ຄວາມປະເສີດ ແລະ ມາລະຍາດທີ່ຄວນມີຕໍ່ມັສຍິດອັນ-ນະບະວີ, ແລະ ຂໍ້ບັນຍັດຂອງການຢ້ຽມຢາມຫລຸມຝັງສົບຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ແລະ ຫລຸມຝັງສົບຂອງສະຫາຍທັ້ງສອງຂອງທ່ານ ຣໍດິຍັລລໍຮຸ ອັນຮຸມາ (ພາສາລາວ)

  • earth ທາງດ້ານພາສາ
    (ພາສາລາວ)
  • earth ຂຽນໂດຍ:
    اللجنة العلمية برئاسة الشؤون الدينية بالمسجد الحرام والمسجد النبوي
PHPWord

 

فَضَائِلُ وَآدَابُ المَسْجِدِ النَّبَوِيِّ

وَأَحْكَامُ زِيَارَةِ قَبْرِ النَّبِيِّ ﷺ

وَقَبْرَي صَاحِبَيْهِ رَضِيَ اللَّهُ عَنْهُمَا

 

ຄວາມປະເສີດ ແລະ ມາລະຍາດທີ່ຄວນມີຕໍ່ມັສຍິດອັນ-ນະບະວີ, ແລະ ຂໍ້ບັນຍັດຂອງການຢ້ຽມຢາມຫລຸມຝັງສົບຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ແລະ ຫລຸມຝັງສົບຂອງສະຫາຍທັ້ງສອງຂອງທ່ານ ຣໍດິຍັລລໍຮຸ ອັນຮຸມາ

 

اللَّجْنَةُ العِلْمِيَّةُ

بِرِئَاسَةِ الشُّؤُونِ الدِّينِيَّةِ بِالمَسْجِدِ الحَرَامِ وَالمَسْجِدِ النَّبَوِيِّ

ຄະນະກຳມະການວິຊາການ ຂອງສຳນັກງານກິດຈະການສາສະໜາ ປະຈຳມັດສະຍິດອັລຫະຣອມ ແລະ ມັດສະຍິດອັນນະບະວີ

 

بِسْمِ اللهِ الرَّحمَنِ الرَّحِيمِ

ຄວາມປະເສີດ ແລະ ມາລະຍາດທີ່ຄວນມີຕໍ່ມັສຍິດອັນ-ນະບະວີ, ແລະ ຂໍ້ບັນຍັດຂອງການຢ້ຽມຢາມຫລຸມຝັງສົບຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ແລະ ຫລຸມຝັງສົບຂອງສະຫາຍທັ້ງສອງຂອງທ່ານ ຣໍດິຍັລລໍຮຸ ອັນຮຸມາ

ບົດນຳ

ມວນການສັນລະເສິນທັ້ງປວງເປັນສິດຂອງອັລລໍຫ໌ ຜູ້ອະພິບານແຫ່ງສາກົນລະໂລກ, ແລະ ຂໍການອວຍພອນຄວາມສັນຕິສຸກ ຈົ່ງມີແດ່ຜູ້ທີ່ຖືກສົ່ງມາເພື່ອເປັນຄວາມເມດຕາແກ່ຊາວໂລກທັ້ງຫຼາຍ, ແລະ ຕະຫຼອດຈົນບັນດາວົງວານຕະກູນ ແລະ ມິດສະຫາຍຂອງທ່ານ ແລະ ບັນດາຜູ້ທີ່ດຳເນີນຕາມຊຸນນະຫ໌ຂອງທ່ານ ແລະ ໄດ້ຮັບການຊີ້ແນະຕາມແນວທາງຂອງທ່ານຈົນຮອດວັນແຫ່ງການຕອບແທນ, ຕໍ່ໄປນີ້:

ນີ້ຄືຂໍ້ຄວາມສະບັບຫຍໍ້, ທີ່ປະກອບດ້ວຍຄວາມປະເສີດທີ່ສຳຄັນທີ່ສຸດຂອງມັສຍິດນະບະວີ, ແລະ ມາລະຍາດໃນການຢ້ຽມຢາມມັນ, ແລະ ມາລະຍາດໃນການຢ້ຽມຢາມຫຼຸມຝັງສົບຂອງນະບີ, ແລະ ຫຼຸມຝັງສົບຂອງສອງສະຫາຍຂອງທ່ານ ﷺ, ພວກເຮົາໄດ້ຮວບຮວມມັນໄວ້ໃຫ້ແກ່ບັນດາຜູ້ມາຢ້ຽມຢາມມັສຍິດນະບະວີ, ເພື່ອໃຫ້ພວກເຂົາໄດ້ມີຄວາມຮູ້ ແລະ ຄວາມເຂົ້າໃຈໃນຜົນລະບຸນຂອງມັສຍິດຂອງນະບີແຫ່ງປະຊາຊາດຂອງທ່ານນະບີ ﷺ, ແລະ ມາລະຍາດໃນການຢ້ຽມຢາມມັນ ແລະ ການລະມາດໃນນັ້ນ, ໂດຍຫວັງຈາກພຣະຜູ້ຊົງກະລຸນາປານີ, ພຣະຜູ້ຊົງໂປດປານ ວ່າພຣະອົງຈະໃຫ້ເກີດປະໂຫຍດດ້ວຍກັບມັນ, ແລະ ໃຫ້ມັນເປັນສິ່ງທີ່ດີງາມ ແລະ ບໍລິສຸດໃຈເພື່ອພຣະອົງ. ແທ້ຈິງພຣະອົງຄືຜູ້ທີ່ດີເລີດທີ່ສຸດທີ່ຖືກວອນຂໍ ແລະ ເປັນຜູ້ຊົງກະລຸນາທີ່ສຸດທີ່ຖືກຄາດຫວັງ.

ຄະນະກຳມະການວິຊາການ

ໜຶ່ງ: ຄວາມປະເສີດຂອງມັສຍິດອັນນະບະວີ (ມັສຍິດຂອງທ່ານນະບີ)

ອັລລໍຫ໌ ໄດ້ກ່າວວ່າ :

﴿وَرَبُّكَ يَخۡلُقُ مَا يَشَآءُ وَيَخۡتَارُۗ مَا كَانَ لَهُمُ ٱلۡخِيَرَةُۚ سُبۡحَٰنَ ٱللَّهِ وَتَعَٰلَىٰ عَمَّا يُشۡرِكُونَ68﴾

(ແລະ ພຣະເຈົ້າຂອງເຈົ້າ ຊົງສ້າງສິ່ງທີ່ພຣະອົງຊົງປະສົງ ແລະ ຊົງເລືອກ, ພວກເຂົາບໍ່ມີສິດເລືອກ ມະຫາບໍລິສຸດແດ່ອັລລໍຫ໌ ແລະ ຊົງສູງສົ່ງຈາກສິ່ງທີ່ພວກເຂົາຕັ້ງພາຄີ) [ອັລ-ກໍສໍສ: 68] ແລະ ອັລລໍຫ໌ ໄດ້ຊົງເລືອກສະຖານທີ່ນີ້ ເພື່ອໃຫ້ເປັນມັສຍິດສຳລັບທ່ານນະບີຂອງພຣະອົງ ຊັລລັລລໍຮຸ ອະໄລຮິ ວະສັລລຳ ແລະ ໄດ້ຊົງໃຫ້ຄວາມພິເສດແກ່ມັນດ້ວຍຄວາມປະເສີດຫຼາຍປະການ, ເຊິ່ງໃນນັ້ນມີ:

ແທ້ຈິງ ມັນແມ່ນຫນຶ່ງໃນສາມມັສຍິດທີ່ອະນຸຍາດໃຫ້ເດີນທາງໄປສູ່:

ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ, ໂດຍອ້າງເຖິງທ່ານນະບີ ﷺ ກ່າວວ່າ:

«لَا تُشَدُّ الرِّحَالُ إِلَّا إِلَى ثَلَاثَةِ مَسَاجِدَ: مَسْجِدِي هَذَا، وَمَسْجِدِ الحَرَامِ، وَمَسْجِدِ الأَقْصَى».

«ບໍ່ໃຫ້ມີການຈັດກຽມເພື່ອການເດີນທາງ ນອກຈາກໄປຍັງມັສຍິດ 3 ແຫ່ງຄື: ມັສຍິດຂອງຂ້ອຍແຫ່ງນີ້, ມັສຍິດອັລຫະຣອມ, ແລະ ມັສຍິດອັລອັກຊໍ»1.

ແທ້ຈິງ ການລະຫມາດໃນນັ້ນ ປະເສີດກວ່າໜຶ່ງພັນການລະຫມາດໃນສະຖານທີ່ອື່ນ ນອກຈາກມັສຍິດອັລຫະຣອມ:

ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ ເລົ່າວ່າ: ທ່ານນະບີ ﷺ ກ່າວວ່າ:

«صَلَاةٌ فِي مَسْجِدِي هَذَا خَيْرٌ مِنْ أَلْفِ صَلَاةٍ فِيمَا سِوَاهُ، إِلَّا المَسْجِدَ الحَرَامَ».

«ການລະຫມາດໃນມັສຍິດຂອງຂ້ອຍແຫ່ງນີ້ ປະເສີດກວ່າ 1000 ການລະຫມາດໃນມັສຍິດອື່ນໆ, ນອກຈາກ ມັສຍິດອັລຫະຣອມ»2.

ແທ້ຈິງ ມັນແມ່ນມັສຍິດທີ່ຖືກສ້າງຕັ້ງຂຶ້ນບົນຄວາມຢຳເກງຕັ້ງແຕ່ວັນທຳອິດ:

ລາຍງານຈາກ ອະບີ ສະອີດ ອັລ-ຄຸດຣີ ຣໍດີຍັລລໍຮຸ ອັນຮຸ ເລົ່າວ່າ: ຂ້ອຍໄດ້ເຂົ້າໄປຫາທ່ານຣໍສູລ ລຸລລໍຫ໌ ﷺ ໃນບ້ານຂອງພັນລະຍາບາງຄົນຂອງທ່ານ, ແລ້ວຂ້ອຍໄດ້ກ່າວວ່າ ໂອ້! ທ່ານສາສະນະທູດຂອງອັລລໍຫ໌ ມັສຍິດໃດໃນສອງແຫ່ງ ທີ່ຖືກສ້າງຕັ້ງຂຶ້ນບົນຄວາມຢຳເກງ (ຕັກວາ)? ເພິ່ນເລົ່າວ່າ: ດັ່ງນັ້ນ ທ່ານນະບີຈຶ່ງໄດ້ກຳເອົາຫີນນ້ອຍໜຶ່ງກຳມື ແລ້ວໂຍນມັນລົງພື້ນດິນ, ຈາກນັ້ນທ່ານກໍກ່າວວ່າ:

«هُوَ مَسْجِدُكُمْ هَذَا» لِمَسْجِدِ المَدِينَةِ.

«ມັນແມ່ນມັສຍິດຂອງພວກເຈົ້າແຫ່ງນີ້» ໝາຍເຖິງມັສຍິດມະດີນະຫ໌3.

