العَقِيدَةُ الصَّحِيْحَةُ وَمَا يُضَادُّهَا
ຄວາມເຊື່ອທີ່ຖືກຕ້ອງ ແລະ ສິ່ງທີ່ກົງຂັນຂ້າມກັບມັນ
لِسَمَاحَةِ الشَّيْخِ العَلَّامَةِ
عَبْدِ العَزِيزِ بْنِ عَبْدِ اللهِ بْنِ بَازٍ
رَحِمَهُ اللهُ
ຂຽນໂດຍ ສາດສະດາຈານຜູ້ຊົງຄຸນນະວຸດ
ອັບດຸລອະຊິຊ ບິນ ອັບດຸລລໍຫ໌ ບິນ ບາຊ
بِسْمِ اللهِ الرَّحمَنِ الرَّحِيمِ
ວະລາສານ ທີ່ໜຶ່ງ:
ຄວາມເຊື່ອທີ່ຖືກຕ້ອງ ແລະ ສິ່ງທີ່ກົງຂັນຂ້າມກັບມັນ
ມວນການສັນລະເສິນເປັນສິດພຽງພຣະອົງດຽວ, ແລະ ຂໍອວຍພອນຄວາມສັນຕິສຸກແກ່ທ່ານຜູ້ທີ່ເປັນນະບີສຸດທ້າຍບໍ່ມີຜູ້ໃດຈະມາຕໍ່ຫຼັງຈາກທ່ານ ແລະ ຄອບຄົວຂອງທ່ານ ແລະ ບັນດາສາວົກສະຫາຍຂອງທ່ານ.
ຕໍ່ຈາກນັ້ນ: ເນື່ອງຈາກວ່າຫຼັກຄວາມເຊື່ອທີ່ຖືກຕ້ອງຄືພື້ນຖານຂອງສາສະໜາອິສລາມ, ຂ້າພະເຈົ້າຈຶ່ງເຫັນວ່າເປັນສິ່ງສຳຄັນທີ່ຈະຕ້ອງກ່າວເຖິງຫົວຂໍ້ນີ້, ແລະ ປະພັນ ແລະ ຮຽບຮຽງເພື່ອຊີ້ແຈງ ແລະ ອະທິບາຍ.
ແລະ ເປັນທີ່ຮູ້ກັນຈາກຫຼັກຖານທາງສາສະໜາໃນຄຳພີອັລ-ກຸຣອານ ແລະ ຫະດິຊວ່າ: ການກະທຳ ແລະ ຄຳເວົ້າຈະຖືກຕ້ອງ ແລະ ຖືກຕອບຮັບກໍ່ຕໍ່ເມື່ອມັນອອກມາຈາກຫຼັກຄວາມເຊື່ອທີ່ຖືກຕ້ອງ, ສ່ວນຫາກວ່າຫຼັກຄວາມເຊື່ອບໍ່ຖືກຕ້ອງ ການກະທຳ ແລະ ຄຳເວົ້າທີ່ເປັນຜົນສືບເນື່ອງມາຈາກມັນກໍ່ຍ່ອມເປັນໂມຂະໄປດ້ວຍ, ດັງທີ່ພຣະອົງຜູ້ຊົງສູງສົງໄດ້ຕຣັດວ່າ:
﴿...وَمَن يَكۡفُرۡ بِٱلۡإِيمَٰنِ فَقَدۡ حَبِطَ عَمَلُهُۥ وَهُوَ فِي ٱلۡأٓخِرَةِ مِنَ ٱلۡخَٰسِرِينَ﴾
(...ແລະ ຜູ້ໃດປະຕິເສດການສັດທາ ການງານຂອງເຂົາກໍໄຮ້ປະໂຫຍດ ແລະ ໃນໂລກຫນ້າເຂົາຈະຢູ່ໃນກຸ່ມຜູ້ຂາດທຶນ)
[ອັລ-ມາອິດະຫ໌ : 5].
ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿وَلَقَدۡ أُوحِيَ إِلَيۡكَ وَإِلَى ٱلَّذِينَ مِن قَبۡلِكَ لَئِنۡ أَشۡرَكۡتَ لَيَحۡبَطَنَّ عَمَلُكَ وَلَتَكُونَنَّ مِنَ ٱلۡخَٰسِرِينَ 65﴾
(ແລະ ໂດຍແນ່ນອນໄດ້ມີວະຫ໌ຮີມາຍັງເຈົ້າ (ມູຮຳມັດ) ແລະ ມາຍັງບັນດານະບີກ່ອນຫນ້າເຈົ້າ ຫາກເຈົ້າຕັ້ງພາຄີຮ່ວມ (ກັບອັລລໍຫ໌), ແນ່ນອນການກະທໍາຂອງເຈົ້າກໍ່ບໍ່ມີຜົນ ແລະ ແນ່ນອນເຈົ້າຈະຢູ່ໃນກຸ່ມຜູ້ຂາດທຶນ) [ອັຊ-ຊຸມັຣ: 65].
ແລະ ໂອງການອື່ນ ໆ ທີ່ມີຄວາມໝາຍທຳນອງນີ້ຢັງມີອີກຫຼາຍ. ທັ້ງໃນຄໍາພີອັລ-ກຸຣອານ ແລະ ແບບຢ່າງ (ອັລ-ຫະດີສ) ຂອງທ່ານສາດສະດາທູດຜູ້ຊື່ສັດຂອງພຣະອົງ, ຊໍລລັລລໍຮຸ ອະໄລຮິ ວະຊັລລຳ, ໄດ້ບົ່ງຊີ້ວ່າ ຫຼັກຄວາມເຊື່ອທີ່ຖືກຕ້ອງນັ້ນ ສະຫຼຸບໄດ້ເປັນຫົກປະການ, ຄື: ການສັດທາຕໍ່ອັລລໍຫ໌, ຕໍ່ບັນດາມະລາອີກະຫ໌ຂອງພຣະອົງ, ຕໍ່ບັນດາຄຳພີຂອງພຣະອົງ, ຕໍ່ບັນດາສາດສະດາທູດຂອງພຣະອົງ, ຕໍ່ວັນສິ້ນໂລກ, ແລະ ຕໍ່ກຳນົດພາວະ ທັງຄວາມດີ ແລະ ຄວາມຊົ່ວ. ທັ້ງຫົກຢ່າງນີ້ ເປັນຮາກຖານຂອງຄວາມເຊື່ອທີ່ຖືກຕ້ອງຕາມທີ່ມີມາ ໃນຄຳພີອັລ-ກຸຣອານຂອງອັລລໍຫ໌ ແລະ ທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ,
ແລະ ບັນດາຫຼັກຖານຕໍ່ຫຼັກການທັ້ງຫົກປະການນີ້ ໄດ້ມີມາຢ່າງຫຼວງຫຼາຍໃນຄຳພີອັລ-ກຸຣອານ ແລະ ອັລ-ຫະດິຊທີ່ຊໍເຮັຍຫ໌, ຕົວຢ່າງດັ່ງຕໍ່ໄປນີ້:
ໜຶ່ງ: ຫຼັກຖານຈາກຄຳພີອັລກຸຣອານຄື: ຄຳຕຣັດຂອງອັລລໍຫ໌ຜູ້ຊົງກຽງໄກ:
﴿لَّيۡسَ ٱلۡبِرَّ أَن تُوَلُّواْ وُجُوهَكُمۡ قِبَلَ ٱلۡمَشۡرِقِ وَٱلۡمَغۡرِبِ وَلَٰكِنَّ ٱلۡبِرَّ مَنۡ ءَامَنَ بِٱللَّهِ وَٱلۡيَوۡمِ ٱلۡأٓخِرِ وَٱلۡمَلَٰٓئِكَةِ وَٱلۡكِتَٰبِ وَٱلنَّبِيِّـۧنَ...﴾
(ບໍ່ໄດ້ແມ່ນຄຸນນະທຳຄວາມດີ ການທີ່ພວກເຈົ້າຫັນໜ້າຂອງພວກເຈົ້າໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ ແຕ່ຄຸນນະທຳຄວາມດີຄື ຜູ້ທີ່ເຊື່ອໃນອັລລໍຫ໌ ແລະ ວັນສຸດທ້າຍ (ວັນສິ້ນໂລກ), ແລະ ສັດທາຕໍ່ບັນດາເທວະທູດ, ບັນດາຄໍາພີ, ແລະ ບັນດາສາສະນະທູດທັງຫມົດ) [ອັລ-ບະກໍເຣາະຫ໌: 177].
ແລະ ຄຳດຳລັດຂອງພຣະອົງ ຜູ້ຊົງສູງສົ່ງທີ່ວ່າ:
﴿ءَامَنَ ٱلرَّسُولُ بِمَآ أُنزِلَ إِلَيۡهِ مِن رَّبِّهِۦ وَٱلۡمُؤۡمِنُونَۚ كُلٌّ ءَامَنَ بِٱللَّهِ وَمَلَٰٓئِكَتِهِۦ وَكُتُبِهِۦ وَرُسُلِهِۦ لَا نُفَرِّقُ بَيۡنَ أَحَدٖ مِّن رُّسُلِهِ...﴾
(ຣໍຊູລນັ້ນ (ທ່ານນະບີມຸຮຳມັດ) ໄດ້ສັດທາໃນສິ່ງທີ່ໄດ້ຖືກປະທານລົງມາແກ່ລາວ ຈາກພຣະເຈົ້າຂອງລາວ ແລະ ມຸມິນຜູ້ສັດທາທັງຫມົດກໍ່ສັດທາດ້ວຍ ທຸກຄົນເຊື່ອໃນອັລລໍຫ໌ ແລະ ມະລາອິກະຫ໌ຂອງພຣະອົງ ແລະ ສັດທາຕໍ່ບັນດາພຣະຄໍາພີຂອງພຣະອົງ ແລະ ບັນດາຣໍຊູລຂອງພຣະອົງ)
[ອັລ-ບະກໍເຣາະຫ໌: 285]
ແລະ ໃນໂອງການຂອງອັລລໍຫ໌ໄດ້ກ່າວວ່າ:
﴿يَٰٓأَيُّهَا ٱلَّذِينَ ءَامَنُوٓاْ ءَامِنُواْ بِٱللَّهِ وَرَسُولِهِۦ وَٱلۡكِتَٰبِ ٱلَّذِي نَزَّلَ عَلَىٰ رَسُولِهِۦ وَٱلۡكِتَٰبِ ٱلَّذِيٓ أَنزَلَ مِن قَبۡلُۚ وَمَن يَكۡفُرۡ بِٱللَّهِ وَمَلَٰٓئِكَتِهِۦ وَكُتُبِهِۦ وَرُسُلِهِۦ وَٱلۡيَوۡمِ ٱلۡأٓخِرِ فَقَدۡ ضَلَّ ضَلَٰلَۢا بَعِيدًا 136﴾
(ໂອ້ ບັນດາຜູ້ສັດທາທັ່ງຫລາຍ ຈົ່ງສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ພຣະຄໍາພີທີ່ພຣະອົງໄດ້ປະທານລົງມາຍັງຣໍຊູລຂອງພຣະອົງ ແລະ ພຣະຄໍາພີທີ່ພຣະອົງໄດ້ປະທານມາກ່ອນນັ້ນ ແລະ ຜູ້ໃດປະຕິເສດສັດທາຕໍ່ອັລລໍຫ໌ ແລະ ມາລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພີຂອງພຣະອົງ ແລະ ບັນດາຣໍຊູລຂອງພຣະອົງ ແລະ ວັນໂລກຫນ້າແລ້ວນັ້ນ ແນ່ນອນເຂົາກໍໄດ້ຫລົງທາງໄປແລ້ວໄກເຕິບ) [ອັນນິຊາ: 136],
ແລະ ໃນໂອງການຂອງອັລລໍຫ໌ ຊຸບຮານະ ໄດ້ກ່າວວ່າ:
﴿أَلَمۡ تَعۡلَمۡ أَنَّ ٱللَّهَ يَعۡلَمُ مَا فِي ٱلسَّمَآءِ وَٱلۡأَرۡضِۚ إِنَّ ذَٰلِكَ فِي كِتَٰبٍۚ إِنَّ ذَٰلِكَ عَلَى ٱللَّهِ يَسِيرٞ 70﴾
(ເຈົ້າບໍ່ຮູ້ບໍ່? ແທ້ຈິງ ອັລລໍຫ໌ຊົງຮອບຮູ້ສິ່ງທີ່ຢູ່ໃນຊັ້ນຟ້າ ແລະ ແຜ່ນດິນ ແທ້ຈິງສິ່ງນັ້ນຢູ່ໃນບັນທຶກແລ້ວ ແທ້ຈິງໃນການນັ້ນເປັນການງ່າຍດາຍສໍາລັບອັລລໍຫ໌) [ອັລ-ຮັຈ: 70].
ສອງ: ຫຼັກຖານຈາກຊຸນນະຫ໌; ເຊັ່ນຫະດິຊຊໍເຮັຍຫ໌ອັນໂດ່ງດັງ ທີ່ລາຍງານໂດຍທ່ານອິຫມ່າມມຸສລິມໃນບັນທຶກຂອງທ່ານວ່າ: ທ່ານຜູ້ນຳແຫ່ງສັດທາຊົນ ກໍ່ຄືທ່ານ ອູມັຣ ບິນ ຄອດຕ໋ອບ ຣໍດິຍັລລໍຮຸ ອັນຮຸ ໄດ້ເລົ່າວ່າ: ເທວະທູດຈິບຣີລໄດ້ຖາມທ່ານນະບີ ﷺ ເຖິງຫຼັກສັດທາ, ທ່ານຈຶ່ງຕອບວ່າ:
«الإِيمَانُ أَنْ تُؤْمِنَ بِاللَّهِ، وَمَلَائِكَتِهِ، وَكُتُبِهِ، وَرُسُلِهِ، وَاليَوْمِ الآخِرِ، وَتُؤْمِنَ بِالقَدَرِ خَيْرِهِ وَشَرِّهِ».
«ການອີມານ (ສັດທາ) ໝາຍເຖິງການເຊື່ອໃນພຣະເຈົ້າກໍ່ຄືອັລລໍຫ໌, ບັນດາມະລາອີກະຫ໌ (ເທວະດາທູດສະຫວັນ), ບັນດາຄຳພີ, ບັນດາສະສານະທູດ (ບັນດາສາດສະດາ), ແລະ ວັນສິ້ນໂລກ, ແລະ ການກຳໜົດທັ້ງຄວາມດີ ແລະ ຄວາມຊົ່ວ»1. ອັລ-ຫະດິຊ, ຈາກການບັນທຶກຂອງທ່ານອີ່ມ່ຳທັ້ງສອງ ຄືທ່ານອີ່ຫມ່ຳບຸກຄໍຣີ ແລະ ທ່ານອີຫມ່ຳມຸສລິມ ດ້ວຍຄວາມແຕກຕ່າງເລັກໜ້ອຍ ຈາກການລາຍງານຂອງທ່ານອະບີຮຸຣອຍເຣາະຫ໌ ຂໍອັລລໍຮ໌ຊົງພໍພຣະໄທຕໍ່ເພິ່ນ.
ຈາກຫຼັກການທັ້ງຫົກປະການນີ້ ໄດ້ແຕກແຍກອອກເປັນທຸກສິ່ງທີ່ເປັນສິ່ງຈຳເປັນເໜື່ອມຸສລິມທີ່ຈະຕ້ອງເຊື່ອສັດທາ, ໃນສິດທິຂອງອັລລໍຫ໌ ຜູ້ຊົງສູງສົ່ງ, ໃນເລື່ອງການຟື້ນຄືນຊີບ, ແລະ ບັນດາເລື່ອງລີ້ລັບອື່ນໆ; ຕາມທີ່ອັລລໍຫ໌ ຜູ້ຊົງຍິ່ງໃຫຍ່ ແລະ ສາດສະດາທູດຂອງພຣະອົງ, ຊໍລລັລລໍຮຸ ອະໄລຮິ ວະຊັລລຳ, ໄດ້ແຈ້ງບອກໄວ້.
ແລະ ຄຳອະທິບາຍຂອງຫຼັກການທັ້ງ ຫົກ ປະການນີ້ ມີດັ່ງນີ້:
ຫຼັກການທຳອິດ : ການສັດທາຕໍ່ອັລລໍຫ໌ຜູ້ຊົງສູງສົ່ງ.
ແລະ ມັນປະກອບດ້ວຍຫຼາຍປະການ, ສ່ວນໜຶ່ງໃນນັ້ນແມ່ນ: ການສັດທາວ່າພຣະອົງນັ້ນເປັນພຣະຜູ້ເປັນເຈົ້າທີ່ແທ້ຈິງ ທີ່ສົມຄວນທີ່ຮັບການເຄົາລົບພັກດີ ທຸກສິ່ງທຸກປະການອື່ນນອກຈາກພຣະອົງແລ້ວ ບໍ່ສົມຄວນທີ່ຈະໄດ້ຮັບການເຄົາລົບກາບໄຫວ້, ທັ້ງນີ້ກໍ່ເນື່ອງຈາກພຣະອົງເປັນຜູ້ຊົງບັງເກີດປວງບ່າວ, ຜູ້ຊົງປະທານຄວາມດີງາມຢ່າງຫຼວງຫຼາຍ, ຜູ້ຊົງປະທານປັດໃຈຢັງຊີບ, ຊົງຮອບຮູ້ທັ້ງໃນທີ່ລັບ ແລະ ເປີດເຜີຍ, ຜູ້ທີ່ສາມາດປະທານຜົນລະບຸນແກ່ຜູ້ທີ່ເຊື່ອຟັງແລະ ປະຕິບັດຕາມ ແລະ ຊົງລົງໂທດແກ່ຜູ້ທີ່ຝ່າຝືນ.
ແລະ ອັລລໍຫ໌ໄດ້ຊົງສ້າງຈິນ ແລະ ມະນຸດຂຶ້ນມາກໍ່ເພື່ອການເຄົາລົບພັກດີ, ແລະ ໄດ້ຊົງບັນຊາໃຫ້ພວກເຂົາປະຕິບັດມັນ, ດັງທີ່ພຣະອົງໄດ້ກ່າວວ່າ:
﴿وَمَا خَلَقۡتُ ٱلۡجِنَّ وَٱلۡإِنسَ إِلَّا لِيَعۡبُدُونِ 56 مَآ أُرِيدُ مِنۡهُم مِّن رِّزۡقٖ وَمَآ أُرِيدُ أَن يُطۡعِمُونِ 57 إِنَّ ٱللَّهَ هُوَ ٱلرَّزَّاقُ ذُو ٱلۡقُوَّةِ ٱلۡمَتِينُ 58﴾
(ແລະ ຂ້າບໍ່ໄດ້ສ້າງຈິນ(ຜີ) ແລະ ມະນຸດ ມາເພື່ອຈຸດປະສົງອື່ນໃດ ເວັ້ນແຕ່ການກາບໄຫວ້ເຄົາລົບພັກດີຕໍ່ຂ້າ)
(ຂ້າບໍ່ຕ້ອງການປັດໃຈຍັງຊີບນຳພວກເຂົາ ແລະ ຂ້າກໍ່ບໍ່ຕ້ອງການໃຫ້ພວກເຂົາໃຫ້ອາຫານແກ່ຂ້າ)
(ແທ້ຈິງ ອັລລໍຫ໌ ຄືຜູ້ປະທານປັດໃຈຍັງຊີບອັນຫລາກຫຼາຍ ຜູ້ຊົງມີພະລັງທີ່ເຂັມແຂງຍິ່ງ) [ອັຊ-ຊາຣິຍາດ: 56-58].
ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿يَٰٓأَيُّهَا ٱلنَّاسُ ٱعۡبُدُواْ رَبَّكُمُ ٱلَّذِي خَلَقَكُمۡ وَٱلَّذِينَ مِن قَبۡلِكُمۡ لَعَلَّكُمۡ تَتَّقُونَ21 ٱلَّذِي جَعَلَ لَكُمُ ٱلۡأَرۡضَ فِرَٰشٗا وَٱلسَّمَآءَ بِنَآءٗ وَأَنزَلَ مِنَ ٱلسَّمَآءِ مَآءٗ فَأَخۡرَجَ بِهِۦ مِنَ ٱلثَّمَرَٰتِ رِزۡقٗا لَّكُمۡۖ فَلَا تَجۡعَلُواْ لِلَّهِ أَندَادٗا وَأَنتُمۡ تَعۡلَمُونَ 22﴾
(ມະນຸດເອີ່ຍ ຈົ່ງເຄົາລົບອີບາດະຮ໌ ພຣະຜູ້ເປັນເຈົ້າຂອງພວກເຈົ້າຜູ້ຊົງສ້າງພວກເຈົ້າ ແລະ ບັນດາຜູ້ທີ່ມາກ່ອນພວກທ່ານເຖິດ ເພື່ອວ່າພວກເຈົ້າຈະຍຳເກຼງ (ຢ້ານຕໍ່ອັລລໍຫ໌)
(ຄືຜູ້ຊົງໃຫ້ແຜ່ນດິນເປັນບ່ອນນອນ ແລະ ຟາກຟ້າເປັນອາຄານແກ່ພວກເຈົ້າ ແລະ ຊົງໃຫ້ນ້ຳຫລັ່ງລົງມາຈາກທ້ອງຟ້າ ແລະ ໄດ້ຊົງໃຫ້ບັນດາໝາກໄມ້ອອກມາ ເນື່ອງດ້ວຍນໍ້ານັ້ນ ທັ້ງນີ້ເພື່ອເປັນປັດໃຈຍັງຊີບແກ່ພວກເຈົ້າ ດັງນັ້ນພວກເຈົ້າຈົງຢ່າໃຫ້ມີຜູ້ເທົ່າທຽມໃດ ໆ ຂຶ້ນ ສໍາລັບອັລລໍຫ໌ ໂດຍທີ່ພວກເຈົ້າຮູ້ກັນຢູ່) [ອັລ-ບະກໍເຣາະຫ໌ 22-21].
