຣ, ດັ່ງທີ່ພຣະອົງໄດ້ກ່າວໄວ້ວ່າ:
﴿...وَالْكَافِرُونَ هُمُ الظَّالِمُونَ﴾
(...ແລະບັນດາຜູ້ປະຕິເສດສັດທາ, ພວກເຂົາຄືຜູ້ອະທຳ). [ອັລ-ບະກໍເຣາະຫ໌: 254] ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿...إِنَّ الشِّرْكَ لَظُلْمٌ عَظِيمٌ﴾
(...ແທ້ຈິງ ການຕັ້ງພາຄີ ແນ່ນອນເປັນຄວາມອະທຳອັນໃຫຍ່ຫຼວງ). [ລຸກມານ: 13]. ໃນເມື່ອແມ້ແຕ່ ທ່ານຜູ້ເປັນນາຍຂອງລູກຫຼານອາດຳ ອະໄລຮິສ ສໍລາຕຸ ວັສສະລາມ ຫາກໄດ້ວິງວອນຂໍຕໍ່ສິ່ງອື່ນນອກເຫນືອຈາກອັລລໍຫ໌ ກໍຈະຖືກນັບເປັນຜູ້ຫນຶ່ງໃນຫມູ່ຜູ້ອະທຳ, ແລ້ວຈະນັບປະສາຫຍັງກັບຄົນອື່ນໆ ອີກ?
ຈາກບັນດາອາຍາຕເຫຼົ່ານີ້ ແລະ ຂໍ້ຄວາມອື່ນໆ ຈຶ່ງເປັນທີ່ເຂົ້າໃຈໄດ້ວ່າ ການວິວອນຂໍຕໍ່ສິ່ງອື່ນນອກເໜືອຈາກອັລລໍຫ໌ — ເຊັ່ນ ຈາກຜູ້ທີ່ຕາຍໄປແລ້ວ, ຕົ້ນໄມ້, ຮູບປັ້ນ ແລະ ອື່ນໆ — ນັ້ນຖືເປັນການຕັ້ງພາຄີ (ຊິຣິກ) ຕໍ່ອັລລໍຫ໌, ເປັນສິ່ງທີ່ຂັດກັບການໃຫ້ເອກະພາບຕໍ່ອັລລໍຫ໌ໃນການເຄົາລົບບູຊາ ເຊິ່ງເປັນຈຸດປະສົງຂອງການສ້າງຍິນແລະມະນຸດ, ການປະທານບັນດາຣໍຊູລ ແລະ ການປະທານຄຳພີຕ່າງໆ, ທັງຍັງຂັດກັບຄວາມໝາຍຂອງຄຳວ່າ "ລາອິລາຮະ ອິລລັລລໍຫ໌" ເຊິ່ງປະຕິເສດການເຄົາລົບບູຊາຕໍ່ສິ່ງອື່ນນອກເໜືອຈາກອັລລໍຫ໌ ແລະ ຢັ້ງຢືນການເຄົາລົບບູຊານັ້ນໃຫ້ແກ່ອັລລໍຫ໌ພຽງອົງດຽວ, ດັ່ງທີ່ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ:
﴿ذَٰلِكَ بِأَنَّ ٱللَّهَ هُوَ ٱلۡحَقُّ وَأَنَّ مَا يَدۡعُونَ مِن دُونِهِۦ هُوَ ٱلۡبَٰطِلُ وَأَنَّ ٱللَّهَ هُوَ ٱلۡعَلِيُّ ٱلۡكَبِيرُ62﴾
(ເຊັ່ນນັ້ນແຫລະ ເພາະວ່າອັລລໍຫ໌ຄືຜູ້ຊົງສັດຈະ, ແລະ ແທ້ຈິງສິ່ງທີ່ພວກເຂົາວິງວອນຂໍອື່ນຈາກພຣະອົງນັ້ນເປັນເທັດ ແລະ ແທ້ຈິງອັລລໍຫ໌ເປັນຜູ້ຊົງສູງສົ່ງ ຜູ້ຊົງຍິ່ງໃຫຍ່ )
[ອັລ-ຮັຈ: 62].
ແລະ ນີ້ຄືຮາກເຫງົ້າ ແລະ ພື້ນຖານຂອງສາສະໜາ, ແລະ ການປະຕິບັດສາສະນະກິດຈະບໍ່ຖືກຕ້ອງ ນອກຈາກວ່າຮາກເຫງົ້ານີ້ຈະຖືກຕ້ອງເສຍກ່ອນ, ດັ່ງທີ່ພຣະອົງຜູ້ຊົງສູງສົງໄດ້ຕຣັດວ່າ:
﴿وَلَقَدْ أُوحِيَ إِلَيْكَ وَإِلَى الَّذِينَ مِنْ قَبْلِكَ لَئِنْ أَشْرَكْتَ لَيَحْبَطَنَّ عَمَلُكَ وَلَتَكُونَنَّ مِنَ الْخَاسِرِينَ65﴾
(ແລະ ໂດຍແນ່ນອນໄດ້ມີວະຫ໌ຮີມາຍັງເຈົ້າ (ມູຮຳມັດ) ແລະ ມາຍັງບັນດານະບີກ່ອນຫນ້າເຈົ້າ ຫາກເຈົ້າຕັ້ງພາຄີຮ່ວມ (ກັບອັລລໍຫ໌), ແນ່ນອນການກະທໍາຂອງເຈົ້າກໍ່ບໍ່ມີຜົນ ແລະ ແນ່ນອນເຈົ້າຈະຢູ່ໃນກຸ່ມຜູ້ຂາດທຶນ) [ອັຊ-ຊຸມັຣ: 65] ແລະ ອັລລໍຫ໌ຜູ້ຊົງມະຫາບໍລິສຸດ ແລະ ຊົງສູງສົ່ງໄດ້ຕຣັດວ່າ:
﴿...وَلَوْ أَشْرَكُوا لَحَبِطَ عَنْهُمْ مَا كَانُوا يَعْمَلُونَ﴾
ຄວາມໝາຍວ່າ : (...ແລະ ຖ້າຫາກພວກເຂົາໄດ້ຕັ້ງພາຄີຂື້ນ ແນ່ນອນສິ່ງທີ່ພວກເຂົາໄດ້ກະທຳກັນ ກໍ່ຈະສູນເສຍໄປຈາກພວກເຂົາ) [ອັລ-ອັນອາມ: 88].
ຈາກສິ່ງທີ່ກ່າວມານັ້ນ ຊີ້ໃຫ້ເຫັນວ່າ ສາສະໜາອິສລາມ ແລະ ການປະຕິຍານຕົນວ່າ: (ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌) ມີສອງຫຼັກການທີ່ຍິ່ງໃຫຍ່ຄື:
ປະການທີໜຶ່ງ: ຄືຈະຕ້ອງບໍ່ມີການເຄົາລົບບູຊາສິ່ງໃດ ນອກຈາກອັລລໍຫ໌ພຽງຜູ້ດຽວ ໂດຍບໍ່ມີພາຄີໃດໆທຽບຄຽງພຣະອົງ; ດັ່ງນັ້ນ ຜູ້ໃດທີ່ວິງວອນຕໍ່ຜູ້ທີ່ລ່ວງລັບໄປແລ້ວ ຈາກບັນດານະບີ ແລະ ບຸກຄົນອື່ນໆ, ຫຼື ວິງວອນຕໍ່ຮູບປັ້ນ, ຕົ້ນໄມ້, ກ້ອນຫີນ, ຫຼື ສິ່ງຖືກສ້າງອື່ນໆ, ຫຼື ຂໍຄວາມຊ່ວຍເຫຼືອຈາກພວກເຂົາ, ຫຼື ສະແຫວງຫາຄວາມໃກ້ຊິດກັບພວກເຂົາດ້ວຍການເຊືອດສັດຖະວາຍ ແລະ ການບົນບານ, ຫຼື ລະຫມາດໃຫ້ພວກເຂົາ, ຫຼື ກາບໄຫວ້ພວກເຂົາ; ຜູ້ນັ້ນກໍເທົ່າກັບໄດ້ຍຶດຖືເອົາພວກເຂົາເປັນພຣະເຈົ້າອື່ນນອກເໜືອຈາກອັລລໍຫ໌, ແລະ ໄດ້ຕັ້ງພວກເຂົາເປັນພາຄີທຽບຄຽງພຣະອົງ, ແລະ ເປັນການຂັດແຍ້ງ ແລະ ປະຕິເສດຕໍ່ຄວາມໝາຍຂອງຄຳວ່າ ລາອິລາຫະ ອິລລັລລໍຫ໌.
ປະການທີສອງ: ຈະບໍ່ມີການເຄົາລົບກາບໄຫວ້ອັລລໍຫ໌ ຜູ້ຊົງສູງສົ່ງ ນອກຈາກຕາມຊາຣີອະຫ໌ຂອງສາສະນະທູດຂອງພຣະອົງ ﷺ, ດັ່ງນັ້ນ ຜູ້ໃດທີ່ປະດິດສິ່ງໃໝ່ໃນສາສະໜາທີ່ອັລລໍຫ໌ບໍ່ໄດ້ຊົງອະນຸມັດ; ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ຄວາມໝາຍຂອງຄຳປະຕິຍານທີ່ວ່າ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌ຢ່າງບໍ່ສົມບູນ, ແລະ ການງານຂອງລາວກໍຈະບໍ່ເກີດປະໂຫຍດ ແລະ ຈະບໍ່ຖືກຕອບຮັບ, ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງໄດ້ຊົງດຳລັດວ່າ:
﴿وَقَدِمْنَا إِلَى مَا عَمِلُوا مِنْ عَمَلٍ فَجَعَلْنَاهُ هَبَاءً مَنْثُورًا23﴾
(ແລະ ເຮົາໄດ້ມຸ່ງໄປຍັງການງານຕ່າງໆ ທີ່ພວກເຂົາໄດ້ປະຕິບັດໄວ້, ແລ້ວເຮົາກໍບັນດານໃຫ້ມັນເປັນດັ່ງລະອອງຝຸ່ນທີ່ປິວສະບັດໄປ) [ອັລ-ຟຸຣກອນ: 23], ເຈດຕະນາຂອງການງານທີ່ກ່າວໄວ້ໃນອາຍະຫ໌ນີ້ແມ່ນ: ການງານຂອງຜູ້ທີ່ຕາຍໃນສະພາບທີ່ຕັ້ງພາຄີຕໍ່ພຣະເຈົ້າອັລລໍຫ໌,
ແລະ ຍັງລວມເຖິງ: ບັນດາການງານທີ່ເປັນບິດອະຫ໌ (ການອุຕະລິກຳໃນສາສະໜາ) ທີ່ພຣະອົງອັລລໍຫ໌ບໍ່ໄດ້ຊົງອະນຸຍາດ, ເພາະແທ້ຈິງມັນຈະກາຍເປັນລະອອງຜົງທີ່ກະຈັດກະຈາຍໃນວັນປໍລະໂລກ (ກີຍາມະຫ໌), ເນື່ອງຈາກວ່າມັນບໍ່ສອດຄ່ອງກັບບົດບັນຍັດຂອງພຣະອົງທີ່ບໍລິສຸດ, ດັ່ງທີ່ທ່ານນະບີ ﷺ ໄດ້ກ່າວວ່າ:
«مَنْ أَحْدَثَ فِي أَمْرِنَا هَذَا مَا لَيْسَ مِنْهُ فَهُوَ رَدٌّ».
“ໃຜກໍ່ຕາມທີເຮັດສິ່ງອືນໃນກິດຈະການສາສະໜາຂອງເຮົາ ເຊິ່ງສິ່ງນັ້ນ ເຮົາບໍ່ໄດ້ສັ່ງໃຊ້ໃຫ້ເຮັດ (ບໍ່ມີແບບຢ່າງ) ດັງນັ້ນສິ່ງທີ່ເຮັດຂຶ້ນມາໃໝ່ນັ້ນຍ່ອມຖືກປະຕິເສດ (ບໍ່ຖືກຕອບຮັບຈາກອັລລໍຫ໌)” ມຸດຕະຟາ ກຸລອະໄລ : ລາຍງານໂດຍທ່ານບຸກຄໍຣີ ແລະ ທ່ານມຸສລິມ.
ສະຫຼຸບຄວາມວ່າ: ນັກຂຽນຍິງຜູ້ນີ້ ໄດ້ມຸ່ງການຂໍຄວາມຊ່ວຍເຫຼືອ ແລະ ການດຸອາຂອງນາງ ໄປຍັງທ່ານນະບີ ຊໍລລັລລໍຮ໌ຮຸ ອະໄລຮິ ວະສັລລັມ, ແລະ ໄດ້ຫັນຫຼັງໃຫ້ພຣະຜູ້ເປັນເຈົ້າແຫ່ງສາກົນລະໂລກ, ຜູ້ຊຶ່ງການຊ່ວຍເຫຼືອໃຫ້ມີໄຊຊະນະ, ການໃຫ້ໂທດ ແລະ ການໃຫ້ຄຸນ ຢູ່ໃນກຳມືຂອງພຣະອົງ, ແລະສິ່ງດັ່ງກ່າວທັ້ງໝົດນັ້ນບໍ່ໄດ້ຢູ່ໃນກຳມືຂອງຜູ້ໃດນອກຈາກພຣະອົງ.
ແລະ ບໍ່ຕ້ອງສົງໄສເລີຍວ່າ ສິ່ງນີ້ຄືການອະທຳທີ່ຍິ່ງໃຫຍ່ ແລະ ຮ້າຍແຮງ, ແລະ ແທ້ຈິງ ອັລລໍຫ໌ ຜູ້ຊົງສູງສົ່ງໄດ້ສັ່ງໃຊ້ໃຫ້ວິງວອນຂໍຕໍ່ພຣະອົງ, ແລະ ໄດ້ຊົງສັນຍາວ່າຈະຕອບຮັບແກ່ຜູ້ທີ່ວິງວອນຂໍຕໍ່ພຣະອົງ, ແລະ ໄດ້ຊົງຄາດໂທດຜູ້ທີ່ໂອຫັງຕໍ່ສິ່ງດັ່ງກ່າວວ່າຈະໄດ້ເຂົ້າໄປຢູ່ໃນນະລົກ, ດັ່ງທີ່ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ກ່າວວ່າ:
﴿وَقَالَ رَبُّكُمُ ادْعُونِي أَسْتَجِبْ لَكُمْ إِنَّ الَّذِينَ يَسْتَكْبِرُونَ عَنْ عِبَادَتِي سَيَدْخُلُونَ جَهَنَّمَ دَاخِرِينَ 60﴾
(ແລະ ພຣະເຈົ້າຂອງພວກເຈົ້າຕຣັດວ່າ ຈົ່ງວິງວອນຂໍຕໍ່ຂ້າ ຂ້າຈະຕອບຮັບແກ່ພວກເຈົ້າ ສ່ວນບັນດາຜູ້ໂອຫັງຕໍ່ການເຄົາລົບພັກດີແກ່ຂ້ານັ້ນ ຈະເຂົ້າໄປຢູ່ໃນນະລົກຢ່າງຕ່ຳຕ້ອຍ)
[ກໍຟີຣ: 60] ຄື: ຕໍ່າຕ້ອຍ ແລະ ຖືກດູຖູກ, ອາຍະຫ໌ ອັນມີກຽດນີ້ຈຶ່ງຊີ້ໃຫ້ເຫັນວ່າ ການດຸອາເປັນການອີບາດະຫ໌, ແລະ ຜູ້ທີ່ໂອຫັງຕໍ່ມັນ ທີ່ພຳນັກຂອງລາວກໍຄືນະລົກ. ຫາກນີ້ຄືສະພາບຂອງຜູ້ທີ່ໂອຫັງຕໍ່ການດຸອາຂໍຕໍ່ພຣະເຈົ້າ, ແລ້ວສະພາບຂອງຜູ້ທີ່ວິງວອນຂໍຕໍ່ສິ່ງອື່ນນອກເໜືອຈາກພຣະອົງ ແລະ ຜິນຫຼັງໃຫ້ພຣະອົງນັ້ນຈະເປັນເຊັ່ນໃດ, ໃນຂະນະທີ່ພຣະອົງ ຜູ້ຊົງມະຫາສູງສົ່ງ ເປັນຜູ້ຊົງໃກ້ຊິດ, ເປັນຜູ້ຊົງກຳມະສິດເໜືອທຸກສິ່ງ, ແລະ ເປັນຜູ້ຊົງອານຸພາບເໜືອທຸກສິ່ງ, ດັ່ງທີ່ພຣະອົງ ຜູ້ຊົງມະຫາສູງສົ່ງ ໄດ້ຕຣັດວ່າ:
﴿وَإِذَا سَأَلَكَ عِبَادِي عَنِّي فَإِنِّي قَرِيبٌ أُجِيبُ دَعْوَةَ الدَّاعِ إِذَا دَعَانِ فَلْيَسْتَجِيبُوا لِي وَلْيُؤْمِنُوا بِي لَعَلَّهُمْ يَرْشُدُونَ 186﴾
ຄວາມວ່າ: (ແລະ ເມື່ອບ່າວຂອງຂ້າຖາມເຈົ້າຮອດຂ້ອຍແລ້ວ (ຈົ່ງຕອບເຖີດວ່າ) ແທ້ຈິງຂ້ານັ້ນຢູ່ໃກ້ ຂ້າຈະຕອບຮັບຄຳວິງວອນຂອງຜູ້ທີ່ວິງວອນ ເມື່ອເຂົາວິງວອນຕໍ່ຂ້າ ດັງນັ້ນ ພວກເຂົາຈົ່ງຕອບຮັບຂ້າເຖີດ ແລະ ຈົ່ງສັດທາຕໍ່ຂ້າ ເພື່ອວ່າພວກເຂົາຈະໄດ້ຢູ່ໃນຫົນທາງທີ່ຖືກຕ້ອງ) [ອັລ-ບະກໍເຣາະຫ໌ : 186] ແລະ ທ່ານຣໍ່ຊູລ ຊໍລລັລລໍຮ໌ຮຸ ອະໄລຮິ ວະສັລລັມ ໄດ້ກ່າວໃນຫະດີສທີ່ຊໍເຮັຍຫ໌ວ່າ ການດຸອາ ເປັນ ການອີບາດະຫ໌, ແລະ ໄດ້ກ່າວຕໍ່ຫຼານຂອງທ່ານຄື ທ່ານ ອັບດຸລລໍຫ໌ ບິນ ອັບບາສ ວ່າ:
«احْفَظِ اللهَ يَحْفَظْكَ، احْفَظِ اللهَ تَجِدْهُ تُجَاهَكَ، إِذَا سَأَلْتَ فَاسْأَلِ اللهَ، وَإِذَا اسْتَعْنَتَ فَاسْتَعِنْ بِاللهِ».
«ເຈົ້າຈົ່ງພິທັກຮັກສາອັລລໍຫ໌ ແລ້ວອັລລໍຫ໌ຈະພິທັກຮັກສາເຈົ້າ, ເຈົ້າຈົ່ງພິທັກອັລລໍຫ໌ ແລ້ວເຈົ້າຈະພົບພຣະອົງຢູ່ເບື້ອງໜ້າ, ເມື່ອເຈົ້າວິງວອນຂໍ ກໍ່ຈົ່ງວິງວອນຂໍຕໍ່ອັລລໍຫ໌, ແລະ ເມື່ອເຈົ້າຈະຂໍຄວາມຊ່ວຍເຫຼືອ ກໍ່ຈົ່ງຂໍຄວາມຊ່ວຍເຫຼືອຈາກອັລລໍຫ໌». ບັນທຶກໂດຍຕິຣມີຊີ ແລະ ທ່ານອື່ນນອກຈາກລາວ.
ແລະ ທ່ານນະບີ ﷺ ໄດ້ກ່າວວ່າ:
«مَنْ مَاتَ وَهُوَ يَدْعُو لِلَّهِ نِدًّا؛ دَخَلَ النَّارَ».
ຄວາມວ່າ "ຜູ້ໃດຕາຍໃນສະພາບທີ່ເຂົາວິງວອນຕໍ່ຜູ້ອື່ນເທົ່າທຽມກັບອັລລໍຫ໌ ເຂົາຕ້ອງຕົກນະຣົກ" ບັນທຶກໂດຍ ອັລ-ບຸກຄໍຣີ, ແລະ ໃນບັນທຶກຂອງທ່ານອີຫມ່ຳທັ້ງສອງ ແທ້ຈິງທ່ານນະບີ ﷺ ຖືກຖາມວ່າ: ບາບໃດທີ່ໃຫຍ່ທີ່ສຸດ? ທ່ານຕອບວ່າ:
«أَنْ تَجْعَلَ لِلَّهِ نِدًّا وَهُوَ خَلَقَكَ».
"ການທີ່ເຈົ້າຕັ້ງພາກີຕໍ່ອັລລໍຫ໌ ທັ້ງໆ ທີ່ພຣະອົງເປັນຜູ້ຊົງສ້າງເຈົ້າ" ແລະ ພາຄີ (ອັນ-ນິດ): ໝາຍເຖິງຜູ້ທີ່ເທົ່າທຽມ ແລະ ຄ້າຍຄືກັນ, ດັ່ງນັ້ນ ຜູ້ໃດກໍ່ຕາມທີ່ວິງວອນຂໍຕໍ່ສິ່ງອື່ນໃດນອກເໜືອຈາກອັລລໍຫ໌, ຫຼື ຂໍຄວາມຊ່ວຍເຫຼືອຈາກສິ່ງນັ້ນ, ຫຼື ບົນບານຕໍ່ສິ່ງນັ້ນ, ຫຼື ຂ້າສັດບູຊາໃຫ້ແກ່ສິ່ງນັ້ນ, ຫຼື ໄດ້ຖະຫວາຍສິ່ງໃດໜຶ່ງຈາກການເຄົາລົບພັກດີໃຫ້ແກ່ສິ່ງນັ້ນ; ຜູ້ນັ້ນກໍໄດ້ຍຶດຖືເອົາສິ່ງນັ້ນເປັນພາຄີແລ້ວ, ບໍ່ວ່າຈະເປັນ ນະບີ, ຫຼື ວະລີຍ໌, ຫຼື ມະລັກ, ຫຼື ຈິນ, ຫຼື ຮູບປັ້ນ, ຫຼື ສິ່ງຖືກສ້າງອື່ນໆ ກໍຕາມ.
ແລະ ໃນທີ່ນີ້ ອາດຈະມີຜູ້ຖາມວ່າ: ມີຄຳຕັດສິນວ່າແນວໃດກ່ຽວກັບການຂໍຕໍ່ຜູ້ທີ່ຍັງມີຊີວິດຢູ່ ແລະ ຢູ່ຕໍ່ໜ້າ ໃນສິ່ງທີ່ລາວສາມາດເຮັດໄດ້, ແລະ ການຂໍຄວາມຊ່ວຍເຫຼືອຈາກລາວໃນເລື່ອງຕ່າງໆ ທີ່ເປັນຮູບປະທຳເຊິ່ງລາວມີຄວາມສາມາດຊ່ວຍເຫຼືອໄດ້; ຄຳຕອບ: ສິ່ງນີ້ບໍ່ແມ່ນການຕັ້ງພາກີ, ຫາກແຕ່ເປັນເລື່ອງປົກກະຕິທຳມະດາທີ່ອະນຸຍາດລະຫວ່າງຊາວມຸສລິມ, ດັ່ງທີ່ອັລລໍຫ໌ໄດ້ກ່າວໃນເລື່ອງລາວຂອງທ່ານນະບີມູຊາ ວ່າ:
﴿...فَاسْتَغَاثَهُ الَّذِي مِنْ شِيعَتِهِ عَلَى الَّذِي مِنْ عَدُوِّهِ...﴾
(...ແລ້ວຜູ້ທີ່ຢູ່ຝ່າຍຂອງລາວກໍ່ໄດ້ຂໍຄວາມຊ່ວຍເຫລືອຍາມຄັບຂັນຕໍ່ລາວ ເພື່ອຕໍ່ສູ້ກັບຜູ້ທີ່ເປັນສັດຕູຂອງລາວ...) [ອັລ-ກໍສໍສ: 15] ແລະ ດັ່ງທີ່ພຣະຜູ້ຊົງສູ່ງສົງໄດ້ຕຣັດໃນເລື່ອງລາວຂອງທ່ານນະບີມູຊາເຊັ່ນດຽວກັນວ່າ:
﴿فَخَرَجَ مِنْهَا خَائِفًا يَتَرَقَّبُ...﴾
(ລາວຈຶ່ງໄດ້ອອກຈາກມັນໄປ ດ້ວຍຄວາມຢ້ານ ພ້ອມທັງເຝົ້າລະວັງ...) [ອັລ-ກໍສໍສ: 21] ເຊັ່ນດຽວກັບທີ່ມະນຸດຂໍຄວາມຊ່ວຍເຫລືອຈາກສະຫາຍຂອງຕົນໃນສົງຄາມ ແລະ ໃນເລື່ອງອື່ນໆ ທີ່ຜູ້ຄົນຕ້ອງປະເຊີນ, ໂດຍທີ່ພວກເຂົາກໍຕ້ອງການຄວາມຊ່ວຍເຫລືອເຊິ່ງກັນແລະກັນ.
ແລະ ອັລລໍຫ໌ ໄດ້ຊົງສັ່ງນະບີຂອງພຣະອົງ ﷺ ໃຫ້ແຈ້ງແກ່ປະຊາຊາດຂອງເພິ່ນວ່າ ເພິ່ນບໍ່ມີອຳນາດທີ່ຈະໃຫ້ຄຸນປະໂຫຍດ ແລະ ໂທດໃດໆ ແກ່ຜູ້ໃດໄດ້, ແລະ ພຣະອົງໄດ້ດຳລັດວ່າ:
﴿قُلْ إِنَّمَا أَدْعُو رَبِّي وَلَا أُشْرِكُ بِهِ أَحَدًا21 قُلْ إِنِّي لَا أَمْلِكُ لَكُمْ ضَرًّا وَلَا رَشَدًا22﴾
(ຈົ່ງກ່າວເຖີດມຸຮຳມັດ ແທ້ຈິງຂ້ອຍວິງວອນຕໍ່ພຣະເຈົ້າຂອງຂ້ອຍເທົ່ານັ້ນ ແລະ ຈະບໍ່ຕັ້ງຜູ້ໃດເປັນພາກີກັບພຣະອົງ)
(ຈົງກ່າວເຖີດ ມູຮຳມັດ ແທ້ຈິງ ຂ້ອຍບໍ່ມີ ອຳນາດທີ່ຈະໃຫ້ໂທດ ແລະ ໃຫ້ຄຸນ ແກ່ພວກທ່ານ) [ອັລ-ຈິນ 22-21]. ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿قُلْ لَا أَمْلِكُ لِنَفْسِي نَفْعًا وَلَا ضَرًّا إِلَّا مَا شَاءَ اللَّهُ وَلَوْ كُنْتُ أَعْلَمُ الْغَيْبَ لَاسْتَكْثَرْتُ مِنَ الْخَيْرِ وَمَا مَسَّنِيَ السُّوءُ إِنْ أَنَا إِلَّا نَذِيرٌ وَبَشِيرٌ لِقَوْمٍ يُؤْمِنُونَ188﴾
(ຈົງກ່າວເຖີດ (ມູຮຳມັດ) ວ່າຂ້ອຍບໍ່ມີອຳນາດ ທີ່ຈະໃຫ້ຄຸນປະໂຫຍດໃດໆ ແລະ ໃຫ້ໂທດໃດໆ ແກ່ຕົວຂ້ອຍໄດ້ ນອກຈາກສິ່ງທີ່ ອັລລໍຫ໌ຊົງປະສົງ ແລະຖ້າຫາກວ່າຂ້ອຍເປັນຜູ້ຮູ້ສິ່ງເລັນລັບແລ້ວ ແນ່ນອນຂ້ອຍຍ່ອມກອບໂກຍສິ່ງທີ່ດີງາມໄວ້ຢ່າງຫລວງຫລາຍ ແລະ ຄວາມຊົ້ວຮ້າຍ ກໍ່ຈະບໍ່ແຕະຕ້ອງຂ້ອຍໄດ້ ຂ້ອຍບໍ່ແມ່ນໃຜຄົນອື່ນໃດ ນອກຈາກຜູ້ຕັກເຕືອນ ແລະຜູ້ປະກາດຂ່າວດີສຳຫລັບກຸ່ມຊົນຜູ້ສັດທາເທົ່ານັ້ນ).
[ອັລ-ອະຣໍຟ: 188]
ແລະ ໂອງການອື່ນ ໆ ທີ່ມີຄວາມໝາຍທຳນອງນີ້ຢັງມີອີກຫຼາຍ.