ແທ້ຈິງ ຜົນຕອບແທນຂອງຜູ້ສຶກສາສະແວງຫາຄວາມຮູ້ໃນນັ້ນ, ຄືກັບຜົນຕອບແທນຂອງຜູ້ຕໍ່ສູ້ໃນຫົນທາງຂອງອັລລໍຫ໌:

ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍ ອັນຮຸ, ເລົ່າວ່າຂ້ອຍໄດ້ຍິນທ່ານຣໍສູລຸລລໍຫ໌ ﷺ ໄດ້ກ່າວວ່າ:

«مَنْ جَاءَ مَسْجِدِي هَذَا، لَمْ يَأْتِهِ إِلَّا لِخَيْرٍ يَتَعَلَّمُهُ أَوْ يُعَلِّمُهُ، فَهُوَ بِمَنْزِلَةِ المُجَاهِدِ فِي سَبِيلِ اللهِ، وَمَنْ جَاءَ لِغَيْرِ ذَلِكَ، فَهُوَ بِمَنْزِلَةِ الرَّجُلِ يَنْظُرُ إِلَى مَتَاعِ غَيْرِهِ».

«ຜູ້ໃດທີ່ມາຍັງມັສຍິດຂອງຂ້ອຍແຫ່ງນີ້ ໂດຍບໍ່ໄດ້ມາເພື່ອສິ່ງໃດນອກຈາກເພື່ອຄວາມດີງາມທີ່ລາວຈະຮຽນຮູ້ ຫຼື ສອນມັນ, ລາວກໍ່ຈະຢູ່ໃນຖານະທຽບເທົ່າກັບຜູ້ທີ່ຕໍ່ສູ້ໃນຫົນທາງຂອງອັລລໍຫ໌, ແລະ ຜູ້ໃດທີ່ມາເພື່ອສິ່ງອື່ນນອກເໜືອຈາກນັ້ນ, ລາວກໍ່ຈະຢູ່ໃນຖານະທຽບເທົ່າກັບຊາຍທີ່ໄດ້ແຕ່ເບິ່ງຊັບສິນຂອງຄົນອື່ນ»4.

ແທ້ຈິງ ໃນນັ້ນມີ ເຣົາເດາະຫ໌ ອັນຊົງກຽດ:

ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍ ອັນຮຸ, ຈາກທ່ານນະບີ ﷺ ກ່າວວ່າ:

«مَا بَيْنَ بَيْتِي وَمِنْبَرِي رَوْضَةٌ مِنْ رِيَاضِ الجَنَّةِ، وَمِنْبَرِي عَلَى حَوْضِي».

« ລະຫວ່າງເຮືອນຂອງຂ້ອຍ ແລະ ມິນບັຣຂອງຂ້ອຍ ຄືສວນໜຶ່ງຈາກບັນດາສວນສະຫວັນ, ແລະ ມິນບັຣຂອງຂ້ອຍຕັ້ງຢູ່ເທິງບໍ່ນ້ຳຂອງຂ້ອຍ »5.

ສອງ: ການສົ່ງເສີມໃນການໄປຢ້ຽມຢາມ ມັສຍິດນະບະວີ ອັນຊົງກຽດ

ຍ້ອນຄວາມປະເສີດເຫຼົ່ານີ້ ແລະ ອື່ນໆ ຈຶ່ງສົ່ງເສີມໃຫ້ມີການໄປຢ້ຽມຢາມ ມັສຍິດນະບະວີ ເພື່ອການລະຫມາດ ແລະ ເຮັດອີບາດະຫ໌ໃນນັ້ນ.

- ເປັນທີ່ສົ່ງເສີມສຳລັບຜູ້ປະກອບພິທີຮັຈ ແລະ ບຸກຄົນອື່ນໆ ໃນການໄປຢ້ຽມຢາມມັສຍິດອັນ-ນະບະວີ ກ່ອນການປະກອບພິທີຮັຈ ຫຼື ຫຼັງຈາກນັ້ນ, ແລະ ການໄປຢ້ຽມຢາມນີ້ບໍ່ໄດ້ເປັນເງື່ອນໄຂຂອງຮັຈ, ບໍ່ແມ່ນອົງປະກອບຫຼັກ ແລະ ບໍ່ແມ່ນຂໍ້ບັງຄັບຂອງມັນ, ແລະ ບໍ່ມີຄວາມກ່ຽວຂ້ອງໃດໆ ກັບຮັຈ.

- ບໍ່ມີເງື່ອນໄຂສຳລັບການໄປຢ້ຽມຢາມມັສຍິດຂອງທ່ານນະບີ ﷺ ວ່າຈະຕ້ອງມີຈຳນວນການລະມາດທີ່ແນ່ນອນ, ຫຼື ຕ້ອງພັກເຊົາເປັນໄລຍະເວລາທີ່ແນ່ນອນໃນນະຄອນມະດີນະຫ໌, ແຕ່ການໄປຢ້ຽມຢາມນັ້ນຖືວ່າສຳເລັດຜົນດ້ວຍການລະມາດພຽງຄັ້ງດຽວ ບໍ່ວ່າຈະເປັນ ລະມາດຟັຣດູ ຫຼື ການລະມາດຊຸນນະຮ໌, ແຕ່ວ່າຍິ່ງເພີ່ມຈຳນວນການລະມາດໃນນັ້ນຫຼາຍເທົ່າໃດ, ຜົນບຸນກໍຍິ່ງເພີ່ມຂຶ້ນເທົ່ານັ້ນ.

- ແລະ ເປັນທີ່ສົ່ງເສີມສຳລັບຜູ້ທີ່ມາຢ້ຽມຢາມມັສຍິດອັນ-ນະບະວີ ໃຫ້ປະຕິບັດການລະຫມາດຟັຣດູທັງໝົດຢູ່ໃນມັສຍິດນັ້ນ ແລະ ລວມເຖິງການລະຫມາດສຸນນັດ; ເນື່ອງຈາກດັ່ງທີ່ໄດ້ກ່າວມາຂ້າງຕົ້ນວ່າ ການລະຫມາດໃນມັສຍິດນັ້ນ ປະເສີດກວ່າໜຶ່ງພັນການລະຫມາດໃນສະຖານທີ່ອື່ນໆ ຍົກເວັ້ນ ມັສຍິດອັລ-ຫະຣອມ.

ສາມ: ມາລະຍາດໃນການຢ້ຽມຢາມມັສຍິດນະບະວີ

ເມື່ອມຸສລິມມາທີ່ມັສຍິດອັນນະບະວີ, ກໍເປັນສິ່ງທີ່ສົ່ງເສີມໃຫ້ລາວປະຕິບັດຕາມບົດຄຳສັ່ງທີ່ກ່ຽວຂ້ອງກັບມາລະຍາດຕໍ່ມັສຍິດທົ່ວໆ ໄປ, ແລະ ຕໍ່ມັສຍິດອັນນະບະວີ ໂດຍສະເພາະ, ເຊິ່ງມີດັ່ງນີ້:

ໃຫ້ມາທີ່ມັສຢິດດ້ວຍຄວາມສະຫງົບສະຫງ່ຽມ ແລະ ຄວາມສຸຂຸມ, ມີຄວາມສະອາດ, ມີຮູບລັກສະນະທີ່ດີງາມ, ແລະ ມີກິ່ນຫອມ, ຈາກທ່ານ ອະບູ ຮຸຣອຍເຣາະຫ໌ ຂໍອັລລໍຮ໌ຊົງພໍພຣະໄທຕໍ່ທ່ານ, ແທ້ຈິງແລ້ວ ທ່ານ​ຣໍ​ສຸລຂອງ​ອັນ​ລໍ​ຮ໌ ﷺ ໄດ້ກ່າວວ່າ:

«إِذَا ثُوِّبَ لِلصَّلَاةِ فَلَا تَأْتُوهَا وَأَنْتُمْ تَسْعَوْنَ، وَأْتُوهَا وَعَلَيْكُمُ السَّكِينَةُ، فَمَا أَدْرَكْتُمْ فَصَلُّوا، وَمَا فَاتَكُمْ فَأَتِمُّوا، فَإِنَّ أَحَدَكُمْ إِذَا كَانَ يَعْمِدُ إِلَى الصَّلَاةِ فَهُوَ فِي صَلَاةٍ».

« ເມື່ອມີການອິກໍາມະຫ໌ສຳລັບການລະຫມາດ, ຈົ່ງຢ່າໄດ້ມາດ້ວຍຄວາມຟ້າວຟັ່ງ, ແຕ່ຈົ່ງມາດ້ວຍຄວາມສະຫງົບ, ສ່ວນທີ່ພວກທ່ານມາທັນ ກໍ່ຈົ່ງລະຫມາດ, ແລະ ສ່ວນທີ່ພວກທ່ານພາດໄປ ກໍ່ຈົ່ງລະຫມາດໃຫ້ຄົບຖ້ວນ, ເພາະແທ້ຈິງແລ້ວ ເມື່ອພວກທ່ານຄົນໃດມຸ່ງໜ້າໄປສູ່ການລະຫມາດ ລາວກໍ່ຖືວ່າຢູ່ໃນການລະຫມາດແລ້ວ »6, ແລະ ລາຍງານຈາກ ອະບີ ສະອີດ ອັລ-ຄຸດຣີ ຣໍດີຍັລລໍຮຸ ອັນຮຸ ແທ້ຈິງທ່ານນະບີ ﷺ ໄດ້ກ່າວວ່າ:

«الغُسْلُ يَوْمَ الجُمُعَةِ وَاجِبٌ عَلَى كُلِّ مُحْتَلِمٍ، وَأَنْ يَسْتَنَّ، وَأَنْ يَمَسَّ طِيبًا إِنْ وَجَدَ».

« ອາບນ້ຳໃນວັນສຸກ ວາຈິບ ສຳຫຼັບມຸສລິມສາວໜຸ່ມທຸກຄົນ, ແລະ ໃຫ້ເຮັດຄວາມສະອາດຖູແຂ້ວ, ແລະ ໃຫ້ສຳພັດໃສ່ນ້ຳຫອມ ຖ້າຫາກມີ»7, ສ່ວນແມ່ຍິງ ເມື່ອນາງມາທີ່ມັສຍິດ, ນາງຈຳເປັນຕ້ອງປົກປິດຮ່າງກາຍດ້ວຍຮິຍາບຂອງນາງ, ແລະ ບໍ່ອະນຸຍາດໃຫ້ນາງໃຊ້ເຄື່ອງຫອມ (ນ້ຳຫອມ) ດັ່ງຄຳກ່າວຂອງນບີ ﷺ:

«إِذَا شَهِدَتْ إِحْدَاكُنَّ المَسْجِدَ فَلَا تَمَسَّ طِيبًا».

«ເມື່ອພວກທ່ານຍິງຄົນໃດໄປຮ່ວມທີ່ມັສຍິດ ຈົ່ງຢ່າໄດ້ໃສ່ນ້ຳຫອມ»8.