ແທ້ຈິງແລ້ວ ພຣະອົງໄດ້ສົ່ງບັນດາຣໍຊູລ ແລະ ປະທານບັນດາຄຳພີລົງມາ: ກໍ່ເພື່ອມາອະທິບາຍຊີ້ແຈ້ງສັດຈະທັມອັນນີ້, ແລະ ເຊີນຊວນໄປສູ່ມັນ, ແລະ ຕັກເຕືອນໃຫ້ຮູ້ເຖິງສິ່ງທີ່ກົງກັນຂ້າມກັບມັນ, ດັ່ງທີ່ພຣະອົງຜູ້ຊົງສູງສົງໄດ້ຕຣັດວ່າ:
﴿وَلَقَدۡ بَعَثۡنَا فِي كُلِّ أُمَّةٖ رَّسُولًا أَنِ ٱعۡبُدُواْ ٱللَّهَ وَٱجۡتَنِبُواْ ٱلطَّٰغُوتَ...﴾
(ແລະໂດຍແນ່ນອນ ເຮົາໄດ້ສົ່ງຣໍຊູລມາໃນທຸກປະຊາຊາດ (ໂດຍໃຫ້ເຂົາປະກາດວ່າ) ພວກທ່ານຈົ່ງເຄົາລົບພັກດີຕໍ່ອົລລໍຫ໌ ແລະ ຈົງຫຼີກຫນີອອກຫ່າງ (ການສັກກາລະ) ຈາກພວກຕໍກູດ (ໄຊຕອນ ຫຼື ຈະເວັດຮູບປັ້ນ) ...) [ອັນ-ນະຫ໌ລຸ: 36].
ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿وَمَآ أَرۡسَلۡنَا مِن قَبۡلِكَ مِن رَّسُولٍ إِلَّا نُوحِيٓ إِلَيۡهِ أَنَّهُۥ لَآ إِلَٰهَ إِلَّآ أَنَا۠ فَٱعۡبُدُونِ25﴾
(ແລະ ເຮົາບໍ່ໄດ້ສົ່ງຣໍຊູລຄົນໃດມາກ່ອນຫນ້າເຈົ້າ (ໝາຍເຖິງທ່ານນະບີມຸຮຳມັດ) ຍົກເວັ້ນແຕ່ເຮົາໄດ້ວະຫ໌ຍູໃຫ້ເແກ່ເຂົາວ່າ ບໍ່ມີພຣະເຈົ້າອື່ນໃດທີ່ແທ້ຈິງນອກຈາກຂ້າ ດ້ວຍເຫດນີ້ພວກເຈົ້າຈົ່ງເຄົາລົບພັກດີຕໍ່ຂ້າ)
[ ອັລ-ອຳບີຍາ: 25]
ແລະ ພຣະຜູ້ຊົງເດສານຸພາບໄດ້ກ່າວວ່າ:
﴿الر كِتَابٌ أُحْكِمَتْ آيَاتُهُ ثُمَّ فُصِّلَتْ مِنْ لَدُنْ حَكِيمٍ خَبِيرٍ1 أَلَّا تَعْبُدُوا إِلَّا اللَّهَ إِنَّنِي لَكُمْ مِنْهُ نَذِيرٌ وَبَشِيرٌ2﴾
("ອະລີຟ ລາມ ຣໍ" ນີ້ຄືຄຳພີທີ່ໂອງການຕ່າງ ໆ ຂອງຄຳພີນັ້ນໄດ້ຖືກວ່າງໄວ້ຢ່າງຮັດກຸມມີລະບຽບ ແລະ ຖືກຈຳແນກເລື່ອງຕ່າງ ໆ ຢ່າງຊັດແຈ້ງ ຈາກພຣະຜູ້ຊົງສະຫຼາດຫຼັກແຫລມ ແລະ ຜູ້ຊົງຮອບຮູ້ຊ່ຽວຊານ)
(ໂດຍໄດ້ສອນໄວ້ໃນຄຳພີວ່າ) ພວກເຈົ້າຈະບໍ່ໄປເຄົາລົບພັກດີຕໍ່ຜູ້ໃດນອກຈາກອັລລໍຫ໌ ແທ້ຈິງຂ້ອຍ(ມຸຮຳມັດ) ໄດ້ຮັບການແຕ່ງຕັ້ງຈາກພຣະອົງ ມາຍັງພວກທ່ານເພື່ອເປັນຜູ້ຕັກເຕືອນ ແລະ ຜູ້ແຈ້ງຂ່າວດີ) [ສຸເຣາະຫ໌ ຮູດ: 1-2].
ແລະ ຄວາມໝາຍທີ່ແທ້ຈິງຂອງການອີບາດະຫ໌ນີ້ຄື: ການສະແດງເຖິງເອກະພາບຂອງອັລລໍຫ໌ ຊຸບະຮານະຮຸ ວະຕະອາລາ ໃນທຸກເລື່ອງທີ່ປວງບ່າວຖະວາຍຄວາມພັກດີ; ເປັນຕົ້ນກໍ່ຄື ການວິງວອນຂໍ, ຄວາມຢ້ານກົວ, ຄວາມຫວັງ, ການລະຫມາດ, ການຖືສິນອົດ, ການເຊືອດສັດ, ການບົນບານ, ແລະ ການອີບາດະຫ໌ປະເພດອື່ນໆ, ໃນຮູບແບບຂອງການນອບນ້ອມຖ່ອມຕົນຕໍ່ພຣະອົງ, ໂດຍມີຄວາມປາດຖະຫນາໃນລາງວັນຕອບແທນຈາກພຣະອົງ ແລະ ມີຄວາມຢ້ານກົວຕໍ່ການລົງໂທດຂອງພຣະອົງ, ຄວບຄູ່ກັບຄວາມຮັກຢ່າງສົມບູນຕໍ່ພຣະອົງ ແລະ ຄວາມນອບນ້ອມຖ່ອມຕົນຕໍ່ຄວາມຍິ່ງໃຫຍ່ຂອງພຣະອົງ.
ແລະ ຜູ້ໃດທີ່ໄຕ່ຕອງໃນຄຳພີອັລກຸຣອານອັນປະເສິດ: ກໍຈະພົບວ່າສ່ວນໃຫຍ່ຂອງມັນຖືກປະທານລົງມາໃນຫຼັກການອັນຍິ່ງໃຫຍ່ນີ້; ດັ່ງດຳລັດຂອງພຣະອົງ ຜູ້ຊົງສູງສົ່ງ ທີ່ວ່າ:
﴿إِنَّآ أَنزَلۡنَآ إِلَيۡكَ ٱلۡكِتَٰبَ بِٱلۡحَقِّ فَاعْبُدِ اللَّهَ مُخْلِصًا لَهُ الدِّينَ 2 أَلَا لِلَّهِ الدِّينُ الْخَالِصُ وَٱلَّذِينَ ٱتَّخَذُواْ مِن دُونِهِۦٓ أَوۡلِيَآءَ مَا نَعۡبُدُهُمۡ إِلَّا لِيُقَرِّبُونَآ إِلَى ٱللَّهِ زُلۡفَىٰٓ إِنَّ ٱللَّهَ يَحۡكُمُ بَيۡنَهُمۡ فِي مَا هُمۡ فِيهِ يَخۡتَلِفُونَۗ إِنَّ ٱللَّهَ لَا يَهۡدِي مَنۡ هُوَ كَٰذِبٞ كَفَّارٞ3﴾
(ແທ້ຈິງເຮົາໄດ້ປະທານຄຳພີແກ່ເຈົ້າດ້ວຍຄວາມຈິງ, ດັ່ງນັ້ນ ເຈົ້າຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ໂດຍເປັນຜູ້ຖະວາຍການເຄົາລົບຢ່າງບໍລິສຸດແດ່ພຣະອົງ)
(ຈົ່ງຮູ້ໄວ້ເຖີດວ່າ ສຳຫຼັບອັລລໍຫ໌ແລ້ວ (ບໍ່ມີພາຄີໃດ ໆ ອີກນອກຈາກ) ການເຄົາລົບພັກດີທີ່ຜ່ອງແຜ້ວບໍລິສຸດ, ແລະ ບັນດາຜູ້ທີ່ຍຶດຖືສິ່ງອື່ນຈາກອັລລໍຫ໌ໃຫ້ເປັນວະລີຍ໌ (ຜູ້ຄຸ້ມຄອງ) ເພື່ອເຄົາລົບພັກດີ (ພວກເຂົາຈະກ່າວວ່າ) ເຮົາບໍ່ໄດ້ເຄົາລົບພັກດີພວກເຂົາເຫລົ່ານັ້ນ ເວັ້ນເເຕ່ເພື່ອເຂົາເຫລົ່ານັ້ນຈະເຮັດໃຫ້ເຮົາໃກ້ຊິດຕໍ່ອັລລໍຫ໌, ເເທ້ຈິງອັລລໍຫ໌ ຈະຊົງຈະຕັດສິນພວກເຂົາໃນສິ່ງທີ່ພວກເຂົາຂັດເເຍ້ງກັນໃນເລື່ອງນັ້ນ, ເເທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງເເກ່ຜູ້ກ່າວເທັດ (ຄົນຂີ້ຕົວະ) ຜູ້ບໍ່ສຳນຶກບຸນຄຸນປະຕິເສດ) [ອັຊ-ຊຸມັຣ: 2-3].
ແລະ ໃນໂອງການຂອງອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ກ່າວວ່າ:
﴿وَقَضَىٰ رَبُّكَ أَلَّا تَعۡبُدُوٓاْ إِلَّآ إِيَّاهُ...﴾
(ແລະ ພຣະເຈົ້າຂອງເຈົ້າໄດ້ມີບັນຊາວ່າ ພວກເຈົ້າຢ່າໄດ້ເຄົາລົບພັກດີຜູ້ໃດນອກຈາກພຣະອົງເທ່ານັ້ນ....)
[ອັລ-ອິສຣໍ: 23].
ແລະ ດຳລັດຂອງພຣະອົງທີ່ວ່າ :
﴿فَٱدۡعُواْ ٱللَّهَ مُخۡلِصِينَ لَهُ ٱلدِّينَ وَلَوۡ كَرِهَ ٱلۡكَٰفِرُونَ14﴾
(ດັ່ງນັ້ນ ພວກເຈົ້າຈົງວິງວອນຕໍ່ອັລລໍຫ໌ ໂດຍເປັນຜູ້ຖະວາຍການເຄົາລົບພັກດີຢ່າງບໍລີສຸດໃຈແດ່ພຣະອົງເທົ່ານັ້ນ ເຖິງແມ້ວ່າພວກປະຕິເສດສັດທາຈະກຽດຊັງກໍຕາມ)
[ກໍຟີຣ: 14].
ເຊັ່ນດຽວກັນນີ້ ຜູ້ທີ່ພິຈາລະນາໃນຊຸນນະຫ໌ຂອງທ່ານນະບີ ກໍ່ຈະພົບເຫັນການໃຫ້ຄວາມສຳຄັນຕໍ່ຫລັກການອັນຍິ່ງໃຫຍ່ນີ້ເຊັ່ນກັນ, ແລະສ່ວນຫນຶ່ງຈາກສິ່ງດັ່ງກ່າວນັ້ນຄື: ສິ່ງທີ່ຖືກລາຍງານໃນບັນທຶກຂອງທ່ານອີຫມ່ຳທັ້ງສອງ ຈາກລາຍງານຂອງທ່ານມຸອາຊ ຣໍດີຍັລລໍຮຸ ອັນຮຸ ແທ້ຈິງທ່ານນະບີ ﷺ ໄດ້ກ່າວວ່າ:
«حَقُّ اللهِ عَلَى العِبَادِ أَن يَعْبُدُوهُ وَلَا يُشْرِكُوا بِهِ شَيْئًا».
''ສິດທິຂອງອັລລໍຫ໌ອັນພຶ່ງມີຕໍ່ປວງບ່າວກໍ່ຄື ການທີ່ເຂົາເຫຼົ່ານັ້ນຕ້ອງເຄົາລົບພັກດີຕໍ່ພຣະອົງ ແລະ ບໍ່ນຳສິ່ງໃດຂຶ້ນມາເປັນພາຄີ (ກາບໄຫວ້) ຮ່ວມກັບພຣະອົງ"2.
ແລະ ການສັດທາຕໍ່ອັລລໍຫ໌ຄືການສັດທາຕໍ່ທຸກສິ່ງທີ່ພຣະອົງຊົງມີໂອງການບັງຄັບໃຫ້ປວງບ່າວປະພຶດປະຕິບັດ ຫຼັກອິສລາມທັ້ງຫ້າປະການ ທີ່ປະກົດຊັດເຈນ.
ຄື: ການປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌, ດຳລົງໄວ້ເຊິ່ງການລະຫມາດ, ການຈ່າຍຊະກາດ, ການຖືສິນອົດໃນເດືອນຣໍມະດອນ, ແລະ ການປະກອບພິທີຮັຈທີ່ບ້ານອັນສັກສິດຂອງອັລລໍຫ໌ ສຳລັບຜູ້ທີ່ມີຄວາມສາມາດ, ພ້ອມທັ້ງບັນດາຂໍ້ບັງຄັບອື່ນໆ ທີ່ກຳນົດໄວ້ໃນບົດບັນຍັດສາສະໜາອັນບໍລິສຸດ.
ຫຼັກການທີ່ສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດຄື: ການປະຕິຍານວ່າ ບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບພັກດີອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດ ຄືສາດສະດາທູດຂອງພຣະອົງ, ແລະ ການປະຕິຍານນີ້ຈຳເປັນຕ້ອງມີ: ການອິກລາສ (ບໍລິສຸດໃຈ) ມອບການອິບາດະຫ໌ຕໍ່ອັລລໍຫ໌ພຽງອົງດຽວ ແລະ ປະຕິເສດການອິບາດະຫ໌ຕໍ່ສິ່ງອື່ນນອກຈາກພຣະອົງ, ເຊິ່ງນີ້ກໍ່ຄື ຄວາມໝາຍຂອງຄຳວ່າ: ລາອິລາຫະ ອິລລັລລໍຫ໌.
ເຊິ່ງຄວາມໝາຍຂອງມັນ - ດັ່ງທີ່ບັນດານັກວິຊາການ (ຂໍອັລລໍຫ໌ຊົງໂປດເມດຕາພວກເພິ່ນ) ໄດ້ກ່າວໄວ້ຄື: ບໍ່ມີຜູ້ໃດສົມຄວນໄດ້ຮັບການເຄົາລົບພັກດີຢ່າງແທ້ຈິງນອກຈາກອັລລໍຫ໌.
ດ້ວຍເຫດນີ້: ທຸກສິ່ງທີ່ຖືກເຄົາລົບພັກດີນອກຈາກອັລລໍຫ໌ - ບໍ່ວ່າຈະເປັນມະນຸດ, ມະລາອີກະຫ໌, ຈິນ ຫຼື ອື່ນຈາກນັ້ນ - ທັງໝົດນັ້ນຈຶ່ງເປັນການເຄົາລົບພັກດີທີ່ບໍ່ຖືກຕ້ອງ (ເປັນໂມຄະ), ແລະ ຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີຢ່າງແທ້ຈິງນັ້ນຄືອັລລໍຫ໌ພຽງອົງດຽວ ໂດຍບໍ່ມີພາຄີໃດໆ ຕໍ່ພຣະອົງ, ດັ່ງທີ່ພຣະອົງ ຜູ້ຊົງສູງສົ່ງ ໄດ້ຕຣັດໄວ້ວ່າ:
﴿ذَٰلِكَ بِأَنَّ ٱللَّهَ هُوَ ٱلۡحَقُّ وَأَنَّ مَا يَدۡعُونَ مِن دُونِهِۦ هُوَ ٱلۡبَٰطِلُ...﴾
(ນັ້ນກໍ່ເພາະວ່າ ອັລລໍຫ໌ຄືຜູ້ຊົງສັດຈະ ແລະ ແທ້ຈິ່ງ ສິ່ງທີ່ພວກເຂົາເຫຼົ່ານັ້ນວິງວອນອື່ນຈາກພຣະອົງນັ້ນມັນເປັນເລື່ອງເທັດ.) [ອັລ-ຮັຈ: 62].
ໄດ້ເຄີຍຊີ້ແຈ້ງມາກ່ອນແລ້ວວ່າອັລລໍຫ໌ ໄດ້ຊົງສ້າງມະນຸດ ແລະ ຈິນ ມາເພື່ອຫຼັກພື້ນຖານອັນເດິມອັນນີ້ ນັ່ນກໍ່ຄືເພື່ອອິບາດະຫ໌ຕໍ່ພຣະອົງ, ຊົງແຕ່ຕັ້ງຣໍຊູລມາ ແລະ ປະທານຄຳພີຂອງພຣະອົງມາກໍ່ເພື່ອການນີ້; ສະນັ້ນບ່າວຂອງພຣະອົງຈຶ່ງຄວນພິຈາລະນາຢ່າງຖ່ອງແທ້ ແລະ ຄິດທົບທວນໃຫ້ຫຼາຍໆ ເພື່ອທີ່ຈະໄດ້ປະຈັກຊັດແກ່ລາວໃນສິ່ງທີ່ເກີດຂຶ້ນແກ່ມຸສລິມເປັນຈຳນວນຫຼາຍ ທີ່ບໍ່ຮູ້ບໍ່ເຂົ້າໃຈໃນຫຼັກພື້ນຖານອັນນີ້, ຈົນໄດ້ໄປສັກກາລະສິ່ງອື່ນຄວບຄູ່ກັບອັລລໍຫ໌, ຫັນເຫ ຫຼື ແບ່ງປັນສິດ ເຊິ່ງເປັນຂອງພຣະອົງພຽງອົງດຽວໄປໃຫ້ແກ່ຜູ້ອື່ນ, (ຂໍອັລລໍຫ໌ຊົງຊ່ວຍເຫຼືອດ້ວຍເຖີດ).
ສ່ວນໜຶ່ງຂອງການສັດທາຕໍ່ອັລລໍຫ໌ໄດ້ແກ່ການສັດທາວ່າພຣະອົງຄືຜູ້ຊົງສ້າງໂລກ ຜູ້ບໍລິຫານກິດຈະການຕ່າງ ໆ ຂອງມະນຸດ ຊົງຄວບຄຸມມະນຸດດ້ວຍຄວາມສາມາດ ດ້ວຍເດສານຸພາບຂອງພຣະອົງ ມະຫາບໍລິສຸດ ພຣະອົງຊົງຄອບຄອງໂລກນີ້ ແລະ ໂລກໜ້າ ຊົງເປັນຜູ້ເປັນເຈົ້າແຫ່ງຈັກກະວານ ບໍ່ມີຜູ້ສ້າງອື່ນນອກຈາກພຣະອົງ, ຊົງໄດ້ສົ່ງຣໍຊູລມາ ຊົງປະທານຄຳພີລົງມາ ກໍ່ເພື່ອຟື້ນຟູປັບປຸງສະພາບວິຖີຊີວິດຂອງປວງບ່າວ ເຊີນຊວນຄົນເຫຼົ່ານັ້ນໄປສູ່ຄວາມປອດໄພ ສູ່ການເຮັດຄວາມດີທີ່ຢັ້ງຍືນໃນໂລກນີ້ ແລະ ໂລກໜ້າ, ພຣະອົງນັ້ນບໍ່ມີຫຸ້ນສ່ວນ ບໍ່ມີພາຄີໃດ ໆ ຮ່ວມກັບພຣະອົງ ໃນເລື່ອງທີ່ກ່າວມາທັ້ງໝົດ ພຣະອົງຜູ້ຊົງສູງສົ່ງ ໄດ້ຕຣັດວ່າ:
﴿ٱللَّهُ خَٰلِقُ كُلِّ شَيۡءٖۖ وَهُوَ عَلَىٰ كُلِّ شَيۡءٖ وَكِيلٞ 62﴾
(ອັລລໍຫ໌ ຄືຜູ້ຊົງສ້າງທຸກສິ່ງ ແລະ ພຣະອົງຊົງເປັນຜູ້ຮັບມອບໝາຍໃຫ້ຄຸ້ມຄອງ ຮັກສາທຸກສິ່ງທຸກຢ່າງ)
[ອັຊ-ຊຸມັຣ: 62].