ແລະ ເປັນທີ່ຮູ້ກັນດີວ່າ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຈະບໍ່ວິງວອນຂໍຕໍ່ຜູ້ໃດນອກຈາກພຣະເຈົ້າຂອງພຣະອົງ, ດັ່ງທີ່ມີຫຼັກຖານຢືນຢັນຈາກທ່ານວ່າ ໃນວັນສົງຄາມບະດັຣ ທ່ານໄດ້ຂໍຄວາມຊ່ວຍເຫຼືອຈາກອັລລໍຫ໌ ແລະ ຂໍໄຊຊະນະຈາກພຣະອົງເພື່ອຕ້ານກັບສັດຕູຂອງພຣະອົງ, ແລະ ທ່ານໄດ້ວິງວອນຂໍຢ່າງບໍ່ລົດລະ, ໂດຍໄດ້ກ່າວວ່າ: «ໂອ້ ພຣະຜູ້ເປັນເຈົ້າຂອງຂ້າ! ຂໍພຣະອົງໂປດປະທານໃຫ້ແກ່ຂ້າພະອົງຕາມທີ່ພຣະອົງໄດ້ສັນຍາໄວ້ດ້ວຍເຖີດ». ຈົນກະທັ້ງ ທ່ານ ອັສ-ສິດດີກ ອັນ-ອັກບັຣ ອະບູ ບັກຣ ຣໍດີຍັລລໍຮຸ ອັນຮຸ ໄດ້ກ່າວວ່າ: ໂອ້ ທ່ານຣໍຊູລຸລລໍຫ໌, ພຽງພໍແລ້ວ, ເພາະແທ້ຈິງແລ້ວອັລລໍຫ໌ຈະຊົງປະທານໃຫ້ແກ່ທ່ານຕາມທີ່ພຣະອົງໄດ້ສັນຍາໄວ້, ແລະ ອັລລໍຫ໌ ຜູ້ຊົງບໍລິສຸດ ກໍໄດ້ປະທານພຣະດຳລັດຂອງພຣະອົງລົງມາກ່ຽວກັບເລື່ອງດັ່ງກ່າວວ່າ:
﴿إِذۡ تَسۡتَغِيثُونَ رَبَّكُمۡ فَٱسۡتَجَابَ لَكُمۡ أَنِّي مُمِدُّكُم بِأَلۡفٖ مِّنَ ٱلۡمَلَٰٓئِكَةِ مُرۡدِفِينَ9﴾
(ຈົງລຳລຶກໃນຂະນະທີ່ພວກເຈົ້າຂໍຄວາມຊ່ວຍເຫລືອຍາມຄັບຂັນຕໍ່ພຣະເຈົ້າຂອງພວກເຈົ້າ ແລະ ພຣະອົງທ່ານກໍ່ໄດ້ຕອບສະຫນອງແກ່ພວກເຈົ້າວ່າ ແທ້ຈິງຂ້າຈະຊ່ວຍເຫລືອພວກເຈົ້າດ້ວຍມະລາອີກະຈຳນວນຫນຶ່ງພັນທີ່ຈະຕິດຕາມກັນລົງມາ) (ຊູເຣາະຫ໌ ອັນຟາລ: 9) ໃນອາຍາຕເຫຼົ່ານີ້ ພຣະອົງໄດ້ກ່າວເຖິງການຂໍຄວາມຊ່ວຍເຫຼືອຂອງພວກເຂົາ, ແລະ ໄດ້ແຈ້ງວ່າພຣະອົງໄດ້ຕອບຮັບພວກເຂົາ ໂດຍໄດ້ສົ່ງມາລາອີກະຮ໌ມາສະໜັບສະໜູນ; ເພື່ອເປັນຂ່າວດີແຫ່ງໄຊຊະນະ ແລະ ຄວາມສະຫງົບໃຈ, ພ້ອມທັງໄດ້ຊີ້ແຈງວ່າ ໄຊຊະນະບໍ່ແມ່ນມາຈາກມາລາອີກະຮ໌, ແຕ່ຫາກມາຈາກພຣະອົງ. ພຣະອົງຊົງຕຣັດວ່າ:
﴿وَمَا النَّصْرُ إِلَّا مِنْ عِنْدِ اللَّهِ...﴾
(ແລະບໍ່ມີໄຊຊະນະໃດໆ ເວັ້ນເສຍແຕ່ຈະມາຈາກອັລລໍຫ໌...) [ສູເຣາະຫ໌ ອະລາອີມຣອນ: 126], ແລະ ອັລລໍຫ໌ໄດ້ຕຣັດວ່າ:
﴿وَلَقَدْ نَصَرَكُمُ اللَّهُ بِبَدْرٍ وَأَنْتُمْ أَذِلَّةٌ فَاتَّقُوا اللَّهَ لَعَلَّكُمْ تَشْكُرُونَ123﴾
(ແລະ ແນ່ນອນ ອັລລໍຫ໌ ໄດ້ຊົງຊ່ວຍເຫລືອພວກເຈົ້າແລ້ວທີ່ສົງຄາມບະດັຣ ຂະນະທີ່ພວກເຈົ້າເປັນຝ່າຍທີ່ອ່ອນແອກວ່າ, ດັ່ງນັ້ນ ພວກເຈົ້າຈົ່ງຍຳເກຣງຍ້ານກົວຕໍ່ອັລລໍຫ໌ ເພື່ອພວກເຈົ້າຈະໄດ້ຂອບໃຈ) [ສູເຣາະຫ໌ ອະລາອີມຣອນ: 123] ດັ່ງນັ້ນ ອັລລໍຫ໌ໄດ້ຊົງຊີ້ແຈງໄວ້ໃນອາຍະຫ໌ນີ້ວ່າ ພຣະອົງຄືຜູ້ຊ່ວຍເຫຼືອພວກເຂົາໃນວັນບະດັຣ, ຈຶ່ງເຮັດໃຫ້ຮູ້ວ່າ ສິ່ງທີ່ພຣະອົງໄດ້ປະທານໃຫ້ແກ່ພວກເຂົາທັງອາວຸດ ແລະ ພະລັງກຳລັງ, ແລະ ການສະໜັບສະໜູນພວກເຂົາດ້ວຍບັນດາມະລາອີກະຫ໌ນັ້ນ, ທັງໝົດລ້ວນເປັນສາເຫດແຫ່ງໄຊຊະນະ, ເປັນຂ່າວດີ ແລະ ເພື່ອຄວາມສະຫງົບໝັ້ນຄົງ, ແຕ່ໄຊຊະນະນັ້ນບໍ່ໄດ້ມາຈາກສິ່ງເຫຼົ່ານັ້ນ, ຫາກແຕ່ມັນມາຈາກອັລລໍຫ໌ອົງດຽວ. ນັກຂຽນຍິງຜູ້ນີ້ ຫຼື ຜູ້ອື່ນໆ ກ້າຫານໄດ້ແນວໃດ ທີ່ຫັນໄປຂໍຄວາມຊ່ວຍເຫຼືອ ແລະ ຂໍໄຊຊະນະຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ແລະ ພັດເມີນເສີຍຕໍ່ພຣະຜູ້ເປັນເຈົ້າແຫ່ງສາກົນໂລກ, ຜູ້ຊົງເປັນເຈົ້າຂອງທຸກສິ່ງຢ່າງ ແລະ ຜູ້ຊົງອານຸພາບເໜືອທຸກສິ່ງຢ່າງ?
ບໍ່ຕ້ອງສົງໄສເລີຍວ່າ ສິ່ງນີ້ແມ່ນຄວາມບໍ່ຮູ້ອັນຊົ່ວຊ້າທີ່ສຸດ, ຍິ່ງໄປກວ່ານັ້ນ ມັນຍັງເປັນການຕັ້ງພາກີອັນໃຫຍ່ຫຼວງທີ່ສຸດອີກດ້ວຍ. ສະນັ້ນ ຈຶ່ງເປັນໜ້າທີ່ຂອງນັກຂຽນຍິງຜູ້ນັ້ນທີ່ຈະຕ້ອງເຕົາບະຫ໌ກັບໂຕຕໍ່ອັລລໍຫ໌ ດ້ວຍການເຕົາບະຫ໌ທີ່ຈິງໃຈບໍລິສຸດ,
ແລະ ການເຕົາບະຫ໌ທີ່ຈິງໃຈບໍລິສຸດນັ້ນ ປະກອບດ້ວຍຫຼາຍປະການ, ດັ່ງນີ້: ຫນຶ່ງ: ເສຍໃຈກັບຄວາມຜິດທີ່ໄດ້ກະທຳໄປ. ສອງ: ຖອນຕົວອອກຈາກຄວາມຜິດທີ່ໄດ້ກະທຳນັ້ນ, ສາມ: ຕັ້ງໃຈວ່າສິບໍ່ກັບໄປເຮັດບາບນັ້ນອີກ, ເພື່ອໃຫ້ຄວາມຍິ່ງໃຫຍ່ແກ່ອັລລໍຫ໌, ມີເຈດຕະນາອັນບໍລິສຸດໃຈຕໍ່ພຣະອົງ, ປະຕິບັດຕາມຄຳບັນຊາຂອງພຣະອົງ, ແລະ ຫຼີກຫ່າງຈາກຂໍ້ຫ້າມຂອງພຣະອົງ, ນີ້ຄືການເຕົາບະຫ໌ອັນຈິງໃຈ. ປະການທີ່ສີ່ ໃນທີ່ນີ້, ເຊິ່ງສະເພາະກັບການລະເມີດສິດທິຂອງເພື່ອນມະນຸດຄື: ຄືນສິດທິໃຫ້ແກ່ເຈົ້າຂອງມັນ, ຫຼື ຂໍການຍົກໂທດຈາກລາວ.
ພຣະອົງອັລລໍຫ໌ ໄດ້ຊົງບັນຊາບັນດາບ່າວຂອງພຣະອົງ ໃຫ້ເຮັດການເຕົາບະຫ໌, ແລະ ໄດ້ຊົງສັນຍາກັບພວກເຂົາວ່າຈະຊົງຮັບເອົາມັນ, ດັ່ງຄຳດຳລັດຂອງພຣະອົງທີ່ວ່າ:
﴿...وَتُوبُوا إِلَى اللَّهِ جَمِيعًا أَيُّهَ الْمُؤْمِنُونَ لَعَلَّكُمْ تُفْلِحُونَ﴾
(ແລະ ບັນດາຜູ້ສັດທາເອີຍ, ຈົ່ງພ້ອມພຽງກັນກັບຕົວໄປຫາອັລລໍຫ໌ເຖິດ ເພື່ອວ່າພວກເຈົ້າຈະໄດ້ຮັບໄຊຊະນະ) [ຊູເຣາະຫ໌ ອັນນູຣ: 31], ແລະ ພຣະອົງໄດ້ຕຣັດກ່ຽວກັບຊາວນະສໍຣໍວ່າ:
﴿أَفَلَا يَتُوبُونَ إِلَى اللَّهِ وَيَسْتَغْفِرُونَهُ وَاللَّهُ غَفُورٌ رَحِيمٌ74﴾
(ເຫດໃດພວກເຂົາຈຶ່ງບໍ່ກັບເນື້ອກັບຕົວຕໍ່ອັລລໍຫ໌ ແລະ ຂໍອະໄພຍະໂທດຕໍ່ພຣະອົງ, ໃນຂະນະທີ່ອັລລໍຫ໌ນັ້ນ ເປັນຜູ້ຊົງອະໄພ, ຜູ້ຊົງເມດຕາສະເໝີ) [ຊູເຣາະຫ໌ ອັລ-ມາອິດະຫ໌ : 74]. ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿وَالَّذِينَ لَا يَدْعُونَ مَعَ اللَّهِ إِلَهًا آخَرَ وَلَا يَقْتُلُونَ النَّفْسَ الَّتِي حَرَّمَ اللَّهُ إِلَّا بِالْحَقِّ وَلَا يَزْنُونَ وَمَنْ يَفْعَلْ ذَلِكَ يَلْقَ أَثَامًا68 يُضَاعَفْ لَهُ الْعَذَابُ يَوْمَ الْقِيَامَةِ وَيَخْلُدْ فِيهِ مُهَانًا69 إِلَّا مَنْ تَابَ وَآمَنَ وَعَمِلَ عَمَلًا صَالِحًا فَأُولَئِكَ يُبَدِّلُ اللَّهُ سَيِّئَاتِهِمْ حَسَنَاتٍ وَكَانَ اللَّهُ غَفُورًا رَحِيمًا70﴾
(ແລະ ບັນດາຜູ້ທີ່ບໍ່ວິງວອນຂໍຕໍ່ພະເຈົ້າອື່ນໃດຮ່ວມກັບອັລລໍຫ໌ ແລະ ບໍ່ຂ້າຊີວິດທີ່ອັລລໍຫ໌ໄດ້ຊົງຫ້າມໄວ້ ເວັ້ນເສຍແຕ່ດ້ວຍເຫດຜົນອັນຊອບທຳ ແລະ ບໍ່ຜິດປະເວນີ, ແລະ ຜູ້ໃດທີ່ກະທຳດັ່ງກ່າວນັ້ນ ເຂົາຈະໄດ້ພົບກັບການລົງໂທດ)
(ການລົງໂທດຈະຖືກເພີ່ມຂຶ້ນເປັນທະວີຄູນແກ່ລາວໃນວັນກິຍາມະຫ໌ ແລະ ລາວຈະພຳນັກຢູ່ໃນນັ້ນຕະຫຼອດໄປໃນສະພາບທີ່ຖືກດູຖູກ)
(ນອກຈາກຜູ້ທີ່ກັບຕົວ ແລະ ສັດທາ ແລະ ປະກອບຄວາມດີ, ຊົນເຫຼົ່ານັ້ນ ອັລລໍຮ໌ຈະຊົງປ່ຽນຄວາມຊົ່ວຂອງພວກເຂົາໃຫ້ເປັນຄວາມດີ ແລະ ອັລລໍຮ໌ ເປັນຜູ້ຊົງອະໄພຍິ່ງ, ຜູ້ຊົງເມດຕາສະເໝີ) [ສຸເຣາະຫ໌ ຟຸຣກອນ : 68-70]. ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿وَهُوَ الَّذِي يَقْبَلُ التَّوْبَةَ عَنْ عِبَادِهِ وَيَعْفُو عَنِ السَّيِّئَاتِ وَيَعْلَمُ مَا تَفْعَلُونَ25﴾
(ແລະ ພຣະອົງຄືຜູ້ທີ່ຊົງຮັບການກັບຕົວຈາກບ່າວຂອງພຣະອົງ ແລະ ຊົງອະໄພໃນຄວາມຜິດບາບທັງຫຼາຍ ແລະ ຊົງຮູ້ສິ່ງທີ່ພວກເຈົ້າກະທຳ) [ສູເຣາະຫ໌ອັລ-ຊູຣໍ ອາຍະຫ໌ 25].
ແລະ ມີລາຍງານທີ່ຊໍເຮັຍຫ໌ຈາກ ທ່ານຣໍຊູລ ຂອງອັລລໍຫ໌ ﷺ ທ່ານໄດ້ກ່າວວ່າ:
«الإِسْلَامُ يَهْدِمُ مَا كَانَ قَبْلَهُ، وَالتَّوْبَةُ تَجُبُّ مَا كَانَ قَبْلَهَا».
«ອິສລາມລົບລ້າງສິ່ງທີ່ເກີດຂຶ້ນກ່ອນຫນ້າ, ແລະ ການເຕົາບະຫ໌ກໍ່ລົບລ້າງສິ່ງທີ່ມີຢູ່ກ່ອນຫນ້າ».
ຄຳເວົ້າໂດຍຫຍໍ້ເຫຼົ່ານີ້ໄດ້ຖືກຂຽນຂຶ້ນ ຍ້ອນເຫັນເຖິງຄວາມອັນຕະລາຍອັນໃຫຍ່ຫຼວງຂອງການຕັ້ງພາຄີ ຫຼື ຊິຣິກ, ເຊິ່ງເປັນບາບທີ່ໃຫຍ່ຫຼວງທີ່ສຸດ, ແລະ ດ້ວຍຄວາມຢ້ານກົວວ່າຈະມີຜູ້ຫຼົງເຊື່ອໃນສິ່ງທີ່ນັກຂຽນຍິງທ່ານນີ້ໄດ້ເຜີຍແຜ່ອອກມາ, ພ້ອມທັງເປັນການປະຕິບັດໜ້າທີ່ໃນການຕັກເຕືອນເພື່ອພຣະອົງອັລລໍຮ໌ ແລະ ເພື່ອປວງບ່າວຂອງພຣະອົງ. ຂ້າພະເຈົ້າຂໍຕໍ່ອັລລໍຫ໌ ຜູ້ຊົງຍິ່ງໃຫຍ່ ໃຫ້ພຣະອົງຊົງໂປດໃຫ້ສິ່ງນີ້ເກີດປະໂຫຍດ, ຊົງປັບປຸງແກ້ໄຂສະພາບການຕ່າງໆຂອງພວກເຮົາ ແລະ ຂອງບັນດາມຸສລິມທັງໝົດ, ຊົງປະທານໃຫ້ແກ່ພວກເຮົາທັງໝົດ ຊຶ່ງຄວາມເຂົ້າໃຈຢ່າງຖ່ອງແທ້ໃນສາສະໜາ ແລະ ການດຳລົງໝັ້ນຢູ່ບົນສາສະໜາດັ່ງກ່າວ, ແລະ ຊົງຄຸ້ມຄອງພວກເຮົາ ແລະ ບັນດາມຸສລິມໃຫ້ພົ້ນຈາກຄວາມຊົ່ວຮ້າຍໃນຕົວຕົນຂອງພວກເຮົາ ແລະ ຈາກການກະທຳທີ່ບໍ່ດີຂອງພວກເຮົາ. ເເທ້ຈິງ ພຣະອົງນັ້ນຊົງເປັນຜູ້ມີສິດ ແລະ ເປັນຜູ້ຊົງອະນຸພາບໃນເລື່ອງດັງກ່າວ.
ຂໍອັລລໍຫ໌ ຊົງປະທານການສະດຸດິ, ຄວາມສັນຕິ ແລະ ຄວາມຈຳເລີນແດ່ ບ່າວຂອງພຣະອົງ ແລະ ຣໍຊູລຂອງພຣະອົງ ນະບີຂອງເຮົາ ທ່ານມຸຮຳມັດ, ຄອບຄົວຂອງທ່ານ ແລະ ບັນດາມິດສະຫາຍຂອງທ່ານ.
***
بِسْمِ اللهِ الرَّحمَنِ الرَّحِيمِ
ວະລາສານ ທີ່ສາມ:
ຂໍ້ຕັດສິນກ່ຽວກັບການຂໍຄວາມຊ່ວຍເຫລືອຈາກຈິນ ແລະ ໄຊຕອນມານຮ້າຍ ແລະ ການສາບານຕໍ່ພວກເຂົາ
ຈາກ ອັບດຸລອະຊີຊ ບິນ ອັບດຸລລໍຫ໌ ບິນ ບາຊ ເຖິງບັນດາຊາວມຸສລິມທີ່ໄດ້ເຫັນສານສະບັບນີ້, ຂໍອັລລໍຫ໌ຊົງປະທານຄວາມສຳເລັດໃຫ້ແກ່ຂ້າພະເຈົ້າ ແລະ ພວກເຂົາໃນການຍຶດໝັ້ນຕໍ່ສາສະໜາຂອງພຣະອົງ ແລະ ການຢືນຢັດຕໍ່ມັນດ້ວຍເຖິດ, ອາມີນ.
ຂໍຄວາມສັນຕິສຸກ, ຄວາມເມດຕາແຫ່ງອັລລໍຮ໌ ແລະ ຄວາມຈະເລີນແຫ່ງພຣະອົງ ຈົ່ງປະສົບແກ່ພວກທ່ານ.
ຕໍ່ໄປນີ້, ມີພີ່ນ້ອງບາງຄົນໄດ້ຖາມຂ້າພະເຈົ້າກ່ຽວກັບສິ່ງທີ່ຜູ້ໂງ່ເຂົາບາງຄົນກະທຳ; ຄືການວອນຂໍຕໍ່ສິ່ງອື່ນນອກເໜືອຈາກອັລລໍຫ໌ ແລະ ການຂໍຄວາມຊ່ວຍເຫລືອຈາກສິ່ງນັ້ນໃນຍາມຄັບຂັນ; ເຊັ່ນ: ການວອນຂໍຕໍ່ຈິນ, ການຂໍຄວາມຊ່ວຍເຫລືອຈາກພວກມັນ, ການບົນບານຕໍ່ພວກມັນ ແລະ ການເຊືອດສັດເພື່ອພວກມັນ. ແລະ ໃນນັ້ນເຊັ່ນດຽວກັນຄື ຄຳເວົ້າຂອງບາງຄົນທີ່ກ່າວວ່າ: (ໂອ້ ເຈັດເອີຍ), ຄື: ບັນດາຫົວໜ້າຂອງຈິນທັງເຈັດ ຈົ່ງເອົາມັນໄປ, ຈົ່ງຫັກກະດູກຂອງມັນ, ຈົ່ງດື່ມເລືອດຂອງມັນ, ຈົ່ງທໍລະມານຮ່າງກາຍຂອງມັນ, ໂອ້ ເຈັດເອີຍ ຈົ່ງເຮັດແນວນັ້ນແນວນີ້ກັບມັນ, ຫຼື ຄຳເວົ້າຂອງບາງຄົນທີ່ວ່າ: (ໂອ້ຈິນຕອນສວາຍ, ໂອ້ຍິນຕອນແລງເອີຍ ຈົ່ງເອົາລາວໄປ), ແລະ ສິ່ງນີ້ພົບເຫັນຫຼາຍໃນບາງເຂດພາກໃຕ້, ແລະ ທີ່ລວມຢູ່ໃນປະເພດນີ້ກໍຄື: ການຂໍຄວາມຊ່ວຍເຫລືອຈາກຄົນຕາຍ ເຊັ່ນ ບັນດານະບີ, ບັນດາຜູ້ຊົງທຳ ແລະ ຄົນອື່ນໆ, ແລະ ການຂໍຄວາມຊ່ວຍເຫລືອຈາກບັນດາມະລາອິກະຫ໌. ສິ່ງທັງໝົດນີ້ ແລະ ສິ່ງທີ່ຄ້າຍຄືກັນນີ້ ເກີດຂຶ້ນກັບຊາວມຸດສະລິມຈຳນວນຫຼາຍ, ຍ້ອນຄວາມບໍ່ຮູ້ ແລະ ການເຮັດຕາມຄົນລຸ້ນກ່ອນ, ແລະ ບາງເທື່ອບາງຄົນກໍເຫັນວ່າມັນເປັນເລື່ອງເລັກນ້ອຍ ແລະ ໄດ້ອ້າງເຫດຜົນດ້ວຍຄຳເວົ້າທີ່ວ່າ: ນີ້ເປັນພຽງຄຳເວົ້າທີ່ຕິດປາກ, ເຮົາບໍ່ໄດ້ມີເຈດຕະນາ ແລະ ບໍ່ໄດ້ເຊື່ອໃນສິ່ງນັ້ນ.
ແລະ ທ່ານຍັງໄດ້ຖາມຂ້ອຍອີກວ່າ: ກ່ຽວກັບຂໍ້ຕັດສິນໃນການແຕ່ງງານກັບຜູ້ທີ່ເປັນທີ່ຮູ້ຈັກກັນໃນການກະທຳດັ່ງກ່າວ, ສັດທີ່ພວກເຂົາເຊືອດ, ການລະຫມາດໃຫ້ຄົນຕາຍຂອງພວກເຂົາ, ການລະຫມາດຕາມຫຼັງພວກເຂົາ, ແລະ ກ່ຽວກັບການເຊື່ອຖືພວກຫມໍຜີ ແລະ ຫມໍດູ; ເຊັ່ນ ຜູ້ທີ່ອ້າງວ່າຮູ້ຈັກພະຍາດ ແລະ ສາເຫດຂອງມັນ ພຽງແຕ່ການກວດເບິ່ງສິ່ງຂອງທີ່ໄດ້ສໍາຜັດກັບຮ່າງກາຍຂອງຄົນເຈັບ; ເຊັ່ນ: ຜ້າໂພກຫົວ, ໂສ້ງ, ຜ້າຄຸມຫົວ ແລະ ສິ່ງອື່ນໆ ທີ່ຄ້າຍຄືກັນ.
ຄຳຕອບຄື: ມວນການສັນລະເສິນເປັນສິດພຽງພຣະອົງດຽວ, ແລະ ຂໍອວຍພອນຄວາມສັນຕິສຸກແກ່ທ່ານຜູ້ທີ່ເປັນນະບີສຸດທ້າຍ ບໍ່ມີຜູ້ໃດຈະມາຕໍ່ຫຼັງຈາກທ່ານ, ພ້ອມດ້ວຍຄອບຄົວຂອງທ່ານ, ບັນດາສາວົກສະຫາຍຂອງທ່ານ, ແລະ ບັນດາຜູ້ທີ່ດຳເນີນຕາມແນວທາງຂອງພວກເພິ່ນຈົນເຖິງວັນແຫ່ງການຕອບແທນ.
ອັລລໍຫ໌ ໄດ້ຊົງສ້າງຈິນ ແລະ ມະນຸດມາເພື່ອໃຫ້ພວກເຂົາເຄົາລົບພັກດີຕໍ່ພຣະອົງພຽງອົງດຽວ, ໂດຍບໍ່ມີສິ່ງໃດມາທຽບຄຽງ, ແລະ ເພື່ອໃຫ້ພວກເຂົາໄດ້ອຸທິດການຂໍວິງວອນ, ການຂໍຄວາມຊ່ວຍເຫລືອ, ການເຊືອດສັດ, ການບົນບານ ແລະ ການອິບາດະຫ໌ອື່ນໆ ທັງໝົດໃຫ້ແດ່ພຣະອົງ. ພຣະອົງໄດ້ຊົງສົ່ງບັນດາຣໍຊູລມາ ແລະ ໄດ້ມີພຣະບັນຊາແກ່ພວກເຂົາກໍເພື່ອການນີ້, ແລະ ໄດ້ຊົງປະທານບັນດາຄຳພີຈາກຟາກຟ້າລົງມາ ເຊິ່ງທີ່ຍິ່ງໃຫຍ່ທີ່ສຸດຄືຄຳພີອັນກຸຣອານອັນຊົງກຽດ ເພື່ອຊີ້ແຈງ ແລະ ຮຽກຮ້ອງໄປສູ່ການນີ້, ພ້ອມທັງເປັນການຕັກເຕືອນມະນຸດໃຫ້ອອກຫ່າງຈາກການຕັ້ງພາກີກັບອັລລໍຫ໌ ແລະ ການເຄົາລົບບູຊາສິ່ງອື່ນນອກເໜືອຈາກພຣະອົງ. ແລະ ນີ້ຄືຮາກຖານຂອງຫຼັກການທັງປວງ ແລະ ເປັນພື້ນຖານຂອງສາສະໜາ, ເຊິ່ງເປັນຄວາມໝາຍຂອງການປະຕິຍານຕົນວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌, ແລະ ຄວາມຈິງຂອງມັນກໍ່ຄື: ບໍ່ມີຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີຢ່າງແທ້ຈິງນອກຈາກອັລລໍຫ໌, ເພາະມັນເປັນການປະຕິເສດການເປັນພຣະເຈົ້າ ແລະ ການເຄົາລົບພັກດີຕໍ່ສິ່ງອື່ນນອກຈາກອັລລໍຫ໌, ແລະ ຢືນຢັນມັນ -ກໍ່ຄື ການເຄົາລົບພັກດີ- ໄວ້ສຳລັບອັລລໍຫ໌ພຽງອົງດຽວ, ໂດຍປາດສະຈາກສິ່ງອື່ນໃດຈາກບັນດາສິ່ງທີ່ຖືກສ້າງທັງຫຼາຍ. ແລະ ຫຼັກຖານຕ່າງໆ ໃນເລື່ອງນີ້ຈາກຄຳພີຂອງອັລລໍຫ໌ ແລະ ຊຸນນະຫ໌ຂອງສາສະນະທູດຂອງພຣະອົງ ﷺ ແມ່ນມີຢູ່ຢ່າງຫຼວງຫຼາຍ, ໃນນັ້ນກໍຄື: ຄຳດຳລັດຂອງພຣະອົງຜູ້ຊົງຍິ່ງໃຫຍ່ທີ່ວ່າ:
﴿وَمَا خَلَقْتُ الْجِنَّ وَالْإِنْسَ إِلَّا لِيَعْبُدُونِ56﴾
(ແລະ ຂ້າບໍ່ໄດ້ສ້າງຈິນ(ຜີ) ແລະ ມະນຸດ ມາເພື່ອຈຸດປະສົງອື່ນໃດ ເວັ້ນແຕ່ການກາບໄຫວ້ເຄົາລົບພັກດີຕໍ່ຂ້າ)
[ຊູເຣາະຫ໌ ອັຊ-ຊາຣິຍາຕ : 56], ແລະ ໃນໂອງການຂອງອັລລໍຫ໌ໄດ້ກ່າວວ່າ:
﴿وَقَضَى رَبُّكَ أَلَّا تَعْبُدُوا إِلَّا إِيَّاهُ...﴾
(ເເລະ ພຣະເຈົ້າຂອງເຈົ້າບັນຊາວ່າ ພວກເຈົ້າຢ່າເຄົາລົບພັກດີຜູ້ໃດນອກຈາກພຣະອົງເທົ່ານັ້ນ...) [ສູເຣາະຫ໌ ອິສຣໍອຼ: 23], ແລະ ໃນໂອງການຂອງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ:
﴿وَمَا أُمِرُوا إِلَّا لِيَعْبُدُوا اللَّهَ مُخْلِصِينَ لَهُ الدِّينَ حُنَفَاءَ...﴾
(ເເລະ ພວກເຂົາບໍ່ໄດ້ຖືກບັນຊາໃຫ້ກະທຳອື່ນໃດ ນອກຈາກເພື່ອເຄົາລົບພັກດີຕໍ່ອັລລໍຫ໌ ເປັນຜູ້ມີເຈດຕະນາບໍລິສຸດໃນການພັກດີຕໍ່ພຣະອົງ ເປັນຜູ້ຢູ່ໃນເເນວທາງທີ່ທ່ຽງກົງ...) [ສຸເຣາະຫ໌ ອັລ-ໄບຍິນະຫ໌ : 5], ແລະ ໃນໂອງການຂອງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ:
﴿وَقَالَ رَبُّكُمُ ادْعُونِي أَسْتَجِبْ لَكُمْ إِنَّ الَّذِينَ يَسْتَكْبِرُونَ عَنْ عِبَادَتِي سَيَدْخُلُونَ جَهَنَّمَ دَاخِرِينَ60﴾
(ແລະ ພຣະເຈົ້າຂອງພວກເຈົ້າຕຣັດວ່າ ຈົ່ງວິງວອນຂໍຕໍ່ຂ້າ ຂ້າກໍ່ຈະຕອບຮັບແກ່ພວກເຈົ້າ ສ່ວນບັນດາຜູ້ໂອຫັງຕໍ່ການເຄົາລົບພັກດີແກ່ຂ້ານັ້ນ ຈະເຂົ້າໄປຢູ່ໃນນະລົກຢ່າງຕ່ຳຕ້ອຍ) [ສູເຣາະຫ໌ ອັລ-ກໍຟິຣ: 60]. ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿وَإِذَا سَأَلَكَ عِبَادِي عَنِّي فَإِنِّي قَرِيبٌ أُجِيبُ دَعْوَةَ الدَّاعِ إِذَا دَعَانِ...﴾
(ແລະ ເມື່ອບ່າວຂອງຂ້າຖາມເຈົ້າເຖິງຂ້ອຍແລ້ວ (ຈົ່ງຕອບເຖີດວ່າ) ແທ້ຈິງຂ້ານັ້ນຢູ່ໃກ້ຊິດ ຂ້າຈະຕອບຮັບຄຳວິງວອນຂອງຜູ້ທີ່ວິງວອນ ເມື່ອເຂົາວິງວອນຕໍ່ຂ້າ...)
[ສູເຣາະຫ໌ ອັລ-ບາກໍເຣາະຫ໌: 186].
ພຣະອົງໄດ້ຊົງຊີ້ແຈງໃນບັນດາອາຍາຕເຫຼົ່ານີ້ວ່າ ພຣະອົງຊົງສ້າງຈິນ ແລະ ມະນຸດຂຶ້ນມາເພື່ອການອິບາດະຫ໌ຕໍ່ພຣະອົງ, ແລະ ໄດ້ຊົງຕັດສິນບັນຊາ ແລະ ຊົງສັ່ງເສຍແກ່ປວງບ່າວຂອງພຣະອົງໃນພຣະມະຫາຄຳພີກຸຣອານ ແລະ ຜ່ານທາງຣໍຊູລຂອງພຣະອົງ, ວ່າບໍ່ໃຫ້ມີການເຄົາລົບກາບໄຫວ້ສິ່ງອື່ນໃດ ນອກຈາກພຣະຜູ້ເປັນເຈົ້າຂອງພວກເຂົາ,
ແລະ ພຣະອົງໄດ້ຊີ້ແຈງໃຫ້ເຫັນວ່າ ການດຸອາ (ຂໍພອນ) ນັ້ນເປັນການອີບາດະຫ໌ (ສະວາມິພັກ) ທີ່ຍິ່ງໃຫຍ່, ຜູ້ໃດທີ່ຫຍິ່ງຜະຫຍອງຕໍ່ມັນກໍ່ຈະໄດ້ເຂົ້າໄຟນະລົກ, ແລະ ໄດ້ສັ່ງໃຊ້ບັນດາບ່າວຂອງພຣະອົງໃຫ້ຂໍພອນຕໍ່ພຣະອົງພຽງອົງດຽວ, ແລະ ໄດ້ບອກວ່າ ແທ້ຈິງພຣະອົງນັ້ນຢູ່ໃກ້ຊິດ ພຣະອົງຈະຕອບຮັບຄຳຂໍຂອງພວກເຂົາ, ສະນັ້ນ ຈຶ່ງເປັນການຈຳເປັນແກ່ບ່າວທັງປວງທີ່ຈະຕ້ອງມຸ່ງຂໍພອນຕໍ່ພຣະຜູ້ເປັນເຈົ້າຂອງພວກເຂົາແຕ່ພຽງອົງດຽວ; ເພາະວ່າການດຸອານັ້ນເປັນປະເພດໜຶ່ງຂອງການອີບາດະຫ໌ ທີ່ພວກເຂົາຖືກສ້າງຂຶ້ນມາເພື່ອມັນ ແລະ ຖືກສັ່ງໃຊ້ໃຫ້ກະທຳມັນ, ແລະ ອັລລໍຫ໌ ໄດ້ກ່າວວ່າ:
﴿قُلْ إِنَّ صَلَاتِي وَنُسُكِي وَمَحْيَايَ وَمَمَاتِي لِلَّهِ رَبِّ الْعَالَمِينَ162 لَا شَرِيكَ لَهُ وَبِذَلِكَ أُمِرْتُ وَأَنَا أَوَّلُ الْمُسْلِمِينَ163﴾
(ຈົ່ງກ່າວເຖີດວ່າ: ແທ້ຈິງ ການລະຫມາດຂອງຂ້ານ້ອຍ, ການເຊື່ອດສັດຂອງຂ້ານ້ອຍ, ການມີຊີວິດຂອງຂ້ານ້ອຍ, ແລະ ການຕາຍຂອງຂ້ານ້ອຍນັ້ນ ແມ່ນເປັນໄປເພື່ອອັລລໍຫ໌ ພຣະເຈົ້າແຫ່ງຈັກກະວານໂລກ)
(ບໍ່ມີສິ່ງໃດເປັນພາຄີກັບພຣະອົງ ແລະ ດ້ວຍສິ່ງດັ່ງກ່າວນັ້ນຂ້ານ້ອຍຈຶ່ງໄດ້ຖືກບັນຊາ ແລະ ຂ້ານ້ອຍຄືຜູ້ທຳອິດໃນບັນດາຜູ້ທີ່ມອບຕົນ) [ສູເຣາະຫ໌ ອັນ-ອາມ : 162-163].