ກ້າວຕີນຂວາ ເວລາເຂົ້າມັສຍິດນະບະວີ, ແລະ ກ່າວດຸອາເຂົ້າມັສຍິດ. ດັ່ງນັ້ນ, ຈຶ່ງເປັນສິ່ງທີ່ສົ່ງເສີມສຳລັບຜູ້ມາຢ້ຽມຢາມ ທີ່ຈະກ້າວຕີນຂວາ ເວລາເຂົ້າມັສຍິດນະບະວີ ເຊັ່ນດຽວກັບມັສຍິດອື່ນໆ, ແລະ ກ່າວດຸອານີ້ ກໍ່ຄື:

«بِسْمِ اللَّهِ، وَالسَّلَامُ عَلَى رَسُولِ اللَّهِ، اللَّهُمَّ اغْفِرْ لِي ذُنُوبِي وَافْتَحْ لِي أَبْوَابَ رَحْمَتِكَ».

« ບິສມິລລາຮິ, ວັສສະລາມຸ ອະລາ ຣະຊູລິລລາຮິ, ອັລລໍຮຸມ ມັກຟິຣລີ ຊຸນູບີ ວັຟຕະຫ໌ລີ ອັບວາບະ ເຣາະມະຕິກ» (ດ້ວຍພຣະນາມຂອງອັລລໍຮ໌, ແລະຄວາມສັນຕິຈົ່ງມີແດ່ຣໍຊູນຂອງອັລລໍຮ໌, ໂອ້ອັລລໍຮ໌ ຂໍຊົງໂປດໃຫ້ການອະໄພຍະໂທດໃນບາບຂອງຂ້ອຍແກ່ຂ້ອຍ, ແລະຂໍຊົງເປີດປະຕູແຫ່ງຄວາມເມດຕາຂອງພຣະອົງໃຫ້ແກ່ຂ້ອຍ)9, ແລະ ເຊັ່ນດຽວກັນ ໃຫ້ກ່າວວ່າ:

«أَعُوذُ بِاللَّهِ العَظِيمِ، وَبِوَجْهِهِ الكَرِيمِ، وَسُلْطَانِهِ القَدِيمِ، مِنَ الشَّيْطَانِ الرَّجِيمِ».

ຄຳອ່ານ: «ອະອູຊູ ບິລລາຮິລ ອາຊີມ, ວະບິວັດຮິຮິລ ກະລີມ, ວະສຸລຕໍນິຮິລ ກໍດີມ, ມິນັຊ ໄຊຕອນ ນິຣຣໍຈີມ»

ຄວາມໝາຍ: “ຂ້ອຍຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ຜູ້ຊົງຍິ່ງໃຫຍ່, ແລະ ດ້ວຍພຣະພັກອັນຊົງກຽດຂອງພຣະອົງ, ແລະ ດ້ວຍອຳນາດອັນດັ້ງເດີມຂອງພຣະອົງ, ໃຫ້ຮອດພົ້ນຈາກໄຊຕອນມານຮ້າຍຜູ້ຖືກສາບແຊ່ງ”10.

ການປະຕິບັດລະຫມາດ ຕະຮີຍະຕຸລມັສຍິດ: ເປັນສຸນນະຫ໌ສຳລັບຜູ້ທີ່ເຂົ້າໄປໃນມັສຍິດອັນ-ນະບະວີ ເພື່ອລະຫມາດໃນທີ່ນັ້ນ, ໃຫ້ລະຫມາດສອງຣໍກະອັດເປັນການຕະຮີຍະຕຸລມັສຍິດກ່ອນທີ່ຈະນັ່ງລົງ, ໂດຍມີລາຍງານຈາກທ່ານ ອະບູ ກໍຕາດະຫ໌ ອັລ-ຮາຣິຊ ບິນ ຣິບອີ ອັລ-ອັນຊໍຣີ ຣໍດີຍັລລໍຫຸ ອັນຮຸ ໄດ້ກ່າວວ່າ: ທ່ານນະບີ ຊັລລັລລໍຫຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ:

«إِذَا دَخَلَ أَحَدُكُمُ المَسْجِدَ، فَلَا يَجْلِسْ حَتَّى يُصَلِّيَ رَكْعَتَيْنِ».

« ເມື່ອພວກທ່ານຄົນໃດເຂົ້າໄປໃນມັສຍິດ, ຈົ່ງຢ່າໄດ້ນັ່ງຈົນກວ່າຈະລະຫມາດສອງຣໍກະອັດເສຍກ່ອນ »11.

ການພະຍາຍາມເອົາໃຈໃສ່ຕໍ່ການລະຫມາດໃນບັນດາແຖວທຳອິດ; ເນື່ອງຈາກໃນນັ້ນມີຄວາມປະເສີດອັນຍິ່ງໃຫຍ່, ແລະ ສິ່ງດັ່ງກ່າວຈະບໍ່ເກີດຂຶ້ນໄດ້ ນອກຈາກດ້ວຍການຝ້າວໄປຕັ້ງແຕ່ເນິ່ນໆ, ໂດຍມີລາຍງານຫາດິຊຈາກທ່ານອະບີ ຫູຣອຍເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ ວ່າ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ:

«لَوْ يَعْلَمُ النَّاسُ مَا فِي النِّدَاءِ وَالصَّفِّ الأَوَّلِ، ثُمَّ لَمْ يَجِدُوا إِلَّا أَنْ يَسْتَهِمُوا عَلَيْهِ لَاسْتَهَمُوا».

« ຫາກຜູ້ຄົນຮູ້ເຖິງຄວາມປະເສີດທີ່ມີໃນການອະຊານ ແລະ ແຖວທຳອິດ, ແລ້ວພວກເຂົາບໍ່ພົບວິທີການໃດ (ທີ່ຈະໄດ້ຮັບມັນ) ນອກຈາກການຈັບສະຫຼາກ, ແນ່ນອນວ່າພວກເຂົາຈະຈັບສະຫຼາກກັນ. »12, ດັ່ງທີທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ແກ່ບັນດາຊໍຮາບະຫ໌ຂອງທ່ານ ຣໍດິຍັລລໍຮຸ ອັນຮຸມ ວ່າ:

«تَقَدَّمُوا فَأْتَمُّوا بِي، وَلْيَأْتَمَّ بِكُمْ مَنْ بَعْدَكُمْ، لَا يَزَالُ قَوْمٌ يَتَأَخَّرُونَ حَتَّى يُؤَخِّرَهُمُ اللهُ».

«ພວກທ່ານຈົ່ງກ້າວມາຂ້າງໜ້າ ແລະ ປະຕິບັດຕາມຂ້ອຍ ແລະໃຫ້ຜູ້ທີ່ຢູ່ຫຼັງຈາກພວກທ່ານ ປະຕິບັດຕາມພວກທ່ານ, ຄົນກຸ່ມໜຶ່ງຈະຍັງຄົງຊັກຊ້າຢູ່ທາງຫຼັງ ຈົນກວ່າອັລລໍຫ໌ຈະເຮັດໃຫ້ພວກເຂົາຕ້ອງຢູ່ລ້າຫຼັງ»13

ສຳຫຼັບແມ່ຍິງແລ້ວ ສິ່ງທີ່ດີທີ່ສຸດສຳຫຼັບພວກນາງແມ່ນການລະຫມາດຢູ່ແຖວຫຼັງ, ແລະ ຢູ່ຫ່າງຈາກບັນດາຜູ້ຊາຍ, ຈາກຮະດິຊຂອງທ່ານອະບີ ຮຸໄຣເຣາະຫ໌ ຣໍດີຍັລລໍ ອັນຮຸ ເລົ່າວ່າ: ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລໍາ ໄດ້ກ່າວວ່າ:

«خَيْرُ صُفُوفِ الرِّجَالِ أَوَّلُهَا، وَشَرُّهَا آخِرُهَا، وَخَيْرُ صُفُوفِ النِّسَاءِ آخِرُهَا، وَشَرُّهَا أَوَّلُهَا».

«ແຖວທີ່ດີທີ່ສຸດຂອງບັນດາຜູ້ຊາຍນັ້ນແມ່ນແຖວທຳອິດ, ແລະ ແຖວທີ່ຊົ່ວທີ່ສຸດຂອງມັນແມ່ນແຖວສຸດທ້າຍ, ແລະ ແຖວທີ່ດີທີ່ສຸດຂອງບັນດາແມ່ຍິງແມ່ນແຖວສຸດທ້າຍ, ແລະ ແຖວທີ່ຊົ່ວທີ່ສຸດຂອງມັນແມ່ນແຖວທຳອິດ»14, ແຕ່ຖ້າຫາກພວກນາງລະຫມາດຕາມລຳພັງ, ຫຼື ລະຫວ່າງພວກນາງ ແລະ ບັນດາຜູ້ຊາຍມີສິ່ງກີດກັ້ນ, ດັ່ງທີ່ເປັນຢູ່ໃນມັດສະຢິດນະບະວີ, ແລ້ວແຖວທີ່ດີທີ່ສຸດຂອງພວກນາງນັ້ນແມ່ນແຖວທຳອິດ; ເນື່ອງຈາກເຫດຜົນໃນເລື່ອງດັ່ງກ່າວໄດ້ໝົດໄປ.

ການລະຫມາດຢູ່ທາງຫລັງອີມ່າມ, ແລະ ໃຫ້ລະມັດລະວັງບໍ່ໃຫ້ເຮັດກ່ອນອີມ່າມ; ເນື່ອງຈາກຫະດິຊລາຍງານຈາກ ທ່ານ ອະບູ ຮຸໄຣເຣາະຫ໌ ຂໍອັລລໍຮ໌ຊົງພໍພຣະໄທຕໍ່ເພິ່ນ, ວ່າ ທ່ານນະບີ ຊໍລັລລໍຮ໌ຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ:

«إِنَّمَا جُعِلَ الإِمَامُ لِيُؤْتَمَّ بِهِ».

«ແທ້ຈິງ ອີມ່າມ (ຜູ້ນຳລະຫມາດ) ໄດ້ຖືກແຕ່ງຕັ້ງຂຶ້ນເພື່ອໃຫ້ປະຕິບັດຕາມ (ໝາຍເຖິງໃຫ້ເຮົາເຮັດຫຼັງຈາກອິມ່າມເຮັດ) »15.

ບໍ່ອະນຸຍາດໃຫ້ຜູ້ທີ່ລະຫມາດຢືນນຳໜ້າອີມາມ ນອກຈາກໃນກໍລະນີຈຳເປັນ ແລະ ມັສຍິດເຕັມໄປດ້ວຍຜູ້ທີ່ຮ່ວມລະຫມາດ ຈົນບໍ່ສາມາດຫາບ່ອນລະຫມາດໄດ້ນອກຈາກທາງໜ້າຂອງອີມາມ.