ແລະ ພຣະຜູ້ຊົງສູງສົ່ງ ໄດ້ຕຣັດວ່າ:
﴿إِنَّ رَبَّكُمُ ٱللَّهُ ٱلَّذِي خَلَقَ ٱلسَّمَٰوَٰتِ وَٱلۡأَرۡضَ فِي سِتَّةِ أَيَّامٖ ثُمَّ ٱسۡتَوَىٰ عَلَى ٱلۡعَرۡشِۖ يُغۡشِي ٱلَّيۡلَ ٱلنَّهَارَ يَطۡلُبُهُۥ حَثِيثٗا وَٱلشَّمۡسَ وَٱلۡقَمَرَ وَٱلنُّجُومَ مُسَخَّرَٰتِۭ بِأَمۡرِهِۦٓۗ أَلَا لَهُ ٱلۡخَلۡقُ وَٱلۡأَمۡرُۗ تَبَارَكَ ٱللَّهُ رَبُّ ٱلۡعَٰلَمِينَ54﴾
(ແທ້ຈິງພຣະເຈົ້າຂອງພວກເຈົ້ານັ້ນ ຄື ອັລລໍຫ໌ ຜູ້ຊົງສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນ ພາຍໃນຫົກມື້ ແລະ ສະຖິດຢູ່ເທິງບັນລັງ ພຣະອົງຊົງໃຫ້ກາງຄືນຄອງຄຸມກາງເວັນໃນສະພາບທີ່ກາງຄືນໄລ່ຕາມກາງເວັນຢ່າງວ່ອງໄວ ແລະ ພຣະອົງໄດ້ສ້າງດອງອາທິດ ແລະ ດວງຈັນ ແລະ ບັນດາດວງດາວຂຶ້ນຖືກກໍຳໜົດໃຫ້ກຳໜົດເຮັດໜ້າທີ່ບໍລິການ ຕາມພຣະບັນຊາຂອງພຣະອົງ ຈົ່ງຮັບຮູ້ວ່າ ການສ້າງ ແລະ ກິດຈະການທັ່ງຫຼາຍເປັນສິດທິຂອງພຣະອົງເທົ່ານັ້ນ ມະຫາບໍລິສຸດແດ່ອັລລໍຫ໌ ຜູ້ເປັນພຣະເຈົ້າແຫ່ງສາກົນລະໂລກ) [ອັລ-ອະຣໍຟ: 54]
ແລະ ສ່ວນໜຶ່ງຂອງການສັດທາຕໍ່ອັລລໍຫ໌ນັ້ນ ໄດ້ແກ່ການສັດທາຕໍ່ພຣະນາມອັນປະເສິດ ແລະ ຄຸນນະລັກສະນະອັນສູງສົ່ງຂອງພຣະອົງ ທີ່ປະກົດໃນຄຳພີອັນຊົງກຽດຂອງພຣະອົງ, ແລະ ທີ່ລະບຸແນ່ຊັດຈາກທ່ານຣໍຊູລຜູ້ຊື່ສັດຂອງພຣະອົງ, ໂດຍບໍ່ມີການບິດເບືອນ, ບໍ່ມີການສ້າງຖ້ອຍຄຳໃຫ້ເຫັນວ່າເປັນແນວໃດ, ແລະ ບໍ່ມີການປຽບເປີຍວ່າຄືກັບສິ່ງໃດ,
﴿...لَيۡسَ كَمِثۡلِهِۦ شَيۡءٞۖ وَهُوَ ٱلسَّمِيعُ ٱلۡبَصِيرُ﴾
(ບໍ່ມີສິ່ງໃດສະເໝີເຫມືອນພຣະອົງ ແລະ ພຣະອົງຜູ້ຊົງໄດ້ຍິນ ຜູ້ຊົງເຫັນ) [ອັຊ-ຊູຣໍ: 11].
ດັ່ງນັ້ນ ຈຳເປັນຕ້ອງໃຫ້ມັນຜ່ານໄປດັ່ງທີ່ມັນຖືກກ່າວມາໂດຍບໍ່ຕ້ອງຖາມວ່າເປັນແນວໃດ, ພ້ອມທັງສັດທາໃນຄວາມໝາຍອັນຍິ່ງໃຫຍ່ທີ່ມັນຊີ້ບອກ ເຊິ່ງເປັນຄຸນລັກສະນະຂອງອັລລໍຫ໌ ຜູ້ຊົງກຽງໄກ, ແລະ ຈຳເປັນຕ້ອງບັນຍາຍຄຸນລັກສະນະຂອງພຣະອົງຜູ້ຊົງສູງສົ່ງໃຫ້ເຫມາະສົມກັບພຣະອົງ ໂດຍບໍ່ມີການປຽບເປີຍຄຸນລັກສະນະຂອງພຣະອົງໃຫ້ສະເໝີເຫມືອນກັບສິ່ງຖືກສ້າງໃດ ໆ ຂອງພຣະອົງ, ດັງທີ່ຊົງມີດຳລັດໄວ້ວ່າ: ແລະ ພຣະຜູ້ຊົງເດສານຸພາບໄດ້ກ່າວວ່າ:
﴿فَلَا تَضۡرِبُواْ لِلَّهِ ٱلۡأَمۡثَالَۚ إِنَّ ٱللَّهَ يَعۡلَمُ وَأَنتُمۡ لَا تَعۡلَمُونَ74﴾
(ດັງນັ້ນ ພວກເຈົ້າຢ່າໄດ້ຢົກອຸທາຫອນທັ້ງຫລາຍກັບອັລລໍຫ໌ ແທ້ຈິງອັລລໍຫ໌ນັ້ນ ຊົງຮອບຮູ້ ແລະ ພວກເຈົ້າຕ່າງຫາກທີ່ບໍ່ຮູ້) [ອັລ-ນະຫ໌ລຸ: 74].
ນີ້ຄືຫຼັກການເຊື່ອມັ່ນຂອງອະຫ໌ລຸຊສຸນນະຫ໌ ວັລຈະມາອະຫ໌ ທີ່ເປັນສາວົກຂອງທ່ານຣໍຊູລ ຊັລລັລລໍຮຸ ອະໄລຮິ ວະສັລລຳ ແລະ ຜູ້ດຳເນິນຕາມເຫຼົ່ານັ້ນດ້ວຍດີຕະຫຼອດມາ ໃນເລື່ອງບັນດາພຣະນາມ ແລະ ຄຸນລັກສະນະຕ່າງໆ ຂອງອັລລໍຫ໌; ເປັນຫຼັກການເຊື່ອມັ່ນທີ່ອິຫມ່ຳ ອະບຸລ ຮາຊັນ ອັລ-ອັຊອາຣີ (ຂໍອັລລໍຫ໌ໂປດເມດຕາທ່ານດ້ວຍ) ໄດ້ຖ່າຍທອດມາໄວ້ໃນໜັງສື "ອັລ-ມະກໍລາຕ" ຈາກເຫຼົ່າບັນດານັກບັນທຶກຫະດິຊ ແລະ ກຸ່ມອະຫ໌ລຸຊສຸນນະຫ໌, ແລະ ຄົນອື່ນ ໆ ໃນບັນດາອຸລະມຼາ (ນັກປຣາດ) ອິສລາມ ເຊັ່ນດຽວກັບຜູ້ສັດທາທີ່ເຊື່ອມັ່ນກໍ່ໄດ້ຄັດລອກ ແລະ ຖ່າຍທອດຫຼັກການເຊື່ອມັ່ນນີ້ເຊັ່ນກັນ.
ອິມ່ຳ ອັລເອົາຊາອີ ຂໍອັລລໍຫ໌ຊົງເມດຕາເພິ່ນ ໄດ້ກ່າວວ່າ: (ອັຊ-ຊູຫ໌ຣີ ແລະ ມັກຫູລ ໄດ້ຖືກຖາມເຖິງໂອງການຕ່າງ ໆ ທີ່ກ່ຽວກັບສິຟາຕ, ທ່ານທັ້ງສອງຕອບວ່າ: "ຈົ່ງເຮັດໃຫ້ຜ່ານໄປຕາມທີ່ມີປະກົດໃນຕົວບົດ")3.
ແລະ ອັລ-ເອົາຊາຣີຍ໌ (ຂໍອັລລໍຫ໌ໂປດເມດຕາທ່ານດ້ວຍ) ຢັງໄດ້ກ່າວໄວ້ອີກວ່າ: (ເຮົາ ແລະ ກຸ່ມຕາບິອີນຈຳນວນຫຼາຍກ່າວວ່າ ແທ້ຈິງອັລລໍຫ໌ຊົງສະຖິດຢູ່ບົນບັນລັງຂອງພຣະອົງ ແລະ ເຮົາສັດທາເລື່ອງສິຟາຕທີ່ມີມາໃນສຸນນະຫ໌)4.
ທ່ານອັລວະລີດ ບິນ ມຸສລິມ ຂໍອັລລໍຫ໌ເມດຕາທ່ານ ຢັງໄດ້ກ່າວໄວ້ວ່າ: (ທ່ານອິຫມ່ຳມາລິກ, ອັລ-ເອົາຊາອີຍ໌, ອັລ-ໄລສ ອິບນຸ ສະອັດ ແລະ ຊຸຟຢານ ອັສ-ເສົາຣີຍ໌ (ຂໍອັລລໍຫ໌ໂປດເມດຕາພວກທ່ານດ້ວຍ) ໄດ້ຖືກຖາມເຖິງຫະດິຊຕ່າງ ໆ ທີ່ມີປະກົດກ່ຽວກັບເລື່ອງສິຟາຕ, ບຸກຄົນທັ້ງໝົດນັ້ນຕອບເປັນສຽງດຽວກັນວ່າ "ຈົ່ງເຮັດໃຫ້ມັນຜ່ານໄປ ຢ່າງທີ່ມັນມີມາໂດຍບໍ່ມີການລະບຸວິທີການວ່າເປັນແນວໃດ")5
ເມື່ອທ່ານຣໍບີອະຫ໌ ອິບນຸ ອັບດຸຣເຣາະມານ ອາຈານຂອງທ່ານອີຫມ່ຳມາລິກ (ຂໍອັລລໍຫ໌ໂປດເມດຕາທ່ານດ້ວຍ) ຖືກຖາມກ່ຽງກັບຄຸນນະລັກສະນະ ອັລ-ອິສຕິວຼາ (ການສະຖິດຢູ່) ທ່ານກ່າວວ່າ "(ຄວາມໝາຍຂອງ) ອັລ-ອິສຕິວາ ບໍ່ໄດ້ຢູ່ນອກເໜືອຄວາມເຂົ້າໃຈ ຫາກແຕ່ວິທີການນັ້ນບໍ່ໄດ້ຢູ່ໃນການເຂົ້າເຖິງຂອງສະຕິປັນຍາເຮົາ ອັລລໍຫ໌ເປັນຜູ້ສົ່ງສານນີ້ ທ່ານຣໍຊູລມີໜ້າທີ່ຊີ້ແຈງເຜີຍແຜ່ ແລະ ເຮົາມີໜ້າທີ່ຕ້ອງເຊື່ອ"6, ແລະ ເມື່ອທ່ານອິຫມ່ຳມາລິກຖືກຖາມກ່ຽວກັບເລື່ອງນີ້ ທ່ານຕອບວ່າ: "(ຄວາມໝາຍຂອງ) ອັລ-ອິສຕິວາ ນັ້ນເປັນເລື່ອງທີ່ຮູ້ກັນດີ ແຕ່ທະວ່າ (ຂໍ້ເທັດຈິງ) ເປັນແນວໃດນັ້ນ ເປັນເລື່ອງທີ່ບໍ່ອາດຮູ້ໄດ້ ແລະ ການສັດທາຕໍ່ເລື່ອງນີ້ເປັນສິ່ງຈຳເປັນ (ດ້ວຍເຫດນີ້) ການຖາມເຖິງເລື່ອງນີ້ (ວ່າເປັນແນວໃດ) ຈຶ່ງເປັນບິດອະຫ໌" ແລ້ວທ່ານໄດ້ກ່າວແກ່ຜູ້ຖາມອີກວ່າ "ຂ້ອຍບໍ່ເຫັນທ່ານເປັນຫຍັງ ນອກເສຍຈາກຕ້ອງເປັນຄົນທີ່ຊົ່ວຊ້າ!" ແລະ ທ່ານກໍ່ສັ່ງໃຫ້ລາວອອກໄປ.7 ແລະ ຄວາມໝາຍນີ້ກໍມີລາຍງານເຊັ່ນກັນ ຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງ ອຸມມຸ ສະລາມະຫ໌ ຣໍດິຍັລລໍຮຸ ອັນຮາ8.
ທ່ານ ອິມາມ ອະບູ ອັບດຸລເຣາະຫ໌ມານ ອິບນຸລ ມຸບາຣັອກ ໄດ້ກ່າວວ່າ: (ເຮົາຮູ້ຈັກພຣະຜູ້ເປັນເຈົ້າຂອງເຮົາວ່າ ພຣະອົງຊົງປະທັບຢູ່ບົນຊັ້ນຟ້າທັ້ງຫຼາຍຂອງພຣະອົງ ບົນບັນລັງຂອງພຣະອົງ ໂດຍແຍກໄປຈາກສິ່ງຖືກສ້າງຂອງພຣະອົງ)9.
ຄຳເວົ້າຂອງບັນດາອິຫມ່ຳໃນບົດນີ້ມີຢູ່ຢ່າງຫຼວງຫຼາຍ ເຮົາບໍ່ສາມາດຈະຄັດລອກມາໄວ້ໃນການບັນຍາຍຄັ້ງນີ້ໄດ້ໝົດ ຜູ້ໃດຕ້ອງການຈະຮູ້ໃຫ້ຫຼາຍກວ່ານີ້ ກໍ່ຂໍໃຫ້ທົບທວນຂໍ້ຂຽນທີ່ອຸລະມາ ຂຽນໄວ້ໃນບົດນີ້ ເຊັ່ນໃນ ໜັງສື "ອັສ-ສຸນນະຫ໌" ຂອງທ່ານອັບດຸລລໍຫ໌ ລູກຂອງທ່ານອິຫມ່ຳອະຫ໌ມັດ, ໜັງສື "ອັດ-ເຕົາຮີດ" ຂອງທ່ານອິຫມ່ຳມຸຮຳມັດ ອິບນຸ ຄຸໄຊມະຫ໌, ໜັງສື "ອັສ-ສຸນນະຫ໌" ຂອງທ່ານອະບຸກໍຊີມ ອັລ-ລາລະກາອີຍ໌ ອັດ-ຕໍບາຣີ, ໜັງສື "ອັສ-ສູນນະຫ໌" ຂອງອະບຸ ບັກຣ ອິບນຸ ອະບີ ອາສີມ ແລະ ຄຳຕອບຂອງທ່ານເຊກຄຸລ ອິສລາມ ອິບນຸ ໄຕມິຍະຫ໌ ແກ່ຊາວເມືອງຫຸມາຫ໌ ເຊິ່ງເປັນຄຳຕອບທີ່ຍິ່ງໃຫຍ່ ມີປະໂຫຍດລ້ຳຄ່າ ທ່ານໄດ້ໃຫ້ຄວາມກະຈ່າງແຈ້ງໃນຄຳຕອບນັ້ນ ກ່ຽວກັບຫຼັກການເຊື່ອມັ່ນ (ອາກີດະຫ໌) ຂອງອະຫ໌ລຸຊສຸນນະຫ໌ ພ້ອມຫຼັກຖານຈາກບັນຍັດສາສະໜາ ແລະ ຈາກສະຕິປັນຍາ ທີ່ຊີ້ເເຈງເຖິງຄວາມຖືກຕ້ອງຂອງຄຳເວົ້າຂອງອະຫ໌ລຸຊສຸນນະຫ໌ ແລະ ຄວາມເທັດໃນວາຈາຂອງຝ່າຍກົງກັນຂ້າມ.
ໃນທຳນອງດຽວກັນ ສານຂອງທ່ານທີ່ມີຊື່ວ່າ "ອັດ-ຕັດມູຣີຍະຫ໌" ກໍ່ໄດ້ຂະຍາຍຄວາມເລື່ອງນີ້ໄວ້ຢ່າງກວ້າງຂວາງ ໄດ້ຊີ້ແຈງເຖິງຫຼັກການເຊື່ອມັ່ນຂອງອະຫ໌ລຸຊສຸນນະຫ໌ ດ້ວຍຫຼັກຖານຕາມທີ່ຖ່າຍທອດກັນມາ ແລະ ຫຼັກຖານທາງສະຕິປັນຍາ, ທ່ານໄດ້ຕອບຜູ້ທີ່ໂຕ້ແຍ້ງ ດ້ວຍສິ່ງທີ່ສະແດງເຖິງສັດຈະທຳ ແລະ ທຳລາຍລ້າງສິ່ງທີ່ເປັນເທັດ ເພື່ອໃຫ້ທຸກຄົນທີ່ເປັນນັກວິຊາການທີ່ມີວັດຖຸປະສົງດີ ແລະ ມີຄວາມປາດຖະນາທີ່ຈະຮູ້ຈັກສັດຈະທຳໄດ້ພິຈາລະນາໃນເລື່ອງນີ້. ໂດຍສະຫຼຸບ: ຫຼັກຄວາມເຊື່ອຂອງອະຫ໌ລຸສສຸນນະຫ໌ ວັລຈະມາອະຫ໌ ໃນເລື່ອງພຣະນາມ ແລະ ຄຸນລັກສະນະນັ້ນ; ຄືພວກເຂົາຢືນຍັນໃຫ້ກັບອັລລໍຫ໌ ໃນສິ່ງທີ່ພຣະອົງໄດ້ຊົງຢືນຢັນແກ່ຕົວຂອງພຣະອົງເອງໃນຄຳພີຂອງພຣະອົງ, ຫຼື ທີ່ທ່ານຣໍຊູລຂອງພຣະອົງ ມຸຮຳມັດ ﷺ ໄດ້ຢືນຢັນໃຫ້ກັບພຣະອົງໄວ້ໃນສຸນນະຫ໌ຂອງທ່ານ, ອັນເປັນການຢືນຢັນທີ່ບໍ່ມີການລະບຸຕົວຢ່າງ (ຫຼື ປຽບທຽບ), ແລະ ໄດ້ຖືວ່າພຣະອົງຊົງບໍລິສຸດ ປາດສະຈາກຄວາມຄ້າຍຄືກັບສິ່ງຖືກສ້າງຂອງພຣະອົງ ເປັນການໃຫ້ຄວາມບໍລິສຸດທີ່ປອດຈາກການປະຕິເສດຄຸນລັກສະນະ; ດັງນັ້ນພວກເຂົາຈຶ່ງໄດ້ຮັບໄຊຊະນະ ໂດຍປອດໄພຈາກຄວາມຂັດແຍ້ງ, ແລະ ພວກເຂົາໄດ້ປະຕິບັດຕາມຫຼັກຖານທັງໝົດ; ອັນເປັນການຊ່ວຍເຫຼືອຈາກອັລລໍຫ໌; ເພາະວ່າກົດຂອງອັລລໍຫ໌ນັ້ນ, ສຳລັບຜູ້ທີ່ຍຶດໝັ້ນຕໍ່ສັດຈະທຳເຊິ່ງພຣະອົງໄດ້ສົ່ງບັນດາຣໍຊູລຂອງພຣະອົງມາ, ແລະ ໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ໃນເລື່ອງນັ້ນ, ແລະ ມີຄວາມບໍລິສຸດໃຈຕໍ່ອັລລໍຫ໌ໃນການສະແຫວງຫາມັນ; ຄືພຣະອົງຈະຊົງຊ່ວຍເຫຼືອປະຄັບປະຄອງເຂົາສູ່ສັດຈະທຳ ແລະ ຈະຊົງສະແດງຂໍ້ພິສູດຂອງເຂົາໃຫ້ເປັນທີ່ເດັ່ນແຈ້ງ, ດັ່ງທີ່ພຣະອົງໄດ້ມີດຳລັດວ່າ:
﴿بَلۡ نَقۡذِفُ بِٱلۡحَقِّ عَلَى ٱلۡبَٰطِلِ فَيَدۡمَغُهُۥ فَإِذَا هُوَ زَاهِقٞ...﴾
(ແຕ່ທະວ່າ ເຮົາຈະຂວ້າງສັດຈະທຳລົງບົນຄວາມເທັດ ແລ້ວມັນກໍ່ຈະລົບລ້າງຄວາມເທັດ ເຊີ່ງເມື່ອນັ້ນແຫລະ ມັນຈະສູນສະລາຍໄປ...) [ອັລ-ອຳບິຍາ: 18].
ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿وَلَا يَأۡتُونَكَ بِمَثَلٍ إِلَّا جِئۡنَٰكَ بِٱلۡحَقِّ وَأَحۡسَنَ تَفۡسِيرًا33﴾
(ແລະ ພວກເຂົາຈະບໍ່ນຳຂໍ້ປຽບທຽບ (ໃນເຊິງຄັດຄ້ານທີ່ເຫລວໄຫລໃດ ໆ) ມາສະເໜີຕໍ່ເຈົ້າ(ມຸຮຳມັດ) ເວັ້ນແຕ່ເຮົາຈະໄດ້ນຳຄວາມຈິງມາໃຫ້ເຈົ່າ ແລະ ການອະທິບາຍຢ່າງດີຍິ່ງແກ່ເຈົ້າ ເພື່ອຕອບໂຕ້) [ອັລ-ຟຸຣກອນ: 33].
ສ່ວນຜູ້ທີ່ຂັດແຍ້ງກັບອະຫ໌ລຸຊສຸນນະຫ໌ ໃນເລື່ອງທີ່ເຂົາເຫຼົ່ານັ້ນເຊື່ອມັ່ນກ່ຽວກັບບົດວ່າດ້ວຍພຣະນາມ ແລະ ຄຸນນະລັກສະນະຂອງອັລລໍຫ໌; ແນ່ນອນເຂົາຜູ້ນັ້ນຈະຕົກຢູ່ໃນຄວາມຂັດແຍ້ງກັບຫຼັກຖານທີ່ຮັບມາໂດຍການຖ່າຍທອດ ແລະ ຫຼັກຖານທາງສະຕິປັນຍາ; ອີກທັ້ງຍັງຂັດແຍ້ງຢ່າງຊັດແຈ້ງກັບທຸກສິ່ງທີ່ເຂົາຢືນຍັນ ແລະ ປະຕິເສດ. ອັລ-ຫາຟິຊ ອິບນຸ ກະຊີຣ -ຂໍອັລລໍຫ໌ຊົງເມດຕາເພິ່ນ- ໄດ້ກ່າວຄຳກ່າວທີ່ດີງາມໃນຫົວຂໍ້ນີ້ໄວ້ ໃນໜັງສືຕັຟຊີຣຂອງທ່ານທີ່ເປັນທີ່ແຜ່ຫຼາຍ, ເມື່ອທ່ານອະທິບາຍພຣະດຳລັດຂອງອັລລໍຫ໌ຕະອາລາທີ່ວ່າ:
﴿إِنَّ رَبَّكُمُ ٱللَّهُ ٱلَّذِي خَلَقَ ٱلسَّمَٰوَٰتِ وَٱلۡأَرۡضَ فِي سِتَّةِ أَيَّامٖ ثُمَّ ٱسۡتَوَىٰ عَلَى ٱلۡعَرۡشِ...﴾
(ແທ້ຈິງ ພຣະເຈົ້າຂອງພວກເຈົ້ານັ້ນຄື ອັລລໍຫ໌ ຜູ້ຊົງສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນ ພາຍໃນຫົກມື້ ແລ້ວຊົງສະຖິດຢູ່ເທິງບັນລັງ...) [ອັລ-ອະຣໍຟ: 54].
ແລະ ສົມຄວນທີ່ຈະຄັດລອກມາກ່າວໄວ້ ນະ ທີ່ນີ້ ເນື່ອງຈາກຜົນປະໂຫຍດອັນຍິ່ງໃຫຍ່ຂອງມັນ, ທ່ານ ຣໍຫິມະ ຮຸລລໍຮ໌ ຈຶ່ງໄດ້ກ່າວໄວ້ດັ່ງນີ້:
"ກ່ຽວກັບເລື່ອງນີ້ ຄົນທັ້ງຫຼາຍເວົ້າກັນຢ່າງຫຼວງຫຼາຍເຫລືອເກິນ, ນະ ທີ່ນີ້ ບໍ່ແມ່ນບ່ອນທີ່ຈະມາຕີແຜ່ຄວາມເຫັນເຫຼົ່ານັ້ນ, ຫາກແຕ່ໃນເລື່ອງນີ້ ເຮົາຂໍດຳເນິນຕາມແນວທາງສະລັຟຊໍລິຫ໌: ທ່ານອິຫມ່ຳມາລິກ, ອັລ-ເອົາຊາຣີ, ອັຊ-ເຊົາຣີ, ອັລ-ໄລສ໌ ອິບນຸ ສະອັດ, ອິຫມ່ຳ ອັຊ-ຊາຟີອີ, ອິຫມ່ຳ ອະຫ໌ມັດ ອິບນຸ ຫັນບັລ, ອິສຮາກ ອິບນຸ ຣໍຮາໄວ, ແລະ ອື່ນໆ ທີ່ເປັນຜູ້ນຳຂອງມຸສລິມໃນອະດີດ ແລະ ປັດຈຸບັນ. ແລະ ການດຳເນິນຕາມແນວທາງນີ້ກໍ່ຄື: ການເຮັດໃຫ້ເລື່ອງນີ້ຜ່ານໄປຕາມທີ່ປະກົດໃນຕົວບົດໂດຍບໍ່ມີການຕັ້ງຄຳຖາມວ່າເປັນຢ່າງໃດ ບໍ່ມີການປຽບທຽບວ່າເຫມືອນກັບສິ່ງໃດ ແລະ ບໍ່ປະຕິເສດຄຸນນະລັກສະນະແຫ່ງການເປັນພຣະເຈົ້າ, ແລະ ສິ່ງທີ່ແຜ້ວຜ່ານເຂົ້າມາໃນສະມອງຂອງຜູ້ປຽບທຽບນັ້ນຖືກປະຕິເສດຈາກອັລລໍຫ໌, ເພາະແທ້ຈິງແລ້ວ ອັລລໍຫ໌ບໍ່ຊົງເຫມືອນກັບສິ່ງໃດຈາກສິ່ງທີ່ພຣະອົງສ້າງ ແລະ
﴿...لَيۡسَ كَمِثۡلِهِۦ شَيۡءٞۖ وَهُوَ ٱلسَّمِيعُ ٱلۡبَصِيرُ﴾
ບໍ່ມີສິ່ງໃດສະເໝີເຫມືອນພຣະອົງ ແລະ ພຣະອົງເປັນຜູ້ຊົງໄດ້ຍິນ ຜູ້ຊົງເຫັນ), [ອັໍຊ-ຊູຣໍ: 11]. ເລື່ອງຕ່າງ ໆ ເປັນເຫມືອນເຊັ່ນບັນດາອິຫມ່ຳຕ່າງ ໆ ເຊັ່ນ ທ່ານອິຫມ່ຳນະອີມ ອິບນຸ ຫັມມາດ ອັລ-ຄຸຊາອີ ອາຈານຂອງອີຫມ່ຳອັລ-ບຸກຄໍຣີ ໄດ້ກ່າວຍ້ຳໄວ້ວ່າ: "ຜູ້ໃດທີ່ປຽບທຽບອັລລໍຫ໌ກັບສິ່ງຖືກສ້າງຂອງພຣະອົງ ເຂົາຜູ້ນັ້ນໄດ້ຕົກສາສະໜາແລ້ວ (ເປັນກາຟິຣ) ແລະຜູ້ໃດທີ່ປະຕິເສດສິ່ງທີ່ອັລລໍຫ໌ຊົງແຈ້ງຄຸນນະລັກສະນະຂອງພຣະອົງເອງແລ້ວ ເຂົາຜູ້ນັ້ນກໍ່ເປັນຜູ້ປະເສດການສັດທາ"10, ໃນສິ່ງທີ່ອັລລໍຫ໌ ແລະ ຣໍຊູລໄດ້ບັນຍາຍຄຸນນະລັກສະນະຂອງພຣະອົງນັ້ນບໍ່ມີການປຽບທຽບໄດ້ວ່າຄືກັບສິ່ງໃດ ຜູ້ໃດຢືນຍັນເຫມາະສົມກັບຄວາມກຽງໄກຂອງພຣະອົງແລ້ວ ແລະ ໄດ້ປະຕິເສດຕໍ່ຄຸນນະລັກສະນະແຫ່ງຄວາມບົກພ່ອງຕ່າງ ໆ ຈາກພຣະອົງ ເຂົາຜູ້ນັ້ນກໍ່ໄດ້ດຳເນິນຢູ່ໃນແນວທາງທີ່ຖືກຕ້ອງ11. ຈົບຄຳກ່າວຂອງ ທ່ານອິບນຸ ກະຊີຣ (ຂໍອັລລໍຫ໌ເມດຕາທ່ານ).
ໃນຈຳນວນສິ່ງທີ່ລວມຢູ່ໃນການສັດທາຕໍ່ອັລລໍຫ໌ເຊັ່ນກັນ ຄືການເຊື່ອວ່າອີມານ (ການສັດທາ) ເປັນທັ້ງຄຳເວົ້າ ແລະ ການກະທຳ, ຈະເພິ່ມຂຶ້ນດ້ວຍການເຊື່ອຟັງ ແລະ ຈະລົດລົງດ້ວຍການເຮັດມະຊີຍັດ (ສິ່ງບໍ່ດີ ຫຼື ຝ່າຝືນ), ແລະ ບໍ່ເປັນທີ່ອະນຸມັດໃຫ້ບຸກຄົນໃດກ່າວກັບມຸສລິມໃດມຸສລິມໜຶ່ງວ່າເປັນກາຟິຣ ດ້ວຍເຫດທີ່ລາວເຮັດມະຊີຍັດຄວາມຊົ່ວແຕ່ຢ່າງໃດຢ່າງໜຶ່ງທີ່ບໍ່ແມ່ນການເຮັດຊິຣິກ (ການຕັ້ງພາຄີ) ແລະ ການປະຕິເສດສັດທາ (ກຸຟຣ); ເປັນຕົ້ນວ່າ ການຊິນາ (ລວມປະເວນີກັບຜູ້ທີ່ບໍ່ແມ່ນສາມີພັນລະຍາ), ການລັກຂະໂມຍ, ການກິນດອກເບ່ຍ, ດື່ມສິ່ງຂອງມຶນເມົາ, ການອັກກະຕັນຍູຕໍ່ບິດາມານດາ ແລະ ອື່ນ ໆ ອີກຢັງເປັນບາບໃຫຍ່ ຕາບໃດທີ່ລາວຜູ້ກະທຳນັ້ນ ບໍ່ໄດ້ຖືວ່າເລື່ອງດັງກ່າວເປັນການອະນຸມັດ, ທັ້ງນີ້ເນື່ອງຈາກພຣະດຳລັດຂອງອັລລໍຫ໌ ຊຸບຫະນະຮູ ວະຕະອາລາ ວ່າ:
﴿إِنَّ ٱللَّهَ لَا يَغۡفِرُ أَن يُشۡرَكَ بِهِۦ وَيَغۡفِرُ مَا دُونَ ذَٰلِكَ لِمَن يَشَآءُ...﴾
(ເເທ້ຈິງອັລລໍຫ໌ ຈະບໍ່ຊົງອະໄພໂທດໃຫ້ແກ່ການທີ່ສິ່ງໜຶ່ງຈະຖືກໃຫ້ມີພາຄີ ຂຶ້ນແກ່ພຣະອົງ ແລະ ພຣະອົງຈະຊົງອະໄພໃຫ້ແກ່ສິ່ງອື່ນຈາກນັ້ນ ສຳຫຼັບຜູ້ທີ່ພຣະອົງຊົງປະສົງ...) [ອັນ-ນິຊາ: 48]. ແລະ ຍັງມີການຢັ້ງຢືນໃນບັນດາຫະດິຊທີ່ມຸຕະວາຕິຣະ ຈາກທ່ານຣໍຊຸລ ຣຸລລໍຫ໌ ﷺ ເຊິ່ງຫນຶ່ງໃນນັ້ນກໍຄືຄຳກ່າວຂອງເພິ່ນວ່າ:
«إِنَّ اللهَ يُخْرِجُ مِنَ النَّارِ مَنْ كَانَ فِي قَلْبِهِ مِثْقَالُ حَبَّةٍ مِنْ خَرْدَلٍ مِنْ إِيْمَانٍ».
«ແທ້ຈິງອັລລໍຫ໌ຈະນຳຜູ້ທີ່ມີສັດທາຢູ່ໃນຈິດໃຈຂອງລາວ ແມ້ພຽງເທົ່າແກ່ນພຶດຜັກກາດໃຫ້ອອກຈາກໄຟນະຣົກ»12.
ຫຼັກການທີ່ສອງ : ສັດທາຕໍ່ມະລາອີກະຫ໌ (ເທວະທູດ),
ເຊິ່ງປະກອບມີສອງປະການດັ່ງນີ້: ປະການທີໜຶ່ງ: ການສັດທາຕໍ່ບັນດາມະລາອີກະຫ໌ໂດຍລວມ; ນັ້ນຄືການທີ່ເຮົາຕ້ອງສັດທາວ່າ ອັລລໍຫ໌ຊົງບັງເກິດມະລາອິກະຫ໌ເພື່ອໃຫ້ພວກເຂົາເຄົາລົບພັກດີຕໍ່ພຣະອົງ ແລະ ພຣະອົງຊົງພັນລະນາພວກເຂົາວ່າ:
﴿وَقَالُواْ ٱتَّخَذَ ٱلرَّحۡمَٰنُ وَلَدٗاۗ سُبۡحَٰنَهُۥۚ بَلۡ عِبَادٞ مُّكۡرَمُونَ 26 لَا يَسۡبِقُونَهُۥ بِٱلۡقَوۡلِ وَهُم بِأَمۡرِهِۦ يَعۡمَلُونَ27 يَعۡلَمُ مَا بَيۡنَ أَيۡدِيهِمۡ وَمَا خَلۡفَهُمۡ وَلَا يَشۡفَعُونَ إِلَّا لِمَنِ ٱرۡتَضَىٰ وَهُم مِّنۡ خَشۡيَتِهِۦ مُشۡفِقُونَ28﴾
(ແລະ ພວກເຂົາໄດ້ກ່າວວ່າ ພຣະຜູ້ຊົງເມດຕາປານີໄດ້ຊົງຖືເອົາພຣະບຸດ, ມະຫາບໍຣິສຸດແດ່ພຣະອົງ, ແຕ່ວ່າພວກເຂົາ (ມະລາອິກະຫ໌) ເປັນບ່າວຜູ້ມີກຽດ)
(ພວກເຂົາຈະບໍ່ເວົ້າກາຍໜ້າກ່ອນພຣະອົງ ພວກເຂົາມີມະລາຍາດດີຍີ່ງ ແລະ ພວກເຂົາປະຕິບັດຕາມພຣະບັນຊາຂອງພຣະອົງ)
(ພຣະອົງຊົງຮອບຮູ້ ສິ່ງທີ່ຢູ່ເບື້ອງຫນ້າພວກເຂົາ ແລະ ສິ່ງທີ່ຢູ່ເບື້ອງຫລັງພວກເຂົາ (ມະລາອີກະຫ໌) ແລະ ພວກເຂົາຈະບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ໃດ ນອກຈາກຜູ້ທີ່ພຣະອົງຊົງພໍໃຈ (ອະນຸຍາດໃຫ້ຂໍ) ແລະ ຍ້ອນຄວາມຢ້ານກົວຕໍ່ພຣະອົງ ພວກເຂົາຈຶ່ງເນື້ອຕົວສັ່ນ) [ອັລ-ອຳບິຍາ: 26-28].
ມະລາອິກະຫ໌ນັ້ນ ແບ່ງອອກເປັນຫຼາຍພວກ ບາງພວກໄດ້ຮັບມອບໝາຍໃຫ້ແບກຫາມບັນລັງ ບາງພວກເປັນຜູ້ດູແລຮັກສາສວນສະຫວັນ ແລະ ຂຸມນະລົກ ບາງພວກໄດ້ຮັບມອບໃຫ້ທຳໜ້າທີ່ເກັບຮັກສາບັນຊີກຳ (ດີແລະ ຊົ່ວ) ຂອງປວງມະນຸດ. ປະການທີສອງ: ການສັດທາຕໍ່ບັນດາມະລາອິກະຫ໌ໂດຍລະອຽດ; ນັ້ນຄືການທີ່ເຮົາຕ້ອງສັດທາຕໍ່ຜູ້ທີ່ອັລລໍຫ໌ ແລະ ຣໍ່ຊູລຂອງພຣະອົງໄດ້ລະບຸຊື່ໄວ້; ເຊັ່ນ: ທ່ານຈິບຣີລ ຜູ້ໄດ້ຮັບມອບໝາຍໃຫ້ເຮັດໜ້າທີ່ນຳວະຫ໌ຍູ, ທ່ານມີກາອີລ ຜູ້ໄດ້ຮັບມອບໝາຍດູແລຝົນ, ທ່ານມາລິກ ຜູ້ດູແລໄຟນະລົກ, ແລະ ທ່ານອິສຣໍຟີລ ຜູ້ໄດ້ຮັບມອບໝາຍເປົ່າສັງ. ດັ່ງທີ່ໄດ້ມີການກ່າວເຖິງພວກເຂົາໃນບັນດາຫະດິຊທີ່ຊໍເຮັຍຫ໌, ເຊິ່ງໃນນັ້ນແມ່ນ: ສິ່ງທີ່ຖືກຢັ້ງຢືນໃນປື້ມຊໍເຮັຍຫ໌ຈາກທ່ານນາງ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ວ່າ ທ່ານນະບີ ﷺ ໄດ້ກ່າວວ່າ:
«خُلِقَتِ الـمَلَائِكَةُ مِن نُورٍ، وَخُلِقَ الجَانُّ مِنْ مَارِجٍ مِنْ نَارٍ، وَخُلِقَ آدَمُ مِمَّا وُصِفَ لَكُم».
ຄວາມວ່າ: "ມະລາອິກະຫ໌ນັ້ນ ຖືກບັງເກິດມາຈາກລັດສະໝີ ແລະ ຈິນນັ້ນຖືກບັງເກິດມາຈາກເປວໄຟ ສ່ວນອາດຳນັ້ນໄດ້ຖືກບັງເກິດຈາກສິ່ງທີ່ໄດ້ບັນຍາຍໃຫ້ແກ່ພວກທ່ານໄດ້ຮັບຮູ້ແລ້ວ"13 ບັນທຶກໂດຍທ່ານມຸສລິມໃນຊໍຮິຫ໌ຂອງທ່ານ.
ຫຼັກການທີ່ສາມ: ການສັດທາຕໍ່ບັນດາຄຳພີ,
ເຊິ່ງກໍປະກອບດ້ວຍ 2 ປະການຄື:
ປະການທີໜຶ່ງ: ການສັດທາຕໍ່ບັນດາຄຳພີໂດຍສັງເຂບ ຄືການສັດທາວ່າ ອັລລໍຫ໌ຕະອາລາ ໄດ້ປະທານຄຳພີໃຫ້ແກ່ບັນດານະບີ ແລະ ຣໍຊູລ ເພື່ອມາຊີ້ແຈ້ງເຖິງສິດຂອງພຣະອົງ ແລະ ເຊີນຊວນສູ່ພຣະອົງ, ດັງທີ່ໄດ້ຕຣັດວ່າ:
﴿لَقَدۡ أَرۡسَلۡنَا رُسُلَنَا بِٱلۡبَيِّنَٰتِ وَأَنزَلۡنَا مَعَهُمُ ٱلۡكِتَٰبَ وَٱلۡمِيزَانَ لِيَقُومَ ٱلنَّاسُ بِٱلۡقِسۡطِ...﴾
(ໂດຍແນ່ນອນ ເຮົາໄດ້ສົ່ງບັນດາຣໍຊູລຂອງເຮົາພ້ອມດ້ວຍຫລັກຖານທັ່ງຫລາຍອັນຊັດແຈ້ງ ແລະ ເຮົາໄດ້ປະທານລົງມາພ້ອມກັບພວກເຂົາເຊິ່ງຄຳພີ ແລະ ເຄື່ອງໝາຍ ເພື່ອມະນຸດຈະໄດ້ດຳລົງຢູ່ບົນຄວາມທຽງທຳ) (ອັລ-ຮະດີດ : 25). ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿كَانَ ٱلنَّاسُ أُمَّةٗ وَٰحِدَةٗ فَبَعَثَ ٱللَّهُ ٱلنَّبِيِّـۧنَ مُبَشِّرِينَ وَمُنذِرِينَ وَأَنزَلَ مَعَهُمُ ٱلۡكِتَٰبَ بِٱلۡحَقِّ لِيَحۡكُمَ بَيۡنَ ٱلنَّاسِ فِيمَا ٱخۡتَلَفُواْ فِيهِ...﴾
(ມະນຸດນັ້ນເຄີຍເປັນປະຊາຊາດດຽວກັນ ພາຍຫລັງອັລລໍຫ໌ໄດ້ສົ່ງບັນດານະບີມາໃນຖານະເປັນຜູ້ແຈ້ງຂ່າວດີ ແລະ ຜູ້ຕັກເຕືອນ ແລະ ໄດ້ຊົງປະທານຄຳພີອັນປະກອບໄປດ້ວຍຄວາມຈິງລົງມາກັບພວກເຂົາດ້ວຍ ເພື່ອວ່າຄໍາພີນັ້ນຈະໄດ້ຕັດສິນລະຫວ່າງມະນຸດໃນສິ່ງທີ່ພວກເຂົາຂັດແຍ້ງກັນ ແລະ ບໍ່ມີໃຜຂັດແຍ້ງໃນຄຳພີນັ້ນ)
(ອັລ-ບະກໍເຣາະຫ໌ : 213).