ດັ່ງນັ້ນ ອັລລໍຫ໌ຈຶ່ງໄດ້ຊົງບັນຊາໃຫ້ນະບີຂອງພຣະອົງ ﷺ ແຈ້ງແກ່ປວງຊົນວ່າ ການລະຫມາດຂອງເພິ່ນ ແລະ ການເຊືອດຂ້າສັດຂອງເພິ່ນ, ການມີຊີວິດຂອງເພິ່ນ ແລະ ການຕາຍຂອງເພິ່ນ; ທັງໝົດນີ້ແມ່ນເພື່ອອັລລໍຫ໌ ພຣະຜູ້ອະພິບານແຫ່ງສາກົນລະໂລກ ໂດຍບໍ່ມີພາຄີໃດໆ ຕໍ່ພຣະອົງ. ແລະ ດ້ວຍເຫດນີ້: ຜູ້ໃດທີ່ເຊືອດຂ້າສັດເພື່ອສິ່ງອື່ນນອກເໜືອຈາກອັລລໍຫ໌ ຜູ້ນັ້ນກໍໄດ້ຕັ້ງພາຄີຕໍ່ອັລລໍຫ໌ແລ້ວ, ກໍເໝືອນດັ່ງທີ່ລາວໄດ້ລະຫມາດເພື່ອສິ່ງອື່ນນອກເໜືອຈາກອັລລໍຫ໌; ເພາະວ່າອັລລໍຫ໌ ຜູ້ຊົງບໍລິສຸດ ແລະ ສູງສົ່ງ ໄດ້ຊົງກຳນົດໃຫ້ການລະຫມາດ ແລະ ການເຊືອດຂ້າສັດເປັນສິ່ງທີ່ຄຽງຄູ່ກັນ, ແລະ ໄດ້ຊົງແຈ້ງວ່າທັງສອງຢ່າງນັ້ນແມ່ນເພື່ອອັລລໍຫ໌ພຽງພຣະອົງດຽວ ໂດຍບໍ່ມີສິ່ງໃດເປັນພາຄີກັບພຣະອົງ. ດັ່ງນັ້ນ ຜູ້ໃດທີ່ເຊືອດສັດເພື່ອສິ່ງອື່ນນອກຈາກອັລລໍຫ໌ ບໍ່ວ່າຈະເປັນຈິນ, ມະລາອີກະຫ໌, ຜູ້ທີ່ຕາຍໄປແລ້ວ ແລະ ອື່ນໆ, ເພື່ອເປັນການເຂົ້າໃກ້ພວກເຂົາ, ເຂົາຜູ້ນັ້ນກໍເໝືອນກັບຜູ້ທີ່ລະຫມາດເພື່ອສິ່ງອື່ນນອກຈາກອັລລໍຫ໌. ແລະ ໃນຫະດີຊທີ່ຖືກຕ້ອງຈາກທ່ານນະບີ ອະໄລຮິສ ຊໍລາຕຸ ວັສລາມ ໄດ້ກ່າວວ່າ:
«لَعَنَ اللهُ مَنْ ذَبَحَ لِغَيْرِ اللهِ».
"ອັລລໍຫ໌ຊົງສາບແຊ່ງຜູ້ໃດທີ່ເຊືອດສັດເພື່ອສິ່ງອື່ນນອກຈາກອັລລໍຫ໌." ແລະ ທ່ານອິມ່ຳອະຫ໌ມັດ ໄດ້ນຳສະເຫນີໄວ້ ດ້ວຍສາຍລາຍງານທີ່ຫະສັນ ເຊິ່ງເປັນລາຍງານຈາກທ່ານຕໍຣິກ ບິນ ຊິຮາບ ຣໍດິຍັລລໍຮຸ ອັນຮຸ ວ່າທ່ານນະບີ ﷺ ໄດ້ກ່າວວ່າ:
«مرَّ رَجُلَانِ عَلَى قَومٍ لَهُم صَنَمٌ لَا يَجُوزُهُ أَحَدٌ حَتَّى يُقرِّبَ لَهُ شَيئًا، فَقَالُوا لِأَحَدِهِمَا: قَرِّبْ. قَالَ: لَيسَ عِندِي شَيءٌ أَقَرِّبُهُ، قَالُوا: قَرِّبْ وَلَوْ ذَبَابًا، فَقَرَّبَ ذُبَابًا، فَخَلُّوا سَبِيلَهُ، فَدَخَلَ النَّارَ، وَقَالُوا لِلآخَرِ: قَرِّبْ. قَالَ: مَا كُنْتُ لِأُقَرِّبَ لِأَحَدٍ شَيْئًا دُونَ اللهِ جَلَّ جَلَالُهُ، فَضَرَبُوا عُنُقَه، فَدَخَلَ الجَنَّةَ».
«ຊາຍສອງຄົນໄດ້ເດີນທາງຜ່ານກຸ່ມຄົນໜຶ່ງທີ່ມີຮູບປັ້ນຢູ່, ເຊິ່ງບໍ່ມີຜູ້ໃດຈະຜ່ານໄປໄດ້ຈົນກວ່າຈະຖວາຍເຄື່ອງບູຊາໃຫ້ແກ່ມັນກ່ອນ. ພວກເຂົາຈຶ່ງເວົ້າກັບຄົນໜຶ່ງໃນສອງຄົນນັ້ນວ່າ: “ຈົ່ງຖວາຍເຄື່ອງບູຊາສາ.” ລາວຕອບວ່າ: “ຂ້ອຍບໍ່ມີສິ່ງໃດທີ່ຈະຖວາຍ.” ພວກເຂົາເວົ້າວ່າ: “ຈົ່ງຖວາຍເຖາະ ເຖິງວ່າຈະເປັນພຽງແມງວັນໂຕໜຶ່ງກໍ່ຕາມ.” ລາວຈຶ່ງໄດ້ຖວາຍແມງວັນໂຕໜຶ່ງ, ພວກເຂົາຈຶ່ງປ່ອຍທາງໃຫ້ລາວ, ແລ້ວລາວກໍ່ໄດ້ຕົກນະລົກ. ແລະ ພວກເຂົາໄດ້ເວົ້າກັບອີກຄົນໜຶ່ງວ່າ: “ຈົ່ງຖວາຍເຄື່ອງບູຊາສາ.” ລາວຕອບວ່າ: “ຂ້ອຍຈະບໍ່ມີວັນຖວາຍສິ່ງໃດໃຫ້ແກ່ຜູ້ໃດ ນອກເໜືອຈາກອັລລໍຫ໌.” ພວກເຂົາຈຶ່ງໄດ້ຕັດຄໍຂອງລາວ, ແລ້ວລາວກໍ່ໄດ້ເຂົ້າສະຫວັນ.»
ຖ້າຫາກວ່າຜູ້ທີ່ຖະວາຍແມງວັນ ຫຼື ສິ່ງທີ່ຄ້າຍຄືກັນນັ້ນໃຫ້ແກ່ຮູບປັ້ນ ຍັງເປັນຜູ້ຕັ້ງພາຄີ ແລະ ສົມຄວນທີ່ຈະເຂົ້າໄຟນະລົກ, ແລ້ວຈະເປັນແນວໃດກັບຜູ້ທີ່ວິງວອນຂໍຕໍ່ຈິນ, ມະລາອີກະຫ໌ ແລະ ບັນດາຄົນຊອບທຳ, ແລະ ຈະເປັນແນວໃດກັບຜູ້ທີ່ຂໍຄວາມຊ່ວຍເຫຼືອຈາກພວກເຂົາ, ສາບານຕໍ່ພວກເຂົາ, ແລະ ຂ້າສັດເພື່ອຖະວາຍໃຫ້ພວກເຂົາ, ໂດຍຫວັງວ່າຈະຊ່ວຍປົກປ້ອງຊັບສິນຂອງຕົນ, ປິ່ນປົວຄົນເຈັບປ່ວຍໃຫ້ຫາຍດີ, ຫຼື ໃຫ້ສັດລ້ຽງ ແລະ ພືດຜົນຂອງຕົນປອດໄພ, ແລະ ຈະເປັນແນວໃດກັບຜູ້ທີ່ກະທຳເຊັ່ນນັ້ນຍ້ອນຄວາມຢ້ານກົວຕໍ່ຄວາມຊົ່ວຮ້າຍຂອງຈິນ, ຫຼື ສິ່ງອື່ນໆ ທີ່ຄ້າຍຄືກັນນັ້ນ?! ບໍ່ຕ້ອງສົງໄສເລີຍວ່າ ຜູ້ທີ່ກະທຳສິ່ງນີ້ ແລະ ສິ່ງທີ່ຄ້າຍຄືກັນນັ້ນ ຍ່ອມສົມຄວນທີ່ສຸດທີ່ຈະເປັນຜູ້ຕັ້ງພາຄີ ແລະ ສົມຄວນທີ່ຈະເຂົ້າໄຟນະລົກ ຍິ່ງກວ່າຊາຍຄົນນັ້ນທີ່ໄດ້ຖະຫວາຍແມງວັນໃຫ້ແກ່ຮູບປັ້ນ.
ດັ່ງທີ່ພຣະອົງຜູ້ຊົງສູງສົ່ງ ຍັງໄດ້ຕຣັດໄວ້ອີກວ່າ:
﴿إِنَّآ أَنزَلۡنَآ إِلَيۡكَ ٱلۡكِتَٰبَ بِٱلۡحَقِّ فَٱعۡبُدِ ٱللَّهَ مُخۡلِصٗا لَّهُ ٱلدِّينَ2 أَلَا لِلَّهِ ٱلدِّينُ ٱلۡخَالِصُۚ وَٱلَّذِينَ ٱتَّخَذُواْ مِن دُونِهِۦٓ أَوۡلِيَآءَ مَا نَعۡبُدُهُمۡ إِلَّا لِيُقَرِّبُونَآ إِلَى ٱللَّهِ زُلۡفَىٰٓ إِنَّ ٱللَّهَ يَحۡكُمُ بَيۡنَهُمۡ فِي مَا هُمۡ فِيهِ يَخۡتَلِفُونَۗ إِنَّ ٱللَّهَ لَا يَهۡدِي مَنۡ هُوَ كَٰذِبٞ كَفَّارٞ3﴾
(ແທ້ຈິງ ເຮົາໄດ້ປະທານຄຳພີແກ່ເຈົ້າດ້ວຍຄວາມຈິງ, ດັ່ງນັ້ນ ເຈົ້າຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ໂດຍເປັນຜູ້ຖະວາຍການເຄົາລົບຢ່າງບໍລິສຸດແດ່ພຣະອົງ (ພຽງອົງດຽວເທົ່ານັ້ນ))
(ຈົ່ງຮູ້ໄວ້ເຖີດວ່າ ສຳຫຼັບອັລລໍຫ໌ແລ້ວ (ບໍ່ມີພາຄີໃດ ໆ ອີກນອກຈາກ) ການເຄົາລົບພັກດີທີ່ຜ່ອງແຜ້ວບໍລິສຸດ, ແລະ ບັນດາຜູ້ທີ່ຍຶດຖືສິ່ງອື່ນຈາກອັລລໍຫ໌ໃຫ້ເປັນວະລີຍ໌ (ຜູ້ຄຸ້ມຄອງ) ເພື່ອເຄົາລົບພັກດີ (ພວກເຂົາຈະກ່າວວ່າ) ເຮົາບໍ່ໄດ້ເຄົາລົບພັກດີພວກເຂົາເຫລົ່ານັ້ນ ເວັ້ນເເຕ່ເພື່ອເຂົາເຫລົ່ານັ້ນຈະເຮັດໃຫ້ເຮົາໃກ້ຊິດຕໍ່ອັລລໍຫ໌, ເເທ້ຈິງອັລລໍຫ໌ ຈະຊົງຈະຕັດສິນພວກເຂົາໃນສິ່ງທີ່ພວກເຂົາຂັດເເຍ້ງກັນໃນເລື່ອງນັ້ນ, ເເທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງເເກ່ຜູ້ກ່າວເທັດ (ຄົນຂີ້ຕົວະ) ຜູ້ບໍ່ສຳນຶກບຸນຄຸນປະຕິເສດ) [ສູເຣາະຫ໌ ອັຊຊຸມັຣ: 1-3], ແລະ ພຣະຜູ້ຊົງສູງສົ່ງໄດ້ ຕຣັດວ່າ:
﴿وَيَعْبُدُونَ مِنْ دُونِ اللَّهِ مَا لَا يَضُرُّهُمْ وَلَا يَنْفَعُهُمْ وَيَقُولُونَ هَؤُلَاءِ شُفَعَاؤُنَا عِنْدَ اللَّهِ قُلْ أَتُنَبِّئُونَ اللَّهَ بِمَا لَا يَعْلَمُ فِي السَّمَاوَاتِ وَلَا فِي الْأَرْضِ سُبْحَانَهُ وَتَعَالَى عَمَّا يُشْرِكُونَ18﴾
(ແລະ ເຂົາເຫລົ່ານັ້ນໄດ້ເຄົາລົບພັກດີສິ່ງອື່ນຈາກອັລລໍຫ໌ ເຊິ່ງບໍ່ໄດ້ໃຫ້ໂທດແກ່ພວກເຂົາ ແລະ ບໍ່ໄດ້ໃຫ້ປະໂຫຍດແກ່ພວກເຂົາ ແລະ ພວກເຂົາຈະກ່າວວ່າ ພວກເຫຼົ່ານີ້ແຫລະ ຄືຜູ້ຊ່ວຍເຫຼືອເຮົາ ນະ ທີ່ອັລລໍຫ໌. ຈົ່ງກ່າວເຖິດ (ມຸຮຳມັດ) ພວກເຈົ້າຈະບອກອັລລໍຫ໌ເຖິງສິ່ງທີ່(ພວກເຂົ້າໃຈວ່າ) ພຣະອົງບໍ່ຊົງຮັບຮູ້ໃນບັນດາຊັ້ນຟ້າ ເເລະ ເເຜ່ນດິນເເນວນັ້ນບໍ່? ພຣະອົງຊົງມະຫາບໍລິສຸດ ເເລະ ຊົງສູງສົ່ງ ເໜື່ອສິ່ງທີ່ພວກເຂົາຕັ້ງພາຄີຂື້ນ)
(ຍູນຸສ : 18).
ພຣະອົງອັລລໍຫ໌ ໄດ້ຊົງແຈ້ງໃຫ້ຊາບໃນສອງອາຍະຫ໌ນີ້ວ່າ, ບັນດາຜູ້ປະຕິເສດໄດ້ຍຶດຖືເອົາສິ່ງຖືກສ້າງອື່ນໆ ນອກເໜືອຈາກພຣະອົງມາເປັນທີ່ເພິ່ງທາງໃຈ, ໂດຍພວກເຂົາເຄົາລົບພັກດີຕໍ່ສິ່ງເຫຼົ່ານັ້ນຄຽງຄູ່ກັບພຣະອົງ ດ້ວຍຄວາມຢ້ານກົວ, ຄວາມຫວັງ, ການເຊື່ອດ, ການບົນບານ, ການວອນຂໍ ແລະ ສິ່ງອື່ນໆ ໃນທຳນອງດຽວກັນ, ໂດຍກ່າວອ້າງວ່າບັນດາສິິ່ງທີ່ພວກເຂົາໃຫ້ການພັກດີນັ້ນ ຈະເຮັດໃຫ້ຜູ້ທີ່ເຄົາລົບພັກດີຕໍ່ພວກມັນເຂົ້າໃກ້ຊິດກັບພຣະອົງ ແລະ ຈະຊ່ວຍໄກ່ເກ່ຍໃຫ້ພວກເຂົາຕໍ່ໜ້າພຣະອົງ, ຕໍ່ມາ ພຣະອົງກໍໄດ້ປະກາດວ່າພວກເຂົາເປັນຜູ້ຂີ້ຕົວະ ແລະ ໄດ້ຊີ້ແຈງໃຫ້ເຫັນຄວາມໂມຂະຂອງພວກເຂົາ, ແລະ ໄດ້ເອີ້ນພວກເຂົາວ່າເປັນຜູ້ຂີ້ຕົວະ, ເປັນຜູ້ປະຕິເສດສັດທາ (ກຸຟຟາຣ) ແລະ ເປັນຜູ້ຕັ້ງພາຄີ (ມຸຊຣີກີນ), ແລະ ພຣະອົງໄດ້ຊົງປະກາດຄວາມບໍລິສຸດຂອງພຣະອົງຈາກການຕັ້ງພາຄີຂອງພວກເຂົາ, ດັ່ງທີ່ພຣະອົງຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿...سُبْحَانَهُ وَتَعَالَى عَمَّا يُشْرِكُونَ﴾
(...ພຣະອົງຊົງມະຫາບໍລິສຸດ ເເລະ ຊົງສູງສົ່ງ ເໜື່ອສິ່ງທີ່ພວກເຂົາຕັ້ງພາຄີຂື້ນ) [ສຸເຣາະຫ໌ ອັນ ນະຫ໌ລຸ :1]. ສະນັ້ນ, ຈຶ່ງເປັນທີ່ຮູ້ກັນວ່າ ຜູ້ໃດທີ່ຍຶດຖືເອົາມະລາອິກະຮ໌, ຫຼື ນະບີ, ຫຼື ຈິນ, ຫຼື ຕົ້ນໄມ້ ຫຼື ຫີນ, ແລ້ວວິງວອນຂໍຕໍ່ສິ່ງນັ້ນຄຽງຄູ່ກັບອັລລໍຫ໌, ຂໍຄວາມຊ່ວຍເຫຼືອຈາກມັນ ແລະ ສະແຫວງຫາຄວາມໃກ້ຊິດຕໍ່ມັນ ດ້ວຍການບົນບານ ແລະ ການຖະວາຍບູຊາໂດຍການເຊື່ອດສັດ, ໂດຍຫວັງໃນການຊະຟາອະຮ໌ (ການໄກ່ເກ່ຍຊ່ວຍເຫຼືອ) ຂອງສິ່ງດັ່ງກ່າວນຳອັລລໍຫ໌ ເພື່ອໃຫ້ຕົນໄດ້ໃກ້ຊິດກັບພຣະອົງ, ຫຼື ຫວັງໃຫ້ຜູ້ປ່ວຍຫາຍດີ, ຫຼື ການປົກປ້ອງຊັບສິນ, ຫຼື ຄວາມປອດໄພຂອງຜູ້ທີ່ບໍ່ຢູ່, ຫຼື ສິ່ງອື່ນໆ ທີ່ຄ້າຍຄືກັນນັ້ນ; ຜູ້ນັ້ນກໍໄດ້ຕົກຢູ່ໃນການຕັ້ງພາຄີອັນໃຫຍ່ຫລວງນີ້, ແລະ ໄພພິບັດອັນຮ້າຍແຮງ, ເຊິ່ງອັລລໍຫ໌ໄດ້ກ່າວໄວ້ໃນເລື່ອງນີ້ວ່າ:
﴿إِنَّ اللَّهَ لَا يَغْفِرُ أَنْ يُشْرَكَ بِهِ وَيَغْفِرُ مَا دُونَ ذَلِكَ لِمَنْ يَشَاءُ وَمَنْ يُشْرِكْ بِاللَّهِ فَقَدِ افْتَرَى إِثْمًا عَظِيمًا48﴾
(ເເທ້ຈິງອັລລໍຫ໌ ຈະບໍ່ຊົງອະໄພໂທດໃຫ້ແກ່ການທີ່ສິ່ງໜຶ່ງຈະຖືກໃຫ້ມີພາຄີ ຂຶ້ນແກ່ພຣະອົງ ແລະ ພຣະອົງຈະຊົງອະໄພໃຫ້ແກ່ສິ່ງອື່ນນອກຈາກນັ້ນ ສຳຫຼັບຜູ້ທີ່ພຣະອົງຊົງປະສົງ ແລະ ຜູ້ໃດໃຫ້ມີພາຄີຂຶ້ນແກ່ອັລລໍຫ໌ແລ້ວ ແນ່ນອນລາວກໍ່ໄດ້ອຸປະໂລກບາບກຳອັນໃຫຍ່ຫຼວງຂຶ້ນ) [ສູເຣາະຫ໌ ນິຊາ: 48] ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿...إِنَّهُ مَنْ يُشْرِكْ بِاللَّهِ فَقَدْ حَرَّمَ اللَّهُ عَلَيْهِ الْجَنَّةَ وَمَأْوَاهُ النَّارُ وَمَا لِلظَّالِمِينَ مِنْ أَنْصَارٍ﴾
(ແທ້ຈິງ ຜູ້ໃດໃຫ້ມີການພາຄີຂຶ້ນແກ່ອັລລໍຫ໌ ແນ່ນອນ ອັລລໍຫ໌ຈະຊົງໃຫ້ສະຫວັນເປັນທີ່ຕ້ອງຫ້າມແກ່ເຂົາ ແລະ ທີ່ພຳນັກຂອງເຂົານັ້ນ ຄືນະລົກ ແລະ ສຳຫຼັບບັນດາຜູ້ອະທຳນັ້ນຍ່ອມບໍ່ມີຜູ້ຊ່ວຍເຫຼືອໃດໆ) (ສຸເຣາະຫ໌ ອັລ- ມາອິດະຮ໌ : 72).
ແລະ ການຊະຟາອະຫ໌ນັ້ນຈະເກີດຂຶ້ນໃນມື້ສິ້ນໂລກສະເພາະແຕ່ຊາວເຕົາຮີດ ແລະ ຜູ້ມີຄວາມບໍລິສຸດໃຈເທົ່ານັ້ນ, ບໍ່ແມ່ນສຳລັບຜູ້ທີ່ຕັ້ງພາຄີ, ດັ່ງທີ່ທ່ານນະບີ ຊັລລໍລຮຸ ອະໄລຮິ ວະຊັລລຳ ໄດ້ກ່າວ ເມື່ອມີຜູ້ຖາມທ່ານວ່າ: “ໂອ້ ຣໍຊູລ ຂອງອັລລໍຫ໌, ໃຜຄືຜູ້ທີ່ຈະໂຊກດີທີ່ສຸດທີ່ຈະໄດ້ຮັບການຊະຟາອະຫ໌ຈາກທ່ານ?” ທ່ານໄດ້ກ່າວວ່າ:
«مَنْ قَالَ: لَا إِلَهَ إِلَّا اللهُ خَالِصًا مِنْ قَلْبِهِ».
«ຜູ້ໃດກໍ່ຕາມທີ່ກ່າວວ່າ: ລາອິລາຫະ ອິລລັລລໍຫ໌ ດ້ວຍຄວາມບໍລິສຸດຈາກຫົວໃຈຂອງລາວ». ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ຢັງໄດ້ກ່າວໄວ້ວ່າ:
«لِكُلِّ نَبِيٍّ دَعْوَةٌ مُسْتَجَابَةٌ، فَتَعَجَّلَ كُلُّ نَبِيٍ دَعْوَتَهُ، وَإِنِّي اخْتَـبَأْتُ دَعْوَتِي شَفَاعَةً لِأُمَّتِي يَومَ القِيَامَةِ، فَهِيَ نَائِلَةٌ إِنْ شَاءَ اللهِ مَن مَاتَ مِنْ أُمَّتِي لَا يُشْرِكُ بِاللهِ شَيْئًا».
«ນະບີທຸກໆ ທ່ານມີຄຳຂໍພອນໜຶ່ງທີ່ຖືກຕອບຮັບ, ແລະ ນະບີທຸກໆ ທ່ານກໍໄດ້ຮີບຮ້ອນຂໍຄຳຂໍພອນນັ້ນຂອງຕົນໄປແລ້ວ. ສ່ວນຂ້ອຍນັ້ນໄດ້ເກັບຄຳຂໍພອນຂອງຂ້ອຍໄວ້ ເພື່ອເປັນການຊະຟາອະຫ໌ໃຫ້ແກ່ປະຊາຊາດຂອງຂ້ອຍໃນວັນກິຍາມະຫ໌, ເຊິ່ງມັນຈະຖືກມອບໃຫ້ - ຖ້າຫາກອັລລໍຫ໌ຊົງປະສົງ - ແກ່ຜູ້ທີ່ຕາຍຈາກປະຊາຊາດຂອງຂ້ອຍ ໂດຍທີ່ລາວບໍ່ໄດ້ຕັ້ງພາກີກັບອັລລໍຫ໌ໃນສິ່ງໃດເລີຍ».
ບັນດາຜູ້ປະຕິເສດໃນຍຸກທຳອິດ ໄດ້ເຄີຍເຊື່ອໝັ້ນວ່າ ອັລລໍຫ໌ເປັນພຣະຜູ້ອະພິບານ, ຜູ້ຊົງສ້າງ ແລະ ຜູ້ປະທານປັດໄຈຍັງຊີບແກ່ພວກເຂົາ, ຫາກແຕ່ວ່າພວກເຂົາໄດ້ໄປຍຶດໝັ້ນຢູ່ກັບບັນດານະບີ, ບັນດາຜູ້ທີ່ຊອບທຳ, ບັນດາມະລາອີກະຫ໌, ບັນດາຕົ້ນໄມ້, ບັນດາຫີນຜາ ແລະ ສິ່ງອື່ນໆ ທີ່ຄ້າຍຄືກັນນັ້ນ, ໂດຍຫວັງໃນການຊ່ວຍເຫຼືອໄກ່ເກ່ຍຂອງພວກເຂົາ ນະ ທີ່ອັລລໍຫ໌, ແລະ ເພື່ອເຮັດໃຫ້ພວກເຂົາໄດ້ເຂົ້າໃກ້ຊິດພຣະອົງ, ດັ່ງທີ່ໄດ້ກ່າວມາແລ້ວໃນບັນດາອາຍະຫ໌, ດັ່ງນັ້ນ ອັລລໍຫ໌ຈຶ່ງບໍ່ໄດ້ຊົງຍົກເວັ້ນໃຫ້ແກ່ພວກເຂົາໃນເລື່ອງດັ່ງກ່າວ, ແຕ່ພຣະອົງອັລລໍຫ໌ໄດ້ຊົງຕຳໜິພວກເຂົາໃນຄຳພີອັນຍິ່ງໃຫຍ່ຂອງພຣະອົງ, ແລະ ໄດ້ຂະໜານນາມພວກເຂົາວ່າເປັນຜູ້ປະຕິເສດ ແລະ ເປັນຜູ້ຕັ້ງພາຄີ, ແລະ ພຣະອົງໄດ້ຊົງປະກາດວ່າການອ້າງຂອງພວກເຂົາທີ່ວ່າບັນດາພະເຈົ້າເຫຼົ່ານີ້ຈະໃຫ້ການຊະຟາອະຫ໌ແກ່ພວກເຂົາ ແລະ ຈະເຮັດໃຫ້ພວກເຂົາໄດ້ໃກ້ຊິດກັບອັລລໍຫ໌ນັ້ນ ເປັນຄຳກ່າວທີ່ໂກຫົກມົດເທັດ, ແລະ ທ່ານຣໍຊູລຂອງອັລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ກໍ່ບໍ່ໄດ້ຍົກເວັ້ນໃຫ້ແກ່ພວກເຂົາເຊັ່ນກັນ, ແຕ່ທ່ານຣໍຊູລ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ຕໍ່ສູ້ກັບພວກເຂົາໃນເລື່ອງການຕັ້ງພາຄີນີ້ ຈົນກວ່າພວກເຂົາຈະອຸທິດການອິບາດະຫ໌ໃຫ້ແກ່ອັລລໍຫ໌ພຽງອົງດຽວ, ໂດຍປະຕິບັດຕາມດຳລັດຂອງພຣະອົງທີ່ວ່າ:
﴿وَقَاتِلُوهُمْ حَتَّى لَا تَكُونَ فِتْنَةٌ وَيَكُونَ الدِّينُ لِلَّهِ...﴾
(ແລະ ພວກເຈົ້າຈົ່ງຕໍ່ສູ້ພວກເຂົາ ຈົນກວ່າການຕັ້ງພາຄີຈະບໍ່ມີຂຶ້ນ ແລະສາສະຫນາຈະເປັນຂອງອັລລໍຫ໌...) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 193]. ແລະ ທ່ານນະບີ ﷺ ໄດ້ກ່າວວ່າ:
«أُمِرْتُ أَنْ أُقَاتِلَ النَّاسَ حَتَّى يَشْهَدُوا أَنْ لَا إِلهَ إِلَّا اللهُ وَأَنَّ مُحَمَّدًا رَسُولُ اللهِ، وَيُقِيمُوا الصَّلَاةَ، وَيُؤتُوا الزَّكَاةَ، فَإِذَا فَعَلُوا ذَلِكَ عَصَمُوا مِنِّي دِمَاءَهُم وَأَمْوَالَهُمْ إِلَّا بِحَقِّ الإِسْلَامِ، وَحِسَابُهُم عَلَى اللهِ».
«ຂ້ອຍຖືກບັນຊາໃຫ້ຕໍ່ສູ້ກັບຜູ້ຄົນ ຈົນກວ່າພວກເຂົາຈະປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌, ແລະ ດຳລົງການລະຫມາດ, ແລະ ຈ່າຍຊະກາດ, ດັ່ງນັ້ນ ເມື່ອພວກເຂົາກະທຳເຊັ່ນນັ້ນແລ້ວ ພວກເຂົາກໍ່ໄດ້ປົກປ້ອງຊີວິດ ແລະ ຊັບສິນຂອງພວກເຂົາໄວ້ຈາກຂ້ອຍ, ເວັ້ນເສຍແຕ່ດ້ວຍສິດແຫ່ງອິສລາມ, ແລະ ການຊຳລະສອບສວນພວກເຂົານັ້ນເປັນໜ້າທີ່ຂອງອັລລໍຫ໌». ແລະ ຄວາມໝາຍຄຳກ່າວຂອງທ່ານນະບີ ﷺ ແມ່ນ:
«حَتَّى يَشْهَدُوا أَن لَا إِلهَ إِلَّا اللهُ».
"ຈົນກວ່າພວກເຂົາຈະປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດທີ່ຄວນແກ່ການເຄົາລົບພັກດີ ນອກຈາກອັລລໍຫ໌" ໝາຍເຖິງ: ການເຈາະຈົງການເຄົາລົບພັກດີໃຫ້ແກ່ອັລລໍຫ໌ພຽງພຣະອົງດຽວ, ໂດຍບໍ່ມີສິ່ງອື່ນໃດນອກເໜືອຈາກພຣະອົງ.