ໃຫ້ເອົາໃຈໃສ່ໃນການອັດຊ່ອງຫວ່າງລະຫວ່າງແຖວ, ແລະ ຈັດແຖວໃຫ້ຊື່, ແຕ່ຕ້ອງລະມັດລະວັງການບຽດສຽດ ແລະ ສ້າງຄວາມລຳບາກໃຫ້ແກ່ຜູ້ຄົນ, ການຍ່າງຂ້າມບ່າໄຫລ່ຕັດໜ້າຂອງພວກເຂົາ, ແລະ ການຍ່າງຜ່ານໜ້າບັນດາຜູ້ທີ່ມາລະຫມາດ; ເພາະສິ່ງດັ່ງກ່າວຈະເຮັດໃຫ້ລາວຕົກຢູ່ໃນບາບ.

ການລະໝາດໃນເຣົາເດາະຫ໌ ອັຊຊະຣີຟະຫ໌ ສຳລັບຜູ້ທີ່ມີຄວາມສະດວກໃນການກະທຳດັ່ງກ່າວ; ເນື່ອງດ້ວຍຫະດິຊຂອງ ທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ, ໂດຍລາຍງານຈາກທ່ານນະບີ ﷺ ໄດ້ກ່າວວ່າ:

«مَا بَيْنَ بَيْتِي وَمِنْبَرِي رَوْضَةٌ مِنْ رِيَاضِ الجَنَّةِ، وَمِنْبَرِي عَلَى حَوْضِي».

<< ລະຫວ່າງເຮືອນຂອງຂ້ອຍ ແລະ ມິນບັຣຂອງຂ້ອຍ ແມ່ນສວນໜຶ່ງຈາກບັນດາສວນສະຫວັນ, ແລະ ມິນບັຣຂອງຂ້ອຍຕັ້ງຢູ່ເທິງບໍ່ນ້ຳຂອງຂ້ອຍ >>16.

ແລະ ບໍ່ໄດ້ມີການລະບຸເຖິງຄວາມປະເສີດສະເພາະໃດໜຶ່ງ ກ່ຽວກັບການລະຫມາດໃນເຣົາເດາະຫ໌, ແຕ່ມີການຢັ້ງຢືນວ່າ ມັນເປັນສວນໜຶ່ງຈາກບັນດາສວນຂອງສະຫວັນ -ດັ່ງຫະດິຊ ທີ່ລາຍງານໂດຍທ່ານອະບູ ຮຸຣອຍເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ ກ່ອນໜ້ານີ້- ແລະ ການປະຕິບັດອິບາດະຫ໌ຕ່າງໆ ຈະມີຄວາມປະເສີດເພີ່ມຂຶ້ນ ດ້ວຍກັບຄວາມປະເສີດຂອງເວລາ ແລະ ສະຖານທີ່ຂອງມັນ.

* ແລະ ຜູ້ມາຢ້ຽມຢາມຄວນເລືອກເວລາທີ່ເໝາະສົມສຳລັບການລະໝາດໃນເຣົາເດາະຫ໌, ແລະ ຊອກຫາເວລາທີ່ມີຄວາມແອອັດນ້ອຍ, ດັ່ງນັ້ນຈຶ່ງບໍ່ອະນຸຍາດໃຫ້ບຽດສຽດພີ່ນ້ອງມຸສລິມຂອງຕົນ, ແລະ ບໍ່ກ້າວຂ້າມບ່າໄຫຼ່ຂອງຜູ້ຄົນ, ແລະ ບໍ່ຍ່າງຕັດໜ້າຜູ້ທີ່ພວມລະໝາດຢູ່ເພື່ອທີ່ຈະເຂົ້າໄປລະໝາດໃນສະຖານທີ່ນັ້ນ; ເພາະການລະໝາດໃນເຣົາເດາະຫ໌ເປັນພຽງການລະໝາດສຸນນັດ (ນາຟິລະຫ໌) ຈຶ່ງບໍ່ຄວນບັນລຸເຖິງສິ່ງດັ່ງກ່າວດ້ວຍການກະທຳທີ່ຕ້ອງຫ້າມ (ຫະຣອມ), ເຊັ່ນດຽວກັນນີ້ ຜູ້ມາຢ້ຽມຢາມຄວນເອົາໃຈໃສ່ໃນການປະຕິບັດ ແລະ ຍຶດໝັ້ນຕາມກົດລະບຽບສະເພາະ ແລະ ການຈັດລະບຽບຕ່າງໆສຳລັບການເຂົ້າສູ່ເຣົາເດາະຫ໌, ຕະຫຼອດຈົນການເລືອກເວລາທີ່ເໝາະສົມ, ແລະ ການໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ທີ່ຮັບຜິດຊອບໃນການຈັດລະບຽບການເຂົ້າຢ້ຽມຢາມນັ້ນ.

ການໃຊ້ເວລາໃຫ້ເປັນປະໂຫຍດ ດ້ວຍການເພີ່ມພູນການປະກອບຄຸນງາມຄວາມດີ ທີ່ເຮັດໃຫ້ໃກ້ຊິດຕໍ່ພຣະຜູ້ສ້າງຂອງລາວ ຜູ້ສູງສົ່ງ ເຊັ່ນ: ການລະຫມາດ, ການອ່ານອັລກູຣອານ, ການລຳລຶກ, ການຂໍດຸອາ, ການເຂົ້າຮ່ວມສະຖານທີ່ຊຸມນຸມເພື່ອການລຳລຶກ, ບົດຮຽນທາງດ້ານວິຊາການ, ວົງການຮຽນການສອນອັລກູຣອານອັນປະເສີດ, ແລະ ອື່ນໆ.

ການໃຫ້ກຽດຄຳພີຂອງອັລລໍຫ໌ ອັຊຊະ ວະຈັລ ແລະ ການປົກປ້ອງຮັກສາມັນຈາກການທຳລາຍແຜ່ນເຈ້ຍຂອງມັນ, ແລະ ການຂີດຂຽນໃສ່ມັນ, ຫຼື ການດູຖູກ ແລະ ການໝິ່ນປະໝາດ ດ້ວຍການວາງເກີບໄວ້ຂ້າງມັນ, ຫຼື ການວາງມັນໄວ້ເທິງພື້ນດິນ ແລະ ສິ່ງອື່ນໆ ໃນທຳນອງນີ້, ດັ່ງທີ່ພຣະອົງກ່າວວ່າ:

﴿ذَٰلِكَۖ وَمَن يُعَظِّمۡ شَعَٰٓئِرَ ٱللَّهِ فَإِنَّهَا مِن تَقۡوَى ٱلۡقُلُوبِ32﴾

(ດັ່ງກ່າວນັ້ນແຫຼະ ແລະ ຜູ້ໃດທີ່ຢົກຍ່ອງບັນດາເຄື່ອງໝາຍຂອງອັລລໍຫ໌ ແທ້ຈິງ ມັນແມ່ນສ່ວນໜຶ່ງຈາກຄວາມຍຳເກຣງຍ້ານກົວຂອງຫົວໃຈ) [ສູເຣາະຫ໌ ອັລ-ຮັຈ : 32].

ການລົດສາຍຕາລົງຈາກສິ່ງທີ່ອັລລໍຫ໌ ອັຊຊະ ວະຈັລ ຊົງຫ້າມ: ດັ່ງນັ້ນ ຈຶ່ງຈຳເປັນສຳລັບຜູ້ມາຢ້ຽມຢາມມັສຍິດອັນ-ນະບະວີ ທີ່ຈະຕ້ອງລົດສາຍຕາລົງຈາກສິ່ງທີ່ບໍ່ອະນຸຍາດໃຫ້ມອງເບິ່ງ, ແລະ ຄວນຮັບຮູ້ເຖິງຄວາມຮ້າຍແຮງຂອງການເຮັດບາບໃນສະຖານທີ່ແຫ່ງນີ້, ພ້ອມທັງບົດລົງໂທດທີ່ຈະຕາມມາ, ເພາະແທ້ຈິງແລ້ວ ການເຮັດບາບທັງຫຼາຍຈະທະວີຄວາມຮຸນແຮງຂຶ້ນທັງໃນດ້ານປະລິມານແລະຄຸນນະພາບ ຕາມຄວາມຍິ່ງໃຫຍ່ຂອງເວລາແລະສະຖານທີ່, ແລະ ການປະຕິບັດຄຸນງາມຄວາມດີກໍເຊັ່ນດຽວກັນ. ແລະ ແມ່ຍິງມຸສລິມຕ້ອງເອົາໃຈໃສ່ໃນການຄຸມຮິຈາບຕາມຫຼັກການສາສະໜາ, ແລະ ບໍ່ເປີດເຜີຍການປະດັບປະດາ ເພື່ອບໍ່ໃຫ້ເກີດຟິດນະຫ໌ແກ່ບັນດາຜູ້ຊາຍ, ເພາະແທ້ຈິງແລ້ວ ສິ່ງດັ່ງກ່າວນີ້ເປັນບາບອັນໃຫຍ່ຫຼວງ.

ຕ້ອງລະມັດລະວັງການຫຍຸ້ງຢູ່ກັບການຖ່າຍຮູບ ຫຼື ການເບິ່ງຮູບພາບ ແລະ ຄິບວິດີໂອໃນໂທລະສັບມືຖື, ແລະ ເລື່ອງນີ້ຈະຍິ່ງມີຄວາມອັນຕະລາຍຮ້າຍແຮງຂຶ້ນ ຖ້າຫາກວ່າຮູບພາບ ແລະ ຄລິບວິດີໂອເຫຼົ່ານີ້ເປັນສິ່ງທີ່ຖືກຫ້າມ.

ການປົກປ້ອງມັສຍິດອັນ-ນະບະວີໃຫ້ປາສະຈາກທຸກສິ່ງທີ່ບໍ່ເໝາະສົມ ເຊັ່ນ: ການຜິດຖຽງກັນ, ການສົ່ງສຽງດັງ, ການປະກາດຫາຂອງທີ່ເສຍ, ການຊື້ຂາຍ, ແລະ ສິ່ງອື່ນໆ ທີ່ຄ້າຍຄືກັນ ຈາກບັນດາສິ່ງທີ່ບໍ່ສົມຄວນໃນມັສຍິດນັ້ນ ແລະ ໃນມັສຍິດອື່ນໆ; ອີງຕາມຮະດີດຂອງ ທ່ານ ອະບູ ຮຸຣອຍເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ ທີ່ລາຍງານຈາກ ທ່ານນະບີ ﷺ , ທ່ານໄດ້ກ່າວວ່າ:

«إِذَا رَأَيْتُمْ مَنْ يَبِيعُ أَوْ يَبْتَاعُ فِي المَسْجِدِ، فَقُولُوا: لَا أَرْبَحَ اللَّهُ تِجَارَتَكَ، وَإِذَا رَأَيْتُمْ مَنْ يَنْشُدُ فِيهِ ضَالَّةً، فَقُولُوا: لَا رَدَّ الله عَلَيْكَ».