ປະການທີສອງ: ການສັດທາຕໍ່ບັນດາຄຳພີຢ່າງລະອຽດ; ຄືການທີ່ເຮົາສັດທາຕໍ່ຄຳພີຕ່າງ ໆ ທີ່ອັລລໍຫ໌ໄດ້ຊົງຂະນານນາມໄວ້; ເຊັ່ນ ຄຳພີເຕົາຣອຕ, ອິນຈີລ, ອັຊ-ຊະບູຣ ແລະ ອັລ-ກຸຣອານ, ແລະ ເຮົາເຊື່ອໝັ້ນວ່າ ອັລ-ກຸຣອານນັ້ນເປັນຄຳພີທີ່ສົມບູນແບບທີ່ສຸດ ແລະ ເປັນຄຳພີເລັ່ມສຸດທ້າຍ, ທີ່ມີໃຈຄວາມຄອບຄຸມ ແລະ ຢັ້ງຢືນຄຳພີກ່ອນ ໆ, ແລະ ເປັນຄຳພີທີ່ທຸກປະຊາຊາດຈຳເປັນຕ້ອງດຳເນີນຕາມ ແລະ ຍຶດຖືເປັນຂໍ້ຕັດສິນ; ພ້ອມກັບຫະດິຊທີ່ຖືກຕ້ອງຈາກທ່ານລໍຊູລຂອງອັລລໍຮ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ; ເພາະວ່າອັລລໍຫ໌ ຊຸບຫານະຮູ ໄດ້ຊົງແຕ່ງຕັ້ງລໍຊູລຂອງພຣະອົງ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ມາສູ່ມວນມະນຸດ ແລະ ຈິນທັງມວນ, ແລະ ໄດ້ຊົງປະທານອັລກຸຣອານນີ້ລົງມາໃຫ້ແກ່ທ່ານ ເພື່ອໃຫ້ທ່ານໃຊ້ຕັດສິນລະຫວ່າງພວກເຂົາ, ແລະ ໄດ້ຊົງບັນດານໃຫ້ມັນເປັນການບຳບັດສິ່ງທີ່ຢູ່ໃນຫົວເອິກ, ເປັນການຊີ້ແຈງໃຫ້ກະຈ່າງແຈ້ງໃນທຸກສິ່ງ, ແລະ ເປັນທາງນຳ ແລະ ຄວາມເມດຕາແກ່ບັນດາຜູ້ສັດທາ, ດັ່ງທີ່ພຣະອົງໄດ້ກ່າວວ່າ:
﴿وَهَٰذَا كِتَٰبٌ أَنزَلۡنَٰهُ مُبَارَكٞ فَٱتَّبِعُوهُ وَٱتَّقُواْ لَعَلَّكُمۡ تُرۡحَمُونَ155﴾
(ແລະນີ້ແມ່ນຄໍາພີທີ່ເຮົາປະທານລົງມາ ເປັນຄຳພີທີ່ມີຄວາມຈຳເລີນປະເສິດ ດັງນັ້ນຈົ່ງປະຕິບັດຕາມຄຳພີນີ້ເຖີດ ແລະ ຈົ່ງຢຳເກຼງ ເພື່ອວ່າພວກເຈົ້າຈະໄດ້ຮັບຄວາມເມດຕາ) (ອັລ-ອັນອາມ : 155). ແລະ ອັລລໍຫ໌ຜູ້ຊົງມະຫາບໍລິສຸດໄດ້ຕຣັດວ່າ:
﴿...وَنَزَّلۡنَا عَلَيۡكَ ٱلۡكِتَٰبَ تِبۡيَٰنٗا لِّكُلِّ شَيۡءٖ وَهُدٗى وَرَحۡمَةٗ وَبُشۡرَىٰ لِلۡمُسۡلِمِينَ﴾
(ແລະ ເຮົາໄດ້ປະທານຄຳພີແກ່ເຈົ້າ ເພື່ອຊີ້ແຈງແກ່ທຸກສິ່ງ ແລະ ເພື່ອເປັນຂໍ້ຊີ້ນຳສູ່ທາງຖືກຕ້ອງ ແລະ ຄວາມເມດຕາ ແລະ ເປັນຂ່າວດີແກ່ບັນດາມຸສລິມ) (ອັນ-ນະຫ໌ລຸ : 89). ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿قُلۡ يَٰٓأَيُّهَا ٱلنَّاسُ إِنِّي رَسُولُ ٱللَّهِ إِلَيۡكُمۡ جَمِيعًا ٱلَّذِي لَهُۥ مُلۡكُ ٱلسَّمَٰوَٰتِ وَٱلۡأَرۡضِۖ لَآ إِلَٰهَ إِلَّا هُوَ يُحۡيِۦ وَيُمِيتُۖ فَـَٔامِنُواْ بِٱللَّهِ وَرَسُولِهِ ٱلنَّبِيِّ ٱلۡأُمِّيِّ ٱلَّذِي يُؤۡمِنُ بِٱللَّهِ وَكَلِمَٰتِهِۦ وَٱتَّبِعُوهُ لَعَلَّكُمۡ تَهۡتَدُونَ158﴾
(ຈົ່ງກ່າວເຖີດ (ມູຮໍາມັດ) ວ່າ ໂອ້ມະນຸດທັ່ງຫລາຍ ແທ້ຈິງຂ້ອຍຄືຣໍຊູລຂອງອັລລໍຫ໌ ມາຍັງພວກທ່ານທັ່ງມວນ ຊຶ່ງພຣະອົງນັ້ນມີອຳນາດກຳມະສິດເໜືອບັນດາຊັ້ນຟ້າ ແລະ ແຜ່ນດິນ ບໍ່ມີຜູ້ໃດຄວນໄດ້ຮັບການເຄົາລົບສັກກະລະຍົກເວັ້ນພຣະອົງເທົ່ານັ້ນ ຜູ້ຊົງໃຫ້ຊີວິດ ແລະ ເຮັດໃຫ້ຕາຍ ດັງນັ້ນພວກທ່ານຈົ່ງສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ພວກເຈົ້າຈົ່ງປະຕິບັດຕາມເຂົາເທິດ ເພື່ອວ່າພວກເຈົ້າຈະໄດ້ຮັບຄຳຊີ້ນຳ ສູ່ທາງທີ່ຖືກຕ້ອງ) [ຊູເຣາະຫ໌ ອັລ-ອະຣໍຟ: 158].
ແລະ ໂອງການອື່ນ ໆ ທີ່ມີຄວາມໝາຍທຳນອງນີ້ຢັງມີອີກຫຼາຍ.
ຫຼັກການທີ່ສີ່ : ການສັດທາຕໍ່ບັນດານະບີ
ເຊິ່ງກໍ່ປະກອບມີສອງປະການເຊັ່ນດຽວກັນຄື: ປະການທີຫນຶ່ງ: ການສັດທາຕໍ່ບັນດາຣໍຊູລໂດຍສັງເຂບ; ຄືການທີ່ເຮົາຕ້ອງສັດທາວ່າ ແທ້ຈິງອັລລໍຫ໌ ຊຸບຮານະຮູ ວະຕະອາລາ ໄດ້ຊົງບັນດາຣໍຊູລມາຍັງປວງບ່າວຂອງພຣະອົງ ໃນຖານະເປັນຜູ້ບອກຂ່າວດີ, ຜູ້ຕັກເຕືອນ ແລະ ຜູ້ເຊີນຊວນໄປສູ່ສັດຈະທຳ; ດັ່ງນັ້ນ ຜູ້ໃດທີ່ຕອບຮັບພວກທ່ານ ຍ່ອມໄດ້ຮັບຄວາມຜາສຸກ, ແລະ ຜູ້ໃດທີ່ຝ່າຝືນພວກທ່ານ ຍ່ອມໄດ້ຮັບຄວາມຜິດຫວັງ ແລະ ຄວາມເສົ້າໂສກເສຍໃຈ, ແລະ ຜູ້ເປັນຣໍຊູລຄົນສູດທ້າຍ ແລະ ເປັນຣໍຊູລທີ່ປະເສິດທີ່ສຸດ ກໍ່ຄືນະບີຂອງເຮົາ ທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ດັງໂອງການຂອງອັລລໍຫ໌ທີ່ວ່າ:
﴿وَلَقَدۡ بَعَثۡنَا فِي كُلِّ أُمَّةٖ رَّسُولًا أَنِ ٱعۡبُدُواْ ٱللَّهَ وَٱجۡتَنِبُواْ ٱلطَّٰغُوتَ...﴾
(ໂດຍແນ່ນອນ ເຮົາໄດ້ສົ່ງບັນດາຣໍຊູລຂອງເຮົາພ້ອມດ້ວຍຫລັກຖານທັ່ງຫລາຍອັນຊັດແຈ້ງ ແລະ ເຮົາໄດ້ປະທານລົງມາພ້ອມກັບພວກເຂົາເຊິ່ງຄຳພີ ແລະ ເຄື່ອງໝາຍ ເພື່ອມະນຸດຈະໄດ້ດຳລົງຢູ່ບົນຄວາມທຽງທຳ) [ສຸເຣາະຫ໌ ອັນນະຫ໌ລຸ : 36]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿رُّسُلٗا مُّبَشِّرِينَ وَمُنذِرِينَ لِئَلَّا يَكُونَ لِلنَّاسِ عَلَى ٱللَّهِ حُجَّةُۢ بَعۡدَ ٱلرُّسُلِ...﴾
(ຄືບັນດາຣໍຊູລໃນຖານະຜູ້ແຈ້ງຂ່າວດີ ແລະ ໃນຖານະຜູ້ຕັກເຕືອນ ເພື່ອວ່າມະນຸດຈະບໍ່ໄດ້ມີຂໍ້ອ້າງໃດ ໆ ທີ່ຈະແກ້ຕົວກັບອັລລໍຫ໌ໄດ້ອີກ ຫລັງຈາກບັນດາຣໍຊູລເຫຼົ່ານັ້ນ...) (ອັນນິສາ : 165). ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿مَّا كَانَ مُحَمَّدٌ أَبَآ أَحَدٖ مِّن رِّجَالِكُمۡ وَلَٰكِن رَّسُولَ ٱللَّهِ وَخَاتَمَ ٱلنَّبِيِّـۧنَ...﴾
(ມູຮຳມັດ ບໍ່ໄດ້ເປັນພໍ່ຂອງຜູ້ໃດຈາກບັນດາບຸລຸດຂອງພວກເຈົ້າ ແຕ່ເປັນຣໍຊູລຂອງອັລລໍຫ໌ ແລະ ເປັນນະບີຄົນສຸດທ້າຍ) [ຊູເຣາະຫ໌ ອັລ-ອະຫ໌ຊາບ : 40].
ປະການທີສອງ: ການສັດທາຕໍ່ບັນດາຣໍສູລໃນລາຍລະອຽດ; ຄືການທີ່ພວກເຮົາສັດທາໃນລາຍລະອຽດ ແລະ ໂດຍເຈາະຈົງຕໍ່ບັນດາທ່ານທີ່ອົງອັລລໍຮ໌ໄດ້ລະບຸຊື່ຂອງພວກທ່ານໄວ້ ຫຼື ທີ່ມີການຢືນຢັນການລະບຸຊື່ຈາກຣໍຊູລຂອງພະອົງ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ; ເຊັ່ນ: ນຸຫ໌, ຮູດ, ຊໍລິຫ໌, ອິບຣໍຮີມ ແລະ ທ່ານອື່ນໆ, ຂໍສັນຕິສຸກ ແລະ ຄວາມເມດຕາຈາກອັລລໍຮ໌ຈົ່ງມີແດ່ພວກທ່ານ, ຄອບຄົວຂອງພວກທ່ານ ແລະ ບັນດາຜູ້ຕາມຂອງພວກທ່ານ.
ຫຼັກການທີ່ຫ້າ : ການສັດທາຕໍ່ວັນສິ້ນໂລກ (ວັນສຸດທ້າຍ)
ແລະ ປະກອບດ້ວຍ:
ການສັດທາຕໍ່ທຸກສິ່ງທີ່ອັລລໍຫ໌ ແລະ ຣໍຊູລໄດ້ບອກໄວ້ ກ່ຽວກັບສິ່ງທີ່ຈະເກີດຂຶ້ນຫຼັງຈາກການຕາຍ; ເຊັ່ນ ການຖືກທໍລະມານ ຫຼື ໄດ້ຮັບຄວາມສຸກໃນລະຫວ່າງຢູ່ໃນຫລຸມຝັງສົບ, ແລະ ສິ່ງທີ່ຈະເກີດຂຶ້ນໃນວັນກີຍາມະຫ໌ ອັນໄດ້ແກ່ ຄວາມໂກລາຫົນ, ຄວາມຄັບຂັນ, ຂົ່ວຂ້າມ(ສິຣອດ), ຊິງຊັ່ງນ້ຳໜັກ (ມິຊານ), ການສອບສວນ, ການຕອບແທນ, ແລະ ການປະກາດກຳຄວາມດີ ແລະ ຊົ່ວຂອງມວນມະນຸດ; ໂດຍມີຜູ້ຮັບສະມຸດບັນທຶກຄວາມກຳຂອງຕົນດ້ວຍມືຂວາ, ບ້າງຄົນກໍ່ຮັບດ້ວຍມືຊ້າຍ, ຫຼື ຮັບທາງຂ້າງຫຼັງ.
ການສັດທາໃນເລື່ອງບໍນ້ຳຂອງທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ເຊິ່ງຈະມີຜູ້ຄົນມາດື່ມນ້ຳທີ່ບໍນ້ຳນີ້, ການສັດທາຕໍ່ສະຫວັນ ແລະ ນະລົກ, ການພົບກັບອັລລໍຫ໌ຂອງບັນດາຜູ້ສັດທາ, ການໂອລົມຂອງພຣະອົງກັບພວກເຂົາເຫຼົ່ານັ້ນ, ແລະ ອື່ນໆ ອີກນອກເໜືອຈາກນີ້ທີ່ໄດ້ຖືກກ່າວໄວ້ໃນອັລກຸຣອານ ແລະ ຊຸນນະຫ໌ທີ່ຖືກຕ້ອງຈາກຣໍຊູລຂອງອັລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ; ສະນັ້ນ ຈຶ່ງເປັນການຈຳເປັນແກ່ບ່າວທີ່ຈະຕ້ອງສັດທາຕໍ່ເລື່ອງດັ່ງກ່າວທັງໝົດ ແລະ ເຊື່ອໝັ້ນຕາມແນວທາງທີ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ຊີ້ແຈງໄວ້.
ຫຼັກການທີ່ຫົກ: ການສັດທາຕໍ່ກົດກຳໜົດສະພາວະ (ກໍດັຣ)
ປະກອບດ້ວຍການເຊື່ອຕໍ່ສີ່ປະການ:
ປະການທຳອິດ: ການສັດທາວ່າອັລລໍຫ໌ ຊຸບຮານະ ຮຸວະຕະອາ ໄດ້ຊົງຮັບຮູ້ເຖິງສິ່ງທີ່ມີມາໃນອາດີດ ແລະ ທີ່ຈະເກິດຂຶ້ນໃນອະນາຄົດ, ແລະ ຊົງຮູ້ເຖິງສະພາບການຂອງປວງບ່າວຂອງພຣະອົງ, ປັດໄຈຢັງຊີບຂອງພວກເຂົາ, ອາຍຸໄຂກຳໜົດຂອງພວກເຂົາ, ແລະ ການງານຂອງພວກເຂົາ, ແລະ ເລື່ອງລາວອື່ນໆ ຂອງພວກເຂົາ, ໂດຍບໍ່ມີສິ່ງໃດຈາກເລື່ອງດັ່ງກ່າວເປັນທີ່ຊ້ອນເລັ້ນແກ່ພຣະອົງ ຊຸບຮານະ ຮຸວະຕະອາ, ດັ່ງທີ່ພຣະອົງໄດ້ກ່າວໄວ້ວ່າ:
﴿...وَٱعۡلَمُوٓاْ أَنَّ ٱللَّهَ بِكُلِّ شَيۡءٍ عَلِيمٞ﴾
(ຈົ່ງຮູ້ໄວ້ເຖີດວ່າ ແທ້ຈິງ ອັລລໍຫ໌ນັ້ນຊົງຮອບຮູ້ໃນທຸກສິ່ງທຸກຢ່າງ) (ອັລ-ບະກໍເຣາະຫ໌ : 231). ແລະ ພຣະຜູ້ຊົງເດສານຸພາບໄດ້ກ່າວວ່າ:
﴿...لِتَعۡلَمُوٓاْ أَنَّ ٱللَّهَ عَلَىٰ كُلِّ شَيۡءٖ قَدِيرٞ وَأَنَّ ٱللَّهَ قَدۡ أَحَاطَ بِكُلِّ شَيۡءٍ عِلۡمَۢا﴾
(ເພື່ອພວກເຈົ້າຈະໄດ້ຮູ້ວ່າ ແທ້ຈິງອັລລໍຫ໌ນັ້ນເປັນຜູ້ຊົງອານຸພາບຫລາຍກວ່າທຸກສິ່ງທຸກຢ່າງ ແລະ ແທ້ຈິງອັລລໍຫ໌ນັ້ນຊົງຫ້ອມລ້ອມທຸກສິ່ງຢ່າງໄວ້ດ້ວຍຄວາມຮອບຮູ້ (ຂອງພຣະອົງ) (ອັດ ຕໍລາກ : 12).
ປະການທີ່ສອງ: ສັດທາວ່າອັລລໍຫ໌ໄດ້ຊົງບັນທຶກທຸກສິ່ງທີ່ພຣະອົງໄດ້ກຳຫນົດ ແລະ ຕັດສິນໄວ້; ດັ່ງທີ່ພຣະອົງໄດ້ກ່າວໄວ້ວ່າ:
﴿قَدۡ عَلِمۡنَا مَا تَنقُصُ ٱلۡأَرۡضُ مِنۡهُمۡۖ وَعِندَنَا كِتَٰبٌ حَفِيظُۢ 4﴾
(ແນ່ນອນ ເຮົາຮູ້ດີເຖີງສິ່ງທີ່ແຜ່ນດິນກັດກິນຈາກ(ຮ່າງຂອງ) ພວກເຂົາເຫຼົ່ານັ້ນ (ຈົນສະລາຍ) ແລະ ນະ ທີ່ເຮົານັ້ນມີບັນທຶກທີ່ຖືກຮັກສາໄວ້) (ກໍຟ : 4). ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿...وَكُلَّ شَيۡءٍ أَحۡصَيۡنَٰهُ فِيٓ إِمَامٖ مُّبِينٖ﴾
(ແລະ ຮ່ອງຮ່ອຍຂອງພວກເຂົາ ແລະ ທຸກສິ່ງນັ້ນ ເຮົາໄດ້ລວບລວມໄວ້ຢ່າງຄົບຖວ້ນໃນບັນທຶກອັນຊັດແຈ້ງ)
(ຍາຊີນ : 12). ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ:
﴿أَلَمۡ تَعۡلَمۡ أَنَّ ٱللَّهَ يَعۡلَمُ مَا فِي ٱلسَّمَآءِ وَٱلۡأَرۡضِۚ إِنَّ ذَٰلِكَ فِي كِتَٰبٍۚ إِنَّ ذَٰلِكَ عَلَى ٱللَّهِ يَسِيرٞ70﴾
(ເຈົ້າບໍ່ຮູ້ບໍວ່າ ແທ້ຈິງອັລລໍຫ໌ຊົງຮອບຮູ້ສິ່ງທີ່ຢູ່ໃນຊັ້ນຟ້າ ແລະ ແຜ່ນດິນ ສິ່ງເຫຼົ່ານີ້ (ຖືກເກັບຮັກສາ) ຢູ່ໃນບັນທຶກ ແທ້ຈິງສິ່ງເຫຼົ່ານັ້ນເປັນເລື່ອງງ່າຍດາຍສໍາລັບອັລລໍຫ໌)
(ອັລ-ຮັຈ : 70).