ແລະ ບັນດາຜູ້ປະຕິເສດ ຜູ້ບູຊາຮູບປັ້ນ ເຄີຍຢ້ານກົວພວກຈິນ ແລະ ຂໍຄວາມຄຸ້ມຄອງຈາກພວກເຂົາ, ດັ່ງນັ້ນ ອັລລໍຫ໌ ຕະອາລາ ຈຶ່ງໄດ້ປະທານຄຳຕຣັສຂອງພຣະອົງລົງມາວ່າ:
﴿وَأَنَّهُ كَانَ رِجَالٌ مِنَ الْإِنْسِ يَعُوذُونَ بِرِجَالٍ مِنَ الْجِنِّ فَزَادُوهُمْ رَهَقًا6﴾
ຄວາມວ່າ (ແລະ ແທ້ຈິງມີຜູ້ຊາຍຈຳນວນໜຶ່ງຈາກໝູ່ມະນຸດ ໄດ້ຂໍຄວາມຄຸ້ມຄອງຕໍ່ຜູ້ຊາຍຈຳນວນໜຶ່ງຈາກໝູ່ຈິນ, ດັ່ງນັ້ນ ພວກເຂົາຈຶ່ງເພີ່ມຄວາມຜິດບາບໃຫ້ແກ່ພວກມະນຸດເຫຼົ່ານັ້ນ ) [ຊູເຣາະຫ໌ ອັລ-ຈິນ : 6]. ບັນດານັກອັດຖະທິບາຍ ໄດ້ກ່າວໃນໂອງການອັນສູງສົ່ງ ເຖິງຄວາມໝາຍດຳລັດຂອງພຣະອົງວ່າ:
﴿...فَزَادُوهُمْ رَهَقًا﴾
(...ແລະ ມັນຍິ່ງເພີ່ມການລ່ວງລະເມີດໃຫ້ແກ່ພວກເຂົາ) ກ່າວຄື: ຄວາມຫວາດຫວັ່ນ ແລະ ຄວາມຢ້ານກົວ; ເພາະວ່າພວກຈິນຈະທະນົງຕົນ ແລະ ຫຍິ່ງຍະໂສ, ເມື່ອພວກມັນເຫັນມະນຸດມາຂໍເພິ່ງພິງຈາກພວກມັນ, ໃນເວລານັ້ນ ພວກມັນກໍ່ຈະຍິ່ງເພີ່ມຄວາມຢ້ານກົວ ແລະ ຄວາມຫວາດຫວັ່ນໃຫ້ແກ່ພວກເຂົາ (ມະນຸດ) ຫຼາຍຂຶ້ນ, ຈົນເຮັດໃຫ້ພວກເຂົາຕ້ອງເຄົາລົບພັກດີ ແລະ ຂໍເພິ່ງພິງຕໍ່ພວກມັນຫຼາຍຍິ່ງຂຶ້ນ.
ແລະ ອັລລໍຫ໌ໄດ້ຊົງປ່ຽນແທນສິ່ງນັ້ນໃຫ້ແກ່ຊາວມຸສລິມ ດ້ວຍການຂໍຄວາມຄຸ້ມຄອງຕໍ່ພຣະອົງ, ແລະ ດ້ວຍບັນດາພຣະດຳລັດອັນສົມບູນຂອງພຣະອົງ, ແລະ ໄດ້ຊົງປະທານພຣະດຳລັດຂອງພຣະອົງລົງມາໃນເລື່ອງນີ້ວ່າ:
﴿وَإِمَّا يَنْزَغَنَّكَ مِنَ الشَّيْطَانِ نَزْغٌ فَاسْتَعِذْ بِاللَّهِ إِنَّهُ سَمِيعٌ عَلِيمٌ200﴾
(ແລະ ຖ້າຫາກເຈົ້າຖືກຍຸແຍ່ຈາກໄຊຕອນ ກໍ່ຈົ່ງຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ ແທ້ຈິງພຣະອົງເປັນຜູ້ຊົງໄດ້ຍິນ ຜູ້ຊົງຮອບຮູ້) [ຊູເຣາະຫ໌ ອັລ-ອະຣໍຟ : 200], ແລະ ດຳລັດຂອງພຣະອົງທີ່ວ່າ :
﴿قُلْ أَعُوذُ بِرَبِّ الْفَلَقِ1﴾
ຄວາມໝາຍ: (ຈົ່ງກ່າວເຖິດມຸຮຳມັດ ຂ້ານ້ອຍຂໍຄວາມຄຸ້ມຄອງຕໍ່ພຣະເຈົ້າແຫ່ງຮຸ່ງອາລຸນ), ແລະ ມີລາຍງານທີ່ຊໍເຮັຍຫ໌ຈາກ ທ່ານນະບີ ﷺ ວ່າເພິ່ນໄດ້ກ່າວວ່າ:
«مَنْ نَزَلَ مَنْزِلًا فَقَالَ: (أَعُوذُ بِكَلِمَاتِ اللهِ التَّامَّاتِ مِنْ شَرِّ مَا خَلَقَ)؛ لَم يَضُرَّهُ شَيءٌ حَتَّى يَرْتَحِلَ مِنْ مَنْزِلِهِ ذَلِكَ».
ຄວາມໝາຍວ່າ: ຜູ້ໃດທີ່ຢຸດພັກໃນສະຖານທີ່ແຫ່ງໜຶ່ງ ແລ້ວກ່າວວ່າ: (ອະອູຊຸ ບິກະລິມາ ຕິລລາຮິ ອັດຕາມມາຕ ມິນຊັຣຣິ ມາຄໍລັກ); ຈະບໍ່ມີສິ່ງໃດ ມາທຳຮ້າຍລາວໄດ້ ຈົນກວ່າລາວຈະອອກເດີນທາງຈາກສະຖານທີ່ພັກຂອງລາວແຫ່ງນັ້ນ.
ຈາກບັນດາອາຍາຕ ແລະ ຫະດີຊທີ່ກ່າວມາຂ້າງເທິງ, ຜູ້ທີ່ສະແຫວງຫາຄວາມລອດພົ້ນ, ແລະ ປາດຖະໜາທີ່ຈະຮັກສາສາສະໜາຂອງຕົນໃຫ້ປອດໄພຈາກການຕັ້ງພາຄີ (ຊິຣິກ), ທັງໃນຮູບແບບທີ່ເລັກນ້ອຍ ແລະ ທີ່ຊັດເຈນ ກໍຈະຮູ້ວ່າ; ການຜູກພັນກັບບັນດາຄົນຕາຍ, ມະລາອິກະຫ໌, ຈິນ ແລະ ສິ່ງຖືກສ້າງອື່ນໆ, ການຂໍວິງວອນຕໍ່ພວກເຂົາ ແລະ ການຂໍຄວາມຄຸ້ມຄອງຈາກພວກເຂົາ ແລະ ສິ່ງທີ່ຄ້າຍຄືກັນນັ້ນ; ເປັນການກະທຳຂອງຊາວຍຈາຮິລີຍະຫ໌ ທີ່ເປັນຜູ້ຕັ້ງພາຄີ, ແລະ ເປັນການຕັ້ງພາຄີ (ຊິຣິກ) ທີ່ໜ້າລັງກຽດທີ່ສຸດຕໍ່ອັລລໍຫ໌ ຊຸບຮານະ, ສະນັ້ນ ຈຶ່ງເປັນສິ່ງຈຳເປັນທີ່ຈະຕ້ອງລະຖິ້ມມັນ, ລະມັດລະວັງຈາກມັນ, ຕັກເຕືອນເຊິ່ງກັນແລະກັນໃຫ້ລະຖິ້ມມັນ, ແລະ ກ່າວຫ້າມປາມຜູ້ທີ່ກະທຳມັນ.
ສ່ວນຜູ້ໃດທີ່ເປັນທີ່ຮູ້ຈັກໃນໝູ່ຜູ້ຄົນ ດ້ວຍການກະທຳທີ່ເປັນຊິຣິກເຫຼົ່ານີ້: ກໍບໍ່ອະນຸຍາດໃຫ້ແຕ່ງງານກັບເຂົາ, ແລະ ບໍ່ໃຫ້ກິນສັດທີ່ເຂົາເຊືອດ, ບໍ່ໃຫ້ລະຫມາດໃຫ້ເຂົາ, ແລະ ບໍ່ໃຫ້ລະຫມາດຕາມຫຼັງລາວ, ຈົນກວ່າເຂົາຈະປະກາດການກັບເນື້ອກັບຕົວຕໍ່ອັລລໍຫ໌ຈາກສິ່ງນັ້ນ, ແລະ ອຸທິດການຂໍວິງວອນ ແລະ ການເຄົາລົບບູຊາໃຫ້ແດ່ອັລລໍຫ໌ພຽງອົງດຽວ, ແລະ ການຂໍວິງວອນນັ້ນກໍຄືການເຄົາລົບບູຊາ, ຫາກແຕ່ມັນຄືແກ່ນສານຂອງມັນ, ດັ່ງທີ່ທ່ານນະບີ ຊໍລລັລລໍຮ໌ຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ:
«الدُّعَاءُ هُوَ العِبَادَةُ».
«ການດຸອາ ເປັນ ການອີບາດະຫ໌» ແລະ ໃນລາຍງານຫະດິຊບົດອື່ນຈາກທ່ານນະບີ ﷺ ທ່ານໄດ້ກ່າວໄວ້ວ່າ:
«الدُّعَاءُ مُخُّ العِبَادَةِ».
«ການດຸອາ ແມ່ນ ແກ່ນແທ້ຂອງການອີບາດະຫ໌» ສ່ວນການແຕ່ງດອງກັບບັນດາຜູ້ຕັ້ງພາຄີ, ອັລລໍຫ໌ ໄດ້ກ່າວວ່າ:
﴿وَلَا تَنْكِحُوا الْمُشْرِكَاتِ حَتَّى يُؤْمِنَّ وَلَأَمَةٌ مُؤْمِنَةٌ خَيْرٌ مِنْ مُشْرِكَةٍ وَلَوْ أَعْجَبَتْكُمْ وَلَا تُنْكِحُوا الْمُشْرِكِينَ حَتَّى يُؤْمِنُوا وَلَعَبْدٌ مُؤْمِنٌ خَيْرٌ مِنْ مُشْرِكٍ وَلَوْ أَعْجَبَكُمْ أُولَئِكَ يَدْعُونَ إِلَى النَّارِ وَاللَّهُ يَدْعُو إِلَى الْجَنَّةِ وَالْمَغْفِرَةِ بِإِذْنِهِ وَيُبَيِّنُ آيَاتِهِ لِلنَّاسِ لَعَلَّهُمْ يَتَذَكَّرُونَ221﴾
(ແລະ ພວກເຈົ້າຢ່າໄດ້ແຕ່ງງານກັບບັນດາຍິງມຸຊຣິກ (ຕັ້ງພາຄີ) ຈົນກວ່າພວກນາງຈະສັດທາ. ແລະ ແນ່ນອນ ທາດຍິງຜູ້ສັດທາຄົນໜຶ່ງ ຍ່ອມດີກວ່າ ຍິງມຸຊຣິກ(ຕັ້ງພາຄີ) ເຖິງແມ່ນວ່ານາງຈະເປັນທີ່ພໍໃຈຂອງພວກເຈົ້າກໍ່ຕາມ. ແລະ ພວກເຈົ້າຢ່າໄດ້ໃຫ້ (ຍິງຜູ້ສັດທາ)ແຕ່ງງານກັບບັນດາຊາຍມຸຊຣິກ(ຕັ້ງພາຄີ) ຈົນກວ່າພວກເຂົາຈະສັດທາ. ແລະ ແນ່ນອນ ທາດຊາຍຜູ້ສັດທາຄົນໜຶ່ງ ຍ່ອມດີກວ່າ ຊາຍມຸຊຣິກ(ຕັ້ງພາຄີ) ເຖິງແມ່ນວ່າເຂົາຈະເປັນທີ່ພໍໃຈຂອງພວກເຈົ້າກໍ່ຕາມ. ຊົນເຫຼົ່ານັ້ນ ພວກເຂົາເຊີນຊວນໄປສູ່ນະລົກ, ສ່ວນອັລລໍຫ໌ນັ້ນ ພຣະອົງຊົງເຊີນຊວນໄປສູ່ສະຫວັນ ແລະ ການອະໄພໂທດດ້ວຍອະນຸມັດຂອງພຣະອົງ. ແລະ ພຣະອົງຊົງຊີ້ແຈງບັນດາໂອງການຂອງພຣະອົງແກ່ມວນມະນຸດ ເພື່ອວ່າພວກເຂົາຈະໄດ້ໃຄ່ຄວນຄິດໄດ້.) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 221]. ສະນັ້ນ ອັລລໍຫ໌ ຊຸບຮານະຫ໌ ໄດ້ຫ້າມບັນດາມຸສລິມຈາກການແຕ່ງງານກັບບັນດາຍິງມຸຊຣິກ, ຄືບັນດາຜູ້ທີ່ເຄົາລົບບູຊາຮູບປັ້ນ, ຈິນ, ມະລາອິກະຮ໌ ແລະ ອື່ນໆ, ຈົນກວ່າພວກນາງຈະສັດທາ ໂດຍການອິຄລາສ ໃນການອິບາດະຫ໌ຕໍ່ອັລລໍຫ໌ພຽງອົງດຽວ, ແລະ ຢັ້ງຢືນຕໍ່ທ່ານຣໍຊູລ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໃນສິ່ງທີ່ທ່ານໄດ້ນຳມາ, ແລະ ປະຕິບັດຕາມແນວທາງຂອງທ່ານ, ແລະ ໄດ້ຫ້າມການແຕ່ງງານຂອງຍິງມຸສລິມໃຫ້ກັບບັນດາຊາຍມຸຊຣິກ, ຈົນກວ່າພວກເຂົາຈະສັດທາ ໂດຍການອິຄລາສໃນການອິບາດະຫ໌ຕໍ່ອັລລໍຫ໌ພຽງອົງດຽວ, ແລະ ຢັ້ງຢືນຕໍ່ທ່ານ ຣໍຊູລ ຊັລລັລລໍຮຸ ອະໄລຮິ ວະສັລລຳ, ແລະປະຕິບັດຕາມທ່ານ.
ແລະ ພຣະອົງຜູ້ສູງສົງໄດ້ຊົງແຈ້ງໃຫ້ຊາບວ່າ ທາດສາວຜູ້ສັດທາ ດີກວ່າ ຍິງເສລີຜູ້ຕັ້ງພາກີ, ເຖິງແມ່ນວ່ານາງຈະເປັນທີ່ປະທັບໃຈແກ່ຜູ້ທີ່ເບິ່ງນາງ ແລະ ຟັງຄຳເວົ້າຂອງນາງ ດ້ວຍຄວາມງາມ ແລະ ຄວາມມ່ວນຫູໃນຄຳເວົ້າຂອງນາງກໍຕາມ, ແລະ ວ່າ ບ່າວຜູ້ສັດທາ ດີກວ່າ ຊາຍເສລີຜູ້ຕັ້ງພາກີ, ເຖິງແມ່ນວ່າລາວຈະເປັນທີ່ປະທັບໃຈແກ່ຜູ້ທີ່ຟັງ ແລະ ເບິ່ງລາວ ດ້ວຍຄວາມຫຼໍ່ເຫຼົາ, ຄວາມຫຼ່ຽນໄຫຼໃນການເວົ້າ, ຄວາມກ້າຫານ ແລະ ສິ່ງອື່ນໆນອກເໜືອຈາກນັ້ນກໍຕາມ, ຫຼັງຈາກນັ້ນ ພຣະອົງກໍໄດ້ຊົງຊີ້ແຈງເຖິງສາເຫດຂອງຄວາມປະເສີດນີ້ ດ້ວຍຄຳຕຣັດຂອງພຣະອົງຜູ້ສູງສົງທີ່ວ່າ:
﴿...أُولَئِكَ يَدْعُونَ إِلَى النَّارِ...﴾
...ຄົນເຫຼົ່ານັ້ນເຊີນຊວນໄປສູ່ນາຮົກ... [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 221]. ເຊິ່ງຫມາຍເຖິງ: ບັນດາຜູ້ຊາຍທີ່ຕັ້ງພາຄີ ແລະ ບັນດາຜູ້ຍິງທີ່ຕັ້ງພາຄີ; ເພາະພວກເຂົາຄືຜູ້ເຊີນຊວນໄປສູ່ນາຮົກ ດ້ວຍຄຳເວົ້າ, ການກະທຳ, ການປະພຶດ ແລະ ຈະລິຍະທຳຂອງພວກເຂົາ. ສ່ວນບັນດາມຸມິນຜູ້ຊາຍ ແລະ ບັນດາມຸມິນແມ່ຍິງນັ້ນ ພວກເຂົາກໍຄືຜູ້ເຊີນຊວນໄປສູ່ສະຫວັນ ດ້ວຍຈະລິຍະທຳ, ການກະທຳ ແລະ ການປະພຶດຂອງພວກເຂົາ, ແລ້ວທັງສອງຝ່າຍນີ້ຈະເທົ່າທຽມກັນໄດ້ແນວໃດ
ສ່ວນການລະຫມາດສຳລັບບັນດາຜູ້ຕັ້ງພາກີ, ອັລລໍຫ໌ ຜູ້ຊົງສູງສົ່ງໄດ້ກ່າວໄວ້ກ່ຽວກັບພວກມູນາຟິກ (ໜ້າຊື່ໃຈຄົດ) ວ່າ:
﴿وَلَا تُصَلِّ عَلَى أَحَدٍ مِنْهُمْ مَاتَ أَبَدًا وَلَا تَقُمْ عَلَى قَبْرِهِ إِنَّهُمْ كَفَرُوا بِاللَّهِ وَرَسُولِهِ وَمَاتُوا وَهُمْ فَاسِقُونَ84﴾
(ແລະ ເຈົ້າຢ່າໄດ້ລະຫມາາດໃຫ້ແກ່ຜູ້ໃດໃນຫມູ່ພວກເຂົາທີ່ຕາຍໄປແລ້ວເປັນອັນຂາດ ແລະ ຢ່າໄດ້ຢືນຢູ່ທີ່ຫລຸມຝັງສົບຂອງເຂົາ, ແທ້ຈິງພວກເຂົາໄດ້ປະຕິເສດສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ພວກເຂົາໄດ້ຕາຍໄປໃນຂະນະທີ່ພວກເຂົາເປັນຜູ້ຝ່າຝືນ) [ສູເຣາະຫ໌ ເຕົາບະຫ໌ : 84], ດັ່ງນັ້ນ ພຣະອົງອັລລໍຫ໌ ຈຶ່ງໄດ້ຊົງຊີ້ແຈງໄວ້ໃນອາຍະຫ໌ອັນມີກຽດນີ້ວ່າ ຜູ້ມູນາຟິກ (ໜ້າຊື່ໃຈຄົດ) ແລະ ຜູ້ປະຕິເສດສັດທາ ນັ້ນ ຈະບໍ່ມີການລະໝາດ (ຈະນາຊະຫ໌) ໃຫ້ແກ່ພວກເຂົາ; ເນື່ອງຈາກການປະຕິເສດສັດທາຂອງພວກເຂົາຕໍ່ອັລລໍຫ໌ ແລະ ສາສະນະທູດຂອງພຣະອົງ, ແລະ ເຊັ່ນດຽວກັນ ກໍຈະບໍ່ມີການລະໝາດຕາມຫຼັງພວກເຂົາ, ແລະ ຈະບໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳ (ອີໝ່າມ) ຂອງຊາວມຸສລິມ; ເນື່ອງຈາກການປະຕິເສດສັດທາຂອງພວກເຂົາ ແລະ ຄວາມບໍ່ສັດຊື່ຂອງພວກເຂົາ, ແລະ ເນື່ອງຈາກຄວາມເປັນສັດຕູອັນໃຫຍ່ຫຼວງທີ່ຢູ່ລະຫວ່າງພວກເຂົາກັບຊາວມຸສລິມ, ແລະ ເພາະວ່າພວກເຂົາທັງສອງບໍ່ແມ່ນຜູ້ທີ່ປະຕິບັດການລະໝາດ ແລະ ການເຄົາລົບພັກດີ; ເພາະວ່າການງານຈະບໍ່ຖືກຕອບຮັບເມື່ອມີການປະຕິເສດສັດທາ ແລະ ການຕັ້ງພາຄີຢູ່, ຂໍຕໍ່ອັລລໍຫ໌ໃຫ້ພວກເຮົາປອດໄພຈາກສິ່ງດັ່ງກ່າວ. ສ່ວນວ່າການກິນສັດເຊືອດຂອງບັນດາຜູ້ຕັ້ງພາຄີ: ອັລລໍຫ໌ໄດ້ຊົງດຳລັດຊີ້ແຈງເຖິງການຫ້າມສັດທີ່ຕາຍເອງ ແລະ ສັດເຊືອດຂອງບັນດາຜູ້ຕັ້ງພາຄີວ່າ:
﴿وَلَا تَأْكُلُوا مِمَّا لَمْ يُذْكَرِ اسْمُ اللَّهِ عَلَيْهِ وَإِنَّهُ لَفِسْقٌ وَإِنَّ الشَّيَاطِينَ لَيُوحُونَ إِلَى أَوْلِيَائِهِمْ لِيُجَادِلُوكُمْ وَإِنْ أَطَعْتُمُوهُمْ إِنَّكُمْ لَمُشْرِكُونَ121﴾
(ແລະ ພວກເຈົ້າຈົ່ງຢ່າກິນຈາກສິ່ງທີ່ພຣະນາມຂອງອັລລໍຫ໌ບໍ່ໄດ້ຖືກກ່າວເທິງມັນ, ແລະ ແທ້ຈິງມັນຄືການຝ່າຝືນ. ແລະ ແທ້ຈິງ ບັນດາໄຊຕອນນັ້ນຈະຍຸຍົງບັນດາໝູ່ຂອງພວກມັນ ເພື່ອໃຫ້ພວກເຂົາມາໂຕ້ຖຽງກັບພວກເຈົ້າ. ແລະ ຖ້າຫາກພວກເຈົ້າເຊື່ອຟັງພວກມັນ, ແທ້ຈິງ ພວກເຈົ້າກໍຈະກາຍເປັນບັນດາຜູ້ຕັ້ງພາກີຢ່າງແນ່ນອນ) [ສູເຣາະຫ໌ ອັນ-ອາມ : 121], ດັ່ງນັ້ນ ອັລລໍຫ໌ ຜູ້ຊົງສູງສົ່ງ ຈຶ່ງໄດ້ຫ້າມຊາວມຸສລິມ ຈາກການກິນສັດທີ່ຕາຍ ແລະ ສັດທີ່ຖືກເຊືອດໂດຍຜູ້ຕັ້ງພາຄີ; ເພາະວ່າລາວ (ຜູ້ຕັ້ງພາຄີ) ເປັນຜູ້ທີ່ສົກກະປົກ, ດັ່ງນັ້ນສັດທີ່ລາວເຊືອດຈຶ່ງປຽບເໝືອນກັບສັດທີ່ຕາຍ, ເຖິງແມ່ນວ່າລາວຈະກ່າວນາມຂອງອັລລໍຫ໌ໃສ່ມັນກໍຕາມ; ເພາະການກ່າວນາມຈາກລາວນັ້ນເປັນໂມຄະ ແລະ ບໍ່ມີຜົນໃດໆ; ເນື່ອງຈາກວ່າມັນເປັນການອິບາດະຫ໌, ແລະ ການຕັ້ງພາກີ (ຊິຣິກ) ຍ່ອມລົບລ້າງການອິບາດະຫ໌ ແລະ ເຮັດໃຫ້ມັນເປັນໂມຄະ, ຈົນກວ່າຜູ້ຕັ້ງພາກີຈະກັບເນື້ອກັບຕົວສູ່ອັລລໍຫ໌ ຜູ້ຊົງສູງສົ່ງ.
ແລະ ພຣະອົງອັລລໍຫ໌ ໄດ້ຊົງອະນຸຍາດກິນອາຫານຂອງຊາວຄຳພີ ໃນຄຳດຳລັດຂອງພຣະອົງທີ່ວ່າ:
﴿...وَطَعَامُ الَّذِينَ أُوتُوا الْكِتَابَ حِلٌّ لَكُمْ وَطَعَامُكُمْ حِلٌّ لَهُمْ...﴾
(...ແລະ ອາຫານຂອງຜູ້ທີ່ໄດ້ຮັບປຶ້ມຄຳພີນັ້ນເປັນທີ່ອະນຸມັດແກ່ພວກເຈົ້າແລ້ວ ແລະ ອາຫານຂອງພວກເຈົ້າກໍ່ເປັນທີ່ອະນຸມັດແກ່ພວກເຂົາ...) [ຊູເຣາະຫ໌ ອັລ-ມາອິດະຫ໌ : 5]. ເພາະວ່າພວກເຂົາອ້າງວ່າຕົນນັບຖືສາສະໜາທີ່ມາຈາກຟາກຟ້າ, ແລະ ກ່າວອ້າງວ່າເປັນຜູ້ຕິດຕາມຂອງນະບີມູຊາ ແລະ ນະບີອີຊາ, ເຖິງແມ່ນວ່າພວກເຂົາຈະເປັນຜູ້ທີ່ກ່າວເທັດໃນເລື່ອງນັ້ນກໍ່ຕາມ. ແລະ ອັລລໍຫ໌ໄດ້ຊົງຍົກເລີກ ແລະ ລົບລ້າງສາສະໜາຂອງພວກເຂົາແລ້ວ ດ້ວຍການແຕ່ງຕັ້ງທ່ານນະບີ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ມາສູ່ມວນມະນຸດທັງປວງ. ແຕ່ທະວ່າອັລລໍຫ໌ ຜູ້ຊົງສູງສົ່ງ ແລະ ຍິ່ງໃຫຍ່ ໄດ້ຊົງອະນຸມັດອາຫານຂອງຊາວຄຳພີ ແລະ ແມ່ຍິງຂອງພວກເຂົາໃຫ້ແກ່ພວກເຮົາ; ເນື່ອງດ້ວຍວິທະຍາປັນຍາອັນສູງສົ່ງ ແລະ ຄວາມລັບທີ່ໄດ້ຖືກຄຳນຶງເຖິງ, ເຊິ່ງບັນດານັກວິຊາການອິສລາມໄດ້ຊີ້ແຈງໄວ້ແລ້ວ. ເຊິ່ງແຕກຕ່າງຈາກບັນດາຜູ້ຕັ້ງພາຄີ ທີ່ເປັນຜູ້ບູຊາຮູບປັ້ນ ແລະ ຜູ້ທີ່ລ່ວງລັບໄປແລ້ວ, ເຊັ່ນ ບັນດານະບີ, ບັນດາຜູ້ເປັນທີ່ຮັກຂອງອັລລໍຫ໌ ແລະ ອື່ນໆ; ເພາະວ່າສາສະໜາຂອງພວກເຂົານັ້ນບໍ່ມີຮາກຖານ, ແລະ ບໍ່ມີແມ່ນແຕ່ສິ່ງໃດທີ່ຄ້າຍຄືກັບຄວາມຈິງ, ແຕ່ທະວ່າມັນເປັນໂມຄະໂດຍພື້ນຖານຂອງມັນ, ດັ່ງນັ້ນ ສັດທີ່ຖືກເຊືອດໂດຍພວກເຂົາຈຶ່ງຖືວ່າເປັນສັດທີ່ຕາຍເອງ, ແລະ ບໍ່ຖືກອະນຸຍາດໃຫ້ບໍລິໂພກ.
ສ່ວນຄຳເວົ້າຂອງບຸກຄົນໜຶ່ງທີ່ກ່າວຕໍ່ຄູ່ສົນທະນາຂອງລາວວ່າ: (ຜີໄດ້ເຂົ້າມາສິງສູ່ເຈົ້າ), (ຜີໄດ້ພາຕົວເຈົ້າໄປ), (ໄຊຕອນໄດ້ພາເຈົ້າບິນໄປ), ແລະຄຳເວົ້າທີ່ຄ້າຍຄືກັນນີ້, ສິ່ງນີ້ຖືເປັນການດ່າທໍ ແລະ ການເວົ້າຈາຫຍາບຄາຍ, ເຊິ່ງບໍ່ເປັນສິ່ງທີ່ອະນຸຍາດລະຫວ່າງຊາວມຸສລິມ, ເຊັ່ນດຽວກັບການດ່າທໍ ແລະ ການເວົ້າຈາຫຍາບຄາຍປະເພດອື່ນໆ, ແລະ ບໍ່ຖືວ່າເປັນການຕັ້ງພາຄີ, ຍົກເວັ້ນແຕ່ວ່າຜູ້ທີ່ກ່າວຄຳເວົ້ານັ້ນມີຄວາມເຊື່ອວ່າ ຈິນສາມາດມີອິດທິພົນເໜືອມະນຸດໄດ້ ໂດຍປາສະຈາກການອະນຸຍາດ ແລະ ຄວາມປະຊົງຂອງອັລລໍຫ໌, ສະນັ້ນ ຜູ້ໃດທີ່ເຊື່ອເຊັ່ນນັ້ນ ໃນຜີຈິນ ຫຼື ສິ່ງຖືກສ້າງອື່ນໆ ຜູ້ນັ້ນກໍເປັນຜູ້ປະຕິເສດສັດທາດ້ວຍຄວາມເຊື່ອດັ່ງກ່າວ; ເພາະວ່າອັລລໍຫ໌ ມະຫາບໍລິສຸດ ພຣະອົງຊົງເປັນເຈົ້າຂອງທຸກສິ່ງ, ຜູ້ຊົງມີເດສານຸພາບເໜືອທຸກສິ່ງ, ພຣະອົງຄືຜູ້ຊົງໃຫ້ຄຸນປະໂຫຍດ ແລະ ໂທດ, ແລະ ບໍ່ມີສິ່ງໃດເກີດຂຶ້ນໄດ້ ນອກຈາກດ້ວຍການອະນຸມັດຂອງພຣະອົງ, ພຣະປະສົງຂອງພຣະອົງ ແລະ ການກຳນົດໄວ້ກ່ອນຂອງພຣະອົງ, ດັ່ງທີ່ພຣະອົງຜູ້ຊົງຍິ່ງໃຫຍ່ໄດ້ຊົງຕຣັດສັ່ງແກ່ນະບີຂອງພຣະອົງ ﷺ ໃຫ້ປະກາດແກ່ມວນມະນຸດເຖິງຫຼັກການອັນຍິ່ງໃຫຍ່ນີ້ວ່າ:
﴿قُلْ لَا أَمْلِكُ لِنَفْسِي نَفْعًا وَلَا ضَرًّا إِلَّا مَا شَاءَ اللَّهُ وَلَوْ كُنْتُ أَعْلَمُ الْغَيْبَ لَاسْتَكْثَرْتُ مِنَ الْخَيْرِ وَمَا مَسَّنِيَ السُّوءُ إِنْ أَنَا إِلَّا نَذِيرٌ وَبَشِيرٌ لِقَوْمٍ يُؤْمِنُونَ188﴾
(ຈົງກ່າວເຖີດ (ມູຮຳມັດ) ວ່າຂ້ອຍບໍ່ມີອຳນາດ ທີ່ຈະໃຫ້ຄຸນປະໂຫຍດໃດໆ ແລະ ໃຫ້ໂທດໃດໆ ແກ້ຕົວຂ້ອຍໄດ້ ນອກຈາກສິ່ງທີ່ ອັລລໍຫ໌ຊົງປະສົງ ແລະຖ້າຫາກວ່າຂ້ອຍເປັນຜູ້ຮູ້ສິ່ງເລັນລັບແລ້ວ ແນ່ນອນຂ້ອຍຍ່ອມກອບໂກຍສິ່ງທີ່ດີງາມ ໄວ້ຢາງຫລວງຫລາຍ ແລະ ຄວາມຊົ້ວຮ້າຍ ກໍ່ຈະບໍ່ແຕະຕ້ອງຂ້ອຍໄດ້ ຂ້ອຍບໍ່ແມ່ນໃຜຄົນອື່ນໃດ ນອກຈາກຜູ້ຕັກເຕືອນ ແລະຜູ້ປະກາດຂ່າວດີສຳຫລັບກຸ່ມຊົນຜູ້ສັດທາເທົ່ານນັ້ນ). [ຊູເຣາະຫ໌ ອັລ-ອະຣໍຟ : 188], ສະນັ້ນ, ຖ້າຫາກຜູ້ເປັນທີ່ປະເສີດສຸດແຫ່ງສິ່ງຖືກສ້າງທັງປວງ (ຊໍລລັລລໍຮຸອະໄລຮິ ວະສັລລັມ) ຍັງບໍ່ມີອຳນາດທີ່ຈະໃຫ້ຄຸນປະໂຫຍດ ແລະ ໂທດໃດໆ ແກ່ຕົນເອງໄດ້, ນອກຈາກສິ່ງທີ່ອັລລໍຫ໌ຊົງປະສົງແລ້ວ, ແລ້ວສິ່ງທີ່ຖືກສ້າງອື່ນໆ ຈະເປັນແນວໃດ?! ແລະ ບັນດາຫຼັກຖານໃນຄວາມໝາຍນີ້ກໍມີຢູ່ຢ່າງຫຼວງຫຼາຍ.