« ເມື່ອພວກທ່ານເຫັນໃຜກໍ່ຕາມເຮັດການຊື້ຂາຍໃນມັສຍິດ ກໍ່ຈົ່ງກ່າວກັບລາວວ່າ: ຂໍອັລລໍຫ໌ຢ່າໄດ້ຊົງເຮັດໃຫ້ການຄ້າຂາຍຂອງເຈົ້າມີກຳໄລເລີຍ, ແລະ ເມື່ອພວກທ່ານເຫັນໃຜກໍ່ຕາມປະກາດຫາຂອງທີ່ເສຍໃນນັ້ນ ກໍ່ຈົ່ງກ່າວກັບລາວວ່າ: ຂໍອັລລໍຫ໌ຢ່າໄດ້ຊົງໃຫ້ສິ່ງນັ້ນກັບຄືນແກ່ເຈົ້າເລີຍ»17.

ການໃສ່ໃຈຕໍ່ຄວາມສະອາດສ່ວນຕົວ, ແລະ ການລະມັດລະວັງຈາກກິ່ນເໝັນ ເຊັ່ນ: ກະທຽມ, ຜັກບົ່ວ, ຄວັນຢາສູບ, ແລະ ເຫງື່ອ, ແລະ ສິ່ງອື່ນໆ ທີ່ຄ້າຍຄືກັນ ເຊິ່ງສ້າງຄວາມລົບກວນແກ່ພີ່ນ້ອງຜູ້ຮ່ວມລະໝາດ; ຈາກຮະດິຊຂອງທ່ານ ຈາບິຣ ບິນ ອັບດຸລລໍຫ໌ ຣໍດິຍັລລໍຮຸ ອັນຮຸ ໄດ້ກ່າວວ່າ: ແທ້ຈິງ ທ່ານ​ຣໍ​ສຸລຂອງ​ອັລ​ລໍ​ຮ໌ ﷺ ໄດ້ກ່າວວ່າ:

«مَنْ أَكَلَ ثُومًا أَوْ بَصَلًا، فَلْيَعْتَزِلْنَا - أَوْ قَالَ: فَلْيَعْتَزِلْ مَسْجِدَنَا - وَلْيَقْعُدْ فِي بَيْتِهِ».

« ຜູ້ໃດທີ່ກິນຜັກທຽມ ຫຼື ຜັກບົ່ວ, ກໍ່ຈົ່ງຫຼີກຫ່າງຈາກພວກເຮົາ - ຫຼື ທ່ານໄດ້ກ່າວວ່າ: ຈົ່ງຫຼີກຫ່າງຈາກມັສຍິດຂອງພວກເຮົາ - ແລະ ຈົ່ງຢູ່ໃນເຮືອນຂອງຕົນ »18.

ການເອົາໃຈໃສ່ຄວາມສະອາດຂອງມັສຍິດນະບະວີ ແລະ ບໍ່ຖິ້ມຂີ້ເຫຍື້ອພາຍໃນມັສຍິດ ແລະ ບໍລິເວນເດີ່ນຂອງມັສຍິດ, ເຊັ່ນ: ເສດອາຫານ ແລະ ຜ້າປູອາຫານລະສິນອົດ ໂດຍສະເພາະໃນເດືອນຣໍມະດອນ, ຫຼື ການຖົ່ມນ້ຳລາຍຕາມທາງຍ່າງ ແລະ ເດີ່ນມັສຍິດ, ແລະ ອື່ນໆ.

ຫຼີກລ້ຽງການລະຫມາດໃນທາງຍ່າງ, ບໍລິເວນທາງເຂົ້າປະຕູ ແລະ ສະຖານທີ່ທີ່ແອອັດ, ເພາະວ່າສິ່ງດັ່ງກ່າວຈະກໍ່ໃຫ້ເກີດຜົນເສຍ, ເປັນການກີດຂວາງເສັ້ນທາງ, ແລະ ລົບກວນບັນດາມຸສະລິມ.

ການລະຫມາດຂອງຜູ້ຊາຍ ແລະ ແມ່ຫຍິງແມ່ນໃຫ້ຢູ່ໃນສະຖານທີ່ ທີ່ຖືກກຳນົດໄວ້ສະເພາະສຳຫລັບແຕ່ລະຝ່າຍ, ພາຍໃນມັສຍິດອັນນະບະວີ ຫຼື ໃນບໍລິເວນເດີ່ນຂອງມັສຍິດ, ແລະ ຜູ້ຊາຍບໍ່ໃຫ້ລະຫມາດຢູ່ທາງຂ້າງແມ່ຍິງ, ແລະ ແມ່ຍິງກໍ່ບໍ່ໃຫ້ລະຫມາດຢູ່ທາງຂ້າງຜູ້ຊາຍ, ແລະ ຈົ່ງລະມັດລະວັງການຢືນລ້ຳໜ້າອີມາມ (ຜູ້ນຳລະຫມາດ) ເທົ່າທີ່ຈະເປັນໄປໄດ້.

ກ້າວຕີນຊ້າຍອອກກ່ອນ ເວລາອອກຈາກມັສຍິດ, ແລະ ກ່າວດຸອາເວລາອອກວ່າ:

«اللَّهُمَّ إِنِّي أَسْأَلُكَ مِنْ فَضْلِكَ».

«ອັລລໍຮຸມມະ ອິນນີ ອັສອະລຸກະ ມິນ ຟັດລິກ»

ຄວາມໝາຍວ່າ: ໂອ້ອັລລໍຫ໌ ແທ້ຈິງຂ້ອຍຂໍຕໍ່ພຣະອົງຈາກສ່ວນໜຶ່ງຂອງຄວາມໂປດປານຂອງພຣະອົງ19, ຫລື ກ່າວສໍລະວາດຕໍ່ທ່ານນະບີ ﷺ ແລະກ່າວວ່າ:

«رَبِّ اغْفِرْ لِي ذُنُوبِي، وَافْتَحْ لِي أَبْوَابَ فَضْلِكَ».

«ຣອບບິກ ຟິຣລີ ຊຸນູບີ, ວັຟຕະຫ໌ລີ ອັບວາບະ ຟັດລິກ»

(ໂອ້ອັລລໍຮ໌ ຂໍຊົງໂປດໃຫ້ການອະໄພຍະໂທດແກ່ຂ້ອຍໃນຄວາມຜິດບາບຂອງຂ້ອຍ, ແລະ ຂໍຊົງໂປດເປີດປະຕູແຫ່ງຄວາມໂປດປານຂອງພຣະອົງໃຫ້ແກ່ຂ້ອຍ)20.

ສີ່: ຂໍ້ບັນຍັດ ແລະ ມາລະຍາດວ່າດ້ວຍການຢ້ຽມຢາມກູໂບຣຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ແລະ ກູໂບຣສະຫາຍທັງສອງຂອງທ່ານ ຣໍດິຍັລລໍຮຸ ອັນຮຸມາ

* ເປັນທີ່ສົ່ງເສີມໃຫ້ມີການໄປຢ້ຽມຢາມກຸໂບຣຂອງທ່ານນະບີ ﷺ ແລະ ກຸໂບຣຂອງສອງສໍຫາບະຫ໌ຂອງທ່ານຄື: ອະບູ ບັກກຣ໌ ແລະ ອຸມັຣ ຣໍດິຍັລລໍຫຸ ອັນຮຸມາ, ສຳລັບຊາວນະຄອນມະດີນະຫ໌ ແລະ ຜູ້ທີ່ເດີນທາງມາຍັງນະຄອນດັ່ງກ່າວໃນຖານະແຂກ ແລະ ຜູ້ມາຢ້ຽມຢາມ; ເນື່ອງຈາກບັນດາຫຼັກຖານທົ່ວໄປທີ່ບົ່ງບອກເຖິງການທີ່ອິສລາມໄດ້ກຳໜົດໃຫ້ມີການຢ້ຽມຢາມບັນດາກຸໂບຣ, ແລະ ໜຶ່ງໃນນັ້ນກໍຄືຄຳກ່າວຂອງທ່ານ ﷺ ທີ່ວ່າ:

«نَهَيْتُكُمْ عَنْ زِيَارَةِ القُبُورِ، فَزُورُوهَا».

«ຂ້າພະເຈົ້າໄດ້ຫ້າມພວກທ່ານຈາກການໄປຍຽມຍາມກຸໂບຣ, ແຕ່ ຕອນນີ້ພວກທ່ານຈົ່ງໄປຍຽມຍາມມັນ»21.

ແລະ ສິ່ງທີ່ໄດ້ບົ່ງບອກເຖິງຄວາມປະເສີດຂອງການກ່າວສະລາມແດ່ທ່ານນະບີ ﷺ ຫຼັງຈາກການເສຍຊີວິດຂອງທ່ານນັ້ນ ກໍຄືຈາກຄຳກ່າວຂອງທ່ານນະບີ ﷺ:

«مَا مِنْ أَحَدٍ يُسَلِّمُ عَلَيَّ، إِلَّا رَدَّ اللهُ عَزَّ وَجَلَّ إِلَيَّ رُوحِي حَتَّى أَرُدَّ عَلَيْهِ السَّلَامَ».

«ບໍ່ມີຜູ້ໃດທີ່ກ່າວສະລາມມາຍັງຂ້ອຍ, ນອກຈາກອັລລໍຮ໌ ຜູ້ຊົງຍິ່ງໃຫຍ່ ແລະ ຊົງສູງສົ່ງ ຈະຊົງຄືນວິນຍານຂອງຂ້ອຍໃຫ້ແກ່ຂ້ອຍ ຈົນກວ່າຂ້ອຍຈະໄດ້ຕອບສະລາມແກ່ລາວ»22.

* ແລະ ບໍ່ມີບົດບັນຍັດໃຫ້ແມ່ຍິງໄປຢ້ຽມຢາມກຸໂບຣຂອງທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ ແລະ ກຸໂບຣຂອງບຸກຄົນອື່ນຈາກບັນດາມຸສລິມ, ເພາະການໄປຢ້ຽມຢາມກຸໂບຣນັ້ນເປັນບົດບັນຍັດສຳຫຼັບຜູ້ຊາຍ, ສຳຫຼັບແມ່ຍິງແລ້ວພວກນາງຖືກຫ້າມຈາກການໄປຢ້ຽມຢາມກຸໂບຣ, ດັ່ງທີ່ມີລາຍງານຈາກທ່ານ ອິບນຸ ອັບບາສ ຣໍດິຍັລລໍຮຸ ອັນຮຸມາ ກ່າວວ່າ:

«لَعَنَ رَسُولُ اللَّهِ ﷺ زَائِرَاتِ القُبُورِ، وَالمُتَّخِذِينَ عَلَيْهَا المَسَاجِدَ وَالسُّرُجَ».