ປະການທີ່ສາມ: ສັດທາຕໍ່ພຣະປະສົງຂອງອັລລໍຫ໌ ສະນັ້ນສິ່ງໃດທີ່ພຣະອົງຊົງປະສົງກໍ່ຈະໃຫ້ບັງເກິດຂຶ້ນ ແລະ ສິ່ງໃດທີ່ພຣະອົງບໍ່ຊົງປະສົງ ສິ່ງນັ້ນກໍ່ຈະບໍ່ເກິດຂຶ້ນ ພຣະອົງຊົງກ່າວວ່າ:
﴿...إِنَّ ٱللَّهَ يَفۡعَلُ مَا يَشَآءُ﴾
(...ແທ້ຈິງອັລລໍຫ໌ຊົງກະທຳໃນສິງທີ່ພຣະອົງຊົງປະສົງ)
(ອັລ-ຮັຈ : 18). ແລະ ພຣະຜູ້ຊົງເດສານຸພາບໄດ້ກ່າວວ່າ:
﴿إِنَّمَآ أَمۡرُهُۥٓ إِذَآ أَرَادَ شَيۡـًٔا أَن يَقُولَ لَهُۥ كُن فَيَكُونُ82﴾
(ອັນແທ້ຈິງ ພຣະບັນຊາຂອງພຣະອົງນັ້ນເມື່ອພຣະອົງຊົງຕ້ອງການສິ່ງໃດ ພຣະອົງກໍຈະເວົ້າກັບມັນວ່າ ຈົງເປັນ ແລ້ວມັນກໍຈະເປັນຂື້ນມາ) (ຍາຊີນ : 82). ແລະ ອັລລໍຫ໌ຜູ້ຊົງມະຫາບໍລິສຸດໄດ້ຕຣັດວ່າ:
﴿وَمَا تَشَآءُونَ إِلَّآ أَن يَشَآءَ ٱللَّهُ رَبُّ ٱلۡعَٰلَمِينَ29﴾
(ແລະ ພວກເຈົ້າຈະບໍ່ສົມດັງປະສົງສິ່ງໃດ ເວົ້ນແຕ່ອັລລໍຫ໌ ພຣະເຈົ້າແຫ່ງສາກົນລະໂລກຈະຊົງປະສົງ)
[ສູເຣາະຫ໌ ຕັກວີຣ : 29].
ປະການທີ່ສີ່ : ສັດທາວ່າການສ້າງສັນທຸກສັບພະສິ່ງເປັນຂອງອັລລໍຫ໌ ບໍ່ມີຜູ້ໃດເປັນຜູ້ສ້າງນອກຈາກພຣະອົງ ແລະ ບໍ່ມີຜູ້ຄຸ້ມຄອງທີ່ດີຍິ່ງນອກຈາກພຣະອົງ ດັງທີ່ມີພຣະດຳລັດວ່າ:
﴿ٱللَّهُ خَٰلِقُ كُلِّ شَيۡءٖۖ وَهُوَ عَلَىٰ كُلِّ شَيۡءٖ وَكِيلٞ62﴾
(ອັລລໍຫ໌ ຄືຜູ້ຊົງສ້າງທຸກສິ່ງ ແລະ ພຣະອົງຊົງເປັນຜູ້ຊົງດູແລ ແລະ ຄຸ້ມຄອງທຸກສັບພະສິ່ງ) (ອັຊ-ຊຸມັຣ : 62). ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ:
﴿يَٰٓأَيُّهَا ٱلنَّاسُ ٱذۡكُرُواْ نِعۡمَتَ ٱللَّهِ عَلَيۡكُمۡۚ هَلۡ مِنۡ خَٰلِقٍ غَيۡرُ ٱللَّهِ يَرۡزُقُكُم مِّنَ ٱلسَّمَآءِ وَٱلۡأَرۡضِۚ لَآ إِلَٰهَ إِلَّا هُوَۖ فَأَنَّىٰ تُؤۡفَكُونَ3﴾
(ໂອ້ມະນຸດທັງຫລາຍເອີ່ຍ! ພວກເຈົ້າຈົງລຳລຶກເຖິງຄວາມໂປດປານຂອງອັລລໍຫ໌ທີ່ມີຕໍ່ພວກເຈົ້າ ຈະມີຜູ້ສ້າງອື່ນໃດນອກຈາກອັລລໍຫ໌ແນວນັ້ນບໍ ທີ່ປະທານປັດໃຈຍັງຊີບຈາກຟາກຟ້າ ແລະ ແຜ່ນດິນ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ດັ່ງນັ້ນເປັນຫຍັງລະ ພວກເຈົ້າຈຶ່ງຖືກຫລອກລວງໃຫ້ຫັນຫນີຫ່າງອອກໄປ (ຈາກຄວາມເປັນຈິງ) (ຟາຕິຣ : 3).
ສະນັ້ນ ການສັດທາຕໍ່ກົດກຳໜົດສະພາວະ: ຈຶ່ງຄອບຄຸມການສັດທາຕໍ່ສີ່ປະການນີ້ທັງໝົດ, ດັ່ງທີ່ເປັນຫຼັກຄວາມເຊື່ອຂອງອະຫ໌ລຸສສຸນນະຫ໌ ວັລຈະມາອະຫ໌; ເຊິ່ງແຕກຕ່າງໄປຈາກຜູ້ບໍ່ຍອມຮັບໃນບາງປະການຂອງສິ່ງເຫຼົ່ານີ້ຈາກກຸ່ມພວກອະຫ໌ລຸລບິດອະຫ໌.
ແລະ ສ່ວນໜຶ່ງຈາກບັນດາເລື່ອງທີ່ສຳຄັນໃນຫຼັກຄວາມເຊື່ອທີ່ຖືກຕ້ອງຂອງຊາວອະຫ໌ລຸຊສຸນນະຫ໌ ກໍ່ຄື: ການມີຄວາມຮັກຄວາມມັກເພື່ອອັລລໍຫ໌ ແລະ ມີຄວາມກຽດຊັງເພື່ອອັລລໍຫ໌, ມີການມຸວາລາຫ໌ (ການຜູກສຳພັນ) ແລະ ມຸອາດະຫ໌ (ການອອກຫ່າງ) ບົນພື້ນຖານຂອງບົດບັນຍັດແຫ່ງອັລລໍຫ໌, ເຊິ່ງນີ້ກໍ່ຄື ຄວາມເຊື່ອໃນເລື່ອງ ອັລ-ວະລາ ວັລ-ບະຣໍ, ແລະ ມັນເປັນສ່ວນໜຶ່ງຈາກການສັດທາຕໍ່ອັລລໍຫ໌.
ສະນັ້ນ ມຸມິນຈຶ່ງຮັກບັນດາມຸມິນຜູ້ສັດທາດ້ວຍກັນ ແລະ ມອບການສະນັນສະນູນແກ່ພວກເຂົາ, ແລະ ຈະກຽດຊັງບັນດາຜູ້ປະຕິເສດ ແລະ ອອກຫ່າງຈາກພວກເຂົາ, ແລະ ບຸກຄົນລະດັບທຳອິດໃນກຸ່ມມຸມິນຈາກປະຊາຊາດນີ້ ກໍ່ໄດ້ແກ່ບັນດາສາວົກຂອງທ່ານນະບີ ﷺ, ແລະ ຕາມຫຼັກການຂອງຊາວອະຫ໌ລຸຊສຸນນະຫ໌ ວັນຈະມາອະຫ໌ແລ້ວ ພວກເຂົາຈຶ່ງຮັກບັນດາສາວົກເຫຼົ່ານີ້ ມອບການສະນັນສະນູນແກ່ພວກເຂົາ ແລະ ເຊື່ອມັ່ນວ່າພວກເຂົາຄືບຸກຄົນທີ່ເປັນກຸ່ມຊົນທີ່ດີທີ່ສຸດຫຼັງຈາກບັນດາສາສະນະທູດ, ທັ້ງນີ້ອະໄສຫຼັກຖານຈາກຄຳເວົ້າຂອງທ່ານນະບີ ﷺ ທີ່ວ່າ:
«خَيْرُ القُرُونِ قَرْنِي ثُمَّ الَّذِينَ يَلُونَهُمْ ثُمَّ الَّذِينَ يَلُونَهُم».
«ສັດຕະວັດທີ່ດີທີ່ສຸດນັ້ນ ຄືສັດຕະວັດຂອງຂ້ອຍ ຈາກນັ້ນກໍ່ຄືບັນດາຜູ້ທີ່ມາຕໍ່ຈາກພວກເຂົານັ້ນ ແລ້ວຈາກນັ້ນກໍ່ຄືບັນດາຜູ້ທີ່ມາຫຼັງຈາກພວກເຂົາ»14 ລາຍງານໂດຍທ່ານບຸກຄໍຣີ ແລະ ທ່ານມຸສລິມ.
ແລະ ພວກເຂົາເຊື່ອວ່າ ຜູ້ທີ່ປະເສີດທີ່ສຸດຄື: ທ່ານອະບູບັກຣ ອັສ-ສິດດີກ, ຖັດມາກໍ່ຄືທ່ານ ອຸມັຣ ອັລ-ຟາຣູກ, ຖັດມາກໍ່ຄືທ່ານ ອຸສມານ ຊຸນນູຣອນ, ຖັດມາກໍ່ຄືທ່ານ ອະລີ ອັລ-ມຸຣຕະດໍ -ຣໍດີຍັລລໍຮຸ ອັນຮູມ-, ຖັດຈາກທ່ານເຫລົ່ານັ້ນ ກໍ່ເປັນບຸກຄົນທີ່ເຫລືອໃນສໍຮາບະຫ໌ທັ້ງສິບທ່ານ, ຖັດມາກໍ່ເປັນບັນດາສາວົກອື່ນ ໆ ທັ້ງໝົດ, ແລະ ພວກເຂົາຈະບໍ່ເຂົ້າໄປກ່ຽວຂ້ອງ ຫຼື ວິຈານການໂຕ້ແຍ້ງກັນລະຫວ່າງບັນດາສໍຮາບະຫ໌, ແລະ ພວກເຂົາເຊື່ອວ່າສິ່ງທີ່ເກີດຂຶ້ນລະຫວ່າງບັນດາສາວົກນັ້ນ ໄດ້ຜ່ານການກັ່ນກອງ ວິນິດໄສ ແລະ ຜ່ານຄວາມຄິດເຫັນຈາກພວກເຂົາເຫລົ່ານັ້ນແລ້ວ, ຜູ້ໃດທີ່ວິນິດໄສໄດ້ກົງກັບຂໍ້ເທັດຈິງອັນຖືກຕ້ອງ ເຂົາຜູ້ນັ້ນກໍ່ໄດ້ຮັບຜົນລະບຸນເປັນສອງເທົ່າ ແຕ່ຜູ້ໃດທີ່ວິນິດໄສຜິດພາດ ເຂົາຜູ້ນັ້ນກໍ່ຈະໄດ້ຮັບຜົນບຸນຕອບແທນພຽງສ່ວນດຽວ.
ບັນດາມຸມິນຜູ້ສັດທາມີຄວາມຮັກຕໍ່ຄອບຄົວວົງຕະກູນ (ອະຫ໌ລຸລໄບຕ) ຂອງທ່ານນະບີ ﷺ ມອບຄວາມຮັກຂອງພວກເຂົາຕໍ່ບັນດາພັນລະຍາຂອງທ່ານນະບີ ﷺ ເຊິ່ງປຽບສະເຫມືອນເປັນເເມ່ຂອງບັນດາຜູ້ສັດທາ ພວກເຂົາຈະກ່າວຂໍພອນໃຫ້ອັລລໍຫ໌ໂປດປານພວກນາງທຸກຄົນ. ພວກເຂົາຈະອອກຫ່າງຈາກແນວທາງຂອງພວກຣໍຟີເດາະ ທີ່ບໍ່ມັກ ດ່າວ່າ ແລະ ປະນາມເຫລົ່າສາວົກຂອງທ່ານນະບີ ﷺ ແຕ່ກັບເກິນເລີຍຕໍ່ອະລຸລໄບຕ ໂດຍຢົກຖານະຂອງອະລຸລໄບຕເກິນກວ່າເຫດ ເກີນກວ່າຕຳແຫນ່ງທີ່ອັລລໍຫ໌ຈັດໃຫ້ພວກເຂົາ, ພ້ອມກັນນັ້ນກໍຍັງອອກຫ່າງຈາກແນວທາງຂອງພວກນະວາຊິບ ເຊິ່ງພວກນີ້ໄດ້ກໍ່ຄວາມເສຍຫາຍແກ່ອະລຸລໄບຕ ທັ້ງດ້ວຍວ່າຈາ ແລະ ການກະທຳ.
ທັ້ງໝົດ ທີ່ໄດ້ກ່າວມານີ້ລ້ວນແລ້ວແຕ່ເຂົ້າຢູ່ພາຍໃຕ້ຫຼັກການເຊື່ອມັ່ນທີ່ຖືກຕ້ອງ ເຊິ່ງເປັນຫຼັກການທີ່ອັລລໍຫ໌ໄດ້ຊົງແຕ່ງຕັ້ງທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ມາເພື່ອເຜີຍແຜ່, ແລະ ເປັນຫຼັກການເຊື່ອໝັ່ນທີ່ຈຳເປັນຕ້ອງສັດທາ, ຍຶດໝັ່ນ, ດຳເນິນຕາມຕະຫຼອດໄປ, ແລະ ລະມັດລະວັງຈາກສິ່ງທີ່ຂັດກັບຫຼັກການນີ້. ທັ້ງຍັງເປັນຫຼັກການເຊື່ອໝັ່ນຂອງກຸ່ມຊົນທີ່ໄດ້ຮັບຄວາມປອດໄພ ນັ້ນຄືອະຫ໌ລຸຊສຸນນະຫ໌ ວະຈາມາອະຫ໌, ທີ່ທ່ານນະບີມຸຮຳມັດ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ໃນເລື່ອງຂອງກຸ່ມຊົນນີ້ວ່າ:
«لَا تَـزَالُ طَائِفَةٌ مِنْ أُمَّتِي ظَاهِرِينَ عَلَى الحَقِّ، لَا يَضُرُّهُمْ مَنْ خَذَلَهُمْ، حَتَّى يَأْتِيَ أَمْرُ اللهِ وَهُمْ كَذَلِكَ».
«ຊົນກຸ່ມໜຶ່ງຈາກປະຊາຊາດຂອງຂ້ອຍ ຈະຍັງຄົງປະກົດເດັ່ນຢູ່ເທິງສັດຈະທຳ, ຜູ້ທີ່ຫຍຽດຍາມພວກເຂົາບໍ່ສາມາດສ້າງຄວາມເສຍຫາຍແກ່ພວກເຂົາໄດ້, ຈົນກວ່າຄຳບັນຊາຂອງອັລລໍຫ໌ຈະມາເຖິງ ແລະ ພວກເຂົາກໍຍັງຄົງເປັນເຊັ່ນນັ້ນຢູ່»15, ແລະ ໃນອີກລາຍງານໜຶ່ງ:
«لَا تَزَالُ طَائِفَةٌ مِنْ أُمَّتِي عَلَى الحَقِّ مَنْصُورَةٌ».
ຄວາມໝາຍຄື "ຊົນກຸ່ມໜຶ່ງຈາກປະຊາຊາດຂອງຂ້ອຍ ຢັງຄົງຍືນຫຍັດຢູ່ບົນຄວາມທ່ຽງທຳ ເປັນກຸ່ມຊົນທີ່ໄດ້ຮັບຄວາມຊ່ວຍເຫຼືອ"16, ທ່ານນະບີມຸຮຳມັດ ຊັລລັລລໍຮຸ ອະໄລຮິ ວະສັລລຳ ຢັງໄດ້ກ່າວໄວ້ວ່າ:
«افْتَرَقَتِ اليَهُودُ عَلَى إِحْدَى وَسَبْعِينَ فِرْقَةً، وَافْتَرَقَتِ النَّصَارَى عَلَى اثْنَتَيْنِ وَسَبْعِينَ فِرْقَةً، وَسَتَفْتَرِقُ هَذِهِ الأُمَّةُ عَلَى ثَلَاثِ وَسَبْعِينَ فِرْقَةً كُلُّهَا فِي النَّارِ إِلَّا وَاحِدَةً فَقَالَ الصَّحَابَةُ: مَنْ هِيَ يَا رَسُولَ اللهِ؟ قَالَ: مَنْ كَانَ عَلَى مِثْلِ مَا أَنَا عَلَيْهِ وَأَصْحَابِي».
ຄວາມໝາຍວ່າ "ພວກຍະຮຸດີ (ຍິວ) ໄດ້ແຕກແຍກອອກເປັນ 71 ກຸ່ມ ແລະ ຊາວນະສໍຣໍ (ຄຣິສ) ໄດ້ແຕກແຍກເປັນ 72 ກຸ່ມ ແລະ ປະຊາຊາດນີ້ (ມຸສລິມ) ຈະແຕກແຍກເປັນ 73 ກຸ່ມ ທັ້ງໝົດນັ້ນລົງນະຣົກ ນອກຈາກກຸ່ມດຽວເທົ່ານັ້ນ". ບັນດາຊໍຮາບະຫ໌ໄດ້ຖາມວ່າ "ໂອ້ທ່ານຣໍຊຸລແຫ່ງອັລລໍຫ໌ ກຸ່ມນັ້ນເປັນໃຜນໍ່?" ທ່ານຕອບວ່າ " ກຸ່ມນັ້ນຄືຜູ້ທີ່ມີການດຳເນິນບົນເສັ້ນທາງທີ່ຄືກັບເສັ້ນທາງຂອງຂ້ອຍ ແລະ ສາວົກຂອງຂ້ອຍ"17
ບັນດາຄວາມເຊື່ອທີ່ກົງກັນຂ້າມກັບຄວາມເຊື່ອທີ່ຖືກຕ້ອງ
ບັນດາຜູ້ທີ່ຫັນເຫອອກນອກທາງຂອງຫຼັກການນີ້ ແລະ ດຳເນິນໄປຕາມສິ່ງທີ່ກົງກັນຂ້າມນັ້ນ ມີຢູ່ຫຼາຍກຸ່ມຫຼາຍປະເພດດ້ວຍກັນ ອະທິເຊັ່ນ: ກຸ່ມເຄົາລົບບູຊາທັ້ງຫຼາຍ ຈະເວັດ, ມະລາອິກະຫ໌, ບັນດາວະລີຍ໌, ຈິນ, ກົກໄມ້, ຫິນ, ແລະ ອື່ນໆ. ກຸ່ມຄົນເຫຼົ່ານີ້ ບໍ່ໄດ້ຕອບສະນອງການເຊີນຊວນຂອງບັນດາຣໍຊູລ, ຍິ່ງໄປກວ່ານັ້ນຢັງຂັດແຍ້ງ ແລະ ດື້ດຶງຕໍ່ບັນດາຣໍຊູລ, ເຊັ່ນດັງກັບພວກກຸເຣຊ ແລະ ອາຣັບກົກອື່ນ ໆ ທີ່ເຮັດກັບນະບີມຸຮຳມັດ ຊັລລັລລໍຮຸ ອະໄລຮິ ວະສັລລຳ ຂອງເຮົາ; ພວກເຂົາເຫລົ່ານັ້ນເຄີຍຂໍຕໍ່ສິ່ງທີ່ຖືກເຄົາລົບສັກກາລະ ໃຫ້ເຮັດທຸລະໃຫ້, ຂໍໃຫ້ຫາຍປ່ວຍ, ແລະ ຂໍຄວາມຊ່ວຍເຫຼືອເພື່ອເອົາຊະນະສັດຕູ, ພວກເຂົາເຄີຍຂ້າສັດບູຊາ ແລະ ບົນບານຕໍ່ສິ່ງທີ່ຖືກເຄົາລົບສັກກາລະດັງກ່າວ, ແລະ ເມື່ອທ່ານຣໍຊູລ ຊັລລັລລໍຮຸ ອະໄລຮິ ວະສັລລຳ ຄັດຄ້ານການກະທຳເຊັ່ນນັ້ນ, ແລະ ຮຽກຮ້ອງໃຫ້ພວກເຂົາຖະວາຍການເຄົາລົບພັກດີຕໍ່ອັລລໍຫ໌ແຕ່ພຽງອົງດຽວດ້ວຍຄວາມບໍລິສຸດໃຈ, ພວກເຂົາກັບເຫັນວ່າເປັນສິ່ງແປກປະຫລາດ ແລະ ບໍ່ຍອມປະຕິບັດຕາມທ່ານຣໍຊູລ, ແລະ ພວກເຂົາກ່າວວ່າ:
﴿أَجَعَلَ ٱلۡأٓلِهَةَ إِلَٰهٗا وَٰحِدًاۖ إِنَّ هَٰذَا لَشَيۡءٌ عُجَابٞ5﴾
(ຄົນປະຕິເສດເຫລົ່ານັ້ນກ່າວວ່າ) ເຂົາ (ມຸຮຳມັດ) ໄດ້ເຮັດໃຫ້ພຣະເຈົ້າຫຼາຍອົງເປັນພຣະເຈົ້າອົງດຽວແນວນັ້ນບໍ່? ແທ້ຈິງນີ້ເປັນສິ່ງທີ່ແປກປະຫຼາດແທ້ ໆ ) (ສອດ : 5).