ສ່ວນການຖາມບັນດາຜູ້ທຳນາຍດວງສະຕາ, ພວກຫມໍຜີ, ຫມໍດູ ແລະ ພວກອື່ນໆ ທີ່ຄ້າຍຄືກັນ, ເຊິ່ງເປັນຜູ້ທີ່ຍຸ່ງກ່ຽວກັບຂ່າວຄາວຂອງສິ່ງທີ່ເລິກລັບ, ມັນເປັນສິ່ງຊົ່ວຮ້າຍທີ່ບໍ່ເປັນທີ່ອະນຸຍາດ, ແລະ ການເຊື່ອຖືພວກເຂົາແມ່ນຮ້າຍແຮງ ແລະ ຊົ່ວຊ້າຍິ່ງກວ່ານັ້ນ, ແທ້ຈິງແລ້ວ ມັນເປັນສ່ວນໜຶ່ງຂອງການປະຕິເສດສັດທາ; ເນື່ອງຈາກຄຳກ່າວຂອງທ່ານນະບີ ﷺ ທີ່ວ່າ:
«مَنْ أَتَى عَرَّافًا فَسَأَلَهُ عَنْ شَيءٍ؛ لَمْ تُقْبَلْ لَهُ صَلَاةٌ أَرْبَعِينَ يَومًا».
«ຜູ້ໃດທີ່ໄປຫາໝໍດູ ແລ້ວຖາມລາວກ່ຽວກັບສິ່ງໃດໜຶ່ງ, ການລະຫມາດຂອງລາວກໍຈະບໍ່ຖືກຕອບຮັບເປັນເວລາ 40 ມື້ » ລາຍງານໂດຍອິມ່ຳມຸສລິມ, ແລະ ໃນບັນທຶກຊໍເຮັຍຫ໌ຂອງທ່ານ ຄືກັນ ຈາກທ່ານມຸອາວີຍະຫ໌ ບິນ ຮະກຳ ອັສ-ສຸລະມີ ຣໍດິຍັລລໍຮຸ ອັນຮຸ:
«أَنَّ النَّبيَّ ﷺ نَهَى عَنْ إِتْيَانِ الكُهَّانِ وَسُؤَالِهِم».
« ແທ້ຈິງ ທ່ານນະບີ ﷺ ໄດ້ສັ່ງຫ້າມການໄປຫາໝໍດູ ແລະ ສອບຖາມພວກເຂົາ »
ແລະ ບັນດາເຈົ້າຂອງໜັງສືຊຸນັນ ໄດ້ລາຍງານຈາກທ່ານນະບີ ﷺ ວ່າ ເພິ່ນໄດ້ກ່າວໄວ້ວ່າ:
«مَنْ أَتَى كَاهِنًا، فَصَدَّقَهُ بِمَا يَقُولُ؛ فَقَدْ كَفَرَ بِمَا أُنْزِلَ عَلَى مُحَمَّدٍ ﷺ».
“ຜູ້ໃດກໍຕາມທີ່ໄປຫາໝໍດູ, ແລ້ວເຊື່ອໃນສິ່ງທີ່ລາວເວົ້າ; ຜູ້ນັ້ນກໍໄດ້ປະຕິເສດສັດທາຕໍ່ສິ່ງທີ່ຖືກປະທານລົງມາໃຫ້ແກ່ທ່ານມຸຫຳມັດ ﷺ ແລ້ວ” ແລະ ຫະດິຊຕ່າງ ໆ ທີ່ມີຄວາມໝາຍທຳນອງນີ້ມີຢູ່ຫຼວງຫຼາຍ. ສະນັ້ນ, ຈຶ່ງເປັນສິ່ງຈຳເປັນສຳລັບຊາວມຸສລິມ: ທີ່ຈະຕ້ອງລະມັດລະວັງຈາກການຖາມບັນດາຫມໍດູ, ຜູ້ທຳນາຍດວງສະຕາ ແລະ ບັນດາພວກຫລອກລວງທັງຫຼາຍ, ຜູ້ທີ່ເຮັດວຽກກ່ຽວກັບການບອກເລົ່າສິ່ງທີ່ເປັນຄວາມເລິກລັບ ແລະ ສ້າງຄວາມສັບສົນໃຫ້ແກ່ຊາວມຸສລິມ, ບໍ່ວ່າຈະເປັນໃນນາມຂອງການແພດ ຫຼື ອື່ນໆ ກໍ່ຕາມ, ເນື່ອງຈາກການຫ້າມປາມຂອງທ່ານນະບີ ﷺ ແລະ ການຕັກເຕືອນຂອງເພິ່ນກ່ຽວກັບເລື່ອງດັ່ງກ່າວທີ່ໄດ້ກ່າວມາກ່ອນແລ້ວ, ແລະ ລວມຢູ່ໃນນີ້ຄື: ສິ່ງທີ່ບາງຄົນອ້າງຕົນໃນນາມຂອງການແພດ, ຈາກບັນດາເລື່ອງເລັ້ນລັບ, ເມື່ອລາວໄດ້ດົມຜ້າພັນຫົວຂອງຜູ້ຊາຍທີ່ເຈັບປ່ວຍ, ຫຼື ຜ້າຄຸມຫົວຂອງຜູ້ຍິງທີ່ເຈັບປ່ວຍ, ຫຼື ສິ່ງທີ່ຄ້າຍຄືກັນນັ້ນ, ລາວກໍ່ຈະບອກວ່າ: ຜູ້ຊາຍທີ່ເຈັບປ່ວຍຄົນນີ້ ຫຼື ຜູ້ຍິງທີ່ເຈັບປ່ວຍຄົນນີ້ ໄດ້ກະທຳສິ່ງນັ້ນສິ່ງນີ້, ແລະ ໄດ້ເຮັດສິ່ງນັ້ນສິ່ງນີ້, ຈາກບັນດາເລື່ອງເລັ້ນລັບທີ່ບໍ່ມີສິ່ງບົ່ງຊີ້ໃດໆ ຢູ່ໃນຜ້າພັນຫົວຂອງຜູ້ເຈັບປ່ວຍ ແລະ ສິ່ງທີ່ຄ້າຍຄືກັນນັ້ນ, ແທ້ຈິງແລ້ວຈຸດປະສົງຂອງການກະທຳດັ່ງກ່າວກໍຄືການຫຼອກລວງຄົນທົ່ວໄປ, ເພື່ອໃຫ້ພວກເຂົາເວົ້າວ່າ: ລາວເປັນຜູ້ທີ່ມີຄວາມຮູ້ເລື່ອງການແພດ, ແລະ ຮູ້ຈັກພະຍາດຊະນິດຕ່າງໆ ແລະ ສາເຫດຂອງມັນ, ແລະ ບາງທີລາວກໍໃຫ້ຢາບາງຢ່າງແກ່ພວກເຂົາ, ແລະ ບາງເທື່ອການຫາຍດີກໍເກີດຂຶ້ນພໍດີດ້ວຍການກຳໜົດຂອງອັລລໍຮ໌, ພວກເຂົາກໍເລີຍຄິດໄປວ່າ ການຫາຍດີນັ້ນເປັນຍ້ອນຢາຂອງລາວ, ແລະ ບາງທີການເຈັບປ່ວຍກໍ່ອາດມີສາເຫດມາຈາກພວກຈິນ ແລະ ພວກໄຊຕອນບາງສ່ວນ, ເຊິ່ງຮັບໃຊ້ຜູ້ທີ່ອ້າງຕົນວ່າເປັນໝໍ, ແລະ ບອກໃຫ້ເຂົາຮູ້ກ່ຽວກັບບາງເລື່ອງທີ່ຊ້ອນແລ້ນທີ່ພວກມັນໄດ້ລ່ວງຮູ້, ແລ້ວຜູ້ນັ້ນກໍ່ເພິ່ງພາສິ່ງດັ່ງກ່າວ, ແລະ ເຮັດໃຫ້ພວກຈິນ ແລະ ພວກໄຊຕອນພໍໃຈດ້ວຍການບູຊາທີ່ເໝາະສົມກັບພວກມັນ, ແລ້ວພວກມັນກໍ່ຈະອອກໄປຈາກຜູ້ປ່ວຍຄົນນັ້ນ, ແລະ ປະຖິ້ມການທຳຮ້າຍທີ່ພວກມັນເຄີຍສິງສູ່ລາວ. ແລະ ນີ້ຄືສິ່ງທີ່ເປັນທີ່ຮູ້ຈັກກັນດີກ່ຽວກັບພວກຜີຈິນ ແລະ ພວກໄຊຕອນ ແລະ ຜູ້ທີ່ນຳໃຊ້ບໍລິການຂອງພວກມັນ.
ແລະ ສິ່ງທີ່ຈຳເປັນແກ່ບັນດາມຸດສະລິມເຊັ່ນດຽວກັນຄື: ການລະມັດລະວັງຈາກສິ່ງດັ່ງກ່າວ, ການຕັກເຕືອນຊຶ່ງກັນແລະກັນໃຫ້ລະເວັ້ນຈາກມັນ, ໃຫ້ຫັນມາເພິ່ງພາຕໍ່ອັລລໍຫ໌ ຜູ້ຊົງສູງສົ່ງ, ແລະ ການມອບໝາຍຕໍ່ພຣະອົງໃນທຸກໆ ເລື່ອງ, ແລະ ບໍ່ມີຂໍ້ຫ້າມໃນການໃຊ້ການຣຸກຍະຫ໌ທີ່ຖືກຕ້ອງຕາມບົດບັນຍັດ ແລະ ການໃຊ້ຢາທີ່ອະນຸຍາດ, ແລະ ການປິ່ນປົວກັບແພດໝໍທີ່ທຳການກວດສອບຄົນປ່ວຍ, ແລະ ກວດສອບພະຍາດຂອງເຂົາດ້ວຍສາເຫດທີ່ສາມາດສຳຜັດໄດ້ ແລະ ສົມເຫດສົມຜົນ, ແລະ ມີລາຍງານທີ່ເຊື່ອຖືໄດ້ຈາກທ່ານນະບີ ﷺ ວ່າທ່ານໄດ້ກ່າວວ່າ:
«مَا أَنْزَلَ اللهُ دَاءً إِلَّا أَنْزَلَ لَهُ شِفَاءً، عَلِمَهُ مَنْ علِمه، وَجَهِلَهُ مَنْ جَهِلَهُ».
« ອັລລໍຫ໌ບໍ່ໄດ້ຊົງສົ່ງພະຍາດໃດລົງມາ ເວັ້ນແຕ່ພຣະອົງໄດ້ຊົງສົ່ງການປິ່ນປົວຂອງມັນລົງມາດ້ວຍ, ຜູ້ທີ່ຮູ້ກໍ່ຮູ້ມັນ ແລະ ຜູ້ທີ່ບໍ່ຮູ້ກໍ່ບໍ່ຮູ້ມັນ » ແລະ ທ່ານນາບີ ﷺ ກ່າວວ່າ:
«لِكُلِّ دَاءٍ دَوَاءٌ، فإِذَا أُصِيبَ دَوَاءٌ الدَّاءَ بََرَأَ بِإِذْنِ اللهِ».
«ທຸກໆ ໂລກພະຍາດຍ່ອມມີຢາປົວ, ດັງນັ້ນເມື່ອຢາປົວພະຍາດນັ້ນຖືກກັບໂລກພະຍາດ ລາວກໍ່ຈະຫາຍດີດ້ວຍການອະນຸມັດຂອງອັລລໍຫ໌». ແລະ ທ່ານນາບີ ﷺ ກ່າວວ່າ:
«عِبَادَ اللهِ، تَدَاوَوا وَلَا تَدَاوَوا بِحَرَامٍ».
«ໂອ້ບ່າວຂອງອັລລໍຫ໌, ຈົ່ງປິ່ນປົວຮັກສາເຖີດ ແລະ ຢ່າປິ່ນປົວຮັກສາດ້ວຍສິ່ງທີ່ຕ້ອງຫ້າມ» ແລະ ຫະດິຊອື່ນ ໆ ທີ່ມີຄວາມໝາຍທຳນອງນີ້ຢັງມີອີກຫຼາຍ.
ເຮົາຂໍຈາກອັລລໍຫ໌ ຜູ້ຊົງຍິ່ງໃຫຍ່ ໃຫ້ຊົງປັບປຸງແກ້ໄຂສະພາບການຕ່າງໆຂອງຊາວມຸສລິມທັງໝົດ, ແລະ ຊົງປົວແປງຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ພົ້ນຈາກຄວາມຊົ່ວຮ້າຍທັງປວງ, ແລະ ຊົງລວມພວກເຂົາໃຫ້ເປັນປຶກແຜ່ນດຽວ ດຳລົງໝັ້ນຢູ່ບົນແນວທາງທີ່ຖືກຕ້ອງ, ແລະ ຊົງຄຸ້ມຄອງພວກເຮົາ ແລະ ພວກເຂົາໃຫ້ພົ້ນຈາກການຫລົງທາງຂອງບົດທົດສອບທັງຫຼາຍ, ແລະ ຈາກການເຊື່ອຟັງໄຊຕອນ ແລະ ພັກພວກຂອງມັນ. ແທ້ຈິງ ພຣະອົງນັ້ນຊົງອະນຸພາບເໜືອທຸກສິ່ງ, ແລະ ບໍ່ມີອຳນາດ ແລະ ພະລັງໃດໆ ເວັ້ນເສຍແຕ່ດ້ວຍການຊ່ວຍເຫຼືອຂອງອັລລໍຫ໌ ຜູ້ຊົງສູງສົ່ງ ຜູ້ຊົງຍິ່ງໃຫຍ່.
ຂໍອັລລໍຫ໌ ຊົງປະທານການສະດຸດິ, ຄວາມສັນຕິ ແລະ ຄວາມຈຳເລີນ ແດ່ບ່າວຂອງພຣະອົງ ແລະ ຣໍຊູລຂອງພຣະອົງ ທ່ານນະບີມຸຮຳມັດຂອງເຮົາ, ຄອບຄົວຂອງທ່ານ ແລະ ບັນດາມິດສະຫາຍຂອງທ່ານທັ້ງຫຼາຍ.
***
بِسْمِ اللهِ الرَّحمَنِ الرَّحِيمِ
ວະລາສານ ທີ່ສີ່:
ຂໍ້ຊີ້ຂາດກ່ຽວກັບການອີບາດະຫ໌ດ້ວຍບົດວິຣິດຕ່າງໆ ທີ່ເປັນບິດອະຫ໌ ແລະ ຊິຣິກ
ຈາກ ອັບດຸລອະຊີຊ ບິນ ອັບດຸລລໍຫ໌ ບິນ ບາຊ ເຖິງ ທ່ານອ້າຍນ້ອງຜູ້ມີກຽດ (.........), ຂໍອັລລໍຫ໌ຊົງປະທານຄວາມສຳເລັດໃຫ້ແກ່ທ່ານໃນທຸກໆຄວາມດີງາມ, ອາມີນ.
ຂໍຄວາມສັນຕິສຸກ, ຄວາມເມດຕາແຫ່ງອັລລໍຫ໌ ແລະ ຄວາມຈະເລີນແຫ່ງພຣະອົງ ຈົ່ງປະສົບແກ່ພວກທ່ານ.
ຕໍ່ໄປນີ້: ຂ້າພະເຈົ້າໄດ້ຮັບຈົດໝາຍອັນມີກຽດຂອງທ່ານແລ້ວ, ຂໍອັລລໍຫ໌ໄດ້ຊົງເຊື່ອມໂຍງທ່ານໄວ້ກັບທາງນຳຂອງພຣະອົງ, ເຊິ່ງໃນຈົດໝາຍໄດ້ແຈ້ງໃຫ້ຊາບວ່າ ຢູ່ປະເທດຂອງທ່ານມີກຸ່ມຄົນທີ່ຍຶດໝັ້ນໃນບົດວິງວອນຕ່າງໆທີ່ອັລລໍຫ໌ບໍ່ໄດ້ຊົງປະທານຫຼັກຖານໃດໆມາຮັບຮອງ, ໃນນັ້ນມີທັງສິ່ງທີ່ເປັນບິດອະຫ໌ ແລະ ສິ່ງທີ່ເປັນຊິຣິກ, ໂດຍພວກເຂົາໄດ້ອ້າງອີງສິ່ງດັ່ງກ່າວໄປຍັງຜູ້ນຳຂອງບັນດາຜູ້ສັດທາ ຄື: ທ່ານ ອະລີ ບິນ ອະບີ ຕໍລິບ (ຂໍອັລລໍຫ໌ຊົງພໍພຣະໄທທ່ານ) ແລະ ທ່ານອື່ນໆ, ແລະ ພວກເຂົາອ່ານບັນດາບົດວີຣິດເຫຼົ່ານັ້ນ ໃນການຊຸມນຸມຊິກຣ໌, ຫຼື ໃນບັນດາມັສຍິດຫຼັງຈາກລະຫມາດມັກຣິບ, ໂດຍອ້າງວ່າມັນເປັນການກະທຳທີ່ສ້າງຄວາມໃກ້ຊິດກັບອັລລໍຫ໌, ເຊັ່ນຄຳເວົ້າຂອງພວກເຂົາ: ດ້ວຍສິດທິຂອງອັລລໍຫ໌, ໂອ້ ບັນດາຜູ້ຊາຍຂອງອັລລໍຫ໌, ຈົ່ງຊ່ວຍເຫຼືອພວກເຮົາດ້ວຍການຊ່ວຍເຫຼືອຂອງອັລລໍຫ໌, ແລະ ຈົ່ງເປັນຜູ້ຊ່ວຍເຫຼືອພວກເຮົາດ້ວຍອັລລໍຫ໌. ແລະ ເໝືອນດັ່ງຄຳເວົ້າຂອງພວກເຂົາທີ່ວ່າ: ໂອ້ບັນດາຜູ້ນຳ, ໂອ້ບັນດານາຍທ່ານ, ຈົ່ງຕອບຮັບເຖິດ ໂອ້ບັນດາຜູ້ໃຫ້ການຊ່ວຍເຫຼືອແກ່ພວກເຮົາ, ແລະ ຈົ່ງຂໍຊະຟາອະຮ໌ (ການໄກ່ເກ່ຍ) ຕໍ່ອັລລໍຫ໌ເຖີດ, ຂ້າໃຊ້ຂອງທ່ານຜູ້ນີ້ກຳລັງຢືນຢູ່, ຢູ່ທີ່ປະຕູຂອງທ່ານກໍກຳລັງອາໄສເພິ່ງພາ, ແລະ ຢ້ານກົວຕໍ່ຄວາມບົກພ່ອງຂອງຕົນເອງ, ໂປດຊ່ວຍເຫຼືອພວກເຮົາດ້ວຍເຖີດ ໂອ້ທ່ານຣໍຊູລລຸລລໍຫ໌, ແລະ ຜູ້ຂ້າບໍ່ມີຜູ້ໃດທີ່ຈະໄປຫາອີກແລ້ວນອກຈາກພວກທ່ານ, ແລະ ຈາກພວກທ່ານເທົ່ານັ້ນທີ່ຈະໄດ້ຮັບສິ່ງທີ່ປາຖະຫນາ, ແລະ ພວກທ່ານຄືຄົນຂອງອັລລໍຫ໌ (ຜູ້ທີ່ໃກ້ຊິດກັບພຣະອົງ), ດ້ວຍສິດທິຂອງທ່ານຮຳຊະຫ໌ ຜູ້ເປັນນາຍແຫ່ງບັນດາຊູຮະດາ (ຜູ້ເສຍສະຫຼະຊີວິດໃນໜທາງຂອງສາສະໜາ), ແລະ ດ້ວຍທຸກຄົນໃນໝູ່ພວກທ່ານທີ່ເປັນຜູ້ໃຫ້ການຊ່ວຍເຫຼືອພວກເຮົາ, ໂປດຊ່ວຍເຫຼືອພວກເຮົາດ້ວຍເຖີດ ໂອ້ທ່ານຣໍຊູລລຸລລໍຫ໌. ແລະ ດັ່ງຄຳກ່າວຂອງພວກເຂົາທີ່ວ່າ: ໂອ້ ອັລລໍຮ໌ ໄດ້ໂປຼດເມດຕາຜູ້ທີ່ພຣະອົງໄດ້ບັນດານໃຫ້ເປັນສາເຫດໃນການເປີດເຜີຍຄວາມລັບແຫ່ງລິດອຳນາດຂອງພຣະອົງ ແລະ ເປັນການແຜ່ກະຈາຍແສງສະຫວ່າງແຫ່ງຄວາມເມດຕາຂອງພຣະອົງ, ດັ່ງນັ້ນ ທ່ານຈຶ່ງກາຍເປັນຜູ້ຕາງໜ້າແຫ່ງອົງພຣະຜູ້ເປັນເຈົ້າ ແລະ ເປັນຜູ້ສືບທອດຄວາມລັບທີ່ກ່ຽວຂ້ອງກັບແກ່ນແທ້ຂອງພຣະອົງ.
ແລະ ຄວາມຕ້ອງການຂອງພວກທ່ານໃນການຊີ້ແຈງວ່າສິ່ງໃດຄືບິດອະຫ໌, ສິ່ງໃດຄືການຕັ້ງພາຄີ, ແລະ ການລະຫມາດຕາມຫຼັງອິມ່າມຜູ້ທີ່ຂໍດຸອາບົດນີ້ຈະໃຊ້ໄດ້ຫຼືບໍ່, ທັງໝົດນັ້ນແມ່ນເປັນທີ່ຮັບຊາບແລ້ວ?
ຄຳຕອບຄື: ມວນການສັນລະເສິນເປັນສິດພຽງພຣະອົງດຽວ, ແລະ ຂໍອວຍພອນຄວາມສັນຕິສຸກແກ່ທ່ານຜູ້ທີ່ເປັນນະບີສຸດທ້າຍ ບໍ່ມີຜູ້ໃດຈະມາຕໍ່ຫຼັງຈາກທ່ານ ແລະ ຄອບຄົວຂອງທ່ານ ແລະ ບັນດາສາວົກສະຫາຍຂອງທ່ານ, ແລະ ບັນດາຜູ້ທີ່ດຳເນີນຕາມແນວທາງຂອງທ່ານຈົນເຖິງວັນແຫ່ງການຕອບແທນ.
ຈົ່ງຮູ້ເຖີດ - ຂໍອັລລໍຫ໌ຊົງປະທານຄວາມສຳເລັດແກ່ທ່ານ - ວ່າ ອັລລໍຫ໌ ໄດ້ຊົງສ້າງສັບພະສິ່ງທັງຫຼາຍ ແລະ ໄດ້ສົ່ງບັນດາສາດສະດາທູດຂອງພຣະອົງ (ຂໍຄວາມສັນຕິສຸກຈົ່ງມີແດ່ພວກເພິ່ນ) ເພື່ອໃຫ້ມີການເຄົາລົບພັກດີຕໍ່ພຣະອົງພຽງຜູ້ດຽວ ໂດຍບໍ່ມີສິ່ງໃດເປັນພາຄີຮ່ວມກັບພຣະອົງ, ດັ່ງທີ່ພະອົງຊົງກ່າວວ່າ:
﴿وَمَا خَلَقْتُ الْجِنَّ وَالْإِنْسَ إِلَّا لِيَعْبُدُونِ56﴾
(ແລະ ຂ້າບໍ່ໄດ້ສ້າງຈິນ(ຜີ) ແລະ ມະນຸດ ມາເພື່ອຈຸດປະສົງອື່ນໃດ ເວັ້ນແຕ່ເພື່ອກາບໄຫວ້ເຄົາລົບພັກດີຕໍ່ຂ້າ)
[ຊູເຣາະຫ໌ ອັຊສາຣິຍາຕ : 56].
ແລະ ການອີບາດະຫ໌ -ດັ່ງທີ່ໄດ້ຊີ້ແຈງມາກ່ອນແລ້ວ- ຄື: ການເຊື່ອຟັງຕໍ່ອັລລໍຫ໌ ແລະ ຕໍ່ຣໍຊູລຂອງພຣະອົງ ມຸຮຳມັດ ﷺ; ໂດຍການປະຕິບັດຕາມສິ່ງທີ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງໄດ້ບັນຊາ, ແລະ ລະເວັ້ນຈາກສິ່ງທີ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງໄດ້ຊົງຫ້າມ, ອັນເກີດຈາກການສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ, ແລະ ຄວາມບໍລິສຸດໃຈໃນການງານເພື່ອອັລລໍຫ໌, ພ້ອມດ້ວຍຄວາມຮັກອັນສູງສຸດຕໍ່ອັລລໍຫ໌, ແລະ ຄວາມນອບນ້ອມຖ່ອມຕົນຢ່າງສົມບູນຕໍ່ພຣະອົງພຽງຜູ້ດຽວເທົ່ານັ້ນ; ດັງພຣະດຳລັດຂອງອັລລໍຫ໌ທີ່ວ່າ:
﴿وَقَضَى رَبُّكَ أَلَّا تَعْبُدُوا إِلَّا إِيَّاهُ...﴾
(ເເລະ ພຣະເຈົ້າຂອງເຈົ້າບັນຊາວ່າ ພວກເຈົ້າຢ່າເຄົາລົບພັກດີຜູ້ໃດນອກຈາກພຣະອົງເທົ່ານັ້ນ...) [ສູເຣາະຫ໌ ອິສຣໍ: 23] ຄື: ໄດ້ຊົງບັນຊາ ແລະ ຊົງກຳຊັບໄວ້ວ່າ ໃຫ້ເຄົາລົບພັກດີຕໍ່ພຣະອົງພຽງອົງດຽວ, ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿الْحَمْدُ لِلَّهِ رَبِّ الْعَالَمِينَ2 الرَّحْمَنِ الرَّحِيمِ3 مَالِكِ يَوْمِ الدِّينِ4 إِيَّاكَ نَعْبُدُ وَإِيَّاكَ نَسْتَعِينُ5﴾
2. (ການສັນລະເສິນທັ້ງໝົດທັ້ງມວນ ເປັນສິດທິຂອງອັລລໍຫ໌ ພຣະເຈົ້າແຫ່ງຈັກກະວານໂລກ)
3. (ຜູ້ຊົງກະລຸນາປຣາໜີ ຜູ້ຊົງເມດຕາສະເໝີ)
4. (ຜູ້ຊົງເປັນເຈົ້າຂອງແຫ່ງວັນຕອບແທນ )
(ສະເພາະພຣະອົງເທົ່ານັ້ນທີ່ເຮົາສັກກາລະພັກດີ, ແລະ ສະເພາະພຣະອົງເທົ່ານັ້ນທີ່ເຮົາຂໍຄວາມຊ່ວຍເຫລືອ) [ສຸເຣາະຫ໌ ອັລ-ຟາຕີຮະຫ໌ : 2-5], ດັ່ງນັ້ນ, ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຊີ້ແຈງໃນບັນດາອາຍາຕເຫຼົ່ານີ້ວ່າ: ພຣະອົງຄືຜູ້ທີ່ສົມຄວນຖືກເຄົາລົບບູຊາພຽງອົງດຽວ, ແລະ ຖືກຂໍຄວາມຊ່ວຍເຫຼືອຈາກພຣະອົງພຽງອົງດຽວ. ແລະ ພຣະອົງ ໄດ້ຕຣັດວ່າ:
﴿إِنَّآ أَنزَلۡنَآ إِلَيۡكَ ٱلۡكِتَٰبَ بِٱلۡحَقِّ فَٱعۡبُدِ ٱللَّهَ مُخۡلِصٗا لَّهُ ٱلدِّينَ2 أَلَا لِلَّهِ ٱلدِّينُ ٱلۡخَالِصُ...﴾
(ແທ້ຈິງ ເຮົາໄດ້ປະທານຄຳພີແກ່ເຈົ້າ ດ້ວຍຄວາມຈິງ, ດັ່ງນັ້ນ ເຈົ້າຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ໂດຍເປັນຜູ້ຖະວາຍການເຄົາລົບຢ່າງບໍລິສຸດແດ່ພຣະອົງ (ພຽງອົງດຽວເທົ່ານັ້ນ))
ຈົ່ງຮູ້ໄວ້ເຖີດວ່າ ສຳຫຼັບອັລລໍຫ໌ແລ້ວ (ບໍ່ມີພາຄີໃດ ໆ ອີກນອກຈາກ) ການເຄົາລົບພັກດີທີ່ຜ່ອງແຜ້ວບໍລິສຸດ)
(ອັຊ-ຊຸມັຣ : 2-3), ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿فَادْعُوا اللَّهَ مُخْلِصِينَ لَهُ الدِّينَ وَلَوْ كَرِهَ الْكَافِرُونَ14﴾
(ດັ່ງນັ້ນພວກເຈົ້າຈົ່ງວິງວອນຕໍ່ອັລລໍຫ໌ ໂດຍເປັນຜູ້ຖະວາຍການເຄົາລົບພັກດີຢ່າງບໍລີສຸດໃຈແດ່ພຣະອົງເທົ່ານັ້ນ ເຖິງແມ້ວ່າພວກປະຕິເສດສັດທາຈະກຽດຊັງກໍຕາມ) (ກໍຟິຣ : 14). ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿وَأَنَّ الْمَسَاجِدَ لِلَّهِ فَلَا تَدْعُوا مَعَ اللَّهِ أَحَدًا18﴾
(ແລະ ວ່າເເທ້ຈິງບັນດາມັສຍິດນັ້ນເປັນຂອງອັລລໍຫ໌ ດັງນັ້ນ ພວກເຈົ້າຢ່າໄດ້ວິງວອນຂໍຜູ້ໃດຄຽງຄູ່ກັບອັລລໍຫ໌) [ຊູເຣາະຫ໌ ອັລ-ຈິນ : 18], ແລະ ໂອງການຕ່າງ ໆ ທີ່ມີຄວາມໝາຍທຳນອງນີ້ມີຢູ່ຫຼວງຫຼາຍ ແລະ ລ້ວນແລ້ວແຕ່ບົ່ງຊີ້ເຖິງຄວາມຈຳເປັນທີ່ຕ້ອງມອບການເຄົາລົບພັກດີຕໍ່ອັລລໍຫ໌ພຽງອົງດຽວເທົ່ານັ້ນ.