«ທ່ານລໍຊູລຂອງອັລລໍຫ໌ ﷺ ໄດ້ສາບແຊ່ງບັນດາແມ່ຍິງທີ່ໄປຢ້ຽມຢາມບັນດາກຸໂບຣ, ແລະ ບັນດາຜູ້ທີ່ຍຶດຖືເອົາເທິງມັນເປັນບັນດາມັສຍິດ ແລະ ສ້າງໂຄມໄຟປະດັບຫຼຸມຝັງສົບ»23، ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ:

«أَنَّ رَسُولَ اللَّهِ ﷺ لَعَنَ زَوَّارَاتِ القُبُورِ».

« ແທ້ຈິງ ທ່ານຣໍຊູລ ລຸລລໍຫ໌ ﷺ ໄດ້ສາບແຊ່ງບັນດາແມ່ຍິງທີ່ໄດ້ໄປຢຽມຍາມກຸໂບຣ »24.

* ແລະ ບໍ່ເປັນທີ່ອະນຸມັດໃຫ້ອອກເດີນທາງເພື່ອໄປຢ້ຽມຢາມກຸໂບຣຂອງທ່ານນະບີ ﷺ ໂດຍຕັ້ງເຈດຕະນາໃນການເດີນທາງຂອງລາວເພື່ອຢ້ຽມຢາມພຽງແຕ່ກຸໂບຣເທົ່ານັ້ນ, ແຕ່ທະວ່າໃຫ້ລາວຕັ້ງເຈດຕະນາໃນການເດີນທາງຂອງລາວເພື່ອໄປຢ້ຽມຢາມມັສຍິດ ແລະ ເຮັດການລະຫມາດໃນນັ້ນ, ດັ່ງນັ້ນ ເມື່ອລາວໄດ້ເຂົ້າພັກໃນມະດີນະຫ໌ແລ້ວ ຈຶ່ງມີບົດບັນຍັດໃຫ້ລາວໄປຢ້ຽມຢາມກຸໂບຣໄດ້, ເຊັ່ນດຽວກັບທີ່ມີບົດບັນຍັດສຳຫຼັບຊາວເມືອງທີ່ອາໄສຢູ່ໃນມະດີນະຫ໌; ເນື່ອງຈາກທ່ານນະບີ ﷺ ກ່າວວ່າ:

«لَا تُشَدُّ الرِّحَالُ إِلَّا إِلَى ثَلَاثَةِ مَسَاجِدَ: مَسْجِدِي هَذَا، وَمَسْجِدِ الحَرَامِ، وَمَسْجِدِ الأَقْصَى».

«ບໍ່ໃຫ້ມີການເດີນທາງ ນອກຈາກໄປຍັງສາມມັສຍິດຄື: ມັສຍິດຂອງຂ້ອຍແຫ່ງນີ້, ມັສຍິດອັລຫະຣອມ ແລະ ມັສຍິດອັລອັກຊໍ»25.

ມາລະຍາດທີ່ອິສລາມໄດ້ກຳຫນົດໃນການຍ້ຽມຍາມກຸໂບຣຂອງທ່ານນະບີ ຊໍລລັລລໍຮູ ອະລັຍຮິ ວະສັລລັມ ແລະ ກຸໂບຣຂອງຊໍຫາບະຫ໌ທັ້ງສອງຂອງທ່ານ ຣໍດິຍັລລໍຮຸ ອັນຮຸມາ.

ຜູ້ມາຢ້ຽມຢາມຢືນຢູ່ຕໍ່ໜ້າຫລຸມຝັງສົບຂອງທ່ານນະບີ ໂດຍຜິນໜ້າໄປທາງຫລຸມຝັງສົບ, ຈາກນັ້ນໃຫ້ກ່າວສະລາມແກ່ທ່ານນະບີດ້ວຍຄວາມສຸພາບ ແລະ ຫຼຸດສຽງລົງ, ໂດຍກ່າວວ່າ: (ຂໍຄວາມສັນຕິສຸກ ຄວາມເມດຕາແຫ່ງອັລລໍຮ໌ ແລະ ຄວາມຈະເລີນແຫ່ງພຣະອົງຈົງມີແດ່ທ່ານ ໂອ້ທ່ານສາດສະດາທູດຂອງອັລລໍຮ໌), ແລະ ຖ້າຫາກຈະກ່າວເພີ່ມເຕີມຈາກນັ້ນ ໂດຍກ່າວວ່າ: (ຂ້ອຍຂໍປະຕິຍານຕົນວ່າ ທ່ານໄດ້ເຜີຍແຜ່ສານແລ້ວ, ແລະ ໄດ້ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງສົມບູນ, ແລະ ໄດ້ຕັກເຕືອນປະຊາຊາດແລ້ວ, ແລະ ໄດ້ຕໍ່ສູ້ໃນຫົນທາງຂອງອັລລໍຮ໌ຢ່າງແທ້ຈິງ) ກໍບໍ່ມີຄວາມຜິດແຕ່ຢ່າງໃດ; ເພາະທັງໝົດນີ້ລ້ວນແຕ່ເປັນຄວາມຈິງ.

ແລ້ວໃຫ້ກ້າວໄປທາງຂວາໜຶ່ງບາດກ້າວ ເພື່ອຫັນໜ້າໄປທາງຫລຸມຝັງສົບຂອງ ອະບູ ບັກຣ໌ ອັດຊິດດີກ ຣໍດິຍັລລໍຮຸ ອັນຮຸ ພ້ອມກ່າວວ່າ: (ອັສສະລາມ ມຸອະໄລກະ ໂອ້ ອະບູ ບັກຣ໌ ອັດຊິດດີກ, ອັສສະລາມ ມຸອະໄລກະ ໂອ້ ຄໍລີຟະຮ໌ຂອງຣໍຊູລຸລລໍຫ໌ ﷺ, ຂໍອັລລໍຫ໌ຊົງພໍພຣະໄທຕໍ່ທ່ານ ແລະ ໃຫ້ທ່ານໄດ້ຮັບຄວາມພໍໃຈ, ແລະ ຂໍພຣະອົງຊົງຕອບແທນຄວາມດີງາມແກ່ທ່ານແທນປະຊາຊາດຂອງ ມຸຮຳມັດ ﷺ).

ແລ້ວໃຫ້ກ້າວໄປທາງຂວາໜຶ່ງກ້າວ ເພື່ອໃຫ້ຫັນໜ້າໄປທາງຫລຸມຝັງສົບຂອງ ອຸມັຣ ອິບນຸ ຄັອດຕອບ ຣໍດິຍັລລໍຮຸ ອັນຮຸ ພ້ອມກ່າວວ່າ: ( ອັສສະລາມ ມຸອະໄລກະ ໂອ້ ອຸມັຣ ອັລຟາຣຸກ, ຂໍອັລລໍຫ໌ຊົງພໍພຣະໄທຕໍ່ທ່ານ ແລະ ຊົງເຮັດໃຫ້ທ່ານພໍໃຈ, ແລະ ຂໍພຣະອົງຊົງຕອບແທນຄວາມດີງາມແກ່ທ່ານແທນປະຊາຊາດຂອງ ມຸຮັມມັດ ﷺ ).

ທ່ານອັບດຸລລໍຫ໌ ບິນ ອຸມັຣ ຣໍດິຍັລລໍຮຸ ອັນຮຸມາ ເມື່ອທ່ານກັບມາຈາກການເດີນທາງ ທ່ານເຄີຍໄປທີ່ກຸໂບຣຂອງທ່ານນະບີ ﷺ ແລ້ວຈຶ່ງກ່າວວ່າ: «ຂໍຄວາມສັນຕິສຸກ ຈົ່ງມີແດ່ທ່ານ ໂອ້ທ່ານສາດສະດາທູດແຫ່ງອັລລໍຮ໌, ຂໍຄວາມສັນຕິສຸກ ຈົ່ງມີແດ່ທ່ານ ໂອ້ທ່ານອະບູບັກຣ໌, ຂໍຄວາມສັນຕິສຸກ ຈົ່ງມີແດ່ທ່ານ ໂອ້ທ່ານພໍ່ຂອງຂ້ອຍ, ແລ້ວເພິ່ນກໍຈາກໄປ»26.

ບໍ່ຕ້ອງສຳຜັດຝາກຳແພງກຸໂບຣ ແລະ ຮົ້ວ ແລະ ບໍ່ຈູບມັນ:

ທ່ານອີຫມ່ຳມາລິກ ຂໍອັລລໍຫ໌ ຊົງເມດຕາຕໍ່ທ່ານ ໄດ້ກ່າວວ່າ: "ເມື່ອໃຫ້ສະລາມແກ່ທ່ານນະບີ ﷺ ໃຫ້ຢືນໂດຍຫັນໜ້າໄປທາງຫຼຸມຝັງສົບ; ບໍ່ແມ່ນໄປທາງກິບລັດ ແລະ ເຂົ້າໃກ້ ແລ້ວກໍ່ໃຫ້ສະລາມ ແລະ ບໍ່ໃຫ້ສຳຜັດກຳແພງຝັງສົບດ້ວຍມື"27.

ບັນດາອິມ່າມໄດ້ມີຄວາມເຫັນເປັນເອກະພາບກັນວ່າບໍ່ເປັນທີ່ອະນຸມັດໃຫ້ສຳຜັດກຸໂບຣຂອງທ່ານນະບີ ﷺ ດ້ວຍມື ແລະ ບໍ່ໃຫ້ຈູບກຸໂບຣ.

ບໍ່ໃຫ້ຢືນຢູ່ທີ່ຫລຸມຝັງສົບເປັນເວລາດົນ, ໃຫ້ສະລາມແລ້ວ ກໍ່ຍ່າງກັບອອກໄປ.

ທ່ານອີຫມ່ຳມາລິກ ຂໍອັລລໍຫ໌ເມດຕາທ່ານ ໄດ້ກ່າວວ່າ: "ຂ້າພະເຈົ້າບໍ່ເຫັນຄວນທີ່ຈະຢຸດຢູ່ທີ່ກຸໂບຣຂອງທ່ານນະບີ ﷺ ເພື່ອຂໍດຸອາ, ແຕ່ໃຫ້ກ່າວສະລາມ ແລະ ຍ່າງຜ່ານໄປ"28.

ທ່ານນາຟິອ໌ ຂໍອັລລໍຫ໌ເມດຕາທ່ານ ຢັງໄດ້ກ່າວໄວ້ວ່າ: “ທ່ານອິບນຸ ອຸມັຣ ເຄີຍໃຫ້ສະລາມທີ່ກຸໂບຣ.. ຂ້ອຍໄດ້ເຫັນທ່ານໜຶ່ງຮ້ອຍຄັ້ງ ແລະ ຫຼາຍກວ່ານັ້ນ ທີ່ທ່ານມາທີ່ກຸໂບຣ ແລ້ວກ່າວວ່າ: ຂໍຄວາມສັນຕິຈົ່ງມີແດ່ທ່ານນະບີ ﷺ. ຂໍຄວາມສັນຕິຈົ່ງມີແດ່ທ່ານອະບູບັກຣ໌, ຂໍຄວາມສັນຕິຈົ່ງມີແດ່ພໍ່ຂອງຂ້ອຍ, ຫຼັງຈາກນັ້ນ ທ່ານກໍ່ກັບໄປ”29.