ທ່ານຣໍຊູລຂອງອັລລໍຫ໌ ກໍ່ຢັງຄົງດຳເນິນການຮຽກຮ້ອງ ເຊີນຊວນພວກເຂົາສູ່ອັລລໍຫ໌ຕໍ່ໄປ ທ່ານໄດ້ເຕືອນພວກເຂົາບໍ່ໃຫ້ຕັ້ງພາຄີ ອະທິບາຍໃຫ້ພວກເຂົາໄດ້ຮູ້ເຖິງຂໍ້ເທັດຈິງຂອງສິ່ງທີ່ທ່ານຮຽກຮ້ອງເຊີນຊວນໄປສູ່ ຈົນກະທັ່ງອັລລໍຫ໌ໄດ້ຊົງຊີ້ທາງແກ່ບາງຄົນໃນຫມູ່ພວກເຂົາ ຈົນຕໍ່ມາກໍ່ໄດ້ມີການຍອມຮັບ ແລະ ເຂົ້າຮັບສາສະໜາຂອງອັລລໍຫ໌ຢ່າງຫຼວງຫລາຍ ສາສະໜາຂອງພຣະອົງຈຶ່ງໄດ້ປະກົດເດັ່ນຊັດຂຶ້ນເຫນືອສາສະໜາອື່ນ ທັ້ງນີ້ຫຼັງຈາກການເຊີນຊວນຢ່າງຕໍ່ເນື່ອງ ແລະ ການຕໍ່ສູ້ຢ່າງອົດທົນເປັນເວລາຍາວນານຂອງທ່ານນະບີ ແລະ ບັນດາສາວົກຂອງທ່ານ ຮວມທັ້ງຜູ້ດຳເນິນຕາມທ່ານເຫລົ່ານັ້ນດ້ວຍດີ. ຕໍ່ມາສະພາບສະຖານະການໄດ້ປ່ຽນແປງໄປ ຄວາມບໍ່ຮູ້ໄດ້ແຜ່ກະຈາຍໃນຫມູ່ຊົນສ່ວນໃຫຍ່ ຈົນກະທັ່ງຄົນສ່ວນຫຼາຍກັບໄປສູ່ສາສະໜາຂອງພວກຈາຮີລິຍະຫ໌ອີກຄັ້ງໜຶ່ງ ທັ້ງນີ້ກໍ່ດ້ວຍການນັບຖືຢ່າງບໍ່ມີຂອບເຂດຕໍ່ບັນດານະບີ ແລະ ວະລິຍ໌ ໂດຍການຂໍດຸອາ ວອນຂໍຄວາມຊ່ວຍເຫຼືອຕໍ່ທ່ານເຫລົ່ານັ້ນ ຮວມທັ້ງການກະທຳຊີຣິກອື່ນ ໆ ອີກ, ຄົນເຫລົ່ານີ້ບໍ່ຮູ້ຈັກຄວາມໝາຍຂອງຄຳວ່າ "ລາອີລາຮະ ອິລລັລລໍຫ໌" ຢ່າງທີ່ພວກກຸຟຟາຣຊາວອາຣັບຮູ້ຈັກຄວາມໝາຍຂໍ້ຄວາມນີ້ (ຂໍອັລລໍຫ໌ຊົງຊ່ວຍເຫລືອດ້ວຍເຖິດ).
ການຊີຣິກເຊັ່ນນີ້ ຢັງຄົງມີລະບາດຢູ່ຈົນກະທັ່ງເຖິງຍຸກປັດຈຸບັນຂອງເຮົາ ເນື່ອງຈາກການແຜ່ກະຈາຍຂອງຄວາມບໍ່ຮູ້ ແລະ ຍຸກທີ່ຫ່າງໄກຈາກຍຸກຂອງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ.
ຂໍ້ສົງໄສຄຸມເຄືອຂອງຄົນລຸ່ນຫຼັງເຫລົ່ານີ້ກໍ່ເຊັ່ນດຽວກັບຂໍ່ສົງໄສຄຸມເຄືອຂອງຄົນລຸ່ນທຳອິດ ໃນອະດີດ, ນັ້ນກໍ່ຄືຄຳເວົ້າຂອງພວກເຂົາທີ່ວ່າ:
﴿...هَٰٓؤُلَآءِ شُفَعَٰٓؤُنَا عِندَ ٱللَّهِ...﴾
(...ພວກເຫຼົ່ານີ້ແຫລະ ຄືຜູ້ຊ່ວຍເຫຼືອເຮົາ ນະ ທີ່ອັລລໍຫ໌...) [ສູເຣາະຫ໌ ຍູນຸສ: 18], ແລະ ຄຳກ່າວຂອງພວກເຂົາທີ່ວ່າ:
﴿...مَا نَعۡبُدُهُمۡ إِلَّا لِيُقَرِّبُونَآ إِلَى ٱللَّهِ زُلۡفَىٰٓ...﴾
(...ເຮົາບໍ່ໄດ້ເຄົາລົບພັກດີພວກເຂົາເຫລົ່ານັ້ນ ເວັ້ນເເຕ່ເພື່ອເຂົາເຫລົ່ານັ້ນຈະເຮັດໃຫ້ເຮົາໃກ້ຊິດຕໍ່ອັລລໍຫ໌...) (ອັຊ-ຊຸມັຣ : 3). ແລະ ອັລລໍຫ໌ໄດ້ຊົງເຮັດໃຫ້ຂໍ້ສົງໄສນີ້ເປັນໂມຄະ, ແລະ ໄດ້ຊີ້ແຈງວ່າ ຜູ້ໃດທີ່ບູຊາສິ່ງອື່ນນອກເໜືອຈາກພຣະອົງ ບໍ່ວ່າຈະເປັນຜູ້ໃດກໍຕາມ, ຜູ້ນັ້ນກໍໄດ້ຕັ້ງພາຄີຕໍ່ພຣະອົງ ແລະ ໄດ້ປະຕິເສດສັດທາ, ດັ່ງທີ່ອັລລໍຫ໌ໄດ້ກ່າວວ່າ:
﴿وَيَعۡبُدُونَ مِن دُونِ ٱللَّهِ مَا لَا يَضُرُّهُمۡ وَلَا يَنفَعُهُمۡ وَيَقُولُونَ هَٰٓؤُلَآءِ شُفَعَٰٓؤُنَا عِندَ ٱللَّهِ...﴾
(ແລະ ເຂົາເຫລົ່ານັ້ນໄດ້ເຄົາລົບພັກດີສິ່ງອື່ນຈາກອັລລໍຫ໌ ເຊິ່ງບໍ່ໄດ້ໃຫ້ໂທດແກ່ພວກເຂົາ ແລະ ບໍ່ໄດ້ໃຫ້ປະໂຫຍດແກ່ພວກເຂົາ ແລະ ພວກເຂົາຈະກ່າວວ່າ ພວກເຫຼົ່ານີ້ແຫລະ ຄືຜູ້ຊ່ວຍເຫຼືອເຮົາ ນະ ທີ່ອັລລໍຫ໌...) (ຍູນຸສ : 18). ອັລລໍຫ໌ ຈຶ່ງໄດ້ຕອບໂຕ້ພວກເຂົາ ດ້ວຍພຣະດຳລັດວ່າ:
﴿قُلۡ أَتُنَبِّـُٔونَ ٱللَّهَ بِمَا لَا يَعۡلَمُ فِي ٱلسَّمَٰوَٰتِ وَلَا فِي ٱلۡأَرۡضِۚ سُبۡحَٰنَهُۥ وَتَعَٰلَىٰ عَمَّا يُشۡرِكُونَ18﴾
(ຈົ່ງກ່າວເຖິດ (ມຸຮຳມັດ) ພວກເຈົ້າຈະບອກອັລລລໍຫ໌ເຖິງສິ່ງທີ່ (ພວກເຂົ້າໃຈວ່າ) ພຣະອົງບໍ່ຊົງຮັບຮູ້ໃນບັນດາຊັ້ນຟ້າ ເເລະ ເເຜ່ນດິນເເນວນັ້ນບໍ່? ພຣະອົງຊົງມະຫາບໍລິສຸດ ເເລະ ຊົງສູງສົ່ງ ເໜື່ອສິ່ງທີ່ພວກເຂົາຕັ້ງພາຄີຂື້ນ) (ຍູນຸສ : 18).
ດັງນັ້ນ ອັລລໍຫ໌ໄດ້ຊົງຊີ້ແຈ້ງໄວ້ໃນອາຍະຫ໌ນີ້ວ່າ ການເຄົາລົບພັກດີອື່ນຈາກພຣະອົງບໍ່ວ່າຈະເປັນນະບີ ບັນດາວະລີຍ໌ ຫຼື ຄົນອື່ນ ໆ ກໍ່ຕາມ ຍ່ອມຖືວ່າການເຄົາລົບພັກດີນັ້ນ ເປັນຊີຣິກຢ່າງໃຫຍ່ຫຼວງ ເຖິງແມ່ນວ່າຜູ້ກະທຳຈະຕັ້ງຊື່ເປັນອື່ນຈາກນັ້ນກໍ່ຕາມ ພຣະອົງໄດ້ກ່າວວ່າ:
﴿...وَٱلَّذِينَ ٱتَّخَذُواْ مِن دُونِهِۦٓ أَوۡلِيَآءَ مَا نَعۡبُدُهُمۡ إِلَّا لِيُقَرِّبُونَآ إِلَى ٱللَّهِ زُلۡفَىٰٓ...﴾
(ແລະ ບັນດາຜູ້ທີ່ຍຶດຖືສິ່ງອື່ນຈາກອັລລໍຫ໌ໃຫ້ເປັນວະລີ (ຜູ້ຄຸ້ມຄອງ) ເພື່ອເຄົາລົບພັກດີ (ພວກເຂົາຈະກ່າວວ່າ) ເຮົາບໍ່ໄດ້ເຄົາລົບພັກດີພວກເຂົາເຫລົ່ານັ້ນ ເວັ້ນເເຕ່ເພື່ອເຂົາເຫລົ່ານັ້ນຈະເຮັດໃຫ້ເຮົາໃກ້ຊິດຕໍ່ອັລລໍຫ໌) [ສູເຣາະຫ໌ ອັຊຊຸມັຣ: 3]. ອັລລໍຫ໌ ຈຶ່ງໄດ້ຕອບໂຕ້ພວກເຂົາ ດ້ວຍພຣະດຳລັດວ່າ:
﴿...إِنَّ ٱللَّهَ يَحۡكُمُ بَيۡنَهُمۡ فِي مَا هُمۡ فِيهِ يَخۡتَلِفُونَۗ إِنَّ ٱللَّهَ لَا يَهۡدِي مَنۡ هُوَ كَٰذِبٞ كَفَّارٞ﴾
(...ເເທ້ຈິງອັລລໍຫ໌ ຈະຊົງຈະຕັດສິນພວກເຂົາໃນສິ່ງທີ່ພວກເຂົາຂັດເເຍ້ງກັນໃນເລື່ອງນັ້ນ ເເທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງເເກ່ຜູ້ກ່າວເທັດ (ຄົນຂີ້ຕົວະ) ຜູ້ບໍ່ສຳນຶກບຸນຄຸນປະຕິເສດ) (ອັຊ-ຊຸມັຣ : 3).
ພຣະອົງ ໄດ້ຊີ້ແຈ້ງໃຫ້ເຮົາໄດ້ຊາບໃນອາຍະຫ໌ນີ້ວ່າ ການເຄົາລົບພັກດີຂອງພວກເຂົາ ທີ່ມີຕໍ່ສິ່ງອື່ນຈາກພຣະອົງ ບໍ່ວ່າຈະດ້ວຍການວອນຂໍ ຄວາມຢ້ານກົວ ຄວາມຫວັງ ແລະ ສິ່ງອື່ນ ໆ ນັ້ນ ຍ່ອມຖືວ່າເປັນການກຸຟັຣຕໍ່ພຣະອົງ ແລະ ພຣະອົງປະກາດວ່າຄຳເວົ້າຂອງພວກເຂົາທີ່ວ່າພຣະເຈົ້າຫຼາຍອົງຂອງພວກເຂົາຈະເຮັດໃຫ້ພວກເຂົາໃກ້ຊິດກັບອັລລໍຫ໌ຫຼາຍຍິ່ງຂຶ້ນນັ້ນເປັນຄຳກ່າວທີ່ຂີ້ຕົວະໂກຫົກມົດເທັດ.
ສ່ວນໜຶ່ງຈາກການເຊື່ອໝັ່ນທີ່ເຮັດໃຫ້ຕົກເປັນກາຟິຣ (ຕົກສາສະໜາ) ອັນເປັນການເຊື່ອໝັ່ນທີ່ກົງກັນຂ້າມກັບຫຼັກການເຊື່ອໝັ່ນທີ່ຖືກຕ້ອງ ແລະ ຂັດແຍ້ງກັບສິ່ງທີ່ບັນດາຣໍຊູລໄດ້ນຳມານັ້ນ ກໍ່ໄດ້ແກ່ການເຊື່ອໝັ່ນຂອງກຸ່ມຜູ້ປະຕິເສດພຣະເຈົ້າໃນຍຸກປັດຈຸບັນນີ້ ເຊິ່ງນັ່ນກໍ່ຄື ກຸ່ມຜູ້ດຳເນີນຕາມຄຳສອນຂອງມາຣກຊ໌ ເລນິນ ແລະ ບຸກຄົນອື່ນ ໆ ບໍ່ວ່າເຂົາເຫລົ່ານັ້ນຈະເອິ້ນຊື່ວ່າສັງຄົມນິຍົມ ຄອມມິວນິສ ຫຼື ອີ່ຫຍັງກໍ່ຕາມ ແຕ່ທະວ່າຮາກຖານລ່ວມຂອງຄົນເຫລົ່ານີ້ຈຳນວນໜຶ່ງກໍ່ຄືການປະຕິເສດພຣະເຈົ້າ ແລະ ຊີວິດເປັນພຽງວັດຖຸ,
ອີກທັ່ງຢັງລວມເຖິງການປະຕິເສດວັນສິ້ນໂລກ ປະຕິເສດນະຣົກ ສະຫວັນ ແລະ ປະຕິເສດສາສະໜາທັ້ງໝົດ ຜູ້ທີ່ພິຈາລະນາເບິ່ງຕຳລາ ແລະ ສຶກສາສະພາບຂອງຄົນເຫຼົ່ານັ້ນແລ້ວ ຈະຮູ້ຢ່າງແນ່ນອນໂດຍບໍ່ຕ້ອງສົງໄສເລີຍວ່າ ການເຊື່ອໝັ່ນຢ່າງນີ້ເປັນການເຊື່ອທີ່ກົງກັນຂ້າມກັບສາສະໜາແຫ່ງຟາກຟ້າ ແລະ ເປັນການເຊື່ອໝັ່ນທີ່ຈະເຮັດໃຫ້ຜູ້ທີ່ເຊື່ອເຊັ່ນນັ້ນເດິນໄປສູ່ບັ້ນປາຍທີ່ເລວຮ້າຍທີ່ສຸດໃນໂລກນີ້ ແລະ ໂລກໜ້າ.
ແລະ ສ່ວນໜຶ່ງຈາກການເຊື່ອມັ່ນທີ່ກົງກັນຂ້າມກັບຫຼັກສັດຈະທຳ: ນັ້ນກໍ່ໄດ້ແກ່ການເຊື່ອມັ່ນຂອງບາງຄົນໃນກຸ່ມຊູຟີ ເວົ້າວ່າ ຄົນບາງກຸ່ມທີ່ພວກເຂົາເອິ້ນວ່າ "ວະລີຍ໌" ນັ້ນ ໄດ້ມີສ່ວນຮ່ວມກັບອັລລໍຫ໌ໃນການຈັດການ, ແລະ ບໍລິຫານກິດຈະການໂລກ, ພວກເຂົາໄດ້ໃຫ້ຊື່ຄົນເຫລົ່ານັ້ນວ່າ ອັລ-ອັກຕອບ, ອັລ-ອັກຕ໋າດ, ອັລ-ອັກວາສ, ແລະ ຊື່ອື່ນ ໆ ອີກ. ລ້ວນຄືຜູ້ທີ່ໄດ້ຮັບການຮ້ອງຂໍຄວາມເຊື່ອເຫລືອ ແລ້ວແຕ່ຜູ້ເຊື່ອຖືຈະປະດິດຄິດຂຶ້ນມາຕັ້ງໃຫ້ແກ່ພຣະເຈົ້າຂອງເຂົາ, ແລະ ນີ້ຄືການຕັ້ງພາຄີໃນດ້ານຣູບູບີຍະຫ໌, ເຊິ່ງເປັນການຕັ້ງພາຄີປະເພດທີ່ນ່າລັງກຽດທີ່ສຸດຕໍ່ອັລລໍຫ໌ ຕະອາລາ.
ແລະ ເມື່ອພິຈາລະນາເຖິງການຕັ້ງພາຄີຂອງຄົນຍຸກກ່ອນໃນສະໄໝຈາຮິລີຍະຫ໌ ແລະ ປຽບທຽບມັນກັບການຕັ້ງພາຄີທີ່ແຜ່ຫຼາຍໃນໝູ່ຄົນສະໄໝຫຼັງ ໆ; ກໍ່ຈະພົບວ່າການຕັ້ງພາຄີຂອງຄົນສະໄໝຫຼັງ ໆ ນັ້ນ ມັນໃຫຍ່ຫຼວງກວ່າ ແລະ ຮ້າຍແຮງກວ່າ, ເຊິ່ງມີຄຳອະທິບາຍດັ່ງຕໍ່ໄປນີ້: ບັນດາຜູ້ປະຕິເສດຊາວອາຣັບໃນສະໄຫມຍາຮິລີຍະຫ໌ ມີລັກສະນະພິເສດຢູ່ສອງປະການຄື: ປະການທີໜຶ່ງ: ພວກເຂົາບໍ່ໄດ້ຕັ້ງສິ່ງໃດເປັນພາຄີໃນການເປັນພຣະຜູ້ອະພິບານ, ຫາກແຕ່ການຕັ້ງພາຄີຂອງພວກເຂົາແມ່ນຢູ່ໃນການເຄົາລົບບູຊາ; ເພາະພວກເຂົາໄດ້ຍອມຮັບໃນການເປັນພຣະຜູ້ອະພິບານຂອງອັລລໍຫ໌ ຜູ້ຊົງສູງສົ່ງ ພຽງອົງດຽວເທົ່ານັ້ນ, ດັ່ງທີ່ພຣະອົງໄດ້ຕຣັດວ່າ:
﴿وَلَئِن سَأَلۡتَهُم مَّنۡ خَلَقَهُمۡ لَيَقُولُنَّ ٱللَّهُ...﴾
(ແລະ ຖ້າເຈົ້າຖາມພວກເຂົາວ່າ ໃຜເປັນຜູ້ສ້າງພວກເຂົາ ແນ່ນອນພວກເຂົາຈະກ່າວວ່າ ອັລລໍຫ໌...)
[ຊູເຣາະຫ໌ ອັລຊຸຄຣຸຟ : 87]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ:
﴿قُلۡ مَن يَرۡزُقُكُم مِّنَ ٱلسَّمَآءِ وَٱلۡأَرۡضِ أَمَّن يَمۡلِكُ ٱلسَّمۡعَ وَٱلۡأَبۡصَٰرَ وَمَن يُخۡرِجُ ٱلۡحَيَّ مِنَ ٱلۡمَيِّتِ وَيُخۡرِجُ ٱلۡمَيِّتَ مِنَ ٱلۡحَيِّ وَمَن يُدَبِّرُ ٱلۡأَمۡرَۚ فَسَيَقُولُونَ ٱللَّهُۚ فَقُلۡ أَفَلَا تَتَّقُونَ31﴾
(ຈົ່ງກ່າວເຖິດ (ມຸຮຳມັດ) ໃຜເປັນຜູ້ປະທານປັດໄຈຍັງຊີບທີ່ມາຈາກຟາກຟ້າເເລະເເຜ່ນດິນເເກ່ພວກທ່ານ ຫຼື ໃຜເປັນເຈົ້າຂອງການໄດ້ຍິນ ການເບິ່ງເຫັນ ເເລະ ໃຜເປັນຜູ້ໃຫ້ມີຊີວິດຫຼັງຈາກການຕາຍ ແລະ ໃຜເປັນຜູ້ໃຫ້ຕາຍຫຼັງຈາກມີຊີວິດມາ ແລະ ໃຜເປັນຜູ້ບໍລິຫານກິດຈະການ ເເລ້ວພວກເຈົ້າຈະກ່າວກັນວ່າ “ອັລລໍຫ໌” ດັ່ງນັ້ນຈົ່ງກ່າວເຖິດ (ມຸຮຳມັດ) ພວກທ່ານບໍ່ຢຳເກຼງບໍ່!) ( ຍູນຸສ : 31). ແລະ ໂອງການຕ່າງ ໆ ທີ່ມີຄວາມໝາຍທຳນອງນີ້ຢັງມີອີກຫຼວງຫຼາຍ.