ແລະ ເປັນທີ່ຮູ້ກັນດີວ່າ ການດຸອາໃນທຸກໆ ປະເພດຂອງມັນນັ້ນແມ່ນສ່ວນໜຶ່ງຂອງການອີບາດະຫ໌, ດັ່ງນັ້ນ ຈຶ່ງບໍ່ອະນຸຍາດໃຫ້ຜູ້ໃດຈາກມະນຸດ ຈະວິງວອນ, ຂໍຄວາມຊ່ວຍເຫຼືອ ຫຼື ຂໍຄວາມກູ້ໄພ ຈາກສິ່ງອື່ນໃດນອກຈາກພຣະຜູ້ເປັນເຈົ້າຂອງຕົນເທົ່ານັ້ນ, ເພື່ອເປັນການປະຕິບັດຕາມບັນດາອາຍັດອັນມີກຽດເຫຼົ່ານີ້ ແລະ ສິ່ງທີ່ມີຄວາມໝາຍໃນທຳນອງດຽວກັນ. ນີ້ແມ່ນນອກເໜືອໄປຈາກເລື່ອງທຳມະດາທົ່ວໄປ ແລະ ສາເຫດທີ່ສາມາດສຳຜັດໄດ້ ທີ່ສິ່ງຖືກສ້າງທີ່ມີຊີວິດ ແລະ ຢູ່ຕໍ່ໜ້າສາມາດກະທຳໄດ້, ເພາະສິ່ງເຫຼົ່ານັ້ນບໍ່ໄດ້ຖືກນັບວ່າເປັນການເຄົາລົບບູຊາ, ແຕ່ເປັນທີ່ອະນຸຍາດຕາມຫຼັກຖານ ແລະ ມະຕິເອກະສັນ ທີ່ມະນຸດຈະຂໍຄວາມຊ່ວຍເຫລືອຈາກມະນຸດດ້ວຍກັນທີ່ມີຊີວິດ ແລະ ມີຄວາມສາມາດ ໃນເລື່ອງທຳມະດາທີ່ເຂົາສາມາດເຮັດໄດ້; ເຊັ່ນ: ການຂໍຄວາມຊ່ວຍເຫລືອຈາກເຂົາໃນການປ້ອງກັນຄວາມຊົ່ວຮ້າຍຈາກລູກຂອງລາວ, ຄົນຮັບໃຊ້ຂອງລາວ ຫຼື ໝາຂອງລາວ ແລະ ສິ່ງທີ່ຄ້າຍຄືກັນນັ້ນ, ດັ່ງເຊັ່ນ ການທີ່ມະນຸດຂໍຄວາມຊ່ວຍເຫຼືອຈາກມະນຸດດ້ວຍກັນທີ່ຍັງມີຊີວິດຢູ່, ຢູ່ຕໍ່ໜ້າ ແລະ ມີຄວາມສາມາດ, ຫຼື ຜູ້ທີ່ບໍ່ໄດ້ຢູ່ຕໍ່ໜ້າ, ໂດຍຜ່ານຊ່ອງທາງທີ່ເປັນຮູບປະທຳ ເຊັ່ນ ການຂຽນຈົດໝາຍຕິດຕໍ່ກັນ ແລະ ອື່ນໆ, ໃນການສ້າງເຮືອນຂອງລາວ, ຫຼື ການສ້ອມແປງລົດຂອງລາວ, ຫຼື ກໍລະນີອື່ນ ໆ ທີ່ຄ້າຍຄືກັນນັ້ນ, ສ່ວນໜຶ່ງໃນນັ້ນຄື: ການທີ່ມະນຸດວິງວອນຂໍຄວາມຊ່ວຍເຫຼືອຈາກສະຫາຍຂອງລາວ ໃນການຕໍ່ສູ້ຍິຮາດ ແລະ ສົງຄາມ, ແລະ ອື່ນໆໃນທຳນອງດຽວກັນ. ແລະ ຈາກປະເດັນນີ້ ຄືດຳລັດຂອງອັລລໍຫ໌ ຜູ້ຊົງສູງສົ່ງ ໃນເລື່ອງລາວຂອງທ່ານນະບີມູຊາ ອະໄລຮິສ ຊໍລາຕຸ ວັສສະລາມ ທີ່ວ່າ:
﴿...فَاسْتَغَاثَهُ الَّذِي مِنْ شِيعَتِهِ عَلَى الَّذِي مِنْ عَدُوِّهِ...﴾
(...ດັ່ງນັ້ນ ຜູ້ທີ່ຢູ່ຝ່າຍລາວຈຶ່ງໄດ້ຂໍຄວາມຊ່ວຍເຫລືອຈາກລາວ ເພື່ອຕ້ານກັບຜູ້ທີ່ຢູ່ຝ່າຍສັດຕູຂອງລາວ...)
[ສຸເຣາະຫ໌ ອັລກໍສໍສ : 15].
ສ່ວນການຂໍຄວາມຊ່ວຍເຫລືອຈາກຄົນຕາຍ, ຈິນ ແລະ ມະລາອີກະຫ໌, ກົ້ກໄມ້ ແລະ ຫີນນັ້ນ: ຖືເປັນຊິຣິກໃຫຍ່, ແລະ ມັນເປັນການກະທຳປະເພດດຽວກັນກັບທີ່ບັນດາຜູ້ຕັ້ງພາຄີໃນຍຸກກ່ອນໄດ້ກະທຳກັບພະເຈົ້າຂອງພວກເຂົາ; ເຊັ່ນ ອັລ-ອຸຊຊາ ແລະ ອັລ-ລາຕ ແລະອື່ນໆ. ແລະ ເຊັ່ນດຽວກັນ, ການຂໍຄວາມຊ່ວຍເຫລືອຈາກຄົນທີ່ຍັງມີຊີວິດຢູ່ ທີ່ຖືກເຊື່ອວ່າເປັນວະລີ ໃນສິ່ງທີ່ບໍ່ມີໃຜສາມາດເຮັດໄດ້ນອກຈາກອັລລໍຫ໌; ເຊັ່ນ ການເຮັດໃຫ້ຄົນປ່ວຍຫາຍດີ, ການຊີ້ນຳຫົວໃຈ, ການເຂົ້າສະຫວັນ, ແລະ ການລອດພົ້ນຈາກໄຟນະລົກ, ແລະ ສິ່ງອື່ນໆ ທີ່ຄ້າຍຄືກັນນີ້.
ບັນດາອາຍາຕທີ່ໄດ້ກ່າວມາແລ້ວ ແລະ ທີ່ມີຄວາມໝາຍທຳນອງດຽວກັນຈາກບັນດາອາຍາຕ ແລະ ຫະດີສຕ່າງໆ: ລ້ວນແລ້ວແຕ່ບົ່ງຊີ້ເຖິງຄວາມຈຳເປັນທີ່ຕ້ອງມຸ້ງຈິດໃຈໄປຫາອັລລໍຫ໌ໃນທຸກໆເລື່ອງ ແລະ ມອບການເຄົາລົບພັກດີຕໍ່ພຣະອົງພຽງອົງດຽວເທົ່ານັ້ນ; ເພາະວ່າເຫຼົ່າບ່າວໄດ້ຖືກສ້າງຂຶ້ນມາເພື່ອຈຸດປະສົງນັ້ນ ແລະ ກໍໄດ້ຖືກບັນຊາດ້ວຍສິ່ງນັ້ນ -ດັ່ງທີ່ໄດ້ກ່າວໄວ້ໃນບັນດາອາຍາຕ- ແລະ ດັ່ງທີ່ພຣະອົງຊົງກ່າວວ່າ:
﴿وَاعْبُدُوا اللَّهَ وَلَا تُشْرِكُوا بِهِ شَيْئًا...﴾
(ແລະ ຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ແລະ ຢ່າໄດ້ນຳສິ່ງໃດຂຶ້ນມາເປັນພາຄິຮ່ວມກັບພຣະອົງ...) [ສູເຣາະຫ໌ ນິຊາ: 36] ແລະ ໃນໂອງການຂອງອັລລໍຫ໌ໄດ້ກ່າວວ່າ:
﴿وَمَا أُمِرُوا إِلَّا لِيَعْبُدُوا اللَّهَ مُخْلِصِينَ لَهُ الدِّينَ...﴾
(ເເລະ ພວກເຂົາບໍ່ໄດ້ຖືກບັນຊາໃຫ້ກະທຳອື່ນໃດ ນອກຈາກເພື່ອເຄົາລົບພັກດີຕໍ່ອັລລໍຫ໌ ເປັນຜູ້ມີເຈດຕະນາບໍລິສຸດໃນການພັກດີຕໍ່ພຣະອົງ...) [ສຸເຣາະຫ໌ ອັລໄບຍິນະຫ໌ : 5], ແລະ ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ໃນຫະດີຊຂອງທ່ານມຸອາຊ ຣໍດິຍັລລໍຮຸ ອັນຮຸ ວ່າ:
«حَقُّ اللهِ عَلَى العِبَادِ أَنْ يَعْبُدُوهُ وَلَا يُشْرِكُوا بِهِ شَيْئًا».
''ສິດທິຂອງອັລລໍຫ໌ອັນພຶ່ງມີຕໍ່ປວງບ່າວກໍ່ຄື ການທີ່ເຂົາເຫຼົ່ານັ້ນຕ້ອງເຄົາລົບພັກດີຕໍ່ພຣະອົງ ແລະ ບໍ່ນຳສິ່ງໃດຂຶ້ນມາເປັນພາຄິ (ກາບໄຫວ້) ຮ່ວມກັບພຣະອົງ''. ລາຍງານໂດຍທ່ານບຸກຄໍຣີ ແລະ ທ່ານມຸສລິມ. ດັ່ງທີທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ໃນຫະດິຊລາຍງານຈາກ ອິບນຸ ມັສອູດ ຣໍດິຍັລລໍຮຸ ອັນຮຸ ວ່າ:
«مَنْ مَاتَ وَهُوَ يَدْعُو لِلَّهِ نِدًّا؛ دَخَلَ النَّارَ».
"ຜູ້ໃດຕາຍໃນສະພາບທີ່ເຂົາວິງວອນຕໍ່ຜູ້ອື່ນເທົ່າທຽມກັບອັລລໍຫ໌ ເຂົາຕ້ອງຕົກນະລົກ" ບັນທຶກໂດຍ ອັລ-ບຸກຄໍຣີ. ແລະ ໃນບັນທຶກຂອງທ່ານອີຫມ່ຳທັ້ງສອງ ຈາກລາຍງານຫະດິຊຂອງທ່ານອິບນິ ອັບບາສ ຣໍດີຍັລລໍຮຸອັນຮຸມາ ແທ້ຈິງທ່ານນະບີ ﷺ ເມື່ອຕອນທີ່ໄດ້ສົ່ງທ່ານມຸອາຊໄປຍັງເຢເເມນ, ໄດ້ກ່າວແກ່ລາວວ່າ:
«إِنَّكَ تَأْتِي قَومًا أَهْلَ كِتَابٍ، فَلْيَكُنْ أَوَّلَ مَا تَدْعُوهُم إِلَيهِ شَهَادَةِ أَنْ لَا إِلهَ إِلَّا اللهُ».
«ແທ້ຈິງ ທ່ານກຳລັງຈະໄປຫາຊົນຊາດໜຶ່ງທີ່ເປັນຊາວຄຳພີ, ດັ່ງນັ້ນ ຈົ່ງໃຫ້ສິ່ງທຳອິດທີ່ທ່ານເຊີນຊວນພວກເຂົາໄປສູ່ນັ້ນ ແມ່ນການປະຕິຍານຕົນວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌». ແລະ ໃນລາຍງານຫະດິຊບົດ:
«اُدْعُهُمْ إِلَى شَهَادَةِ أَنْ لَا إِلهَ إِلَّا اللهُ وَأَنِّي رَسُولُ اللهِ».
«ຈົ່ງເຊີນຊວນພວກເຂົາສູ່ການກ່າວປະຕິຍານຕົນວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ຂ້ອຍເປັນຣໍສູລຂອງອັລລໍຫ໌» ແລະ ໃນລາຍງານໜຶ່ງຂອງອັລ-ບຸກຄໍຣີ:
«فَلْيَكُنْ أَوَّلَ مَا تَدْعُوهُم إِلَى أَنْ يُوَحِّدُوا اللهَ».
«ດັ່ງນັ້ນ ສິ່ງທຳອິດທີ່ທ່ານຈະຕ້ອງເຊີນຊວນພວກເຂົາໄປສູ່ນັ້ນ ຄືການໃຫ້ເອກະພາບແກ່ອັລລໍຫ໌» ໃນຕຳລາຫະດິຊ ສໍເຮັຍຫ໌ຂອງມຸສລິມເຊິ່ງເປັນລາຍງານຈາກທ່ານຕໍຣິກ ບິນ ອັຊຍັມ ອັລ-ອັຊຈະອີ ຣໍດີຍັລລໍຮຸ ອັນຮຸ ມີວ່າ ທ່ານນະບີ ﷺ ກ່າວວ່າ:
«مَنْ قَالَ: لَا إِلهَ إِلَّا اللهُ، وَكَفَرَ بِمَا يُعْبَدُ مِن دُونِ اللهِ؛ حَرُمَ مَالُهُ وُدَمُهُ، وَحِسَابُهُ عَلَى اللهِ جَلَّ جَلَالُهُ».
“ຜູ້ໃດທີ່ກ່າວວ່າ: ລາອິລາຮະ ອິລລັລລໍຮ໌, ແລະ ໄດ້ປະຕິເສດທຸກສັບພະສິ່ງທີ່ຖືກເຄົາລົບສັກກາລະອື່ນຈາກອັລລໍຫ໌; ຊັບສົມບັດ ແລະ ເລືອດເນື້ອຂອງລາວກໍເປັນທີ່ຕ້ອງຫ້າມ, ແລະ ການຊຳລະບັນຊີຂອງລາວກໍເປັນໜ້າທີ່ຂອງອັລລໍຫ໌ ຜູ້ຊົງຍິ່ງໃຫຍ່.” ແລະ ຫະດິຊຕ່າງ ໆ ທີ່ມີຄວາມໝາຍທຳນອງນີ້ມີຢູ່ຫຼວງຫລາຍ.
ແລະ ເຕົາຮີດນີ້ຄືຮາກເຫງົ້າຂອງສາສະໜາອິສລາມ, ເປັນພື້ນຖານຂອງສາສະໜາ, ເປັນແກ່ນສານຂອງເລື່ອງທັງປວງ ແລະ ເປັນພັນທະກິດທີ່ສຳຄັນທີ່ສຸດ, ພ້ອມທັງເປັນວິທະຍາປັນຍາໃນການສ້າງມະນຸດ ແລະ ຈິນ, ແລະ ໃນການສົ່ງບັນດາສາສະນະທູດທັງໝົດ, ດັ່ງທີ່ບັນດາອາຍະກ່ອນຫນ້ານີ້ໄດ້ຊີ້ແຈງໄວ້, ເຊິ່ງຫນຶ່ງໃນນັ້ນກໍຄືຄຳດຳລັດຂອງພຣະອົງ ຜູ້ຊົງມະຫາບໍລິສຸດ ທີ່ວ່າ:
﴿وَمَا خَلَقْتُ الْجِنَّ وَالْإِنْسَ إِلَّا لِيَعْبُدُونِ56﴾
(ແລະ ຂ້າບໍ່ໄດ້ສ້າງຈິນ(ຜີ) ແລະ ມະນຸດ ມາເພື່ອຈຸດປະສົງອື່ນໃດ ເວັ້ນແຕ່ການກາບໄຫວ້ເຄົາລົບພັກດີຕໍ່ຂ້າ) [ຊູເຣາະຫ໌ ອັຊສາຣິຍາຕ : 56], ແລະ ຈາກຫຼັກຖານດັງກ່າວອີກປະການໜຶ່ງຄື: ຄຳກ່າວຂອງພຣະອົງຜຼ້ຊົງສູງສົງ:
﴿وَلَقَدْ بَعَثْنَا فِي كُلِّ أُمَّةٍ رَسُولًا أَنِ اعْبُدُوا اللَّهَ وَاجْتَنِبُوا الطَّاغُوتَ...﴾
(ແລະໂດຍແນ່ນອນ ເຮົາໄດ້ແຕ່ຕັ້ງຣໍຊູລມາໄປຍັງແຕ່ລະປະຊາຊາດ (ໂດຍຣໍຊູລຈະກ່າວແກ່ປະຊາຊາດນັ້ນ ໆ ວ່າ) ພວກທ່ານຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ແລະ ຈົງຫຼີກຫນີ ອອກຫ່າງຈາກພວກຕໍກຼູດຮູບປັ້ນ(ຈະເວັດ)...) (ອັນ-ນະຫ໌ລຸ : 36), ແລະ ດຳລັດຂອງພຣະອົງ ຜູ້ຊົງມະຫາບໍລິສຸດ ແລະ ສູງສົ່ງ ທີ່ວ່າ:
﴿وَمَا أَرْسَلْنَا مِنْ قَبْلِكَ مِنْ رَسُولٍ إِلَّا نُوحِي إِلَيْهِ أَنَّهُ لَا إِلَهَ إِلَّا أَنَا فَاعْبُدُونِ25﴾
(ແລະ ເຮົາບໍ່ໄດ້ສົ່ງຣໍຊູລຄົນໃດມາກ່ອນຫນ້າເຈົ້າ ຍົກເວັ້ນແຕ່ເຮົາໄດ້ວະຮີໃຫ້ເແກ່ເຂົາວ່າ ແທ້ຈິງ ບໍ່ມີພຣະເຈົ້າອື່ນໃດທີ່ແທ້ຈິງນອກຈາກຂ້າ ດັງນັ້ນພວກເຈົ້າຈົ່ງເຄົາລົບພັກດີຕໍ່ຂ້າ) [ ອັລ-ອຳບີຍາ : 25] ຊົງດຳລັດກ່ຽວກັບບັນດານາບີ ນູຫ໌, ຮູດ, ຊໍລິຫ໌ ແລະ ຊຸໄອບ໌ ອາໄລຮິ ມຸສສະລາມ, ເຊິ່ງພວກເພິ່ນໄດ້ກ່າວແກ່ປະຊາຊາດຂອງພວກເພິ່ນວ່າ:
﴿...اعْبُدُوا اللَّهَ مَا لَكُمْ مِنْ إِلَهٍ غَيْرُهُ...﴾
(...ຈົງເຄົາລົບພັກດີຕໍ່ອັລລໍຫ໌ເຖີດ ບໍ່ມີຜູ້ຄູ່ຄວນໄດ້ຮັບການເຄົາລົບອື່ນໃດນອກຈາກພຣະອົງ...) [ຊູເຣາະຫ໌ ອັລ-ອະຣໍຟ : 59], ແລະ ນີ້ຄືການເຊີນຊວນຂອງບັນດາສາສະນະທູດທັງໝົດ, ດັ່ງທີ່ສອງອາຍະຫ໌ກ່ອນໜ້ານີ້ໄດ້ຊີ້ບອກໄວ້, ແລະ ແມ້ແຕ່ບັນດາສັດຕູຂອງສາສະນະທູດກໍໄດ້ຍອມຮັບວ່າ ບັນດາສາສະນະທູດໄດ້ສັ່ງໃຊ້ພວກເຂົາໃຫ້ເອກະພາບແກ່ອັລລໍຫ໌ໃນການເຄົາລົບບູຊາ ແລະ ໃຫ້ລະຖິ້ມບັນດາສິ່ງທີ່ຖືກກราบໄຫວ້ອື່ນໆນອກເໜືອຈາກພຣະອົງ, ດັ່ງທີ່ອັລລໍຫ໌ ໄດ້ດຳລັດໄວ້ໃນເລື່ອງລາວຂອງຊົນຊາດອາດ, ວ່າພວກເຂົາໄດ້ກ່າວຕໍ່ນະບີຮູດ ວ່າ:
﴿...أَجِئْتَنَا لِنَعْبُدَ اللَّهَ وَحْدَهُ وَنَذَرَ مَا كَانَ يَعْبُدُ آبَاؤُنَا...﴾
(...ເພື່ອໃຫ້ພວກເຮົາເຄົາລົບພັກດີຕໍ່ອັລລໍຫ໌ພຽງອົງດຽວ ແລະ ປະລະສິ່ງທີ່ບັນພະບຸລຸດຂອງພວກເຮົາເຄີຍເຄົາລົບພັກດີ...) [ສູເຣາະຫ໌ ອັລ-ອະຣໍຟ : 70], ແລະ ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ກ່າວກ່ຽວກັບຊາວກຸໄຣຊ໌ ເມື່ອທ່ານນະບີມຸຮຳມັດ ﷺ ຂອງພວກເຮົາໄດ້ເຊີນຊວນພວກເຂົາໄປສູ່ການອຸທິດການເຄົາລົບພັກດີຕໍ່ອັລລໍຫ໌ພຽງພຣະອົງດຽວ, ແລະໃຫ້ລະຖິ້ມສິ່ງທີ່ພວກເຂົາເຄົາລົບພັກດີອື່ນຈາກພຣະອົງ ເຊັ່ນ ບັນດາມະລາອີກະຫ໌, ບັນດາວະລີຍ໌, ບັນດາຮູບປັ້ນ, ບັນດາຕົ້ນໄມ້, ແລະອື່ນໆ ຈາກນັ້ນ:
﴿أَجَعَلَ الْآلِهَةَ إِلَهًا وَاحِدًا إِنَّ هَذَا لَشَيْءٌ عُجَابٌ5﴾
(ຄົນປະຕິເສດເຫລົ່ານັ້ນກ່າວວ່າ) ເຂົາ (ມຸຮຳມັດ) ໄດ້ເຮັດໃຫ້ພຣະເຈົ້າຫຼາຍອົງເປັນພຣະເຈົ້າອົງດຽວແນວນັ້ນບໍ່? ແທ້ຈິງນີ້ເປັນສິ່ງທີ່ແປກປະຫຼາດແທ້ ໆ ) (ສອດ : 5). ແລະ ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຕຣັດກ່ຽວກັບພວກເຂົາວ່າ:
﴿إِنَّهُمْ كَانُوا إِذَا قِيلَ لَهُمْ لَا إِلَهَ إِلَّا اللَّهُ يَسْتَكْبِرُونَ35 وَيَقُولُونَ أَئِنَّا لَتَارِكُوٓاْ ءَالِهَتِنَا لِشَاعِرٖ مَّجۡنُونِۭ36﴾
(ແທ້ຈິງພວກເຂົາ ເມື່ອໄດ້ຖືກກ່າວແກ່ພວກເຂົາວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ພວກເຂົາກໍສະແດງຄວາມເຍີ່ຍຍິ່ງ)
(ແລະພວກເຂົາກ່າວວ່າ ແທ້ຈິງພວກເຮົາຈະລະທິ້ງບັນດາພະເຈົ້າຂອງພວກເຮົາ ເພາະນັກກະວີຄົນບ້າຄົນໜຶ່ງດອກຫລື) [ສູເຣາະຫ໌ ສໍຟຟາດ : 35- 36], ແລະໂອງການຕ່າງ ໆ ທີ່ມີຄວາມໝາຍທຳນອງນີ້ກໍມີຢູ່ຫຼວງຫຼາຍ.
ຈາກສິ່ງທີ່ພວກເຮົາໄດ້ກ່າວມາຂ້າງຕົ້ນ ຈາກບັນດາອາຍາຕ ແລະ ຫະດີສ: ເຮັດໃຫ້ທ່ານເຫັນໄດ້ຢ່າງແຈ່ມແຈ້ງວ່າ - ຂໍອັລລໍຫ໌ຊົງໂປດປະທານຄວາມສຳເລັດໃຫ້ແກ່ຂ້າພະເຈົ້າ ແລະ ທ່ານ ໃນການທຳຄວາມເຂົ້າໃຈສາສະໜາ ແລະ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນສິດທິຂອງພຣະຜູ້ອະພິບານແຫ່ງສາກົນໂລກ - ການວິງວອນຂໍ ແລະ ການຂໍຄວາມຊ່ວຍເຫລືອໃນຮູບແບບຕ່າງໆເຫຼົ່ານີ້ - ທີ່ທ່ານໄດ້ຊີ້ແຈງໄວ້ໃນຄຳຖາມຂອງທ່ານ - ທັງໝົດລ້ວນເປັນຮູບແບບໜຶ່ງຂອງຊິຣິກໃຫຍ່; ເພາະມັນເປັນການເຄົາລົບບູຊາຕໍ່ສິ່ງອື່ນນອກເໜືອຈາກອັລລໍຫ໌, ແລະ ເປັນການຮຽກຮ້ອງຂໍໃນສິ່ງທີ່ບໍ່ມີຜູ້ໃດມີຄວາມສາມາດໃຫ້ໄດ້ນອກເໜືອຈາກພຣະອົງ, ຈາກຄົນຕາຍ ແລະ ບັນດາຜູ້ທີ່ຫ່າງໄກ, ແລະ ການກະທຳດັ່ງກ່າວນີ້ຖືວ່າຮ້າຍແຮງກວ່າການຕັ້ງພາຄີຂອງຄົນໃນຍຸກກ່ອນໆ; ເພາະວ່າຄົນໃນຍຸກກ່ອນນັ້ນ ພວກເຂົາຈະຕັ້ງພາຄີກໍຕໍ່ເມື່ອໃນຍາມທີ່ພວກເຂົາສຸກສະບາຍເທົ່ານັ້ນ. ສ່ວນວ່າໃນສະຖານະການທີ່ຫຍຸ້ງຍາກລຳບາກ, ພວກເຂົາກໍຈະບໍລິສຸດໃຈໃນການເຄົາລົບພັກດີຕໍ່ອັລລໍຫ໌; ເພາະວ່າພວກເຂົາຮູ້ດີວ່າ ພຣະອົງເທົ່ານັ້ນທີ່ຊົງສາມາດຊ່ວຍພວກເຂົາໃຫ້ພົ້ນຈາກຄວາມຍາກລຳບາກນັ້ນໄດ້, ດັ່ງທີ່ພຣະອົງຊົງຕຣັດໄວ້ໃນຄຳພີອັນຊັດແຈ້ງຂອງພຣະອົງ ກ່ຽວກັບບັນດາຜູ້ຕັ້ງພາກີເຫຼົ່ານັ້ນວ່າ:
﴿فَإِذَا رَكِبُواْ فِي ٱلۡفُلۡكِ دَعَوُاْ ٱللَّهَ مُخۡلِصِينَ لَهُ ٱلدِّينَ فَلَمَّا نَجَّىٰهُمۡ إِلَى ٱلۡبَرِّ إِذَا هُمۡ يُشۡرِكُونَ65﴾
(ດັງນັ້ນ ເມື່ອພວກເຂົາໂດຍສານເຮືອ ພວກເຂົາຈະຂໍວິງວອນຕໍ່ອັລລໍຫ໌ໃນຖານະຜູ້ບໍລິສຸດໃຈ ມອບການເຄົາລົບພັກດີຕໍ່ພຣະອົງ ແຕ່ເມື່ອພຣະອົງໄດ້ຊ່ວຍພວກເຂົາໃຫ້ຂື້ນເທິງບົກປອດໄພເເລ້ວ ເມື່ອນັ້ນພວກເຂົາກໍ່ຕັ້ງພາຄີຕໍ່ພຣະອົງ) (ອັລ-ອັນກະບູດ : 65), ແລະ ພຣະອົງຜູ້ຊົງມະຫາບໍລິສຸດ ສູງສົ່ງຍິ່ງ ໄດ້ຕຣັດແກ່ພວກເຂົາໃນອາຍະຫ໌ ອື່ນອີກວ່າ:
﴿وَإِذَا مَسَّكُمُ ٱلضُّرُّ فِي ٱلۡبَحۡرِ ضَلَّ مَن تَدۡعُونَ إِلَّآ إِيَّاهُۖ فَلَمَّا نَجَّىٰكُمۡ إِلَى ٱلۡبَرِّ أَعۡرَضۡتُمۡۚ وَكَانَ ٱلۡإِنسَٰنُ كَفُورًا67﴾
(ແລະ ເມື່ອຄວາມທຸກເຄາະຮ້າຍປະສົບແກ່ພວກເຈົ້າໃນທະເລ, ບັນດາສິ່ງທີ່ພວກເຈົ້າວິງວອນຂໍກໍໄດ້ສູນຫາຍໄປ ເວັ້ນໄວ້ແຕ່ພຣະອົງເທົ່ານັ້ນ. ແຕ່ເມື່ອພຣະອົງໄດ້ຊ່ວຍພວກເຈົ້າໃຫ້ຂື້ນເທິງບົກປອດໄພແລ້ວ, ພວກເຈົ້າກໍພາກັນຜິນຫລັງໃຫ້. ແລະມະນຸດນັ້ນເປັນຜູ້ເນລະຄຸນຍິ່ງ) [ສູເຣາະຫ໌ ອິສຣໍອຼ: 67].
ດັ່ງນັ້ນ ຖ້າຫາກຜູ້ກ່າວຄົນໜຶ່ງຈາກພວກມຸຊຣີກີນ (ຜູ້ຕັ້ງພາຄີ) ໃນສະໄໝຫຼັງ ໆ ເຫຼົ່ານີ້ ໄດ້ກ່າວວ່າ: ແທ້ຈິງເຮົາບໍ່ໄດ້ມີເຈດຕະນາວ່າ ພວກເຂົາເຫຼົ່ານັ້ນຈະໃຫ້ຄຸນປະໂຫຍດດ້ວຍຕົວຂອງພວກເຂົາເອງ, ແລະ ປິ່ນປົວຄົນປ່ວຍຂອງພວກເຮົາດ້ວຍຕົວຂອງພວກເຂົາເອງ, ຫຼື ໃຫ້ປະໂຫຍດແກ່ພວກເຮົາດ້ວຍຕົວຂອງພວກເຂົາເອງ, ຫຼື ໃຫ້ໂທດແກ່ພວກເຮົາດ້ວຍຕົວຂອງພວກເຂົາເອງ, ຫາກແຕ່ວ່າເຮົາພຽງແຕ່ຕ້ອງການການຂໍຄວາມຊ່ວຍເຫຼືອຂອງພວກເຂົາຕໍ່ອັລລໍຫ໌ໃນເລື່ອງດັ່ງກ່າວ?