ແລະ ສ່ວນການທີ່ຜູ້ມາຍ້ຽມຢາມບາງຄົນໄປສົ່ງສຽງດັງທີ່ກຸໂບຣຂອງທ່ານ ຊໍລລັລລໍຮຸ ອະລັຍຮິ ວະສັລລັມ ແລະ ຢືນຢູ່ບ່ອນນັ້ນເປັນເວລາດົນ ກໍຖືເປັນການຂັດກັບສິ່ງທີ່ອິສລາມໄດ້ກຳຫນົດໄວ້.

ບໍ່ອະນຸຍາດໃຫ້ວິງວອນຂໍຕໍ່ທ່ານຣໍຊູລ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຫຼື ສິ່ງອື່ນໃດຈາກສິ່ງຖືກສ້າງ ເພື່ອນຳມາເຊິ່ງຜົນປະໂຫຍດ ຫຼື ປັດເປົ່າຄວາມອັນຕະລາຍ, ຫຼື ຂໍໃຫ້ຕອບສະໜອງຄວາມຕ້ອງການ, ຫຼື ປົດເປື້ອງຄວາມທຸກຮ້ອນ, ຫຼື ປິ່ນປົວຜູ້ປ່ວຍ, ຫຼື ຂໍການຊະຟາອະຫ໌, ຫຼື ຂໍໃຫ້ລອດພົ້ນຈາກການລົງໂທດ, ຫຼື ການວິງວອນຂໍ (ດຸອາ) ອື່ນໆ ໃນທຳນອງນີ້, ເພາະແທ້ຈິງແລ້ວ ການວິງວອນຂໍຕໍ່ສິ່ງອື່ນນອກເໜືອຈາກອັລລໍຫ໌ ໃນສິ່ງທີ່ບໍ່ມີຜູ້ໃດມີຄວາມສາມາດໃຫ້ໄດ້ນອກເໜືອຈາກອັລລໍຫ໌ນັ້ນ ແມ່ນເປັນສິ່ງຕ້ອງຫ້າມ ແລະ ເປັນຊິຣິກໃຫຍ່, ດັ່ງທີ່ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ:

﴿وَقَالَ رَبُّكُمُ ٱدۡعُونِيٓ أَسۡتَجِبۡ لَكُمۡۚ إِنَّ ٱلَّذِينَ يَسۡتَكۡبِرُونَ عَنۡ عِبَادَتِي سَيَدۡخُلُونَ جَهَنَّمَ دَاخِرِينَ60﴾

(ແລະ ພຣະເຈົ້າຂອງພວກເຈົ້າຕຣັດວ່າ ຈົ່ງວິງວອນຂໍຕໍ່ຂ້າ ຂ້າກໍ່ຈະຕອບຮັບແກ່ພວກເຈົ້າ ສ່ວນບັນດາຜູ້ໂອຫັງຕໍ່ການເຄົາລົບພັກດີແກ່ຂ້ານັ້ນ ຈະເຂົ້າໄປຢູ່ໃນນະລົກຢ່າງຕ່ຳຕ້ອຍ) [ສູເຣາະຫ໌ ອັລ-ກໍຟິຣ: 60]. ແລະ ອັລລໍຫ໌ຜູ້ຊົງມະຫາບໍລິສຸດໄດ້ຕຣັດວ່າ:

﴿إِنَّ ٱلَّذِينَ تَدۡعُونَ مِن دُونِ ٱللَّهِ عِبَادٌ أَمۡثَالُكُمۡۖ فَٱدۡعُوهُمۡ فَلۡيَسۡتَجِيبُواْ لَكُمۡ إِن كُنتُمۡ صَٰدِقِينَ194﴾

(ແທ້ຈິງ ບັນດາຜູ້ທີ່ພວກເຈົ້າວິງວອນຂໍ ອື່ນຈາກອັລລໍຫ໌ນັ້ນ ຄືບັນດາບ່າວເຊັ່ນດຽວກັບພວກເຈົ້າ, ດັ່ງນັ້ນ ພວກເຈົ້າຈົ່ງວິງວອນຂໍຕໍ່ພວກເຂົາເຖິດ ແລ້ວໃຫ້ພວກເຂົາຕອບຮັບແກ່ພວກເຈົ້າ ຫາກພວກເຈົ້າເປັນຜູ້ສັດຈິງ) [ຊູເຣາະຫ໌ ອັລ-ອະຣໍຟ : 194], ແລະ ອັລລໍຫ໌ຜູ້ຊົງກຽງໄກສູງສົ່ງ ໄດ້ຕຣັດວ່າ:

﴿وَأَنَّ ٱلۡمَسَٰجِدَ لِلَّهِ فَلَا تَدۡعُواْ مَعَ ٱللَّهِ أَحَدٗا18﴾

(ແລະ ວ່າເເທ້ຈິງບັນດາມັສຍິດນັ້ນເປັນຂອງອັລລໍຫ໌ ດັງນັ້ນ ພວກເຈົ້າຢ່າໄດ້ວິງວອນຂໍຜູ້ໃດຄຽງຄູ່ກັບອັລລໍຫ໌).

[ຊູເຣາະຫ໌ ອັລ-ຈິນ : 18].

ບໍ່ໃຫ້ຂໍດູອາຕໍ່ອັລລໍຮ໌ທີ່ກຸໂບຣ, ຫາກວ່າຕ້ອງການຂໍດູອາ ກໍ່ໃຫ້ກ້າວອອກມາຈາກຫລຸ່ມຝັງສົບກ່ອນ, ແລະ ຫັນໜ້າໄປທາງກິບລັດ ແລ້ວຈຶ່ງຂໍດູອາ, ແລະ ບໍ່ໃຫ້ຫັນໜ້າໄປທາງຫລຸ່ມໃນຂະນະທີ່ຂໍດູອາ.

ແລະ ທ່ານອີຫມ່ຳມາລິກ ຂໍອັລລໍຫ໌ຊົງເມດຕາຕໍ່ທ່ານ ໄດ້ກ່າວວ່າ: "ຂ້າພະເຈົ້າບໍ່ເຫັນວ່າມັນສົມຄວນທີ່ຈະຢືນທີ່ກຸໂບຣຂອງທ່ານນະບີ ﷺ ເພື່ອຂໍດູອາ."

ບໍ່ເປັນທີ່ບັນຍັດໃຫ້ມີການແວະວຽນໄປທີ່ກຸໂບຣເລື້ອຍໆ ໃນເວລາເຂົ້າ ຫຼື ອອກຈາກມັສຍິດ, ບໍ່ວ່າຈະເປັນສຳລັບຊາວເມືອງມະດີນະຫ໌ ຫຼື ຜູ້ທີ່ມາຢ້ຽມຢາມຈາກພາຍນອກກໍຕາມ; ເພາະແທ້ຈິງແລ້ວເປັນທີ່ຢ້ານກົວວ່າ ສິ່ງດັ່ງກ່າວຈະເປັນການຍຶດຖືເອົາກຸໂບຣເປັນງານບຸນ(ອີດ).

ແລະ ທ່ານຣໍຊູລ ຂອງອັລລໍຫ໌ ﷺ ໄດ້ຫ້າມຈາກສິ່ງດັງກ່າວ, ດັງທີ່ກ່າວວ່າ:

«لَا تَتَّخِذُوا قَبْرِي عِيدًا، وَلَا تَجْعَلُوا بُيُوتَكُمْ قُبُورًا، وَحَيْثُمَا كُنْتُمْ فَصَلُّوا عَلَيَّ، فَإِنَّ صَلَاتَكُمْ تَبْلُغُنِي».

«ພວກເຈົ້າຢ່າໄດ້ຍຶດຖືເອົາກຸໂບຣຂອງຂ້ອຍເປັນງານບຸນ, ແລະ ຢ່າໄດ້ເຮັດໃຫ້ບ້ານເຮືອນຂອງພວກເຈົ້າເປັນບັນດາກຸໂບຣ, ແລະ ບໍ່ວ່າພວກເຈົ້າຈະຢູ່ໃສກໍຕາມ ຈົ່ງຊໍລະຫວາດໃຫ້ແກ່ຂ້ອຍ, ເພາະແທ້ຈິງ ການຊໍລະຫວາດຂອງພວກເຈົ້າຈະໄປເຖິງຂ້ອຍ»30.

ແລະ ຄວາມໝາຍຂອງ: “ພວກເຈົ້າຢ່າໄດ້ຍຶດຖືເອົາກຸໂບຣຂອງຂ້ອຍເປັນວັນອີດ” ຄືການກັບຄືນໄປຫາມັນໃນເວລາ ຫຼື ສະພາບການທີ່ສະເພາະເຈາະຈົງ, ເຊັ່ນການເຈາະຈົງໄປຍຽມຍາມມັນໃນທຸກໆ ມື້, ຫຼື ທຸກໆ ອາທິດ, ຫຼື ທຸກໆ ເດືອນ. ຫຼື ໃນສະພາບການທີ່ສະເພາະເຈາະຈົງໃດໜຶ່ງ ເຊິ່ງຈະມີການໄປຍຽມຍາມເມື່ອສິ່ງນັ້ນປາກົດຂຶ້ນ, ແລະ ມີການກ່າວວ່າ: ໝາຍຄວາມວ່າ ພວກເຈົ້າຢ່າໄດ້ຍຶດຖືເອົາມັນເປັນເທດສະການທີ່ພວກເຈົ້າມາຊຸມນຸມກັນ31.

ແລະ ທ່ານອີຫມ່ຳມາລິກ ຂໍອັລລໍຫ໌ຊົງເມດຕາທ່ານ ໄດ້ກ່າວວ່າ: "ແລະ ບໍ່ເປັນສິ່ງຈຳເປັນສຳລັບຜູ້ທີ່ເຂົ້າໄປໃນມັສຍິດ ແລະ ອອກຈາກທີ່ນັ້ນ ທີ່ເປັນຊາວມະດີນະຫ໌ ທີ່ຈະຕ້ອງຢືນຢູ່ທີ່ຫລຸມຝັງສົບ, ແຕ່ສິ່ງດັ່ງກ່າວແມ່ນສຳລັບຄົນຕ່າງຖິ່ນ"32.

ແລະ ຄຳກ່າວຂອງເພິ່ນ ຂໍອັລລໍຫ໌ຊົງເມດຕາເພິ່ນ ທີ່ວ່າ: "ແລະສິ່ງນັ້ນແມ່ນສຳລັບຄົນຕ່າງຖິ່ນເທົ່ານັ້ນ": ໝາຍເຖິງ ການຢ້ຽມຢາມໂດຍທົ່ວໄປ, ບໍ່ແມ່ນການຢ້ຽມຢາມຊ້ຳໄປຊ້ຳມາ ເວລາເຂົ້າ-ອອກ.