ປະການທີ່ສອງ: ການຕັ້ງພາຄີໃນການອິບາດະຫ໌ຂອງພວກເຂົານັ້ນບໍ່ໄດ້ເກີດຂື້ນຕະຫຼອດເວລາ, ຫາກແຕ່ມັນເກີດຂື້ນໃນຍາມປົກຕິສຸກ, ສ່ວນໃນພາວະຄັບຂັນແລ້ວ ພວກເຂົາຈະຖະວາຍການອີບາດະຫ໌ແກ່ອັລລໍຫ໌ພຽງອົງດຽວ, ດັງທີ່ອັລລໍຫ໌ໄດ້ຕຣັດວ່າ:
﴿فَإِذَا رَكِبُواْ فِي ٱلۡفُلۡكِ دَعَوُاْ ٱللَّهَ مُخۡلِصِينَ لَهُ ٱلدِّينَ فَلَمَّا نَجَّىٰهُمۡ إِلَى ٱلۡبَرِّ إِذَا هُمۡ يُشۡرِكُونَ65﴾
(ດັງນັ້ນ ເມື່ອພວກເຂົາໂດຍສານເຮືອ ພວກເຂົາຈະຂໍວິງວອນຕໍ່ອັລລໍຫ໌ໃນຖານະຜູ້ບໍລິສຸດໃຈ ມອບການເຄົາລົບພັກດີຕໍ່ພຣະອົງ ແຕ່ເມື່ອພຣະອົງໄດ້ຊ່ວຍພວກເຂົາໃຫ້ຂື້ນເທິງບົກປອດໄພເເລ້ວ ເມື່ອນັ້ນພວກເຂົາກໍ່ຕັ້ງພາຄີຕໍ່ພຣະອົງ)
(ອັລ-ອັນກະບູດ 65).
ສ່ວນພວກມຸຊຣີກີນ (ຜູ້ຕັ້ງພາຄີ) ໃນສະໄໝຫຼັງ ໆ ນີ້ໄດ້ເພິ່ມຕືມໄປຈາກມຸຊຣີກີນຍຸກຕົ້ນ ໆ ອີກສອງດ້ານຄື : ດ້ານທີ່ໜຶ່ງ: ບາງສ່ວນຂອງພວກເຂົາໄດ້ຕັ້ງພາກີໃນດ້ານການເປັນພຣະຜູ້ອະພິບານ. ດ້ານທີສອງ: ພວກເຂົາຕັ້ງພາຄີທັ້ງໃນຍາມປົກຕິສຸກ ແລະ ໃນຍາມຄັບຂັບ, ດັງທີ່ຜູ້ຄົບຄ້າສະມາຄົມກັບພວກເຂົາເຫລົ່ານີ້ຍ່ອມຈະເຫັນສິ່ງທີ່ພວກເຂົາກະທຳກັນ ນະ ຫລຸມຝັງສົບຂອງທ່ານຮຸເຊັນ ແລະ ອັລ-ບັດວີຍ໌ ແລະ ຄົນອື່ນ ໆ ໃນປະເທດອີຍິບ, ແລະ ນະ ຫລຸມຝັງສົບຂອງອັລ-ໄອດະລຸສ ໃນເອເດນ, ອັລ-ຮາດີໃນປະເທດເຍເມນ, ອິບນຸ ອະເຣາະບີຍ໌ ທີ່ປະເທດຊີເຣຍ, ເຊັກ ອັບດຸລກໍເດຣ ອັລ-ຈິລານີຍ໌ປະເທດອິຣັກ, ແລະ ຫລຸມຝັງສົບຂອງຄົນທີ່ມີຊື່ສຽງໂດ່ງດັງອື່ນ ໆ ອີກ ເຊິ່ງສາມັນຊົນທົ່ວໄປໃຫ້ຄວາມນັບຖືຢ່າງລົ້ນເຫລືອ, ອີກທັ້ງຫັນເຫສິດທິສະເພາະຂອງອັລລໍຫ໌ ຜູ້ຊົງສູງສົ່ງ ຫຼາຍ ໆ ຢ່າງໄປໃຫ້ແກ່ຫລຸມຝັງສົບເຫລົ່ານັ້ນ, ແລະ ມີນ້ອຍຄົນທີ່ຄັດຄ້ານການກະທຳຂອງພວກເຂົາ, ແລະ ອະທິບາຍໃຫ້ພວກເຂົາໄດ້ຮູ້ເຖິງຄວາມຈິງຂອງເຕົາຮີດ ທີ່ອັລລໍຫ໌ໄດ້ຊົງແຕ່ງຕັ້ງທ່ານນະບີມຸຮຳມັດ ຊັລລໍລຮຸ ອະໄລຮິ ວະຊັລລຳ, ແລະ ບັນດາຣໍຊູລກ່ອນຫນ້າທ່ານໃຫ້ມາເຜີຍແຜ່, ດັ່ງນັ້ນ, ແທ້ຈິງເຮົາເປັນກຳມະສິດຂອງອັລລໍຫ໌ ແລະ ແທ້ຈິງເຮົານັ້ນຕ້ອງກັບໄປສູ່ພຣະອົງ.
ແລະ ສ່ວນໜຶ່ງຂອງການເຊື່ອມັ່ນທີ່ກົງກັນຂ້າມກັບຫຼັກການເຊື່ອມັ່ນທີ່ຖືກຕ້ອງ ໃນເລື່ອງຂອງບັນດາພຣະນາມ ແລະ ຄຸນນະລັກສະນະຂອງອັລລໍຫ໌ນັ້ນ ກໍ່ໄດ້ແກ່ຫຼັກການເຊື່ອມັ່ນຂອງອະຫ໌ລຸລບິດອະຫ໌ ເຊັ່ນ ພວກຈະຫ໌ມີຍະຫ໌ ພວກມຸອ໌ຕະຊີລະຫ໌ ແລະ ຜູ້ດຳເນິນຕາມແນວທາງຂອງພວກເຂົາເຫລົ່ານັ້ນ ໃນການປະຕິເສດຄຸນລັກສະນະຂອງພຣະອົງ ແລະ ລົບລ້າງຄຸນລັກສະນະທີ່ສົມບູນຂອງອັລລໍຫ໌ ແລະ ໄດ້ໃຫ້ຄຸນລັກສະນະແກ່ພຣະອົງດ້ວຍຄຸນລັກສະນະຂອງສິ່ງທີ່ບໍ່ມີ ຫຼື ສິ່ງທີ່ເປັນວັດຖຸ ຫຼື ສິ່ງທີ່ເປັນໄປບໍ່ໄດ້ , ມະຫາບໍລິສຸດແດ່ອັລລໍຫ໌ ແລະ ຊົງສູງສົ່ງເຫນືອຄຳກ່າວຫາໃດ ໆ ທັ້ງສິ້ນ.
ລວມຢູ່ໃນນັ້ນຄື: ຜູ້ທີ່ປະຕິເສດບາງຢ່າງໃນຄຸນລັກສະນະ ແລະ ຍືນຍັນໃນບາງຄຸນລັກສະນະ; ດັ່ງທີ່ເປັນແນວຄວາມເຊື່ອຂອງພວກອາຊາອີເຣາະຫ໌, ແລະ ພວກເຂົາເຫຼົ່ານີ້ ໃນການທີ່ພວກເຂົາຍືນຍັນໃນບາງຄຸນລັກສະນະ ກໍຈຳຕ້ອງເຮັດຄືກັບທີ່ພວກເຂົາພະຍາຍາມຫຼີກຫນີໃນເລື່ອງຄຸນລັກສະນະທີ່ພວກເຂົາປະຕິເສດ ແລະ ທີ່ພວກເຂົາໄດ້ຕີຄວາມຫຼັກຖານຕ່າງ ໆ ທີ່ກ່ຽວຂ້ອງ, ໂດຍທີ່ພວກເຂົາຂັດແຍ້ງກັບຫຼັກຖານທີ່ຮັບມາໂດຍການຖ່າຍທອດ ແລະ ຫຼັກຖານທາງສະຕິປັນຍາ, ແລະ ພວກເຂົາຂັດແຍ້ງຢ່າງຊັດເຈນໃນເລື່ອງເຊັ່ນນີ້.
ສ່ວນອະຫ໌ລຸສສຸນນະຫ໌ ວັລຈະມາອະຫ໌ນັ້ນ ພວກເຂົາຍືນຍັນໃຫ້ກັບ ອັລລໍຫ໌ໃນສິ່ງທີ່ພຣະອົງຊົງຍືນຍັນໃຫ້ແກ່ຕົວຂອງພຣະອົງເອງ, ຫຼື ທີ່ທ່ານນະບີມຸຮຳມັດ ﷺ ຂອງພຣະອົງໄດ້ຢືນຢັນໃຫ້ແກ່ພຣະອົງ ຈາກບັນດາພຣະນາມ ແລະ ຄຸນລັກສະນະຕ່າງໆ ໃນຮູບແບບທີ່ສົມບູນ, ແລະ ພວກເຂົາໄດ້ຖືວ່າພຣະອົງຊົງບໍລິສຸດ ປາດສະຈາກຄວາມຄ້າຍຄືກັບສິ່ງຖືກສ້າງຂອງພຣະອົງ, ດ້ວຍການເຊື່ອມັ່ນທີ່ປອດຈາກວິທີທາງການປະຕິເສດ, ພວກເຂົາໄດ້ປະຕິບັດຕາມຫຼັກຖານທັ້ງໝົດ, ພວກເຂົາບໍ່ບິດເບືອນ ແລະ ບໍ່ຖືຕາມທີ່ບາງກຸ່ມຖືວ່າພຣະອົງບໍ່ມີຄຸນລັກສະນະ, ແລະ ພວກເຂົາກໍ່ປອດຈາກການຂັດແຍ້ງ ເຊຶ່ງຄົນອື່ນ ໆ ຕົກຢູ່ໃນການຂັດແຍ້ງນີ້ (ດັງທີ່ໄດ້ເຄີຍຊີ້ແຈງໄວ້ແລ້ວ),
ນີ້ຄືຫົນທາງແຫ່ງຄວາມປອດໄພ ແລະ ຄວາມສັນຕິສຸກໃນດຸນຍາ ແລະ ອາຄິເຣາະຫ໌ ເປັນຫົນທາງທີ່ທ່ຽງກົງຕາມຊາວສະລັຟ (ບັນພະຊົນອິສລາມຍຸກເຮິ່ມຕົ້ນ) ຂອງປະຊາຊາດນີ້ ແລະ ບັນດາຜູ້ນຳຂອງພວກເຂົາໄດ້ດຳເນິນໄປແລ້ວ ແລະ ຊົນລຸ່ນຫຼັງຂອງປະຊາຊາດຈະບໍ່ຢູ່ໃນຄວາມຖືກຕ້ອງ ເວັ້ນແຕ່ດ້ວຍສິ່ງທີ່ຊົນລຸ່ນທຳອິດໄດ້ດຳເນິນຕົນຢ່າງຖືກຕ້ອງມາກ່ອນແລ້ວ ນັ່ນກໍ່ຄືການດຳເນິນຕາມອັລກຸຣອານ ແລະ ສຸນນະຫ໌ ແລະ ລະຖິ້ມສິ່ງທີ່ຂັດແຍ້ງກັບສອງສິ່ງທີ່ກ່າວມານີ້. ເຮົາຂໍຕໍ່ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ໂປດໃຫ້ປະຊາຊາດນີ້ໄດ້ກັບໄປສູ່ທາງອັນທຽ່ງກົງ, ແລະ ຂໍໃຫ້ມີຜູ້ຮຽກຮ້ອງໃນໝູ່ປະຊາຊາດນີ້ໄປສູ່ທາງທີ່ຖືກຕ້ອງເພິ່ມທະວີຫຼາຍຂຶ້ນ, ແລະ ຂໍພຣະອົງໄດ້ໂປດອຳນວຍຄວາມສຳເລັດໃຫ້ແກ່ບັນດາຜູ້ນຳ ແລະ ນັກວິຊາການຂອງພວກເຮົາໃນການຕໍ່ຕ້ານການຊີຣິກ, ຂະຈັດມັນ, ແລະ ການເຕືອນໄພຈາກບັນດາຫົນທາງຂອງມັນ... ແທ້ຈິງອັລລໍຫ໌ນັ້ນ ຊົງໄດ້ຍິນ ແລະ ໃກ້ຊິດຍິ່ງ. ອັລລໍຫ໌ເປັນຜູ້ປະທານຄວາມສຳເລັດ, ພຣະອົງຊົງພຽງພໍແລ້ວສຳລັບພວກເຮົາ ແລະ ເປັນຜູ້ຊົງຄຸ້ມຄອງທີ່ດີເລີດຍິ່ງ, ແລະ ບໍ່ມີພະລັງ ແລະ ອຳນາດໃດໆ ເວັ້ນແຕ່ດ້ວຍການຊ່ວຍເຫຼືອຂອງພຣະອົງ. ຂໍອັລລໍຫ໌ ຊົງປະທານຄວາມສັນຕິຈຳເລີນແດ່ບ່າວຂອງພຣະອົງ ແລະ ຣໍຊູລຂອງພຣະອົງ, ທ່ານນະບີມຸຮຳມັດຂອງເຮົາ, ຄອບຄົວຂອງທ່ານ ແລະ ບັນດາມິດສະຫາຍຂອງທ່ານ.
***
lo397v4.0 - 12/04/2026
ລາຍງານໂດຍ ອັນ-ບຸຄໍຣີ (2856), ແລະ ມຸສລິມ (30).
ບັນທຶກໂດຍ ທ່ານອັລ-ລາລະກາອີ ໃນໜັງສື ຊັຣຫ໌ ອຸຊູລ ອັລ-ອິຕິກອດ (735), ແລະ ທ່ານອິບນຸ ອັບດິລບັຣ ໃນໜັງສື ຈາມິອ ອັລ-ອິລມ໌ ວະຟັດລິຮີ (1801), ແຕ່ວ່າດ້ວຍສຳນວນ ອັລ-ອະຫາດິຊ ແທນ ອາຍາຕ ອັຊ-ຊິຟາຕ, ແລະສຳນວນຂອງເພິ່ນແມ່ນ: "ຈົ່ງລາຍງານບັນດາຮະດິຊເຫຼົ່ານີ້ຕາມທີ່ມັນໄດ້ຖືກລາຍງານມາ ແລະ ຢ່າໄດ້ໂຕ້ຖຽງໃນມັນ".
ບັນທຶກໂດຍທ່ານໄບຮາກີ ໃນໜັງສື ອັດອັສມາອ໌ ວັຊສິຟາດ ເລກທີ (865), ແລະ ທ່ານອິບນຸໄຕມິຍະຫ໌ ໄດ້ຢັ້ງຢືນວ່າສາຍລາຍງານຂອງມັນຊໍຮິຫ໌ ໃນໜັງສື ອັນ-ຮະມະວິຍະຫ໌ (ໜ້າ: 269), ແລະ ທ່ານອັຊ-ຊະຮະບີ ໄດ້ກ່າວໃນໜັງສື ອັນ-ອະຣດ (2/223), ບັນດາຜູ້ລາຍງານຂອງມັນເປັນອິມາມທີ່ເຊື່ອຖືໄດ້.
ບັນທຶກໂດຍ ທ່ານອັລ-ລາລາກາອີ ໃນໜັງສື ຊາຣຫ໌ ອຸຊູລ ອັລ-ອິຕິກອດ (930), ແລະ ທ່ານໄບຮາກີ ໃນໜັງສື ອັລ-ອັສມາ ວະ ອັສ-ສິຟາຕ (955).
ບັນທຶກໂດຍ ທ່ານອັລລາລະກາອີ ເລກທີ (665), ແລະ ທ່ານອັລໄບຫະກີ ເລກທີ (868).
ບັນທຶກໂດຍທ່ານອັລ-ລາລະກາອີ ໃນໜັງສື ຊັຣຫ໌ ອຸຊູລ ອັລ-ອຽະຕິກອດ (664), ແລະ ທ່ານ ອາບູ ນຸໄອມ ໃນໜັງສື ຫິລຍະຕຸລເອົາລິຍາ (325/6), ແລະ ທ່ານໄບຮາກີ ໃນໜັງສື ອັລ-ອັສມາ ວັສ-ສິຟາດ (867).
ບັນທຶກໂດຍທ່ານອັລ-ມຸຊັກກີ ໃນຫນັງສືອັລ-ມຸຊັກກີຍາດ (29), ແລະ ທ່ານອິບນຸ ບັດຕະຫ໌ ໃນຫນັງສືອັລ-ອິບານະຫ໌ (120), ແລະ ທ່ານອັລ-ລາລະກາອີ ໃນຫນັງສືຊະເຣາະຫ໌ ອຸຊູລ ອັລ-ອຽະຕິກອດ (663).
ບັນທຶກໂດຍ ທ່ານອັດດາຣີມີ ໃນ ອັລຣັອດ ອະລາ ອັລຈະຫ໌ມີຍະຫ໌ (67), ແລະ ທ່ານອັລໄບຫະກີ ໃນ ອັລອັສມາອ໌ ວັສສິຟາຕ (903).
ບັນທຶກໂດຍ ອັດ-ຊະຮະບີ ໃນ ອັລ-ອຸລູ (464), ແລະ ທ່ານອັລ-ອັລບານີ ກ່າວໃນ ມຸຄຕາຊໍຣ ອັລ-ອຸລູ (ص: 184) ວ່າ: ນີ້ແມ່ນສາຍລາຍງານທີ່ຊໍເຮັຍ, ບັນດາຜູ້ລາຍງານແມ່ນເຊື່ອຖືໄດ້ ແລະ ເປັນທີ່ຮູ້ຈັກ.
ຕັຟຊີຣ ອິບນຸ ກະຊີຣ (3/426, 427).
ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (22), ຈາກການລາຍງານຂອງ ອະບີ ສະອີດ ອັລຄຸດຣີ, ຂໍອັລລໍຮฺຊົງພໍພຣະໄທຕໍ່ເພິ່ນ.
ບັນທຶກໂດຍທ່ານມຸສລິມ ເລກທີ (2996), ຈາກຫະດີສຂອງ ທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ.
ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (3651) ແລະ ມຸສລິມ, ເລກທີ່ (2533), ຈາກຫະດີສຂອງ ອັບດຸລລໍຮ໌ ບິນ ມັສອູດ, ຂໍອັລລໍຮ໌ຊົງພໍພຣະໄທຕໍ່ເພິ່ນ.
ບັນທຶກໂດຍທ່ານມຸສລິມ ເລກທີ່ (1920), ຈາກຫະດີສຂອງ ທ່ານເຊົາບານ ຂໍອົງອັລລໍຫ໌ຈົ່ງພໍພຣະໄທຕໍ່ເພິ່ນ.
ບັນທຶກໂດຍ ທ່ານອິບນຸມາຈະຫ໌ (3952), ຈາກຫະດີສຂອງທ່ານເສາະບານ (ຂໍອັລລໍຮฺຊົງພໍພຣະໄທຕໍ່ເພິ່ນ), ກວດກາໂດຍ ທ່ານອິບນຸ ຮິບບານ (6714), ແລະ ທ່ານອັລ-ຫາກິມ (8653).
ບັນທຶກໂດຍ ອັດຕິຣມີຊີ ເລກທີ່ (2641), ຈາກຫະດີສຂອງທ່ານອັບດຸລລອຫ໌ ບິນ ອຳຣ໌ ຂໍອັລລອຫ໌ຊົງພໍພຣະໄທຕໍ່ເພິ່ນ, ແລະ ທ່ານອັລ-ມຸນາວີ ໄດ້ກ່າວໃນ ຟັຍດຸລ-ເກາະດີຣ໌ (5/347) ວ່າ: "ໃນສາຍລາຍງານນັ້ນມີ ທ່ານອັບດຸລຣັອຫ໌ມານ ບິນ ຊີຍາດ ອັລ-ອິຟຣີກີ, ທ່ານອັລ-ຊະຫະບີ ໄດ້ກ່າວວ່າ: ພວກເຂົາຕັດສິນວ່າລາວດໍອີຟ", ແລະ ຕັດສິນວ່າສໍ່ເຮັຫ໌ໂດຍ ທ່ານອັລ-ອັລບານີ ໃນ ສໍ່ເຮັຫ໌ ອັລ-ຈະມິອ໌ ເລກທີ່ (5343).
ບັນທຶກໂດຍທ່ານມຸສລິມ ເລກທີ (8).