ຄຳຕອບກໍຄື: ໃຫ້ກ່າວຕໍ່ເຂົາວ່າ: ແທ້ຈິງແລ້ວ ນີ້ແມ່ນຈຸດປະສົງ ແລະ ຄວາມຕ້ອງການຂອງພວກກຸຟຟາຣໃນຍຸກທຳອິດ, ແລະ ຄວາມຕ້ອງການຂອງພວກເຂົາບໍ່ແມ່ນວ່າບັນດາພຣະເຈົ້າຂອງພວກເຂົາເປັນຜູ້ສ້າງ ຫຼື ເປັນຜູ້ໃຫ້ປັດໄຈຍັງຊີບ, ຫຼື ໃຫ້ຄຸນປະໂຫຍດ ແລະ ໃຫ້ໂທດດ້ວຍຕົວຂອງພວກມັນເອງ, ເພາະສິ່ງດັ່ງກ່າວນັ້ນຖືກເຮັດໃຫ້ເປັນໂມຄະໂດຍສິ່ງທີ່ອັລລໍຫ໌ໄດ້ກ່າວເຖິງພວກເຂົາໄວ້ໃນອັລກຸຣອານ, ແລະ ພວກເຂົາພຽງຕ້ອງການການຂໍໄຖ່ໂທດ ແລະ ຖານະຂອງພວກມັນ ເພື່ອທີ່ຈະເຮັດໃຫ້ພວກເຂົາເຂົ້າໃກ້ຊິດກັບອັລລໍຫ໌ຫຼາຍຍິ່ງຂຶ້ນ, ດັ່ງທີ່ພຣະອົງ ຜູ້ຊົງສູງສົ່ງ ໄດ້ກ່າວໄວ້ວ່າ:
﴿وَيَعۡبُدُونَ مِن دُونِ ٱللَّهِ مَا لَا يَضُرُّهُمۡ وَلَا يَنفَعُهُمۡ وَيَقُولُونَ هَٰٓؤُلَآءِ شُفَعَٰٓؤُنَا عِندَ ٱللَّهِ...﴾
(ແລະ ເຂົາເຫລົ່ານັ້ນໄດ້ເຄົາລົບພັກດີສິ່ງອື່ນຈາກອັລລໍຫ໌ ເຊິ່ງບໍ່ໄດ້ໃຫ້ໂທດແກ່ພວກເຂົາ ແລະ ບໍ່ໄດ້ໃຫ້ປະໂຫຍດແກ່ພວກເຂົາ ແລະ ພວກເຂົາຈະກ່າວວ່າ ພວກເຫຼົ່ານີ້ແຫລະ ຄືຜູ້ຊ່ວຍເຫຼືອເຮົາ ນະ ທີ່ອັລລໍຫ໌...) [ສູເຣາະຫ໌ ຍູນຸສ : 18], ອັລລໍຫ໌ຈຶ່ງໄດ້ຕອບໂຕ້ພວກເຂົາໃນເລື່ອງນັ້ນ ດ້ວຍພຣະດຳລັດວ່າ:
﴿...قُلۡ أَتُنَبِّـُٔونَ ٱللَّهَ بِمَا لَا يَعۡلَمُ فِي ٱلسَّمَٰوَٰتِ وَلَا فِي ٱلۡأَرۡضِۚ سُبۡحَٰنَهُۥ وَتَعَٰلَىٰ عَمَّا يُشۡرِكُونَ﴾
(ຈົ່ງກ່າວເຖິດ (ມຸຮຳມັດ) ພວກເຈົ້າຈະບອກອັລເລາະຮ໌ເຖິງສິ່ງທີ່(ພວກເຂົ້າໃຈວ່າ) ພຣະອົງບໍ່ຊົງຮັບຮູ້ໃນບັນດາຊັ້ນຟ້າ ເເລະ ເເຜ່ນດິນເເນວນັ້ນບໍ່? ພຣະອົງຊົງມະຫາບໍລິສຸດ ເເລະ ຊົງສູງສົ່ງ ເໜື່ອສິ່ງທີ່ພວກເຂົາຕັ້ງພາຄີຂື້ນ)
[ສູເຣາະຫ໌ ຍູນຸສ: 18], ດັ່ງນັ້ນ ພຣະອົງຜູ້ຊົງສູງສົ່ງໄດ້ຊີ້ແຈງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ບໍ່ມີຜູ້ໄກ່ເກ່ຍຄົນໃດຢູ່ກັບພຣະອົງ ທັ້ງໃນບັນດາຊັ້ນຟ້າ ແລະ ໃນແຜ່ນດິນ ຕາມທີ່ບັນດາຜູ້ຕັ້ງພາຄີໄດ້ຕັ້ງໃຈເອົາໄວ້, ແລະ ສິ່ງໃດກໍຕາມທີ່ບໍ່ຢູ່ໃນຄວາມຮູ້ຂອງອັລລໍຫ໌ ສິ່ງນັ້ນກໍບໍ່ມີຢູ່ຈິງ; ເພາະວ່າ ແທ້ຈິງແລ້ວ ບໍ່ມີສິ່ງໃດສາມາດຊ່ອນເລັ້ນຈາກພຣະອົງໄດ້. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿تَنزِيلُ ٱلۡكِتَٰبِ مِنَ ٱللَّهِ ٱلۡعَزِيزِ ٱلۡحَكِيمِ 1 إِنَّآ أَنزَلۡنَآ إِلَيۡكَ ٱلۡكِتَٰبَ بِٱلۡحَقِّ فَٱعۡبُدِ ٱللَّهَ مُخۡلِصٗا لَّهُ ٱلدِّينَ2 أَلَا لِلَّهِ ٱلدِّينُ ٱلۡخَالِصُۚ وَٱلَّذِينَ ٱتَّخَذُواْ مِن دُونِهِۦٓ أَوۡلِيَآءَ مَا نَعۡبُدُهُمۡ إِلَّا لِيُقَرِّبُونَآ إِلَى ٱللَّهِ زُلۡفَىٰٓ إِنَّ ٱللَّهَ يَحۡكُمُ بَيۡنَهُمۡ فِي مَا هُمۡ فِيهِ يَخۡتَلِفُونَۗ إِنَّ ٱللَّهَ لَا يَهۡدِي مَنۡ هُوَ كَٰذِبٞ كَفَّارٞ3﴾
(ນີ້ຄື ການປະທານລົງມາຂອງຄຳພີ ຈາກອັລລໍຫ໌ ຜູ້ຊົງເດຊານຸພາບ ພຣະຜູ້ຊົງສະຫຼາດຫຼັກແຫລມ )
(ແທ້ຈິງ ເຮົາໄດ້ປະທານຄຳພີແກ່ເຈົ້າ ດ້ວຍຄວາມຈິງ, ດັ່ງນັ້ນ ເຈົ້າຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ໂດຍເປັນຜູ້ຖະວາຍການເຄົາລົບຢ່າງບໍລິສຸດແດ່ພຣະອົງ (ພຽງອົງດຽວເທົ່ານັ້ນ).
(ຈົ່ງຮູ້ໄວ້ເຖີດວ່າ ສຳຫຼັບອັລລໍຫ໌ແລ້ວ (ບໍ່ມີພາຄີໃດ ໆ ອີກນອກຈາກ) ການເຄົາລົບພັກດີທີ່ຜ່ອງແຜ້ວບໍລິສຸດ ແລະ ບັນດາຜູ້ທີ່ຍຶດຖືສິ່ງອື່ນຈາກອັລລໍຫ໌ໃຫ້ເປັນວະລີຍ໌ (ຜູ້ຄຸ້ມຄອງ) ເພື່ອເຄົາລົບພັກດີ (ພວກເຂົາຈະກ່າວວ່າ) ເຮົາບໍ່ໄດ້ເຄົາລົບພັກດີພວກເຂົາເຫລົ່ານັ້ນ ເວັ້ນເເຕ່ເພື່ອເຂົາເຫລົ່ານັ້ນຈະເຮັດໃຫ້ເຮົາໃກ້ຊິດຕໍ່ອັລລໍຫ໌ ເເທ້ຈິງອັລລໍຫ໌ ຈະຊົງຈະຕັດສິນພວກເຂົາໃນສິ່ງທີ່ພວກເຂົາຂັດເເຍ້ງກັນໃນເລື່ອງນັ້ນ ເເທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງເເກ່ຜູ້ກ່າວເທັດ(ຄົນຂີ້ຕົວະ) ຜູ້ບໍ່ສຳນຶກບຸນຄຸນປະຕິເສດ) [ສູເຣາະຫ໌ ອັຊຊຸມັຣ: 1-3].
ແລະ ຄວາມຫມາຍຂອງສາສະໜາໃນທີ່ນີ້ແມ່ນ: ການອິບາດະຫ໌, ເຊິ່ງກໍຄື: ການເຊື່ອຟັງອັລລໍຫ໌ ແລະ ການເຊື່ອຟັງຣໍຊູລຂອງພຣະອົງ -ດັ່ງທີ່ໄດ້ກ່າວມາກ່ອນຫນ້ານີ້-, ແລະ ໃນນັ້ນລວມມີ: ການຂໍວິງວອນ, ການຂໍຄວາມຊ່ວຍເຫລືອ, ຄວາມຢ້ານກົວ, ຄວາມຫວັງ, ການເຊືອດສັດ ແລະ ການບົນບານ, ເຊັ່ນດຽວກັບການລະຫມາດ, ການຖືສິນອົດ ແລະ ອື່ນໆ ຈາກສິ່ງທີ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງໄດ້ບັນຊາໄວ້. ດັ່ງນັ້ນ ພຣະອົງຈຶ່ງໄດ້ຊົງຊີ້ແຈ້ງວ່າ ການເຄົາລົບບູຊານັ້ນແມ່ນເພື່ອພຣະອົງພຽງຜູ້ດຽວ, ແລະ ມັນເປັນຫນ້າທີ່ຂອງປວງບ່າວທີ່ຈະຕ້ອງມີຄວາມບໍລິສຸດໃຈຕໍ່ພຣະອົງ; ເພາະວ່າພຣະບັນຊາຂອງພຣະອົງຕໍ່ທ່ານນະບີ ﷺ ທີ່ໃຫ້ມີຄວາມບໍລິສຸດໃຈໃນການເຄົາລົບບູຊານັ້ນ, ກໍເປັນພຣະບັນຊາສຳລັບປະຊາຊາດນີ້ທັງໝົດ.
ຫຼັງຈາກນັ້ນ ອັລລໍຫ໌ ໄດ້ຊີ້ແຈງກ່ຽວກັບພວກປະຕິເສດສັດທາ ຈຶ່ງໄດ້ກ່າວວ່າ:
﴿...وَٱلَّذِينَ ٱتَّخَذُواْ مِن دُونِهِۦٓ أَوۡلِيَآءَ مَا نَعۡبُدُهُمۡ إِلَّا لِيُقَرِّبُونَآ إِلَى ٱللَّهِ زُلۡفَىٰٓ...﴾
(ແລະ ບັນດາຜູ້ທີ່ຍຶດຖືສິ່ງອື່ນຈາກອັລລໍຫ໌ໃຫ້ເປັນວະລີຍ໌ (ຜູ້ຄຸ້ມຄອງ) ເພື່ອເຄົາລົບພັກດີ (ພວກເຂົາຈະກ່າວວ່າ) ເຮົາບໍ່ໄດ້ເຄົາລົບພັກດີພວກເຂົາເຫລົ່ານັ້ນ ເວັ້ນເເຕ່ເພື່ອເຂົາເຫລົ່ານັ້ນຈະເຮັດໃຫ້ເຮົາໃກ້ຊິດຕໍ່ອັລລໍຫ໌) (ອັຊ-ຊຸມັຣ : 3). ອັລລໍຫ໌ຈຶ່ງໄດ້ຕອບໂຕ້ພວກເຂົາ ດ້ວຍພຣະດຳລັດວ່າ:
﴿...إِنَّ ٱللَّهَ يَحۡكُمُ بَيۡنَهُمۡ فِي مَا هُمۡ فِيهِ يَخۡتَلِفُونَۗ إِنَّ ٱللَّهَ لَا يَهۡدِي مَنۡ هُوَ كَٰذِبٞ كَفَّارٞ﴾
(ເເທ້ຈິງອັລລໍຫ໌ ຈະຊົງຈະຕັດສິນພວກເຂົາໃນສິ່ງທີ່ພວກເຂົາຂັດເເຍ້ງກັນໃນເລື່ອງນັ້ນ ເເທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງເເກ່ຜູ້ກ່າວເທັດ(ຄົນຂີ້ຕົວະ) ຜູ້ບໍ່ສຳນຶກບຸນຄຸນປະຕິເສດ) [ສູເຣາະຫ໌ ອັຊຊຸມັຣ: 3], ດັ່ງນັ້ນ ອັລລໍຫ໌ໄດ້ຊົງແຈ້ງໄວ້ໃນອາຍະຫ໌ອັນຊົງກຽດນີ້ວ່າ: ບັນດາຜູ້ປະຕິເສດສັດທາບໍ່ໄດ້ເຄົາລົບພັກດີບັນດາວະລີຍ໌ອື່ນຈາກພຣະອົງ ເວັ້ນແຕ່ເພື່ອໃຫ້ຄົນເຫຼົ່ານັ້ນ ເຮັດໃຫ້ພວກເຂົາໃກ້ຊິດຕໍ່ອັລລໍຫ໌; ແລະ ນີ້ຄືຈຸດປະສົງຂອງບັນດາຜູ້ປະຕິເສດສັດທາທັງໃນອະດີດ ແລະ ປັດຈຸບັນ, ແລະ ອັລລໍຫ໌ໄດ້ຊົງລົບລ້າງສິ່ງດັ່ງກ່າວນັ້ນ ດັ່ງທີ່ພຣະອົງໄດ້ກ່າວວ່າ:
﴿...إِنَّ ٱللَّهَ يَحۡكُمُ بَيۡنَهُمۡ فِي مَا هُمۡ فِيهِ يَخۡتَلِفُونَۗ إِنَّ ٱللَّهَ لَا يَهۡدِي مَنۡ هُوَ كَٰذِبٞ كَفَّارٞ﴾
(...ແທ້ຈິງອັລລໍຫ໌ ຈະຊົງຕັດສິນພວກເຂົາໃນສິ່ງທີ່ພວກເຂົາຂັດແຍ້ງກັນໃນເລື່ອງນັ້ນ ແທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງແກ່ຜູ້ກ່າວເທັດ (ຄົນຂີ້ຕົວະ) ຜູ້ບໍ່ສຳນຶກບຸນຄຸນປະຕິເສດ) [ສູເຣາະຫ໌ ອັຊຊຸມັຣ: 3], ດັ່ງນັ້ນ ພຣະອົງອັລລໍຫ໌ ໄດ້ຊົງຊີ້ແຈງຢ່າງຊັດເຈນເຖິງການກ່າວອ້າງທີ່ເປັນເທັດຂອງພວກເຂົາ ທີ່ວ່າພຣະເຈົ້າຂອງພວກເຂົາຈະເຮັດໃຫ້ພວກເຂົາໃກ້ຊິດກັບອັລລໍຫ໌ຫຼາຍຍິ່ງຂຶ້ນ, ແລະ ຊີ້ແຈງເຖິງການກຸຟຣ (ການປະຕິເສດ) ຂອງພວກເຂົາໃນການທີ່ພວກເຂົາຫັນເຫການເຄົາລົບພັກດີໄປສູ່ສິ່ງເຫຼົ່ານັ້ນ, ດ້ວຍເຫດນີ້ ທຸກຄົນທີ່ມີຄວາມສາມາດໃນການໄຕຕຣອງແຍກພຽງເລັກນ້ອຍກໍ່ຍ່ອມຊາບດີວ່າ ແທ້ຈິງແລ້ວການກຸຟຣຂອງບັນດາຜູ້ປະຕິເສດໃນຍຸກທຳອິດນັ້ນ ແມ່ນເກີດຈາກການທີ່ພວກເຂົາໄດ້ຍຶດຖືເອົາບັນດານະບີ, ບັນດາຄົນດີ, ຕົ້ນໄມ້ ແລະ ຫີນຜາ ແລະ ສິ່ງຖືກສ້າງອື່ນໆ; ເພື່ອເປັນຜູ້ໄກ່ເກ່ຍລະຫວ່າງພວກເຂົາກັບອັລລໍຫ໌, ແລະ ຄວາມເຊື່ອຂອງພວກເຂົາທີ່ວ່າ ພວກເຫຼົ່ານັ້ນຕອບສະໜອງຄວາມຕ້ອງການຂອງພວກເຂົາ ໂດຍປາສະຈາກການອະນຸຍາດ ແລະ ຄວາມພໍພຣະໄທຂອງພຣະອົງ, ດັ່ງທີ່ບັນດາລັດຖະມົນຕີທູນຂໍແທນຕໍ່ບັນດາກະສັດ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ປຽບທຽບພຣະອົງ ກັບບັນດາກະສັດ ແລະ ຜູ້ນຳທັງຫລາຍ. ພວກເຂົາກ່າວວ່າ: ເໝືອນດັ່ງບຸກຄົນທີ່ມີຄວາມຕ້ອງການຈາກກະສັດ ຫຼືຜູ້ນຳ ຍ່ອມຕ້ອງຂໍຜ່ານຄົນໃກ້ຊິດ ແລະ ທີ່ປຶກສາຂອງພວກເຂົາ, ພວກເຮົາກໍເຊັ່ນກັນ ທີ່ເຂົ້າໃກ້ອັລລໍຫ໌ດ້ວຍການເຄົາລົບບູຊາບັນດານະບີ ແລະ ຜູ້ເປັນທີ່ຮັກຂອງພຣະອົງ. ແລະນີ້ຄືຄວາມເຊື່ອທີ່ລົ້ມເຫລວ ແລະ ບໍ່ເປັນຈິງທີ່ສຸດ; ເພາະວ່າພຣະອົງນັ້ນບໍ່ມີສິ່ງໃດທຽບເໝືອນ, ແລະ ບໍ່ສາມາດນຳໄປປຽບທຽບກັບສິ່ງຖືກສ້າງຂອງພຣະອົງໄດ້, ແລະບໍ່ມີຜູ້ໃດສາມາດໃຫ້ການຊ່ວຍເຫຼືອ (ຊະຟາອະຫ໌) ຕໍ່ຫນ້າພຣະອົງໄດ້ ເວັ້ນເສຍແຕ່ດ້ວຍການອະນຸຍາດຂອງພຣະອົງເທົ່ານັ້ນ, ແລະພຣະອົງຈະບໍ່ອະນຸຍາດໃຫ້ຜູ້ໃດ ນອກຈາກຊາວເຕົາຮີດ (ຜູ້ທີ່ໃຫ້ເອກະພາບແດ່ພຣະອົງ). ແລະ ພຣະອົງຄືຜູ້ຊົງອຳນາດເຫນືອທຸກສິ່ງ, ຜູ້ຊົງຮອບຮູ້ໃນທຸກສັບພະສິ່ງ, ແລະ ເປັນຜູ້ຊົງເມດຕາປານີຍິ່ງທີ່ສຸດ, ພຣະອົງບໍ່ຊົງຢ້ານກົວຜູ້ໃດ; ເພາະວ່າພຣະອົງຄືຜູ້ຊົງອຳນາດສູງສຸດເຫນືອບ່າວຂອງພຣະອົງທັງຫລາຍ, ແລະເປັນຜູ້ບໍລິຫານຈັດການພວກເຂົາຕາມທີ່ພຣະອົງຊົງປະສົງ. ເຊິ່ງຕ່າງຈາກບັນດາກະສັດ ເຈົ້າຊີວິດ ແລະ ຜູ້ນຳທັງຫຼາຍ, ເພາະພວກເຂົາບໍ່ມີຄວາມສາມາດເໜືອທຸກສິ່ງ, ດັ່ງນັ້ນ ພວກເຂົາຈຶ່ງຕ້ອງການຜູ້ຊ່ວຍເຫຼືອໃນສິ່ງທີ່ພວກເຂົາອາດຈະເຮັດບໍ່ໄດ້; ເຊັ່ນ: ເຫຼົ່າເສນາອາມາດ, ຄົນໃກ້ຊິດ ແລະ ທະຫານຂອງພວກເຂົາ, ເຊັ່ນດຽວກັນນັ້ນ ພວກເຂົາຍັງຕ້ອງການຄົນທີ່ຈະມາແຈ້ງຄວາມຕ້ອງການຂອງຜູ້ທີ່ພວກເຂົາບໍ່ຮູ້ຈັກໃຫ້ຊາບ, ຈຶ່ງຈຳເປັນຕ້ອງມີຄົນຈາກກຸ່ມເສນາອາມາດ ແລະ ຄົນໃກ້ຊິດ ເພື່ອທູນຂໍຄວາມເຫັນໃຈ ແລະ ເຮັດໃຫ້ພວກເຂົາພໍໃຈ. ພຣະເຈົ້າຜູ້ຊົງຍິ່ງໃຫຍ່ນັ້ນ ບໍ່ຕ້ອງການສິ່ງໃດໆ ຈາກສັບພະສິ່ງທີ່ພຣະອົງສ້າງທັງໝົດ, ພຣະອົງຊົງເມດຕາປານີຕໍ່ພວກເຂົາຍິ່ງກວ່າແມ່ຂອງພວກເຂົາເອງ, ພຣະອົງຄືຜູ້ປົກຄອງທີ່ຍຸດຕິທຳ ທີ່ຊົງຈັດວາງທຸກສິ່ງໄວ້ໃນບ່ອນທີ່ເໝາະສົມຂອງມັນ ຕາມປັນຍາ, ຄວາມຮອບຮູ້ ແລະ ອຳນາດຂອງພຣະອົງ, ດັ່ງນັ້ນ ຈຶ່ງບໍ່ສາມາດປຽບທຽບພຣະອົງກັບສິ່ງທີ່ຖືກສ້າງໄດ້ຢ່າງເດັດຂາດ. ດ້ວຍເຫດນີ້ ພຣະອົງຈຶ່ງໄດ້ອະທິບາຍໄວ້ໃນຄຳພີຂອງພຣະອົງວ່າ: ບັນດາຜູ້ຕັ້ງພາຄີໄດ້ຍອມຮັບວ່າພຣະອົງຄືຜູ້ຊົງສ້າງ, ຜູ້ຊົງສ້າງປັດໄຈ, ຜູ້ບໍລິຫານເບິ່ງແຍງ, ແລະ ພຣະອົງຄືຜູ້ທີ່ຕອບຮັບຜູ້ທີ່ຢູ່ໃນຄວາມທຸກຍາກ, ປັດເປົ່າຄວາມຊົ່ວຮ້າຍ, ໃຫ້ຊີວິດ ແລະ ໃຫ້ຕາຍ, ແລະ ການກະທຳອື່ນໆ ອີກຫລວງຫລາຍຂອງພຣະອົງ. ແລະ ແທ້ຈິງແລ້ວ ຂໍ້ຂັດແຍ່ງລະຫວ່າງບັນດາຜູ້ຕັ້ງພາຄີ ແລະ ບັນດາຣໍຊູລນັ້ນ ແມ່ນຢູ່ໃນເລື່ອງການຈົງຮັກພັກດີຕໍ່ອັລລໍຫ໌ພຽງພຣະອົງດຽວ, ດັ່ງພຣະອົງຕຣັດວ່າ:
﴿وَلَئِن سَأَلۡتَهُم مَّنۡ خَلَقَهُمۡ لَيَقُولُنَّ ٱللَّهُ...﴾
(ແລະ ຖ້າເຈົ້າ (ມຸຮຳມັດ) ຖາມພວກເຂົາເຫຼົ່ານັ້ນວ່າ ໃຜເປັນຜູ້ສ້າງພວກເຂົາ ເເນ່ນ່ອນພວກເຂົາຈະກ່າວວ່າ ອັລລໍຫ໌...) [ຊູເຣາະຫ໌ ອັລຊຸຄຣຸຟ : 87]
ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿قُلۡ مَن يَرۡزُقُكُم مِّنَ ٱلسَّمَآءِ وَٱلۡأَرۡضِ أَمَّن يَمۡلِكُ ٱلسَّمۡعَ وَٱلۡأَبۡصَٰرَ وَمَن يُخۡرِجُ ٱلۡحَيَّ مِنَ ٱلۡمَيِّتِ وَيُخۡرِجُ ٱلۡمَيِّتَ مِنَ ٱلۡحَيِّ وَمَن يُدَبِّرُ ٱلۡأَمۡرَۚ فَسَيَقُولُونَ ٱللَّهُۚ فَقُلۡ أَفَلَا تَتَّقُونَ31﴾
(ຈົ່ງກ່າວເຖິດ (ມຸຮຳມັດ) ໃຜເປັນຜູ້ປະທານປັດໄຈຍັງຊີບທີ່ມາຈາກຟາກຟ້າເເລະເເຜ່ນດິນເເກ່ພວກທ່ານ ຫຼື ໃຜເປັນເຈົ້າຂອງການໄດ້ຍິນ ການເບິ່ງເຫັນ ເເລະ ໃຜເປັນຜູ້ໃຫ້ມີຊີວິດຫຼັງຈາກການຕາຍ ແລະ ໃຜເປັນຜູ້ໃຫ້ຕາຍຫຼັງຈາກມີຊີວິດມາ ແລະ ໃຜເປັນຜູ້ບໍລິຫານກິດຈະການ ເເລ້ວພວກເຈົ້າຈະກ່າວກັນວ່າ “ອັລລໍຫ໌” ດັ່ງນັ້ນຈົ່ງກ່າວເຖິດ (ມຸຮຳມັດ) ພວກທ່ານບໍ່ຢຳເກຼງບໍ່!) (ຍູນຸສ : 31), ແລະ ໂອງການອື່ນ ໆ ທີ່ມີຄວາມໝາຍທຳນອງນີ້ຢັງມີອີກຫຼາຍ.
ດັ່ງທີ່ໄດ້ກ່າວມາແລ້ວ ໃນອາຍາຕຕ່າງໆ ທີ່ຊີ້ໃຫ້ເຫັນວ່າ ຂໍ້ຂັດແຍ່ງລະຫວ່າງບັນດາຣໍຊູລກັບປະຊາຊາດທັງຫຼາຍນັ້ນ, ແທ້ຈິງແລ້ວແມ່ນກ່ຽວກັບການມອບການເຄົາລົບພັກດີຕໍ່ອັລລໍຫ໌ພຽງອົງດຽວເທົ່ານັ້ນ, ດັ່ງທີ່ພຣະອົງໄດ້ດຳລັດວ່າ:
﴿وَلَقَدۡ بَعَثۡنَا فِي كُلِّ أُمَّةٖ رَّسُولًا أَنِ ٱعۡبُدُواْ ٱللَّهَ وَٱجۡتَنِبُواْ ٱلطَّٰغُوتَ...﴾
(ແລະ ໂດຍແນ່ນອນ ເຮົາໄດ້ແຕ່ງຕັ້ງຣໍຊູລໄປຍັງແຕ່ລະປະຊາຊາດ (ໂດຍຣໍຊູລຈະກ່າວແກ່ປະຊາຊາດນັ້ນ ໆ ວ່າ) ພວກທ່ານຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ແລະ ຈົງຫຼີກຫນີ ອອກຫ່າງຈາກພວກຕໍກຼູດຈະເວັດຮູບປັ້ນ...) (ອັລ-ນະຫ໌ລຸ : 36), ແລະ ໂອງການອື່ນ ໆ ທີ່ມີຄວາມໝາຍທຳນອງດຽວກັນ. ແລະ ພຣະອົງຜູ້ຊົງມະຫາບໍລິສຸດ ໄດ້ຊົງຊີ້ແຈງເລື່ອງການຊະຟາອະຫ໌ ໄວ້ໃນຫຼາຍ ໆ ບ່ອນຈາກຄຳພີອັນຊົງກຽດຂອງພຣະອົງ, ແລະພຣະອົງໄດ້ຕຣັດວ່າ:
﴿...مَن ذَا ٱلَّذِي يَشۡفَعُ عِندَهُۥٓ إِلَّا بِإِذۡنِهِ...﴾
(...ບໍ່ມີໃຜສາມາດຂໍໃຫ້ການຊ່ວຍເຫຼືອໄດ້ ນອກເໜືອຈາກພຣະອົງຈະອະນຸຍາດ...) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:255]. ແລະ ພຣະຜູ້ຊົງເດສານຸພາບໄດ້ກ່າວວ່າ:
﴿وَكَم مِّن مَّلَكٖ فِي ٱلسَّمَٰوَٰتِ لَا تُغۡنِي شَفَٰعَتُهُمۡ شَيۡـًٔا إِلَّا مِنۢ بَعۡدِ أَن يَأۡذَنَ ٱللَّهُ لِمَن يَشَآءُ وَيَرۡضَىٰٓ26﴾
(ແລະ ມີມາລາອີກະຫ໌ຈຳນວນຫຼວງຫຼາຍໃນຊັ້ນຟ້າທັ້ງຫລາຍ ການຊາຟາອະຫ໌ຂອງພວກເຂົາຈະບໍ່ເກິດປະໂຫຍດອັນໃດເລີຍ ນອກຈາກຫຼັງຈາກທີ່ອັລລໍຫ໌ຈະຊົງອະນຸຍາດໃຫ້ແກ່ຜູ້ທີ່ພຣະອົງຊົງປະສົງ ແລະ ຊົງພໍໃຈ) [ຊູເຣາະຫ໌ ອັນນັຈມີ : 26]
ແລະ ທ່ານໄດ້ກ່າວພັນລະນາເຖິງບັນດາມະລາອິກະຫ໌ວ່າ:
﴿...وَلَا يَشۡفَعُونَ إِلَّا لِمَنِ ٱرۡتَضَىٰ وَهُم مِّنۡ خَشۡيَتِهِۦ مُشۡفِقُونَ﴾
(ແລະ ພວກເຂົາຈະບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ໃດ ນອກຈາກຜູ້ທີ່ພຣະອົງຊົງພໍໃຈ (ອະນຸຍາດໃຫ້ຂໍ) ແລະ ຍ້ອນຄວາມຢ້ານກົວຕໍ່ພຣະອົງ ພວກເຂົາຈຶ່ງເນື້ອຕົວສັ່ນ)
(ອັລ-ອຳບີຍາ : 28).
ແລະ ພຣະອົງຜູ້ຊົງສູງສົ່ງ ໄດ້ຊີ້ແຈງວ່າ ພຣະອົງບໍ່ຊົງພໍພຣະໄທກັບການປະຕິເສດສັດທາຈາກບັນດາບ່າວຂອງພຣະອົງ, ສິ່ງທີ່ພຣະອົງຊົງພໍພຣະໄທຈາກພວກເຂົານັ້ນຄືການຂອບພຣະຄຸນ, ແລະ ການຂອບພຣະຄຸນນັ້ນກໍຄືການໃຫ້ເອກະພາບຕໍ່ພຣະອົງ ແລະ ການປະຕິບັດໃນການເຊື່ອຟັງພັກດີຕໍ່ພຣະອົງ, ດັ່ງທີ່ພຣະອົງ ຕະອາລາ ໄດ້ກ່າວວ່າ:
﴿إِن تَكۡفُرُواْ فَإِنَّ ٱللَّهَ غَنِيٌّ عَنكُمۡۖ وَلَا يَرۡضَىٰ لِعِبَادِهِ ٱلۡكُفۡرَۖ وَإِن تَشۡكُرُواْ يَرۡضَهُ لَكُمۡ...﴾
(ຫາກພວກເຈົ້າປະຕິເສດສັດທາ ແທ້ຈິງອັລລໍຫ໌ບໍ່ຊົງເພິ່ງພາພວກເຈົ້າ ແລະ ພຣະອົງບໍ່ຊົງພໍພຣະໄທຕໍ່ການປະຕິເສດສັດທາສຳລັບປວງຂ້າຂອງພຣະອົງ ແລະ ຫາກພວກເຈົ້າຂອບໃຈ ພຣະອົງກໍຈະຊົງພໍພຣະໄທໃນສິ່ງນັ້ນສຳລັບພວກເຈົ້າ...)
[ສູເຣາະຫ໌ ອັຊຊຸມັຣ : 7].
ລາຍງານໂດຍ ທ່ານອັລ-ບຸຄໍຣີ ໃນປຶ້ມຊໍເຮັຍຫ໌ຂອງທ່ານ ຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ ເລົ່າວ່າ: ໂອ້ ທ່ານຣໍສູລຸລລໍຫ໌ ﷺ! ໃຜຄືຜູ້ທີ່ຈະໂຊກດີທີ່ສຸດ ທີ່ໄດ້ຮັບການຊະຟາອະຫ໌ຈາກທ່ານ? ທ່ານຣໍສູລຸລລໍຫ໌ ﷺ ໄດ້ກ່າວວ່າ:
«مَنْ قَالَ: لَا إِلهَ إِلَّا اللهُ خَالِصًا مِنْ قَلْبِهِ».
“ຜູ້ໃດກໍ່ຕາມທີ່ກ່າວວ່າ: ລາອິລາຫະ ອິລລັລລໍຫ໌ ດ້ວຍຄວາມບໍລິສຸດຈາກໃຈຂອງລາວ” ແລ້ວ ກ່າວເພິ່ມອີກວ່າ:
«مِنْ نَفْسِهِ».