ບໍ່ໃຫ້ຢືນຢູ່ຕໍ່ໜ້າກຸໂບຣໃນທ່າທາງຄືກັບຜູ້ລະຫມາດ ດ້ວຍການວາງມືຂ້າງໜຶ່ງທັບມືອີກຂ້າງໜຶ່ງຢູ່ເທິງກາງເອິກ ຫຼື ລຸ່ມເອິກ; ເພາະແທ້ຈິງທ່າທາງນີ້ແມ່ນສະເພາະສຳລັບການລະຫມາດ, ແລະ ມັນເປັນທ່າທາງແຫ່ງການນອບນ້ອມ ແລະ ການຍອມຈຳນົນ ເຊິ່ງບໍ່ເໝາະສົມແກ່ຜູ້ໃດນອກຈາກ ອັລລໍຮ໌ ຊຸບຮານະ ຮູ ວະຕະອາລາ.

ຈະຕ້ອງບໍ່ຫັນໜ້າໄປຫາກຸໂບຣຈາກສະຖານທີ່ຫ່າງໄກ ເພື່ອໃຫ້ສະລາມແກ່ທ່ານນະບີ ﷺ ດັ່ງທີ່ບາງຄົນໄດ້ປະຕິບັດກັນ; ເພາະວ່າສິ່ງດັ່ງກ່າວບໍ່ເຄີຍຖືກປະຕິບັດໂດຍບັນດາສໍຫາບະຫ໌ ຣໍດິຍັລລໍຫຸ ອັນຮຸມ ແລະ ບັນດາຊະລັຟຜູ້ຊອບທຳ ຈາກບັນດາອິມ່າມທັງສີ່ ແລະ ນອກເໜືອຈາກພວກເຂົາ.

ການບໍ່ຫັນໜ້າໄປທາງກຸໂບຣອັນຊົງກຽດ ເພື່ອວິງວອນຂໍດຸອາ ຫຼື ອ່ານພຣະຄຳພີອັລກຸຣອານ ແລະ ສິ່ງອື່ນໆ ທີ່ຄ້າຍຄືກັນ ບໍ່ວ່າຈະຈາກທິດທາງໃດກໍຕາມ, ເພາະແທ້ຈິງສິ່ງນີ້ແມ່ນຈັດຢູ່ໃນປະເພດດຽວກັນກັບສິ່ງກ່ອນໜ້ານີ້ ຈາກບັນດາສິ່ງທີ່ຖືກອຸປະໂຫຼກຂຶ້ນໃໝ່, ແລະ ບໍ່ເປັນທີ່ອະນຸຍາດສຳລັບຊາວມຸສລິມ ທີ່ຈະອຸປະໂຫຼກສິ່ງໃໝ່ໃນສາດສະນາຂອງຕົນ ໃນສິ່ງທີ່ອັລລໍຫ໌ບໍ່ໄດ້ຊົງອະນຸຍາດ, ແລະ ແທ້ຈິງ ທ່ານອິມ່າມ ມາລິກ ຣໍຫິມະຮຸລລໍຫ໌ ໄດ້ຄັດຄ້ານການກະທຳທີ່ຄ້າຍຄືກັນນີ້, ແລະ ໄດ້ກ່າວວ່າ: "ຊົນລຸ້ນຫຼັງຂອງອຸມມະຫ໌ນີ້ຈະບໍ່ດີຂຶ້ນ ເວັ້ນເສຍແຕ່ດ້ວຍສິ່ງທີ່ໄດ້ເຮັດໃຫ້ຊົນລຸ້ນທຳອິດຂອງມັນດີຂຶ້ນ"33.

ການບໍ່ຫຍຸ້ງຢູ່ກັບການຖ່າຍຮູບ ແລະ ການຖ່າຍທອດສົດ ໃນຂະນະກ່າວສະລາມຕໍ່ທ່ານນະບີມຸຮຳຫມັດ ﷺ.

ຂໍອັລລໍຫ໌ ຊົງປະທານການສະດຸດິພອນ ແລະ ຄວາມຈຳເລີນ ແລະ ຄວາມສັນຕິສຸກ ແດ່ທ່ານນະບີມຸຮຳມັດຂອງເຮົາ, ແດ່ຄອບຄົວຂອງທ່ານ ແລະ ບັນດາມິດສະຫາຍຂອງທ່ານ.

 

***

ສາລະບັນ

 

ບົດນຳ 2

ໜຶ່ງ: ຄວາມປະເສີດຂອງມັສຍິດອັນນະບະວີ (ມັສຍິດຂອງທ່ານນະບີ) 3

ສອງ: ການສົ່ງເສີມໃນການໄປຢ້ຽມຢາມ ມັສຍິດນະບະວີ ອັນຊົງກຽດ 6

ສາມ: ມາລະຍາດໃນການຢ້ຽມຢາມມັສຍິດນະບະວີ 7

ສີ່: ຂໍ້ບັນຍັດ ແລະ ມາລະຍາດວ່າດ້ວຍການຢ້ຽມຢາມກູໂບຣຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ແລະ ກູໂບຣສະຫາຍທັງສອງຂອງທ່ານ ຣໍດິຍັລລໍຮຸ ອັນຮຸມາ 17

 

***

 

lo492v1.0 - 02/11/2026


ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (1190) ແລະ ມຸສລິມ, ເລກທີ່ (1395), ແລະ ສໍານວນແມ່ນຂອງອັລບຸກຄໍຣີ.

ບັນທຶກໂດຍທ່ານມຸສລິມ ເລກທີ (1398).

ບັນທຶກໂດຍ ທ່ານອິບນຸມາຈະຫ໌ ເລກທີ (227) ດ້ວຍສາຍລາຍງານຊໍຮີຫ໌.

ມຸດຕະຟາກຸລອະໄລ. ອັລບຸກຄໍຣີ, ເລກທີ່ (1195) ແລະ ມຸສລິມ, ເລກທີ່ (1390).

ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (636) ແລະ ມຸສລິມ, ເລກທີ່ (602).

ເຫັນດີພ້ອມກັນ, ອັລບຸກຄໍຣີ, ເລກທີ່ (846) ແລະ ມຸສລິມ, ເລກທີ່ (858), ແລະ ອັລມຸຮຕະລິມ ແມ່ນຜູ້ທີ່ບັນລຸນິຕິພາວະ.

ບັນທຶກໂດຍທ່ານມຸສລິມ ເລກທີ (443).

ບັນທຶກໂດຍ ທ່ານອິບນຸມາຈະຫ໌ ເລກທີ (771), ດ້ວຍສາຍລາຍງານທີ່ຖືກຕ້ອງ.

ບັນທຶກໂດຍທ່ານອາບຸດາວູດ ເລກທີ (466), ດ້ວຍສາຍລາຍງານຊໍເຮຍຮ໌.

ເຫັນດີຮ່ວມກັນ, ອັລບຸກຄໍຣີ, ເລກທີ່ (1171) ແລະ ມຸສລິມ, ເລກທີ່ (714).

ເຫັນພ້ອມຕ້ອງກັນ, ອັລບຸກຄໍຣີ: ເລກທີ່ (615) ແລະ ມຸສລິມ: ເລກທີ່ (437).

ບັນທຶກໂດຍທ່ານມຸສລິມ ເລກທີ (438).

ບັນທຶກໂດຍທ່ານມຸສລິມ ເລກທີ (440).

ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (722) ແລະ ມຸສລິມ, ເລກທີ່ (417).

ບັນທຶກຮ່ວມກັນ. ອັລບຸກຄໍຣີ, ເລກທີ່ (1195) ແລະ ມຸສລິມ, ເລກທີ່ (1390).

ບັນທຶກໂດຍ ອັດຕິຣມີຊີ ເລກທີ່ (1321), ແລະ ອິບນຸ ຄຸໄຊມະຫ໌ ເລກທີ່ (1305), ດ້ວຍສາຍລາຍງານທີ່ຖືກຕ້ອງ.

ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (7359) ແລະ ມຸສລິມ, ເລກທີ່ (564).

ບັນທຶກໂດຍທ່ານມຸສລິມ ເລກທີ (713).

ບັນທຶກໂດຍ ອັດຕິຣມີຊີ ເລກທີ່ (314), ດ້ວຍສາຍລາຍງານທີ່ຖືກຕ້ອງ.

ບັນທຶກໂດຍທ່ານມຸສລິມ ເລກທີ (977).

ບັນທຶກໂດຍ ທ່ານອະຫ໌ມັດ ໃນໜັງສືມຸສນັດ ເລກທີ (10815), ດ້ວຍສາຍລາຍງານຮາຊັນ.

ບັນທຶກໂດຍ ອະບູ ດາວູດ ເລກທີ່ (3236), ແລະ ອັດຕິຣມີຊີ ເລກທີ່ (320), ແລະ ອັນນະຊາອີ ເລກທີ່ (2043).

ບັນທຶກໂດຍ ອັດຕິຣມີຊີ ເລກທີ່ (1056), ແລະ ອິບນຸມາຈະຫ໌ ເລກທີ່ (1576), ດ້ວຍສາຍລາຍງານທີ່ຫະຊັນ.

ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (1189) ແລະ ມຸສລິມ, ເລກທີ່ (1397), ແລະ ສໍານວນແມ່ນຂອງມຸສລິມ.

ບັນທຶກໂດຍ ອັລໄບຮະກີ ໃນ ອັສ ສຸນັນ ອັລກຸບຣໍ ເລກທີ່ (10271), ດ້ວຍສາຍລາຍງານຊໍຮີຫ໌.

ໜັງສືອັລ-ຊິຟາ ຂອງອັລ-ກໍດີ ອິຍາດ (2/ 199).

ໜັງສືອັຊ-ຊິຟາ ຂອງອັລ-ກໍດິ ອິຍາດ (2/ 199).

ບັນທຶກໂດຍ ທ່ານອັລ-ອາຈຸຣີ ໃນໜັງສືອັຊ-ຊະຣີອະຫ໌ (5/2374) ເລກທີ (1853).

ບັນທຶກໂດຍ ທ່ານອະຫ໌ມັດ ໃນໜັງສືມຸສນັດ ເລກທີ (8804), ດ້ວຍສາຍລາຍງານຮາຊັນ.

ເບີ່ງໃນ ອັລ-ມຸຟຣໍດາຕ ລິຣ-ຣໍກິບ ອັລ-ອັສຟະຮານີ (ໜ້າ 594), ຊາເຣາະຫ໌ ອັສ-ຊຸດູຣ ບິຕະຫ໌ຣີມ ຣັຟອ໌ ອັລ-ກຸບູຣ ລິຊ-ເຊົາການີ (ໜ້າ 16).

ໜັງສື ອັຊ-ຊິຟາ ລິລ-ກໍດີ ອິຍາດ (2/ 204) ແລະ ອັລ-ມັດຄໍລ ລິ-ອິບນ໌ ອັລ-ຮາຈ໌ (1/ 262).

ໜັງສືຟັດຕະວາ ອິບນຸ ບາສ (16/ 110).

ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (1189) ແລະ ມຸສລິມ, ເລກທີ່ (1397), ແລະສຳນວນແມ່ນຂອງເພິ່ນ.