« ຈາກຕົວຂອງລາວ »
ແລະ ໃນລາຍງານທີ່ຊໍເຮັຍ ຈາກທ່ານອະນັສ ຣໍດີຍັລລໍຮຸ ອັນຮຸ, ຈາກທ່ານນະບີ ﷺ ໄດ້ກ່າວວ່າ:
«لِكُلِّ نَبِيٍّ دَعْوَةٌ مُسْتَجَابَةٌ، فَتَعَجَّلَ كُلُّ نَبِيٍّ دَعْوَتَهُ، وَإِنِّي اخْتَبَأْتُ دَعْوَتِي شَفَاعَةً لِأُمَّتِي يَوْمَ الْقِيَامَةِ، فَهِيَ نَائِلَةٌ إِنْ شَاءَ اللَّهُ مَنْ مَاتَ مِنْ أُمَّتِي لَا يُشْرِكُ بِاللَّهِ شَيْئًا».
«ນະບີທຸກໆ ທ່ານລ້ວນມີການຂໍພອນ (ດຸອາ) ໜຶ່ງທີ່ຖືກຕອບຮັບສະເໝີ, ແລະ ນະບີທຸກທ່ານກໍໄດ້ຮີບຮ້ອນນຳໃຊ້ການຂໍພອນນັ້ນຂອງຕົນໄປແລ້ວ. ສ່ວນຂ້ອຍນັ້ນ, ແທ້ຈິງຂ້ອຍໄດ້ເກັບຮັກສາການຂໍພອນຂອງຂ້ອຍໄວ້ ເພື່ອເປັນການຊະຟາອະຫ໌ໃຫ້ແກ່ປະຊາຊາດຂອງຂ້ອຍໃນວັນກິຍາມະຫ໌, ດັ່ງນັ້ນ ມັນຈະໄປເຖິງ - ຖ້າຫາກອັລລໍຫ໌ຊົງປະສົງ - ຜູ້ໃດກໍ່ຕາມຈາກປະຊາຊາດຂອງຂ້ອຍທີ່ຕາຍໄປ ໃນສະພາບທີ່ລາວບໍ່ໄດ້ຕັ້ງສິ່ງໃດເປັນພາກີຄູ່ຄຽງກັບອັລລໍຫ໌ເລີຍ». ແລະ ຫະດິຊຕ່າງ ໆ ທີ່ມີຄວາມໝາຍທຳນອງນີ້ມີຢູ່ຫຼວງຫລາຍ.
ແລະ ບັນດາອາຍາຕ ແລະ ຫະດີສທີ່ກ່າວມາທັງໝົດນັ້ນ ລ້ວນແລ້ວແຕ່ບົ່ງຊີ້ວ່າ ການໄດ້ຮັບຄວາມນັບຖືບູຊາເຄົາລົບກາບໄຫວ້ ຍ່ອມເປັນສິດທິຂອງອັລລໍຫ໌ພຽງອົງດຽວ, ແລະ ບໍ່ອະນຸຍາດໃຫ້ອຸທິດສິ່ງໃດຈາກການອິບາດະຫ໌ນັ້ນໃຫ້ແກ່ຜູ້ອື່ນນອກເໜືອຈາກອັລລໍຫ໌, ບໍ່ວ່າຈະເປັນບັນດານະບີ ຫຼື ບຸກຄົນອື່ນໆ ກໍຕາມ, ແລະ ການຊະຟາອະຫ໌ນັ້ນເປັນກຳມະສິດຂອງອັລລໍຫ໌, ໂດຍກ່າວວ່າ:
﴿قُل لِّلَّهِ ٱلشَّفَٰعَةُ جَمِيعٗا...﴾
(ຈົງກ່າວເຖີດ ມຸຮຳມັດ ການຊະຟາອະຫ໌ທັງມວນນັ້ນເປັນກຳມະສິດຂອງອັລລໍຫ໌...) [ສູເຣາະຫ໌ ອັຊ-ຊຸມັຣ : 44] ແລະ ບໍ່ມີຜູ້ໃດສົມຄວນໄດ້ຮັບສິດທິນັ້ນ ນອກຈາກຈະເປັນຫຼັງຈາກການອະນຸຍາດຂອງພຣະອົງຕໍ່ຜູ້ທີ່ຈະຂໍຄວາມຊ່ວຍເຫຼືອ, ແລະ ຄວາມພໍພຣະໄທຂອງພຣະອົງຕໍ່ຜູ້ທີ່ຖືກຮ້ອງຂໍໃຫ້, ເຊິ່ງພຣະອົງຈະບໍ່ຊົງພໍພຣະໄທສິ່ງໃດ ນອກຈາກການໃຫ້ເອກະພາບຕໍ່ພຣະອົງ -ດັ່ງທີ່ໄດ້ກ່າວມາແລ້ວ-. ບົນພື້ນຖານດັ່ງກ່າວ: ບັນດາຜູ້ຕັ້ງພາຄີຈຶ່ງບໍ່ມີສ່ວນໃນການຊາຟາອະຫ໌, ແລະ ອັລລໍຫ໌ໄດ້ຊີ້ແຈງເລື່ອງນີ້ໄວ້ໃນຄຳດຳຣັດຂອງພຣະອົງວ່າ:
﴿فَمَا تَنفَعُهُمۡ شَفَٰعَةُ ٱلشَّٰفِعِينَ 48﴾
(ດັ່ງນັ້ນ ການຊ່ວຍເຫຼືອຂອງບັນດາຜູ້ຊ່ວຍເຫຼືອ ຈະບໍ່ອຳນວຍຜົນແກ່ພວກເຂົາ) [ສູເຣາະຫ໌ ມຸຮັດດິຊ: 48], ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿...مَا لِلظَّٰلِمِينَ مِنۡ حَمِيمٖ وَلَا شَفِيعٖ يُطَاعُ﴾
(...ບັນດາຜູ້ອະທຳຈະບໍ່ມີມິດສະຫາຍທີ່ໃກ້ຊິດ ແລະ ບໍ່ມີຜູ້ຊ່ວຍເຫຼືອທີ່ຈະຖືກເຊື່ອຟັງ) [ສູເຣາະຫ໌ ອັລ-ກໍຟິຣ: 18].
ເປັນທີ່ຮູ້ກັນວ່າ ຄວາມອະທຳເມື່ອກ່າວເຖິງໂດຍລວມນັ້ນຄືການຕັ້ງພາຄີກັບອັລລໍຫ໌, ດັ່ງທີ່ອັລລໍຫ໌ໄດ້ກ່າວວ່າ:
﴿...وَٱلۡكَٰفِرُونَ هُمُ ٱلظَّٰلِمُونَ﴾
(...ແລະ ບັນດາຜູ້ປະຕິເສດສັດທາ ແມ່ນ ບັນດາຜູ້ອະທຳ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌ : 254]. ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿...إِنَّ ٱلشِّرۡكَ لَظُلۡمٌ عَظِيمٞ﴾
(...ແທ້ຈິງການຕັ້ງພາຄີນັ້ນ ຍ່ອມເປັນຄວາມອະທຳອັນໃຫຍ່ຫຼວງ)
[ສູເຣາະຫ໌ ລຸກມານ : 13].
ສຳລັບສິ່ງທີ່ທ່ານໄດ້ກ່າວໄວ້ໃນຄຳຖາມ: ຈາກຄຳກ່າວຂອງຊາວຊູຟີບາງຄົນໃນບັນດາມັສຍິດ ແລະ ສະຖານທີ່ອື່ນໆ ທີ່ວ່າ: ໂອ້ ອັລລໍຫ໌ ຂໍພຣະອົງໄດ້ໂປດປະທານສໍລະວາດແກ່ຜູ້ທີ່ພຣະອົງໄດ້ເຮັດໃຫ້ລາວເປັນສາເຫດໃນການໄຂບັນດາຄວາມລັບແຫ່ງອານຸພາບຂອງພຣະອົງ, ແລະ ເປັນການເປີດເຜີຍບັນດາລັດສະໝີແຫ່ງຄວາມເມດຕາຂອງພຣະອົງ, ລາວຈຶ່ງໄດ້ກາຍເປັນຕົວແທນແຫ່ງການຊົງຢູ່ຂອງພຣະຜູ້ອະພິບານ, ແລະ ເປັນຜູ້ສືບທອດບັນດາຄວາມລັບສ່ວນພຣະອົງ.. ແລະ ອື່ນໆ.
ຄຳຕອບກໍຄື: ແທ້ຈິງແລ້ວຄຳເວົ້າດັ່ງກ່າວ ແລະ ຄຳເວົ້າທີ່ຄ້າຍຄືກັນນີ້ ຖືເປັນສ່ວນໜຶ່ງຂອງການອຸປະໂຫຼກ ແລະ ການເຮັດເກີນຂອບເຂດ; ເຊິ່ງທ່ານນະບີ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ຂອງພວກເຮົາໄດ້ຕັກເຕືອນເອົາໄວ້; ດັ່ງທີ່ໄດ້ມີການລາຍງານໂດຍອີມໍ່າມຸສລິມໃນປື້ມ ຊໍເຮັຍຫ໌ ຂອງເພິ່ນ ຈາກທ່ານ ອັບດຸລລໍຫ໌ ອິບນຸ ມັສອູດ ຂໍອັລລໍຫ໌ຊົງພໍພຣະໄທຕໍ່ເພິ່ນ, ທ່ານຣໍຊູລຸນລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ:
«هَلَكَ المُتَنَطِّعُونَ» قَالَهَا ثَلَاثًا.
«ບັນດາຜູ້ທີ່ເຮັດເກີນຂອບເຂດນັ້ນໄດ້ພິນາດແລ້ວ» ທ່ານໄດ້ກ່າວຄຳນີ້ສາມຄັ້ງ.
ທ່ານອີຫມ່ຳ ອັລຄໍດຕາບີ ຂໍອັລລໍຫ໌ເມດຕາທ່ານ ໄດ້ກ່າວວ່າ: ອັລ-ມຸຕະນະຕະອ໌: ຜູ້ທີ່ເຈາະເລິກໃນສິ່ງໃດໜຶ່ງ, ຜູ້ທີ່ສ້າງຄວາມລຳບາກໃຫ້ຕົນເອງໃນການຄົ້ນຄວ້າກ່ຽວກັບມັນ; ຕາມແນວທາງຂອງກຸ່ມອະຫ໌ລຸລກະລາມ ຜູ້ທີ່ເຂົ້າໄປຫຍຸ້ງກ່ຽວໃນສິ່ງທີ່ບໍ່ແມ່ນເລື່ອງຂອງພວກເຂົາ, ຜູ້ທີ່ເຈາະເລິກໃນສິ່ງທີ່ສະຕິປັນຍາຂອງພວກເຂົາບໍ່ສາມາດເຂົ້າເຖິງໄດ້.
ແລະ ທ່ານ ອະບູ ອັລ-ສະອາດາຕ ອິບນຸ ອັລ-ອະສີຣ ໄດ້ກ່າວວ່າ: ພວກເຂົາຄື ບັນດາຜູ້ທີ່ເວົ້າຈາແບບເຈາະເລິກ ແລະ ເກີນຂອບເຂດ, ເປັນຜູ້ທີ່ເວົ້າອອກມາຈາກສ່ວນໃນສຸດຂອງລຳຄໍ, ມີທີ່ມາຈາກຄຳວ່າ ອັນ-ນັຕອ໌ ເຊິ່ງແມ່ນ ເພດານປາກສ່ວນເທິງ, ຕໍ່ມາຄຳດັ່ງກ່າວກໍຖືກນຳມາໃຊ້ກັບທຸກໆຄົນທີ່ເຈາະເລິກເກີນໄປ ທັງໃນຄຳເວົ້າ ແລະ ການກະທຳ.
ແລະ ຈາກສິ່ງທີ່ອິມ່ຳທັງສອງທ່ານ ຜູ້ເປັນອິມ່ຳດ້ານພາສາໄດ້ກ່າວມານັ້ນ, ມັນຈຶ່ງເປັນທີ່ຊັດເຈນແກ່ທ່ານ ແລະ ແກ່ທຸກຄົນທີ່ມີຄວາມເຂົ້າໃຈແມ່ນພຽງເລັກນ້ອຍກໍຕາມວ່າ: ຮູບແບບໃນການກ່າວຊໍລະວາດ ແລະ ສະລາມຕໍ່ທ່ານນະບີຂອງພວກເຮົາ ແລະ ນາຍຂອງພວກເຮົາ ຜູ້ເປັນສາດສະດາທູດຂອງອັລລໍຫ໌ ﷺ ນີ້ນັ້ນ; ຖືເປັນສ່ວນຫນຶ່ງຂອງການເຮັດເກີນຄວາມຈຳເປັນ ແລະ ການອຸດຕະລິກຳທີ່ຖືກຫ້າມ. ສິ່ງທີ່ຖືກກຳນົດໄວ້ສຳລັບຊາວມຸສລິມໃນເລື່ອງນີ້ກໍຄື ການສະແຫວງຫາຮູບແບບທີ່ທ່ານສາສະນະທູດ ﷺ ໄດ້ກຳນົດໄວ້ ໃນການກ່າວສໍລະວາດ ແລະ ສະລາມແດ່ທ່ານ, ແລະໃນນັ້ນກໍເປັນການພຽງພໍແລ້ວໂດຍບໍ່ຕ້ອງເພິ່ງສິ່ງອື່ນໃດອີກ.
ແລະ ຫນຶ່ງໃນນັ້ນກໍຄື: ຫະດີສທີ່ບັນທຶກໂດຍອັລ-ບຸກຄໍຣີ ແລະ ມຸສລິມ ໃນຕຳລາ ສອງສະບັບທີ່ຊໍເຮັຍຂອງເພິ່ນທັງສອງ, ເຊິ່ງລາຍງານຈາກ ທ່ານ ກະອັບ ບິນ ອຸຈເຣາະ ຣໍດີຍັລລໍຮຸ ອັນຮຸ, ວ່າແທ້ຈິງ ມີບັນດາສໍຮາບະຫ໌ (ຂໍອັລລໍຫ໌ຊົງພໍພຣະໄທແກ່ພວກເພິ່ນ) ໄດ້ກ່າວຖາມວ່າ: ໂອ້ ທ່ານຣໍ່ຊູລຸລລໍຮ໌ເອີຍ! ອັລລໍຮ໌ໄດ້ຊົງບັນຊາພວກເຮົາໃຫ້ກ່າວສໍລະວາດແກ່ທ່ານ; ແລ້ວພວກເຮົາຈະກ່າວສໍລະວາດແກ່ທ່ານຢ່າງໃດ? ທ່ານຈຶ່ງກ່າວວ່າ:
«قُولُوا: اللَّهُمَّ صَلِّ عَلَى مُحَمَّدٍ وَعَلَى آلِ مُحَمَّدٍ كَمَا صَلَّيْتَ عَلَى إِبرَاهِيمَ وَعَلَى آلِ إِبرَاهِيمَ، إِنَّكَ حَمِيدٌ مَجِيدٌ، وَبَارِكْ عَلَى مُحَمَّدٍ وَعَلَى آلِ مُحَمَّدٍ كَمَا بَارَكْتَ عَلَى إِبرَاهِيمَ وَعَلَى آلِ إِبرَاهِيمَ إِنَّكَ حَمِيدٌ مَجِيدٌ».
(ພວກເຈົ້າຈົ່ງກ່າວວ່າ: ໂອ້ອັລລໍຫ໌, ຂໍພຣະອົງປະທານຄວາມເມຕາແກ່ມຸຮຳມັດ ແລະ ແກ່ບໍລິວານຕະກູນຂອງມຸຮຳມັດ, ດັ່ງທີ່ພຣະອົງໄດ້ປະທານຄວາມເມດຕາແກ່ອິບຣໍຮີມ ແລະ ແກ່ບໍລິວານຕະກູນຂອງອິບຣໍຮີມ, ແທ້ຈິງ, ພຣະອົງແມ່ນຜູ້ຄວນຖືກສັນລະເສີນ ແລະ ຜູ້ຄອບຄອງກຽດທີ່ສູງສົງ. ແລະ ຂໍພຣະອົງປະທານຄວາມບາຣໍກະຮ໌ແກ່ທ່ານມຸຮຳມັດ ແລະ ແກ່ບໍລິວານຕະກູນຂອງມຸຮຳມັດ, ດັ່ງທີ່ພຣະອົງໄດ້ປະທານຄວາມບາຣໍກະຮ໌ແກ່ອິບຣໍຮີມ ແລະ ແກ່ບໍລິວານຕະກູນຂອງອິບຣໍຮີມ, ແທ້ຈິງ, ພຣະອົງແມ່ນຜູ້ຄວນຖືກສັນລະເສີນ ແລະ ຜູ້ຄອບຄອງກຽດທີ່ສູງສົ່ງ)
ແລະ ໃນບັນທຶກຂອງທ່ານອີຫມ່ຳທັ້ງສອງ ຈາກລາຍງານຂອງທ່ານອະບີ ຮຸໄມດ ອັສສາອີດີ -ຣໍດີຍັລລໍຮຸອັນຮຸ- ແທ້ຈິງພວກເຂົາໄດ້ກ່າວວ່າ: «ໂອ້ ທ່ານຣໍສູລຂອງອັລລໍຮ໌! ພວກເຮົາຈະກ່າວສໍລະວາດຕໍ່ທ່ານແນວໃດ?» ທ່ານໄດ້ກ່າວວ່າ:
«قُولُوا: اللَّهُمَّ صَلِّ عَلَى مُحَمَّدٍ وَعَلَى أَزْوَاجِهِ وَذُرِّيَّتِهِ كَمَا صَلَّيْتَ عَلَى آلِ إِبرَاهِيمَ، وَبَارِكْ عَلَى مُحَمَّدٍ وَعَلَى أَزْوَاجِهِ وَذُرِّيَّتِهِ كَمَا بَارَكْتَ عَلَى آلِ إِبرَاهِيمَ، إِنَّكَ حَمِيدٌ مَجِيدٌ».
(ໂອ້ອັລລໍຫ໌, ຂໍພຣະອົງປະທານຄວາມເມຕາແກ່ມຸຮຳມັດ ແລະ ແກ່ບັນດາພັນລະຍາ ແລະ ລູກຫຼານຂອງເພິ່ນ, ດັ່ງຄວາມເມດຕາທີ່ພຣະອົງໄດ້ປະທານໃຫ້ແກ່ບໍລິວານຕະກູນຂອງອິບຣໍຮີມ, ແລະ ຂໍພຣະອົງປະທານຄວາມບາຣໍກະຮ໌ແກ່ມຸຮຳມັດ ແລະ ແກ່ບັນດາພັນລະຍາ ແລະ ລູກຫຼານຂອງເພິ່ນ, ດັ່ງຄວາມບາຣໍກະຮ໌ທີ່ພຣະອົງປະທານໃຫ້ແກ່ບໍລິວານຕະກູນຂອງອິບຣໍຮີມ, ແທ້ຈິງ, ພຣະອົງແມ່ນຜູ້ຄວນຖືກສັນລະເສີນ ແລະ ຜູ້ຄອບຄອງກຽດທີ່ສູງສົ່ງ)
ໃນຕຳລາຫະດິຊ ສໍຮິຫ໌ຂອງມຸສລິມ ຈາກທ່ານ ອະບີ ມັສອູດ ອັລ-ອັນຊໍຣີ ຣໍດີຍັລລໍຮຸ ອັນຮຸ ໄດ້ກ່າວວ່າ: ທ່ານ ບະຊີຣ ບິນ ສະອັດ ໄດ້ກ່າວວ່າ: ໂອ້ ທ່ານສາດສະດາທູດຂອງອັລລໍຮ໌! ອັລລໍຮ໌ໄດ້ບັນຊາໃຫ້ພວກເຮົາກ່າວສໍລະວາດໃຫ້ແກ່ທ່ານ; ດັ່ງນັ້ນພວກເຮົາຈະກ່າວສໍລະວາດໃຫ້ແກ່ທ່ານແນວໃດ? ເພິ່ນຈຶ່ງມິດໄປ ແລ້ວຈຶ່ງກ່າວວ່າ:
«قُولُوا: اللَّهُمَّ صَلِّ عَلَى مُحَمَّدٍ وَعَلَى آلِ مُحَمَّدٍ؛ كَمَا صَلَّيْتَ عَلَى آلِ إِبرَاهِيمَ، وَبَارِكْ عَلَى مُحَمَّدٍ وَعَلَى آلِ مُحَمَّدٍ؛ كَمَا بَارَكْتَ عَلَى آلِ إِبرَاهِيمَ فِي العَالَمِينَ، إِنَّكَ حَمِيدٌ مَجِيدٌ، وَالسَّلَامُ كَمَا عَلِمتُم».
"ຈົ່ງກ່າວວ່າ: ໂອ້ອັລລໍຫ໌, ຂໍພຣະອົງປະທານຄວາມເມຕາແກ່ມຸຮຳມັດ ແລະ ແກ່ບໍລິວານຕະກູນຂອງມຸຮຳມັດ, ດັ່ງຄວາມເມດຕາທີ່ພຣະອົງໄດ້ປະທານໃຫ້ແກ່ບໍລິວານຕະກູນຂອງອິບຣໍຮີມ, ແລະ ຂໍພຣະອົງປະທານຄວາມບາຣໍກະຮ໌ແກ່ມຸຮຳມັດ ແລະ ແກ່ບໍລິວານຕະກູນຂອງມຸຮຳມັດ, ດັ່ງຄວາມບາຣໍກະຮ໌ທີ່ພຣະອົງໄດ້ປະທານໃຫ້ແກ່ບໍລິວານຕະກູນຂອງອິບຣໍຮີມໃນທົ່ວໂລກາ, ແທ້ຈິງ, ພຣະອົງແມ່ນຜູ້ຄວນຖືກສັນລະເສີນ ແລະ ຜູ້ຄອບຄອງກຽດທີ່ສູງສົ່ງ, ແລະ ການໃຫ້ສະລາມນັ້ນແມ່ນດັ່ງທີ່ພວກທ່ານໄດ້ຮຽນຮູ້ກັນມາ."
ສະນັ້ນ ຖ້ອຍຄຳເຫຼົ່ານີ້ ແລະ ບັນດາຖ້ອຍຄຳອື່ນໆ ທີ່ຄ້າຍຄືກັນ -ທີ່ໄດ້ຮັບການຢືນຢັນຈາກທ່ານນະບີ ﷺ- ແມ່ນສິ່ງທີ່ຊາວມຸດສະລິມຄວນນຳໃຊ້ໃນການກ່າວສໍລະວາດ ແລະ ສະລາມແດ່ສາດສະດາທູດຂອງອັລລໍຮ໌ ﷺ; ເພາະວ່າທ່ານສາດສະນະທູດ ﷺ ແມ່ນຜູ້ທີ່ຮູ້ດີທີ່ສຸດໃນບັນດາມະນຸດ ເຖິງສິ່ງທີ່ເຫມາະສົມທີ່ຈະຖືກນຳໃຊ້ສຳລັບກຽດສັກສີຂອງທ່ານ, ເຊັ່ນດຽວກັນທີ່ທ່ານກໍເປັນຜູ້ທີ່ຮູ້ດີທີ່ສຸດໃນບັນດາມະນຸດ ເຖິງບັນດາຖ້ອຍຄຳທີ່ຄວນຈະຖືກນຳໃຊ້ສຳລັບພຣະຜູ້ເປັນເຈົ້າຂອງລາວ.
ສ່ວນບັນດາຄຳເວົ້າທີ່ເສກສັນປັ້ນແຕ່ງ ແລະ ທີ່ອຸບປະໂຫຼກຂຶ້ນໃໝ່, ແລະ ບັນດາຄຳເວົ້າທີ່ອາດຈະພາໃຫ້ເຂົ້າໃຈໃນຄວາມໝາຍທີ່ບໍ່ຖືກຕ້ອງ; ເຊັ່ນດຽວກັບຄຳສັບຕ່າງໆ ທີ່ໄດ້ກ່າວໄວ້ໃນຄຳຖາມ, ຈຶ່ງບໍ່ສົມຄວນນຳມາໃຊ້; ເນື່ອງຈາກວ່າມັນມີການເສກສັນປັ້ນແຕ່ງ, ແລະ ອາດຈະຖືກຕີຄວາມໝາຍໄປໃນທາງທີ່ບໍ່ຖືກຕ້ອງ, ພ້ອມທັງຍັງຂັດກັບບັນດາຄຳເວົ້າທີ່ທ່ານສາດສະດາຂອງອັລລໍຮ໌ ໄດ້ຄັດເລືອກ ແລະ ຊີ້ນຳປະຊາຊາດຂອງເພິ່ນ. ເພິ່ນເປັນຜູ້ທີ່ມີຄວາມຮູ້ທີ່ສຸດໃນບັນດາສິ່ງທີ່ຖືກສ້າງທັງຫຼາຍ, ເປັນຜູ້ທີ່ຈິງໃຈໃນການຕັກເຕືອນທີ່ສຸດ ແລະ ເປັນຜູ້ທີ່ຢູ່ຫ່າງໄກຈາກການເສກສັນປັ້ນແຕ່ງທີ່ສຸດ, ຂໍການສັນລະເສີນ ແລະ ສັນຕິສຸກອັນປະເສີດທີ່ສຸດຈາກພະຜູ້ເປັນເຈົ້າຂອງເພິ່ນຈົ່ງປະສົບແດ່ເພິ່ນ.
ແລະ ຫວັງວ່າສິ່ງທີ່ເຮົາໄດ້ກ່າວມາຈາກບັນດາຫຼັກຖານຕ່າງໆ ໃນການອະທິບາຍເຖິງຄວາມຈິງຂອງຫຼັກເຕົົາຮີດ, ແລະ ຄວາມຈິງຂອງການຕັ້ງພາຄີ, ແລະ ຄວາມແຕກຕ່າງລະຫວ່າງພວກມຸຊຣີກີນຍຸກຕົ້ນໆ ແລະ ພວກມຸຊຣີກີນໃນສະໄໝຫຼັງໆ ໃນບົດນີ້, ແລະ ໃນການອະທິບາຍເຖິງວິທີການກ່າວຊໍລະວາດທີ່ຖືກຕາມບັນຍັດແດ່ທ່ານລໍຊູລຂອງອັລລໍຫ໌ ຊໍລລັລລໍ ຮຸອະໄລຮິ ວະຊັລລຳ ນັ້ນ ຈະເປັນທີ່ພຽງພໍ ແລະ ສ້າງຄວາມກະຈ່າງແຈ້ງແກ່ຜູ້ທີ່ສະແຫວງຫາສັດຈະທຳ. ສ່ວນຜູ້ທີ່ບໍ່ມີຄວາມປາດຖະໜາໃນການຮັບຮູ້ສັດຈະທຳ; ຜູ້ນີ້ກໍເປັນຜູ້ທີ່ເຮັດຕາມອາລົມໄຝ່ຕໍ່າຂອງຕົນ, ອັລລໍຫ໌ ຜູ້ຊົງຍິ່ງໃຫຍ່ ແລະ ສູງສົ່ງ ໄດ້ຕຣັດໄວ້ວ່າ:
﴿فَإِن لَّمۡ يَسۡتَجِيبُواْ لَكَ فَٱعۡلَمۡ أَنَّمَا يَتَّبِعُونَ أَهۡوَآءَهُمۡۚ وَمَنۡ أَضَلُّ مِمَّنِ ٱتَّبَعَ هَوَىٰهُ بِغَيۡرِ هُدٗى مِّنَ ٱللَّهِۚ إِنَّ ٱللَّهَ لَا يَهۡدِي ٱلۡقَوۡمَ ٱلظَّٰلِمِينَ50﴾
(ຖ້າຫາກພວກເຂົາບໍ່ຕອບຮັບແກ່ເຈົ້າ ກໍ່ຈົ່ງຮູ້ໄວ້ເຖີດວ່າ ພວກເຂົາພຽງແຕ່ປະຕິບັດຕາມອາລົມໄຝ່ຕ່ຳຂອງພວກເຂົາເທົ່ານັ້ນ ແລະ ໃຜເລົ່າຈະຫລົງທາງຍິ່ງໄປກວ່າຜູ້ທີ່ປະຕິບັດຕາມອາລົມໄຝ່ຕ່ຳຂອງເຂົາ ໂດຍປາສະຈາກການຊີ້ນຳຈາກອັລລໍຫ໌ ເເທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງແກ່ກຸ່ມຊົນຜູ້ອະທຳທັງຫລາຍ) [ສຸເຣາະຫ໌ ອັລກໍສໍສ : 50].
ດັ່ງທີ່ພຣະອົງ (ອັລລໍຮ໌) ຊົງອະທິບາຍໃນອາຍະຫ໌ອັນປະເສີດນີ້ວ່າ: ມະນຸດທັງຫຼາຍ ຕໍ່ສິ່ງທີ່ພຣະອົງໄດ້ສົ່ງມາພ້ອມກັບນະບີຂອງພຣະອົງ ຄື ມຸຮຳມັດ ﷺ ຈາກບັນດາທາງນຳ (ຮຸດາ) ແລະ ສາສະໜາທີ່ເປັນຄວາມຈິງ — ຖືກແບ່ງອອກເປັນ 2 ກຸ່ມ.
ຫນຶ່ງໃນນັ້ນຄື: ການຕອບສະຫນອງຕໍ່ອັລລໍຫ໌ ແລະ ສາສະນະທູດຂອງພຣະອົງ.
ແລະ ຂໍ້ສອງກໍ່ຄື: ຜູ້ທີ່ຕາມອາລົມໄຝ່ຕໍ່າຂອງຕົນ; ຕໍ່ມາພຣະອົງໄດ້ຊົງກ່າວວ່າ ບໍ່ມີໃຜຫຼົງທາງຍິ່ງກວ່າຜູ້ທີ່ຕາມອາລົມໄຝ່ຕໍ່າຂອງຕົນ ໂດຍປາສະຈາກການນຳທາງຈາກອັລລໍຫ໌.
ສະນັ້ນ ເຮົາຈຶ່ງຂໍຕໍ່ອັລລໍຫ໌ ຜູ້ຊົງສູງສົ່ງຍິ່ງໃຫຍ່ ໃຫ້ຊົງໂປດປະທານຄວາມປອດໄພຈາກການຕາມອະລົມໄຝ່ຕໍ່າ, ແລະ ຂໍໃຫ້ພຣະອົງຊົງບັນດານໃຫ້ພວກເຮົາ ແລະ ພວກທ່ານ ພ້ອມດ້ວຍບັນດາພີ່ນ້ອງຂອງພວກເຮົາທັງໝົດ ໃຫ້ເປັນຜູ້ທີ່ຕອບຮັບຕໍ່ອັລລໍຫ໌ ແລະ ສາດສະດາທູດຂອງພຣະອົງ ﷺ, ເປັນຜູ້ທີ່ໃຫ້ຄວາມຍິ່ງໃຫຍ່ຕໍ່ບັນຍັດຂອງພຣະອົງ, ແລະ ເປັນຜູ້ທີ່ຕັກເຕືອນໃຫ້ລະວັງຈາກທຸກສິ່ງທີ່ຂັດກັບບັນຍັດຂອງພຣະອົງ ອັນໄດ້ແກ່ບັນດາບິດອະຫ໌ ແລະ ອະໂລມໄຝ່ຕໍ່າ.. ແທ້ຈິງພຣະອົງຊົງເປັນຜູ້ໂອບອ້ອມອາລີ, ຜູ້ຊົງເມດຕາຍິ່ງ.
ຂໍອັລລໍຫ໌ ຊົງປະທານຄວາມສັນຕິຈຳເລີນແດ່ບ່າວຂອງພຣະອົງ ແລະ ຣໍຊູລຂອງພຣະອົງ, ທ່ານນະບີມຸຮຳມັດຂອງເຮົາ, ຄອບຄົວຂອງທ່ານ, ບັນດາມິດສະຫາຍຂອງທ່ານ ແລະ ບັນດາຜູ້ທີ່ຈະເລີນຮ່ອຍຕາມທ່ານດ້ວຍຄວາມດີງາມຈົນເຖິງວັນແຫ່ງການຕອບແທນ.
***
lo397v4.0 - 12/04/2026